xtgmf]k; 6 23/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d co;mk'ot3p[kp0v'ra d c]t ]a f muj gxa orN o4ko.sh cdj dkora fmtok ໂດຍ: ເທວາ ໂດຍ: ດÓ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ -u ;y f{;a fmtotme ຕໍ່າກສະບັບກ່ອນ ເວົ້າລວມແລ້ວ, ສປປ ລາວ ໄດ້ລິເລີ່ມການສົ່ງເສີມມໍລະດົກ ທາງດ້ານເສດຖະກິດຢ່າງເປັນ ທາງການ ໃນໄລຍະການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ IX, ລັດຖະບານເລີ່ມຮັບຮູ້ ບົດບາດຍຸດທະສາດທາງດ້ານວັດ ທະນະທໍາ ແລະ ການທ່ອງທ່ຽວ ໃນ ການສ້າງຄວາມຫລາກຫລາຍທາງ ດ້ານໂຄງສ້າງເສດຖະກິດຂອງປະ ເທດ. ກ່ອນປີ 2016, ນະໂຍບາຍ ມໍລະດົກຂອງລາວ ແມ່ນສຸມໃສ່ ການອະນຸລັກເປັນຕົ້ນຕໍ ໂດຍອີງ ໃສ່ກົດໝາຍວ່າດ້ວຍມໍລະດົກແຫ່ງ ຊາດ (2013) ແລະ ຍຸດທະສາດ ການອະນຸລັກມໍລະດົກວັດທະນະ ທໍາ (2018) ເຊິ່ງກອບນະໂຍບາຍ 16 [a vf [5 [g2h -U ofkf [= ]y dko]6 d7h kfh ;p7;k,xtma [.9 ເຫລົ່ານີ້ແມ່ນແນໃສ່ປົກປ້ອງມໍລະ ດົກວັດທະນະທໍາ ທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ, ແຕ່ຂາດທິດທາງທີ່ຊັດ ເຈນສໍາລັບການນໍາໃຊ້ທາງດ້ານ ເສດຖະກິດ. ໄລຍະຕໍ່ມາ, ນັບແຕ່ປະເທດ ລາວໄດ້ເຂົ້າຮ່ວມປະຊາຄົມອາ ຊຽນ ໄດ້ມີການກໍານົດທິດທາງໄປ ສູ່ເປົ້າໝາຍການພັດທະນາແບບ ຍືນຍົງ (4DGs), ພາກສ່ວນລັດ ຜູ້ວາງນະໂຍບາຍ ກໍເລີ່ມໃຫ້ຄວາມ ສໍາຄັນກັບທ່າແຮງທາງດ້ານເສດ ຖະກິດຂອງມໍລະດົກ ໂດຍສະເພາະ ໃນຂົງເຂດການທ່ອງທ່ຽວຊຸມຊົນ, ຫັດຖະກໍາ ແລະ ອຸດສາຫະກໍາສ້າງ ສັນ ເຊິ່ງສາມາດສ້າງວຽກເຮັດ ງານທໍາ ແລະ ຫລຸດຜ່ອນຄວາມ ທຸກຍາກໃນຊົນນະບົດ. ຕໍ່ມາ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຄັ້ງທີ IX (2021-2025) ກໍໄດ້ມີການຜັນຂະຫຍາຍຫັນປ່ຽນ ນະໂຍບາຍທີ່ສໍາຄັນ ໂດຍການຊຸກຍູ້ ມໍລະດົກວັດທະນະທໍາ ແລະ ທ່ອງ ທ່ຽວ ເປັນສ່ວນໜຶ່ງຂອງຍຸດທະ ສາດເຕີບໂຕຂອງຊາດ ແລະ ໄດ້ ກໍານົດ “ວັດທະນະທໍາ ແລະ ການ ທ່ອງທ່ຽວ” ເປັນຂະແໜງການບຸລິ ມະສິດຂອງການພັດທະນາແບບ ຍືນຍົງ ພ້ອມທັງກໍານົດເປັນໜຶ່ງ ໃນ 12 ຂະແໜງການບຸລິມະສິດທີ່ ປະກອບສ່ວນເຂົ້າໃນແຜນເສດຖະ ກິດແຫ່ງຊາດ ກະຊວງວັດທະນະ ທໍາ ແລະ ການທ່ອງທ່ຽວ ເປັນເຈົ້າ ການໃນການເພີ່ມທະວີການເຊື່ອມ ຕໍ່ລະຫວ່າງການອະນຸລັກມໍລະດົກ, ການບໍລິການທ່ອງທ່ຽວ, ຊີວິດ ການເປັນຢູ່ຂອງປະຊາຊົນທ້ອງ ຖິ່ນ. ໃນແຜນການດັ່ງກ່າວຍັງໄດ້ ຊຸກຍູ້ການເຊື່ອມສານມໍລະດົກວັດ ທະນະທໍາ ທໍາມະຊາດ ເຂົ້າໃນການ ວາງແຜນເສດຖະກິດແຫ່ງຊາດ ແລະ ຂັ້ນແຂວງ ໂດຍສຸມໃສ່ 3 ຂົງ ເຂດສໍາຄັນຄື: 1) ພັດທະນາຜະລິດ ຕະພັນການທ່ອງທ່ຽວທີ່ເປັນມໍລະ ດົກ, 2) ສົ່ງເສີມຫັດຖະກໍາທ້ອງຖິ່ນ ແລະ ອຸດສາຫະກໍາສ້າງສັນ ແລະ 3) ພັດທະນາພື້ນຖານໂຄງລ່າງວັດ ທະນະທໍາ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການແລກປ່ຽນວັດທະ ນະທໍາ. ການຍົກສູງນະໂຍບາຍນີ້ ແມ່ນສະແດງໃຫ້ເຫັນເຖິງການຫັນ ປ່ຽນທີ່ຄ່ອຍເປັນຄ່ອຍໄປ ໃນແນວ ຄິດການພັດທະນາຂອງສປປລາວ, ຈາກການເບິ່ງມໍລະດົກເປັນວັດຖຸທີ່ ຄົງຄ້າງໄປສູ່ການຮັບຮູ້ວ່າເປັນຂະ ແໜງເສດຖະກິດທີ່ມີຜົນຜະລິດ ແລະ ເປັນຂະແໜງເສດຖະກິດທີ່ມີ ປະສິດທິພາບ. ຄຽງຄູ່ກັນນີ້, ລັດຖະ ບານ ກໍໄດ້ສ້າງຍຸດທະສາດການພັດ ທະນາການທ່ອງທ່ຽວແຫ່ງຊາດ ໄລຍະ 2021-2025 ໂດຍກໍານົດ ມາດຕະການຕ່າງໆ ເຊັ່ນ: ການປັບ ປຸງ ແລະ ຍົກລະດັບສະຖານທີ່ມໍລະ ດົກ, ການສະໜັບສະໜູນຜູ້ປະກອບ ການດ້ານວັດທະນະທໍາຂະໜາດ ນ້ອຍ ແລະ ຊຸກຍູ້ສົ່ງເສີມການຮ່ວມ ມືລະຫວ່າງພາກລັດ-ເອກະຊົນ ໃນ ການອະນຸລັກມໍລະດົກແລະການພັດ ທະນາໂຄງສ້າງພື້ນຖານການທ່ອງ ທ່ຽວ. ສິ່ງທີ່ສໍາຄັນແມ່ນໄດ້ກໍານົດ ເປົ້າໝາຍທີ່ສາມາດວັດແທກໄດ້ ເຊັ່ນ: ການເພີ່ມສັດສ່ວນຂອງການ ທ່ອງທ່ຽວຕໍ່ ຈີດີພີ (GDP) ເປັນ 10% ພາຍໃນປີ 2025, ການສົ່ງ ເສີມຫັດຖະກໍາ, ອຸດສາຫະກໍາສ້າງ ສັນ ແລະ ການເສີມສ້າງເອກະລັກ ທາງດ້ານວັດທະນະທໍາ ທັງໃນລະ ດັບຊຸມຊົນ ແລະ ລະດັບຊາດ. ນະໂຍ ບາຍທັງໝົດນີ້ແມ່ນສອດຄ່ອງກັບ ວາລະສາກົນ 2030 ຂອງອົງການ ອຸຍແນັສໂກ (6/E4$0) ທີ່ເນັ້ນ ໜັກ ແລະ ສົ່ງເສີມໃຫ້ວັດທະນະທໍາ ເປັນທັງຕົວຂັບເຄື່ອນແລະຕົວກະຕຸ້ນ ຂອງການພັດທະນາແບບຍືນຍົງ. ຂປລ. ຮ້ານຢູບັອດ ບຸບເຟ້ ຊີ້ນ ດາດ ກໍເປັນອີກຮ້ານໜຶ່ງທີ່ໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກ, ດ້ວຍ ການອອກແບບຮ້ານທີ່ເນັ້ນຄວາມ ກວ້າງຂວາງໂລ່ງສະບາຍ, ມີຄວາມ ສະອາດຕາ, ມີມູມຖ່າຍຮູບງາມໆ ເໝາະສຳລັບການຖ່າຍຮູບເຊັກອິນ ລົງສື່ສັງຄົມອອນລາຍ, ບໍ່ພຽງແຕ່ ບັນຍາກາດທີ່ໂດດເດັ່ນເທົ່ານັ້ນ, ແຕ່ ຫົວໃຈສຳຄັນຄືຄວາມແຊບທີ່ທາງ ຮ້ານພິຖີພິຖັນໃສ່ໃຈໃນທຸກລາຍ ລະອຽດ ນັບຕັ້ງແຕ່ການຄັດເລືອກ ວັດຖຸດິບທີ່ສົດໃໝ່ ໄປຈົນເຖິງນ້ຳ ແຈ່ວລົດຊາດກົມກ່ອມທີ່ເຮັດສົດ ໃໝ່ທຸກມື້. ຖ້າທ່ານກໍາລັງຊອກຫາ ສະຖານທີ່ສຳລັບພົບປະສັງສັນທີ່ ໄດ້ທັງຮູບງາມ ແລະ ອີ່ມແຊບແບບ ຄຸ້ມຄ່າ ເຕີມບໍ່ອັ້ນ ກິນບໍ່ຈຳກັດເວລາ ສາຍກິນຕ້ອງຫ້າມພາດ ໃນລາຄາ ຜູ້ໃຫຍ່ພຽງແຕ່ 149.000 ກີບ ແລະ ເດັກນ້ອຍແມ່ນເກັບເຄິ່ງລາຄາ. ທ່ານນາງ ໄຊນ້າ ພັດສະດາພອນ ສົມຈັນມະວົງ, ທ່ານ ອານຸລັກ ສຸລິນ ພູມີ ແລະ ທ່ານ ຢູບັອດ ສຸລິນພູມີ ໃນນາມເຈົ້າຂອງກິດຈະການຮ້ານ ຢູບັອດ ບຸບເຟ້ ຊີ້ນດາດ ໄດ້ໃຫ້ຮູ້ ວ່າ: ຈຸດເລີ່ມຕົ້ນໃນການມາປະກອບ ອາຊີບນີ້ຍ້ອນດ້ວຍການທີ່ຄົນໃນ ຄອບຄົວພວກຂ້າພະເຈົ້າແມ່ນນິຍົມ ຊົມຊອບການຮັບປະທານຊີ້ນດາດ ເປັນປະຈຳຢູ່ແລ້ວ ແລະ ພິເສດຄົນ ໃນຄອບຄົວມີສີມືໃນການປຸງນ້ຳ ແຈ່ວຊີ້ນດາດທີ່ເປັນສູດສະເພາະ ພາຍໃນຄອບຄົວ ດ້ວຍຄວາມແຊບ ບໍ່ຊ້ຳແບບໃຜ, ຈຶ່ງປຶກສາຫາລືກັນ ເພື່ອສ້າງທຸລະກິດຄອບຄົວ ໂດຍ ໄດ້ພັດທະນາພື້ນທີ່ດິນຫວ່າງຂອງ ຄອບຄົວໃຫ້ກາຍເປັນຮ້ານ ຢູບັອດ ບຸບເຟ້ ຊີ້ນດາດ ຂຶ້ນມາ ທັງນີ້ກໍເພື່ອ ຢາກແບ່ງປັນຊີ້ນດາດແຊບໆ ແລະ ນ້ຳແຈວສູດເດັດໃຫ້ເພື່ອນມິດໃນ ສັງຄົມໄດ້ຮັບປະທານນຳກັນ ເຊິ່ງ ຮ້ານຂອງພວກເຮົາແມ່ນມີຄວາມ ໂດດເດັ່ນໃນດ້ານສະຖານທີ່ຈອດ ລົດທີ່ກວ້າງຂວາງ, ມີໂຊນສຳ ລັບແຄ້ມປິ້ງແບບກາງແຈ້ງ ແລະ ໂຊນຊີ້ນດາດແບບໃນຮົ່ມ ໄວ້ໃຫ້ ບໍລິການຕາມຄວາມຕ້ອງການຂອງ ລູກຄ້າໂດຍມີຈຳນວນໂຕະຮອງ ຮັບລູກຄ້າເຖິງ 50 ໂຕະ, ພາຍໃນ ຮ້ານມີການຕົກແຕ່ງທີ່ສວຍງາມ, ເປັນລະບຽບບວກກັບບັນຍາກາດທີ່ ເຢັນສະບາຍ, ມີວັດຖຸດິບທີ່ສົດໃໝ່ ຫລາຍລາຍການ ເຊັ່ນ: ຊີ້ນເສື້ອ ຮ້ອງໄຫ້, ໝູ 3 ຊັ້ນ, ສັນຄໍ ນົມໝູ, ຢໍ່ຂາວລູກຊີ້ນ ແລະ ອື່ນໆ; ອາຫານ ທະເລມີ ກຸ້ງຂາວ; ກຸ້ງໄຂ່, ກຸ້ງໄຊ ໃຫຍ່, ຫອຍແຄງ, ປາມຶກ ແລະ ມີນໍ້າ ແຈ່ວສູດເດັດທີ່ມີຄວາມແຊບຊ້ອຍ ໄວ້ຄອຍບໍລິການລູກຄ້າໃນເລືອກ ຮັບປະທານຕາມຄວາມຕ້ອງການ ຊ່ວຍໃຫ້ລູກຄ້າໄດ້ເກັບພາບແຫ່ງ ຄວາມຊົງຈຳອັນດີໃນການພົບປະ ສັງສັນໄວ້ເປັນທີ່ລະນຶກນຳດ້ວຍ. ແນວໃດກໍດີ, ເພື່ອຕອບສະໜອງ ໃຫ້ແກ່ຖານລູກຄ້າທີ່ນັບມື້ນັບເພີ່ມ ສູງຂຶ້ນ, ພວກຂ້າພະເຈົ້າແມ່ນມີແຜນ ຈະເພີ່ມລາຍການອາຫານ, ເພີ່ມ ກິດຈະກຳໃຫ້ມີຄວາມຫລາກຫລາຍ ເພື່ອສ້າງຄວາມປະທັບໃຈໃຫ້ກັບ ລູກຄ້າເຊັ່ນ: ເພີ່ມລາຍການປີ້ງຈີນ ສູດດັ້ງເດີມຕົ້ນຕຳລັບ ແບບປີ້ງສົດ ໃໝ່ ແລະ ມີອາຫານຕາມສັ່ງໃຫ້ ລູກຄ້າໄດ້ເລືອກຮັບປະທານທຸກມື້, ເພີ່ມວັດຖຸດິບສຳລັບຊີ້ນດາດເຊັ່ນ: ກຸ້ງທະເລ, ຫອຍທະເລ, ປູທະເລ ແລະ ວັດຖຸດິບອາຫານທະເລຕ່າງໆ ຄຽງຄູ່ໄປກັບການສ້າງໃຫ້ມີວົງດົນ ຕີເສບສົດ ເພື່ອເພີ່ມອາລົມແຫ່ງ ຄວາມສຸກໃນການຮັບປະທານອາ ຫານໃຫ້ກັບລູກຄ້າ ແລະ ພິເສດໃນ ອະນາຄົດອັນໃກ້ນີ້ທາງຮ້ານ ຢູບັອດ ບຸບເຟ້ ຊີ້ນດາດ ແມ່ນຈະພັດທະນາ ພື້ນທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ ທ່ອງທ່ຽວທີ່ມີທັງຮ້ານອາຫານ ແລະ ທີ່ພັກ ເພື່ອອຳນວຍຄວາມສະ ດວກໃຫ້ກັບລູກຄ້າ ພ້ອມທັງຈະມີ ບໍລິການຮັບຈັດງານລ້ຽງ, ງານສັງ ສັນຕ່າງໆນຳດ້ວຍ. ພ້ອມນັ້ນ, ພວກຂ້າພະເຈົ້າຍັງ ມີເຄັດລັບໃນການເຮັດທຸລະກິດໃຫ້ ສຳເລັດທີ່ຢາກແນະນຳຄື: “ຈົ່ງ ມີການວາງແຜນ, ມີໃຈຮັກ ແລະ ມີຄວາມສຸກໃນທຸລະກິດທີ່ຕົນເອງ ລົງມືເຮັດ, ນຳເອົາປະສົບການທີ່ ໄດ້ຮັບຈາກການດຳເນີນທຸລະກິດ ມາປັບປຸງພັດທະນາທຸລະກິດຂອງ ຕົນເອງ ເພື່ອກ້າວສູ່ໝາກຜົນແຫ່ງ ຄວາມສຳເລັດໃນອະນາຄົດ”. ຮ້ານ ຢູບັອດ ບຸບເຟ້ ຊີ້ນດາດ ເປີດບໍລິການລູກຄ້າທຸກໆມື້ ເລີ່ມເວ ລາ 18:00 ໂມງ-2:00 ໂມງເຊົ້າ, ສະຖານທີ່ຕັ້ງຢູ່ບ້ານນາແຮ່, ເມືອງ ສີໂຄດຕະບອງ, ນະຄອນຫລວງ ວຽງຈັນ, ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ເບີໂທ 020 5163 2898 020 2664 242. ແລະ ສິ່ງສຳຄັນອີກຢ່າງໜຶ່ງພະ ນັກງານພາຍໃນຮ້ານມີຄວາມຍິ້ມ ແຍ້ມແຈ່ມໃສບໍລິການແບບເປັນມື ອາຊີບສ້າງຄວາມປະທັບໃຈໃຫ້ກັບ ລູກຄ້າ, ພ້ອມນັ້ນພາຍໃນຮ້ານຍັງ ມີມູມຖ່າຍຮູບງາມໆຫລາຍຈຸດທີ່ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==