pq d]tfa [;q 'dko0q olqj '.o]k; .sh ,u 7;k,ma oltw\ c]t 7q [;q '9vo 13/04/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7totde,tdko75h ,7v'wrry [a fl5 ,.lj -j ;pgs]n v xt-k-q omuj wfh Ia [zq odtmq [9kdrkp5 \kdgsa [ ຂປລ. ພາຍຫລັງເກີດມີພາຍຸ ລະດູຮ້ອນ (ພາຍຸໝາກເຫັບ) ໃນ ຕອນແລງຂອງວັນທີ 22 ມີນາ 2026 ຜ່ານມາ, ສົ່ງຜົນເຮັດໃຫ້ ປະຊາຊົນໄດ້ຮັບຜົນກະທົບທັງໝົດ 2 ເມືອງ 7.888 ຫລັງຄາເຮືອນ. ຕໍ່ ກັບເຫດການດັ່ງກ່າວ, ຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນນະຄອນ ຫລວງຽງຈັນ ແລະ ຂັ້ນເມືອງໄດ້ ລົງສົມທົບກັບພາກສ່ວນກ່ຽວຂ້ອງ ວາງແຜນຕ້ອບໂຕ້ສຸກເສີນ ໂດຍ ເລັ່ງໃສ່ແກ້ໄຂບັນຫາອັນຮີບດ່ວນ ເປັນຕົ້ນໄຟຟ້າ, ອິນເຕີເນັດ, ນ້ຳປະ ປາ ແລະ ອື່ນໆ. ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ນະຄອນຫລວງ ວຽງຈັນ, ຮອງປະທານ (ຜູ້ປະຈໍາ ການ) ຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການຕອບໂຕ້ ແລະ ຟື້ນຟູຊ່ວຍເຫລືອປະຊາຊົນທີ່ໄດ້ຮັບ ຜົນກະທົບຫລັງໄພພິບັດໃນວັນທີ 8 ເມສາ 2026 ວ່າ: ນັບແຕ່ເກີດພາຍຸ ລະດູຮ້ອນເຮັດໃຫ້ເກີດມີລົມແຮງ, ຝົນຕົກໜັກ ແລະ ເກີດມີໝາກເຫັບ ຕົກໜັກຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ສົ່ງຜົນກະທົບຕໍ່ ທີ່ຢູ່ອາໄສ ແລະ ຊັບສິນຂອງພໍ່ແມ່ ປະຊາຊົນທັງສອງເມືອງ ຈໍານວນ 18 ບ້ານ. ໃນນັ້ນ, ເມືອງສີໂຄດ ຕະບອງ ມີ 10 ບ້ານ, ໄດ້ຮັບຜົນ ກະທົບ 6.386 ຫລັງຄາເຮືອນ; ເມືອງນາຊາຍທອງ ມີ 8 ບ້ານ, ໄດ້ຮັບຜົນກະທົບ 1.502 ຫລັງຄາ ເຮືອນພາຍຫລັງເກີດເຫດຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນນະ ຄອນຫລວງວຽງຈັນ ໄດ້ຄົ້ນຄວ້າ ລົງສົມທົບຄະນະຄຸ້ມຄອງໄພພິບັດ ຂັ້ນເມືອງ ແລະ ອົງການປົກຄອງ ແຕ່ລະບ້ານ ໂດຍເລັ່ງໃສ່ເກັບກໍາຈໍາ ນວນບ້ານ ແລະ ຫລັງຄາເຮືອນທີ່ໄດ້ ຮັບຜົນກະທົບໃນເບື້ອງຕົ້ນພ້ອມທັງ ວາງແຜນຕອບໂຕ້ສຸກເສີນອັນຮີບ ດ່ວນທີ່ສຸດ ໂດຍເລັ່ງໃສ່ແກ້ໄຂ 8 ບັນຫາເປັນອັນຮີບດ່ວນຄື: ແກ້ໄຂ ໄຟຟ້າ, ອິນເຕີເນັດ, ນໍ້າປະປາ, ນໍ້າ ໃຊ້ຄົວເຮືອນ, ຂີ້ເຫຍື້ອສິ່ງເສດເຫລືອ ຂອງກະເບື້ອງ, ສັງກະສີ, ນໍ້າດື່ມ, ເຂົ້ົ້າກິນ, ອາຫານ, ເຄື່ອງໃຊ້ຄົວ ເຮືອນທີ່ຈໍາເປັນ, ຊ່ວຍເຫລືອທາງ ດ້ານແຮງງານຈາກກໍາລັງ ປກຊປກສ, ກໍາລັງຈາກສູນກາງຊາວໜຸ່ມ ແລະ ຊາວໜຸ່ມຈາກຂະແໜງການ ອ້ອມຂ້າງ ນວ. ຜ່ານການຈັດຕັ້ງ ປະຕິບັດໃນການຕອບໂຕ້ ແລະ ຟື້ນ ຟູ ໂດຍສະເພາະການສ້ອມແປງ ຫລັງຄາເຮືອນ, ການສ້ອມແປງ ໄຟຟ້າ, ການສ້ອມແປງນໍ້າປະປາ ຂປລ. ໃນວັນທີ 9 ເມສາ 2026 ທີ່ຜ່ານມາ, ຢູ່ນະຄອນຫລວງວຽງ ຈັນ ໄດ້ມີພິທີລົງນາມເຊັນສັນຍາ ຮ່ວມມືລະຫວ່າງUnitel Logistics ແລະ Pancake ຢ່າງເປັນທາງ ການ. ການຮ່ວມມືໃນຄັ້ງນີ້, ຖື ເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການປະຕິຮູບຂະບວນການດຳ ເນີນທຸລະກິດອອນລາຍ ແລະ ລະ ບົບຂົນສົ່ງໃນລາວໃຫ້ມີຄວາມທັນ ສະໄໝ ແລະ ຄົບວົງຈອນ. Pancake ແມ່ນແພລັດຟອມ ການຈັດການຂາຍອັດສະລິຍະທີ່ ໄດ້ຮັບຄວາມນິຍົມສູງໃນລະດັບ ສາກົນ ຊຶ່ງຊ່ວຍໃຫ້ຜູ້ປະກອບການ ສາມາດຈັດປະເພດລູກຄ້າໂດຍ ອັດຕະໂນມັດ ແລະ ຈັດການຄຳ ສັ່ງຊື້ (Order) ຜ່ານໜ້າຕ່າງ ສົນທະນາໄດ້ໂດຍກົງ. ຈຸດເດັ່ນທີ່ ສຳຄັນແມ່ນການເຊື່ອມຕໍ່ກັບລະບົບ ຂົນສົ່ງໄດ້ແບບບໍ່ມີສະດຸດ, ເຮັດ ໃຫ້ການບໍລິຫານຈັດການຮ້ານຄ້າ ອອນລາຍເປັນເລື່ອງງ່າຍ ແລະ ມີ ປະສິດທິພາບສູງສຸດ. ສຳລັບລູກຄ້າ ແລະ ຜູ້ປະກອບ ການ, ການເຊື່ອມຕໍ່ໂດຍກົງກັບ Unitel Logistics ຜ່ານແພລັດ ຟອມ Pancake ຈະໄດ້ຮັບສິດທິ ປະໂຫຍດ ແລະ ປະສິດທິພາບສູງສຸດ ດັ່ງນີ້: ຍົກລະດັບປະສົບການຊື້- ຂາຍ: ເພີ່ມຄວາມສະດວກສະບາຍ ດ້ວຍເຄືອຂ່າຍການຂົນສົ່ງທີ່ຄວບ ຄຸມທົ່ວປະເທດ; ບໍລິການຮັບ-ສົ່ງ ເຖິງທີ່ (Door-to-Door): ຖື ເປັນບໍລິການທີ່ໂດດເດັ່ນ ແລະ ເປັນເອກະລັກພຽງແຫ່ງດຽວໃນ ລາວຂອງ Unitel Logistics ທີ່ຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ຜູ້ຂາຍ ໂດຍບໍ່ຕ້ອງເສຍ ເວລາເດີນທາງມາສົ່ງເຄື່ອງເອງ; ມາດຕະຖານຄຸນນະພາບ: ຮັບປະ ກັນການຈັດສົ່ງທີ່ວ່ອງໄວ, ຫລຸດ ຜ່ອນອັດຕາຄວາມເສຍຫາຍຂອງ ສິນຄ້າ ແລະ ຊ່ວຍໃຫ້ການໝູນວຽນ ເງິນສົດຂອງຜູ້ຂາຍມີຄວາມຄ່ອງ ໂຕສູງຂຶ້ນ. Unitel Logistics ໄດ້ເລີ່ມເປີດ ຕົວໃນເດືອນຕຸລາ ປີ 2025, ພາຍ ຫລັງດໍາເນີນການພຽງແຕ່ 6 ເດືອນ, ປັດຈຸບັນສາມາດສ້າງເຄືອຂ່າຍຕົວ ແທນໄດ້ຫລາຍກວ່າ 900 ແຫ່ງ, ຄວບຄຸມທັງ 18 ແຂວງທົ່ວປະເທດ. ສະຖານີສາຍໃຕ້...ີ້ ໂຮງໝໍມິດຕະພາບ...ໍິ ຕະຫລອດໄລຍະ 71 ປີ...ີ ຝຶກອົບຮົມທັກ...ຶົົັ ຂປລ. ປັດຈຸບັນລົດທີ່ໃຫ້ບໍລິການ ໃນສະຖານີຂົນສົ່ງໂດຍສານສາຍ ທາງໄກສາຍໃຕ້-ສາຍຕ່າງປະເທດ ມີ 64 ຖ້ຽວຕໍ່ມື້ ແລະ ເພື່ອເປັນການ ຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນໃນ ໄລບຸນປີໃໝ່ລາວ 2026 ສະຖານີ ໄດ້ເພີ່ມລົດເປັນ 70 ຖ້ຽວຕໍ່ມື້ ເພື່ອ ບໍລິການລູກຄ້າ ໂດຍເລີ່ມບໍລິການ ແຕ່ເວລາ 05:00-22:30 ໂມງ. ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດ ການສະຖານີຂົນສົ່ງໂດຍສານສາຍ ທາງໄກສາຍໃຕ້-ສາຍຕ່າງປະເທດ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ເມສາ 2026 ຜ່ານມານີ້ ວ່າ: ໄລຍະ ປີໃໝ່ລາວ ສະຖານີຂົນສົ່ງໂດຍສານ ທາງໄກສາຍໃຕ້-ສາຍຕ່າງປະເທດ ມີຄວາມພ້ອມບໍລິການຜູ້ໂດຍສານ 100% ໄດ້ເພີ່ມຖ້ຽວໂດຍສານ ຈາກປົກກະຕິ 64 ຖ້ຽວຕໍ່ມື້ ຂຶ້ນເປັນ 70 ຖ້ຽວຕໍ່ມື້ ເພື່ອບໍລິການລູກຄ້າ ມີ: ພື້ນຖານ ແລະ ຈັນຍາບັນປັນຍາ ປະດິດ, ການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກວິເຄາະຂໍ້ມູນຂ່າວສານ, ການນໍາໃຊ້ປັນຍາປະດິດເຂົ້າໃນ ວຽກງານປະຈໍາວັນ ພ້ອມທັງແລກ ປ່ຽນປະສົບການ ແລະ ການສົນທະ ນາກັນລະຫ່ວາງວິທະຍາກອນ ແລະ ຜູ້ເຂົ້າຮ່ວມ. ໃນພິທີ ທ່ານ ໄມທອງ ທຳມະ ວົງສາ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ກໍໄດ້ຮຽກຮ້ອງ ໃຫ້ບັນດາຜູ້ເຂົ້າຮ່ວມຝຶກອົບຮົມຕັ້ງ ໜ້າເປັນເຈົ້າການຄົ້ນຄວ້ານໍາໃຊ້ ເຕັກໂນໂລຊີເຂົ້າໃນການພັດທະນາ ວຽກງານ ແລະ ຍົກລະດັບຄວາມ ສາມາດໃຫ້ສອດຄ່ອງກັບຍຸກດີຈິ ຕອນໃຫ້ຖືກວິທີ ແລະ ມີຄວາມປອດ ໄພໃນຍຸກໃໝ່. ເປັນກຳລັງຫລັກແຫລ່ງທີ່ເດັດດ່ຽວ ໜຽວແໜ້ນ, ຊາວໜຸ່ມແຕ່ລະຮຸ່ນໄດ້ ອຸທິດເລືອດເນື້ອ ແລະ ສະຕິປັນຍາ ເພື່ອຄວາມເປັນເອກະລາດຂອງ ຊາດ. ພວກເຮົາຈະບໍ່ມີວັນລືມຄຳ ເວົ້າທີ່ວ່າ: “ຖ້າບໍ່ມີພວກທ່ານໃນມື້ ນັ້ນ ກໍບໍ່ມີພວກເຮົາໃນວັນນີ້” ໝາຍ ເຖິງຖ້າບໍ່ມີການເສຍສະລະຂອງ ພວກທ່ານໃນມື້ນັ້ນ ກໍຈະບໍ່ມີຄວາມ ສຸກຂອງພວກເຮົາໃນວັນນີ້. ຄວາມ ຈິງດັ່ງກ່າວ ໄດ້ກາຍເປັນເຂັມຊີ້ທິດ ເຍືອງທາງຈິດໃຈໃຫ້ພວກເຮົາຈົດ ຈຳບຸນຄຸນ ແລະ ສືບທອດພາລະກິດ ອັນສູງສົ່ງນີ້ຕະຫລອດໄປ. ປັດຈຸບັນປະເທດຊາດພວມ ກ້າວ ເຂົ້າສູ່ໄລຍະໃໝ່ແຫ່ງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ໃນຖານະທີ່ເປັນ “ແຂນ ຂວາ” ແລະ “ກໍາລັງສໍາຮອງ” ອັນ ໄວ້ເນື້ອເຊື່ອໃຈຂອງພັກ. ສະນັ້ນ, ຂໍ ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ຂປລ. ໃນໄລຍະສະເຫລີມສະ ຫລອງບຸນປີໃໝ່ລາວ 2026 ນີ້, ໂຮງໝໍມິດຕະພາບ (ໂຮງໝໍ 150 ຕຽງ) ໄດ້ກຽມຄວາມພ້ອມຮອບ ດ້ານ ໂດຍສະເພາະໄດ້ສ້າງແຜນ ຮອງຮັບເຫດການສຸກເສີນເປັນຕົ້ນ ກຽມພ້ອມທາງດ້ານບຸກຄະລາກອນ (ແພດ,ໝໍ), ຢາປົວພະຍາດ ແລະ ອື່ນໆ ເພື່ອກຽມໃຫ້ບໍລິການປິ່ນປົວ ຄົນເຈັບສຸກເສີນ. ທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດຕໍ່ສື່ມວນຊົນໃນອາທິດ ຜ່ານມາວ່າ: ໃນໄລຍະສະຫລອງ ປີໃໝ່ລາວ 2026 ນີ້, ໂຮງໝໍມິດ ຕະພາບ 150 ຕຽງ ກໍຄື ພະແນກ ສຸກເສີນໄດ້ກະກຽມແຜນຮອງ ຮັບໃນກໍລະນີເກີດເຫດການສຸກ ຄົວເຮືອນ, ການບໍລິການນໍ້າປະປາ ເຄື່ອນທີ່, ການບໍລິການເກັບມ້ຽນ ຂີ້ເຫຍື້ອ ຊຶ່ງເມືອງສີໂຄດຕະບອງ ມີ 10 ບ້ານ, ໄດ້ຮັບຜົນເສຍ 6.386 ຫລັງຄາເຮືອນມາຮອດວັນທີ 8 ເມສາ 2026 ໄດ້ຮັບການສ້ອມ ແປງແລ້ວ 5.230 ຫລັງຄາເຮືອນ, ກໍາລັງສ້ອມແປງ 1.060 ຫລັງຄາ ເຮືອນ ແລະ ຍັງບໍ່ທັນໄດ້ຮັບການ ສ້ອມແປງ 96 ຫລັງຄາເຮືອນ. ສະເພາະໂຮງຮຽນ 11 ແຫ່ງ, ກໍາ ລັງສ້ອມແປງ 2 ແຫ່ງ, ວັດ 3 ແຫ່ງ, ຫ້ອງການບ້ານ 1 ຫລັງ, ສຸກ ສາລາບ້ານ 1 ແຫ່ງ. ສ່ວນໂຮງງານ ຜະລິດຢາວັກຊິນ 1 ແຫ່ງ, ທີ່ຍັງບໍ່ ທັນສ້ອມແປງໄດ້ທັນກັບສະພາບ ນັ້ນ, ຍ້ອນວ່າກໍາລັງສັ່ງຊື້ວັດສະດຸ. ສໍາລັັບຄ້າຍທະຫານກອງພັນໃຫຍ່ ຈໍ 11 ທີ່ໄດ້ຮັບຜົນເສຍຫາຍ ຈໍານວນ 109 ຫລັງຄາເຮືອນນັ້ນ, ມາຮອດ ປັດຈຸບັນ ໄດ້ສໍາເລັດການສ້ອມແປງ ແລ້ວ 14 ຫລັງ, ກໍາລັງສ້ອມແປງ 95 ຫລັງ. ສໍາລັບເມືອງນາຍຊາຍ ທອງ ມີ 8 ບ້ານ, ໄດ້ຮັບຜົນກະທົບ 1.502 ຫລັງຄາເຮືອນ, ມາຮອດ ປັດຈຸບັນສໍາເລັດການສ້ອມແປງ ແລ້ວ 100%. ມາຮອດປັດຈຸບັນລວມຍອດ ລາຍຮັບທີ່ໄດ້ຈາກງົບປະມານ ແລະ ການປະກອບສ່ວນຊ່ວຍເຫລືອຈາກ ທຸກພາກສ່ວນເປັນເງິນສົດທັງໝົດ 14 ຕື້ກວ່າກີບ ແລະ ໄດ້ເບີກຈ່າຍ ຮັບໃຊ້ເຂົ້າໃນວຽກງານແກ້ໄຂສຸກ ເສີນ ແລະ ມອບເງິນສົດໃຫ້ກັບ ຄອບຄົວຂອງຜູ້ປະສົບໄພທີ່ຫຍຸ້ງ ຍາກ ເພື່ອໄດ້ໄປຊື້້ວັດຖຸອຸປະກອນ ເກືອບ 4 ຕື້ກີບ. ສ່ວນທີ່ເຫລືອຍັງຈະ ສືບຕໍ່ ເຂົ້າໃນການແກ້ໄຂຊ່ວຍເຫລືອ ຄອບຄົວຜູ້ຖືກຜົນກະທົບເພື່ອການ ຟື້ນຟູຜົນເສຍຫາຍຕ່າງໆ. ຂ່າວ: ທະນູທອງ; ພາບ: ເກດສະໜາ ໃນເດືອນມີນາ 2026 ທີ່ຜ່ານ ມາ, ບໍລິສັດຍັງໄດ້ຈັດກິດຈະກຳ Roadshow ໃນຂອບເຂດທົ່ວ ປະເທດຢ່າງສຳເລັດຜົນ ເພື່ອສະ ເຫລີມສະຫລອງການເປີດຕົວບໍລິ ການ Door-to-Door ຢ່າງເປັນ ທາງການ ຊຶ່ງຖືເປັນການຍົກລະດັບ ມາດຕະຖານໃໝ່ໃຫ້ແກ່ວົງການຂົນ ສົ່ງສິນຄ້າໃນລາວ. ການຮ່ວມມືລະຫວ່າງ Unitel Logistics ແລະ Pancake ໃນ ຄັ້ງນີ້, ບໍ່ພຽງແຕ່ແມ່ນການເພີ່ມປະ ສິດທິພາບໃນຂະບວນການດຳເນີນ ງານໃຫ້ແກ່ທຸລະກິດອອນລາຍເທົ່າ ນັ້ນ, ແຕ່ຍັງເປັນການຢືນຢັນເຖິງ ວິໄສທັດຂອງ Unitel ທີ່ມຸ່ງໝັ້ນ ພັດທະນາພື້ນຖານໂຄງລ່າງດີຈິ ຕອນທີ່ສົມບູນແບບ ເພື່ອເຊື່ອມໂຍງ ທຸກຕະຫລາດ ແລະ ສົ່ງເສີມການ ພັດທະນາເສດຖະກິດດີຈິຕອນໃນ ລາວໃຫ້ເຕີບໂຕຢ່າງຍືນຍົງ. ທຸກສະຫາຍຈົ່ງເພີ່ມທະວີຄວາມ ຮັບຜິດຊອບທາງການເມືອງ, ຕັ້ງ ໜ້າຝຶກຝົນຫລໍ່ຫລອມຄຸນສົມບັດ ສິນທຳປະຕິວັດ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ວິທະຍາສາດ-ເຕັກໂນໂລຊີ ເພື່ອຫັນ ຕົນເອງໃຫ້ກາຍເປັນບຸກຄະລາກອນ ທີ່ມີຄຸນນະພາບ, ສາມາດເປັນກຳລັງ ຫລັກໃນການຊຸກຍູ້ການຜະລິດພາຍ ໃນໃຫ້ເຂັ້ມແຂງ ແລະ ສ້າງສາປະ ເທດຊາດ ໃຫ້ຮຸ່ງເຮືອງສີວິໄລ. ວັນທີ 14 ເມສາ ບໍ່ພຽງແຕ່ແມ່ນ ວັນສ້າງຕັ້ງອົງການຈັດຕັ້ງຊາວ ໜຸ່ມເທົ່ານັ້ນ ແຕ່ຍັງແມ່ນວັນແຫ່ງ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນຂອງຊາວໜຸ່ມ, ເຍົາວະຊົນ ລາວ ບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດ. ຈົ່ງພ້ອມກັນປ່ຽນ ແປງແນວຄິດຈາກ “ການລໍຖ້າ” ມາເປັນ “ການບຸກທະລຸ”, ຈາກ “ການອາໄສ” ມາເປັນ “ການເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ”. ຈົ່ງເຮັດໃຫ້ຄໍາຂວັນ “ບ່ອນໃດຍາກ ຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມ ຜ່ານຜ່າ, ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ສະແດງ ອອກເປັນຜົນງານຕົວຈິງໃນທຸກ ຂົງເຂດວຽກງານ. ເນື່ອງໃນໂອກາດວັນສ້າງຕັ້ງ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026) ສະຫາຍ ທອງລີ ສີສຸລິດ ໄດ້ ອວຍພອນໄຊມາຍັງບັນດາການນຳ ພັກ-ລັດ, ນັກປະຕິວັດອາວຸໂສຈົ່ງມີ ສຸຂະພາບພະລານາໄມເຂັ້ມແຂງ, ມີ ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ອວຍພອນໄຊອັນ ປະເສີດມາຍັງສະມາຊິກຊາວໜຸ່ມ, ເຍົາວະຊົນ, ອະນຸຊົນລາວບັນດາ ເຜົ່າທຸກຄົນຈົ່ງມີກຳລັງໃຈທີ່ເດັດ ດ່ຽວ, ມີສະຕິປັນຍາທີ່ແຫລມຄົມ, ມີກໍາລັງວັງຊາ ພ້ອມກັນເຮັດໜ້າທີ່ ປະຈັນບານຢ່າງອົງອາດກ້າຫານ ໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກມອບໃຫ້ວ່າ: “ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ ພາຍຸລົມແດງ, ຈົ່ງກາຍເປັນສິນໄຊ ຂອງຍຸກສະໄໝຂອງພວກເຮົາ.” “ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມ (ອຸບັດເຫດ) ເປັນຕົ້ນໄດ້ກະກຽມ ຄວາມພ້ອມເພີ່ມຂຶ້ນກວ່າປົກກະຕິ ໂດຍສະເພາະພະແນກສຸກເສີນ ໂດຍໄດ້ຈັດຕັ້ງເວນຍາມເປັນພິເສດ ຕະຫລອດ 24 ຊົ່ວໂມງ ເພື່ອຮັບ ປະກັນການບໍລິການຄົນເຈັບໃຫ້ ທົ່ວເຖິງ, ວ່ອງໄວ ແລະ ປອດໄພ. ພ້ອມທັງກະກຽມຄວາມພ້ອມດ້ານ ບຸກຄະລາກອນແພດໝໍ, ພະຍາບານ ແລະ ທີມແພດ ຊຶ່ງນອກຈາກທີມ ແພດປະຈຳການປົກກະຕິແລ້ວ ຍັງໄດ້ແຕ່ງຕັ້ງທີມແພດສໍາຮອງ ຕື່ມອີກ. ນອກຈາກນີ້, ຍັງໄດ້ກະ ກຽມອຸປະກອນການແພດທີ່ທັນ ສະໄໝ ແລະ ຈໍາເປັນຕ່າງໆຄື: ລໍ້, ຕຽງນອນ, ຫ້ອງນອນຄົນເຈັບ, ຢາປົວພະຍາດ ແລະ ອື່ນໆ, ພ້ອມ ນີ້ຍັງເພີ່ມທະວີການປະສານງານ ກັບແຕ່ລະໂຮງໝໍ ແລະ ໜ່ວຍກູ້ໄພ ຕື່ມອີກ. ໂອກາດນີ້, ທ່ານ ດຣ ສອນໄຊ ລາດຊະວົງ ຍັງໄດ້ຮຽກຮ້ອງໃຫ້ປະ ຊາຊົນລາວບັນດາເຜົ່າຫລິ້ນປີໃໝ່ ລາວຢ່າງມີສະຕິ, ລະມັດລະວັງ, ການສັນຈອນໄປມາຕ້ອງປະຕິບັດ ຕາມກົດລະບຽບຈະລາຈອນຢ່າງ ເຂັ້ມງວດແນໃສ່ຫລີກລ່ຽງການ ເຈັບເປັນທີ່ເກີດຈາກອຸບັດເຫດຕາມ ທ້ອງຖະໜົນທີ່ກໍໃຫ້ເກີດການສູນ ເສຍທັງດ້ານຊີວິດ ແລະ ຊັບສິນໃຫ້ ຫລຸດລົງ. ຂ່າວ-ພາບ: ທະນູທອງ ລາວອາດຫານກ້າວຂຶ້ນ”. ຂ່າວ-ພາບ: ວັນເພັງ ຢ່າງທົ່ວເຖິງ, ແຕ່ລະມື້ ເລີ່ມບໍລິການ ແຕ່ 05:00 ໂມງ ຫາ 22:30 ໂມງ, ສ່ວນລາຄາປີ້ຂອງຜູ້ໂດຍສານ ແມ່ນປະຕິບັດຕາມສະຖານີວາງ ອອກ, ເອກະສານສະບັບລົງວັນທີ 03/04/2026 ຄື: ວຽງຈັນ-ປາກ ຊັນ ລົດທໍາມະດາ 180.000 ກີບ (ລົດທໍາມະດາ)- ລາຄາ 200.000 ກີບ(ລົດດ່ວນ VIP2); ວຽງຈັນ-ທ່າແຂກ 230.000300.000ກີບ; ວຽງຈັນ-ສະຫວັນະ ເຂດ 520.000-550.000 ກີບ; ວຽງຈັນ-ປາກເຊ 400.000500.000 ກີບ, ວຽງຈັນ-ສາລະ ວັນ 520.000-550.000 ກີບ; ວຽງຈັນ-ເຊກອງ 550.000570.000 ກີບ; ວຽງຈັນ-ອັດຕະ ປື 590.000-600.000 ກີບ; ວຽງຈັນ-ດອນໂຂງ ແລະ ວຽງຈັນເວີນຄາມ 630.000 ກີບ, ວຽງຈັນຊຽງຂວາງ 350.000-400.000 ກີບ ແລະ ສາຍທາງອື່ນ ສອບຖາມ ໄດ້ທີ່ເບີໂທ: 02077766651. ທ່ານ ສຸກສະຫວາດ ສີສຸກ ຍັງ ໃຫ້ຮູ້ອີກວ່າ: ເລີ່ມແຕ່ວັນທີ 8, 9,10 ເມສາ 2026 ຜູ້ໂດຍສານຫລາຍ ທ່ານເລີ່ມເດີນທາງກັບບ້ານ ແຕ່ບໍ່ໄດ້ ມີຄວາມແອອັດ, ສ່ວນຜູ້ໂດຍສານ ຈະບໍລິການລົດ VIP ກໍສາມາດຊື້ ປີລ່ວງໜ້າໄດ້, ຖ້າຫາກວ່າຈະຂຶ້ນ ລົດຕອນແລງຕ້ອງຈ່ອງປີລ່ວງໜ້າ ຕອນເຊົ້າ, ບາງບໍລິສັດ ອາດຈະ ຈອງປີ້ໄວ້ຂ້າມມື້ກໍໄດ້. ສໍາລັບຜູ້ ໂດຍສານຖ້າຫາກຊື້ປີແລ້ວ ໃຫ້ເບີ່ງ ລະອຽດວ່າປີ້ທີ່ຊື້ໝາຍເລກນໍ້າເບີ ເທົ່າໃດ, ສາຍທາງໃດ. ເວລາອອກ ຈັກໂມງ, ອີກປະການໜຶ່ງເວລາ ຊື້ປີແລ້ວໃຫ້ເກັບຄື່ອງຂຶ້ນລົດຄັນ ດັ່ງກ່າວເລີຍ ເພື່ອຄວາມສະດວກ ແລະ ບໍ່ຕົກລົດ-ບໍ່ຫລົງເຄື່ອງຂອງ ຜູ້ໂດຍສານໄວ້ລົດຄັນອື່ນເພາະວ່າ ລົດບາງຄັນຜູ້ໂດຍສານເຕັມແລ້ວ ຈະໄດ້ອອກເດີນທາງເລີຍ. ດັ່ງນັ້ນ, ຮຽກຮ້ອງມາຍັງຜູ້ໂດຍສານທຸກໆ ທ່ານຈົ່ງກວດກາປີ້ໂດຍສານຂອງ ຕົນຢ່າງລະອຽດກ່ອນຂຶ້ນລົດ ທຸກຄັ້ງ.
RkJQdWJsaXNoZXIy MTc3MTYxMQ==