gsfdko{dkora fmtok xtgmf]k; ( 21/04/2026 ຂປລ. ແຫລ່ງຂ່າວຈາກເມືອງ ໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ທ່ານ ພັນຕີ ກິດຕິພັນ ພົມມາລາ ຮອງພະແນກຕຳຫລວດ ໄດ້ຕາງ ໜ້າໜ່ວຍງານຈະລາຈອນ ແລະ ມອດໄຟ ເມືອງໂຂງ ໄດ້ໃຫ້ສຳພາດ ໃນວັນທີ 20 ເມສາ 2026 ກ່ຽວກັບ ສະພາບອຸບັດເຫດ ໃນໄລຍະສະ ເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸບັດເຫດຢູ່ເມືອງ ໂຂງ ເກີດຂຶ້ນ 1 ລາຍ, ເສຍຊີວິດ 1 ຄົນ ຊຶ່ງເຫັນວ່າມີຕົວເລກຫລຸດລົງ ເມື່ອທຽບກັບປີຜ່ານມາ. ສາເຫດ ຕົ້ນຕໍແມ່ນມາຈາກຄວາມປະໝາດ ຂອງຜູ້ຂັບຂີ່ ເຊັ່ນ: ການດື່ມສິ່ງມຶນ ເມົາແລ້ວຂັບຂີ່, ການໃຊ້ຄວາມໄວ ເກີນກຳນົດ ແລະ ບໍ່ເຄົາລົບກົດຈະ ລາຈອນ ຊຶ່ງກຸ່ມທີ່ເກີດອຸບັດເຫດ ສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸ ຊາວໜຸ່ມ-ໄວໜຸ່ມ. ທ່ານ ພັນຕີ ກິດຕິພັນ ພົມມາລາ ຍັງໃຫ້ຮູ້ອີກວ່າ: ປັດໄຈທີ່ເຮັດໃຫ້ ອຸບັດເຫດຫລຸດລົງຄັ້ງນີ້ ແມ່ນຍ້ອນ ຄວາມເອົາໃຈໃສ່ຂອງພາກສ່ວນ w]ptlts]v'xu .\j ]k;g,n v'30' ,u v5 [a f8y gsfgdu f0B o 1 ]kp 37'dkoxa [x5 'd= j lh k'glA omk'c8j 8q ;g,n v'mj kc0d skfj kolkdq ookgrQ k 7n [|h k 11% ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ໂຄງການປັບປຸງ ກໍ່ສ້າງທາງຫລວງແຫ່ງຊາດ ເລກ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານ ,;o-q o-k;s];'rt[k' va 'g-u ovq 'rt[k' r5 fmtik;a o da [7n oxtfy y flt4komu j s= rt[k' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມ ໄຊ ຈັດກອງປະຊຸມວຽກງານການ ເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ໃນວັນທີ 20 ເມສາ 2026 ພາຍໃຕ້ ການເປັນປະທານຂອງ ສະຫາຍ ບຸນ ຄົງ ຫລ້າຈຽມພອນ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ມີກຳມະການ ປະຈຳພັກແຂວງ, ກຳມະການພັກ ແຂວງ, ຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກຮາກ ຖານ, ເລຂາ, ຮອງເລຂາພັກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ເ ຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ, ກອງປະ ຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງ ອົງຄະນະພັກແຂວງອຸດົມໄຊ ແລະ ນິຕິກຳອື່ນໆ ຕິດພັນກັບການເຄື່ອນ ໄຫວວຽກງານການເມືອງ-ແນວ ຄິດ ແລະ ສະຫລຸບຕີລາຄາຄືນ ໝາກຜົນແຫ່ງການນໍາພາຈັດຕັ້ງ ປະຕິບັດວຽກງານຕົວຈິງຢູ່ໃນ ຄວາມຮັບຜິດຊອບຂອງຕົນ ດ້ານ ຕັ້ງໜ້າ ແລະ ພົ້ນເດັ່ນ ຈະສືບຕໍ່ເສີມ ຂະຫຍາຍ, ຕ້ອງຕີລາຄາ, ວິເຄາະ, ວິໄຈບັນຫາທີ່ຍັງເປັນສິ່ງກົດໜ່ວງ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ພ້ອມກັນ ມີວິທີການປັບປຸງ, ແກ້ໄຂ ເພື່ອ ສາມາດຕອບສະໜອງກັບຄວາມ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ການຫົດ ສົງອົງພະບາງພຸດທະຣາວັນ ອົງ ພະທີ່ສັກສິດ ອັນເປັນທີ່ເຄົາລົບນົບ ໄຫວ້ຂອງປວງຊົນລາວທັງຊາດ ໃນ ໂອກາດບຸນຕຸດສົງການປີໃໝ່ລາວ ຈສ 1388 ໄດ້ສໍາເລັດຢ່າງເປັນ ທາງການ ໃນຕອນເຊົ້າຂອງວັນທີ 20 ເມສ 2026 ພາຍຫລັງທີ່ໄດ້ອັງ ເຊີນຈາກຫໍພະບາງ ໃນຫໍພິພິທະພັນ ແຫ່ງຊາດຫລວງພະບາງ ມາຫົດສົງ ຢູ່ວັດໃໝ່ ສຸວັນນະພູມມາຣາມ ນັບ ແຕ່ວັນທີ 17 ຜ່ານມາ. ພິທີອາຣາດຖະນາອົງພະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ ເລີ່ມຕົ້ນດ້ວຍພິທີທາງສາສະໜາ ໂດຍພະເຖລານຸເຖຣະ ນຳພາອອກ ຕົນຍາດໂຍມ ຊາວພຸດທະສາສະ ນິກະຊົນທີ່ເຂົ້າຮ່ວມ ກ່າວຄຳຄາ ລະວະ ແລະ ອາລາດຖະນາອົງພະ ບາງ ກັບຄືນສູ່ຫໍພະບາງ. ຈາກນັ້ນ, ໄດ້ອັງເຊີນອົງພະບາງຂຶ້ນປະທັບ ໃນຫວໍເທິງລາດສະລົດ ຫລື ບຸດສະ ບົກ ແລ້ວໄດ້ມີຂະບວນແຫ່ ຈາກ ວັດໃໝ່ສຸວັນນະພູມມາຣາມ ສູ່ຫໍ ພະບາງ ໃນຫໍພິພິທະພັນແຫ່ງຊາດ ຫລວງພະບາງ ຊຶ່ງຂະບວນແຫ່ ປະກອບມີ ຂະບວນທຸງ ຊາດ, ທຸງ ສາສະໜາ, ຂະບວນເສບດົນຕີ ພື້ນເມືອງ, ຂະບວນພາມມະນາ ຈານ, ຂະບວນເປົ່າຫອຍສັງ, ຂະ ບວນພະເຖຣະ 9 ອົງ, ຂະບວນ ກອງຄຸມ-ທຽນອາດ-ຣາດສະລົດ ພະບາງ, ຂະບວນພະເຖຣານຸເຖ ຣະ, v5 fq ,w- fegou odv'xt-5 ,;Pd'ko dkog,n v'{co;7y f mq j ;c0;' 7A 'mu II ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່. ໂອກາດນີ້, ສະຫາຍ ບຸນຄົງ ຫລ້າຈຽມພອນ ໄດ້ມີຄໍາເຫັນວ່າ: ວຽກງານເມືອງ-ແນວຄິດ ເວລາໃດ ກໍເປັນວຽກງານກົກ, ເປັນວຽກງານ ແຖວໜ້າ ແລະ ເປັນວຽກງານທີ່ ປະກອບສ່ວນສໍາຄັນເຂົ້າໃນໄຊ ຊະນະລວມ ໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ ແລະ ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຕະຫລອດໄລຍະຜ່ານ ມາ ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະບໍລິຫານງານພັກແຂວງ ໄດ້ຖືວຽກງານສຶກສາອົບຮົມ ການ ເມືອງ-ແນວຄິດ ເປັນວຽກງານສໍາ ຄັນ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານ ເປັນຕົ້ນ ການຫັນເອົາ ບັນດາແນວທາງນະໂຍບາຍ, ມະ ຕິ, ຄໍາສັ່ງຂອງພັກ, ມູນເຊື້ອຂອງ ຊາດ, ຂອງພັກ ແລະ ນິຕິກຳຕ່າງໆ ມາເຜີຍແຜ່ເຊື່ອມຊຶມດ້ວຍຫລາຍ ຮູບແບບ ແລະ ວິທີການຢ່າງຕໍ່ ເນື່ອງເຮັດໃຫ້ສະມາຊິກພັກ, ພະ ນັກງານ, ທະຫານ, ຕຳຫລວດ, ແລະ ປະຊາຊົນບັນດາເຜົ່າ ມີຄວາມ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງບໍລິຫານລັດ, ເປັນ ເຈົ້າການປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາ ແຂວງອຸດົມໄຊ, ເຮັດ ໃຫ້ແຂວງຮັບປະກັນສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ແກ້ໄຂດີຂຶ້ນ ເປັນກ້າວໆ. ພ້ອມກັນຄົ້ນຄວ້າ ບັນດາເນື້ອໃນເອກະສານທີ່ສໍາ ຄັນ ໂດຍສະເພາະສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດມະຕິ ກອງປະຊຸມວຽກງານການເມືອງແນວຄິດ ທົ່ວແຂວງ ໄລຍະ 5 ປີ(2021-2025) ແລະ ທິດທາງ ແຜນການ, ຄາດໝາຍສູ້ຊົນຮອດ ປີ 2030, ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໂຄສະນາ ອົບຮົມທົ່ວແຂວງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026, ສະຫລຸບວຽກງານຕິດຕາມ, ເກັບ ກຳສະພາບແນວຄິດ-ຫາງສຽງ ສັງຄົມ ທົ່ວແຂວງ 5 ປີ (20212025) ແລະ ປະຈຳປີ 2025; ເຜີຍແຜ່ບົດແນະນໍາຂອງຄະນະ ໂຄສະນາອົບຮົມສູນກາງພັກ ວ່າ ດ້ວຍການສ້າງເອກະລາດ ເປັນເຈົ້າ ຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ແລະ ອື່ນໆ. ຂ່າວ: ສຸວັນທອງ ປັນຍາຂັນ ນາເພົ້າ ແຂວງຄໍາມ່ວນ ມີຄວາມ ຍາວທັງໝົດ 147,5 ກິໂລແມັດ ໄດ້ເລີ່ມລົງນາມເຊັນສັນຍາການ ຮັບເໝົາກໍ່ສ້າງ ໃນເດືອນພຶດສະພາ 2025, ມີໄລຍະການປັບປຸງກໍ່ສ້າງ 30 ເດືອນ, ມາຮອດປັດຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າ 11%. ຂໍມູນດັ່ງກ່າວ ໄດ້ຮັບການລາຍ ງານ ໃນໂອກາດທີ່ ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະ ກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ, ພະ ແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ລົງຕິດຕາມຄວາມຄືບໜ້າໂຄງ ການປັບປຸງກໍ່ສ້າງເສັ້ນທາງຫລວງ ແຫ່ງຊາດ ເລກທີ 12 ແລະ ຕິດຕາມ ການແກ້ໄຂບັນຫາການສັນຈອນລົດ ບັນທຸກໃນທາງຂຶ້ນຫາດ່ານຊ່ວງ ຈຸດສຸມຫລັງຄັງ ຫາ ດ່ານນາເພົ້າ ໃນວັນທີ 19 ເມສາ 2026 ຊຶ່ງ ໂຄງການໂຄງການປັບປຸງກໍ່ສ້າງ ທາງຫລວງແຫ່ງຊາດ ເລກ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານ ນາເພົ້າ ແຂວງຄໍາມ່ວນ ແມ່ນນໍາ ໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການ ເນດ້າ (NEDA) ຣາຊະອານາຈັກໄທ, ໃນວົງເງິນ ທັງໝົດ 1.833 ລ້ານກວ່າບາດ (ສະກຸນເງິນໄທ). ໃນນີ້, ເງິນກູ້ຢືມ 1.742 ລ້ານກວ່າບາດ ເທົ່າກັບ 95,03% ແລະ ເງິນຊ່ວຍເຫລືອ ລ້າ 91 ລ້ານກວ່າບາດ ເທົ່າກັບ 4,97%. ພາຍຫລັງໂຄງການດັ່ງກ່າວສໍາ ເລັດ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດ ໃຫ້ການຂົນສົ່ງຂອງແຂວງ ກໍຄືພາກ ພື້ນມີຄວາມສະດວກ, ໂລ່ງລ່ຽນ, ສາມາດດຶງດູດນັກທ່ອງທ່ຽວ ແລະ ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດ ຂອງບັນດາເມືອງຕາມແລວທາງ ມີການຂະຫຍາຍຕົວເພີ່ມຂຶ້ນ. ຂະບວນການນຳ ນຳໂດຍ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາ ປະຊາຊົນແຂວງຫລວງພະບາງ, ພ້ອມດ້ວຍຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນມີເອກະລັກ ແບບດັ້ງເດີມ ຮັກສາໄດ້ມູນເຊື້ອ ທາງດ້ານວັດທະນະທຳອັນດີງາມ ຂອງຊາວນະຄອນຫລວງພະບາງ ທີ່ເຄີຍປະຕິບັດກັນມາຫລາຍເຊັ່ນ ຄົນ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ ແກ່ຜູ້ທີ່ໄດ້ເຂົ້າຮ່ວມງານເປັນຢ່າງ ດີ, ທຸກຄົນຕ່າງກໍມີຄວາມເບີກບານ ມ່ວນຊື່ນ, ເມື່ອເຖີງຫໍພະບາງ ໄດ້ ອັງເຊີນອົງພະບາງຂຶ້ນແທ່ນປະທັບ ໃນຫໍ ແລະ ກ່າວຄຳຄາລະວະອົງ ພະບາງ ຖືວ່າຈົບພິທີ. ກິດຈະກຳ ການຫົດສົງພະບາງພຸດທະຣາວັນ ແມ່ນກິດຈະກຳສຸດທ້າຍໃນການ ສະເຫລີມສະຫລອງບຸນປີໃໝ່ລາວ ທີ່ນະຄອນຫລວງພະບາງ, ແຕ່ ຈະມີການສືບຕໍ່ອັງເຊີນພະພຸດທະ ຮູບລົງຫົດສົງຢູ່ແຕ່ລະວັດ, ທັງຈະ ມີການສືບຕໍ່ການບາສີ ຢູ່ສຳນັກ ງານ-ອົງການ, ບ້ານ, ຄອບຄົວ ໄປ ອີກໄລຍະໜຶ່ງຕື່ມອີກ. ນອກຈາກນີ້, ຈະມີພິທີອັງເຊີນພະເຈົ້າມ່ານ ອົງ ພະທີ່ສັກສິດອີກ 1 ອົງ ລົງຫົດສົງ ຢູ່ວັດຊຽງທອງ ໃນວັນທີ 22-26 ເມສາ 2026. ກ່ຽວຂ້ອງ ທີ່ໄດ້ວາງມາດຕະການ ຢ່າງເຂັ້ມງວດ ເປັນຕົ້ນ ການນຳ ເອົາກົດລະບຽບຈະລາຈອນ ແລະ ແຈ້ງການຕ່າງໆ ຂອງຂັ້ນເທິງ ມາເຜີຍແຜ່ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ຢ່າງກວ້າງຂວາງ; ໄດ້ຕັ້ງຈຸດກວດ ກາ ແລະ ປ້ອມຍາມຕາມຈຸດສ່ຽງ ເພື່ອໂຄສະນາສຶກສາອົບຮົມ ແລະ ກ່າວເຕືອນຜູ້ຂັບຂີ່; ມີການປະສານ ສົມທົບຢ່າງກົມກຽວລະຫວ່າງ ປກສ ກຸ່ມ ແລະ ອຳນາດການປົກ ຄອງບ້ານ ໃນການປຸກລະດົມໃຫ້ ພໍ່ແມ່ປະຊາຊົນ ຊ່ວຍເປັນຫູເປັນຕາ ແລະ ຕັກເຕືອນລູກຫລານໃຫ້ມີສະຕິ ໃນການເດີນທາງ. ຂ່າວ: ພຸດທະສິນ ພາບ: ໜ່ວຍງານຈະລາຈອນ
RkJQdWJsaXNoZXIy MTc3MTYxMQ==