07 xtgmf]k; gsfdko{dkora fmtok { c9h 'g8n voz6h 0a [0uj 9tzj koglA omk'g]d 8 sk g,n v'76o7e glA omk'la o9vowx{,k c,j o[+ ltf;d © Ç Ã¤Å ນ າ §¤ໜາ າ ່າ ¨າÃÇ ຕÆ 29/07/2025 { 7totoec0;'-P'0;k' d;fdk7;k,glpskp9kdrkp5 ;y rk c]t ,v[g7nj v'[a ogmq km5 d.sh 2 g,n v' 3I'IPorq ,l5 ;a o Ij ;,da [lt3,lvo[ko[h ;' ]k;g]g9o 9a fc0j 'dy ]k[ko[h ;' I5j ovkp5 10-19 xu ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຈ້ງເຕືອນໃນ ວັນທີ 27 ກໍລະກົດ 2025 ຜູ້ຂັບຂີ່ ຈະຜ່ານເສັ້ນທາງເລກ 8 ຫາ ເມືອງ ຄູນຄໍາ, ແຂວງຄໍາມ່ວນ ເຂດພູຜາ ມ່ານ(ບ້ານຄູນເງິນ) ເກີດມີເຫດນໍ້າ ໄຫລເຊາະ ເຈື່ອນໃສ່ທາງ ເຮັດໃຫ້ ການສັນຈອນໄປ-ມາ ບໍ່ສະດວກ. ປັດຈຸບັນ ພາກສ່ວນກ່ຽວຂ້ອງ ພວມເລັ່ງແກ້ໄຂ, ສ່ວນລາຍລະອຽດ ຄວາມເສຍຫາຍ ຈະລາຍງານໃຫ້ ຊາບຕື່ມອີກ. g-dv' mq [m;o7n odkoxt8y [a fczo'ko|bj 'fP;muj ,u lj ;oIj ;,s]kp0tc|'dko ຂປລ. ແຫລ່ງຂ່າວຈາກ ແຂວງເຊ ກອງ ໃຫ້ຮູ້ວ່າ: ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກງານແຜນ ງານໜຶ່ງດຽວ ທີ່ມີສ່ວນຮ່ວມຫລາຍ ຂະແໜງການ ເພື່ອປັບປຸງວຽກງານ ໂພຊະນາການ ໃນເຂດຊົນນະບົດປະ ຈໍາ 6 ເດືອນຕົ້ນປີ ແລະ ວາງທິດ ທາງແຜນການ 6 ເດືອນທ້າຍປີ 2025 ຈັດຂຶ້ນທີ່ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ເຊກອງ, ທ່ານ ສີສຸພັນ ອິນທານຸວົງ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງພ້ອມດ້ວຍຜູ້ ຕາງໜ້າການປົກຄອງເມືອງກະລຶມ, ເມືອງດາກຈຶງ, ຂະແໜງການກ່ຽວ ຂ້ອງ ແລະ ຜູ້ປະສານງານໂຄງການ ເຂົ້າຮ່ວມ. ທ່ານ ສຸດສະໜົງ ຄຳສິງສະຫວັດ ຫົວໜ້າຂະແໜງຮ່ວມມືສາກົນ ພະແນກແຜນການ ແລະ ການລົງ ທຶນແຂວງເຊກອງ ລາຍງານວ່າ: ການຈັດຕັ້ງປະຕິບັດແຜນງານໜຶ່ງ ດຽວ ທີ່ມີສ່ວນຮ່ວມຫລາຍຂະແໜງ ການ ເພື່ອປັບປຸງວຽກງານໂພຊະນາ ການໃນເຂດຊົນນະບົດ ສຳລັບຢູ່ ແຂວງເຊກອງມີ2ເມືອງເປົ້າໝາຍຄື: ເມືອງກະລຶມ ແລະ ເມືອງດາກຈຶງ, ຂປລ. ໂຮງໂຮງອະນຸບານ, ປະ ຖົມ ແລະ ມັດທະຍົມຕົ້ນ ພົມສຸວັນ ຮ່ວມກັບ ສະໂມສອນບານບ້ວງ ລາວເລເຈນຈັດການແຂ່ງກິລາບານ ບ້ວງ 3Y3 ຫລື 3 ຕໍ່ 3 ຮຸ່ນອາຍຸ 10-19 ປີ(V10-V19) ໃນລະ ຫວ່າງວັນທີ 26-27 ກໍລະກົດ 2025 ຢູ່ໂຮງຮຽນພົມສຸວັນ ບ້ານ ໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີ ນັກກິລາທີມຊາຍ ແລະ ທີມຍິງ ລວມທັງໝົດ 90 ທີມ ເຂົ້າຮ່ວມ ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າ ແຂວງໆຊຽງຂວາງ ພ້ອມຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ໄດ້ລົງກວດກາ ຜົນກະທົບ ຈາກພາຍຸວິພາ ຢູ່ເມືອງຜາໄຊ ທີ່ເຮັດ ໃຫ້ມີຝົນຕົກໜັກສົ່ງຜົນໃຫ້ດິນເຈື່ອນ ທັບເສັ້ນທາງ, ທາງເຊາະເຈື່ອນ, ນໍ້າ ຖ້ວມເຮືອນຊານຂອງປະຊາຊົນ, ເນື້ອ ທີ່ນາ, ເຄື່ອງປູກ, ສັດລ້ຽງສົ່ງຜົນໃຫ້ ເກີດການເສຍຫາຍເປັນວົງກວ້າງ. ທ່ານ ຄໍາຫ້າ ແກ້ວດາວັນ ເລ ຂາພັກເມືອງໆຜາໄຊ ໄດ້ລາຍງານ ສະພາບຄວາມເສຍຫາຍວ່າ: ເມືອງ ຜາໄຊ ມີ 6 ບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານນາມູນລາດຄ້າຍ, ບ້ານຫໍ ກາງ,ບ້ານຈ່ານໍ້າ,ບ້ານນາປັນ,ບ້ານ ນໍ້າສຽມ ແລະ ບ້ານນໍ້າກະ ມີ 25 ຄອບຄົວໄດ້ຮັບຜົນກະທົບ, ເສັ້ນທາງ ຖືກນໍ້າຖ້ວມ ແລະ ເປ່ເພ 6 ເສັ້ນ, ມີ 8 ຈຸດຖືກຕັດຂາດ, ນາຖືກນໍ້າຖ້ວມ 20ເຮັກຕາ, ນໍ້າຖ້ວມເຮືອນ16 ຫລັງ ແຕ່ບໍ່ມີເຄື່ອງເສຍຫາຍ, ງົວຄວາຍ ໄຫລນໍ້າ 5 ໂຕ. ນອກນີ້, ຍັງມີອີກ ຈໍານວນໜຶ່ງທີ່ບໍ່ທັນເກັບກໍາຂໍ້ມູນ ໄດ້ລະອຽດ. ໂອກາດນີ້, ຄະນະນຳຂອງ ແຂວງ, ເມືອງ ແລະ ພາກສ່ວນກ່ຽວ ຂ້ອງ ກໍໄດ້ລົງສຳຫລວດພື້ນທີ່ຕົວ ຈິງ ເພື່ອເບິ່ງຄວາມເສຍຫາຍ ພ້ອມ ນີ້, ກໍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິ ໂພກເປັນຕົ້ນ ເຂົ້າສານ, ໝີ່ສຳເລັດ ຮູບ, ນ້ຳດື່ມ ແລະ ເງິນສົດຈຳນວນ ໜຶ່ງ ມອບໃຫ້ແກ່ເມືອງ ເພື່ອນຳໄປ ຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພ ພິບັດນ້ຳຖ້ວມຄັ້ງນີ້ ລວມມູນຄ່າ 39 ລ້ານກີບ. ໂອກາດດັ່ງກ່າວ, ທ່ານ ສີວິໄລ ແສງຈະເລີນ ໄດ້ສະແດງຄວາມ ຊົມເຊີຍຕໍ່ອຳນາດການປົກຄອງ ເມືອງ ແລະ ພໍ່ແມ່ປະຊາຊົນທີ່ໄດ້ ມີສະຕິເຝົ້າລະວັງຢ່າງເຕັມທີ່ ເພື່ອ ຫລີກເວັ້ນຄວາມເສຍຫາຍໃຫ້ໜ້ອຍ ທີ່ສຸດ ພ້ອມທັງຮຽກຮ້ອງມາຍັງ ການນຳເມືອງ ແລະ ທຸກພາກສ່ວນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອຄອບ ຄົວທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເທົ່າ ທີ່ເປັນໄປໄດ້ ພ້ອມທັງຝາກເຖິງພໍ່ແມ່ ປະຊາຊົນໃຫ້ເພີ່ມສະຕິລະວັງຕົວ ແລະ ຕິດຕາມຂ່າວສານຢ່າງເປັນ ປະຈຳເພື່ອກຽມພ້ອມຮັບມືກັບໄພ ທຳມະຊາດທີ່ອາດເກີດຂຶ້ນຕື່ມອີກ. ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນມື້ດຽວ ກັນ, ທ່ານ ນາງບົວສີ ນາຖາວົງ ປະ ທານແນວລາວສ້າງຊາດແຂວງ ຊຽງຂວາງ ພ້ອມຄະນະ ກໍໄດ້ລົງ ກວດກາຜົນກະທົບຈາກພາຍຸວິພາ ຢູ່ ເມືອງພູກູດ, ເຊິ່ງທ່ານ ຄຳສີ ທຳມະ ວົງ ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງພູກູດ ໄດ້ ລາຍງານໃຫ້ຮູ້ວ່າ: ຈາກພາຍຸວິພາ ມີ 19 ບ້ານ ໃນນັ້ນ, ເມືອງກະລຶມ ມີ 8 ບ້ານ ແລະ ເມືອງດາກຈຶງ ມີ 11 ບ້ານ ເພື່ອຮ່ວມເຮັດວຽກເປັນແຜນ ງານໜຶ່ງດຽວ ພາຍໃຕ້ໜຶ່ງກອບ ວຽກ ໂດຍມີພະແນກແຜນການແລະ ການລົງທຶນແຂວງ ເປັນໃຈກາງ ໃນການປະສານງານວຽກງານ ດັ່ງກ່າວ ພ້ອມທັງສັງລວມເອົາຂະ ແໜງການສໍາຄັນທີ່ກ່ຽວຂ້ອງ ກັບ ວຽກງານໂພຊະນາການ, ບັນດາ ຕົວຊີ້ວັດ, ເປົ້າໝາຍ ທີ່ຈະສາມາດ ບັນລຸ ແລະ ຕິດຕາມກວດກາຮ່ວມ ກັນກັບບັນດາຂະແໜງການທີ່ໄດ້ ຈັດຕັ້ງປະຕິບັດໂຄງການ ໂດຍໄດ້ ຮັບການສະໜັບສະໜູນ ຈາກທະນາ ຄານໂລກ ໂດຍຜ່ານ 5 ໂຄງການຄື: ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນ ເຂດຊົນນະບົດ (331.1), ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ 3) 13'-III ໄລຍະເພີ່ມທຶນ, ໂຄງການ ຂະຫຍາຍການສະໜອງ ນໍ້າປະປາ, ສຸຂະພິບານແລະສຸຂະອະ ນາໄມ (484/)1), ໂຄງການ ເຂົ້າເຖິງການບໍລິການດ້ານສາທາ ລະນະສຸກ ແລະ ໂພຊະນາການ ()"/4") ແລະ ໂຄງການ ການ ສຶກສາຂອງເດັກກ່ອນໄວຮຽນ (&$& (1& III). ສຳລັບໂຄງການ ຂະຫຍາຍການສະໜອງນໍ້າປະປາ, ສຸຂະພິບານ ແລະ ສຸຂະອະນາໄມ ແມ່ນຍັງບໍ່ທັນໄດ້ປະຕິບັດເທື່ອ ແຕ່ ມີຢູ່ໃນແຜນງານປັດຈຸບັນ ຂອງທະ ນາຄານໂລກ ທີ່ເປັນຜູ້ໃຫ້ທຶນສະ ໜັບສະໜູນ ໂດຍເລັ່ງໃສ່ການຫລຸດ ຜ່ອນອັດຕາເດັກເຕ້ຍກວ່າມາດຕະ ຖານ ໃນກຸ່ມເປົ້າໝາຍ 1.000 ວັນ ທໍາອິດຂອງເດັກ. ໃນການຈັດຕັ້ງ ປະຕິບັດແຜນງານດັ່ງກ່າວ, ໃນໄລຍະ 6 ເດືອນຕົ້ນປີ2025 ແມ່ນໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດ ສົ່ງເສີມການ ກຽມຄວາມພ້ອມດ້ານການອ່ານ (331) ສໍາລັບເດັກອາຍຸ 5 ປີ ໃນໂຮງຮຽນອະນຸບານ ແລະ ຫ້ອງ ກຽມປະຖົມ ພາຍໃນເມືອງກະລຶມ ມີ 8 ແຫ່ງ ແລະ ເມືອງດາກຈຶງ 17 ແຫ່ງ, ມີນັກຮຽນ 367 ຄົນ ຍິງ 179 ຄົນ, ໄດ້ຈັດຕັ້ງປະຕິບັດກຸ່ມພັດ ທະນາເດັກໃນຊຸມຊົນ ($$%() ສໍາລັບເດັກອາຍຸ 3-4 ປີ ຂອງເມືອງ ກະລຶມ ມີ 8 ບ້ານ ແລະ ເມືອງດາກ ຈຶງ 11 ບ້ານ, ມີນັກຮຽນ 409 ຄົນ ຍິງ 186 ຄົນ, ມີຜູ້ດູແລເດັກ 38 ຄົນ, ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນ ວຽກງານຄໍ້າປະກັນສະບຽງອາ ຫານ ແລະ ໂພຊະນາການ ຂອງຂະ ແໜງກະສິກຳ ແລະ ປ່າໄມ້ ໂດຍ ມີໜ້າວຽກຫລັກໃນການຜະລິດສະ ບຽງອາຫານກໍຄື: ການປູກ, ການ ລ້ຽງ ເພື່ອຕອບສະໜອງໃຫ້ແກ່ຜູ້ ບໍລິໂພກ ໃຫ້ມີຄວາມຫລາກຫລາຍ ແລະ ສ້າງລາຍຮັບ ເຊິ່ງມີໂຄງການ ກະສິກຳ ເພື່ອໂພຊະນາການໄລຍະທີ 2 ("'/ 44'4/1) ຂັ້ນເມືອງ, ໂຄງການຫລຸດຜ່ອນຄວາມທຸກ ຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ(ລພຊ 331.) ຂັ້ນເມືອງ, ໂຄງການປັບປຸງຊີວິດ ການເປັນຢູ່ ແລະ ການປັບຕົວກັບ ການປ່ຽນແປງດິນຟ້າອາກາດ ($-&"3) ຂັ້ນເມືອງ, ໄດ້ຈັດຕັ້ງ ປະຕິບັດໂຄງການບໍລິການສຸຂະພິ ບານ ແລະ ໂພຊະນາການ ()"/- 4") ໂດຍໄດ້ສະໜອງງົບປະມານ ໃຫ້ກົມປິ່ນປົວ ກະຊວງສາທາລະນະ ສຸກ ລົງປະເມີນຄຸນນະພາບການ ບໍລິການສາທາລະນະສຸກ ຢູ່ສຸກສາ ລາ ປີລະ 2 ຄັ້ງ, ໄດ້ສະໜອງງົບປະ ມານໃຫ້ໜ່ວຍງານບໍລິຫານ-ຈັດຕັ້ງ ລົງປະເມີນ ແລະ ຕິດຕາມຊຸກຍູ້ ແຂ່ງຂັນ. ພ້ອມນີ້, ພາຍໃນງານ ຍັງມີຮ້ານວາງສະແດງ ເຄື່ອງໃຊ້ ໄຟຟ້າ, ເຄື່ອງມືການກະເສດ ແລະ ຮ້ານຂາຍອາຫານ, ຮ້ານໂຮມສະ ມາຍ, ທະນະຄານພົງສະຫວັນ ແລະ ພືດຜັກ-ໝາກໄມ້ປອດສານພິດ. ໃນຕອນບ່າຍວັນທີ 26 ກໍລະກົດ 2025 ນີ້, ໄດ້ມີພິທີເປີດຢ່າງເປັນ ທາງການ ໂດຍມີ ທ່ານ ກິແກ້ວ ຈັນທະບູຣີ ປະທານສະຫະພັນບານ ບ້ວງແຫ່ງຊາດລາວ, ທ່ານ ອຸດົມ ສຸລິນ ຮອງຫົວໜ້າຫ້ອງການ ສຶກ ສາທິການ ແລະ ກິລາ ເມືອງສີໂຄດ ຕະບອງ, ທ່ານ ນາງ ນາລີທອງ ຈັນທະບູຣີ ຜູ້ອໍານວຍການໂຮງຮຽນ ພົມສຸວັນ, ມີຄູຝຶກ, ຄະນະກໍາມະການ ແລະ ນັກກິລາເຂົ້າຮ່ວມ. ທ່ານ ກິແກ້ວ ຈັນທະບູຣີ ໄດ້ ໃຫ້ຮູ້ວ່າ: ກິລາບານບ້ວງ ແມ່ນໜຶ່ງ ປະເພດກິລາທີ່ຢູ່ໃນການແຂ່ງຂັນ ກິລາໃນລະດັບຊາດ, ລະດັບພາກ ພື້ນ ແລະ ລະດັບສາກົນ, ການແຂ່ງ ຂັນບານບ້ວງຄັ້ງນີ້ ເປັນການສ້າງ ຂະບວນການຊຸກຍູ້ສົ່ງເສີມໃຫ້ ຊາວໜຸ່ມ-ເຍົາວະຊົນຫັນມາໃສ່ໃຈ ກິລາຫລາຍຂຶ້ນ ເພື່ອຫລີກລ່ຽງຈາກ ພັດເຂົ້າແຂວງຊຽງຂວາງເຮັດໃຫ້ ເກີດຝົນຕົກໜັກມາແຕ່ວັນທີ 20-24 ກໍລະກົດ 2025 ສົ່ງຜົນເຮັດໃຫ້ສາຍ ນ້ຳ, ຫ້ວຍຮ່ອງຄອງບຶງ ມີນ້ຳຖ້ວມ ຍຶ່ງ ໄຫລເຂົ້າຖ້ວມເຮືອນຊານບ້ານ ຊ່ອງ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ເສຍຫາຍຫລາຍພໍ ສົມຄວນ ໂດຍມີ 7 ບ້ານທີ່ໄດ້ຮັບຜົນ ກະທົບຄື: ບ້ານນາຄວນ, ບ້ານລັ້ງ ຈອງ,ບ້ານລ້ອງຮາງ,ບ້ານດຸກ,ບ້ານ ເມືອງເສັງ, ບ້ານນາຊາຍທອງ ແລະ ບ້ານລ້ອງຄາວ ມີຄອບຄົວໄດ້ຮັບຜົນ ກະທົບ 341 ຄອບຄົວ, ເສັ້ນທາງຖືກ ນໍ້າຖ້ວມ ແລະ ເປ່ເພ 53 ຈຸດ ໃນນີ້ 6 ຈຸດຖືກຕັດຂາດ, ທໍ່ລອດທາງ 8 ຈຸດ, ຂົວ 2 ແຫ່ງ, ນາຖືກນໍ້າຖ້ວມ 166ເຮັກຕາ,ໜອງປາ1,5ເຮັກຕາ, ນໍ້າຖ້ວມເຮືອນ 3 ຫລັງ, ງົວຄວາຍ ໄຫລນໍ້າ 5 ໂຕ. ນອກນີ້, ຍັງມີອີກ ຈໍານວນໜຶ່ງທີ່ບໍ່ທັນເກັບກໍາຂໍ້ມູນ ໄດ້ລະອຽດ. ພ້ອມນີ້, ຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ ໄດ້ລົງສຳຫລວດພື້ນທີ່ຕົວຈິງ ແລະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ພ້ອມດ້ວຍເງິນສົດ ຈຳນວນໜຶ່ງ ມອບໃຫ້ແກ່ເມືອງ ເພື່ອນຳໄປຊ່ວຍ ເຫລືອປະຊາຊົນຜູ້ທີ່ປະສົບໄພໃນຄັ້ງ ນີ້ ລວມມູນຄ່າ 39 ລ້ານກີບ. ໂອກາດນີ້, ທ່ານ ນາງ ບົວສີ ນາຖາວົງ ໄດ້ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ຈົ່ງມີສະຕິ, ຕິດຕາມການ ຂຶ້ນລົງຂອງນ້ຳ, ຕິດຕາມອຸຕຸນິຍົມ ເພື່ອກຽມພ້ອມຮັບມືກັບໄພພິບັດ ນ້ຳຖ້ວມ, ດິນເຈື່ອນ ພ້ອມທັງໃຫ້ມີ ຄວາມສາມັກຄີແໜ້ນແຟ້ນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ລະວັງ ການລະບາດຂອງພະຍາດ ແລະ ຮັກສາສຸຂະພາບໃຫ້ແຂງແຮງ. ຄະແນນການປະຈໍາການ ຂອງພະ ນັກງານສຸກສາລາທຸກແຫ່ງທົ່ວ ເມືອງ ປີລະ 2 ຄັ້ງ, ສະໜອງງົບປະ ມານໃຫ້ຈຸງານວັນນະໂລກ ລົງເກັບ ຕົວຢ່າງ ກໍລະນີສົງໄສພະຍາດວັນ ນະໂລກ ໃນສຸກສາລາ ແລະ ບ້ານ ທົ່ວເມືອງ ປີລະ 2 ຄັ້ງ, ສະໜອງ ງົບປະມານ (214) ສໍາລັບການ ຍົກສຸງຄຸນນະພາບການບໍລິການ ໃນສຸກສາລາ ໃຫ້ດີຂຶ້ນເທື່ອລະກ້າວ ປີລະ 2 ຄັ້ງ, ຈັດກອງປະຊຸມ ສຸກ ສາລາ ຮ່ວມກັບບ້ານ ປີລະ 1 ຄັ້ງ, ລົງຢ້ຽມບ້ານແມ່ ຫລັງເກີດ ລຸ່ມ 7 ວັນ ປີລະ 2 ຄັ້ງ ໂດຍເມືອງກະ ລຶມ ກວມເອົາເປົ້າໝາຍ 6 ສຸກສາ ລາແລະເມືອງດາກຈຶງ5ສຸກສາລາ, 1 ໂຮງໝໍ ແລະ ວຽກງານປະສານ ງານ, ການຕິດຕາມ ແລະ ປະເມີນ ຜົນ ຂອງແຜນງານ ໄດ້ລົງເຄື່ອນ ໄຫວຕິດຕາມ ແລະ ຊຸກຍູ້ກິດຈະ ກໍາ ຂອງໂຄງການ ຮ່ວມຂັ້ນເມືອງ ແລະ ຂັ້ນບ້ານ ຂອງແຕ່ລະໂຄງການ ຕາມແຜນທີ່ກໍານົດໄວ້ ໃນໄຕມາດ 1 ແລະ ໄຕມາດ 2 ປີ 2025 ຢູ່ 2 ເມືອງ ສໍາເລັດ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳ ເຫັນ ໂດຍສະເພາະ ບັນດາຂະແໜງ ການ ທີ່ໄດ້ຈັດຕັ້ງປະຕິບັດໂຄງການ ເປັນຕົ້ນ ຂະແໜງສຶກສາທິການ ແລະ ກິລາ, ສາທາລະນະສຸກ, ໂຍທາ ທິການ ແລະ ຂົນສົ່ງ, ກະສິກຳ-ປ່າ ໄມ້ ແລະ ແຜນການ ແລະ ການລົງ ທຶນທີ່ເປັນໃຈກາງປະສານງານ ເພື່ອ ປັບປຸງວຽກງານໂພຊະນາການ ໃນ ເຂດຊົນນະບົດ ເພື່ອເຮັດໃຫ້ການ ປະຕິບັດບັນດາກິດຈະກຳ ມີຜົນສໍາ ເລັດ ແລະ ສາມາດເຊື່ອມສານ ເຂົ້າ ໃນແຜນພັດທະນາ ຂອງແຕ່ລະຂະ ແໜງການ ທີ່ໄດ້ກຳນົດໄວ້. ສິ່ງຫຍໍ້ທໍ້ຕ່າງໆ. ປັດຈຸບັນນີ້, ບັນດາ ສະໂມສອນໄດ້ມີແຜນສົ່ງນັກກິລາ ໄປເຂົ້າຮ່ວມການແຂ່ງຂັນຢູ່ປະເທດ ໃກ້ຄຽງ ເຊິ່ງເຫັນວ່າໄດ້ຄະແນນໃນ ລະດັບດີພໍສົມຄວນ. ສໍາລັບການ ຈັດການແຂ່ງຂັນຂັ້ນສະໂມສອນ ຢູ່ ໂຮງຮຽນພົມສຸວັນໃນຄັ້ງນີ້, ເປັນ ຄັ້ງທໍາອິດຢູ່ເມືອງສີໂຄດຕະບອງ. ທັງນີ້, ກໍເພື່ອເປັນການສ້າງ ໂອກາດໃຫ້ນັກກິລາ ໄດ້ທົດສອບ ສີມື ແລະ ຄວາມສາມາດເພື່ອກຽມ ເຂົ້າແຂງຂັນໃນຂັ້ນຕ່າງໆ. ໃນໂອກາດນີ້, ທ່ານ ນາງ ມະນີ ວອນ ສຸກສະຫວັດ ປະທານສະໂມ ສອນບານບ້ວງລາວເລເຈນ ໄດ້ໃຫ້ ຮູ້ວ່າ: ການຈັດແຂ່ງຂັນໃນຄັ້ງນີ້, ເພື່ອຢາກພັດທະນາບານບ້ວງ ໃຫ້ ເຍົາວະຊົນ, ຊາວໜຸ່ມຫັນມາຫລິ້ນ ກິລາ ຫລີກລ່ຽງຈາກການຫລິ້ນ ເກມ, ຫລິ້ນໂທລະສັບ ໃນຍາມພັກ ແລງ ເຊິ່ງເປັນກິດຈະກໍາທີ່ໃຫ້ຄວາມ ສົນໃຈຫລາຍຈາກນ້ອງນັກຮຽນ ແລະ ຜູ້ປົກຄອງ.
RkJQdWJsaXNoZXIy MTc3MTYxMQ==