07 xtgmf]k; gsfdko{dkora fmtok a 09/07/2024 gxu fdkooe.-h ]t[q [75h ,7v'gda [7j kmeoP, c]t 7j k[= ]y dko16j fj ko-kpcfolkdq o;a 'g8qj k 4;m c0;'g-dv' gxu f0t[;odko c0j '0a oIa d-kf c]t ra fmtok ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ພາຍໃຕ້ຄໍາຂວັນ “ແຫລມຄົມ, ທັນສະໄໝ, ອະນຸລັກ ປະທັບໃຈ” ໃນທ້າຍອາທິດຜ່ານ ມາ ໂດຍການເປັນປະທານ ຂອງ ທ່ານ ຄຳສອນ ກອນເຍີ ຮອງເຈົ້າ ແຂວງເຊກອງ, ທ່ານ ຈັນໄທ ຄຳມະ ນີວົງ ຫົວໜ້າພະແນກ ຖວທ ແຂວງ ເຊກອງ, ທ່ານ ນາງ ຂັນທະລີ ວັນ ລະເບືອມ ຮອງຫົວໜ້າພະແນກພາຍ ໃນແຂວງ ພ້ອມດ້ວຍ ຄະນະພັກ, ຄະ ນະພະແນກ ແລະ ພະນັກງານ-ລັດ ຖະກອນພາຍໃນພະແນກ ຖວທ ເຂົ້າຮ່ວມ. ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ ເຊກອງ ໄດ້ລາຍງານການຈັດຕັ້ງ ປະຕິບັດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຮອດປີ 2025 ເພື່ອແນໃສ່ແຂ່ງຂັນສ້າງ ຂະບວນການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະ ໃຫ້ເປັນຂະບວນ ຟົດຟື້ນ, ຕໍ່ເນື່ອງ ແລະ ຮັບປະກັນສູ້ ຊົນປະຕິບັດແຜນພັດທະນາ ວຽກ ງານຖວທຂອງແຂວງ5ປີ2021- 2025 ຕາມ 6 ເປົ້າໝາຍ 13 ໂຄງ ການບຸລິມະສິດ ໃຫ້ປະກົດຜົນເປັນ ຈິງ ພ້ອມທັງເພີ່ມທະວີໃນການນໍາ ພາ-ຊີ້ນໍາ ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ ລະບຽບກົດ ໝາຍ ແລະ ແຜນພັດທະນາ ເສດຖະ ກິດ-ສັງຄົມຂອງລັດ ສ້າງໃຫ້ໄດ້ ການຫັນປ່ຽນຢ່າງຕັ້ງໜ້າ; ພັດທະ ນາວຽກງານຖະແຫລງຂ່າວ-ສື່ ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ແຫລມຄົມ, ວ່ອງໄວ, ທັນສະໄໝ ຊັດເຈນ ແລະ ທັນເຫດການ, ພັດທະ ນາສົ່ງເສີມວັດທະນະທໍາອັນດີງາມ, ອະນຸລັກ, ຟື້ນຟູ ແລະ ສົ່ງເສີມຮີດ ຄອງປະເພນີຂອງເຜົ່າ ແລະ ຂອງ ຊາດໃຫ້ສີວິໄລ; ພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວປະທັບໃຈ, ປອດໄພ ແລະ ຍືນຍົງ, ປະຊາຊົນມີ ສ່ວນຮ່ວມອະນຸລັກສິ່ງແວດລ້ອມ, ພັດທະນາຜະລິດຕະພັນການທ່ອງ ທ່ຽວ ໜຶ່ງເມືອງໜຶ່ງຜະລິດຕະພັນ, ພັດທະນາແຫລ່ງທ່ອງທ່ຽວ, ການ ບໍລິການທ່ອງທ່ຽວ, ສ້າງພື້ນຖານ ໂຄງລ່າງ, ປັບປຸງຂໍ້ມູນການທ່ອງ ທ່ຽວ, ໂຄສະນາແຫລ່ງທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແຂວງເຊກອງຫລາຍຂຶ້ນ. ພ້ອມນີ້, ກໍເພື່ອເປັນບ່ອນອີງໃນການປະເມີນ, ຄັດເລືອກຜົນງານບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານ ເພື່ອສະ ເໜີຂັ້ນເທິງພິຈາລະນາຍ້ອງຍໍ ໃນ ແຕ່ລະໄລຍະຕາມຄວາມເໝາະສົມ. ໂອກາດນີ້, ທ່ານ ຄຳສອນ ກອນເຍີ ກໍໄດ້ມີຄຳເຫັນໂອ້ລົມຊີ້ນໍາຫລາຍ ບັນຫາ ເປັນຕົ້ນໃຫ້ຄະນະພັກ, ຄະ ນະພະແນກ ຖວທ ແຂວງ ສືບຕໍ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ສະມາຊິກພັກຢ່າງ ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ນໍາ ພາປະຕິບັກວຽກງານວິຊາສະເພາະ ຕາມ 4 ແຜນງານໃຫຍ່ ທີ່ກະຊວງ ຖວທ ວາງອອກ ກໍຄື 6 ເປົ້າໝາຍ 13 ໂຄງການບຸລິມະສິດ ຂອງພະ ແນກ ຖວທ ແຂວງ ໃຫ້ເປັນຮູບ ປະທໍາຫລາຍຂຶ້ນ, ເອົາໃຈໃສ່ຊຸກຍູ້ ຕິດຕາມກວດກາການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຂອງພະ ນັກງານ-ລັດຖະກອນ ແລະ ເອົາໃຈ ໃສ່ປະຕິບັດແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງພະ ແນກ ຖວທ ວາງອອກໃຫ້ປະກົດຜົນ ເປັນຈິງ ທັງນີ້ ກໍເພື່ອບັນລຸຄໍາຂວັນ “ແຫລມຄົມ, ທັນສະໄໝ, ອະນຸລັກ ປະທັບໃຈ”. pa’lk,kfIv’Ia[oadmjv’mjP;wfh1jk’rP’r= gzu pczj 37'dkoxtd;f zt]y f8tra osa f4tdefu gfaj o xt9exu 2024 lu ]txt]kpokd c]t ];f]kpfvdw,h xt9emh v'4yj o ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມເຜີຍ ແຜ່ໂຄງການປະກວດຜະລິດຕະພັນ ຫັດຖະກຳດີເດັ່ນປະຈຳປີ2024 “ສິ ລະປະລາຍນາກ ແລະ ລວດລາຍ ດອກໄມ້ປະຈຳທ້ອງຖິ່ນ” ໃນງານ ມະຫາກໍາສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ຈັດຂຶ້ນໃນວັນທີ 5 ກໍລະກົດ 2024 ທີ່ນະຄອນປາກ ເຊ ໂດຍການເປັນປະທານຂອງ ທ່ານ ນາງ ຈັນເທົາ ປະຖໍາມະວົງ ປະທານກິດຕິມະສັກສະມາຄົມຫັດ ຖະກຳລາວ (ສຫລ), ທ່ານ ນາງ ມາລາ ຈັນທະລາມ ປະທານສະມາ ຄົມຫັດຖະກຳ ແຂວງຈຳປາສັກ, ມີ ບັນດາທ່ານຜູ້ປະກອບການທຸລະກິດ ຜະລິດຕະພັນຫັດຖະກຳ, ພະແນກ ການກ່ຽວຂ້ອງຂອງແຂວງ, ສະ ມາຄົມຫັດຖະກຳຈາກ5ແຂວງພາກ ໃຕ້ຄື: ສະຫວັນນະເຂດ, ສາລະວັນ, ເຊກອງ,ອັດຕະປື ແລະ ຈຳປາສັກ ເຂົ້າຮ່ວມ. ຂ່າວ: ອັດສະວິນ່ າັ ດິ ນ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເປີດນໍາໃຊ້ລະ ບົບຄຸ້ມຄອງ ເກັບຄ່າທໍານຽມ ແລະ ຄ່າບໍລິການ (Easy pass) ຢູ່ດ່ານ ຊາຍແດນສາກົນວັງເຕົ່າ ແຂວງຈໍາ ປາສັກ ໃນທ້າຍອາທິດຜ່ານມາ ໂດຍ ການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ, ທ່ານ ສຸກກະເສີມ ສີຫານຸງວົງ ຫົວ ໜ້າພະແນກການເງິນ ແຂວງຈໍາ ປາສັກ, ທ່ານ ຄໍາລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກ ຈໍາປາສັກ ພ້ອມດ້ວຍ ພະແນກການ, ກົມກອງອ້ອມຂ້າງ ແຂວງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ສຸກກະເສີມ ສີ ຫານຸງວົງ ໄດ້ກ່າວວ່າ: ການເປີດ ນໍາໃຊ້ລະບົບຄຸ້ມຄອງ ເກັບຄ່າທໍາ ນຽມ ແລະ ຄ່າບໍລິການ ຢູ່ດ່ານຊາຍ ແດນສາກົນວັງເຕົ່າ ຄັ້ງນີ້ ໂດຍປະ ຕິບັດຕາມມະຕິ ຂອງກົມການເມືອງ ສູນກາງພັກ ເລກທີ 04/ກມສພ, ມະຕິຂອງລັດຖະບານ ເລກທີ 05/ ລບ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລ ຍະໃໝ່ກໍຄືການປະຕິບັດວາລະແຫ່ງ ຊາດ ກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ເພື່ອກ້າວສູ່ລະບົບຄຸ້ມຄອງ ການເງິນແຫ່ງລັດ ທີ່ມີຄວາມເຂັ້ມ ແຂງ, ໂປ່ງໃສ, ທັນສະໄໝ ແລະ ຍຸຕິ ທ່ານນາງມາລາ ຈັນທະລາມໄດ້ ກ່າວວ່າ: ກອງປະຊຸມເຜີຍແຜ່ໂຄງ ການປະກວດການແຂ່ງຂັນຜະລິດ ຕະພັນຫັດຖະກຳດີເດັ່ນປະຈຳປີ2024 “ສິລະປະລາຍນາກ ແລະ ລວດລາຍ ດອກໄມ້ປະຈຳທ້ອງຖິ່ນ” ແມ່ນມີ ຄວາມໝາຍຄວາມສຳຄັນຫລາຍ ເພື່ອແນໃສ່ເຮັດໃຫ້ທຸກພາກສ່ວນ ທີ່ເຂົ້າຮ່ວມໄດ້ຮູ້ເຖິງຈຸດປະສົງຂອງ ການຈັດງານ, ຄວາມສຳຄັນຂອງ ງານ, ຄວາມສຳຄັນຂອງການມີ ສ່ວນຮ່ວມຕ່າງໆ ທັງນີ້ກໍເພື່ອແນໃສ່ ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງພາກໃຕ້ ໄດ້ມີສ່ວນຮ່ວມ ນຳເອົາຜະລິດຕະພັນທີ່ເປັນເອກກະ ລັກຂອງທ້ອງຖິ່ນ ຕາມເງື່ອນໄຂເຂົ້າ ຮ່ວມໃນມະຫາກຳສີມືຫັດຖະກຳ ລາວຄັ້ງທີ23ເພື່ອເປັນການເອກອ້າງ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ໃນງານຮູ້ຈັກແຂວງເຮົາຫລາຍຂຶ້ນ. ທ່ານນາງຈັນເທົາປະຖໍາມະວົງ ໄດ້ກ່າວວ່າ: ຈຸດປະສົງຂອງການ ຈັດງານດັ່ງກ່າວ ເພື່ອສະເຫລີມສະ ຫລອງ “ວັນຫັດຖະກຳລາວ ວັນທີ 1 ພະຈິກ”, ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນການເປັນເຈົ້າພາບ ຈັດສໍາມະນາການຕໍ່າແຜ່ນແພພື້ນ ເມືອງອາຊຽນ ຄັ້ງທີ 9 ທີ່ຈະໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 4-6 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ, ເພື່ອສ້າງຂະບວນການຕ້ອນຮັບປີ ທ່ອງທ່ຽວລາວ ປີ 2024 ເປັນສະ ຖານທີ່ທ່ອງທ່ຽວດ້ານ ຫັດຖະກຳ ດັ່ງຄໍາຂັວນ “ສີໄມ້ລາຍມືຄືອຸທິຍານ ແຫ່ງການທ່ອງທ່ຽວ” ພ້ອມນີ້ກໍ ເພື່ອເປັນການສະເຫລີມສະຫລອງ “ຫັດຖະກຳພູມປັນຍາການຕໍ່າລາຍ ນາກ ຂອງຊຸມຊົນເຊື້ອຊາດລາວ” ທີ່ໄດ້ຮັບເຂົ້າເປັນມໍລະດົກໂລກ ຈາກ ອົງການ ອຸຍແນັສໂກ ແລະ ເພື່ອສ້າງ ກາລະໂອກາດໃຫ້ຊຸມຊົນ ແລະ ລູກ ຄ້າຜູ້ມາທ່ຽວຊົມທ່ຽວຊື້ ໄດ້ພົບໄດ້ ເຫັນຄວາມຫລາກຫລາຍຂອງ ເຄື່ອງຫັດຖະກຳລາວ, ສ້າງຄວາມ ປະທັບໃຈ ແລະ ຫລົງໄຫລໃນຄວາມ ມະຫັດສະຈັນຂອງສີໄມ້ລາຍມືຂອງ ນາຍຊ່າງຫັດຖະກຳລາວ, ເຊິ່ງມະ ຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ຈັດຂຶ້ນພາຍໃຕ້ ຫົວຂໍ້: ສີໄມ້ລາຍ ມືຄືອຸທິຍານແຫ່ງການທ່ອງທ່ຽວ, ເຊື່ອມໂຍງມໍລະດົກຜ້າແພພື້ນເມືອງ ອາຊຽນ” ຄາດວ່າຈະຈັດຂຶ້ນໃນວັນ ທີ26 ຕຸລາ-03 ພະຈິກ 2024ທີ່ສູນ ວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ. ທຳ; ອີງຕາມແຈ້ງການຂອງຫ້ອງ ການ ກະຊວງການເງິນ ເລກທີ 0712/ຫກ, ລົງວັນທີ 18 ມີນາ 2024 ແລະ ໜັງສືທາງລັດຖະການ ຂອງຫ້ອງວ່າການແຂວງ ເລກທີ 108/ຫວຂ.ຈສ, ລົງວັນທີ 22 ເມສາ 2024 ໄດ້ມອບໃຫ້ພະແນກ ການເງິນ ແຂວງ ແລະ ທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ເປັນໃຈກາງໃນການຈັດຕັ້ງປະຕິບັດ ການຄຸ້ມຄອງຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ ຢູ່ບັນດາດ່ານ ສາກົນ ຜ່ານລະບົບ Easy pass ຂອງທະນາຄານພັດທະນາລາວ. ຈຸດປະສົງ ເພື່ອຫັນການຄຸ້ມ ຄອງ ການເກັບແບບລວມສູນ ຜ່ານ ລະບົບທັນສະໄໝຂອງທະນາຄານ (ປະຕູດຽວ), ເພື່ອຫລຸດຜ່ອນຂອດ ຂັ້ນ ທັງເປັນການສະໜອງຕອບທິດ ຊີ້ນໍາ ຂອງພັກ ແລະ ລັດຖະບານ ໃນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ແລະ ໃນ 9 ພາກສ່ວນທີ່ ເກັບລາຍຮັບຄ່າທໍານຽມ ແລະ ຄ່າ ບໍລິການຢູ່ດ່ານ ເຂົ້າບັນຊີຮອງຮັບ ຂອງຄັງເງິນທີ່ເປີດໄວ້ຢູ່ທະນາຄານ ແລ້ວແຈກຢາຍລາຍຮັບ ໄປຍັງບັນ ຊີເງິນຝາກຂອງແຕ່ລະຂະແໜງ ການ ແບບອັດຕະໂນມັດ ເຊິ່ງແຕ່ລະ ຂະແໜງການ ສາມາດກວດສອບ ໄດ້ ແລະ ມອບໃຫ້ທະນາຄານພັດ ທະນາລາວ ພັດທະນາລະບົບ ແລະ ຕິດຕັ້ງອຸປະກອນ ພ້ອມເຊື່ອມຕໍ່ລະ ບົບ ໃຫ້ສໍາເລັດ ແລະ ມີຄວາມພ້ອມ 100% ໃນການນໍາໃຊ້. ທ່ານ ຄໍາລຽນ ສິມມະວົງ ໄດ້ກ່າວ ວ່າ: ພະແນກການເງິນແຂວງແລະ ພະແນກການທີ່ກ່ຽວຂ້ອງຂອງ ແຂວງ ຮ່ວມກັບທະນາຄານແຫ່ງ ສປປລາວສາຂາພາກໃຕ້ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງຂອງ ດ່ານຊາຍແດນສາກົນວັງເຕົ່າ ໄດ້ ເປີດກອງປະຊຸມ ໃນທ້າຍເດືອນ ມິຖຸນາຜ່ານມາ ເພື່ອກະກຽມຄວາມ ພ້ອມຮອບດ້ານ ແກ່ການເປີດໃຊ້ລະ ບົບດັ່ງກ່າວ, ເຊິ່ງມາຮອດປັດຈຸບັນ ນີ້ ລະບົບ Easy pass ມີຄວາມ ພ້ອມຮອບດ້ານ ໃນການນໍາໃຊ້ເຂົ້າ ໃນການຄຸ້ມຄອງ ການຈັດເກັບຄ່າ ທໍານຽມ ແລະ ຄ່າບໍລິການຜ່ານ ລະບົບທັນສະໄໝ ຂອງທະນາຄານ ພັດທະນາລາວ ປະຕູດຽວ. ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີເປີດງານບັນ ພະຊາສາມະເນນແລະອົບຮົມສິນລະ ທໍາ ໃຫ້ນັກຮຽນ, ຊາວໜຸ່ມແລະ ເຍົາ ວະຊົນ ຄັ້ງທີ I ຢູ່ວັດກາງ ສີບຸນເຮືອງ ໄຊຍະລາມ ບ້ານປາກກະຍຸງ ເມືອງ ວຽງຄໍາ ແຂວງວຽງຈັນ ຈັດຂຶ້ນໃນ ວັນທີ 5 ກໍລະກົດ 2024 ທີ່ອາຣາມ ຂອງວັດດັ່ງກ່າວໂດຍການເຂົ້າຮ່ວມ ຂອງ ພະອາຈານ ຄໍາເມິງ ຄະນະອົງ ການພຸດທະສາສະໜາສຳພັນລາວ (ອພສ) ເມືອງວຽງຄຳ, ຫົວໜ້າກໍາ ມາທິການປົກຄອງສົງ, ທ່ານ ສວຍ ວົງສາລາດ ປະທານຄະນະກວດກາ ພັກ-ລັດ ເມືອງວຽງຄໍາ ພ້ອມດ້ວຍ ພະສົງ-ສາມະເນນ, ອົງການຈັດຕັ້ງ ບ້ານ, ພໍ່ແມ່ປະຊາຊົນບ້ານປາກກະ ຍຸງ, ເຈົ້າພາບເຈົ້າສັດທາຈໍານວນ ໜຶ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພະອາຈານສົມພອນ ພອນປະ ເສີດ ເຈົ້າອະທິການວັດກາງສີບຸນ ເຮືອງໄຊຍະຣາມຜູ້ຮັບຜິດຊອບໂຄງ ການໄດ້ຂຶ້ນຜ່ານແຜນການຂອງ ໂຄງການ ແລະ ຜ່ານກົດລະບຽບ ຂໍ້ຫ້າມ 15 ຂໍ້ ໃຫ້ສາມະເນນບວດ ໃໝ່ ແລະ ບັນດາຜູ້ເຂົ້າຮ່ວມຮັບຮູ້ ເຂົ້າໃຈ, ເຊິ່ງໂຄງການດັ່ງກ່າວ ຈັດ ຂຶ້ນເປັນເທື່ອທໍາອິດ ເພື່ອເປັນການ ອະນຸລັກ ແລະ ເສີມຂະຫຍາຍພຸດທະ ສາສະໜາ, ສົ່ງເສີມໃຫ້ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ, ສາມະເນນ ບວດໃໝ່ ໄດ້ຮັບການອົບຮົມສິນ ລະທໍາ, ຮູ້ຈັກບາບ, ບຸນ, ຄຸນໂທດ, ສິນ 5 ຂໍ້, ບວດທົດແທນບຸນຄຸນ ພໍ່ແມ່, ຜູ້ມີບຸນຄຸນ ແລະ ອື່ນໆທີ່ເປັນ ປະໂຫຍດ. ທ່ານ ສວຍ ວົງສາລາດ ໄດ້ກ່າວ ວ່າ: ຕະຫລອດໄລຍະຜ່ານມາ ການນໍາເມືອງວຽງຄໍາ ກໍຄືການນຳ ແຂວງວຽງຈັນຮັບຮູ້ຊື່ສຽງບົດບາດ ຂອງບ້ານປາກກະຍຸງ ເປັນບ້ານ ເກົ່າແກ່ມີມາແຕ່ດົນນານ ຕິດພັນ ກັບປະຫວັດສາດຂອງຊາດລາວ ໃນແຕ່ລະໄລຍະ, ເປັນບ້ານກຳເນີດ ຄະນະຟ້ອນລາຍງ້າວ ແລະ ຂັບງື່ມ ຈົນເປັນຕຳນານມາເຖິງທຸກວັນ ນີ້ ແລະ ຜົນງານມູນເຊື້ອອື່ນໆທີ່ມີ ຄວາມໝາຍທາງປະຫວັດສາດ ຊຶ່ງ ບັນພະບູລຸດ, ປູ່ຍ່າຕາຍາຍປະຊາຊົນ ບ້ານປາກກະຍຸງ ໄດ້ນໍາພາສ້າງໄວ້; ປະຊາຊົນມີມູນເຊື້ອຮັກຊາດ, ຮັກ ບ້ານເກີດເມືອງນອນ, ດຸໝັ່ນ ແລະ ຮັກອອກແຮງງານເພີ່ມພູນຜະລິດ ຜົນ, ຮັກແພງສາມັກຄີເອື້ອເຟື້ອເຜື່ອ ແຜ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພິເສດມີສາຍນໍ້າງື່ມທີ່ປຽບເໝືອນ ສາຍເລືອດ ຢູ່ກັບວິຖີຊີວິດຂອງປະ ຊາຊົນມາດົນນານ, ທາງດ້ານວັດ ວາສາສະໜາ ກໍມີຄວາມຈະເລີນຮຸ່ງ ເຮືອງ ເຖິງວ່າພາຍໃນບ້ານຈະມີ ຫລາຍວັດ, ຫລາຍຄຸ້ມ, ຫລາຍຫລັງ gxu f'ko [a ort-klk,tgoo c]t vq [Iq ,ly o]tme .sh oa dIPo{gpq k;t-q o 16j ;a fdk' lu [5 ogIn v' [h koxkddtp5 ' ຄາເຮືອນ ແລະ ມີປະຊາຊົນອາໄສຢູ່ ຈໍານວນຫລວງຫລາຍກໍຕາມ, ແຕ່ ດ້ວຍຄວາມເອກະພາບສູງຕໍ່ການ ນຳພາຂອງພັກ, ຂອງຄະນະພັກທຸກ ຂັ້ນ ເຮັດໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ ເຂົ້າໃຈຕໍ່ແນວທາງ ແລະ ເຂົ້າຮ່ວມ ທຸກວຽກງານທີ່ຂັ້ນເທິງວາງອອກ ທຸກໄລຍະໄດ້ເປັນຢ່າງດີ. ການຈັດຕັ້ງປະຕິບັດໂຄງການ ບັນພະຊາສາມະເນນ ແລະ ອົບຮົມ ສິນລະທໍາ ໃຫ້ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ຄັ້ງນີ້, ນອກຈາກເປັນ ໂຄງການທີ່ພາກສ່ວນກ່ຽວຂ້ອງ, ການຈັດຕັ້ງ ແລະ ສັງຄົມເຫັນດີ ສະໜັບສະໜູນແລ້ວ ຍັງມີຄວາມ ໝາຍສຳຄັນ ແລະ ເປັນປະໂຫຍດ ຕໍ່ຜູ້ປົກຄອງກໍຄືພໍ່ແມ່, ເນື່ອງຈາກ ໃນສະພາບປັດຈຸບັນເຕັກໂນໂລຊີ, ສື່ສັງຄົມອອນລາຍ, ວິທະຍາສາດ ແລະ ເສດຖະກິດ ມີການຂະຫຍາຍ ຕົວໄວ ອັນໄດ້ສົ່ງຜົນກະທົບຕໍ່ລະບົບ ການສຶກສາໃນຊັ້ນຮຽນຕ່າງໆບໍ່ ໜ້ອຍ, ເປັນຕົ້ນຍັງມີຊາວໜຸ່ມ, ນັກ ຮຽນຈໍານວນໜຶ່ງແລ່ນນໍາວັດຖຸ, ຄ່ານິຍົມຂອງສັງຄົມຍຸກໃໝ່ ບໍ່ເອົາ ໃຈໃສ່ຕໍ່ການຄົ້ນຄວ້າຮໍ່າຮຽນ, ຫລິ້ນ ໂທລະສັບຫລາຍ,ຫລິ້ນກິນຟຸມເຟືອຍ, ບໍ່ຮູ້ບຸນພໍ່ແມ່ ພົວພັນໝູ່ບໍ່ດີຊັກຈູງໄປ ໃນທາງທີ່ບໍ່ຖືກຕ້ອງ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງເປັນໂອກາດເໝາະສົມທີ່ ຜູ້ປົກຄອງ ຈະໄດ້ນໍາເອົາລູກຫລານ ຂອງຕົນເຂົ້າມາຮ່ວມ, ໄດ້ຝຶກຝົນ ຄວາມອົດທົນພາກພຽນ, ຮັບຟັງ ຫລັກທໍາຄໍາສອນ ຂອງພຸດທະສາ ສະໜາ, ຮຽນຮູ້ການຢູ່ລວມໝູ່ ແລະ ແລກປ່ຽນບົດຮຽນ, ປະສົບການ ນໍາກັນ, ຮັກແພງກັນໄປໃນຕໍ່ໜ້າ ແລະ ອື່ນໆ. ທ່ານ ສວຍ ວົງສາລາດ ໄດ້ຮຽກ ຮ້ອງ ແລະ ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງບ້ານປາກກະຍຸງ ແລະ ບັນດາອະນຸກຳມະການຂັ້ນ ບ້ານທີ່ຖືກແຕ່ງຕັ້ງ ເອົາໃຈໃສ່ເຄື່ອນ ໄຫວປະຕິບັດໜ້າທີ່ຕາມຄວາມ ຮັບຜິດຊອບຂອງຕົນ ໂດຍສະເພາະ ການປຸກລະດົມຜູ້ປົກຄອງນັກຮຽນ ເອົາລູກມາເຂົ້າຮ່ວມໂຄງການໃຫ້ ໄດ້ຈໍານວນຫລາຍ, ສ້າງສີສັນໃຫ້ ງານ ປຸກລະດົມສັດທາສາຍບຸນສາຍ ທານ ຄໍ້າໂຮງທານພັດຕະຫານ, ວັດ ຖຸປັດໄຈ ແລະ ວັດຖຸຮັບໃຊ້ທາງສາ ສະໜາໄລຍະປະຕິບັດໂຄງການ ພ້ອມທັງເອົາໃຈໃສ່ວຽກງານພິທີ ການຕ້ອນຮັບແຂກດ້ວຍໃບໜ້າຍິ້ມ ແຍ້ມແຈ່ມໃສ, ເອົາໃຈໃສ່ວຽກງານ ປ້ອງກັນຄວາາມສະຫງົບແລະວຽກ ງານອື່ນໆທີ່ຕິດພັນ. ພ້ອມນີ້ໃຫ້ນໍາ ເອົາບົດຮຽນທີ່ເປັນປະໂຫຍດມາ ເຜີຍແຜ່ເຊື່ອມຊຶມໃຫ້ສາມະເນນ ບວດໃໝ່ຕື່ມອີກ ເປັນຕົ້ນຄວາມຮູ້ ຂັ້ນພື້ນຖານໃນການດຳລົງຊີວິດທີ່ ປອດໄພ, ກົດໝາຍວ່າດ້ວຍການ ຈະລາຈອນທາງບົກ, ກົດລະບຽບ ການຂັບຂີ່ພາຫະນະ, ຜົນຮ້າຍຂອງ ຢາເສບຕິດ, ກົດໝາຍວ່າດ້ວຍການ ປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ ທີ່ເປັນປະໂຫຍດ.
RkJQdWJsaXNoZXIy MTc3MTYxMQ==