7247

gsfdko{dkora fmtok a xtgmf]k; ( 01/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີ ສະເຫລີມສະຫລອງວັນນະໂລກ ສາກົນ ຄົບຮອບ 144 ປີ ຈັດຂຶ້ນ ໃນວັນທີ 28 ມີນາ 2026 ທີ່ສູນ ການຄ້າສະຫວັນໄອເຕັກ ແຂວງ ສະຫວັນນະເຂດ ເພື່ອຍົກສູງຄວາມ ຮັບຮູ້ ແລະ ກະຕຸ້ນໃຫ້ທຸກພາກສ່ວນ ໃສ່ໃຈໃນການປ້ອງກັນ ຄວບຄຸມ ແລະ ດູແລຜູ້ປ່ວຍວັນນະໂລກ ຢ່າງ ຕໍ່ເນື່ອງ ໂດຍມີ ທ່ານ ດຣ. ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສະຫວັນ ນະເຂດ, ທ່ານ ດຣ. ພູປະສົງ ຊົມພູ ຮອງຫົວໜ້າກົມຄວບຄຸມພະຍາດ ຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງ ອາລັນຍາ ບໍລິບູນ ປະ ທານສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ພ້ອມດ້ວຍ ຕົວແທນຈາກເມືອງຈຳພອນ, ສອງ ຄອນ, ອາດສະພອນ ແລະ ເມືອງພີນ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ດຣ. ນາງ ສຸກສາຄອນ ຈັນທະຈອນ ໄດ້ກ່າວ ເຖິງປະຫວັດ ແລະ ຄວາມໝາຍ ຂອງວັນນະໂລກສາກົນ ໂດຍເນັ້ນ ວ່າ ອົງການຕ້ານວັນນະໂລກ ແລະ ໂລກປອດນານາຊາດ ຮ່ວມກັບອົງ ການອະນາໄມໂລກ ໄດ້ກຳນົດໃຫ້ ວັນທີ 24 ມີນາ ຂອງທຸກປີ ເປັນ ວັນນະໂລກສາກົນ ເພື່ອຍົກສູງ ຄວາມຮັບຮູ້ ແລະ ກະຕຸ້ນໃຫ້ທຸກ ພາກສ່ວນໃສ່ໃຈໃນການປ້ອງກັນ ຄວບຄຸມ ແລະ ດູແລຜູ້ປ່ວຍວັນນະ ໂລກ ຢ່າງຕໍ່ເນື່ອງ. ທ່ານ ດຣ. ຕຽງຄຳ ປ້ອງວົງ ສາ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຂອບໃຈຕໍ່ບັນດາ ພາກສ່ວນ ແລະ ອົງການຕ່າງໆທີ່ ໄດ້ຮ່ວມມື ແລະ ສະໜັບສະໜູນ ການຈັດງານໃນຄັ້ງນີ້ ພາຍໃຕ້ຄຳ ຂວັນ “ທຸກພາກສ່ວນຕ້ອງເປັນ ເຈົ້າການ ໂດຍມີສ່ວນຮ່ວມຂອງ ປະຊາຊົນລາວບັນດາເຜົ່າ ແນ່ນອນ ພວກເຮົາສາມາດລົບລ້າງວັນນະ ໂລກໄດ້ໃນອະນາຄົດ”. ພາຍໃນ ງານ ຍັງໄດ້ມີການສົນທະນາ ແລະ ແລກປ່ຽນບົດຮຽນປະສົບການ ຈາກຕົວແທນຂອງ 4 ເມືອງ ທີ່ ເຂົ້າຮ່ວມ ເພື່ອແລກປ່ຽນຂໍ້ມູນ ແລະ ເສີມສ້າງການຮ່ວມມື ໃນວຽກງານ ຄວບຄຸມ ແລະ ປ້ອງກັນພະຍາດວັນ ນະໂລກ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ຂ່າວ-ພາບ:ເພັດມະນີໃສ ໄຊປັນຍາ lts;a ootg0f ltgs]u ,lts]v' ;a oot3]dlkdq o7q [Iv[ 144 xu ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ກຸ່ມທ້ອນເງິນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງ ສະຫະພັນແມ່ຍິງ ແຂວງສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IV ແລະ ສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ພ້ອມທັງປ່ອນ ບັດຄັດເລືອກເອົາຄະນະກໍາມະການ ຊຸດໃໝ່ ເມື່ອມໍ່ໆມານີ້ ໂດຍການເປັນ ປະທານຂອງ ທ່ານນາງ ຈັນທະ ຈອນ ຫວາດທະລາວົງ ປະທານ ຄະນະບໍລິຫານງານສະຫະພັນແມ່ ຍິງ ແຂວງສາລະວັນ, ມີບັນດາ ຄະນະບໍລິຫານງານສະຫະພັນແມ່ ຍິງແຂວງ, ພະນັກງານບໍານານ, ສະມາຊິກກອງທຶນ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄພວົງ ຈັນສີຍະວົງ ຄະນະ ກໍາມະການກອງທຶນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໄດ້ສະຫລຸບການ ຈັດຕັ້ງປະຕິບັດ, ຕີລາຄາດ້ານຕັ້ງ ໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້, ພ້ອມທັງຍົກໃຫ້ເຫັນ ເຖິງການສ້າງຕັ້ງກຸ່ມທ້ອນເງິນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນ ການຈັດຕັ້ງປະຕິບັດແຜນພັດທະນາ ແມ່ຍິງ ແຂວງສາລະວັນ ໃນ 8 ແຜນ ງານ, 25 ໂຄງການ ໂດຍສະເພາະ ການແກ້ໄຂຊີວິດການເປັນຢູ່ຂອງ ຄອບຄົວພະນັກງານ-ລັດຖະກອນ ພາຍໃນສະຫະພັນແມ່ຍິງແຂວງ, ກໍຄືສະມາຊິກກຸ່ມທ້ອນເງິນ ຊຶ່ງມີ ສະມາຊິກທັງໝົດ 84 ທ່ານ, ຍິງ 65 ທ່ານ, ຊາຍ 19 ທ່ານ ແລະ ມີ ອົງການຈັດຕັ້ງຕ່າງໆ 6 ອົງການ ຈັດຕັ້ງ, ທຽບໃສ່ສະມາຊິກໄລຍະ ຜ່ານມາ ກວມເອົາ 13%. ໃນໄລຍະ 5ປີຜ່ານມາ ໄດ້ມີການ ຮັບຝາກເງິນ ຂອງສະມາຊິກປະຈຳ ແຕ່ລະເດືອນ, ເລີ່ມແຕ່ເດືອນທີ 1 ຈົນຮອດເດືອນທີ 12 ຊຶ່ງມີຈໍານວນ ເງິນຝາກສະສົມ ຂອງສະມາຊິກ ທັງໝົດ 694 ລ້ານກວ່າກີບ ແລະ ຍອດຍົກມາຂອງສະມາຊິກ 400 ລ້ານກວ່າກີບ, ລວມຈໍານວນເງິນ ຝາກ ແລະ ດອກເບ້ຍຂອງສະມາຊິກ 700 ລ້ານກວ່າກີບ. ພ້ອມນີ້, ການ ປ່ອຍສິນເຊື່ອ ສາມາດປ່ອຍເງິນ ໃຫ້ສະມາຊິກກູ້ຢືມໄດ້ທັງໝົດ 207 ເທື່ອຄົນ ຈໍານວນເງິນທີ່ກູ້ຢືມຕົ້ນ ທຶນທັງໝົດ 554 ລ້ານກວ່າກີບ, ດອກເບ້ຍທັງໝົດ 45 ລ້ານກວ່າ ກີບ, ລວມທັງຕົ້ນ ແລະ ດອກເບ້ຍ ທັງໝົດ 700 ລ້ານກວ່າກີບ. ສໍາ ລັບເງື່ອນໄຂໃນການກູ້ຢືມເງິນ ຊຶ່ງ ຜູ້ທີ່ບໍ່ແມ່ນສະມາຊິກກຸ່ມທ້ອນເງິນ ອັດຕາດອກເບ້ຍ 15% ຕໍ່ປີ, ສ່ວນ ສະມາຊິກກຸ່ມທ້ອນເງິນແມ່ນ 10% 5 xu d5 j ,mh vog'y o-j ;pgs]n v0v'ltstra oc,j py ' c0;'lk]t;a o ,u mb o\6 o;Pos]kpd;j k 700 ]h kodu [ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີເຊັນບົດບັນ ທຶກການຮ່ວມມື ລະຫວ່າງ 4 ແຂວງ ພາກໃຕ້ ຂອງ ສປປ ລາວ (ຈໍາປາ ສັກ, ສາລະວັນ, ເຊກອງ ແລະ ອັດ ຕະປື) ກັບ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 29 ມີນາ 2026 ທີ່ແຂວງຢາລາຍ. ການລົງນາມເຊັນບົດບັນທຶກ ຮ່ວມມືຄັ້ງນີ້ ຖືເປັນກ້າວສຳຄັນ ໃນການຍົກລະດັບຄວາມສຳຄັນ ລະຫວ່າງ ແຂວງຢາລາຍ ກັບ 4 ແຂວງພາກໃຕ້ຂອງລາວ ໃຫ້ມີ ຄວາມໃກ້ຊິດ ແລະ ເປັນຮູບປະທຳ ພ້ອມທັງເປັນການເພີ່ມໂອກາດ ໃນ ການສົ່ງເສີມສັກກະຍະພາບ ແຕ່ລະ ພື້ນທີ່ໃຫ້ເຕີບໂຕໄປພ້ອມກັນ. ສະເພາະ ແຂວງອັດຕະປື ແລະ ແຂວງຢາລາຍ ໃນການເຊັນບົດບັນ ທຶກຮ່ວມມືກັນຄັ້ງນີ້ ແມ່ນແນໃສ່ສືບ ຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ລາວຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງອັດຕະປື ແລະ ແຂວງຢາລາຍ, ຮ່ວມລົງນາມ ເຊັນ ບົດບັນທຶກຄັ້ງນີ້ ໂດຍທ່ານ ສີໄລ ສີ ສະແຫວງສຸກ ຮອງປະທານຄະນະ ກຳມະການປົກຄອງແຂວງອັດຕະປື ແລະ ທ່ານ ນາງ ຫງວຽນ ທີ້ ແທັງ ລິ໋ກ ຮອງປະທານຄະນະກຳມະການ ປະຊາຊົນ ແຂວງຢາລາຍ ໂດຍຊ່ອງ ໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ສຳລັບເນື້ອໃນສໍາຄັນຂອງບົດ ບັນທຶກການຮ່ວມມືລະຫວ່າງແຂວງ ອັດຕະປື ແລະ ແຂວງຢາລາຍ ຄັ້ງ ນີ້ ໄດ້ລະບຸໄວ້ວ່າ: ສອງຝ່າຍ ຈະ ໄດ້ສືບຕໍ່ແລກປ່ຽນຫລາຍວຽກງານ ນໍາກັນ, ໃນນີ້, ຂົງເຂດການສຶກສາ: ຈະບໍາລຸງສ້າງບຸກຄະລາກອນ ໃນ ໄລຍະແຕ່ສົກປີຮຽນ 2026-2027 ຮອດສົກປີຮຽນ 2030-2031 ຊຶ່ງໃນແຕ່ລະປີ ແຂວງຢາລາຍ ຈະ ສະໜອງທຶນຊ່ວຍເຫລືອຂົງເຂດ ສຶກສາ 100% ໃນລະດັບປະລິນຍາ ໂທ, ປະລິນຍາຕີ ແລະ ຊັ້ນສູງ ໃຫ້ ນັກຮຽນ ແຂວງອັດຕະປື ຈໍານວນ 20 ທຶນ ລວມ 5 ປີ ມີຈໍານວນ 100 ທຶນ ມາຮຽນຢູ່ມະຫາວິທະຍາໄລ ແລະ ວິທະຍາໄລຂອງແຂວງຢາ ລາຍ. ສຳລັບຂົງເຂດສາທາລະນະສຸກ ໃນແຕ່ລະປີ ແຂວງຢາລາຍ ຈະ ມີການແຕ່ງຕັ້ງຊ່ຽວຊານ ເພື່ອມາ ປະຕິບັດໜ້າທີ່ວຽກງານ ຊ່ວຍເຫລືອ ດ້ານເຕັກນິກວິຊາການ ຢູ່ແຂວງ ອັດຕະປື ພ້ອມທັງຮັບເອົາພະນັກ ງານ ແລະ ຈັດຕັ້ງການຝຶກອົບຮົມ ດ້ານວິຊາການ, ເຕັກນິກ ໃຫ້ພະນັກ ງານແພດໝໍ ຂອງໂຮງໝໍແຂວງ ອັດຕະປື ຈໍານວນ 3 ທ່ານຕື່ມ ອີກ. ຂົງເຂດການຮ່ວມມືດ້ານການ ລົງທຶນ: ສອງຝ່າຍ ຈະເພີ່ມທະວີ ການແລກປ່ຽນຂໍ້ມູນ, ຊຸກຍູ້ບັນ ດາ ຫົວໜ່ວຍທຸລະກິດ ໃນການເຄື່ອນ ໄຫວຮ່ວມມື ແລະ ສົ່ງເສີມການ ລົງທຶນ ເພື່ອຮັບໃຊ້ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຕາມທ່າ ແຮງຂອງແຕ່ລະຝ່າຍ. ສ່ວນຂົງ ເຂດອຸດສາຫະກຳ ແລະ ການຄ້າ: ທາງແຂວງຢາລາຍ ໃຫ້ຄໍາໝັ້ນ ສັນຍາວ່າ ຈະສ້າງເງື່ອນໄຂຄວາມ ສະດວກໃຫ້ແກ່ການຈໍລະຈອນ ສິນຄ້າ ທີ່ເປັນຜະລິດຕະພັນຂອງ ບັນດາວິສາຫະກິດ ແຂວງອັດຕະ ປື ເວົ້າສະເພາະ, ເວົ້າລວມ ແມ່ນ ຂອງ ສປປ ລາວ ໃຫ້ໄປເຖິງທ່າເຮືອ 4 c0;'rkd.8h ]k; ln [8= j Ij ;,,n .os]kp0q 'g0f;Pd'ko da [c0;'1k]kp ຫລື ສະໜາມບິນຂອງແຂວງຢາ ລາຍ ເພື່ອຜົນປະໂຫຍດຂອງການ ພັດທະນາເສດຖະກິດລວມ ແລະ ມິດຕະພາບອັນດີງາມ ລະຫວ່າງ ສອງຝ່າຍດ້ວຍກັນ. ຂົງເຂດກະສິກໍາ ແຂວງຢາລາຍ ຍິນດີຕ້ອນຮັບຄະນະພະນັກງານ ໃນຂົງເຂດກະສິກໍາຂອງ ແຂວງ ອັດຕະປື ໄປແລກປ່ຽນບົດຮຽນ, ແບ່ງປັນປະສົບການ ໃນບັນດາ ຂົງເຂດວິຊາສະເພາະ, ປະກອບ ສ່ວນຍົກສູງຄວາມສາມາດ ແລະ ປະສິດທິຜົນ; ຂົງເຂດວັດທະນະ ທໍາ, ກິລາ ແລະ ທ່ອງທ່ຽວ: ສອງ ຝ່າຍ ຈະມີການສົມທົບຮ່ວມກັນ ເພື່ອຈັດຕັ້ງເຄື່ອນໄຫວບັນດາກິດ ຈະກໍາພົບປະວັດທະນະທໍາ ແນ ໃສ່ນໍາສະເໜີ, ໂຄສະນາບັນດາ ຄຸນຄ່າທາງດ້ານວັດທະນະທໍາ ທີ່ ເປັນມູນເຊື້ອ ແລະ ເປັນເອກະລັກ ຂອງແຕ່ລະຝ່າຍ, ສົມທົບຮ່ວມກັນ ຈັດຕັ້ງການສໍາຫລວດ, ສ້າງບັນ ດາຜະລິດຕະພັນທ່ອງທ່ຽວໃໝ່, ຈັດຕັ້ງ, ເຂົ້າຮ່ວມບັນດາການເຄື່ອນ ໄຫວເຊື່ອມໂຍງ ແລະ ຮ່ວມມືພັດທະ ນາການທ່ອງທ່ຽວ. ຂົງເຂດການ ຕ່າງປະເທດ: ສອງຝ່າຍ ເພີ່ມທະ ວີການແລກປ່ຽນຄະນະຜູ້ແທນ ແລະ ການຮ່ວມມືໃນຂົງເຂດການ ຕ່າງປະເທດຢ່າງເປັນປະຈໍາ ເພື່ອ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ ນໍ້າໃຈມິດຕະພາບ ທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງສອງຝ່າຍ. ນອກຈາກນີ້, ຂົງເຂດປ້ອງກັນ ຄວາມສະຫງົບ: ສອງຝ່າຍ ປະກອບ ສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະພາບແວດລ້ອມ, ສັນຕິ ພາບ, ການຮ່ວມມືມິດຕະພາບອັນ ດີງາມ ລະຫວ່າງ ສອງຝ່າຍ. ຂ່າວ: ສິດຕິພອນ 7tot[= ]y sko'kora dc0;'v5 fq ,w- w0dv'xt-5 , 7A 'mu 4 ltw\mu X ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ຄະນະບໍລິຫານ ງານພັກແຂວງອຸດົມໄຊ ໄຂກອງ ປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ X ຂຶ້ນໃນວັນທີ 30 ມີນາ 2026 ທີ່ ຫ້ອງວ່າການແຂວງ ໂດຍການເປັນ ປະທານຂອງ ສະຫາຍ ບຸນຄົງ ຫລ້າ ຈຽມພອນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ ແລະ ຕາງໜ້າພາກສ່ວນຕ່າງໆ ເຂົ້າຮ່ວມ. ໃນກອງປະຊຸມໄດ້ລາຍງານຜົນ ການນຳພາ-ຊີ້ນຳ ໃນໄຕມາດ I ປີ 2026 ໂດຍເນັ້ນໃສ່ ຜົນສຳເລັດ ສຳຄັນ ເຊັ່ນ: ການຮັກສາສະຖຽນ ລະພາບການເມືອງ ແລະ ຄວາມ ສະຫງົບຮຽບຮ້ອຍ ຄວບຄູ່ກັບການ ແກ້ໄຂບັນຫາຢາເສບຕິດ; ການ ຈັດຕັ້ງນຳພາວຽກເລືອກຕັ້ງສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ດຳເນີນໄປຕາມກົດໝາຍ ມີຄວາມໂປ່ງໃສ ແລະ ເປັນປະຊາ ທິປະໄຕ; ການປັບປຸງໂຄງສ້າງ ການຈັດຕັ້ງ ແລະ ການສ້າງຕັ້ງຕາ ແສງທົ່ວແຂວງ ບັນລຸຜົນເປັນຂັ້ນ ຕອນ; ການຄຸ້ມຄອງປ່າໄມ້, ແຮ່ທາດ ແລະ ການນຳໃຊ້ ຄຳສັ່ງຂອງ ລັດຢ່າງເຂັ້ມງວດ. ພ້ອມນັ້ນ, ໄດ້ຊຸກ ຍູ້ການລົງທຶນພື້ນຖານໂຄງລ່າງ, ການພັດທະນາເສັ້ນທາງ ແລະ ໂຄງ ການສຳຄັນຂອງແຂວງ. ດ້ານ ເສດຖະກິດໄດ້ນຳພາ-ຊີ້ນຳຕາມທິດ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ຕາມ 4 ທ່າແຮງ ໄດ້ ແກ່ກະສິກຳ, ອຸດສາຫະກຳປຸງ ແຕ່ງ ແລະ ພະລັງງານສະອາດ, ການທ່ອງທ່ຽວ ແລະ ການຂົນສົ່ງ ທັນສະໄໝຕິດພັນກັບການນຳໃຊ້ທ່າ ແຮງ ຈາກເສັ້ນທາງລົດໄຟ ລາວຈີນ ແລະ ທິດທາງສີຂຽວ ແລະ ຍືນ ຍົງ. ດ້ານການເງິນ ໄດ້ຊຸກຍູ້ການ ຈັດເກັບລາຍຮັບໃຫ້ທັນສະໄໝ ແລະ ບັນລຸຕາມແຜນ. ມາຮອດວັນທີ 8 ມີນາ 2026 ສາມາດຈັດເກັບລາຍ ຮັບໄດ້ 156,03 ຕື້ກີບ ເທົ່າກັບ 23,38% ຂອງແຜນປີ ໃນນັ້ນ, ລາຍຮັບພູດສູນກາງ ປະຕິບັດໄດ້ 27,34 ຕື້ກີບ (80,80%) ແລະ ພູດທ້ອງຖິ່ນ ປະຕິບັດໄດ້ 128,69 ຕື້ກີບ (20,31%). ປັດຈຸບັນ ມີໂຄງການລົງທຶນ ທັງໝົດ 49 ໂຄງການ ແລະ ໃນໄລຍະ 3 ເດືອນ ຕົ້ນປີ ໄດ້ອະນຸຍາດການລົງທຶນ 32 ໂຄງການ ມູນຄ່າ 387,17 ຕື້ ກີບ. ການຜະລິດກະສິກຳ ສາມາດ ສະໜອງພາຍໃນໄດ້ພຽງພໍ ແລະ ອຸດສາຫະກຳດຳເນີນໄປຕາມແຜນ. ພ້ອມນີ້, ການທ່ອງທ່ຽວກໍເຕີບໂຕ ໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງອຸດົມໄຊ 30.228 ເທື່ອ ຄົນ. ດ້ານວັດທະນະທຳ-ສັງຄົມ ມີ ຄວາມຄືບໜ້າດີ ເຊັ່ນ: ການສຶກສາ ບັນລຸຫລາຍຄາດໝາຍ, ວຽກງານ ສາທາລະນະສຸກ ສາມາດຄວບຄຸມ ພະຍາດໄດ້ດີ, ການຈ້າງງານ ແລະ ຝຶກອົບຮົມແຮງງານມີທ່າທີດີຂຶ້ນ. ຂະນະດຽວກັນ, ວຽກງານກໍ່ສ້າງ ພັກກໍໄດ້ຮັບການສຸມໃສ່ຢ່າງຕໍ່ເນື່ອງ ທັງການພັດທະນາສະມາຊິກ ແລະ ຍົກສູງຄຸນນະພາບອົງການພັກ. ໃນກອງປະຊຸມຍັງໄດ້ວາງທິດ ທາງ ແລະ ມາດຕະການສຳຄັນສຳ ລັບໄຕມາດຕໍ່ໄປ ເພື່ອສືບຕໍ່ນຳພາໃຫ້ ບັນລຸແຜນ ປະຈຳປີ 2026 ຢ່າງມີ ປະສິດທິຜົນ. ຂ່າວ: ຄຳພັນ ແກ້ວມະນີ ຕໍ່ປີ. ກຸ່ມທ້ອນເງິນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ມີລາຍຮັບຈາກການ ເກັບຄ່າທໍານຽມ ເຂົ້າເປັນສະມາຊິກ ກຸ່ມທ້ອນເງິນ, ຄ່າທໍານຽມເອກະ ສານຂໍຢືມເງິນ ແລະ ຄ່າທໍານຽມ ເອກະສານຂໍຢືມເງິນ, ຄ່າທໍານຽມ ຕໍ່ສັນຍາ. ກຳໄລສຸດທິ ໃນໄລຍະ 5 ປີ, ມີເງິນ 235 ລ້ານກວ່າກີບ. ນອກຈາກນັ້ນ, ກໍໄດ້ມີການປັນຜົນ ກໍາໄລຕາມລະບຽບຂອງກອງທຶນ ເປັນຕົ້ນ 85%ຂອງກຳໄລສຸດທິ ໄດ້ ແບ່ງປັນໃຫ້ສະມາຊິກ, 10% ຂອງ ກຳໄລສຸດທິ ໄດ້ແບ່ງຕອບແທນ ຄະນະຮັບຜິດຊອບ ແລະ 5% ຂອງ ກຳໄລສຸດທິ ໄດ້ແບ່ງເຂົ້າເປັນເງິນ ສະສົມກຸ່ມທ້ອນເງິນ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ ຜ່ານຕາຕະລາງປັນຜົນ, ການປ່ອຍ ເງິນກູ້ ແລະ ຮ່າງກົດລະບຽບກອງ ທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມທັງໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ສະໝັກຄະນະກໍາມະການຊຸດ ໃໝ່ ແລະ ໄດ້ດຳເນີນການປ່ອນບັດ ເລືອກຕັ້ງຢ່າງເປັນທາງການ. ຜົນ ການປ່ອນບັດເລືອກຕັ້ງ ແລະ ກອງ ປະຊຸມຄັ້ງປະຖົມມະລືກ ເຫັນດີ ເລືອກເອົາ ທ່ານນາງ ຈັນທະຈອນ ຫວາດທະລາວົງ ເປັນປະທານ, ທ່ານນາງ ສີເງິນ ພົດຈະເລີນ ເປັນ ຮອງປະທານ ທັງເປັນປະທານກວດ ກາ, ທ່ານນາງ ຈັນສະໄໝ ແກ້ວ ບົວລະພາ ຮັບຜິດຊອບບັນຊີ (ຮັບ ເງິນຝາກ), ທ່ານນາງ ສິລິກອນ ແກ້ວປະດິດ ຮັບຜິດຊອບຄັງເງິນສົດ (ປ່ອຍກູ້ເງິນ) ແລະ ທ່ານນາງ ສຸ ດາວັນ ພັນທະວົງ ຮັບຜິດຊອບເປັນ ກອງເລຂາ. ຂ່າວ-ພາບ: ວິໄລວອນ ສິດທິໄຊ

RkJQdWJsaXNoZXIy MTc3MTYxMQ==