7260

gsfdko{dkora fmtok xtgmf]k; ( 23/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມຄັ້ງປະຖົມມະລືກຂອງສະພາ ປະຊາຊົນແຂວງ (ສພຂ) ຊຸດທີ V ໄຂຂຶ້ນຢ່າງເປັນທາງການ ໃນ ລະຫວ່າງວັນທີ 22-24 ເມສາ 2026 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ເພື່ອເລືອກຕັ້ງບຸກຄະ ລາກອນຜູ້ນຳພາ ແລະ ວາງແຜນ ຍຸດທະສາດພັດທະນາແຂວງໃນ 5 ປີຕໍ່ໜ້າ. ທ່ານ ພູທອນ ພຸດທະຂັນຕິ dv'xt-5 ,7A 'xt4q ,,t]n d lr0 lts;a ootg0f -5 fmu V w00B o .o;a omu 22-24 g,lk c0;'9exkla d lq j 'glu ,37'dko x6 d\kdw,h 103,14 gIa d8k ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີອາ ຣາດຖະນາອົງພະເຈົ້າໝ່ານ ອົງພະ ທີ່ສັກສິດອັນເປັນທີ່ເຄົາລົບ-ນົບໄຫວ້ ຂອງປວງຊົນລາວ ໂດຍສະເພາະ ຊາວຫລວງພະບາງ ເມືອງມໍລະດົກ ໂລກ ຈາກຫໍພະໝ່ານ ພາຍໃນວັດ ຊຽງທອງ ນະຄອນຫລວງພະບາງ ຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ 2026 ເລີ່ມຈາກພະເຖຣະ ໄດ້ນຳພາ ພຸດທະສາສະນິກະຊົນ ກ່າວຄຳອາ ຣາດຖະນາອົງພະເຈົ້າໝ່ານ ຈາກຫໍ ພະໝ່ານ ລົງມາປະດິດສະຖານ ທີ່ຫໍ ສົງຂອງວັດຊຽງທອງ. ຈາກນັ້ນ ໄດ້ມີພິທີແຫ່ອ້ອມ ພັດທະສີມມາ 3 ຮອບ, ປະກອບ ມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ ນຳພາໂດຍ ສາທຸ ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ສໍາປະທານ (CA) ໂຄງການປູກ ໝາກໄມ້ຕະກຸນເບີຣີ (ບູເບີຣີ, ແບັກ ເບີຣີ, ຣັສເບີຣີ ແລະ ສະຕໍເບີຣີ) ເພື່ອ ຈຳໜ່າຍພາຍໃນແລະ ສົ່ງອອກຕ່າງ ປະເທດ ໃນເນື້ອທີ່ 103,14 ເຮັກຕາ ຢູ່ເຂດບ້ານໜອງ ແລະ ບ້ານໜອງ ກາລີ ເມືອງປາກຊ່ອງ ແຂວງຈຳ ປາສັກ ລະຫວ່າງ ຄະນະກຳມະການ ປົກຄອງ ແຂວງຈຳປາສັກ ຕາງໜ້າ ໂດຍຫ້ອງການຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ກັບ ບໍລິສັດ ຄອສຕ້າ ເບີ ຣີ້ລາວ ຈຳກັດຜູ້ດຽວ ຈັດຂຶ້ນໃນ ວັນທີ 21 ເມສາ 2026 ໂດຍ ມີ ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງ ແຂວງ, ທ່ານ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກຳມະການ ສົ່ງ ເສີມ ແລະ ຄຸ້ມຄອງການລົງ ທຶ້ນແຂວງ, ທ່ານ ນາງ ຍົມມະ ລາ ສີຫາວົງ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາຂອດ ໝື່ນຫລວງ ປະທານ ຄະນະກຳມະການປົກຄອງເມືອງ ປາກຊ່ອງ, ທ່ານ ມາຣຕິນ ວິນ ລຽມ ເກລນິສເຕີ ຜູ້ຈັດການທົ່ວໄປ ຕາງໜ້າບໍລິສັດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ຄະນະກໍາມະການປົກຄອງແຂວງ ວ່າດ້ວຍການມອບສິດ ໃຫ້ເຊັນ ສັນຍາສຳປະທານ (CA) ໂຄງ ການປູກໝາກໄມ້ຕະກຸນເບີຣີ (ບູເບີ ຣີ, ແບັກເບີຣີ, ຣັສເບີຣີ ແລະ ສະຕໍ ເບີຣີ) ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ໃນເນື້ອທີ່ 103,14 ເຮັກຕາ ຢູ່ເຂດບ້ານໜອງ ແລະ ໜອງກາລີ ເມືອງປາກຊ່ອງ ແຂວງຈຳປາສັກ. ພ້ອມນໍາສະເໜີ ກ່ຽວກັບໂຄງການ ຊຶ່ງໂຄງການ ດັ່ງກ່າວ ແມ່ນໄດ້ຜ່ານການເຊັນ ບົດບັນທຶກຄວາມເຂົ້າໃຈ MOU, ໃນນາມ ບໍລິສັດ ເອພີແອນຟີ ພັດທະ ນາກະສິກຳ ແລະ ການຄ້າຂາເຂົ້າຂາອອກ ຈຳກັດ ສະບັບເລກທີ 04 ກໍລະກົດ 2025 ເພື່ອສຶກສາສໍາ ຫລວດ ຄວາມເປັນໄປໄດ້ ໂຄງການ ປູກເບີຣີ ຢູ່ບ້ານໜອງ, ບ້ານໜອງ ກາລີ, ບ້ານຫ້ວຍຊັນ ເມືອງປາກ ຊ່ອງ ແຂວງຈໍາປາສັກ. ມາຮອດປັດຈຸບັນ ບໍລິສັດໄດ້ສໍາ ເລັດບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການ ແລະ ສໍາເລັດການ ຮັບຮອງສິ່ງແວດລ້ອມຂອງໂຄງ ການແລ້ວ ໃນເນື້ອທີ່ 103,14 ເຮັກຕາ. ໃນນັ້ນ, ເນື້ອທີ່ແຂວງໄດ້ ແບ່ງໃຫ້ໃນໄລຍະຜ່ານມາ 33,6 ເຮັກຕາ (ຕາມບົດບັນທຶກກອງ ປະຊຸມເຈົ້າແຂວງ-ຮອງແຈົ້າແຂວງ ຄັ້ງວັນທີ 31 ມີນາ 2025 ແລະ ຈໍານວນ 69,54 ເຮັກຕາ, ຕາມ ບົດບັນທຶກກອງປະຊຸມ ສະບັບທີ 2 ມັງກອນ 2026), ພາຍຫລັງທີ່ໄດ້ ມີການສຶກສາສໍາຫລວດ MOU ສໍາ ເລັດແລ້ວ ບໍລິສັດ ໄດ້ຂໍເຊັນສັນຍາ ສໍາປະທານ (CA) ໃນໂຄງ ການ ປູກໝາກເບີຣີ ໂດຍມອບສິດ ໃຫ້ ບໍລິສັດ ຄອສຕ້າ ເບີຣີ້ ລາວ ຈຳກັດ ຜູ້ດຽວ ສືບຕໍ່ພັດທະນາໂຄງ ການ ດັ່ງກ່າວ, ຕາມໃບມອບສິດ ສະບັບ ເລກທີ 12/APP ລົງວັນທີ 04 ກຸມພາ 2026. ຂ່າວ-ພາບ: ຈັນທະວີສັກ ຫົວໜ້າຫ້ອງວ່າການສະພາປະຊາ ຊົນແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງ (ສພຂ) ຊຸດທີ V ຖືເປັນຈຸດເລີ່ມຕົ້ນທີ່ສຳຄັນ ໂດຍຈະມີການພິຈາລະນາຮັບຮອງ ເອົາບັນຫາເຄັ່ງຮ້ອນຫລາຍດ້ານ ເປັນຕົ້ນ ການເລືອກຕັ້ງປະທານ, ຮອງປະທານ ແລະ ຄະນະປະຈຳ ສພຂ ຊຸດໃໝ່ ທີ່ຈະມາເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດໃຫ້ ກັບພໍ່ແມ່ປະຊາຊົນ, ພ້ອມທັງຈະ ມີການປັບປຸງກົງຈັກການບໍລິຫານ ແລະ ການແຕ່ງຕັ້ງຍົກຍ້າຍຫົວໜ້າ ພະແນກການຕ່າງໆ ເພື່ອໃຫ້ແທດ ເໝາະກັບຄວາມຮຽກຮ້ອງຕ້ອງ ການຂອງວຽກງານໃນໄລຍະໃໝ່. ນອກຈາກການຈັດວາງບຸກຄະລາ ກອນແລ້ວ, ກອງປະຊຸມຍັງຈະໄດ້ ຮ່ວມກັນກໍານົດທິດທາງຊີວິດການ ເປັນຢູ່ຂອງປະຊາຊົນສະຫວັນນະ ເຂດ ໂດຍການຮັບຮອງເອົາແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງ ທີ X ລວມເຖິງການວາງແຜນ ວຽກງານຂອງອົງການກວດສອບ, ອົງການໄອຍະການ ແລະ ສານ ປະຊາຊົນແຂວງ ເພື່ອສ້າງຄວາມ ຍຸຕິທຳ ແລະ ຄວາມໂປ່ງໃສໃຫ້ ເກີດຂຶ້ນໃນສັງຄົມ. ໂອກາດນີ້, ທ່ານ ພູທອນ ພຸດ ທະຂັນຕິ ໄດ້ເຊີນຊວນທຸກຊັ້ນຄົນ ໃນສັງຄົມ ຕິດຕາມການດຳເນີນ ກອງປະຊຸມຢ່າງໃກ້ຊິດ ຜ່ານທາງ ໂທລະພາບ, ວິທະຍຸ ແລະ ສື່ສັງຄົມ ອອນລາຍຂອງສະຫວັນນະເຂດ, ທີ່ ສໍາຄັນ ທ່ານສາມາດມີສ່ວນຮ່ວມ ໃນການສົ່ງຄຳສະເໜີ ຫລື ບັນ ຫາຕ່າງໆ ໄປຍັງກອງປະຊຸມໄດ້ ໂດຍກົງ ຜ່ານໝາຍເລກໂທລະສັບ ສາຍດ່ວນ 041 156 ໂດຍບໍ່ເສຍ ຄ່າ ໃນໂມງລັດຖະການ ເພາະທຸກ ສຽງຂອງທຸກທ່ານຄືພະລັງໃນການ ພັດທະນາແຂວງສະຫວັນນະເຂດ ໃຫ້ຮຸ່ງເຮືອງສີວິໄລ. g]u j ,sq flq 'vq 'rtg9Q k\j ko c]t 8A 'dv'[5 o 84.000 rtme,t0a o ອ່ອນແກ້ວ ກິດຕິພັດໂທ ປະທານອົງ ການພຸດທະສາສະໜາສຳພັນລາວ ແຂວງຫລວງພະບາງ, ຂະບວນ ການນຳ-ມວນຊົນທົ່ວໄປ ນຳພາ ໂດຍ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ, ເລ ຂາຄະນະບໍລິຫານງານພັກ ນະ ຄອນຫລວງພະບາງ, ພ້ອມດ້ວຍ ຄະນະນຳນະຄອນ ແລະ ມວນຊົນ ຊາວຫລວງພະບາງ ເຂົ້າຮ່ວມເປັນ ຈຳນວນຫລວງຫລາຍ. ພາຍຫລັງ ແຫ່ຄົບ 3 ຮອບແລ້ວ ໄດ້ອັງເຊີນ ອົງພະເຈົ້າໝ່ານ ຂຶ້ນປະທັບໃນຫໍສົງ ແລະ ພະສົງ-ສາມະເນນ ໄດ້ນຳພາ ພຸດທະສາສະນິກະຊົນ ກ່າວຄຳຄາ ລະວະ ກ່ອນດຳເນີນການຫົດສົງ ຢ່າງເປັນທາງການ ຊຶ່ງການຫົດສົງ ອົງພະໝ່ານ ຈະດຳເນີນໄປຈົນເຖິງ ຕອນແລງວັນທີ 26 ເມສາ ຈຶ່ງຈະມີ ພິທີອາຣາດທະນາ ອົງພະເຈົ້າໝ່ານ ກັບຄືນປະດິດສະຖານຢູ່ຫໍຕາມເດີມ. ນອກຈາກການຫົດສົງອົງ ພະໝ່ານ, ໄດ້ມີການຕັ້ງກອງບຸນ 84.000 ພະທຳມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ເພື່ອລະດົມ ວັດຖຸ-ປັດໄຈ ຊຸກຍູ້ພຸດທະສາສະໜາ ຢູ່ພາຍໃນແຂວງ ຊຶ່ງປີນີ້ ໄດ້ມີພຸດ ທະສາສະນິກະຊົນທັງພາຍໃນ-ຕ່າງ ປະເທດ ແລະ ພາຍໃນແຂວງຮ່ວມ ອານຸໂມທະນາຈັດຕັ້ງກອງບຸນ. ສະນັ້ນ, ຂໍຮຽກຮ້ອງໃຫ້ມວນຊົນ ຊາວຫລວງພະບາງ ລວມທັງແຂກ ພາຍໃນ ແລະ ຕ່າງປະເທດ ພ້ອມກັນ ອານຸໂມທະນາບຸນ ແລະ ຮ່ວມຫົດ ສົງອົງພະໝ່ານ ເພື່ອໃຫ້ເກີດຄວາມ ເປັນສີລິມຸງຄຸນ ແກ້ຕົນເອງ-ຄອບ ຄົວ ແລະສັງຄົມ. ຂ່າວ: ອາພຸດເດດ ບຸບຜາ ພາບ: ທະນູສີນ ອິດທິພົນ [= j cdh ; g-n j v,-b ,s]kpgvdtlkole7a o0v'ra d ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ແຂວງບໍ່ແກ້ວ ຈັດເຜີຍແຜ່, ເຊື່ອມຊຶມ ແລະ ຜັນ ຂະຫຍາຍເນື້ອໃນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິ VII ຂອງ ອົງຄະນະພັກແຂວງບໍ່ແກ້ວ ໃນ ວັນທີ 22 ເມສາ 2026 ໂດຍ ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນ ແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງບໍ່ແກ້ວ, ມີຮອງ ເລຂາພັກແຂວງ, ຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊຶມ ຫລາຍເອກະສານ ເປັນຕົ້ນ ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີVII ຂອງອົງຄະນະ ພັກແຂວງບໍ່ແກ້ວ, ການກຳນົດ ໜ້າທີ່, ຂອບເຂດສິດ, ແບບແຜນວິທີ ເຮັດວຽກຂອງຄະນະບໍລິຫານງານ ພັກແຂວງບໍ່ແກ້ວ, ແຜນດຳເນີນ ງານ, ການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກແຂວງ, ການແບ່ງ ຄວາມຮັບຜິດຊອບຂອງຄະນະບໍ ລະຫານງານພັກແຂວງ, ແຜນພັດ ທະນາເສດຖະກິດ-ສັງຄົມ ຄັ້ງທີ V ສະໄໝທີ 10 ແລະ ເອກະສານ ສຳຄັນຈຳນວນໜຶ່ງ. ທັງນີ້, ກໍເພື່ອ ແນໃສ່ສ້າງຄວາມຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ເນື້ອໃນຈິດໃຈສຳຄັນ ຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳ ນົດອອກຢ່າງເປັນລະບົບແຕ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ, ເປັນການ ເຊື່ອມຊຶມກຳແໜ້ນເນື້ອໃນທີ່ຈະໄດ້ ເອົາມານຳພາ-ຊີ້ນຳ ແລະ ປະຕິບັດ ຕົວຈິງໃນແຕ່ລະຂົງເຂດວຽກງານ ເພື່ອໃຫ້ພະນັກງານແຕ່ລະຂັ້ນໄດ້ ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນ ເອກະພາບສູງ, ມີຄວາມຕັດສິນໃຈ ອັນເດັດດ່ຽວ, ກ້າຫານ, ປະດິດ ສ້າງເພື່ອຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດມະຕິດັ່ງກ່າວໃຫ້ເຂົ້າສູ່ລວງ ເລິກ ແລະ ຫັນເອົາເນື້ອໃນຈິດໃຈ ມະຕິດັ່ງກ່າວ ມາສ້າງເປັນແຜນ ດຳເນີນງານ, ແຜນປະຕິບັດງານ ລະອຽດ, ກຳນົດໜ້າວຽກ, ແຜນ ຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກຳນົດເວລາອັນຊັດເຈນ, ແທດ ເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນ ສຳເລັດຢ່າງເປັນຮູບປະທຳ. ຂ່າວ: ສາຍສະໝອນ ແກ້ວວິສິດ

RkJQdWJsaXNoZXIy MTc3MTYxMQ==