7264.1

xtgmf]k; 6 29/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 05 odv'c]' cs]j 'mj v'mj P;mk'me,t-kf c0;'7e,j ;o ຂປລ. ຂຸນກອງແລງ ແມ່ນສະ ຖານທີ່ທ່ອງທ່ຽວທາງທໍາມະຊາດ ຂອງເມືອງຫີນບູນ ແຂວງຄໍາມ່ວນ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າສະ ຖານທີ່ແຫ່ງນີ້ ມີຫລາຍກິດຈະກໍາ ທີ່ຕິດພັນກັບການທ່ອງທ່ຽວແບບ ອະນຸລັກທໍາມະຊາດ ໂດຍປະຊາຊົນ ມີສ່ວນຮ່ວມເຊັ່ນ: ສູນບໍລິການນັກ ທ່ອງທ່ຽວ (Clup House), ບ່ອນຈອດລົດ, ຣີສອດ (ເຮືອນ ແຄັບຊູນແບບທັນສະໄໝ, ເຮືອນ ໄມ້ໄຜ່, ເຮືອນຊົງລາວ), ສວນອາ ຫານ, ຮ້ານຂາຍເຄື່ອງຂອງທີ່ລະ ນຶກ, ຖະໜົນຄົນຍ່າງ, ເຮືອນພັກ ຕາກອາກາດ, ສູນຮັກສາສຸຂະພາບ, ສວນນໍ້າ, ຈຸດຊົມທິວທັດ, ພາຍ ເຮືອກາຍັກ, ຂີ່ລົດ ATV, ຊິບລາຍ, ປີນຜາ ແລະ ອື່ນໆອີກຫລາຍໆ ກິດຈະກໍາທີ່ໜ້າສົນໃຈທີ່ຄ່ອຍທ່ານ ມາສໍາຜັດດ້ວຍຕົນເອງ ໂດຍແຫລ່ງ ທ່ອງທ່ຽວ ແລະ ເຂດທ່ອງທ່ຽວ ນິເວດວິທະຍາ “ຂຸນກອງແລງ” ໄລຍະທີ 1 ໄດ້ເປີດຢ່າງເປັນທາງ ການໃນເດືອນຜ່ານມາ ເພື່ອສົ່ງເສີມ ໃຫ້ກາຍເປັນຈຸດໜາຍປາຍທາງ ໃໝ່ທີ່ຍືນຍົງ, ເປັນການຊຸກຍູ້ເສດ ຖະກິດ-ສັງຄົມ ແລະ ສົ່ງເສີມການ ທ່ອງທ່ຽວສີຂຽວຂອງແຂວງຄໍາ ມ່ວນ ໃຫ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ. ທ່ານ ພັນທະຈິດ ອິນທິລາດ ປະທານກຸ່ມບໍລິສັດ INTRAGorp ໄດ້ລາຍງານກ່ຽວກັບຄວາມເປັນ ມາການພັດທະນາໂຄງການວ່າ: ໂຄງການນີ້ເປັນແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ ແບບຍືນຍົງ ແລະ ສີຂຽວ ໂດຍເນັ້ນການມີ ສ່ວນຮ່ວມຂອງຊຸມຊົນເປັນຫລັກ, ຕັ້ງຢູ່ບ້ານນາຄື ເມືອງຫີນບູນ, ມີເນື້ອທີ່ພັດທະນາປະມານ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ເຂດອະນຸລັກ ປົກປັກຮັກສາ ແລະ ຟື້ນຟູປ່າຕົ້ນນໍ້າ 25.000 ກວ່າເຮັກຕາ ເຖິງແມ່ນ ໂຄງການຈະໄດ້ປະສົບກັບອຸປະສັກ ຫລາຍປະການ ໂດຍສະເພາະການ ລະບາດຂອງໂຄວິດ-19 ແຕ່ດ້ວຍ ການນໍາພາຂອງພັກ-ລັດແລະ ການ ຮ່ວມມືຈາກທຸກພາກສ່ວນ ໄດ້ເຮັດ ໃຫ້ໂຄງການດຳເນີນໄປໄດ້ຢ່າງສຳ ເລັດ ໃນໄລຍະທີ 1 ນີ້ ໄດ້ພັດທະນາ ເຮືອນພັກ 108 ຫລັງ, ຮ້ານອາ ຫານ ແລະ ຄັບເຫົາ 4 ແຫ່ງ ພ້ອມ ກິດຈະກຳທ່ອງທ່ຽວຫລາຍກວ່າ 30 ກິດຈະກໍາ ສາມາດຮອງຮັບ ນັກທ່ອງທ່ຽວໄດ້ປະມານ 3.000 ຄົນຕໍ່ມື້ ແລະ ແຂກພັກຄ້າງຄືນໄດ້ 300 ຄົນຕໍ່ມື້ ໂດຍມີເປົ້າໝາຍຮອງ ຮັບນັກທ່ອງທ່ຽວໃຫ້ໄດ້ເຖິງ 1 ລ້ານຄົນຕໍ່ປີ. ພິເສດ, ເຂດນີ້ຍັງໄດ້ ຄົ້ນພົບຖໍ້າຫລາຍກວ່າ 20 ແຫ່ງທີ່ ສວຍງາມ ແລະ ອຸດົມສົມບູນ, ການ ຄົ້ນພົບຟອດຊິວທີ່ຊາກພືດ ແລະ ສັດມີອາຍຸກວ່າ 500 ລ້ານປີ ໃນພູ ຖືເປັນຄໍາສັນຍາສໍາຄັນຂອງສວນ ສາທາລະນະທໍລະນີວິທະຍາສາດ ແຫ່ງຊາດ. ນອກຈາກນີ້, ໂຄງການ ຍັງໄດ້ສ້າງວຽກງານໃຫ້ປະຊາຊົນ ກວ່າ 300 ກວ່າຕໍາແໜ່ງ ຊ່ວຍ ຍົກລະດັບລາຍໄດ້ ແລະ ຊຸກຍູ້ເສດ ຖະກິດທ້ອງຖິ່ນໃຫ້ເຕີບໂຕ. ໃນອະ ນາຄົດ, ທາງໂຄງການຍັງມີແຜນ ພັດທະນາເພີ່ມເຕີມ ເຊັ່ນ: ໂຮງແຮມ, ສະໜາມກ໊ອຟ 18 ຂຸມ ແລະ ສິ່ງ ອໍານວຍຄວາມສະດວກອື່ນໆ ເພື່ອ ຍົກລະດັບໃຫ້ເປັນສູນກາງທ່ອງ ທ່ຽວໃນພາກກາງຂອງປະເທດ. ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງ ໄດ້ມີຄໍາເຫັນ ໃນພິທີເປີດ ແຫລ່ງທ່ອງທ່ຽວທາງທຳມະຊາດ ຂຸນກອງແລງ ໄລຍະທີ 1 ໃນເດືອນ ຜ່ານມາວ່າ: ດ້ວຍຄວາມມຸ້ງໝັ້ນ ເຮັດແທ້ທຳຈິງ, ດ້ວຍປະສົບການ, ຄວາມຊໍານິຊໍານານ, ດ້ວຍທ່າແຮງ ທາງດ້ານແຫລ່ງທຶນ ແລະ ຄວາມ ພ້ອມຮອບດ້ານຂອງຜູ້ລົງທຶນ ຈະ ເຮັດໃຫ້ສະຖານທີ່ແຫລ່ງທ່ອງທ່ຽວ ສືບຕໍ່ຂະຫຍາຍຕາມແຜນພັດທະນາ ຂອງໂຄງການບັນລຸຜົນສໍາເລັດ ຕາມເປົ້າໝາຍ. ໃນນາມຕາງໜ້າ ການນໍາແຂວງ ຂໍຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບ ຕໍ່ໃຫ້ການສະໜັບສະໜູນ, ຊ່ວຍ ເຫລືອ, ສ້າງເງື່ອນໄຂອໍານວຍ ຄວາມສະດວກ ແລະ ໃຫ້ຄວາມ ຮ່ວມມື ຊຸກຍູ້-ສົ່ງເສີມວຽກງານ ການທ່ອງທ່ຽວໃຫ້ໄດ້ຮັບການພັດ ທະນາ ແລະ ມີຄວາມກ້າວໜ້າສ້າງ ຊື່ສຽງໃຫ້ແກ່ປະເທດຊາດ ກໍ່ຄື ແຂວງພວກເຮົາສາມາດໄດ້ຮັບຜົນ ສໍາເລັດຕາມແຜນການຫລືລື່ນແຜນ ການທີ່ວາງໄວ້. ຂປລ. ກິດຈະກຳແລກປ່ຽນວັດ ທະນະທໍາ ລາວ-ເກົາຫລີ ຈັດຂຶ້ນ ໃນວັນທີ 25 ເມສາ 2026 ຢູ່ສູນ ວັດທະນະທຳແຂວງວຽງຈັນ ເພື່ອ ສ້າງຄວາມເຂົ້າໃຈອັນດີລະຫວ່າງ ປະຊາຊົນສອງປະເທດ, ພ້ອມທັງ ສົ່ງເສີມການຮ່ວມມືດ້ານວັດທະ ນະທໍາ ແລະ ການທ່ອງທ່ຽວໃນ ອະນາຄົດ ໂດຍມີ ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ, ທ່ານ ນາງ ລີ ຮຸນ ຊິນ ຜູ້ຈັດການໂຄງການອາສາ ສະໝັກໄວໜຸ່ມໄລຍະກາງ ຂອງ ອົງການ KOICA ປະຈຳລາວ, ບັນດາອາສາສະໝັກ, ພະນັກງານ ພາກສ່ວນກ່ຽວຂ້ອງ, ຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ. ທ່ານ ແສງແກ້ວ ສູນທະວົງ ສາ ໄດ້ເນັ້ນວ່າ: ລັດຖະບານ ສປປ ລາວ ມີນະໂຍບາຍເປີດກວ້າງການ ຮ່ວມມືກັບນານາປະເທດໃນຫລາຍ c]dxj Po;a fmtotme]k;{gdq ks]u lq j 'glu ,dkomj v'mj P;mh v'4y j o ຂົງເຂດ ໂດຍສະເພາະການຮັບ ເອົາການຊ່ວຍເຫລືອ ແລະ ການ ແລກປ່ຽນປະສົບການ ເພື່ອພັດທະ ນາປະເທດໃຫ້ເຕີບໂຕແບບຍືນຍົງ. ການຈັດກິດຈະກຳໃນຄັ້ງນີ້ ບໍ່ພຽງ ແຕ່ການສະແດງສິລະປະວັດທະນະ ທໍາ, ແຕ່ຍັງເປັນເວທີສໍາຄັນໃນການ ຮັດແໜ້ນສາຍສຳພັນມິດຕະພາບ ລະຫວ່າງປະຊາຊົນລາວ ແລະ ເກົາຫລີ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ພາຍໃນງານມີກິດຈະກຳຫລາກ ຫລາຍ ເຊັ່ນ: ການຫລິ້ນເກມພື້ນ ເມືອງ, ແຕ້ມຮູບລະບາຍສີ, ຊີມ ອາຫານພື້ນເມືອງຂອງສອງຊາດ, ຟ້ອນລຳວົງ, ເຕັ້ນ K-pop ແລະ ສະແດງສິລະປະຮ່ວມສະໄໝ. ກິດ ຈະກຳເຫລົ່ານີ້ ບໍ່ພຽງສ້າງບັນຍາ ກາດຄວາມມ່ວນຊື່ນ ແຕ່ຍັງເປັນ ການເປີດໂອກາດໃຫ້ເຍົາວະຊົນ ລາວໄດ້ຮຽນຮູ້ວັດທະນະທໍາສາກົນ ພ້ອມກັບສືບສານເອກະລັກຂອງ ຕົນເອງໄປພ້ອມກັນ. ນອກຈາກ ນັ້ນ, ຕົວແທນຈາກອາສາສະໝັກ KOICA ຍັງໄດ້ນຳສະເໜີແນວ ທາງການຮ່ວມມືຫລາຍດ້ານ ໂດຍ ສະເພາະການນຳໃຊ້ສື່ດີຈິຕອນ ເພື່ອ ໂຄສະນາການທ່ອງທ່ຽວ, ການ ອອກແບບສື່ປະຊາສຳພັນ, ການ ອົບຮົມທັກສະດ້ານເຕັກໂນໂລຊີ ແລະ ການສຳຫລວດແຫລ່ງທ່ອງ ທ່ຽວໃນແຂວງວຽງຈັນ ເພື່ອພັດ ທະນາຂໍ້ມູນໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນ ສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ງານແລກປ່ຽນວັດທະນະທໍາ ລາວ-ເກົາຫລີ ຄັ້ງນີ້, ຖືເປັນກ້າວ ສຳຄັນໃນການສ້າງສາຍພົວພັນອັນ ແໜ້ນແຟ້ນລະຫວ່າງສອງປະເທດ, ທັງເປັນແຮງຂັບເຄື່ອນໃໝ່ ໃນການ ພັດທະນາວຽກງານດ້ານວັດທະ ນະທໍາ ແລະ ການທ່ອງທ່ຽວຂອງ ແຂວງວຽງຈັນ ໃຫ້ເຕີບໂຕຢ່າງຍືນ ຍົງໃນອະນາຄົດ.

RkJQdWJsaXNoZXIy MTc3MTYxMQ==