xtgmf]k; 6 21/04/2025 glf4tdy f{la '7q , ອ່ານຕໍ່ສ¤ັໜ້າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d co;mk'ot3p[kp0v'ra d c]t ]a f muj gxa orN o4ko.sh cdj dkora fmtok ໂດຍ : ພຸດທະສອນ ເວດສະວົງ ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ -u ;y f{;a fmtotme ຂປລ. ພັກ-ລັດຖະບານ ຍາມໃດ ກໍໃຫ້ຄວາມສໍາຄັນຕໍ່ກັບວຽກງານ ວັດທະນະທໍາ ໂດຍຖືເອົາວຽກງານ ວັດທະນະທໍາ ເປັນຂະແໜງໜຶ່ງທີ່ ສໍາຄັນ ແລະ ຈໍາເປັນພື້ນຖານຂອງ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນມະຕິກອງປະຊຸມຄົບ ຄະນະຄັ້ງທີ 9 ສະໄໝທີ V ກໍໄດ້ຍົກ ສູງຄວາມສໍາຄັນ ແລະ ຈຸດໝາຍ ຂອງວຽກງານວັດທະນະທໍາໄລຍະ ໃໝ່ ໃນ 3 ດ້ານຄື: “1) ວັດທະ ນະທໍາ ເປັນພື້ນຖານແຫ່ງການຍືນ ຍົງຄົງຕົວ ຂອງຊາດ, ທີ່ພາໃຫ້ຄົນ ທັງຊາດມີຄວາມເປັນອັນໜຶ່ງອັນ ຂປລ. ແຂວງໄຊສົມບູນ ຕັ້ງ ຢູ່ພາກກາງຂອງລາວ ເປັນອີກ ແຂວງໜຶ່ງທີ່ມີຄວາມໂດດເດັ່ນໄປ ດ້ວຍທໍາມະຊາດພູສູງສະຫລັບຊັບ ຊ້ອນ, ມິີອາກາດເຢັນຕະຫລອດປີ ຈຶ່ງເຮັດໃຫ້ແຂວງໄຊສົມບູນ ເປັນ ອີກໜຶ່ງຈຸດໝາຍປາຍທາງຂອງນັກ ທ່ອງທ່ຽວ ທີ່ຫລັງໄຫລມາທ່ຽວຊົມ 3I'cI, mu 3mgopvy o c0;'w-lq ,[6 o rh v,8h voIa [oa dmj v'mj P; ສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງ ແຂວງນັ້ນຄື: ພູຫົວໂລ້ນ, ຈຸດຊົມ ທິວທັດທະເລໝອກ, ພ້ອມນັ້ນຍັງ ໄດ້ສໍາຜັດກັບວິຖີການດໍາລົງຊີວິດ ຂອງປະຊາຊົນເຂດດັ່ງກ່າວ ແລະ ອື່ນໆອີກຫລາກຫລາຍ ເຊິ່ງແຕ່ລະ ບ່ອນລ້ວນແຕ່ມີຄວາມສວຍງາມ ແລະ ໜ້າໄປທ່ອງທ່ຽວ. ແນວໃດກໍ ດີ, ເມື່ອໄດ້ໄປຢ້ຽມຢາມແຂວງໄຊ ສົມບູນແລ້ວ ອີກໜຶ່ງສິ່ງທີ່ບໍ່ຄວນ ພາດນັ້ນກໍຕ້ອງແມ່ນສະຖານທີ່ ພັກເຊົາທີ່ມີບັນຍາກາດດີ, ທິວທັດ ງາມ, ອາຫານແຊບໆ. ສະນັ້ນ, ມື້ ນີ້ ຄໍລໍາ “ສົ່ງເສີມທຸລະກິດ” ຈະ ມາແນະນຳໂຮງແຮມເປີດໃໝ່ຢູ່ ແຂວງໄຊສົມບູນ ກໍຄື ໂຮງແຮມ ທີ ໂທເນຍອິນ ຕັ້ງຢູ່ບ້ານພູຫົວຊ້າງ, ເມືອງອະນຸວົງ ເປັນໂຮງແຮມທີ່ ໄດ້ມາດຕະຖານຂອງສາກົນ, ເປັນ ອາຄານ 3 ຊັ້ນ, ມີ 19 ຫ້ອງນອນ, 1 ຫ້ອງຮັບແຂກ, 1 ຫ້ອງອາຫານ ແລະ ຫ້ອງຄົວ ພິເສດຊັ້ນ 3 ເປັນຊັ້ນ ດາດຟ້າຊົມທິວທັດອັນອຸດົມສົມບູນ ຂອງແຂວງ. ທ່ານ ສິນສະໜອງສັກ ຈັນທະ ສົມບັດ ໄດ້ໃຫ້ຮູ້ວ່າ: ໂຮງແຮມທີໂທ ເນຍອິນ ແມ່ນໄດ້ອອກແບບໃຫ້ໄດ້ ມາດຕະຖານຂອງສາກົນ, ເປັນອາ ຄານ 3 ຊັ້ນ, ມີ 19 ຫ້ອງນອນ, 1 ຫ້ອງຮັບແຂກ,1ຫ້ອງອາຫານແລະ ຫ້ອງຄົວ ພິເສດຊັ້ນ 3 ເປັນຊັ້ນດາດ ຟ້າຊົມທິວທັດອັນອຸດົມສົມບູນຂອງ ແຂວງ, ເລີ່ມລົງມືກໍ່ສ້າງມາແຕ່ ເດືອນພະຈິກ ປີ 2023 ແລະ ສຳ ເລັດໃນເດືອນມັງກອນ ປີ 2026, ມູນຄ່າໃນການກໍ່ສ້າງທັງໝົດ 8 ຕື້ກີບ ເພື່ອເປັນການປະກອບສ່ວນ ຢ່າງຕັ້ງໜ້າ ຕໍ່ການພັດທະນາຂະ ແໜງການທ່ອງທ່ຽວຂອງແຂວງ, ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງແຂກທັງພາຍ ໃນແລະ ຕ່າງປະເທດ ໃຫ້ມີບ່ອນພັກ ເຊົາ ທີ່ສະດວກສະບາຍ, ປອດໄພ, ວ່ອງໄວທັນໃຈ ຕາມມາດຕະຖານ ຂອງໂຮງແຮມ, ນອກນີ້ ຍັງເປັນ ການສ້າງວຽກເຮັດງານທໍາໃຫ້ປະ ຊາຊົນບັນດາເຜົ່າພາຍໃນແຂວງ, ທັງເປັນການໃຫ້ຜູ້ຮຽນຮູ້ດ້ານການ ທ່ອງທ່ຽວ-ໂຮງແຮມ ນໍາໃຊ້ຄວາມ ຮູ້ໃນການບໍລິການ, ຄວາມສາມາດ ເຂົ້າໃນວຽກຕົວຈິງ ເພື່ອພັດທະນາ ສີມືແຮງງານຂຶ້ນເລື້ອຍໆ, ພ້ອມນັ້ນ ຍັງເປັນການສ້າງສາພັດທະນາ ເສດຖະກິດຂອງຄອບຄົວ ໃຫ້ມີລາຍ ຮັບທີ່ໝັ້ນຄົງ ແລະ ສາມາດເປັນທຶນ ຮອນ ເພື່ອສືບຕໍ່ໜູນໃຊ້ເຂົ້າໃນການ ດໍາເນີນທຸລະກິດໃນຕໍ່ໜ້າຕື່ມອີກ. ດຽວ, ສາມັກຄີເປັນປຶກແຜ່ນເພື່ອ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ; 2) ວັດທະນະທໍາ ເປັນ ກໍາລັງດັນໃຫ້ສັງຄົມຂະຫຍາຍຕົວ, ສ້າງຄວາມທະນົງໃຈ, ຊຸກຍູ້ປຸກລະ ດົມຈິດໃຈໃຫ້ຄົນໃນຊາດມີຄວາມ ພະຍາຍາມບຸກບືນສູ້ຊົນ, ຮັກສາ ວັດທະນະທໍາ ແລະ ເພີ່ມພູນຄູນ ສ້າງຄຸນຄ່າຂອງວັດທະນະທໍາແຫ່ງ ຊາດ ໃຫ້ເພີ່ມທະວີຂຶ້ນ ບໍ່ນ້ອຍໜ້າ ກວ່າຊາດອື່ນ; 3) ວັດທະນະທໍາ ແມ່ນຈຸດໝາຍຂອງການພັດທະ ນາສັງຄົມ ໃຫ້ມີໜ້າທີ່ ແລະ ຄວາມ ຮັບຜິດຊອບໃນການປົກຮັກສາ, ກໍ່ສ້າງ ແລະ ເສີມຂະຫຍາຍເຮັດ ໃຫ້ການພັດທະນາຄົນທາງດ້ານ ຈິດໃຈກໍຄືດ້ານວັດທະນະທໍາ ດໍາ ເນີນໄປຢ່າງສົມຄູ່ກັບການພັດທະ ນາເສດຖະກິດ ແລະ ການພັດທະ ນາດ້ານອື່ນໆ. ດັ່ງຄໍາເວົ້າຂອງ ທ່ານ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ວັດທະນະທໍາ ຕ້ອງ ຫັນໄປຮັບໃຊ້ການດັດສ້າງ ແລະ ກໍ່ສ້າງເສດຖະກິດຢ່າງແຂງແຮງ. ຕໍ່ມາ ໃນປີ 2021 ກົມການເມືອງ ສູນກາງພັກ ກໍໄດ້ເອົາໃຈໃສ່ໃນ ການຍົກສູງວຽກງານວັດທະນະ ທໍາໂດຍອອກມະຕິວ່າດ້ວຍ ການ ເພີ່ມທະວີການນໍາພາຂອງພັກຕໍ່ ວຽກງານວັດທະນະທໍາໃນໄລຍະ ໃໝ່, ໂດຍເນັ້ນໜັກໃສ່ການຊຸກຍູ້, ສົ່ງເສີມ, ຟື້ນຟູ, ອະນຸລັກ, ພັດທະ ນາ, ສືບທອດ ແລະ ເສີມຂະຫຍາຍ ມູນເຊື້ອ ແລະ ຄຸນຄ່າມໍລະດົກວັດ ທະນະທໍາທີ່ເປັນເອກະລັກຂອງ ຊາດໃຫ້ຍືນຍົງ; ສົ່ງເສີມການປະ ດິດສ້າງດ້ານວັດທະນະທໍາ ເຂົ້າໃນ ການສ້າງຜະລິດຕະພັນວັດທະນະ ທໍາໃຫ້ມີຄວາມອຸດົມຮັ່ງມີ, ຫລາຍ ຮູບຫລາຍສີ ແລະ ມີຄຸນນະພາບ ເພື່ອຊຸກຍູ້ສົ່ງເສີມການພັດທະນາ ອຸດສາຫະກໍາທາງດ້ານວັດທະນະ ທໍາ ໃຫ້ກາຍເປັນທ່າແຮງດຶງດູດນັກ ທ່ອງທ່ຽວ ແລະ ສ້າງຖານລາຍຮັບ ດ້ານການທ່ອງທ່ຽວໃຫ້ຫລາຍຂຶ້ນ. ລັດໄດ້ອອກກົດໝາຍ ແລະ ນິຕິ ກໍາຕ່າງໆ ເພື່ອເປັນບ່ອນອີງໃນ ການຄຸ້ມຄອງ ແລະ ສົ່ງເສີມຂົງ ເຂດ ວັດທະນະທໍາ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍມໍລະດົກແຫ່ງ ຊາດ ສະບັບທໍາອິດໄດ້ສ້າງຂຶ້ນໃນປີ 2013 ແລະ ໄດ້ມີການປັບປຸງໃນ ປີ 2021, ໂດຍມີຈຸດປະສົງແມ່ນ ເພື່ອກໍານົດຫລັກການ, ລະບຽບ ການ ແລະ ມາດຕະການ ໃນການ ຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ເພື່ອຮັກສາຄຸນຄ່າຂອງມໍລະດົກ ແຫ່ງຊາດທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ແນໃສ່ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ມໍລະດົກແຫ່ງຊາດທາງ ດ້ານວັດທະນະທໍາໃນຂອບເຂດທົ່ວ ປະເທດ ໄດ້ຮັບການຄຸ້ມຄອງດ້ວຍ ການຂຶ້ນທະບຽນ ແລະ ການແບ່ງ ຂັ້ນຄຸ້ມຄອງລະຫວ່າງສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວ ຂ້ອງ ໂດຍຈັດເປັນ 4 ລະດັບຄື: ລະ ດັບທ້ອງຖິ່ນ, ລະດັບຊາດ, ລະດັບ ພາກພື້ນ ແລະ ລະດັບໂລກ ເຊິ່ງມີ ລະບຽບການສະເພາະກ່ຽວກັບ ເງື່ອນໄຂ, ມາດຕະຖານ ແລະ ຂັ້ນ ຕອນການຈັດລະດັບ. ນອກຈາກ ນັ້ນ, ເພື່ອຮັບປະກັນໃຫ້ແກ່ການ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຄື: ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ ຖືກມອບໝາຍເປັນຜູ້ຮັບຜິດຊອບ ໂດຍກົງ ແລະ ເປັນໃຈກາງປະສານ ສົມທົບກັບຂະແໜງການອື່ນໆ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ. ຄຽງຄູ່ກັນນີ້, ຍັງມີຄະນະ ກໍາມະການຄຸ້ມຄອງມໍລະດົກແຫ່ງ ຊາດ ໂດຍມີລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນປະທານ, ຮອງລັດຖະມົນຕີ ກະຊວງ ວັດທະນະທໍາ ແລະ ການ ທ່ອງທ່ຽວ ເປັນຮອງປະທານ ແລະ ເປັນຜູ້ປະຈໍາການ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດເປັນ ຮອງປະທານ ແລະ ບັນດາຮອງລັດ ຖະມົນຕີກະຊວງອື່ນໆ ເປັນກໍາມະ ການ, ມີກອງທຶນມໍລະດົກແຫ່ງ ຊາດ ສ້າງຂຶ້ນເພື່ອຮັບປະກັນໃຫ້ແກ່ ການເຄື່ອນໄຫວວຽກງານມໍລະດົກ ແຫ່ງຊາດເປັນຕົ້ນ ແມ່ນການຄຸ້ມ ຄອງ, ການປົກປັກຮັກສາ, ອະນຸ ລັກບູລະນະສ້ອມແປງ ແລະ ປະຕິ ສັງຂອນມໍລະດົກແຫ່ງຊາດໃຫ້ຍືນ ຍົງ ແລະ ພັດທະນາ. ນອກຈາກນີ້, ກົດໝາຍການທ່ອງທ່ຽວ ສະບັບ ປັບປຸງ ປີ 2024 ກໍໄດ້ກໍານົດແຈ້ງ ກ່ຽວກັບນະໂຍບາຍຕໍ່ການໝູນໃຊ້ ທ່າແຮງທາງດ້ານວັດທະນະທໍາ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ມີ ຫລາຍສີສັນທີ່ປະທັບໃຈ, ຢາກມາ ທ່ອງທ່ຽວ ແລະ ກາຍເປັນສະຖານ ທີ່ທ່ອງທ່ຽວຕາມທິດສີຂຽວ, ຍືນ ຍົງ ແລະ ກາຍເປັນອຸດສາຫະກໍາ ທ່ອງທ່ຽວທີ່ທັນສະໄໝ, ທັງໝົດ ນີ້ກໍເພື່ອເປັນທ່າແຮງໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ໂດຍ ສະເພາະແມ່ນການສົ່ງເສີມການພັດ ທະນາແບບຍືນຍົງ, ການອະນຸລັກ ມໍລະດົກທາງດ້ານວັດທະນະທໍາ, ພູມປັນຍາທ້ອງຖິ່ນ ແລະ ຫັດຖະກໍາ.
RkJQdWJsaXNoZXIy MTc3MTYxMQ==