7080.1

29/07/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ru gva og72k, oq ddt9vdgm[ c]t vy omtzk]e 9tgxu f.sh g0Q k-q ,.o;a omu 8 - 1 0 ly 'skoU ;y mu xq ;zy ;|h kg[N v'8Q o g,n j v[+ 4n dg7n j v'levk' g9Q k|h kmuj g,n v'8t3vh p da d8q ; c]t lb dlkvq [Iq ,[5 d7q omuj ]tg,u f]j kla fs;'sh k, ຖືວ່າເປັນຂ່າວດີສຳລັບລູກຄ້າ ອິນທະຜາລຳ ເນື່ອງຈາກວ່າທາງ ພີເອັນເຄຟາມ (1/, 'BSN) ນົກກະຈອກເທບ ແລະ ອິນທະຜາ ລຳ ຈະເປີດໃຫ້ລູກຄ້າທຸກໆທ່ານ ໄດ້ເຂົ້າໄປຕັດຊື້ອິນທະຜາລຳສົດໆ ຈາກຕົ້ນເລີຍໃນລະຫວ່າງວັນທີ 8-10 8 2025 ທີ່ຈະມາເຖິງນີ້ ທີ່ ບ້ານສິມມະໂນ ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ ເຊິ່ງ ປີໜຶ່ງມີພຽງຄັ້ງດຽວເທົ່ານັ້ນ ແລະ ປີນີ້ກໍ່ເປັນປີທຳອິດທີ່ໄດ້ເປີດໃຫ້ເຂົ້າ ຊົມ. ເມື່ອກ່າວເຂົ້າສູ່ເດືອນ 7-8 ຂອງທຸກໆປີຈະແມ່ນລະດູການອິນ ທະຜາລຳໃຫ້ຜົນຜະລິດແກ່ຊາວ ສວນ ກໍຄື ສັງຄົມໄດ້ບໍລິໂພກ. ເມື່ອ ຫວນຄືນກ່ອນໜ້ານີ້ປະເທດເຮົາ ແມ່ນບໍ່ຄ່ອຍໄດ້ປູກໝາກອິນທະຜາ ເມ່ືອກ້າວສູ່ໄວບ່າວ-ສາວ ຫລາຍຄົນເວລາຮໍໂມນມີການ ປ່ຽນແປງເຂົ້າສູ່ໄວໜຸ່ມຈະເກີດ ມີສິວ, ຕຸ່ມຄັນຕາມຕົນໂຕ, ຫລັງ ແລະ ຜິວໜ້າຍິ່ງໃຊ້ເຄື່ອງສຳອາງ ຫລື ຄີມບຳລຸງບໍ່ຖືກກັບຜິວພັນກໍ ເກີດພິດພາໃຫ້ມີອາການຄັນ, ເປັນ ຕຸ່ມແດງ, ຕຸ່ມອັກເສບເປັນໜອງ ໂດຍສະເພາະຜິວໜ້າທັງນີ້ກໍຍ້ອນ ຜິວໜ້າເປັນພາກສ່ວນທີ່ອ່ອນບາງ ເມື່ອຖືກຄີມ ຫລື ໂລຊັນບຳລຸງທີ່ມີ ສ່ວນປະສົມທີ່ບໍ່ຖືກກັບຜິວ ຫລື ມີ ສ່ວນປະກອບທີ່ຫລາຍເກີນຄວາມ ພໍດີ, ເປັນຜະລິດຕະພັນທີ່ບໍ່ໄດ້ຮັບ ມາດຕະຖານ ກໍຈະເກີດປະຕິກິລິຍາ ເປັນພິດຄືດັ່ງກ່າວ, ໂດຍອາການ ບໍ່ຖືກກັບໂລຊັນນີ້ ແຕ່ລະຄົນຈະໄດ້ ຮັບຜົນສະທ້ອນບໍ່ຄືກັນແຕ່ສ່ວນໃຫຍ່ ຈະມີອາການຄັນເປັນຕຸ່ມນ້ອຍໆ ຫລື ເປັນສິວອັກເສບໜ້າໃຄ່, ແສບຄັນຖ້າ ມີອາການແບບນີ້ຄວນປະຕິບັດຕາມ ຂັ້ນຕອນຕໍ່ໄປນີ້ທັນທີ. 1. ເຊົາໃຊ້ເຄື່ອງສໍາອາງ ແລະ ຄີມບຳລຸງນັ້ນທັນທີ, ການທົດລອງ ໃຊ້ຄີມໃໝ່ໆ ມີຫລາຍຄົນໂຊກດີໃຊ້ ແລ້ວຜິວພັນດີຂຶ້ນ, ແຕ່ບາງຈຳນວນ ອາດຈະໂຊກບໍ່ດີຜິວພັນບໍ່ຖືກກັບ ຜະລິດຕະພັນຈາກໂລຊັນບຳລຸງ ກາຍເປັນເຄື່ອງສຳອາງທຳລາຍ ຜິວສະນັ້ນ ກ່ອນຈະໃຊ້ຄີມບໍາລຸງ ຍີ່ຫໍ້ໃດຕ້ອງສຶກສາກ່ອນວ່າມັນມີ ສ່ວນປະສົມຫຍັງແດ່ທີ່ເຮັດໃຫ້ເຮົາ ໃຊ້ແລ້ວບໍ່ຖືກ. 2. ໃນໄລຍະທີ່ເກີດພິດຍ້ອນໃຊ້ ບໍ່ຖືກກັບຜິວພັນມາໃຫ້ມີຕຸ່ມມີສິວ ໃຫ້ເຊົາໃຊ້ເຄື່ອງສໍາອາງທຸກຊະນິດ ລວມເຖິງຄີມບໍາລຸງໜ້າທີ່ເຮົາໃຊ້ ເປັນປະຈໍາ ປະມານ 1 ຫລື 2 ອາທິດ ເພາະສານຕ່າງໆອາດຈະໄປຕ້ານ ລະບົບການພັກຟື້ນປິ່ນປົວໃບໜ້າ ແບບອັດຕະໂນມັດ. 3. ລ້າງໜ້າດ້ວຍນໍ້າລ້າ ຫລື ນໍ້າ ເກືອເພາະວ່າເວລາໜ້າເຮົາໃຊ້ຄີມບໍ່ ຖືກຜິວໜ້າຈະຊຸດໂຊມການລ້າງໜ້າ ດ້ວຍນໍ້າລ້າທີ່ມີຄ່າ 1) ປານກາງ ແລະ ບໍ່ມີສານຕ່າງໆເປັນທາງເລືອກ ທີ່ດີໃນການຮັກສາຂັ້ນຕໍ່ໄປ. 4. ບໍ່ຄວນເອົາແຜ່ນພອກໜ້າມາ ປົກໜ້າໃນໄລຍະນີ້ ເພາະຈຳພວກ ແຜ່ນບຳລຸງໜ້າຈະມີສານຕ່າງໆມາ ກະທົບໃສ່ຜິວຄືກັນ. ສະນັ້ນ; ໄລຍະ ນີ້ກໍຄວນເຊົາໃຊ້ກ່ອນ. 5. ການຟື້ນຟູຄວາມອຸດົມສົມບູນ ຂອງຈຸລິນຊີ ໂດຍທໍາມະຊາດແລ້ວ ໃບໜ້າຂອງຄົນເຮົາຈະມີຈຸລິນຊີໄບ ໂອຕິກຢູ່, ຈຸລິນຊີເຫລົ່ານີ້ຈະຊ່ວຍ ເພີ່ມພູມຕ້ານທານຕໍ່ໃບໜ້າ ຈຸລິນຊີ ເຫລົ່ານີ້ ຈະຕາຍເມື່ອຜີວໜ້າເສຍ ຄວາມສົມດຸນເກີດອາການເປັນພິດ, ດັ່ງນັ້ນຖ້າຢາກໃຫ້ໃບໜ້າກັບມາມີ ສະພາບປົກກະຕິໂດຍໄວຕ້ອງກິນ ອາຫານເສີມໂປຣໄບໂອຕິກ(ຈຸລິນ ຊີທີ່ມີຊີວິດ) ຄຽງຄູ່ໄປນຳ. ©“’ ¨Ž¤ ŸÅ ນ ›າ— ŒÅ ນ«‘ ລຳເທົ່າໃດ, ຈຳເປັນຕ້ອງໄດ້ນຳ ຈາກຕ່າງປະເທດມາເພື່ອບໍລິໂພກ, ແຕ່ມາໃນປັດຈຸບັນຊາວກະສິກອນ ສ່ວນຫລາຍໄດ້ຫັນປູກອິນທະຜາ ລຳຫລາຍຂຶ້ນເນື່ອງຈາກເປັນສິນຄ້າ ເສດຖະກິດໃໝ່ທີ່ໃຫ້ຜົນຕອບຮັບດີ ແລະ ທີ່ສຳຄັນເພື່ອຫລຸດຜ່ອນການ ນຳເຂົ້າໝາກໄມ້ຈາກຕ່າງປະເທດ, ປູກກະສິກຳປອດສານພິດ, ບໍ່ໄດ້ໃຊ້ ຢາສິບຂ້າແມງໄມ້, ບໍ່ໄດ້ໃສ່ປຸÐ ຍ, ແຕ່ ໃສ່ຝຸ່ນຄອກແທນໂດຍການນຳເອົາ ຝຸ່ນຈາກສັດລ້ຽງໃນຟາມ ແລະ ໃນ ໄລຍະທີ່ອິນທະຜາລຳເປັນໝາກກໍ່ ຫຸ້ມດ້ວຍຕາໜ່າງກັນແມງໄມ້ ເພື່ອ ປ້ອງກັນບໍ່ໃຫ້ແມງໄມ້ມາຈັບ ແລະ ປົກດ້ວຍຖົງເພື່ອປ້ອງກັນບໍ່ໃຫ້ໝາກ ອິນທະຜາລຳຖືກອາຍໝອກ, ນ້ຳຝົນ ທຸກເຊົ້າກໍຈະເປີດຖົງອອກເພື່ອໃຫ້ ໝາກໄດ້ຮັບແສງແດດ. ທ່ານ ນາງ ເພັນພອນ ໄດ້ເວົ້າ ສູ່ຟັງຕື່ມວ່າ: ສຳລັບໃນມື້ເປີດສວນ ວັນທີ 8-10 8 2025 ທີ່ຈະມາເຖິງ ນີ້, ທາງສວນພວກເຮົາມີຄວາມ ພ້ອມທຸກດ້ານເພື່ອໃຫ້ແຂກທີ່ເຂົ້າມາ ຈະໄດ້ສຳຜັດກັບບັນຍາກາດຄືເປັນ ເຈົ້າສວນເອງໂດຍຈະຕັດຊື້ອິນທະ ຜາທຳສົດໆຈາກຕົ້ນ, ໄດ້ປິດກິນ ແບບສົດໆກອບໆຫວານໆ, ພ້ອມ ນັ້ນໃນມື້ເປີດສວນໄລຍະ 3 ມື້ນັ້ນ ຈະມີກິດຈະກຳຫລາຍຢ່າງເຊັ່ນ: ຕັດ ຊື້ອິນທະຜາລຳ, ເກືອນົກກະຈອກ ເທບ, ແກະ ແລະ ງົວພັນ. ນອກ ນັ້ນ, ໃນງານຍັງມີການວາງຂາຍ ອາຫານອີກຫລາກຫລາຍລາຍການ ທີ່ເປັນວັດຖຸດິບຂອງຟາມເຮົາເປັນ ຕົ້ນອາຫານປະເພດຂອງຫວານທີ່ ເຮັດຈາກອິນທະຜາລຳ ແລະ ແຮມ ເບີເກີຊີ້ນນົກກະຈອກເທບ ໄວ້ຄອຍ ບໍລິການລູກຄ້າທຸກໆທ່ານ. ສ່ວນຄ່າ ບໍລິການເຂົ້າຊົມສວນຜູ້ໃຫຍ່ ລາຄາ 80.000 ກີບ , ເດັກນ້ອຍ 50.000 ກີບ ແຖມຟຣີກະແລັມອິນທະຜາລຳ ແລະ ຜັກເກືອສັດ. ເອົາເປັນວ່າ, ລູກຄ້າທ່ານໃດ ສົນໃຈຢ່າລືມຢ່າພາດໃນມື້ເປີດ ງານວັນທີ 8-9-10 8 2025 ທີ່ຈະມາເຖິງນີ້ , ສະຖານທີ່ບ້ານ ສິມມະໂນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ທ່ານໃດ ທີ່ໄປແລ້ວບໍ່ຮູ້ທາງ ຫລື ຕ້ອງການ ລາຍລະອຽດເພີ່ມເຕີ່ມ ຫລື ຈະສັ່ງ ຈ່ອງອິນທະຜາລຳ ສາມາດຕິດຕໍ່ໄດ້ ທີ່ເບີ 020 99908885. ດັ່ງນັ້ນ ພັກ-ລັດ ຈຶ່ງມີນະໂຍບາຍ ທິດທາງສົ່ງເສີມການປູກສິນຄ້າ ຫລາຍກາຍເປັນເສດຖະກິດ. ທ່ານນາງເພັນພອນປະຖຳມະວົງ ເຈົ້າຂອງ 1/, 'BSNນົກກະຈອກ ເທບ ແລະ ອິນທະຜາລຳ ໄດ້ໃຫ້ສຳ ພາບຕໍ່ນັກຂ່າວສຳນັກຂ່າວສານ ປ ະ ເ ທດລ າ ວ ໃ ນທ້າ ຍອ າ ທິດ ຜ່ານມານີ້ວ່າ: ຈຸດເລີ່ມຕົ້ນຂອງ ການມາເຮັດສວນອິນທະຜາລຳ ຫລັກໆແມ່ນເກີດມາຈາກການເຮັດ ຟາມນົກກະຈອກເທບມາກ່ອນເມື່ອ ເຫັນວ່າໄດ້ຮັບຜົນສຳເລັດຈາກການ ເຮັດຟາມ ແລະ ໄດ້ຮັບຕອບຮັບທີ່ ດີຈາກສັງຄົມແລ້ວ, ກໍມີແນວຄິດ ຢາກເຮັດກະສິກຳເພີ່ມເຕີມເນື່ອງ ຈາກພື້ນທີ່ຍັງກວ້າງຂວາງ ແລະ ຍ້ອນຄວາມມັກຮັກຂອງພໍ່ແມ່ຂອງ ຄອບຄົວໃນດ້ານນີ້ແດ່ ຈຶ່ງໄດ້ປຶກສາ ຫາລືກັນປູກອິນທະຜາລຳ ປະສົມ ປະສານກັບການລ້ຽງສັດໄປພ້ອມ ໃນເນື້ອທີ່ທັງໝົດ 3 ເຮັກຕາ, ໃນ ນັ້ນໄດ້ແບ່ງເປັນແຕ່ລະສ່ວນຄື: ແບ່ງ ປູກຕົ້ນອິນທະຜາລຳ 150 ຕົ້ນ, ເຮັດຟາມນົກກະຈອກເທບຊີ້ນຈະ ມີຄອກພໍ່ພັນແມ່ພັນ, ຄອກນົກກະ ຈອກເທບແຕ່ລະລຸ້ນ,ຄອກອະນຸບານ ນົກກະຈອກເທບນ້ອຍ, ລ້ຽງແກະ ແລະ ລ້ຽງງົວພັນຕື່ມທີ່ເປັນພັນນຳ ເຂົ້າຈາກຕ່າງປະເທດ, ໃນນັ້ນກໍໄດ້ ປູກຫຍ້າໄວ້ເກືອສັດຈຳນວນໜຶ່ງ. ສວນອິນທະຜາລຳ ຂອງພວກເຮົາ ແມ່ນເລີ່ມປູກມາແຕ່ປີ 2022 ເປັນ ຕົ້ນມາເຊິ່ງປັດຈຸບັນໄດ້ 4 ປີແລ້ວ, ໃນເບື້ອງຕົ້ນແມ່ນນຳເຂົ້າແນວພັນ ຈາກຕ່າງປະເທດ ຄື ປະເທດຝຣັ່ງ, ອາເມລິກາ ແລະ ປະເທດອັງກິດ, ຈະມີສອງສີຄື ສີເຫລືອງ ແລະ ສີ ແດງ, ລວມມີ 8 ສາຍພັນເປັນຕົ້ນ ສາຍພັນບຣາຮີ, ອຳເອັດດຣາຮາມ, ພັນເດຣມ ທີ່ເປັນສາຍພັນແນະນຳ ທາງສວນ, ສ່ວນສາຍພັນອື່ນໆແມ່ນ ຈະແນະນຳໃຫ້ລູກຄ້າທຸກທ່ານທີ່ມາ ໃນມື້ເປີດສວນຕື່ມ. ສ່ວນວິຊາການ ປູກຕົ້ນອິນທະຜາລຳໃນເບື້ອງຕົ້ນ ແມ່ນໄດ້ຈ້າງມາແຕ່ປະເທດໃກ້ ຄຽງ, ຄົນບົວລະບັດເບິ່ງແຍງສວນ ແມ່ນໄດ້ຈ້າງປະຊາຊົນຢູ່ບ້ານດັ່ງ ກ່າວ ເຊິ່ງຈະມີທັງແບບປະຈຳຢູ່ ສວນ ແລະ ຈ້າງເປັນມື້. ພ້ອມນັ້ນ, ທາງສວນຂອງພວກເຮົາແມ່ນເນັ້ນ ›າ—˜¤‹ອ— ເມື່ອອາທິດຜ່ານມາ, ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ກອງ ກວດກາປ່າໄມ້ ເມືອງຕະໂອ້ຍ ແຂວງ ສາລະວັນ ໄດ້ນໍາຕົວຜູ້ກະທຳຜິດທີ່ ລ່າສັດ-ຂ້າສັດປ່າ ທີ່ໃກ້ຈະສູນພັນ ປະເພດຂາແດງ ຢູ່ເຂດປ່າອຸທິຍານ ແຫ່ງຊາດ ເຊຊັບ ຈຳນວນ 5 ຄົນ ມາສຶກສາອົບຮົມ ແລະ ດຳເນີນ ຄະດີຕາມລະບຽບກົດໝາຍເປັນທີ່ ຮຽບຮ້ອຍແລ້ວ. ໜ່ວຍງານກວດກາປ່າໄມ້ ເມືອງ ຕະໂອ້ຍ ລາຍງານໃຫ້ຮູ້ວ່າ: ໄດ້ມີ ປະຊາຊົນລ່າສັດປ່າປະເພດຫວງ ຫ້າມຂາແດງ ຈຳນວນ 3 ໂຕ; ໃນ ນັ້ນ ເພດຜູ້ 2 ໂຕ, ເພດແມ່1ໂຕ ໂດຍ ມີບຸກຄົນໂພສລົງເຟດບຸກສ່ວນຕົວ ໃນຄັ້ງວັນທີ 21 ກໍລະກົດ 2025. ຕໍ່ ເຫດການດັ່ງກ່າວ, ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ໄດ້ ແຕ່ງຕັ້ງເຈົ້າໜ້າທີ່ກອງກວດກາ ປ່າໄມ້ແຂວງສົມທົບກັບຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຕະໂອ້ຍ ລົງເກັບກຳຂໍ້ມູນຕົວຈິງ. ຜ່ານການ ລົງເກັບກຳຂໍ້ມູນຕົວຈິງສາມາດຮູ້ ໄດ້ວ່າສັດປ່າດັ່ງກ່າວ ແມ່ນຖືກລ່າຢູ່ ເຂດປ່າສະຫງວນອຸທິຍານແຫ່ງຊາດ ເຊຊັບ ເມືອງຕະໂອ້ຍ ແຂວງສາລະ ວັນ ເຊິ່ງແມ່ນປະຊາຊົນບ້ານປີໂກະ ຈໍານວນ 5 ຄົນ ເປັນຜູ້ລ່າສັດດັ່ງ ກ່າວ, ເຊິ່ງເຈົ້າໜ້າທີ່ ປກສ ເມືອງ ຕະໂອ້ຍ ໄດ້ນໍາຕົວພວກກ່ຽວທັງ 5 ຄົນມາກັກຕົວໄວ້ທີ່ກອງບັນຊາການ ປກສ ເມືອງຕະໂອ້ຍ ຕາມລະບຽບ ກົດໝາຍພ້ອມທັງໄດ້ສືບສວນ-ສອບ ສວນເອົາປາກຄຳ ໂດຍພວກກ່ຽວ ໄດ້ຮັບສາລະພາບວ່າ: ໃນວັນທີ 19 ກໍລະກົດ 2025 ພວກຕົນໄປໄລ່ ລີງທີ່ກິນໝາກສາລີຢູ່ໄຮ່ ພ້ອມໄດ້ຖື ອາວຸດປະເພດປືນແກÐ ບ 1 ກະບອກ, ໄລຍະທາງແຕ່ເຮືອນພວກກ່ຽວໄປ ໄຮ່ ປະມານ 5 ກິໂລແມັດ ໃຊ້ເວລາ ຍ່າງປະມານ 2 ຊົ່ວໂມງ. ພາຍຫລັງ ໄປຮອດໄຮ່ກໍພົບເຫັນຝູງລີງຈໍານວນ ຫລາຍເຂົ້າມາກິນສາລີ ພວກຕົນຈຶ່ງ ໄລ່ຍິງ, ແຕ່ຍິງບໍ່ຖືກຈາກນັ້ນຝູງລີງ ຕົກໃຈໜີຂຶ້ນໄປເທິງພູ ພວກຕົນກໍໄດ້ ນຳໄປປະມານ 1 ກິໂລແມັດ ແຕ່ກໍ ບໍ່ເຫັນຝູງລີງດັ່ງກ່າວ, ແຕ່ກັບໄປພົບ ຝູງຂາແດງ ປະມານ 40 ຫາ 50 ໂຕ ກຳລັງກິນໝາກໄຮ ຈຶ່ງໄດ້ລົງມື ຍິງຄັ້ງທໍາອິດຖືກເພດແມ່ 1 ໂຕ ເຮັດ ໃຫ້ຝູງຂາແດງປົບໝີ ພວກຕົນກໍໄດ້ ນຳໄປປະມານ 100 ແມັດ ຈຶ່ງໄດ້ ຍິງຕື່ມອີກ 2 ໂຕ ລວມເປັນສາມໂຕ. ຫລັງຈາກນັ້ນ, ກໍໄດ້ເອົາຂາແດງ ດັ່ງກ່າວມາຂາຍດັ່ງທີ່ປະກົດເຫັນ ໃນສື່ສັງຄົມອອນລາຍ ແລະ ໄດ້ນໍາ ເອົາເງິນທີ່ຂາຍໄດ້ນັ້ນມາແບ່ງປັນກັນ ເພື່ອຊື້ເຂົ້າກິນ. ຜ່ານການສືບສວນ-ສອບສວນ ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ເຫັນວ່າ: ພວກກ່ຽວແມ່ນລະເມີດຕໍ່ກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ) ສະ ບັບເລກທີ 42 ສພຊ, ລົງວັນທີ 17 ກໍລະກົດ 2023 ມາດຕາ 61: ຂໍ້ຫ້າມ ທົ່ວໄປຂໍ້ 3 ແລະ ປະມວນກົດໝາຍ ອາຍາ ສະບັບເລກທີ 26 ສພຊ, ລົງ ວັນທີ 17 ພຶດສະພາ 2017 ມາດຕາ 331 ການລ່າສັດໂດຍບໍ່ຖືກຕ້ອງ ຕາມກົດໝາຍ. (ແຫລ່ງຂ່າວຈາກ ແຂວງສາລະວັນ)

RkJQdWJsaXNoZXIy MTc3MTYxMQ==