gsfdko{dkora fmtok a xtgmf]k; ( 13/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເພື່ອເປັນການ ຮັກສາຄວາມເປັນລະບຽບຮຽບ ຮ້ອຍ ໃນການຫ້າງຫາກະກຽມການ ຫລິ້ນບຸນປີໃໝ່ລາວ ພສ 2569 ທີ່ ຈະມາເຖິງນີ້, ພະແນກຕໍາຫລວດ ຈະລາຈອນ ປກສ ແຂວງຄໍາມ່ວນ ໄດ້ສ້າງແຜນກະກຽມປ້ອງກັນໃນ ງານດັ່ງກ່າວ ເປັນຕົ້ນເຮັດໜ້າທີ່ປະ ຈໍາການຄອຍເຝົ້າລະວັງເຫດການ ຕະຫລອດ 24 ຊົ່ວໂມງ ພ້ອມທັງ ອອກເຄື່ອນໄຫວກວດກາຕາມເສັ້ນ ທາງຫລວງແຫ່ງຊາດເລກທີ 12 ແລະ ເລກທີ 13. ພ້ອມນີ້, ກຳລັງ ຕໍາຫລວດຈະລາຈອນ ປກສ ແຂວງ ຍັງໄດ້ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນ ປກສ ເມືອງ 10 ຕົວເມືອງ ໄດ້ພ້ອມກັນຈັດຕັ້ງ ປະຕິບັດຕາມກົດລະບຽບຈະລາ ຈອນທາງບົກ ກໍຄືດໍາລັດ 568 ຂອງທ່ານນາຍົກລັດຖະມົນຕີໄດ້ ກໍານົດໄວ້ ທັງນີ້ກໍເພື່ອເຮັດໃຫ້ການ ສະເຫລີມສະຫລອງບຸນປີໃໝ່ໃນປີ ນີ້ ມີຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພທົ່ວສັງຄົມ, ທ່ານ ພັທ ແກ້ວມະນີ ຈິດຕະນະ ພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ໃຫ້ສໍາ ພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 10 ເມສາ 2026 ຜ່ານມາວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ ຮັບໝາກຜົນຄືດັ່ງກ່າວນັ້ນ ໂດຍໄດ້ ອີງໃສ່ຄໍາແນະນໍາຂອງກົມໃຫຍ່ຕໍາ ຫລວດຈະລາຈອນ ກະຊວງປ້ອງ ກັນຄວາມສະຫງົບ, ອີງຕາມແຜນ ປ້ອງກັນຄວາມສະຫງົບຂອງກອງ ບັນຊາການ ປກສ ແຂວງ ກໍຄືຫ້ອງ ຕໍາຫລວດຂອງ ປກສ ແຂວງ ເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ ທັງນີ້ກໍເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂການ ສັນຈອນໄປ-ມາຂອງພໍ່ແມ່ປະຊາ ຊົນໃນໄລຍະປີໃໝ່ລາວນີ້ຫລີກລ້ຽງ xdl c0;'7e,j ;o dP,rh v, Ia [.-h la '7q ,.ow]pt[5 oxu .\j ]k; cs]j 'mj v'mj P;cdh 'gln vg8A o gxa ovu d|b j ' mk'g]n vd.odkomj v'mj P;.ogmltdkoxu .\j ]k; ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ແກ້ງເສືອເຕັ້ນ ຫີນລາດຄໍາ ບ້ານບຶງໄຊ ເມືອງ ແລະ ແຂວງສາລະວັນ ໜຶ່ງທາງ ເລືອກໃນການທ່ອງທ່ຽວ ເພື່ອ ພັກຜ່ອນ, ຊົມທີວທັດທໍາມະຊາດ ທີ່ ອຸດົມສົມບູນ ແລະ ຫລິ້ນນ້ຳ ເນື່ອງ ໃນໂອກາດເທສະການບຸນປີໃໝ່ລາວ ພສ 2569 ຊຶ່ງແຫລງທ່ອງທ່ຽວ ດັ່ງກ່າວ ເປັນແກ້ງຫີນທຳມະຊາດ ທີ່ສວຍງາມ, ມີຄວາມອຸດົມສົມບູນ, ສາຍນ້ຳໄຫລຜ່ານ, ອາກາດບໍລິສຸດ ດີ, ຫ່າງຈາກເທສະບານເມືອງ ສາລະວັນ ປະມານ 23 ກິໂລແມັດ ແລະ ຫ່າງຈາກເສັ້ນທາງ 15 ສາລະ ວັນ-ນາປົ່ງ ພຽງແຕ່ 1 ກິໂລແມັດ ເທົ່ານັ້ນ. ພ້ອມນີ້, ມີເສັ້ນທາງ ເຂົ້າເຖິງສະດວກສະບາຍ. ແຫລ່ງທ່ອງທ່ຽວແກ້ງເສືອເຕັ້ນ ແມ່ນອໍານາດການປົກຄອງບ້ານ ຮ່ວມກັບຄະນະສົງພາຍໃນວັດປ່າ ແກ້ງເສືອເຕັ້ນ ແລະ ປະຊາຊົນພາຍ ໃນບ້ານບຶງໄຊ ໄດ້ຮ່ວມກັນປັບປຸງ, g,n v'g'o sk]n dkocdh w0[a oskoE,a og-N vw2 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງ ປະຖົມມະລືກ ຂອງສະພາປະຊາຊົນ ແຂວງເຊກອງ (ສພຂ) ຊຸດທີ V ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບ ງາມ ໃນວັນທີ 9 ເມສາ 2026 ທີ່ ສະໂມສອນສະພາປະຊາຊົນແຂວງ ຊຶ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງເອົາການ ເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດລັດຂັ້ນ ທ້ອງຖິ່ນ ເພື່ອແນໃສ່ສືບຕໍ່ບູລະນະ ລະບົບອໍານາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ, ຍູ້ ແຮງການຜັນຂະຫຍາຍ ແລະ ການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ XI ຂອງອົງຄະນະ ພັກແຂວງ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030) ໃຫ້ ມີຜົນສໍາເລັດ ແລະ ເກີດເປັນຮູບປະ ທໍາຕົວຈິງ. ທ່ານ ບຸນຫລາຍ ບຸດທິ ກໍາມະ ການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊກອງ ໄດ້ກ່າວວ່າ: ຜົນສໍາເລັດ ກອງປະຊຸມໃນຄັ້ງນີ້, ຖືເປັນໝາກ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ຄະນະສະເພາະ ກິດເມືອງເງິນ ແຂວງໄຊຍະບູລີ ປຶກ ສາຫາລື ເພື່ອຊອກຫາທາງອອກ ແກ້ໄຂບັນຫານໍ້າມັນເຊື້ອໄຟ ຢູ່ ພາຍໃນເມືອງ ໃນວັນທີ 10 ເມສາ 2026 ທີ່ຫ້ອງວ່າການເມືອງເງິນ ໂດຍການເປັນປະທານຂອງທ່ານ ອຸ່ນຄຳ ອຸບົນສັກ ຮອງປະທານຄະ ນະກໍາມະການປົກຄອງ ເມືອງເງິນ, ມີຄະນະສະເພາະກິດຂັ້ນເມືອງ ເຂົ້າຮ່ວມ. ທ່ານ ຄອນສະຫວັນ ຟອງປະດິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງເງິນ ໄດ້ຜ່ານ ຂໍ້ຕົກລົງ ຄະນະກໍາມະການປົກຄອງ ເມືອງເງິນ ສະບັບເລກທີ211/ຄປມ ລົງວັນທີ 23 ມີນາ 2026 ວ່າ ດ້ວຍການແຕ່ງຕັ້ງຄະນະສະເພາະ ກິດ ແກ້ໄຂບັນຫານໍ້າມັນເຊື້ອໄຟ ຢູ່ພາຍໃນເມືອງເງິນ. ພ້ອມທັງ ຮ່ວມກັນປຶກສາຫາລື ເປັນຕົ້ນ ການກຳນົດແຜນວຽກປະຈຳວັນ, ປະຈຳອາທິດ, ປະຈຳເດືອນ ແລະ ແຜນການປະຈຳໄຕມາດ ເພື່ອຮັບ ປະກັນການສະໜອງນໍ້າມັນໃຫ້ dv'xt-5 ,7A 'xt4q ,,t]n d0v'ltrkxt-k-q o c0;'g-dv' xy f]q 'fh ;pzq oleg]a fva o9q ['k, ຜົນແຫ່ງການເສີມຂະຫຍາຍສະຕິ ປັນຍາລວມໝູ່, ຄວາມຮັບຜິດຊອບ ການເມືອງ ຂອງສະມາຊິກສະພາ ປະຊາຊົນແຂວງ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາເນື້ອ ໃນສໍາຄັນຂອງທ້ອງຖິ່ນ ເປັນ ຕົ້ນ ຮັບຮອງເອົາການເລືອກຕັ້ງ ປະທານ, ຮອງປະທານ, ກໍາມະ ການຄະນະປະຈໍາ, ປະທານຄະນະ ກຳມະການ ແລະ ຫົວໜ້າຫ້ອງວ່າ ການສະພາປະຊາຊົນແຂວງ ຊຸດ ທີ V ຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030); ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການ ກວດກາລັດແຂວງ; ແຜນການ ເຄື່ອນໄຫວວຽກງານ 5 ປີ (20262030) ຂອງສານປະຊາຊົນ ແຂວງ; ແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນ ແຂວງ; ແຜນເຄື່ອນໄຫວວຽກງານ 5 ປີ (2026-2030), ແຜນການ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາ ປະຊາຊົນແຂວງ ຊຸດທີ V. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານ ຂອງຄະນະ ກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໂດຍໄດ້ຍົກໃຫ້ ເຫັນຜົນສໍາເລັດການຈັດຕັ້ງຜັນ ຂະຫຍາຍມະຕິກົມການເມືອງສູນ ການພັກ ວ່າດ້ວຍການເພີ່ມທະວີ ການນໍາພາ-ຊີ້ນໍາ ຂອງອົງຄະນະ ພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ທັງໝົດນີ້, ຖືເປັນບາດກ້າວສໍາ ຄັນ ໃນການສືບຕໍ່ບູລະນະລະບົບ ອຳນາດລັດປະຊາທິປະໄຕປະຊາຊົນ ແລະ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ XI ຂອງ ອົງຄະນະພັກແຂວງເຊກອງ ເຂົ້າ ສູ່ວຽກງານຕົວຈິງ ຂອງຂະແໜງ ການຕ່າງໆໃຫ້ມີຜົນສໍາເລັດ ເພື່ອ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາແຂວງເຊ ກອງໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ສັນຍາ ພັດທະນາ ມາເກືອບໄລຍະ 1 ເດືອນ ຊຶ່ງປັດຈຸບັນ, ແຫລ່ງທ່ອງທ່ຽວຈຸດ ດັ່ງກ່າວ ແມ່ນມີຄວາມພ້ອມໃຫ້ ການນັກທ່ອງທ່ຽວ ໃນໄລຍະບຸນ ປີໃໝ່ລາວ ພສ 2569 ທີ່ຈະມາເຖິງ ນີ້ ໂດຍເປີດບໍລິການທ່ອງທ່ຽວ ໃນຮູບແບບອະນຸລັກ, ຊຸມຊົນມີ ສ່ວນຮ່ວມ ໂດຍອາໄສແຫລ່ງນໍ້າວັງ ສະຫງວນຂອງບ້ານ ເປັນທ່າແຮງ ສໍາຄັນ ພ້ອມທັງສ້າງສິ່ງອຳ ນວຍ ຄວາມສະດວກຕ່າງໆ ໃຫ້ແກ່ຜູ້ມາ ທ່ຽວຊົມ ເປັນຕົ້ນ ຂົວຂ້າມນ້ຳ, ມີ ຕູບ ທີ່ເຮັດດ້ວຍວັດສະດຸທຳມະ ຊາດກົມກືນ ແລະ ເປັນມິດກັບ ສະພາບແວດລ້ອມໄວ້ຄ່ອຍບໍລິການ, ເໝາະແກ່ການພັກຜ່ອນ, ນັ່ງຫລິ້ນ, ກິນເຂົ້າ ແລະ ແຊ່ນ້ຳຄາຍຮ້ອນ. ສໍາລັບກິດຈະກຳໃນການທ່ອງ ທ່ຽວຢູ່ແກ້ງເສືອເຕັ້ນ ເປັນກິດຈະກຳ ຕິດພັນກັບການອະນຸລັກຮັກສາ ສິ່ງແວດລ້ອມ ເປັນຕົ້ນ ເກືອປາ ໃນເຂດວັງສະຫງວນ, ຂີ່ເຮືອ ແລະ ລ່ອງແພ ຊົມທຳມະຊາດ, ຂີ່ ກົງເບັງ, ຊ່ວງເຮືອສະເພາະຄຸ້ມ ບ້ານ ແລະ ມີການບໍລິການປະເພດ ເຄື່ອງດື່ມ, ອາຫານ ໂດຍແມ່ນພໍ່ຄ້າ ຊາວຂາຍພາຍໃນບ້ານ ເປັນຜູ້ໃຫ້ ບໍລິການ. ນອກຈາກນັ້ນ, ຍັງໄດ້ ຈັດສັນສະຖານທີ່ໃນການຫລິ້ນ ນ້ຳ ເພື່ອຮັກສາຄວາມປອດໄພ ແລະ ມີການປ້ອງກັນເວນຍາມ ຕະຫລອດເວລາ ໃນໄລຍະເປີດໃຫ້ ການບໍລິການ ນັບແຕ່ເວລາ 6:00 ໂມງເຊົ້າ ຫາ 16:00 ໂມງແລງ ຊຶ່ງແຫລ່ງທ່ອງທ່ຽວແຫ່ງນີ້ ເນັ້ນ ໃຫ້ນັກທ່ອງທ່ຽວ ໄດ້ມາພັກຜ່ອນ, ສຳຜັດກິ່ນອາຍທຳມະຊາດ ໂດຍ ສະເພາະ ໃນເຂດເມືອງສາລະວັນ ທີ່ບໍ່ຕ້ອງເດີນທາງໄກ, ບໍ່ສິ້ນເປື້ອງ ແລະ ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ. ການພັດທະນາແຫລ່ງທ່ອງ ທ່ຽວແຫ່ງນີ້ ບໍ່ແມ່ນພຽງແຕ່ເພື່ອ ການທ່ອງທ່ຽວ ແຕ່ຍັງເປັນການ ອະນຸລັກ ແລະ ຟື້ນຟູທຳມະຊາດ ໃຫ້ ຄົງຢູ່ຄູ່ກັບຊຸມຊົນ, ປະຊາຊົນບັນດາ ເຜົ່າພາຍໃນບ້ານ ໄດ້ຮ່ວມກັນຮັກສາ ຄວາມສະອາດ, ບໍ່ຖິ້ມຂີ້ເຫຍື້ອ ຫລື ເສດອາຫານຕ່າງໆລົງໃນນ້ຳ ພ້ອມ ທັງຍັງສົ່ງເສີມການທ່ອງທ່ຽວ ແບບ ປາສະຈາກມົນລະພິດທາງສຽງ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສຳຜັດກັບ ທຳມະຊາດຢ່າງແທ້ຈິງ. ຂ່າວ: ວິໄລວອນ ສິດທິໄຊ ສັງຄົມ ເວົ້າລວມ ເວົ້າສະເພາະ ຢູ່ ພາຍໃນເມືອງເງິນ ໃຫ້ມີຊົມໃຊ້ ຢ່າງພຽງພໍ, ພ້ອມກັນຕິດຕາມກວດ ກາ ການສະໜອງນໍ້າມັນ, ການນໍາ ເຂົ້າ-ສົ່ງອອກ, ການຄຸ້ມຄອງລາຄາ ແລະ ອື່ນໆ ເພື່ອລາຍງານຕໍ່ຄະນະ ຊີ້ນໍາລວມໃຫ້ທັນການ; ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງຄະນະສະເພາະກິດຕາມການ ແບ່ງວຽກ, ສັງລວມບັນດາ ການ ຄົ້ນຄວ້າ, ການສະເໜີມາດຕະການ, ວິທີການແກ້ໄຂ ແລະ ຜົນການ ຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ທີ່ຖືກຕ້ອງໃຫ້ທົ່ວ ສັງຄົມຮັບຮູ້ ແລະ ເຂົ້າໃຈ ເພື່ອຮັບ ປະກັນ ແລະ ຫລີກລຽງບັນຫາຫາງ ສຽງສັງຄົມບໍ່ສະຫງົບ; ໃຫ້ພ້ອມກັນ ຄົ້ນຄວ້າຫາວິທີທາງອອກຊ່ວຍ ປະຊາຊົນ ເພື່ອແກ້ໄຂບັນຫານໍ້າມັນ ເຊື້ອໄຟຂາດແຄນ ຕ້ອງຮັບປະກັນ ໃນການສະໜອງນ້ຳມັນເຊື້ອໄຟ ໃຫ້ ກັບປະຊາຊົນບັນດາເຜົ່າໃນເມືອງ ເງິນ ໄດ້ນຳໃຊ້ເຂົ້າໃນການທຳການ ຜະລິດຕາມລະດູການໃຫ້ພຽງພໍ. ຂ່າວ: ອິນແປງ ແຫວນຄຳ ບໍ່ໃຫ້ເກີດອຸບັດເຫດຕາມທ້ອງ ຖະໜົນ. ທ່ານ ພັທ ແກ້ວມະນີ ຈິດຕະ ນະພັນ ກ່າວຕື່ມວ່າ: ສໍາລັບຕົວ ເມືອງທ່າແຂກ ແມ່ນໄດ້ມອບໃຫ້ ຕໍາຫລວດຈະລາຈອນເມືອງທ່າ ແຂກ ເປັນຜູ້ກວດກາຈັດສັນຕາມ ເສັ້ນທາງໃນເທສະບານ, ສ່ວນ ຕໍາຫລວດຈະລາຈອນແຂວງ ຈະ ໄດ້ຮັບຜິດຊອບຕັ້ງຈຸດກວດກາ ຈັບຄວາມໄວ ແລະ ທາດເຫລົ້າຢູ່ ເສັ້ນທາງຫລວງແຫ່ງຊາດ ເລກທີ 12 ແລະ ເລກທີ 13. ສໍາລັບສະຖິຕິ ອຸບັດເຫດທີ່ເກີດຂຶ້ນທົ່ວແຂວງ ໃນ ໄລຍະຂອງການຫລິ້ນບຸນປີໃໝ່ ລາວຂອງປີ 2025 ຜ່ານມາ ມີ 25 ກໍລະນີ ໃນນັ້ນ, ພາຫະນະເປ່ເພ 34 ຄັນ, ຄົນໄດ້ຮັບບາດເຈັບ 44 ຄົນ, ພາຫະນະເກີດຮ່ວມລົດຈັກຕໍາ ລົດຈັກ 4 ກໍລະນີ, ລົດຈັກເສຍຫລັກ ລົ້ມເອງ 2 ກໍລະນີ, ລົດຈັກຕໍາລົດ ໄຖນາແທັກເຕີ້ 1 ກໍລະນີ, ລົດຈັກ ຕໍາຄົນຍ່າງ 1 ກໍລະນີ, ລົດຈັກຕໍາ ຄົນຍ່າງແລ້ວໜີ 1 ກໍລະນີ, ລົດຈັກ ຕໍາລົດໃຫຍ່ 2 ກໍລະນີ, ລົດໃຫຍ່ຕໍາ ລົດໃຫຍ່ 1 ກໍລະນີ, ລົດໃຫຍ່ປີ້ນ ເອງ 3 ກໍລະນີ, ລົດໃຫຍ່ຕໍາສັດ 2 ກໍລະນີ, ລົດກະບະຕໍ່າລົດຈັກແລ້ວ ໜີ 1 ກໍລະນີ, ລົດກະບະຕໍາລົດຈັກ 2 ກໍລະນີ, ລົດຈັກຕໍາລົດໄຖນາ 2 ກໍລະນີ, ລົດຈັກຕໍາສັດ 1 ກໍລະນີ, ລົດກະບະຕໍາຫລັກມ້າລາຍ-ປ້າຍ ທາງໂຄ້ງ 1 ກໍລະນີ, ລົດບັນທຸກ ພວງເສຍຫລັກປີ້ນເອງ 1 ກໍລະນີ, ລົດກະບະຕໍາລົດກະບະ ແລະ ເຮືອນ 1 ກໍລະນີ. ສ່ວນສາຍເຫດທີ່ພາໃຫ້ ເກີດອຸບັດເຫດແມ່ນເກີດມາຈາກ ຄວາມໄວເກີນຂອບເຂດ, ເມົາແລ້ວ ຂັບ, ບໍ່ຮັກສາໄລຍະຫ່າງ, ການຂ້າມ ເລນ, ສະພາບເຕັກນິກ, ສະພາບ ເສັ້ນທາງ ແລະ ການລ້ຽວທີ່ບໍ່ປອດ ໄພ. ໂອກາດນີ້, ທ່ານ ພັທ ແກ້ວ ມະນີ ຈິດຕະນະພັນ ໄດ້ຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນຕະຫລອດ ພະນັກງານ, ທະຫານ, ຕໍາຫລວດ ຈົ່ງພ້ອມກັນເອົາໃຈໃສ່ໃຫ້ຄວາມ ຮ່ວມມືຕໍ່ເຈົ້າໜ້າທີ່ ແລະ ພ້ອມກັນ ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍ ການສັນຈອນທາງບົກ, ປະຕິບັດດໍາ ລັດເລກທີ 568 ຂອງທ່ານນາຍົກ ລັດຖະມົນຕີ ແລະ ປະຕິບັດຕາມ ແຈ້ງການອື່ນໆທີ່ຂັ້ນເທິງໄດ້ວາງ ອອກຢ່າງເຂັ້ມງວດ ເປັນຕົ້ນ ໃນ ການຂັບຂີ່ຕ້ອງໃຫ້ມີຂໍ້ຈໍາກັດ ໂດຍ ການຫລຸດຜ່ອນຄວາມໄວ, ຫ້າມຂັບ ຂີ່ພາຫະນະເວລາດື່ມຂອງມຶນເມົາ, ຖ້າຫາກເຫັນວ່າຕົນເອງມຶນເມົາເກີນ ຂອບເຂດແລ້ວ ກໍຄວນຫລີກລຽງ ການນໍາໃຊ້ຍານພາຫະນະ ເພື່ອບໍ່ ໃຫ້ມີການສູນເສຍທັງຊີວິດ ແລະ ຊັບສິນ ທັງນີ້ກໍເພື່ອເຮັດໃຫ້ການ ສະເຫລີມສະຫລອງບຸນປີໃໝ່ປີນີ້ ໃຫ້ມີຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ, ມີຄວາມປອດ ໄພ. ຂ່າວ-ພາບ: ແດງສະຫວັດ ແສນພານິດ y
RkJQdWJsaXNoZXIy MTc3MTYxMQ==