01/04/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d fvogff{fvo7vo vu d|bj '95 f\kpxkpmk'0v'oa dmj v'mj P; lkgsfrk.sh gxa ork;tg]n vf9k' ຂປລ. ພາວະເລືອດຈາງ ແມ່ນ ຮ່າງກາຍມີເມັດເລືອດແດງໜ້ອຍ ກວ່າປົກກະຕິ ຫລື ມີລະດັບຮີໂມ ໂກໂລບິນ (Hemoglobin) ໃນ ເມັດເລືອດແດງຕໍ່າກວ່າເກນມາດ ຕະຖານ. ຮີໂມໂກບີນ ເປັນອົງປະ ກອບສຳຄັນຂອງເມັດເລືອດແດງ ມີໜ້າທີ່ລຳລຽງອອກຊິເຈນຈາກ ປອດໄປລ້ຽງແຊນ ແລະ ເນື້ອເຍື້ອ ອະໄວຍະວະຕ່າງໆໃນຮ່າງກາຍ. ພາວະເລືອດຈາງ ເຮັດໃຫ້ແຊນ ແລະ ອະໄວຍະວະໄດ້ຮັບເລືອດບໍ່ ພຽງພໍສົ່ງຜົນໃຫ້ມີອາການເມື່ອຍ, ອ່ອນເພຍ, ຫາຍໃຈຍາກ, ໂຕເຫລືອງ ແລະ ສົ່ງຜົນກະທົບຕໍ່ການເຮັດວຽກ ຂອງສະໝອງ. ສຳລັບສາເຫດພາໃຫ້ເກີດພາວະ ເລືອດຈາງມີດັ່ງນີ້: ການຂາດສານ ອາຫານທີ່ຈຳເປັນຕໍ່ການສ້າງເມັດ ເລືອດແດງເຊັ່ນ: ທາດເຫລັກ, ວິຕາ ມິນ B12, 9 ຫລື ກົດໂຟລິກ ຊຶ່ງ ຈຳເປັນຕໍ່ການສ້າງເມັດເລືອດ; ການສູນເສຍເລືອດເຊັ່ນ: ເສຍເລືອດ ຈາກບາດແຜຮຸນແຮງ, ການມີ ປະຈຳເດືອນມາຫລາຍຜິດປົກກະຕິ ຫລື ການເສຍເລືອດພາຍໃນລະ ບົບທາງເດີນອາຫານ ເຊັ່ນ: ເປັນ ບາດແຜໃນກະເພາະອາຫານ; ພະ ຍາດຊຳເຮື້ອ: ບາງພະຍາດສົ່ງຜົນ ກະທົບຕໍ່ການຜະລິດເມັດເລືອດ ເຊັ່ນ: ພະຍາດໝາກໄຂ່ຫລັງ, ມະເຮັງ, ຫລື ພະຍາດໄຂ້ຍຸງ (Malaria); ພະຍາດເລືອດຈາງແຕ່ກຳເນີດເຊັ່ນ: ທາລັດຊີເມຍ (Thalassemia) ທີ່ເຮັດໃຫ້ຮ່າງກາຍສ້າງເມັດເລືອດ ແດງທີ່ບໍ່ສົມບູນ, ແຕກງ່າຍ ແລະ ຄວາມຜິດປົກກະຕິຂອງໄຂກະດູກ. ພາບປະກອບ 9t]k9vo o; gruj ,7;k,I6h .sh oa dIPo dj P;da [dkoxj Pocx'my fmk'dkola o9vo8k, 9 glA omk'.o o; ຂປລ. ພາຍຫລັງເລີ່ມຈັດຕັ້ງປະ ຕິບັດການປັບປ່ຽນທິດທາງການ ສັນຈອນ ຕາມ 9 ເສັ້ນທາງໃນເຂດ ໃຈກາງຕົວເມືອງ ນະຄອນຫລວງ ວຽງຈັນ (ນວ) ເພື່ອອໍານວຍຄວາມ ສະດວກໃນການແລ່ນລົດເມດ່ວນ (BRT)ໃນວັນທີ28ກຸມພາ2026 ເປັນຕົ້ນມາພະແນກຕຳຫລວດຈະ ລາຈອນ ນະຄອນຫລວງວຽງຈັນ ກໍ ໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ ຖະໜົນ ໂດຍສະເພາະໄດ້ລົງເຜີຍແຜ່ ຂປລ. ແຂວງຈຳປາສັກ ແມ່ນ ແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ, ສັດ ສາວາສິ່ງ ແລະ ຊີວະນາໆພັນ ຊຶ່ງເປັນສະຖານທີ່ ທີ່ດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ, ພິເສດແຂວງຈຳປາສັກ ມີ ແຫລ່ງທ່ອງທ່ຽວທີ່ໂດດເດັ່ນທາງ ດ້ານວັດທະນະທຳ, ວັດຖຸບູຮານ, ປະຫວັດສາດ ແລະ ທຳມະຊາດ ທີ່ລືຊື່ຫລາຍແຫ່ງເປັນຕົ້ນວັດພູຈຳ ປາສັກ ມໍລະດົກໂລກແຫ່ງທີສອງ ຂອງ ສປປ ລາວ, ແຫລ່ງທ່ອງທ່ຽວ ນ້ຳຕົກຄອນພະເພັງໃຫຍ່ທີ່ສຸດໃນ ຕາເວັນອອກສ່ຽງໃຕ້, ພ້ອມນັ້ນ ກໍ ຍັງມີເກາະມີດອນນ້ອຍໃຫຍ່ຈຳ ນວນຫລວງຫລາຍທີ່ຂຶ້ນຊື່ລືນາມ ໂດຍສະເພາະແມ່ນຢູ່ເມືອງໂຂງ ຈົນ ໄດ້ຮັບການຂະໜາມນາມວ່າເປັນ ມະຫານະທີສີພັນດອນ ເປັນຕົ້ນແມ່ນ ດອນເດດ-ດອນຄອນ ເປັນອີກໜຶ່ງ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງ ປະເທດ, ແຕ່ກ່ອນຢູ່ດອນ ແຫ່ງນີ້ບໍ່ມີ ກະແສໄຟຟ້າໃຊ້, ມີລັກສະນະແບບ ທໍາມະຊາດດັ້ງເດີມ ຈຶ່ງເປັນທີ່ນິຍົມ ຂອງບັນດານັກທ່ອງທ່ຽວທີ່ມັກ ການພະຈົນໄພ ແລະ ການດຳລົງຊີ ວິດຂອງປະຊາຊົນໃນຂົງເຂດນັ້ນ ແມ່ນຕິດພັນກັບທຳມະຊາດຢ່າງ ແທ້ຈິງ, ນັກທ່ອງທ່ຽວບາງຄົນໄດ້ ມາພັກເຊົາ ຢູ່ດອນຄອນ-ດອນເດດ ປະມານ 2-3 ມື້, ບາງຄົນອາໄສ ຢູ່ເປັນອາທິດ ຫລື ຫລາຍກວ່ານັ້ນ ຍ້ອນຕິດໃຈທຳມະຊາດກາງດອນ ອັນງຽບສະຫງົບ. ດອນເດດ-ດອນຄອນ ເປັນສອງ ເກາະເຊື່ອມຕໍ່ກັນດ້ວຍຂົວລົດໄຟເກົ່າ ທີ່ສ້າງຂຶ້ນໃນສະໄໝອານານິຄົມ ຝຣັ່ງ, ເປັນສະຖານທີ່ນີ້ຂຶ້ນຊື່ເລື່ອງ ບັນຍາກາດດີງຽບສະຫງົບ ແລະ ມີທິວທັດທຳມະຊາດທີ່ສວຍງາມ, ຢູ່ທາງໃຕ້ທັງສອງດອນເຕັມໄປ ດ້ວຍກິ່ນອາຍຂອງບ້ານເຮືອນ ເກົ່າສະໄໝອານານິຄົມຝຣັ່ງ, ມີ ຫາດຊາຍຫລາຍແຫ່ງ, ເຮືອນພັກ ບັງກະໂລໄມ້ໄຜ່ລາຄາປະຫຍັດແບບ ທຳມະຊາດ, ມີສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນ ສະໄໝຝຣັ່ງ, ມີນ້ຳຕົກນ້ອຍໃຫຍ່ ຈຳນວນຫລາຍ, ມີສິ່ງອຳນວຍ ຄວາມສະດວກກະຈາຍຢູ່ທົ່ວດອນ, ຖືເປັນສະຫວັນຂອງນັກທ່ອງທ່ຽວ ທີ່ຕ້ອງການມາພັກຜ່ອນກັບທຳມະ ຊາດທີ່ແທ້ຈິງ ແລະ ນັກທ່ອງທ່ຽວ ສ່ວນຫລາຍນິຍົມມາທ່ຽວຊົມ ທໍາມະຊາດອັນສວຍງາມຕາມ ແມ່ນໍ້າຂອງ, ສຳຜັດກັບວິຖີຊີວິດ ອັນລຽບງ່າຍ ແລະ ເປັນເອກະ ລັກຂອງຊາວບ້ານຢູ່ແຕ່ລະດອນ, ພ້ອມທັງສຶກສາຮ່ອງຮອຍທາງ ປະຫວັດສາດອັນເຮັດໃຫ້ເຂດນີ້ ກາຍເປັນໜຶ່ງໃນຈຸດໝາຍປາຍທາງ ການທ່ອງທ່ຽວທີ່ສໍາຄັນຂອງແຂວງ ຈໍາປາສັກ. ສຳລັບການເດີນທາງໄປທ່ຽວ ດອນເດດ-ດອນຄອນ ເມື່ອກ່ອນ ແມ່ນຂີ່ເຮືອຂ້າມຟາກມາຈາກບ້ານ ນາກະສັງ ໄປສູ່ດອນເດດ ຫລື ດອນ ຄອນ ຊຶ່ງທັງສອງເກາະບໍ່ສາມາດ ນຳລົດໃຫຍ່ຂ້າມໄປໄດ້ຕ້ອງຫາ ບ່ອນຝາກລົດເອົາໄວ້ແລ້ວຂີ່ເຮືອ ຂ້າມໄປ, ເກາະຂະໜາດນ້ອຍ 2 ເກາະນີ້ເຊື່ອມຕໍ່ກັນດ້ວຍຂົວ. ດອນ ເດດຢູ່ທາງເໜືອ ດອນຄອນ ຢູ່ທາງ ໃຕ້. ມາໃນປັດຈຸບັນທັງດອນເດດ ແລະ ດອນຄອນ ມີຫົນທາງຄອນ ກຣີດໄປມາສະດວກ. ເອົາເປັນວ່າ, ທ່ານໃດມີແຜນໄປທ່ຽວທາງພາກ ໃຕ້ຂອງລາວ ໂດຍສະເພາະແມ່ນ ເມືອງໂຂງ ແຂວງຈຳປາສັກ ກໍຢ່າ ລືມຫາໂອກາດໄປສຳຜັດບັນຍາດ ທີ່ສວຍງາມ, ງຽບສະຫງົບ, ໄປເບິ່ງ ຮ່ອງຮອຍປະຫວັດສາດ ແລະ ໄປ ສຳຜັດວິຖີຊີວິດຂອງປະຊາຊົນໃນ ທ້ອງຖ່ິນນັ້ນໆ. ຢູ່ຕາມໂຮງຮຽນແຫ່ງຕ່າງໆ ເພື່ອ ໃຫ້ນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການນຳໃຊ້ຖະໜົນດັ່ງກ່າວ ຢ່າງປອດໄພ ແລະ ຖືກຕ້ອງ. ເມື່ອບໍ່ດົນມານີ້, ທ່ານ ພັທ ຫລຽນໄຊ ມົງພົນຄໍາ ຫົວໜ້າກອງ ໂຄສະນາ, ພະແນກຕໍາຫລວດຈະ ລາຈອນ ປກສ ນະຄອນຫລວງ ວຽງຈັນ ໄດ້ລົງເຜີຍແຜ່ເອກະສານ ກ່ຽວກັບການປ່ຽນແປງທິດທາງ ການສັນຈອນ ຕາມ 9 ເສັ້ນທາງໃນ ຂອບເຂດໃຈກາງນະຄອນຫລວງ ວຽງຈັນ ຢູ່ໂຮງຮຽນ ມສ ເພຍວັດ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມ ໝາຍ, ຄວາມສໍາຄັນ ແລະ ເຫດຜົນ ຂອງການປັບປ່ຽນທິດທາງການ ສັນຈອນດັ່ງກ່າວ, ພ້ອມທັງແນະນຳ ໃຫ້ນັກຮຽນຮັບຮູ້ຊື່ເສັ້ນທາງແຕ່ລະ ເສັ້ນທີ່ໄດ້ມີການປັບປ່ຽນທິດທາງ ການສັນຈອນ ແລະ ໃຫ້ມີສະຕິໃນ ການຂັບຂີ່, ໃຫ້ເອົາໃຈໃສ່ປະຕິບັດ ຕາມກົດລະບຽບການສັນຈອນ ໂດຍສະເພາະໃຫ້ປະຕິບັດຕາມປ້າຍ ສັນຍານ, ປ້າຍຫ້າມ ແລະ ສັນຍະ ລັກການສັນຈອນທີ່ໄດ້ປັກໝາຍ ແລະ ແຕ້ມໄວ້ຕາມເສັ້ນທາງຢ່າງ ເຂັ້ມງວດແນໃສ່ຫລີກລ່ຽງການເກີດ ອຸບັດເຫດ ແລະ ເພື່ອສ້າງຄວາມ ຊິນເຄີຍໃນການໃຊ້ຖະໜົນດັ່ງກ່າວ. ພ້ອມນີ້, ທ່ານຍັງເນັ້ນໃຫ້ນັກຮຽນ ຮັບຮູ້ເຖິງຄວາມສຳຄັນຂອງການ ປະຕິບັດຕາມກົດລະບຽບການສັນ ຈອນເປັນຕົ້ນການໃສ່ໝວກກັນກະ ທົບ, ການຂັບຂີ່ຢ່າງມີສະຕິ ແລະ ການເຄົາລົບກົດລະບຽບ ເພື່ອສ້າງ ວັດທະນະທຳການຈະລາຈອນທີ່ດີ ໃນສັງຄົມ. ສໍາລັບເສັ້ນທາງທີ່ໄດ້ມີການ ປັບປ່ຽນທິດທາງການສັນຈອນ ປະກອບມີ: ຖະໜົນດອນຈັນ (ແຄມ ຂອງ); ຖະໜົນຟ້າງຸ່ມ; ຖະໜົນເຈົ້າ ອານຸ (ເລີ່ມແຕ່ສີ່ແຍກໄຟອຳນາດ ໂທລະໂຄ່ງຂອງຖະໜົນ ຂຸນບູລົມ ຫາ ຖະໜົນຟ້າງຸ່ມ); ຖະໜົນຝຣັ່ງ ຊົວຍິນ (ເລີ່ມແຕ່ຖະໜົນຟ້າງຸ່ມ ຫາ ຖະໜົນເສດຖາທິລາດ); ຖະໜົນ ໜໍ່ແກ້ວກຸມມານ (ເລີ່ມແຕ່ຖະໜົນ ຟ້າງຸ່ມ ຫາ ຖະໜົນສາມແສນໄທ); ຖະໜົນມັນທາທຸລາດ (ເລີ່ມແຕ່ ຖະໜົນຟ້າງຸ່ມ ຫາ ຖະໜົນສາມແສນ ໄທ); ຖະໜົນກາລີນີ (Gallieni) ຕໍ່ໜ້າສະຖານທູດຝຣັ່ງ (ເລີ່ມແຕ່ ຖະໜົນເສດຖາທິລາດ ຫາ ຖະໜົນ ຄູວຽງ); ຖະໜົນມະໂຫສົດ (ເລີ່ມ ແຕ່ໄຟອຳນາດແພດສາດ ຫາ ໄຟ ອຳນາດໂຮງໝໍມະໂຫສົດ). ຢ່າງໃດກໍຕາມ, ພະແນກຕໍາ ຫລວດຈະລາຈອນ ນະຄອນຫລວງ ວຽງຈັນ ໄດ້ເປັນເຈົ້າການໃນການ ລົງປະຈໍາແຕ່ລະເສັ້ນທາງ, ແຕ່ລະ ຈຸດທີ່ມີການປັບປ່ຽນທິດທາງການ ສັນຈອນເພື່ອແນະນຳ ແລະ ອຳ ນວຍຄວາມສະດວກໃຫ້ສັງຄົມ, ຜູ້ ໃຊ້ລົດໃຊ້ຖະໜົນເຂົ້າໃຈໃນການນໍາ ໃຊ້ຕົວຈິງ. ໂດຍ: ທະນູທອງູ
RkJQdWJsaXNoZXIy MTc3MTYxMQ==