5930

xtgmf]k; 3 02/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳ ຍ້ອມສິນ gd,vvo]kp zy fdq f\kp g[nj vg,q kla '7q , ໂດຍ: ຢ່າຕົ່ງ s]kpmh v'4yj o ln [8+ xj vpxk c]t x6 d8Q ow,h gru j ,mt;u dko37ltokx5 d]tfq ,xt-k-q o xtdv[lj ;oxt8y [a flv'|h kmu j p5 fmtlkf * ມາຮອດດຽວນີ້, ຫລາຍທ້ອງ ຖິ່ນຍັງສືບຕໍ່ປ່ອຍປາຄືນສູ່ແຫລ່ງ ນ້ຳທຳມະຊາດຢ່າງເປັນເຈົ້າການ ຕິດພັນກັບການປູກຕົ້ນໄມ້ ເພື່ອສາ ມາດບັນລຸຕາມຄາດໝາຍຂອງ ທ້ອງຖິ່ນຕົນກໍຄືຄາດໝາຍທີ່ ກະ ຊວງກະສິກຳແລະປ່າໄມ້ວາງອອກ ປ່ອຍປາໃຫ້ໄດ້ 64 ລ້ານໂຕ ຂອງປີ ນີ້. ດັ່ງເມືອງຄູນ ແຂວງຊຽງຂວາງ ໄດ້ສືບຕໍ່ປ່ອຍປາຄືນສູ່ແຫລ່ງນ້ຳ ທຳມະຊາດ ແລະ ປູກຕົ້ນໄມ້ ເມື່ອ ທ້າຍເດືອນກໍລະກົດນີ້ ຫລາຍກວ່າ 39.200 ໂຕ. ເຂົ້າຮ່ວມມີ ທ່ານ ວຽງໄຊ ວິໄລສັກ ຮອງເຈົ້າເມືອງໆ ຄູນ, ທ່ານ ຫລອດຄໍາ ຄໍາດາລາວົງ ຮອງອໍານວຍການເຂື່ອນໄຟຟ້າ ນໍ້າງຽບ 2 ເອ, ມີພາກສ່ວນກ່ຽວ ຂ້ອງ,ນາຍບ້ານແລະນ້ອງນັກຮຽນ ຈາກໂຮງຮຽນສົມສະຫວັນ. ທ່ານ ວຽງໄຊ ວິໄລສັກ ຮອງ ເຈົ້າເມືອງຄູນ ໃຫ້ຮູ້ວ່າ: ເປັນເວລາ ຫລາຍສິບປີມານີ້, ພັກ ແລະ ລັດຖະ ບານໄດ້ກໍານົດເອົາວັນທີ 13 ກໍລະ ກົດ ຂອງທຸກໆປີເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງ ຊາດ ໃນ ສປປ ລາວເຮົາ ເປັນການ ຢັ້ງຢືນໃຫ້ເຫັນຄວາມເອົາໃຈໃສ່ຊີ້ ນໍາ-ນໍາພາຂອງຄະນະພັກແຕ່ລະ ຂັ້ນຕໍ່ວຽກງານພັດທະນາການຄຸ້ມ ຄອງ ແລະ ການນໍາໃຊ້ສັດນໍ້າ-ສັດ ປ່າ ໃຫ້ມີຄວາມຍືນຍົງ ເຊິ່ງຮຽກ ຮ້ອງເຖິງທຸກຊັ້ນຄົນພ້ອມກັນຄຸ້ມ ຄອງ, ປົກປັກຮັກສາ, ອະນຸລັກສັດ ນໍ້າ-ສັດປ່າ ແລະ ສຶກສາຄົ້ນຄວ້າ, ສ້າງກຳນົດວັງສະຫງວນ, ເຂດອະ ນຸລັກພັນສັດນໍ້າ-ສັດປ່າຢູ່ໃນພື້ນ ທີ່ໆເໝາະສົມໃຫ້ຫລາຍຂຶ້ນ, ເປັນ ເຈົ້າການເຄົາລົບ ແລະ ຈັດຕັ້ງປະຕິ ບັດລະບຽບການ, ກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ກ່ຽວກັບສັດນໍ້າ ສັດ ປ່າ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ການປ່ອຍປາ, ສັດນ້ຳ ສັດປ່າ ຄືນສູ່ແຫລ່ງນໍ້າ ແລະ ປ່າທໍາມະຊາດ. ນັ້ນບໍ່ພຽງແຕ່ວັນທີ 13 ກໍລະກົດ ເທົ່ານັ້ນ ໃຫ້ສືບຕໍ່ປ່ອຍຕະຫລອດ ຈົນຮອດທ້າຍເດືອນກັນຍາ ເພາະ ຊ່ວງນີ້ເປັນຊ່ວງເພາະພັນ ເປັນຊ່ວງ ຂະຫຍາຍພັນຂອງສັດດັ່ງກ່າວ. ສຳລັບກິດຈະກຳຄັ້ງນີ້ ຈັດຂຶ້ນທີ່ ແຫລ່ງທ່ອງທ່ຽວພະທາດຝຸ່ນ ໂດຍ ມີລູກປາຫລາຍກວ່າ 39.200 ໂຕ. ໃນນັ້ນ, ມີປານິນ, ປາປາກ ແລະ ປາ ແດງທັງໂຕນ້ອຍແລະໂຕໃຫຍ່ລວມ ມູນຄ່າທັງໝົດ 25 ລ້ານກວ່າກີບ, ເບ້ຍໄມ້ແລະຕົ້ນໄມ້ປະກອບມີໄມ້ດູ່, ດອກບານ, ເບ້ຍໝັ້ນເຖື່ອນ ແລະ ເບ້ຍໝາກຄາຍ ລວມມູນຄ່າ ທັງໝົດ 25 ລ້ານ ກວ່າກີບ ເຊິ່ງກິດຈະກຳ ສຳລັບຢູ່ເມືອງຫ້ວຍຊາຍແຂວງ ບໍ່ແກ້ວ ທ່ານ ທິບພະກອນ ມະນີຄຳ ຮອງເຈົ້າເມືອງຫ້ວຍຊາຍກ່າວວ່າ: ການປ່ອຍປາຄັ້ງນີ້, ເປັນການສືບຕໍ່ ອະນຸລັກ, ປົກປັກຮັກສາສັດນ້ຳ- ສັດ ປ່າ ແລະ ເຮັດໃຫ້ປະຊາກອນ ສັດ ນ້ຳ-ສັດປ່າ ໄດ້ຟື້ນຊີບໃຫ້ມີຄວາມ ອຸດົມສົມບູນ ນັບມື້ນັບຫລາຍຂຶ້ນ ທັງເປັນການສົ່ງເສີມການພັດທະ ນາການລ້ຽງ, ການນຳໃຊ້ສັດນ້ຳ ແບບຍືນຍົງ ເຊິ່ງເປັນວຽກງານໜຶ່ງ ທີ່ສຳຄັນມີຄວາມຈຳເປັນຕໍ່ການດຳ ລົງຊີວິດຂອງປະຊາຊົນ ລາວບັນ ດາເຜົ່າ ທັງເປັນການປຸກລະດົມປູກ ຈິດສຳນຶກໃຫ້ແກ່ນັກທຸລະກິດ, ພໍ່ ຄ້າ-ຊາວຂາຍ ເຍົາວະຊົນ-ອານຸ ຊົນ, ນັກຮຽນ-ນັກສຶກສາຕະຫລອດ ຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍ ຄວາມສຳຄັນຂອງວັນອະນຸລັກສັດ ນ້ຳ-ສັດປ່າ ແລະ ວັນປ່ອຍປາ ແຫ່ງ ຊາດ ພ້ອມທັງຮ່ວມກັນຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍການປະມົງ ໃຫ້ມີປະສິດທິຜົນດີ ເພື່ອເປັນການ ສະເຫລີມສະຫລອງວັນຄ້າຍວັນ ເກີດຂອງ ປະທານ ສຸພານຸວົງ ອະ ດີດປະທານປະເທດແຫ່ງ ສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 115 ປີ, ໃຫ້ເປັນຂະບວນ ຟົດຟື້ນ. ປາທີ່ນໍາມາປ່ອຍໃນຄັ້ງນີ້ ໄດ້ຮັບການຊ່ວຍເຫລືອຈາກບໍລິສັດ ທ່ອງທ່ຽວອະນຸລັກຊີວະນາໆພັນ ລວມທັງໝົດ 1.500 ກວ່າໂຕ. ໃນ ນັ້ນ, ມີປາກິນຫຍ້າ, ປາຕະພຽນ. ຢ່າງໃດກໍຕາມທ່ານຮອງເຈົ້າ ເມືອງຫ້ວຍຊາຍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນພາຍໃນເມືອງ ຈົ່ງ ພ້ອມກັນເອົາໃຈ ໃສ່ປົກປັກຮັກສາ ຄຸ້ມຄອງສັດນ້ຳ-ສັດປ່າ ເພື່ອສ້າງ ຄວາມສົມດຸນທາງດ້ານສະບຽງອາ ຫານ, ຊີວະນາໆພັນໃຫ້ຢູ່ຄູ່ກັບທຳ ມະຊາດກໍຄືລະບົບນິເວດຕະຫລອດ ໄປ ທັງເຮັດໃຫ້ສະພາບແວດລ້ອມີ ຄວາມອຸດົມສົມບູນຂຶ້ນເທື່ອລະກ້າວ. ດັ່ງກ່າວ ເປັນການປູກຈິດສໍານຶກໃຫ້ ເຍົາວະຊົນ, ຄົນຮຸ່ນຫລັງກໍຄືຄົນ ລາວທັງຊາດໄດ້ຮັບຮູ້ ແລະ ຄືນ ຄວາມອຸດົມສົມບູນສູ່ທໍາມະຊາດ. * ຜ່ານມາໃນຄໍລຳກໍນຳເອົາ ບັນຫາດັ່ງກ່າວມາສະເໜີເລື້້ອຍໆ ເພື່ອເຕືອນສະຕິສັງຄົມ ເນື່ອງຈາກ ປັດຈຸບັນໃນສື່ສັງຄົມອອນລາຍ ຕ່າງໆ ໄດ້ມີການໂຄສະນາ ຊັກຊວນ ກັນຢ່າງເປີດເຜີຍ ໃນການຫລິ້ນເກມ ພະນັນອອນລາຍ ຊຶ່ງກໍມີຫລາຍຮູບ ແບບ ໂດຍມີການຊວນເຊື່ອໃນຮູບ ແບບຕ່າງໆເຊັ່ນ: ຫລິ້ນງ່າຍ, ຈ່າຍ ໄວ, ຫລິ້ນໄດ້ໂອນເລີຍ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ໄດ້ເຮັດໃຫ້ຫລາຍ ຄົນຫລົງເຊື່ອກາຍເປັນເຫຍື່ອຂອງ ກຸ່ມຂະບວນການຜິດກົດໝາຍ ໂດຍ ສະເພາະແມ່ນກຸ່ມໄວໜຸ່ມເກີດມີແນວ ຄິດມົວເມົາຈົນສົ່ງຜົນເສຍຕໍ່ການ ຮຽນ. ໜັກໜ່ວງໄປກວ່ານັ້ນ ຍັງມີ ກຸ່ມໄວກາງຄົນຫລົງເຊື່ອຄຳໂຄສະ ນາເຖິງຂັ້ນບໍ່ທຳມາຫາກິນ, ບໍ່ເຮັດ ວຽກເຮັດງານສົ່ງຜົນໃຫ້ເກີດຄວາມ ແຕກແຍກໃນຄອບຄົວ, ເກີດບັນຫາ ໜີ້ສິນແລະ ອື່ນໆທີ່ເປັນປາກົດການ ຫຍໍ້ທໍ້ໃນສັງຄົມ. ການພະນັນອອນລາຍ ຫລື ເກມ ອອນລາຍ ແມ່ນການຫລິ້ນເກມ ຜ່ານເຄືອຂ່າຍລະບົບອິນເຕີເນັດ ໃນ ຮູບແບບການສ່ຽງໂຊກທາງອອນ ລາຍ ທີ່ສາມາດເຂົ້າຫລິ້ນຜ່ານໂທ ລະສັບມືຖື, ຄອມພິວເຕີ ແລະ ເຄື່ອງ ອຸປະກອນໄອທີອື່ນໆ ໄດ້ຢ່າງສະ ດວກ, ວ່ອງໄວ ຊຶ່ງປັດຈຸບັນນີ້ກໍາ ລັງມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ ໃນທົ່ວໂລກ ແລະ ມີຫລາຍປະເທດ ໄດ້ຫັນມາຄຸ້ມຄອງ ແລະ ຄວບຄຸມ ບັນຫາດັ່ງກ່າວຢ່າງເປັນລະບົບ. ແຕ່ໃນປັດຈຸບັນນີ້ການພະນັນອອນ ລາຍຢູ່ປະເທດເຮົາ ຍັງສືບຕໍ່ເຄື່ອນ ໄຫວຢ່າງເສລີ ແລະ ມີແຫລ່ງເງິນ ຕາເຂົ້າ-ອອກປະເທດ ໂດຍບໍ່ໄດ້ຮັບ ການຄຸ້ມຄອງເປັນຈໍານວນຫລາຍ ຜູ້ໄດ້ລາຍຮັບແມ່ນບຸກຄົນ, ນິຕິບຸກ ຄົນ ທີ່ບໍລິການບໍ່ຖືກກົດໝາຍ ແລະ ລະບຽບການພາໃຫ້ລັດເສຍຜົນປະ ໂຫຍດເປັນຈໍານວນຫລວງຫລາຍ ໃນແຕ່ລະປີ ຊຶ່ງມັນໄດ້ກໍ່ໃຫ້ເກີດມີ ປາກົດການຫຍໍ້ທໍ້ຫລາຍດ້ານ ເຊັ່ນ: ມີການຕົວະຍົວະ, ຫລອກລວງ, ການສໍ້ໂກງ, ມີຂະບວນການຟອກ ເງິນ, ຄ້າໂສເພນີ, ແຮງງານເຖື່ອນ, ການກໍ່ອາຊະຍາກໍາ ທາງອິນເຕີ ເນັດ ແລະ ອື່ນໆທີ່ເປັນພິດໄພໃຫ້ແກ່ ສັງຄົມ. ສະນັ້ນ, ເພື່ອເປັນການຈັດຕັ້ງ ປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມ ຄອງເກມອອນລາຍ ສະບັບເລກທີ 948/ປກສ, ລົງວັນທີ 03 ພຶດສະພາ 2023 ໃນການ ສະກັດກັ້ນ, ແກ້ໄຂ ແລະ ຕ້ານການກໍ່ອາຊະຍາກໍາ ໃນ ທຸກຮູບແບບ ເປັນຕົ້ນ: ແມ່ນການພະ ນັນອອນລາຍ ຫລື ເກມອອນລາຍ ທີ່ບໍ່ຖືກຕ້ອງຢູ່ ສປປ ລາວ ແລະ ຮັບ ປະກັນການຄຸ້ມຄອງ ແລະ ສະກັດ ກັ້ນແກ້ໄຂຢ່າງເຂັ້ມງວດ, ມີປະສິດ ທິພາບແລະປະສິດທິຜົນ.ການຫລິ້ນ ພະນັນອອນລາຍ ຫລື ເກມຜ່ານ ລະ ບົບອອນລາຍແມ່ນຜິດກົດໝາຍ ແລະ ນິກຳລຸມກົດໝາຍຂອງ ສປປ ລາວ ຫລາຍສະບັບ ເປັນຕົ້ນ: ໃນກົດ ໝາຍອາຍາສະບັບ ເລກທທີ 26/ ສພຊ ລົງວັນທີ 17ພຶດສະພາ 2017 ມາດຕາ 141 ກໍານົດໄວ້ວ່າ: ບຸກົນ ໃດຫາກຫລີ້ນການພະນັນຕ້ອງ ຫ້າມ ຈະຖືກປັບໄໝແຕ່ 5 ຫາ 10 ລ້ານກີບ. ພ້ອມນີ້ບຸກຄົນໃດຫາກສົມ ຍອມໃຫ້ມີການຫລິ້ນການພະນັນ ຕ້ອງຫ້າມຢູ່ເຮືອນຂອງຕົນ ຫລື ເປັນເຈົ້າມື, ເປັນຜູ້ກະທຳຜິດທີ່ບໍ່ ເຂັດຫລາບ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ 3 ເດືອນ ຫາ 5 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະ ພາບ ແລະ ຖືກປັບໄໝ 5 ລ້ານ ຫາ 10 ລ້ານກີບ. ພ້ອມດຽວກັນນີ້ ຍັງ ຜິດກົດໝາຍແລະນິກຳລຸ່ມກົດໝາຍ ອີກຫລາຍສະບັບ ຊຶ່ງລາຍລະອຽດ ຜູ້ຂຽນຈະນຳມາສະເໜີຕື່ມອີກ. * ເນື່ອງໃນໂອກາດວັນສື່ມວນ ຊົນ ແລະ ພິມຈຳໜ່າຍ ຄົບຮອບ 74 ປີ 13/8/1950–13/8/2024 ກອງບັນນາທິການໜັງສືພິມ ປະ ເທດລາວ ໄດ້ນໍາເອົາຜົນງານ, ມູນ ເຊື້ອ, ຄວາມຄິດເຫັນຂອງສັງຄົມ ລວມເຖິງເນື້້ອໃນທິດຊີ້ນໍາ ຂອງພັກ ທີ່ມີຕໍ່ຂະແໜງສືມວນຊົນ ແລະ ການ ພິມຈຳໜ່າຍມານຳສະເໜີ ເພື່ອເສີມ ຂະຫຍາຍບົດບາດ, ຍົກສູງຄຸນນະ ພາບ ແລະ ພັດທະນາວຽກງານສື່ ມວນຊົນແລະການພິມຈຳໜ່າຍ ໃຫ້ ກ້າວໜ້າ ທັນສະໄໝຕາມແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ ລັດ, ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການ ແລະ ສະພາບການປ່ຽນ ແປງໃໝ່ຂອງສັງຄົມ. ເພື່ອເປັນທິດຊີ້ນຳໃນການພັດ ທະນາວຽກງານສື່ມວນຊົນ ໃນບົດນີ້ ຂໍຍົກເອົາແນວຄິດຊີ້ນຳຈຳນວນ ໜຶ່ງຂອງ ປະທານ ໄກສອນ ພົມວິ ຫານ ຕໍ່ວຽກງານຖະແຫລງຂ່າວ ໂຄສະນາມານຳສະເໜີ ຊຶ່ງເພິ່ນເຄີຍ ໃຫ້ທິດຊີ້ນຳວ່າ: “ເພີ່ມທະວີການໂຄ ສະນາປຸກລະດົມຂົນຂວາຍຂະບວນ ການຕໍ່ສູ້ຢ່າງແຂງແຮງ ໂດຍການ ນຳໃຊ້ເຄື່ອງມືຖະແຫລງຂ່າວ ໂຄສະ ນາຂົນຂວາຍ ປຸກລະດົມປະຊາຊົນ ດ້ວຍຫລາຍຮູບແບບຢ່າງກວ້າງ ປະທານ ໄກສອນ ພົມວິຫານ ຢ້ຽມຢາມການເຮັດວຽກຂອງ ບັນນາທິການຂ່າວ ແລະ ຮູບພາບ ຂອງສຳນັກຂ່າວສານປະເທດລາວ ທີ່ໄດ້ຮັບການຊ່ວຍເຫລືອຈາກສຳນັກຂ່າວສານຫວຽດນາມ ປີ 1973 ໂດຍ: ໄໝຄຳ ຍ້ອມສິນ ຂວາງ ແລະ ຄວັດເລິກເຂົ້າໃນໃຈ ກາງເຮືອນຮັງຂອງສັດຕູ, ໂຄສະນາ ປະກອບສ່ວນຢ່າງສຳຄັນເຂົ້າ ໃນ ການປະຕິບັດ 2 ໜ້າທີ່ຍຸດທະສາດ ໂດຍສະເພາະຕ້ອງສຸມໃສ່ເຜີຍແຜ່ ແນວທາງຂອງພັກ ກົດໝາຍຂອງ ລັດໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ເພື່ອສຶກສາອົບຮົມ, ປຸກລະດົມນ້ຳ ໃຈຮັກຊາດ. ຄຽດແຄ້ນສັດຕູ. ເຕົ້າ ໂຮມກຳລັງແຮງແຫ່ງຄວາມສາ ມັກຄີບັນດາເຜົ່າໃຫ້ເຂົ້າຮ່ວມຂະ ບວນການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ”. ດັ່ງທີ່ຮູ້ແລ້ວວ່າ ປະທານ ໄກສອນ ພົມວິຫານ ແມ່ນ ຜູ້ນຳຂອງການປະຕິວັດ ທີ່ມີຄວາມ ປີຊາສາມາດ ສະຫລາດສ່ອງໃສ, ຕະຫລອດໄລຍະແຫ່ງການນຳພາ ການປະຕິວັດຊາດປະຊາທິປະໄຕ ທັງໄລຍະປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພິ່ນໄດ້ອຸ ທິດໃຫ້ແກ່ການປະຕິວັດ ເພື່ອຄວາມ ເປັນເອກະລາດຂອງຊາດ ບົນເສັ້ນ ທາງດັ່ງກ່າວ ເພິ່ນໄດ້ເອົາໃຈໃສ່ຊຸກ ຍູ້ນຳພາຊີ້ນຳການກໍ່ຕັ້ງບັນດາອົງ ການໂຄສະນາຂໍ້ມູນຂ່າວສານການ ປະຕິວັດ ທີ່ເປັນປາກກະບອກສຽງ ຂອງພັກ ໃນການໂຄສະນາເຜີຍແຜ່ ແນວທາງຕໍ່ສູ້ປົດປ່ອຍຊາດອັນຖືກ ຕ້ອງຂອງພັກ ປຸກລະດົມຂົນຂວາຍ ທົ່ວປວງຊົນເຂົ້າຮ່ວມການປະຕິ ວັດ, ຍາດແຍ່ງດຶງດູດເອົາການສະ ໜັບສະໜູນຈາກ ເພື່ອນມິດສາກົນທີ່ ຮັກຫອມ ສັນຕິພາບ ໂດຍເພິ່ນເຄີຍ ໃຫ້ທິດຊີ້ນຳໄວ້ວ່າ: “ຕ້ອງນຳໃຊ້ທຸກ ວິທີເຮັດໃຫ້ມະຫາຊົນເຂົ້າໃຈ ແຈ້ງ ແລະ ຊາບຊຶມແນວທາງ ແຜນນະ ໂຍບາຍຂອງພັກ ແລະ ລັດ ເຮັດໃຫ້ ມະຫາຊົນເຫັນພ້ອມ ແລະ ເປັນໃຈ ຕື່ນຕົວລຸກຂຶ້ນເຮັດການປະຕິວັດ”. ເປັນທີ່ຈະແຈ້ງວ່າ: ພາຍໃຕ້ການ ນຳພາຂອງພັກ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າ ວຽກງານຖະແຫລງຂ່າວ ແມ່ນປະ ຕິບັດພາລະບົດບາດຂອງຕົນເປັນ ພາຫະນະອັນແຫລມຄົມວ່ອງໄວ ທັນການເຜີຍແຜ່ແນວທາງນະໂຍ ບາຍຕ່າງໆຂອງພັກ ແລະ ລັດ ເຊີດ ຊູຈິດໃຈຊາດ ເປັນເອກະພາບ ແລະ ຄວາມເຊື່ອໝັ້ນຕໍ່ການນຳພາຂອງ ພັກ ສ້າງສະຕິເຄົາລົບ ແລະ ປະຕິບັດ ລະບຽບກົດໝາຍຂອງບ້ານເມືອງ ຢ່າງເຂັ້ມງວດ ໃຫ້ສາລະຄວາມຮູ້ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ.

RkJQdWJsaXNoZXIy MTc3MTYxMQ==