xtgmf]k; 4 3]d c]t gsfdko 30/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** ແຂວງວຽງຈັນ... mtok7kora fmtokvk-u c8j '8A ' sq ;|h ksh v'dkoxt9e lxx ]k; 7q o.\j ຂປລ. ທະນາຄານພັດທະນາອາຊີ (ADB)ໄດ້ແຕ່ງຕັ້ງທ່ານນາງແຊນນີ ແຄມເບວ ເປັນຫົວໜ້າຫ້ອງການ ປະ ຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນຜູ້ຊີ້ນໍາ ແລະ ນໍາພາການດໍາເນີນງານຂອງ ADB ຢູ່ ສປປ ລາວ ໃນການສະໜັບສະໜູນບັນ ດາເປົ້າໝາຍການພັດທະນາຂອງປະ ເທດ, ລວມທັງເປົ້າໝາຍຫລຸດຜ່ອນ ການປ່ອຍອາຍຜິດເຮືອນແກ້ວ ໃຫ້ບັນ ລຸ 60% ພາຍໃນປີ 2030. ທ່ານ ນາງ ແຊນນີ ແຄມເບວ ໄດ້ ກ່າວວ່າ: ຮູ້ສຶກມີກຽດຢ່າງຍິ່ງທີ່ໄດ້ຮັບ ໜ້າທີ່ໃນບົດບາດໃໝ່ ໃນຖານະຫົວໜ້າ ຫ້ອງການປະຈໍາປະເທດຂອງ ADB ຢູ່ ສປປ ລາວ ໂດຍທ່ານໄດ້ສະແດງຄວາມ ຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານລາວ ແລະ ບັນດາຄູ່ຮ່ວມ ພັດທະນາໃນການສະໜັບສະໜູນ, ສົ່ງ ເສີມການເງິນພາກລັດຂອງປະເທດ ໃຫ້ໜັ້ນຄົງ, ການເພີ່ມທະວີການເຂົ້າ ເຖິງການບໍລິການຕ່າງໆທີ່ເທົ່າທຽມ. ທ່ານ ນາງ ແຊນນີ ແຄມເບວ ແມ່ນ ຄົນສັນຊາດນິວຊີແລນ ແລະ ອັງກິດ, ໄດ້ເຂົ້າເຮັດວຽກຢູ່ADB ໃນປີ 2010, ມີປະສົບການເຮັດວຽກ 31 ປີ ຢູ່ 26 ປະເທດໃນຂະແໜງການດ້ານຂົນສົ່ງ, ພະລັງ,ກະສິກໍາແລະຊັບພະຍາກອນນໍ້າ ແລະ ການເງິນ. ກ່ອນໜ້າທີ່ໄດ້ຮັບມອບ ໝາຍມາປະຈຳການຢູ່ສປປລາວ,ທ່ານ ນາງ ແຄມເບວ ໄດ້ເປັນຫົວໜ້າຫ້ອງ ການADBປະຈຳປະເທດຕາຈິກິສຕານ. ສປປລາວ ເຂົ້າເປັນສະມາຊິກຂອງ ADB ແຕ່ປີ 1966, ມາຮອດເດືອນທັນ ວາປີ 2023, ADB ໄດ້ສະໜອງທຶນ ມູນຄ່າລວມທັງໝົດ 2,7 ຕື້ໂດລາສະ ຫະລັດ ໃຫ້ແກ່365 ໂຄງການຊຶ່ງລວມ ທັງໂຄງການທຶນກູ້ຢຶມ, ຊ່ວຍເຫລືອລ້າ ແລະ ຊ່ວຍເຫລືອທາງດ້ານວິຊາການ. ADB ມີຄວາມມຸ່ງໝັ້ນເພື່ອບັນລຸ ໃຫ້ພາກພື້ນອາຊີ ແລະ ປາຊີຟິກ ຈະ ເລີນຮຸ່ງເຮືອງ, ພັດທະນາຢ່າງທົ່ວເຖິງ, ພ້ອມຮັບການປ່ຽນປ່ຽນ ແລະ ຍືນຍົງ, ພ້ອມທັງມີຄວາມພະຍາຍາມໃນການ ລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນ ໃນປີ 1966, ADB ມີ 69 ປະເທດສະ ມາຊິກ. ໃນນັ້ນມີ 49 ປະເທດມາຈາກ ພາກພື້ນອາຊີ ແລະ ປາຊີິຟິກ. ]a f4t[ko 4n le7a o;Pd'ko la d1kda ortpkfla f]h P' ຂປລ. ລັດຖະບານ ກໍຄື ກະຊວງກະ ສິກຳ ແລະ ປ່າໄມ້ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສັກຢາກັນພະ ຍາດສັດລ້ຽງ ເພື່ອປ້ອງກັນບໍ່ໃຫ້ເປັນ ພະຍາດລະບາດ ແນໃສ່ຫລຸດຜ່ອນ ຄວາມສ່ຽງແລະຜົນກະທົບທີ່ອາດເກີດ ຂຶ້ນ ເຊິ່ງໄລຍະຜ່ານມາ, ການສັກຢາ ກັນພະຍາດສັດ ຖືເປັນມາດຕະການ ປ້ອງກັນທີ່ສໍາຄັນ ແລະ ມີປະສິດທິຜົນ ດັ່ງທິດນໍາທີ່ວ່າ: “ຕ້ອງເອົາການພັດ ທະນາການລ້ຽງສັດ ໄປຄຽງຄູ່ກັບ ການສັດຕະວະແພດ, ຖືເອົາການກັນ ພະຍາດເປັນຕົ້ນຕໍ ເອົາການຄວບຄຸມ ແລະ ກຳຈັດພະຍາດເປັນສໍາຄັນ”. ລັດຖະບານ ໄດ້ກຳນົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກ ຢາກັນພະຍາດ ສັດແຫ່ງຊາດ ໂດຍໄດ້ ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2008 puj x5j o -j ;pra fmtokdkolb dlk 16j c0;'[+ cdh ; ຂປລ.ລັດຖະບານຍີ່ປຸ່ນໄດ້ໃຫ້ການ ຊ່ວຍເຫລືອມູນຄ່າ 107.000 ໂດລາ ສະຫະລັດ ໃນການສະໜັບສະໜູນໂຄງ ການດ້ານການສຶກສາ ເພື່ອປັບປຸງສະ ພາບການຮຽນ-ການສອນ ຂອງນັກ ຮຽນ ແລະ ຄູ-ອາຈານພາຍໃນແຂວງ ບໍ່ແກ້ວ ພາຍໃຕ້ໂຄງການເສີມສ້າງ ຄວາມໝັ້ນຄົງຂອງມະນຸດຂັ້ນຮາກ ຖານ (GGP) ໂດຍໂຄງການຈະໃຫ້ ການສະໜັບສະໜູນທຶນຮອນ ເພື່ອກໍ່ ສ້າງອາຄານຮຽນໃໝ່ ແລະ ຫ້ອງນໍ້າ, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ ໃຫ້ແກ່ໂຮງຮຽນອະນຸບານ-ປະຖົມສົມ ບູນບ້ານຕູບ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເພື່ອປະກອບສ່ວນເຂົ້າໃນການ ຍົກລະດັບການສຶກສາຮໍ່າຮຽນຂອງ ໂຮງຮຽນດັ່ງກ່າວ. ພິທີເຊັນສັນຍາຊ່ວຍເຫລືອດັ່ງກ່າວ, ຈັດຂຶ້ນໃນວັນທີ 24 ຕຸລາ 2024 ຢູ່ ສະຖານທູດຍີ່ປຸ່ນປະຈຳລາວ ໂດຍ ການຮ່ວມລົງນາມຂອງ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສົມພິດ ຈັນທະວົງ ຫົວໜ້າຫ້ອງການສຶກສາທິ ການແລະກິລາເມືອງຫ້ວຍຊາຍໂດຍມີ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າ ແຂວງບໍ່ແກ້ວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ກ່າວວ່າ: ໂຮງຮຽນດັ່ງກ່າວ, ໃນປັດຈຸບັນແມ່ນ ຕັ້ງຢູ່ບ່ອນດິນຕໍ່າແຄມແມ່ນໍ້າ ຈຶ່ງມີ ຄວາມຈໍາເປັນໃນການເຄື່ອນຍ້າຍອາ ຄານຂຶ້ນມາຢູ່ບ່ອນສູງ ເພື່ອປ້ອງກັນໄພ ນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນອະນາ ຄົດ, ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈໍາເປັນໃຫ້ ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນ ປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາ ໄສ ແລະ ມີຈຸດປະສົງເພື່ອການພັດທະ ນາເສດຖະກິດ-ສັງຄົມ ຂອງປະເທດ ລາວ ໂດຍອີງຕາມຄວາມຕ້ອງການພື້ນ ຖານຂອງມະນຸດເປັນຫລັກ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະ ໜັບສະໜູນໃຫ້ແກ່ແຂວງບໍ່ແກ້ວ ລວມ ເປັນມູນຄ່າຫລາຍກວ່າ 1.000.000 ໂດລາສະຫະລັດ ໃນດ້ານການສຶກສາ, ໂຄງລ່າງພື້ນຖານແລະກະສິກຳນັບແຕ່ ປີ 1992 ເປັນຕົ້ນມາ, ປະເທດຍີ່ປຸ່ນ ຈະ ສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນ ຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານ ການແກ້ໄຂຄວາມແຕກໂຕນໃນ ພາກພື້ນ. ຂ່າວ-ພາບ: ສຳນານ ເປັນຕົ້ນມາ, ເຮັດໃຫ້ການສັກຢາກັນ ພະຍາດສັດແຕ່ລະຊະນິດ ໄດ້ມີອັດຕາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນການ ສັກຢາກັນພະຍາດສັດລ້ຽງແບບເປັນ ຟາມ ບັນລຸໄດ້ເກືອບ 100%, ສັດລ້ຽງ ອ້ອມຊານເມືອງ ແລະ ເຂດຊົນນະບົດ ໄດ້ຫລາຍກວ່າ 60% ແລະ ເຂດຫ່າງ ໄກສອກຫລີກໄດ້ຫລາຍກວ່າ 30% ໄດ້ເຮັດໃຫ້ສັດລ້ຽງ ມີພູມຄຸ້ມກັນຕ້ານ ຕໍ່ພະຍາດສັດ ຢູ່ໃນລະດັບທີ່ດີຂຶ້ນເປັນ ລຳດັບ. ການລ້ຽງສັດແຕ່ລະຊະນິດ ຂອງ ປະຊາຊົນ ມີການຂະຫຍາຍຕົວເພີ່ມ ຂຶ້ນຢ່າງສະໝໍ່າສະເໝີ ແຕ່ເຖິງຢ່າງໃດ ກໍຕາມ, ພະຍາດສັດ ຍັງເກີດມີການລະ ບາດຂຶ້ນຢູ່ກັບສັດລ້ຽງທີ່ບໍ່ໄດ້ຮັບການ ສັກຢາປ້ອງກັນ ໂດຍສະເພາະໃນປີ 2024ນີ້ຍັງພົບເຫັນການລະບາດຂອງ ພະຍາດຢູ່ເປັນໄລຍະ ເຊັ່ນ: ພະຍາດ ອະຫິວາໝູອາຟຣິກາ, ເຕົ້າໂຮມເລືອດ ງົວ-ຄວາຍ, ພະຍາດໄຂ້ເລືອດດໍາ ແລະ ພະຍາດສັດປີກ ແບບກະແຈກກະຈາຍ ຢູ່ທົ່ວປະເທດ, ສ້າງຜົນເສຍຫາຍໃຫ້ ແກ່ການລ້ຽງສັດຂອງປະຊາຊົນ, ຜູ້ປະ ກອບການ ແລະ ລັດ ຖະບານຕ້ອງສູນ ເສຍງົບປະມານເຂົ້າໃນການເຝົ້າລະ ວັງ, ສະກັດກັ້ນ ແລະ ໂຕ້ຕອບພະຍາດ ທີ່ເກີດຂຶ້ນຢ່າງຫລວງຫລາຍ, ທັງເປັນ ສິ່ງກີດຂວາງທາງດ້ານການຄ້າຢູ່ພາຍ ໃນ ກໍຄື ການສົ່ງອອກສັດ ແລະ ຜະລິດ ຕະພັນກ່ຽວກັບສັດ. ຂ່າວ: ທະນູທອງ ສ້າງລາຍຮັບ ໃຫ້ໄດ້ຫລາຍກ່ວາ 782 ຕື້ກີບ. ໃນຂະນະທີ່ 9 ເດືອນປີ 2024 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ອງທ່ຽວແຂວງວຽງ ຈັນ ທັງໝົດ 1.031.756 ເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 281.891 ເທື່ອຄົນ, ທຽບໃສ່ໄລຍະດຽວ ກັນຂອງປີ 2023 ເພີ່ມຂຶ້ນ 366.917 *** ຕໍ່ຈາກໜ້າ 1 *** 8 ແຂວງ... ສໍາລັບແຮງງານໄວໜຸ່ມ ເລກທີ 4677/ ຮສສ, 12/12/2023, ແຈ້ງການກ່ຽວ ກັບກໍານົດ ແລະ ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານ ແລະ ນະໂຍບາຍອື່ນ ໃຫ້ແກ່ຜູ້ອອກແຮງງານ ເລກທີ 2721/ ຮສສ, 13/08/2024 ແລະ ແຈ້ງການ ກ່ຽວກັບການຈ່າຍເງິນອຸດໜູນຄ່າຄອງ ຊີບໃຫ້ແກ່ຜູ້ອອກແຮງງານທີ່ມີລາຍໄດ້ ຕໍ່າເລກທີ3534/ຮສສ,27/09/2024 ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ເຂົ້າໃຈໄປໃນລວງດຽວກັນ ເພື່ອຈະໄດ້ ສົ່ງຕໍ່ ຫລື ເຜີຍແຜ່ໃຫ້ບັນດາຜູ້ໃຊ້ແຮງ ງານ, ຜູ້ປະກອບການ, ຜູ້ອອກແຮງ ງານແລະສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ເຂົ້າໃຈຢ່າງຊັດເຈນຕໍ່ກັບບັນດາ ລະບຽບການທີ່ລັດຖະບານກໍຄືກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ວ່າງອອກໃນແຕ່ລະໄລຍະ. ກອງປະຊຸມຄັ້ງນີ້, ທ່ານ ຄຳພັດ ອ່ອນລາສີ ຮອງຫົວໜ້າກົມຄຸ້ມຄອງ ແຮງງານໄດ້ມີຄຳເຫັນວ່າ: ປັດຈຸບັນ, ກະຊວງ ຮສສ ກຳລັງສຸມໃສ່ການແກ້ ໄຂບັນຫາຕ່າງໆ ທາງດ້ານເສດຖະກິດ ແລະ ສັງຄົມ ໂດຍສະເພາະການຂຶ້ນ ທະບຽນແຮງງານລາວແລະແຮງງານ ຕ່າງປະເທດ ຫັນເປັນທັນສະໄໝ, ໂປ່ງ ໃສ, ສາມາດກວດສອບໄດ້ ທີ່ຕິດພັນ ກັບວາລະແຫ່ງຊາດ, ບັນຫາການຂາດ ແຄນແຮງງານ ແລະ ບັນຫາການຄຸ້ມ ຄອງແຮງງານຕ່າງປະເທດທີ່ໄດ້ຫລັ່ງ ໄຫລເຂົ້າມາເຮັດວຽກຢູ່ ສປປ ລາວ ທັງແບບຖືກຕ້ອງ ແລະ ແບບບໍ່ຖືກຕ້ອງ ຕາມກົດໝາຍ. ສະພາບການດັ່ງກ່າວ ມັນຮຽກຮ້ອງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ພະ ແນກແຮງງານ ແລະ ສະຫວັດດີການ ສັງຄົມ ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງ ຮີບດ່ວນ ໂດຍການປະສານສົມທົບ ແລະ ຮ່ວມມືກັນກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ຂັ້ນ ທ້ອງຖິ່ນ, ພ້ອມກັນຈັດຕັ້ງປະຕິບັດຕາມ ພາລະບົດບາດໜ້າທີ່ຂອງຕົນໃຫ້ໄດ້ດີ ຂຶ້ນຢ່າງມີປະສິດທິພາບ. ໂອກາດນີ້, ທ່ານ ຄຳພັດ ອ່ອນລາສີ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງ ປະຊຸຸມ ພ້ອມກັນປຶກສາຫາລື, ແລກ ປ່ຽນຄວາມຄິດເຫັນນຳກັນຢ່າງກົງໄປ ກົງມາ ບົນພື້ນຖານທາງດ້ານ ລະບຽບ ຫລັກການ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງ ຈະແຈ້ງ, ສາມາດຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ. ຂໍ້ມູນ: ຂ່າວສານ ຮສສ ການ ຖວທ ເມືອງ ເປັນຜູ້ຄຸ້ມຄອງຕິດ ຕາມກວດກາໃນດ້ານວິຊາການ, ໃນ ຕົ້ນປີ 2024 ໄດ້ສົມທົບກັບຂະແໜງ ການກ່ຽວຂ້ອງລົງສໍາຫລວດ ເພື່ອປັກ ຫລັກໝາຍ ຂອບເຂດແຫລ່ງທ່ອງທ່ຽວ 2 ແຫ່ງຢູ່ເມືອງເຟືອງ. ສໍາລັບຫົວໜ່ວຍທຸລະກິດການທ່ອງ ທ່ຽວ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸ ລະກິດຢ່າງຖືກ ຕ້ອງຕາມກົດໝາຍ ມີ ທັງໝົດ 1.052 ຫົວໜ່ວຍ. ໃນນັ້ນ, ມີທຸ ລະກິດໂຮງແຮມ 45 ແຫ່ງ, ຣີສອດ 28 ແຫ່ງ, ເຮືອນພັກ 365 ແຫ່ງ, ຮ້ານອາ ຫານກິນດື່ມ 377 ແຫ່ງ, ຮ້ານບັນເທີງ 34 ແຫ່ງ, ບໍລິສັດທ່ອງທ່ຽວ 55 ບໍລິ ສັດ ແລະ ໜ່ວຍບໍລິການທ່ອງທ່ຽວ 73 ໜ່ວຍ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະ ເຂົ້າມາທ່ອງທ່ຽວແຂວງວຽງຈັນ. ທ່ານ ສີສະຫວາດ ແສງພະຈັນ ຍັງໃຫ້ຮູ້ອີກວ່າ: ແຂວງວຽງຈັນ ເປັນ ແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ, ວັດ ທະນະທໍາ ແລະ ກະສິກໍາ ທີ່ສວຍງາມ ສາມາດດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດໃຫ້ເຂົ້າ ມາທ່ຽວ ຊົມແຂວງວຽງຈັນ ນັບມື້ຫລາຍຂຶ້ນໃນ ແຕ່ລະປີ ແລະ ໃນປີ 2024 ກໍເປັນປີໜຶ່ງ ທີ່ມີຄວາມໝາຍສໍາຄັນ ທີ່ພັກ-ລັດຖະ ບານ ໄດ້ກໍານົດໃຫ້ເປັນປີ ທ່ອງທ່ຽວ ລາວ ເຊິ່ງໄລຍະ 9 ຜ່ານມາ ເຫັນວ່າມີ ນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງ ຈັນ ມີຈໍານວນເພີ່ມຂຶ້ນ ທຽບໃສ່ໄລຍະ ດຽວກັນຂອງປີ2023ຜ່ານມາຈໍານວນ 366.917ຄົນ ແລະ ໃນປີ 2025ຈະສູ້ ຊົນ ໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວແຂວງວຽງຈັນ ໃຫ້ໄດ້ 1,3 ລ້ານ ເທື່ອຄົນ. ຂ່າວ: ມາລິດາ; ພາບ: ອ່າຍຄໍາ ຄົນ, ສ້າງລາຍຮັບທົ່ວສັງຄົມ ໄດ້ທັງ ໝົດ 707 ຕື້ກ່ວາກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 489 ຕື້ກີບ. ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງ, ຂ່າວວັດທະ ນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ (ຖວທ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍາ ນັກຂ່າວສານປະເທດລາວ ໃນວັນທີ 24 ຕຸລາ 2024 ຜ່ານມາວ່າ: ແຂວງ ວຽງຈັນ ຖືເອົາວຽກງານທ່ອງທ່ຽວ ເປັນຂະແໜງການທີ່ສໍາຄັນ ເພື່ອຊຸກຍູ້ ສົ່ງເສີມເສດຖະກິດແຂວງໃຫ້ມີຄວາມ ເຂັ້ມແຂງ, ທັງນີ້ກໍເພື່ອເຮັດໃຫ້ເງິນຕາ ຕ່າງປະເທດ ໝູນວຽນໃນລະບົບເສດ ຖະກິດໄດ້ເປັນຢ່າງດີ, ສາມາດຕອບສະ ໜອງການສ້າງວຽກເຮັດງານທໍາປະ ຊາຊົນ ໃນຕົວເມືອງ ແລະ ຊົນນະບົດ. ສະນັ້ນ, ວຽກງານ ການທ່ອງທ່ຽວ ຈຶ່ງ ເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອເຮັດໃຫ້ເສດຖະກິດໃຫ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມ ທິດສົ່ງເສີມການທ່ອງທ່ຽວທາງທໍາ ມະຊາດ, ປະຫວັດສາດ, ວັດທະນະທໍາ ແລະກະສິກໍາໂດຍລວມແລ້ວທົ່ວແຂວງ ມີແຫລ່ງທ່ອງທ່ຽວທີ່ຂຶ້ນບັນຊີຄຸ້ມຄອງ ແລ້ວ 211 ແຫ່ງ. ໃນນີ້, ມີແຫລ່ງທ່ອງ ທ່ຽວທາງທໍາມະຊາດ 180 ແຫ່ງ, ວັດ ທະນະທຳ22ແຫ່ງແລະ ປະຫວັດສາດ 9 ແຫ່ງ, ໄດ້ພັດທະນາ ແລະ ເປີດນຳ ໃຊ້ບໍລິການເປັນສະຖານທີ່ທ່ອງທ່ຽວ ແລ້ວ 60 ແຫ່ງ, ສະຖານທີ່ທ່ອງທ່ຽວ ທຳມະຊາດ 55 ແຫ່ງ, ວັດທະນະທຳ5 ແຫ່ງ, ໃນນັ້ນພາກເອກະຊົນລົງທຶນ 55 ແຫ່ງ, ປະຊາຊົນເປັນຜູ້ພັດທະນາ ແລະ ຄຸ້ມຄອງ 5 ແຫ່ງ ໂດຍມອບໃຫ້ຫ້ອງ ຂອງຜູ້ແທນໃນກອງປະ ຊຸມຜ່ານມາ ໃຫ້ມີຄວາມລະອຽດ, ເໝາະສົມ,ຮັດກຸມ ແລະ ສອດຄ່ອງກັບບັນດາກົດໝາຍ ທີ່ ປັບປຸງໃໝ່ ເຊິ່ງກອງປະຊຸມຄັ້ງນີ້ແມ່ນ ການກວດກາດ້ານໂຄງສ້າງ, ຮູບແບບ ແລະ ດ້ານເນື້ອໃນຢ່າງຮອບດ້ານ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບ ຟັງບົດສະເໜີການຮ່າງແຜ່ນພັບ ແລະ ປຶ້ມຄູ່ມືການເລືອກຕັ້ງ. ຈາກນັ້ນ, ກໍສົນ ທະນາແລກປ່ຽນຄວາມຄິດເຫັນເຊິ່ງ ກັນ ແລະ ກັນ ເພື່ອເຮັດໃຫ້ເນື້ອໃນມີ ຄວາມຊັດເຈນແລະກໍາມາທິການວຽກ ງານສະມາຊິກສະພາແຫ່ງຊາດ ຈະນຳ ໄປປັບປຸງໃຫ້ສຳເລັດຕາມແຜນການທີ່ ວາງໄວ້. ຂ່າວ: ສອນສັກ ວັນວິໄຊ *** ຕໍ່ຈາກໜ້າ 1 *** ຜ່ານເນື້ອໃນ...
RkJQdWJsaXNoZXIy MTc3MTYxMQ==