dko]q 'mb o0v'oa dm5 ]tdy f9u o -j ;pcdh w07;k,m5 dpkd0v'xt-k-q o]k; xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** 02/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ໜຶ່ງໃນບົດຮຽນສຳຄັນທີ່ ສປປ ລາວ ໄດ້ຖອດຖອນ ແລະ ຜັນຂະ ຫຍາຍນໍາສປຈີນແມ່ນການລຶບລ້າງ ຄວາມທຸກຍາກຂອງປະຊາຊົນຈີນ ແລະ ການພັດທະນາຊົນນະບົດຂອງ ຈີນກາຍເປັນຂໍ້ມູນ ແລະ ບົດຮຽນສໍາ ຄັນທີ ສປປ ລາວ ໄດ້ຖອດຖອນບົດ ຮຽນ ແລະ ຜັນຂະຫຍາຍ, ເພາະປະ ສົບການຂອງຈີນໃນການລຶບລ້າງ ຄວາມທຸກຍາກບໍ່ເປັນພຽງແຕ່ຄໍາ ເວົ້າດ້ານທິດສະດີເທົ່ານັ້ນ, ຫາກໄດ້ ມີການຈັດຕັ້ງປະຕິບັດ ແລະ ເປັນ ສ່ວນສໍາຄັນໃນວຽກງານລຶບລ້າງ ຄວາມທຸກຍາກ ຂອງ ສປປ ລາວ. ໃນນັ້ນມີຫລາຍໂຄງການຂອງ ສປ ຈີນ ໄດ້ຮັບການຈັດຕັ້ງປະຕິບັດຢູ່ ສປປ ລາວ ດ້ວຍຜົນສຳເລັດ ແລະ ບາງໂຄງການກຳລັງດຳເນີນງານ ຢ່າງເປັນຮູບປະທຳ. ມາຮອດປັດ ຈຸບັນ, ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ນອກຈາກມອບພັນ ທະພາສີອາກອນ ແລະ ລາຍໄດ້ໃຫ້ ແກ່ລັດຖະບານລາວແລ້ວ, ຍັງໄດ້ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວໃນເຂດທ້ອງ ຖິ່ນຫ່າງໄກສອກຫລີກທັງທາງກົງ ແລະ ທາງອ້ອມ, ສົ່ງເສີມສ້າງວຽກ ເຮັດງານທຳໃຫ້ແກ່ແຮງງານລາວ ແລະ ແກ້ໄຂຄວາມທຸກຍາກໃຫ້ປະ ຊາຊົນໃນເຂດທຸລະກັນດານຕື່ມອີກ. ໃນນີ້ຜູ້ຂຽນຂໍຍົກເອົາໂຄງການພັດ ທະນາບໍ່ແຮ່ເກືອໂປຕາສທີ່ແຂວງຄຳ ມ່ວນ ມີສ່ວນສຳຄັນໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນລາວ. ໂຄງການແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນຂອງບໍລິສັດ ຊີໂນ ອາກຣີ ໂປຕາສ ທີ່ແຂວງຄຳມ່ວນ ເປັນພາກສ່ວນໜຶ່ງທີ່ເດັ່ນກາຍເປັນ ຕົວແບບໃນການຊຸກຍູ້ປະຊາຊົນ ບ້ານຊຽງແຫວນເມືອງທ່າແຂກຍຶດ ອາຊີບດ້ານຜະລິດກະສິກໍາເພື່ອແກ້ ໄຂຄວາມທຸກຍາກດ້ວຍການຊ່ວຍ ເຫລືອດ້ານທຶນ, ເຕັກນິກວິຊາການ ໃຫ້ແກ່ປະຊາຊົນ.ໃນນັ້ນບໍລິສັດໄດ້ ຈັດກິດຈະກຳບໍລິຈາກກອງທຶນພັດ ທະນາບ້ານຈຳນວນ 1.696 ຕື້ກີບ ແລະ ບໍລິຈາກ ປຸຍໂປຕາສ 48 ໂຕນ ທີ່ເປັນມູນຄ່າ 354 ລ້ານກີບ ໃຫ້ແກ່ 20 ບ້ານ ທີ່ໃນເຂດໃກ້ຄຽງ,ລວມ ເປັນ 2 ຕື້ກວ່າກີບ, ການບໍລິຈາກ ດັ່ງກ່າວໄດ້ຊ່ວຍເພີ່ມຜົນຜະລິດ ແລະ ເພີ່ມລາຍຮັບໃຫ້ຊາວກະສິກອນ, ຊຸກຍູ້ການກໍ່ສ້າງພັດທະນາບ້ານ, ສະແດງໃຫ້ເຫັນເຖິງຄວາມຮັບຜິດ ຊອບຂອງວິສາຫະກິດດ້ວຍການປະ ຕິບັດຕົວຈິງ. ດັ່ງ ທ່ານກົວ ປາຍຊຸນ (Guo Ba i chun) ປະທານບໍລິສັດ ອາຊີໂປຕາສສາກົນ (ບໍລິສັດແມ່) ໄດ້ກ່າວວ່າ: ໃນຖານະທີ່ເປັນວິສາ ຫະກິດມາດຕະຖານສາກົນພ້ອມ ໃຫ້ການຊ່ວຍເຫລືອປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນບ້ານ ອ້ອມຂ້າງໃຫ້ດີຂຶ້ນ. ການຊ່ວຍເຫລືອ ຄັ້ງນີ້, ຈຸດປະສົງເພື່ອນຳໃຊ້ສ້ອມ ແປງໂຮງຮຽນ, ກໍ່ສ້າງເສັ້ນທາງ, ປັບປຸງຄຸນນະພາບນ້ຳດື່ມ, ປັງປຸງ ສຸກສາລາ ແລະ ສິ່ງອຳນວຍຄວາມ ສະດວກອື່ນໆ, ເຮັດໃຫ້ຊີວິດການ ເປັນຢູ່ຂອງຊາວບ້ານດີກວ່າເກົ່າ. ກ່ອນນັ້ນ, ບໍລິສັດໄດ້ມອບເຄື່ອງອຸ ປະໂພກບໍລິໂພກລວມມູນຄ່າ 200 ກວ່າລ້ານກີບ ພ້ອມສົ່ງນັກວິຊາການ ລົງແນະນໍາດ້ານວິຊາການໃນການ ຜະລິດກະສິກໍາ ແລະ ຮູບແບບການ ຄຸ້ມຄອງກະສິກຳທີ່ທັນສະໄໝໂດຍ ຜ່ານການຍົກລະດັບການຜະລິດ ກະສິກຳແກ້ໄຂຄວາມທຸກຍາກແບບ ຍືນຍົງດ້ວຍການສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເພິ່ງຕົນເອງນໍາ ພາຕົນເອງຫລຸດພົ້ນອອກຈາກ ຄວາມທຸກຍາກໃຫ້ປະຊາຊົນດັ່ງ ຄໍາສຸພາສິດຈີນທີ່ວ່າ “ສ້າງກະແສ ເລືອດ, ສອນວິທີຫາປາແຕ່ບໍ່ແມ່ນ ເອົາປາໃຫ້” ແລະ ກຳນົດເອົາບ້ານ ຊຽງແຫວນ ເປັນຈຸດທົດລອງການ ຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກ ຍາກ ຊຶ່ງຜ່ານບັນດາມາດຕະການ ແກ້ໄຂຄວາມທຸກຍາກດ້ວຍການຜະ ລິດກະສິກໍາ ແລະ ໄດ້ຊ່ວຍບັນລຸການ ພັດທະນາແບບຕ່າງຝ່າຍຕ່າງມີຜົນ ປະໂຫຍດ ລະຫວ່າງ ບໍລິສັດ ກັບປະ ຊາຊົນອ້ອມຂ້າງ. ນອກນັ້ນບໍລິສັດ ຍັງຊ່ວຍສ້າງໂຄງການປູກຜັກໃນ ເຮືອນຮົ່ມ, ສ້າງພື້ນຖານໂຄງລ່າງ ຕ່າງໆໃຫ້ທ້ອງຖິ່ນເປັນຕົ້ນແມ່ນໄດ້ ສຳເລັດການສ້າງຂົວຂ້າມຫ້ວຍ ຊຽງລົງລະຫວ່າງບ້ານໄປຫາໂຮງ ຮຽນປະຖົມ ຊຶ່ງເປັນປະເພດຂົວເບ ຕົງເສີມເຫລັກມີຄວາມຍາວ 45 ແມັດ, ກວ້າງ 4,5 ແມັດ ໃນມູນຄ່າ ການກໍ່ສ້າງ 3,15 ຕື້ກວ່າກີບ ແລະ ຊ່ວຍສ້າງອາຄານຮຽນໂຮງຮຽນ ປະຖົມສົມບູນບ້ານຊຽງແຫວນ ເປັນ ອາຄານຖາວອນຊັ້ນດຽວປະກອບມີ 5 ຫ້ອງຮຽນ, 1 ຫ້ອງພັກຄູ, ພ້ອມ ມີໂຕະ-ຕັ່ງນັກຮຽນ-ຄູອາຈານ ແລະ ຫ້ອງນໍ້າຄົບຊຸດ ໂດຍໃຊ້ງົບປະມານ ໃນການກໍ່ສ້າງ 2 ຕື້ກວ່າກີບ, ຂະ ໜາດເນື້ອທີ່ຂອງອາຄານຮຽນປະ ມານ 400 ຕາແມັດ, ມີເດີ່ນກວ້າງ 5.160 ຕາແມັດ ສາມາດຮອງຮັບ ນັກຮຽນໄດ້120 ຄົນ. ທັງສອງໂຄງ ການແມ່ນການຊ່ວຍເຫລືອລ້າຈາກ ບໍລິສັດ ຊີໂນ-ອາກຣີ ໂປຕາສຈຳກັດ ຊຶ່ງນອນໃນໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ໂດຍແມ່ນການເຫັນດີ ຂອງອຳນາດການປົກຄອງແຂວງ ຄຳມ່ວນທີ່ໄດ້ຕົກລົງມອບໃຫ້ບໍລິສັດ ຊ່ວຍພັດທະນາ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ບ້ານຊຽງ ແຫວນເມືອງທ່າແຂກ. 7totz6h cmoltrkcsj '-kf]k; 1h P,1k, c]t gIa f;Pd16j ]k-tvkok9a dwm ຂປລ. ຕອບສະໜອງຕາມການ ເຊື້ອເຊີນຂອງປະທານກຸ່ມມິດຕະ ພາບສະມາຊິກລັດຖະສະພາໄທ- ລາວ, ທ່ານສຸບັນສະວະບຸດປະທານ ກຳມາທິການວຽກງານສະມາຊິກ ສະພາແຫ່ງຊາດ, ປະທານຄະນະ ມິດຕະພາບລັດຖະສະພາ ລາວ-ໄທ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດ ວຽກຢູ່ລາຊະອານາຈັກໄທ, ລະ ຫວ່າງວັນທີ24-27ກໍລະກົດ2024 ເພື່ອສືບຕໍ່ປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ມີແຕ່ດົນນານບົນພື້ນຖານ ການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສອງປະເທດ ລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ. ໃນໄລຍະຢ້ຽມຢາມ, ຢູ່ທີ່ສໍານັກ ງານລັດຖະສະພາໄທ ໄດ້ມີການພົບ ປະສອງຝ່າຍ ລະຫວ່າງ ຄະນະຜູ້ ແທນລາວນຳໂດຍ ທ່ານ ສຸບັນ ສະວະບຸດປະທານຄະນະມິດຕະພາບ ລັດຖະສະພາ ລາວ-ໄທ ແລະ ຄະ ນະຜູ້ແທນໄທ ນໍາໂດຍທ່ານ ນິຄົມ ບຸນວິເສດ ສະມາຊິກສະພາຜູ້ແທນ ຣາຊະດອນ, ຮອງປະທານກຸ່ມມິດ ຕະພາບສະມາຊິກລັດຖະສະພາໄທ- ລາວ ເປັນຫົວໜ້າຄະນະ. ການພົບ ປະຄັ້ງນີ້, ສອງຝ່າຍຮ່ວມກັນຕີລາ ຄາຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວແລະລາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງ ຕໍ່ເນື່ອງຕະຫລອດມາ ຈົນໄດ້ຍົກລະ ດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດ ທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ, ມີການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງ ປະເທດຢ່າງເປັນປົກກະຕິ, ມີການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ-ການລົງທຶນ, ພະລັງງານ, ການ ພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ, ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນການເຊື່ອມຕໍ່ ດ້ວຍການສ້າງຂົວຂ້າມແມ່ນໍ້າຂອງ ຫລາຍແຫ່ງ ແລະ ການພັດທະນາ ເສັ້ນທາງຄົມມະນາຄົມທາງບົກ ຈາກຝັ່ງໄທມາສູ່ຝັ່ງລາວ ເພື່ອເຊື່ອມ ຕໍ່ໃສ່ເສັ້ນທາງລົດໄຟ ລາວ-ຈີນ ອັນ ເປັນທ່າແຮງສຳຄັນ ໃນການຮ່ວມມື ລະຫວ່າງສອງປະເທດພວກເຮົາ. ຂປລ. ວັນທີ 15 ກໍລະກົດຜ່ານມາ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳ ຂອງ(LM) ໄດ້ເລີ່ມດໍາເນີນການສຳ ຫລວດຍອດແມ່ນ້ຳລ້ານຊ້າງຮ່ວມກັນ ຢູ່ທີ່ແຂວງຊິ່ງໄຫ. ໃນເວລາດໍາເນີນການ ສໍາຫລວດຢູ່ນັ້ນ, ຜູ້ແທນຂອງ 5 ປະ ເທດແມ່ນ້ຳຂອງ ໄດ້ແລກປ່ຽນກ່ຽວ ກັບປະສົບການ ແລະ ຄຳເຫັນທີ່ມີຂຶ້ນໃນ ຂະບວນການສຳຫລວດ. ຄະນະຜູ້ແທນສະພາແຫ່ງຊາດໄດ້ ເຂົ້າຢ້ຽມຂໍ່ານັບ ທ່ານ ປະດິພັດ ສັນຕິພາດາ ຮອງປະທານລັດຖະສະ ພາ ແຫ່ງ ລາຊະອານາຈັກ ໄທ ໂດຍ ທ່ານປະທານຄະນະມິດຕະພາບ ລັດຖະສະພາ ລາວ-ໄທ ພ້ອມທັງ ແຈ້ງໃຫ້ຊາບຜົນການພົບປະກັບ ກຸ່ມມິດຕະພາບສະມາຊິກລັດຖະ ສະພາ ໄທ-ລາວ ເຊິ່ງສອງຝ່າຍພ້ອມ ກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ສອງຄະນະມິດຕະພາບລັດຖະ ສະພາໃນໄລຍະຜ່ານມາ, ປຶກສາ ຫາລືທິດທາງການຮ່ວມມືໃນຕໍ່ໜ້າ ແລະ ຍັງໄດ້ປຶກສາຫາລືທິດທາງ ແຜນການເພື່ອຊຸກຍູ້ໃຫ້ແກ່ການ ການພົວພັນຮ່ວມມື ລະຫວ່າງ ສອງ ລັດຖະບານ ເປັນຕົ້ນການຮ່ວມມື ດ້ານ ເສດຖະກິດ-ສັງຄົມ, ພະລັງ ງານ, ແຮງງານ, ການພັດທະນາຊັບ ພະຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ຄະນະຜູ້ແທນສະ ພາແຫ່ງຊາດລາວ ຍັງໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະກຳ ມະການການເລືອກຕັ້ງແຫ່ງ ລາ ຊະອານາຈັກໄທ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ບົດຮຽນ ແລະ ປະສົບການໃນການ ເລືອກຕັ້ງ ເພື່ອເປັນຂໍ້ມູນໃຫ້ແກ່ສະ ພາແຫ່ງຊາດລາວ ທີ່ຈະມີການ ເລືອກຕັ້ງໃນປີ2026, ໄດ້ພົບປະກັບ ຜູ້ວ່າຣາຊະການ ຈັງຫວັດ ເພັດສະ ບູລີໃນໂອກາດທີ່ໄປຢ້ຽມຢາມແລະ ເຮັດວຽກ ຢູ່ຈັງຫວັດ ເພັດສະບູລີ. ພ້ອມນີ້, ຍັງໄດ້ຢ້ຽມຊົມໂຄງການ ຊ່າງຫົວມັນ ຕາມພະຣາຊະດໍາຣິ, ໂຄງການສຶກສາວິໄຈ ແລະ ພັດທະ ນາສິ່ງແວດລ້ອມ ແຫລມຜັກ ເບ້ຍ ຕາມພະຣາຊະດຳຣິ ແລະ ຢ້ຽມ ຢາມພື້ນຖານທາງດ້ານເສດຖະກິດ ແລະ ທ່ອງທ່ຽວຈໍານວນໜຶ່ງ ຂອງ ຈັງຫວັດເພັດສະບູລີ ແລະ ຈັງຫວັດ ປະຈວບຄີລີຂັນ ຕື່ມອີກ. ຂ່າວ-ພາບ: ສພຊ dkoIj ;,,n fh kort]a ''kow22h koE8q dlh k'7;k,zkl5 d .sh cdj xt-k-q omu j vkwl16 j .og0f]h v'c,j oE ລ້ານຊ້າງ ເຊິ່ງທ່ານໄດ້ກ່າວວ່າ: ເຖິງ ແມ່ນວ່າເຂດລ້ອງແມ່ນ້ຳລ້ານຊ້າງ ບໍ່ເໝາະກັບການຜະລິດກະສິກຳ ແຕ່ ພັດມີຄວາມສາມາດບົ່ມຊ້ອນ ສໍາລັບ ການພັດທະນາພະລັງງານໄຟຟ້ານ້ຳ ຕົກອັນມະຫາສານ. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງວຽກ ງານໄລຍະໜຶ່ງຂອງໂຄງການ “ຄົ້ນ ຄວ້າຮ່ວມກ່ຽວກັບການປ່ຽນແປງຂອງ ເງື່ອນໄຂອຸທົກກະສາດ ຕາມເຂດລ້ອງ LM ແລະ ຍຸດໂທບາຍໃນການປັບຕົວ” ທີ່ໄດ້ສຳເລັດໃນເດືອນສິງຫາ ປີ 2023 ຜ່ານມານີ້, ທ່ານກໍໄດ້ປະກອບສ່ວນ ສໍາຄັນເຂົ້າໃນການປະສານງານສຳລັບ ໂຄງການດັ່ງກ່າວ. “ພວກຂ້າພະເຈົ້າ ກຳລັງກະກຽມ ເພື່ອດຳເນີນໂຄງການ ຄົ້ນຄວ້າຮ່ວມໄລຍະສອງ, ເຊິ່ງຈະສະ ໜອງຂໍ້ມູນອຸທົກກະສາດຫລາຍກວ່າ ເກົ່າ ໃຫ້ແກ່ເຂດລ້ອງແມ່ນ້ຳລ້ານຊ້າງແມ່ນ້ຳຂອງ” ແລະ ໂຄງການຄົ້ນຄວ້າ ນີ້ ຈະປະກອບສ່ວນເຂົ້າໃນການແກ້ໄຂ ບັນຫາລະດັບນ້ຳຕ່ຳໃນຫລາຍປີທີ່ຜ່ານ ມາຂອງໜອງໂຕນ ເລສາບ(Tonle Sap)ກໍາປູເຈຍ. ທ່ານ ສີວັນນະກອນ ມະລີວັນ ຮອງຫົວໜ້າກອງເລຂາ ຄະນະກໍາມະ ການແມ່ນໍ້າຂອງແຫ່ງຊາດລາວ ກໍໄດ້ ທ່ານ Paradis Someth ນັກອຸ ທົກກະສາດ ແລະ ຊ່ຽວຊານຜູ້ທີ່ມີຕໍາ ແໜ່ງສູງສຸດດ້ານເຕັກນິກຂອງກອງ ເລຂາຄະນະກໍາມະການແມ່ນໍ້າຂອງ ແຫ່ງຊາດກຳປູເຈຍ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງໂຄງການໄຟຟ້ານ້ຳ ຕົກຂອງຈີນ ຢູ່ຕາມເຂດລ້ອງແມ່ນ້ຳ ເນັ້ນໜັກເຖິງຄວາມສຳຄັນຂອງໂຄງ ການເຂື່ອນໄຟຟ້າພະລັງນ້ຳ ຢູ່ຕາມ ລຳແມ່ນ້ຳລ້ານຊ້າງ ເຊິ່ງໃນເບື້ອງຕົ້ນ, ທ່ານກໍມີທ່າທີສົງໄສຕໍ່ຜົນກະທົບ ຈາກໂຄງການເຂື່ອນໄຟຟ້າພະລັງນ້ຳ ຂອງຈີນ ຢູ່ລ້ອງແມ່ນ້ຳລ້ານຊ້າງ ແລະ ເປັນຫ່ວງວ່າປະລິມານນ້ຳຈະຫລຸດລົງ. ແຕ່ພາຍຫລັງໄດ້ຮັບຮູ້ຂໍ້ມູນຫລາຍຂຶ້ນ ໃນເວລາດຳເນີນການສຳຫລວດຮ່ວມ ແລ້ວ, ທ່ານກໍເຊື່ອໝັ້ນວ່າ ໂຄງການ ເຫລົ່ານີ້ສາມາດຊ່ວຍດັດສົມປະລິມານ ນ້ຳໄຫລຂອງແມ່ນ້ຳສາຍຕ່າງໆ ແລະ ປ້ອງກັນການເກີດໄພນ້ຳຖ້ວມຢູ່ເຂດ ຕອນລຸ່ມຂອງລຳນ້ຳ. ນອກຈາກນີ້, ເຂື່ອນໄຟຟ້ານ້ຳງື່ມ 4 ທີ່ ສປ ຈີນ ຊ່ວຍ ເຫລືອ ສປປ ລາວ ສ້າງຂຶ້ນນັ້ນໄດ້ນຳ ເອົາຜົນປະໂຫຍດອັນໃຫຍ່ຫລວງມາ ສູ່ປະເທດລາວ. ທ່ານ ສຸພະນັດ ຊາວນາ ຈາກຫ້ອງ ການຊັບພະຍາກອນນ້ຳແຫ່ງຊາດໄທ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງ ການຮ່ວມມື LM ຕໍ່ການຄຸ້ມຄອງຊັບ ພະຍາກອນນ້ຳຢ່າງມີປະສິດທິຜົນ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການແລກປ່ຽນທາງດ້ານຂໍ້ມູນອຸ ທົກກະສາດ ເຊິ່ງຈະຊ່ວຍໃຫ້ບັນດາ ປະເທດທີ່ຢູ່ຕອນລຸ່ມແມ່ນ້ຳຂອງ ລວມ ທັງປະເທດໄທ ສາມາດເຂົ້າໃຈສະພາບ ຫລາຍຂຶ້ນກວ່າເກົ່າ ແລະ ກະກຽມ ຄວາມພ້ອມຕໍ່ການນຳໃຊ້ນ້ຳໃນອະ ນາຄົດ. ພ້ອມນີ້, ທ່ານຍັງໄດ້ເນັ້ນອີກວ່າ ຄວນໃຫ້ໄວໜຸ່ມມີສ່ວນຮ່ວມໃນວຽກ ງານດັ່ງກ່າວ ເພື່ອເປັນການຮັບປະ ກັນໃຫ້ການຮ່ວມມື ສາມາດດຳເນີນ ການໄປຢ່າງຕໍ່ເນື່ອງເປັນເວລາຍາວ ນານ. “ຂ້າພະເຈົ້າຖືວ່າ ກຳລັງລວມ ຂອງຫລາຍຮຸ່ນຄົນ ແມ່ນກຳລັງທີ່ເຂັ້ມ ແຂງທີ່ສຸດ ສຳລັບການປະຕິຮູບ.” ທ່ານ ນາງ Tin Yu Ya Swe ຈາກປະເທດມຽນມາ ກຳລັງສຶກສາ ປະລິນຍາໂທ ສາຂາການພັດທະນາຊົນ ນະບົດ ຢູ່ມະຫາວິທະຍາໄລກະສິກຳຈີນ ໄດ້ກ່າວວ່າ: “ຂ້າພະເຈົ້າຢາກຮຽນເອົາ ບົດຮຽນການສ້າງລະບົບການຄຸ້ມຄອງ ຊັບພະຍາກອນນໍ້າຂອງຈີນ ແລະ ນຳ ເອົາບົດຮຽນທີ່ມີຄ່າເຫລົ່ານີ້ ມາໝູນໃຊ້ ເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການປັບປຸງວຽກງານກະສິກຳ ຂອງປະເທດມຽນມາ ທີ່ເປັນມາຕຸພູມ ຂອງຂ້າພະເຈົ້າເອງ, ເພາະວ່າ 70% ຂອງປະຊາກອນມຽນມາ ແມ່ນອາໄສ ກະສິກຳ.” ພ້ອມນີ້ທ່ານໄດ້ຊົມເຊີຍຕໍ່ຜົນ ສຳເລັດທີ່ຈີນ ຍາດມາໄດ້ໃນການພັດ ທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ແລະ ຖືວ່າວຽກງານດ້ານນີ້ເປັນດ້ານ ທີ່ສາມາດເປັນບົດຮຽນ ແລະ ໜ້າຮ່ຳ ຮຽນນຳ. ທ່ານ Nguyen Dinh Dat ຈາກຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດ ຫວຽດນາມ ກໍໄດ້ເນັ້ນໜັກ ທ່ານ Paradis Someth ທ່ານ ສີວັນນະກອນ ມະລີວັນ ອີກຄັ້ງ ເຖິງຜົນປະໂຫຍດຕົວຈິງທີ່ນໍາ ມາຈາກເຂື່ອນໄຟຟ້ານ້ຳຕົກ ຢູ່ຕາມລຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ທ່ານ ອະທິບາຍວ່າ: ຕາມຫລັກການແລ້ວ, ອ່າງເກັບນ້ຳເຫລົ່ານີ້ສາມາດກັກເກັບ ນ້ຳໃນຍາມທີ່ມັກເກີດໄພນ້ຳຖ້ວມ ແລະ ປ່ອຍນ້ຳໃນຍາມແລ້ງ. ໃນປີ 2016, ໄພແຫ້ງແລ້ງຂັ້ນຮ້າຍແຮງທີ່ເກີດຈາກ ປາກົດການແອວ ນິນໂຢ (El Niño) ໄດ້ສົ່ງຜົນກະທົບຢ່າງຫລວງຫລາຍ ຕໍ່ຫລາຍປະເທດແມ່ນ້ຳຂອງລວມ ທັງປະເທດຫວຽດນາມ, ແຕ່ການປ່ອຍ ທ່ານ ສຸພະນັດ ຊາວນາ ທ່ານ ນາງ Tin Yu Ya Swe ນ້ຳຢູ່ຕອນເທິງຂອງລັດຖະບານຈີນ ໄດ້ບັນເທົາຜົນກະທົບຈາກໄພແຫ້ງແລ້ງ ຢ່າງຫລວງຫລາຍ. ພ້ອມນີ້, ທ່ານ ຍັງເນັ້ນວ່າການຄຸ້ມຄອງຊັບພະຍາ ກອນນ້ຳມີຄວາມສຳຄັນຫລາຍໃນການ ຮັບປະກັນການສະໜອງນ້ຳດື່ມ, ຄວາມ ໝັ້ນຄົງຂອງສະບຽງອາຫານ ແລະ ການຜະລິດທາງເສດຖະກິດ ພ້ອມທັງ ສະແດງວ່າ ມັນຈະປະກອບສ່ວນເຂົ້າ ໃນການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. ທ່ານ Nguyen Dinh Dat ນອກນີ້, ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃນ ການຮັບມືກັບໄພພິບັດທາງທໍາມະ ຊາດ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການພົວພັນຮ່ວມມື ໃນເວທີພາກພື້ນ ແລະ ສາກົນ. ພ້ອມ ນີ້, ສອງຝ່າຍຍັງໄດ້ຮ່ວມກັນທົບ ທວນຄືນການພົວພັນຮ່ວມມືລະ ຫວ່າງ ສອງອົງການນິຕິບັນຍັດກໍຄື ລະຫວ່າງ ສອງຄະນະມິດຕະພາບ ລັດຖະສະພາ ລາວ-ໄທ, ໄທ-ລາວ ໃນໄລຍະຜ່ານມາເຫັນວ່າ ໄດ້ຮັບ ການເສີມຂະຫຍາຍຢ່າງຕັ້ງໜ້າ ໂດຍໄດ້ສະແດງອອກມີການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ ແທນລະດັບສູງ, ກຳມາທິການ,ຄະ ນະເລຂາທິການ, ຄະນະມິດຕະພາບ ລັດຖະສະພາ ແລະ ຂັ້ນຕ່າງໆ, ມີ ການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະ ບົດບາດນິຕິບັນຍັດ, ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ, ພິເສດສອງຝ່າຍໄດ້ ຕີລາຄາການຮ່ວມມືລະຫວ່າງສອງ ຄະນະມິດຕະພາບ ລາວ-ໄທ, ໄທລາວຜ່ານມາ.ນອກຈາກ,ການຢ້ຽມ ຢາມ ແລະ ແລກປ່ຽນຂໍ້ມູນຂ່າວ ສານແລ້ວຍັງມີການຮ່ວມມືກັນ ເພື່ອສົ່ງເສີມເຂົ້າໃນວຽກງານພັດ ທະນາຊົນນະບົດ, ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ເຊິ່ງໄລຍະຜ່ານ ມາຄະນະມິດຕະພາບໄທ-ລາວ ໄດ້ ນຳເອົາອຸປະກອນການຮຽນ, ເຄື່ອງ ນຸ່ງຫົ່ມ ແລະ ຄອມພິວເຕີ, ພ້ອມດ້ວຍ ເງິນສົດຈຳນວນໜຶ່ງມາມອບໃຫ້ ໂຮງຮຽນສາມັນຊົນເຜົ່າແຂວງ ວຽງຈັນ ແລະ ອື່ນໆ. ພາຍຫລັງພົບປະສອງຝ່າຍ,
RkJQdWJsaXNoZXIy MTc3MTYxMQ==