7255

13/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 9kdvtfu foa dIq [d6h -kf l6j 7v[7q ;8q ;c[[.odkolh k'glf4tdy f ໂດຍ: ສະຫະພັນນັກຮົບເກົ່າເມືອງຮຸນັັົົ່ືຸ ບົດສະເໜີົີ dkodegou fg8u [.spj 0v'-k;|5 j ,xt-k-q oxt8y ;a f]k; (ເນ່ືອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 14/4/1955-14/4/2026)່ື ອັ ນ້ າັ້ ງຸ່ ມົ ນິ ວັດົ ບີ ັນີ ຂປລ. ຍັງອີກບໍ່ພໍເທົ່າໃດມື້ຂ້າງ ໜ້າ, ກໍເປັນວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14/4/1955-14/4/ 2026) ເຊິ່ງປີນີ້ກໍໄດ້ຈັດກິດຈະກຳ ສະເຫລີມສະຫລອງພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ ຍົກສູງນໍ້າໃຈ ບຸກທະລຸ ສົ່ງເສີມການຜະລິດເປັນ ສິນຄ້າ ສ້າງເສດຖະກິດຄອບຄົວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”. ຊາວ ໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ ຫລວງ, ເປັນຜູ້ສືບທອດພາລະກິດ ຂອງຊາດ ເປັນກຳລັງປະຈັນບານ ເຂົ້າໃນທຸກຂົງເຂດວຽກງານຂອງ ຂະແໜງການ ແລະ ທ້ອງຖິ່ນ, ເປັນ ຜູ້ທີ່ມີຫົວຄິດປະດິດສ້າງແລະນຳໃຊ້ ເຕັກໂນໂລຊີເຂົ້າໃນການພັດທະນາ ປະເທດຊາດ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຊາວ ໜຸ່ມແຕ່ລະປະເພດ. ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ເປັນໜຶ່ງໃນອົງການຈັດ ຕັ້ງມະຫາຊົນໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາ ຊົນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955, ພາຍໃຕ້ການນໍາ ພາ-ຊີ້ນຳ ໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ, ເປັນ ແກນນໍາຂອງການຈັດຕັ້ງຊາວໜຸ່ມ ທຸກສາຂາອາຊີບ, ເປັນຕົວແທນ ໃນການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ມີຖານະ ທຽບເທົ່າກັບອົງການຈັດຕັ້ງຂອງ ລັດ ແລະ ອົງການຈັດຕັ້ງມະຫາຊົນ ອື່ນ. ມີພາລະບົດບາດ ໃນການສຶກ ສາອົບຮົມການເມືອງ-ແນວຄິດ ແລະ ປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ກາຍເປັນຜູ້ສືບ ທອດທີ່ດີຂອງຊາດ; ປຸກລະດົມ, ເຕົ້າ ໂຮມຄວາມສາມັກຄີຊາວໜຸ່ມລາວ ບັນດາເຜົ່າ; ນໍາພາ-ຊີ້ນຳ ການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງຊາວ ໜຸ່ມ, ເຍົາວະຊົນທັນວາ, ອະນຸຊົນ ທັນວາ; ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳ ຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຊາດ. ເມ່ືອຫວນຄືນມູນເຊື້ອຊາວໜຸ່ມ ລາວໄລຍະບໍ່ທັນມີພັກນຳພາ ກໍຄື ຊາວໜຸ່ມຮຸ້ນທຳອິດ ໃນໄລຍະການ ຕໍ່ສູ້ທ້ອນໂຮມປະເທດລາວລ້ານ ຊ້າງ, ຍົກໃຫ້ເຫັນໄລຍະການຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານພາຍໃຕ້ ການນໍາພາຂອງພັກກອມມູນິດອິນ ດູຈີນ, ການຕໍ່ສູ້ກູ້ຊາດຕ້ານຈັກກະ ພັດອາເມລິກາ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະ ມູນເຊື້ອຊາວໜຸ່ມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເຊິ່ງຍາມໃດຊາວ ໜຸ່ມລາວ ກໍເປັນກຳລັງແຮງອັນສຳ ຄັນ, ມີນໍ້າໃຈອົງອາດກ້າຫານໃນ ພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກ ຮານ, ພັກ ຈິຶ່ງໄດ້ຖືສຳຄັນໃນວຽກ ງານປຸກລະດົມຂົນຂວາຍ, ຈັດຕັ້ງ, ນໍາພາ,ຈຶ່ງຕົກລົງສ້າງຕັ້ງການຈັດ ຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນຖັນ ແຖວກຳລັງປະກອບອາວຸດ ໃນ ວັນທີ 14 ເມສາ 1955 ອົງການດັ່ງ ກ່າວໄດ້ກາຍເປັນໃຈກາງເຕົ້າໂຮມ ຄວາມສາມັກຄີ, ຊາວໜຸ່ມນັບເປັນ ໝື່ນເປັນແສນໄດ້ສະໝັກຮັບໃຊ້ ຊາດ ເປັນກຳລັງປະກອບອາວຸດຢູ່ ແນວໜ້າ, ເປັນກຳລັງຢູ່ແນວຫລັງ ແລະ ເປັນກຳລັງຂົນຂວາຍກຳລັງ ປະກອບອາວຸດ, ສະນັ້ນ ຈຶ່ງເຮັດ ໃຫ້ອົງການຈັດຕັ້ງດັ່ງກ່າວໄດ້ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ຕະຫລອດໄລ່ຍະ 71 ປີທີ່ຜ່ານມາ ແຫ່ງການເຕົ້າໂຮມ, ການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດນັ້ນ, ຊາວໜຸ່ມຈຳນວນ ບໍ່ໜ້ອຍໄດ້ເສຍສະລະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະ ລາດ ແລະ ຜືນແຜ່ນດິນອັນແສນ ຮັກຂອງຕົນໄວ້ ແລະ ຜ່ານຂະບວນ ການດັ່ງກ່າວນັ້ນໄດ້ເກີດມີບັນພະ ບູລຸດທີ່ມີຊື່ສຽງ ຄື ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ປະ ທານ ສຸພານຸວົງ, ທ່ານ ໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ທີ່ເຄີຍນຳ ພາປວງຊົນລາວທັງຊາດຕໍ່ສູ້ຕ້ານ ການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນ ພາຍຸລົມແດງ ສາມາດຮັກສາດິນ ແດນໄວ້ຢ່າງໝັ້ນຄົງ, ນ້ຳໃຈເສຍ ສະລະເລືອດເນື້ອອັນໜຸ່ມແໜ້ນ ເພື່ອປະເທດຊາດ ໄດ້ຖືກອົບຮົມ ບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ. ສະນັ້ນ, ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມໃຫ້ວ່າ: “ຊາວ ໜຸ່ມເປັນແຂນຂວາຂອງພັກ ເປັນ ກະດູກສັນຫລັງຂອງຊາດ ເປັນຜູ້ ສືບທອດມູນເຊື້ອ ແລະ ວິລະກຳ ປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ ຕໍ່ຊາດ” ທັງໝົດນັ້ນແມ່ນມູນເຊື້ອ ອັນລວມຍອດຂອງຊາວໜຸ່ມລາວ ໃນການເຮັດສຳເລັດພາລະກຳປະ ຫວັດສາດຂອງຕົນຄື: ປົດປ່ອຍ ປະເທດຊາດ ແລະ ພວມຂະຫຍາຍ ບົດບາດປະຈັນບານເຂົ້າໃນ 2 ໜ້າ ທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຕາມທິດຢືນຍົງສູ່ຈຸດໝາຍ ສັງຄົມນິຍົມ, ນັ້ນແມ່ນຊາວໜຸ່ມ ມາຈາກກຳລັງປະກອບອາວຸດເອີ້ນ ວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າ ແນວໜ້າ ຫລື ແນວຫລັງກໍລ້ວນແຕ່ ມີກຳລັງຂອງຊາວໜຸ່ມ. ເຖິງແນວໃດກໍຕາມ, ກອງປະ ຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະ ເທດ ຄັ້ງທີ IX ທີ່ຈັດຂຶ້ນໃນວັນທີ 25-26 ສິງຫາ 2025ຜ່ານມາ, ໄດ້ສຸມໃສ່ປຶກສາຫາລື ແລະ ຮັບ ຮອງຫລາຍເນື້ອໃນທີ່ສໍາຄັນ ເປັນ ຕົ້ນ: ພ້ອມກັນຕີລາຄາຄືນຢ່າງຮອບ ດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມທີ່ໄດ້ວາງອອກ ໃນກອງປະຊຸມໃຫຍ່ ຜູ້ແທນຊາວ ໜຸ່ມທົ່ວປະເທດ ຄັ້ງທີ VIII ຍົກໃຫ້ ເຫັນຜົນສໍາເລັດ, ສິ່ງທີ່ຄົງຄ້າງ, ສາ ເຫດ. ຈາກນັ້ນ, ກໍຖອດຖອນ ເປັນ ບົດຮຽນ ເພື່ອກຳນົດທິດທາງ, ຄາດ ໝາຍສູ້ຊົນ, ຈຸດສຸມໃນຕໍ່ໜ້າ ແນໃສ່ ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນ ແປງໃໝ່ຂອງພັກ ເຂົ້າສູ່ວຽກງານ ຕົວຈິງ ແລະ ເປັນວຽກຈຸດສຸມ ເພື່ອ ຈັດຕັ້ງປະຕິບັດ ໃຫ້ມີຄວາມເຂັ້ມ ແຂງຮອບດ້ານ ໃນໄລຍະໃໝ່, ແນ ໃສ່ສຶກສາອົບຮົມຊາວໜຸ່ມ, ເຍົາວະ ຊົນລາວ ບັນດາເຜົ່າ ໃຫ້ກາຍເປັນຜູ້ ສືບທອດທີ່ດີຂອງພັກປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມອຸດົມການຂອງ ພັກ ເພື່ອເຮັດໃຫ້ປະເທດຊາດມັ່ງ ຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາ ສຸກ, ສັງຄົມສາມັກຄີປອງດອງ, ປະ ຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ພິຈາລະນາຮັບຮອງເອົາແຜນພັດ ທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດ ລະບຽບ ຄຊປປລ ແລະ ກົດລະ ບຽບການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອ ໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພາບປະກອບ ຂປລ. ໃນທ່າມກາງແຫ່ງການ ພັດທະນາ, ຫັນການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າຕາມແນວທາງ ຂອງພັກ-ລັດ, ຄອບຄົວຂອງ ທ່ານ ບຸນເຫລື່ອມ ສະມາຊິກນັກຮົບເກົ່າ ບ້ານມົກໄປ ເມືອງຮຸນ ແຂວງອຸດົມ ໄຊ ໄດ້ກາຍເປັນແບບຢ່າງທີ່ພົ້ນ ເດັ່ນໃນການບຸກທະລຸຄວາມທຸກ ຍາກ ດ້ວຍມູນເຊື້ອຄວາມດຸໝັ່ນ ແລະ ການນຳໃຊ້ເຕັກນິກການລ້ຽງ ສັດແບບໃໝ່ ຈົນສາມາດສ້າງລາຍ ຂຶ້ນໃນປີ 2009, ເມື່ອສະຫະພັນນັກ ຮົບເກົ່າເມືອງຮຸນ ໄດ້ສົມທົບກັບ ທະນາຄານນະໂຍບາຍ ປ່ອຍທຶນ ກູ້ຢືມເພື່ອສ້າງເສດຖະກິດ. ທ່ານ ບຸນເຫລື່ອມ ໄດ້ຕັດສິນໃຈກູ້ຢືມ ເງິນ 9 ລ້ານກີບ ເພື່ອຊື້ງົວ 3 ໂຕ, ດ້ວຍຄວາມເອົາໃຈໃສ່, ຝູງງົວດັ່ງ ກ່າວໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ ຈຶ່ງເຫັນຊ່ອງທາງໃນການສ້າງ ລາຍຮັບ ແລະ ຫັນມາຖືເອົາການ ປູກຝັງ-ລ້ຽງສັດ ເປັນອາຊີບຫລັກ ຂອງຄອບຄົວ. ເຖິງວ່າຈະມີສັດ ລ້ຽງເພີ່ມຂຶ້ນ, ແຕ່ໃນໄລຍະທຳອິດ ຍັງພົບຄວາມຫຍຸ້ງຍາກຍ້ອນການ ລ້ຽງແບບປ່ອຍຕາມທຳມະຊາດ ເຮັດໃຫ້ການເບິ່ງແຍງສຸຂະພາບສັດ ບໍ່ທົ່ວເຖິງ. ຕົກມາຮອດປີ 2016, ແບບເປັນຟາມ ແລະ ຕັດສິນໃຈລົງ ທຶນຂະຫຍາຍເນື້ອທີ່ດິນຮ່ວມກັບ ດິນເກົ່າ ລວມເປັນ 24 ເຮັກຕາ. ໃນ ເນື້ອທີ່ດັ່ງກ່າວ, ໄດ້ແບ່ງເປັນເນື້ອ ທີ່ປູກຫຍ້າແນວພັນ 20 ເຮັກຕາ ແລະ ທົ່ງຫຍ້າທໍາມະຊາດ 4 ເຮັກ ຕາ ພ້ອມທັງລ້ອມຮົ້ວອ້ອມຢ່າງ ຖາວອນ. ທ່ານ ບຸນເຫລື່ອມ ໃຫ້ຮູ້ວ່າ: “ການລ້ຽງງົວກັບທີ່ (ລ້ຽງໃນ ຄອກ/ຟາມ) ຊ່ວຍໃຫ້ພວກເຮົາຕິດ ຕາມການເຕີບໃຫຍ່ ແລະ ສັກຢາ ປ້ອງກັນພະຍາດໄດ້ງ່າຍ, ສັດກໍ ແຂງແຮງ ແລະ ໃຫ້ຜົນຜະລິດສູງ ກວ່າການປ່ອຍຕາມທຳມະຊາດ”. ປັດຈຸບັນ, ຟາມ ກາຍເປັນແຫລ່ງຜະ ລິດສະບຽງອາຫານທີ່ສຳຄັນຂອງ ທ້ອງຖິ່ນ ເຊິ່ງມີສັດລ້ຽງປະເພດ ຕ່າງໆ ຄື: ງົວ 50 ໂຕ, ຄວາຍ 5 ໂຕ, ໝູ 8 ໂຕ ແລະ ສັດປີກອີກ 150 ໂຕ. ນອກຈາກນັ້ນ, ຍັງມີສວນຢາງ ພາລາ 1,5 ເຮັກຕາ ມີຕົ້ນຢາງ 700 ຕົ້ນ. ຄາດຄະເນລາຍຮັບໃນປີ 2025 ຄອບຄົວສາມາດສ້າງລາຍ ຮັບ 98 ລ້ານກີບ. ໃນນັ້ນ ມາຈາກ ການຂາຍງົວ 40 ລ້ານກີບ, ຂາຍ ໝູ 8 ລ້ານກີບ ແລະ ຂາຍຢາງພາ ລາ 50 ລ້ານກີບ. ຈາກຜົນສຳເລັດດັ່ງກ່າວ, ໄດ້ ເຮັດໃຫ້ຄອບຄົວຫລຸດພົ້ນອອກ ຈາກຄວາມທຸກຍາກຢ່າງສິ້ນເຊີງ, ມີເຮືອນຖາວອນ, ມີພາຫະນະຮັບ ໃຊ້ ແລະ ທີ່ສຳຄັນທີ່ສຸດແມ່ນສາ ມາດສົ່ງລູກທັງ 7 ຄົນ ຮຽນຈົບ ວິຊາຊີບ ແລະ ມີວຽກເຮັດງານທຳ ທີ່ໝັ້ນຄົງ. ຮັບໄດ້ເກືອບ 100 ລ້ານກີບຕໍ່ປີ. ທ່ານ ບຸນເຫລື່ອມ ເປັນຜູ້ໜຶ່ງທີ່ ມີເລືອດຮັກຊາດເຕັມຕົວ ໂດຍໄດ້ ສະໝັກເຂົ້າຮ່ວມການປະຕິວັດແຕ່ ອາຍຸ 14 ປີ (ປີ 1962) ຢູ່ກອງ ບັນຊາການທະຫານສູງສຸດ ທົ່ງນາ ໄກ່, ແຂວງຫົວພັນ. ພາຍຫລັງ ຮັບໃຊ້ຊາດມາຫລາຍທົດສະວັດ, ໃນປີ 1985 ໄດ້ຕັດສິນໃຈອອກ ພັກຜ່ອນຮັບອຸດໜູນ ເພື່ອມາສ້າງ ຄອບຄົວຢູ່ບ້ານມົກໄປ ເມືອງຮຸນ. ໃນເບື້ອງຕົ້ນ ຊີວິດແມ່ນອາໄສ ພຽງການເຮັດໄຮ່ ແລະ ຫາກິນ ຕາມທຳມະຊາດ ເຊິ່ງພໍພຽງແຕ່ ກຸ້ມຢູ່ກຸ້ມກິນໄປແຕ່ລະປີເທົ່ານັ້ນ ບາດກ້າວຫັນປ່ຽນທີ່ສຳຄັນໄດ້ເລີ່ມ ດ້ວຍວິໄສທັດທີ່ກວ້າງໄກ ໄດ້ໄປ ສຶກສາຮຽນຮູ້ເຕັກນິກການລ້ຽງ

RkJQdWJsaXNoZXIy MTc3MTYxMQ==