lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/10/2024 xtgmf]k; ສິນຄ້າຫັດຖະກຳ... ອາຫານສໍາເລັດຮູບພື້ນເມືອງ, ສະ ໝຸນໄພ ແລະ ອື່ນໆ ລວມທັງໝົດ 243 ຮ້ານເຂົ້າມາວາງສິແດງ ແລະ ຈໍາໜ່າຍ ເຊິ່ງຈັດຂຶ້ນ ແຕ່ວັນທີ 26 ຕຸລາ ຫາ ວັນທີ 3 ພະຈິກ 2024 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ ເຊິ່ງຈັດໂດຍສະມາຄົມຫັດຖະກຳລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ. ພິທີ ເປີດມະຫະກຳສີມືຫັດຖະກຳ ລາວ ຄັ້ງທີ 23 ຈັດຂຶ້ນໃນວັນທີ 28 ຕຸລາ 2024 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ, ທ່ານນາງ ນາລີ ສີສຸລິດ ປະທານຄະນະທີ່ປຶກສາ ສະມາຄົມຫັດຖະກຳລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.ນອກນີ້,ພາຍ ໃນງານຍັງມີກິດຈະກຳສຳມະນາຫົວ ຂໍ້: ປັບປຸງເຕັກນິກການຕໍ່າຜ້າຝ້າຍ, ເຜີຍແຜ່ການນໍາໃຊ້ກາໝາຍຫັດຖະກຳ ແຫ່ງຊາດ ແລະ ຫົວຂໍ້ສົ່ງເສີມການ ເຂົ້າເຖິງຕະຫລາດເອີຣົບ (ໂຄງການ USAID-CBI) ແລະ ກິດຈະກຳປະ ກວດການແຂ່ງຂັນຜະລິດຕະພັນດີ ເດັ່ນ, ກິດຈະກຳສາທິດຂັ້ນຕອນ ການ ຜະລິດສິນຄ້າຫັດຖະກຳ, ການເດີນ ແບບອາພອນ ແລະ ອື່ນໆ. ທ່ານ ພູທອງ ໄຊສະນິດ ຮອງປະ ທານສະມາຄົມຫັດຖະກຳລາວ ໄດ້ໃຫ້ ຮູ້ວ່າ: ງານຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາ ຂວັນ ສີໄມ້ລາຍມື ຄືອຸທິຍານແຫ່ງການ ທ່ອງທ່ຽວ “ເຊື່ອມໂຍງມໍລະດົກຜ້າແພ ພື້ນເມືອງອາຊຽນ” ເຊິ່ງຈຸດປະສົງ ຫລັກຂອງການຈັດງານ ເພື່ອສະເຫລີມ ສະຫລອງ ວັນຫັດຖະກຳລາວ ວັນທີ 1 ພະຈິກ, ສ້າງຂະບວນການຂ່ຳນັບ ຮັບຕ້ອນການເປັນເຈົ້າພາບ ຈັດກອງ ປະຊຸມສໍາມະນາການຕໍ່າແຜ່ນແພພື້ນ ເມືອງອາຊຽນ ຄັ້ງທີ 9 ທີ່ຈະໄດ້ຈັດ ຂຶ້ນໃນວັນທີ 4-6 ພະຈິກ ປີ 2024 ທີ່ ນະຄອນຫລວງວຽງຈັນ, ທັງເປັນການ ຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ແລະ ສະເຫລີມສະຫລອງ ຫັດຖະກຳ ພູມປັນຍາການຕໍ່າລາຍນາກ ຂອງຊຸມ ຊົນເຊື້ອຊາດລາວ ໄດ້ຮັບເປັນມໍລະດົກ ໂລກ ຈາກອົງການ UNESCO, ເພື່ອ ສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ໄດ້ພົບ-ໄດ້ເຫັນ ຄວາມຫລາກຫລາຍຂອງເຄື່ອງຫັດຖະ ກຳລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລໃນຄວາມມະຫັດສະຈັນ ຂອງສີໄມ້ລາຍມື ນາຍຊ່າງຫັດຖະກຳ ລາວ, ເພື່ອເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆ ທ້ອງ ຖິ່ນ ໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກ ສະນະເປັນມູນເຊື້ອ, ສົ່ງເສີມພູມປັນ ຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະ ກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າ ໃນການສ້າງລາຍຮັບ ແລະ ພັດທະນາ ຊີວິດການເປັນຢູ່ ຂອງປະຊາຊົນທ້ອງ ຖິ່ນໃຫ້ນັບມື້ດີຂຶ້ນ, ເພື່ອໃຫ້ບັນດາ ຊາວຊ່າງ ແລະ ຜູ້ປະກອບການດ້ານ ຫັດຖະກຳ ໄດ້ມີໂອກາດເຂົ້າເຖິງຕະ ຫລາດ ຫລື ມີບ່ອນຂາຍຜະລິດຕະພັນ ຫັດຖະກຳຂອງຕົນ, ພ້ອມທັງ ໄດ້ມີໂອ ກາດພົບປະແລກປ່ຽນບົດຮຽນ, ປະສົບ ການທາງດ້ານການຜະລິດ, ການວາງ ສະແດງ ແລະ ການຂາຍ, ເພື່ອສະໜັບ ສະໜູນນະໂຍບາຍຂອງລັດຖະບານໃນ ການແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ແລະ ເພື່ອສ້າງສາຍສຳພັນກັບບັນ ດາ ປະເທດສະມາຊິກອາຊຽນ ດ້ານສິ ລະປະຫັດຖະກຳ. ຂ່າວ-ພາບ: ສຳນານ ທ່ານ ຄຳພັນ ວັນທະນາ ຫົວໜ້າ ໂຄງການຂົນສົ່ງແບບຍືນຍົງໃນຕົວ ເມືອງ ນວ (ລົດເມ BRT), ໄດ້ໃຫ້ຮູ້ ໃນໂອກາດ ທີ່ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງ ຕິດຕາມເບິ່ງຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນ ວັນທີ 28 ຕຸລາ 2024 ວ່າ: ປັດຈຸບັນ ໂຄງການ ແມ່ນມີຄວາມຄືບໜ້າ ລວມ ທັງໝົດ 3%, ສຳລັບໂຄງການລົດເມ BRT ແມ່ນມີສະຖານີ ຂຶ້ນ-ລົງ 27 ຈຸດ ໂດຍແບ່ງການຮັບເໝົາກໍ່ສ້າງອອກ ເປັນ 2 ໄລຍະ ສະເພາະ ບໍລິສັດ ເລກ 8 ມີ 19 ສະຖານີ, ປັດຈຸບັນສຳເລັດ ໂຄງລ່າງພື້ນຖານປະມານ 9 ສະຖານີ, ສ່ວນຈຸດທີ 10 ຢູ່ໂພນສະອາດ ແມ່ນ ສຳເລັດ 100%, ຍັງເຫລືອ 9 ຈຸດ ແມ່ນກຳລັງກໍ່ສ້າງ, ສ່ວນໃຫຍ່ແມ່ນສໍາ ເລັດການກໍ່ສ້າງຮາກຖານສະຖານີລົດ ເມBRT, ປັດຈຸບັນທາງໂຄງການກໍລັງ ສຸມໃສ່ໃນການເຮັດຂອບທາງ ເພາະວ່າ ອີງໃສ່ບົດຮຽນຜ່ານມາຈຸດໃດທີ່ແຄບ ກໍຕ້ອງໄດ້ຂະຫຍາຍທາງອອກກ່ອນ ເພື່ອເຮັດໃຫ້ລົດແລ່ນໄປໄດ້ສະດວກ, ເພາະວ່າສະຖານີຕັ້ງຢູ່ຈຸດກາງທາງ ຈຳເປັນຕ້ອງໄດ້ຂະຫຍາຍຂອບທາງ ກ່ອນການສັນຈອນກໍຈະບໍ່ລໍາບາກ ແລະ ອື່ນໆ. ສໍາລັບ ໂຄງການກໍ່ສ້າງ ສະຖານີຂຶ້ນ-ລົງລົດເມ BRT ໂດຍ ລວມແມ່ນຈະໃຫ້ສໍາເລັດທັງໝົດໃນ ກາງປີ 2025 ແລະ ການເປີດໃຫ້ບໍລິ ການແບ່ງອອກເປັນ 2 ໄລຍະຄື: ຈະ ເປີດທົດລອງ 3 ເດືອນໃຫ້ໃຊ້ບໍລິການ ບໍ່ເສຍຄ່າ, ຈາກນັ້ນແມ່ນຈະເປີດເປັນ ທາງການ. ທ່ານ ຄຳພັນ ວັນທະນາ ຍັງໃຫ້ ຮູ້ຕື່ມວ່າ: ປັດຈຸບັນທາງໂຄງການແມ່ນ ໄດ້ສຸມໃສ່ໃນການກໍ່ສ້າງຮາກຖານ ຂອງສະຖານີຂຶ້ນ-ລົງລົດເມ ແລະ ປັບ ປຸງລະບົບພື້ນຖານໂຄງລ່າງ ຊຶ່ງອາດ ຈະສ້າງຄວາມແອອັດຫຍຸ້ງຍາກໃນ ການສັນຈອນ ເຮັດໃຫ້ບາງສາຍທາງ ມີລົດຕິດຂັດ ແຕ່ທາງໂຄງການກໍໄດ້ ແນະນຳໃຫ້ຜູ້ຮັບຜິດຊອບເອົາໃຈໃສ່ ບໍ່ໃຫ້ກີດຂວາງການສັນຈອນ, ຮັບປະ ກັນບໍ່ໃຫ້ເກີດຜົນກະທົບແລະອຸບັດເຫດ. ພ້ອມນີ້, ທ່ານຍັງຂໍຝາກເຖິງຜູ້ຂັບຂີ່ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າ ການມີສ່ວນຮ່ວມຊ່ວຍກັນ ໄປມາຢ່າງ ມີສະຕິ, ລະມັດລະວັງ, ທັງສັງເກດເບິ່ງ ສັນຍານປ້າຍຫ້າມ, ປ້າຍເຕືອນທີ່ ໂຄງການໄດ້ຕິດຕັ້ງໄວ້ ເພື່ອປ້ອງກັນ ການເກີດອຸບັດເຫດ ແລະ ມີສ່ວນ ຮ່ວມຊ່ວຍກັນອຳນວຍຄວາມສະດວກ ໃນການກໍ່ສ້າງໂຄງການມີຜົນສຳເລັດ ໂດຍໄວ. ພາບ: ບຸນອູ້ມ ປະຊາຊົນລາວບັນດາເຜົ່າ ແລະ ນັບໄດ້ ວ່າເປັນແຫລ່ງກຳເນີດຂອງຊັບພະຍາ ກອນ ທີ່ມີມູນຄ່າທາງດ້ານເສດຖະກິດ ເປັນອັນດັບຕົ້ນໆ ຂອງປະເທດ ທີ່ທຸກ ຝ່າຍຈະຕ້ອງໄດ້ຮ່ວມມືກັນໃນການ ປົກປັກຮັກສາໃຫ້ຍືນຍົງ. ໃນຂະນະທີ່ ລາວ ໂທລະຄົມ ແລະ ໄທຄົມ ເປັນບໍລິ ສັດໂທລະຄົມມະນາຄົມ ຄົບວົງຈອນ ແລະ ມີເຕັກໂນໂລຊີ ຮັບຮູ້ທາງໄກ (Remote Sensing) ໂດຍນຳໃຊ້ ເຕັກໂນໂລຊີອາວະກາດ (SpaceTech) ທີ່ພັດທະນາໂດຍ ບໍລິສັດ ໄທຄົມມະ ຫາຊົນ ທີ່ສາມາດນໍາໃຊ້ເຂົ້າໃນວຽກ ງານການສຳຫລວດປ່າໄມ້ ເພື່ອການ ພັດທະນາກະສິກຳ ແລະ ປົກປັກຮັກ ສາປ່າໄມ້ໃຫ້ຍືນຍົງ ເຊິ່ງເປັນສ່ວນໜຶ່ງ ຂອງເປົ້າໝາຍການພັດທະນາດ້ານກະ ສິກໍາຂອງປະເທດ. ພາຍໃຕ້ການຮ່ວມມືດັ່ງກ່າວ, ທັງ ສອງຝ່າຍຈະຮ່ວມກັນສຶກສາຄົ້ນຄວ້າ ໂດຍນຳໃຊ້ເຕັກໂນໂລຊີຮັບຮູ້ທາງໄກ ຂອງໄທຄົມ ເຂົ້າໃນການສຶກສາທົດ ລອງ ເພື່ອຄຸ້ມຄອງເນື້ອທີ່ປ່າໄມ້ 2.889 ເຮັກຕາ ທີ່ບ້ານໂພນສູງ ເມືອງວັງວຽງ ແຂວງວຽງຈັນ ເປັນເຂດທົດລອງ ປະສິດທິພາບ ຂອງການນໍາໃຊ້ເຕັກໂນ ໂລຊີ ເຂົ້າໃນວຽກງານກວດກາປ່າ ໄມ້, ການຄຸ້ມຄອງຊັບພະຍາກອນທໍາ ມະຊາດປ່າໄມ້ ແລະ ສົ່ງເສີມການຂະ ຫຍາຍຕົວຂອງເສດຖະກິດດີຈິຕອນ ໂດຍສະເພາະແມ່ນການນໍາໃຊ້ເຕັກ ໂນໂລຊີ ໃນການຄຸ້ມຄອງສິ່ງແວດ ລ້ອມຂອງເຂດປ່າໄມ້ ເປັນຕົ້ນ ການ ຊອກຫາຈຸດຄວາມຮ້ອນ ແລະ ເຂດ ຮອຍເຜົາໄໝ້ຂອງໄຟປ່າ ເພື່ອລະບຸ ຈຸດຄວາມຮ້ອນ ຈະຊ່ວຍໃນການກວດ ຫາ ແລະ ຕິດຕາມໄຟໄໝ້ປ່າ ໄດ້ໄວ, ຂໍ້ມູນທີ່ໄດ້ມາຈະຊ່ວຍໃນການປະເມີນ ສະພາບການ ແລະ ດໍາເນີນກະກຽມ ຄວາມພ້ອມໃນການປ້ອງກັນຄວບ ຄຸມໄຟປ່າໃຫ້ທ່ວງທັນກັບເຫດການ; ການຊອກຫາພື້ນທີ່ປ່າໄມ້ທີ່ມີການ ບຸກລຸກ ຈະຊ່ວຍໃນການກວດກາການ ປ່ຽນແປງຂອງປ່າໄມ້, ລວມທັງການ ບຸກລຸກ ຫລື ການຕັດໄມ້ທຳລາຍປ່າ ໄດ້ຢ່າງມີປະສິດທິຜົນ ແລະ ປະເມີນ ການສະສົມກາກບອນປ່າໄມ້ ເພື່ອຊ່ວຍ ໃຫ້ການປະເມີນປະລິມານການສະສົມ ກາກບອນປ່າໄມ້ ມີຄວາມຖືກຕ້ອງສູງ, ການປະເມີນນີ້ຈະຖືກສົມທຽບ ຄຽງ ຄູ່ກັບຂໍ້ມູນຈາກການສໍາຫລວດພາກ ພື້ນດິນ ເພື່ອໃຫ້ໄດ້ທັດສະນະລວມ ແລະ ຄວາມເຂົ້າໃຈຢ່າງລະອຽດ ໂດຍ ການຄາດຄະເນທີ່ຖືກຕ້ອງ ແລະ ຊັດ ເຈນ ລວມເຖິງການສະໜັບສະໜູນ ນະວັດຕະກໍາ ໃນການພັດທະນາສີຂຽວ ແບບຍືນຍົງ ເຊິ່ງປັດຈຸບັນ, ບັນດາປະ ເທດທົ່ວໂລກ ຕ່າງກໍໄດ້ໃຫ້ຄວາມສຳ ຄັນໃນວຽກງານສິ່ງແວດລ້ອມສີຂຽວ ແບບຍືນຍົງເຊັ່ນດຽວກັນ. Tailor made course, ຫລັກສູດຝຶກ ອົບຮົມທົ່ວໄປ ແລະ ຫລັກສູດຝຶກອົບ ຮົມຄວາມເປັນມືອາຊີບທາງທຸລະກິດ ສໍາລັບນັກທຸລະກິດ ແລະ ເປັນກອງເລ ຂາໃນການຈັດຕັ້ງໂຄງການລາງວັນ Honda YES Award, ສາມາດປະ ຕິບັດໄດ້ຕາມແຜນເວລາ ແລະ ທັນກັບ ທຸກຂັ້ນຕອນການເຄື່ອນໄຫວ. ສະຖາບັນພັດທະນາຊັບພະຍາກອນ ມະນຸດ ລາວ-ຍີ່ປຸ່ນ ເຄື່ອນໄຫວບົນພື້ນ ຖານການຮ່ວມມືລະຫວ່າງລັດຖະບານ ລາວ ແລະ ຍີ່ປຸ່ນ. ໃນນັ້ນ, ຕາງໜ້າຝ່າຍ ລາວ ແມ່ນມະຫາວິທະຍາໄລແຫ່ງຊາດ ແລະ ຝ່າຍຍີ່ປຸ່ນແມ່ນອົງການ JICA ປະຈຳສປປລາວ, ເຮັດວຽກແລກປ່ຽນ ວັດທະນະທຳ ແລະ ວິຊາການ ໂດຍກົງ ກັບສາກົນ ໂດຍສະເພາະແມ່ນ ຍີ່ປຸ່ນ ແລະປະເທດອື່ນໆ. ທັງໄດ້ສອນພາສາ ຍີ່ປຸ່ນ ເປັນຫລັກສູດຝຶກອົບຮົມປົກກະຕິ ໃຫ້ກັບຜູ້ສົນໃຈຮຽນທົ່ວໄປ ແລະ ສອນ ພິເສດຕາມຄວາມຕ້ອງການໃຫ້ກັບອົງ ກອນພາຍນອກ ເພື່ອສົ່ງຄົນລາວໄປ ຝຶກອົບຮົມທັກສະສະເພາະຢູ່ປະເທດ ຍີ່ປຸ່ນ, ພ້ອມທັງດຳເນີນວຽກງານຄົ້ນ ຄວ້າພາຍໃຕ້ການຈັດຫາແຫລ່ງທຶນ ຕ່າງຫາກ. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ສະຖາບັນພັດທະນາຊັບ ພະຍາກອນມະນຸດລາວ-ຍີ່ປຸ່ນເປັນເຈົ້າ ການໃນການຈັດຕັ້ງວຽກງານການ ເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງ, ຍົກສູງ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ, ສືບຕໍ່ດຳເນີນວຽກງານ ຕ່າງໆໃຫ້ສຳເລັດຜົນຕາມຄາດໝາຍ ທີ່ວາງໄວ້. ຂໍ້ມູນ-ພາບ: ກະດານຂ່າວ ມຊ ຕິດຕາມຄະນະຕະຫລອດໄລຍະການ ເຄື່ອນໄຫວ. ໂອກາດນີ້, ທ່ານລັດຖະມົນຕີກະ ຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ພົບປະກັບທ່ານ SandorFARKAS ຮອງລັດຖະມົນຕີ ກະຊວງກະສິກຳ ຮົງກາລີ ເພື່ອໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຮ່ວມມື ໃນຕໍ່ໜ້າ ໂດຍສະ ເພາະແມ່ນການກະກຽມຮ່າງບົດສະ ເໜີການຮ່ວມມື ພາຍໃຕ້ເງິນກູ້ຢືມ ດອກເບ້ຍຜ່ອນຜັນແບບມີເງື່ອນໄຂ ໃນຂົງເຂດກະສິກຳ ເປັນຕົ້ນ ການຄຸ້ມ ຄອງຊັບພະຍາກອນນ້ຳ, ການນຳໃຊ້ ນະວັດຕະກຳ ເຕັກນິກ-ເຕັກໂນໂລຊີ ທີ່ ທັນສະໄໝ ສຳລັບການຜະລິດຊີ້ນ ແລະ ປາ ທີ່ມີຄຸນະນະພາບສູງ ເພື່ອການສົ່ງ ອອກ, ການພັດທະນາຊັບພະຍາກອນ ມະນຸດ ແລະ ການໃຫ້ທຶນການສຶກສາ ໃນຂົງເຂ ດກະສິກຳ ໃຫ້ພະນັກງານກະ ຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ດ້ານອື່ນໆ. ນອກຈາກນີ້, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະ ນະ ຍັງໄດ້ຢ້ຽມຢາມ ແລະ ພົບປະກັບ ມະຫາວິທະຍາໄລ ກະສິກໍາ ແລະ ວິທະ ຍາສາດສິ່ງມີຊີວິດ (MATE)ປະເທດ ຮົງກາລີ ເຊິ່ງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການສຶກສາ ແລະ ການສົ່ງເສີມກະສິກໍາໃນຕໍ່ໜ້າ, ໂດຍສະ ເພາະ ຄວາມເປັນໄປໄດ້ໃນການເຊັນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ມະຫາວິທະຍາໄລ MATE ປະເທດຮົງກາລີ ດ້ານວຽກງານໃນ ຂົງເຂດກະສິກຳ ໂດຍສະເພາະແມ່ນ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດກະສິກຳ, ການນຳ ໃຊ້ພະລັງງານສະອາດໃນການຜະລິດ ກະສິກຳ, ການຄຸ້ມຄອງ ແລະ ຈັດການ ການນຳໃຊ້ນ້ຳຊົນລະປະທານ, ການ ແລກປ່ຽນແລະ ຮ່ວມມືຂອງສະຖາບັນ ຄົ້ນຄວ້າຂອງສອງຝ່າຍ, ການພັດທະ ນາບຸກຄະລາກອນ ແລະ ອື່ນໆ, ພ້ອມ ທັງຢ້ຽມຢາມ ພື້ນຖານການຜະລິດ ຂອງຮົງກາລີ ຈຳນວນໜຶ່ງ. ຂ່າວ-ພາບ: ຂ່າວສານກະສິກຳ-ປ່າໄມ້ ໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກ ຂ່າວແຫ່ງ ສປປ ລາວ ກ່າວວ່າ: ເວັບ ໄຊດັ່ງກ່າວ, ແມ່ນຊ່ອງທາງໜຶ່ງຂອງ ສະມາຄົມ ຈະໄດ້ກະຈ່າຍຂໍ້ມູນຂ່າວ ສານ, ເຜີຍແຜ່ນິຕິກໍາຕ່າງໆ, ລວມທັງ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານຖະ ແຫລງຂ່າວສື່ມວນຊົນ, ບັນທຶກການ ເຄື່ອນໄຫວຕ່າງໆຂອງສະມາຄົມ ແລະ ຂອງໂຄງການຢ່າງເປັນລະບົບຄົບ ຊຸດ. ນອກນັ້ນ, ເວັບໄຊ ຍັງມີຕໍາລາ ກໍຄື ປຶ້ມຄູ່ມືການຮຽນ-ການສອນ ດ້ານຖະ ແຫລງຂ່າວສື່ມວນຊົນ ແບບໃໝ່ທີ່ ທັນ ສະໄໝ ເປັນຕົ້ນວິທີການນໍາໃຊ້ເຄື່ອງ ມືດີຈິຕອນ ແລະ ນໍາໃຊ້ໂປຣແກຣມ ປັນ ຍາປະດິດ ມາຊ່ວຍໃນການເຮັດວຽກ ງານເຊິ່ງຈະເປັນປະໂຫຍດຫລາຍ ໃຫ້ ແກ່ນັກຂ່າວທັງຮຸ່ນເກົ່າ ແລະ ໃໝ່, ນັກ ຂ່າວຈາກພາກລັດ ແລະ ພາກເອກະ ຊົນ ເພາະເປັນປຶ້ມຄູ່ມືຜະລິດຂຶ້ນໃນປີ ນີ້, ຈາກອາຈານທີ່ມີປະສົບການມາ ຫລາຍສິບປີຈາກຕ່າງປະເທດ ໂດຍສະ ເພາະແມ່ນເລັ່ງໃສ່ໃຫ້ນັກຂ່າວມີທັກສະ ແລະ ປະສົມການໃນການຂຽນຂ່າວ, ລາຍງານຂ່າວ, ຂຽນບົດຄວາມແບບ ສ້າງສັນ ຕໍ່ການພັດທະນາສີຂຽວຍືນ ຍົງຕາມທິດທາງການພັດທະນາ ຂອງ ລັດ ຖະບານແຫ່ງ ສປປ ລາວ ກໍຄື ຂອງ ສາກົນ. ພ້ອມນັ້ນ, ຕໍາລາເຫລົ່ານີ້, ນອກ ຈາກນັກຂ່າວທີ່ເປັນອາຊີບ ໄດ້ຮໍ່າຮຽນ ແລ້ວ ຍັງຈະເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ຜູ້ບໍລິໂພກສື່ທົ່ວໄປໄດ້ຮຽນຮູ້ ຫລັກການດ້ານວິຊາຊີບສື່ ແລະ ຄວາມ ຮັບຜິດຮັບຊອບຕໍ່ການກະຈາຍຂ່າວ ອອກສູ່ສັງຄົມ, ບໍ່ວ່າຈະເປັນສື່ເກົ່າ, ສື່ ໃໝ່ ແລະ ສື່ສັງຄົມອອນລາຍທີ່ກໍາລັງ ມີຄວາມນິຍົມບໍລິໂພກຢູ່ໃນປັດຈຸບັນ ແລະ ຜູ້ບໍລິໂພກສື່ທົ່ວໄປ ຍັງສາມາດ ນໍາເອົາຕໍາລາເຫລົ່ານີ້ໄປສິດສອນ ໃຫ້ ແກ່ລູກຫລານທີ່ບໍລິໂພກສື່ໃນແຕ່ລະ ວັນ ຜ່ານລະບົບອິນເຕີເນັດຢູ່ໂທລະສັບ ມືຖື ແລະ ອຸປະກອນສື່ສານຕ່າງໆ. ເວັບໄຊ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເປີດຂຶ້ນ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດ ຕັ້ງທາງສັງຄົມ ເພື່ອການພັດທະນາສີ ຂຽວ ໃນ ສປປ ລາວ (GAMCIL) ຮ່ວມກັບອົງການແຄຣ໌ ນາໆຊາດ ປະ ຈໍາ ສປປ ລາວ ໂດຍການສະໜັບສະ ໜູນທຶນຈາກສະຫະພາບ ເອີຣົບ(EU) ເຊິ່ງໄດ້ພັດທະນາເວັບໄຊຮ່ວມກັບ ບໍລິ ສັດ Global Digital Management Solution (GDMS), ໄອທີ ແລະ ຄຣາວເຊີວິດ. ໂຄງການ GAMCIL ແມ່ນໂຄງ ການໜຶ່ງທີ່ໄດ້ເຮັດວຽກກັບບັນດາສື່ ມວນຊົນ ຂອງລັດ ແລະ ເອກະຊົນ ເພື່ອ ປັບປຸງທັກສະວິຊາຊີບຂອງນັກຂ່າວ ລາວ ໂດຍການເພີ່ມຄວາມຮູ້ທາງ ດ້ານທີ່ດີຈິຕອນ ແລະ ຄວາມເຂົ້າໃຈ ກ່ຽວກັບສື່ແບບໃໝ່ ເຊິ່ງຈຸດປະສົງ ຫລັກຂອງ ໂຄງການເພື່ອແກ້ໄຂຊ່ອງ ວາງທາງດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮູ້ທາງດ້ານສື່ດີຈິຕອນ ແລະ ຫລຸດຜ່ອນຄວາມສ່ຽງຂອງ “ຂ່າວປອມ” ໂດຍການເສີມສ້າງຂີດ ຄວາມສາມາດຂອງນັກຂ່າວລາວຢູ່ນະ ຄອນຫລວງວຽງຈັນ, ແຂວງຫລວງ ພະບາງ ແລະ ແຂວງຈຳປາສັກ ເພື່ອ ເພີ່ມທະວີຄວາມຮັບຮູ້ກ່ຽວ ກັບບັນຫາ ສີຂຽວ ແລະ ການປ່ຽນແປງດິນຟ້າ ອາກາດ ໃນພື້ນທີ່ຊົນນະບົດຂອງ ສປປ ລາວ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ສລຍ... ລັດຖະມົນຕີ... ສະມາຄົມ... ການກໍ່ສ້າງ... ສຶກສາ...
RkJQdWJsaXNoZXIy MTc3MTYxMQ==