xtgmf]k; 6 09/07/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ]k; xtdkfpq dg;A o;u -k.sh s]kpxtgmf grnj vfb 'f6 fdkomj v'mj P; sa f4tde8=j kczj o7eclo 7v'.9]6 d7h kpk;oko ໂດຍ: ມາລິດາ * ວຽກງານການທ່ອງທ່ຽວ ເປັນຂະແໜງທີ່ສໍາຄັນສາມາດສ້າງ ລາຍຮັບເປັນອັນຕົ້ນໆຮອງຈາກຂະ ແໜງພະລັງງານ ແລະ ບໍ່ແຮ່. ດ້ວຍ ເຫດນັ້ນ, ເພື່ອດຶງດູດໃຫ້ນັກທທ່ອງ ທ່ຽວມາທ່ຽວປະເທດລາວໃຫ້ຫລາຍ ຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວ ລາວນີ້ ການຍົກເວັ້ນວີຊາແມ່ນໜຶ່ງ ໃນກົນລະຍຸດສໍາຄັນ ແລະ ຍັງສອດ ຄ່ອງກັບນະໂຍບາຍຂອງພັກ-ລັດຖະ ບານ. ໂດຍຫລ້າສຸດ ກະຊວງປ້ອງ ກັນຄວາມສະຫງົບໄດ້ປະກາດອອກ ແຈ້ງການເລີ່ມຈັດຕັ້ງປະຕິບັດນະ ໂຍບາຍຍົກເວັ້ນ-ຂະຫຍາຍເວລາ ວີຊາໃຫ້ກັບຫລາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ເພື່ອດຶງ ຂະນະດຽວກັນ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ອອກຄຳສັ່ງແນະ ນຳສະບັບເລກທີ 29/ຖວທ, ລົງ ວັນທີ 26 ມິຖຸນາ 2024, ກ່ຽວ ກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວ ກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວ ລາວ 2024. ໂດຍອີງຕາມແຈ້ງ ການດັ່ງກ່າວ ຂອງກະຊວງປ້ອງ ກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດຈີນ ທີ່ມາທ່ອງທ່ຽວ ເປັນ ກຸ່ມ ຜ່ານການບໍລິການຂອງ ບໍລິສັດ ນໍາທ່ຽວ ທີ່ຢູ່ ສປປ ລາວ ແລະ ໄດ້ ລົງທະບຽນຮັບຮອງຈາກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ຮັບການຍົກເວັ້ນ ວີຊາ ແບບບໍ່ຕິດວີຊາສະຕິກເກີ້ ໃສ່ ໜັງສືຜ່ານແດນ ແລະ ກຳນົດ ໄລ ຍະພັກເຊົາຢູ່ ສປປ ລາວ 15 ວັນ. ນອກຈາກນີ້, ນັກທ່ອງທ່ຽວຈາກ 8 ປະເທດ ເຊັ່ນ: ດານມາກ, ນອກແວ, ແຟງລັງ, ຊູແອດ, ໂອຕຣິດ, ແບນ ຊິກ, ແອັດສະປາຍ ແລະ ເກຣັກ ແມ່ນ ຍົກເວັ້ນວີຊາເຂົ້າ ສປປ ລາວ ແບບບໍ່ຕິດວີຊາສະຕິກເກີ້ວີຊາ ໃນ ໜັງສືຜ່ານແດນ ແລະ ກຳນົດເວລາ ພັກເຊົາ 15 ວັນ ໂດຍບໍ່ຈໍາເປັນຜ່ານ ການບໍລິການ ຂອງບໍລິສັດນໍາທ່ຽວ. ໃນກໍລະນີມີຈຸດປະສົງພັກເຊົາຢູ່ ສປປ ລາວ ເກີນກວ່າ 15 ວັນ ຕ້ອງເອົາ ວີຊາທ່ອງທ່ຽວ (T-B3). ສ່ວນ ການຂະຫຍາຍກໍານົດເວລາພັກເຊົາ ຢູ່ສປປລາວແມ່ນສໍາລັບວີຊາທ່ອງ ທ່ຽວ(T-B3)ຈາກກໍານົດ30ວັນ ເປັນກຳນົດ60ວັນໃຫ້ນັກທ່ອງທ່ຽວ ສັນຊາດ ອົດສະຕຣາລີ, ນູແວນ ເຊລັງ, ອາເມລິກາ, ການາດາ, ໂອ ຕຣິດ, ແບນຊິກ, ດານມາກ, ແຟງ ລັງ, ຝຣັ່ງ, ເຢຍລະມັນ, ເກຣັກ, ອຽກລັງ,ອີຕາລີ,ໂຮນລັງ,ນອກແວ, ໂປໂລຍ, ປອກຕຸຍການ, ຣັດເຊຍ, ແອັດສະປາຍ, ຊູແອດ, ສະວິດ ແລະ ອັງກິດ ເຊິ່ງນັກທ່ອງທ່ຽວຂອງບັນ ດາປະເທດ ດັ່ງກ່າວ ບໍ່ຈໍາເປັນຕ້ອງ ຜ່ານການບໍລິການ ຂອງບໍລິສັດ ນໍາ ທ່ຽວ ແລະ ສາມາດສະເໜີຂໍວີຊາ ທ່ອງທ່ຽວ (T-B3) ເຂົ້າ-ອອກ ຫລາຍຄັ້ງ (Multiple Visa) ຢູ່ ສະຖານທູດ ຫລື ສະຖານກົງສຸນ ແຫ່ງ ສປປ ລາວ ປະຈຳ ຢູ່ຕ່າງປະ ເທດ ໂດຍການເຫັນດີອະນຸມັດຈາກ ກົມກົງສູນ ກະຊວງການຕ່າງປະ ເທດ. ກໍລະນີ ຂໍວີຊາກັບດ່ານ ຫລື ວີ ຊາອອນລາຍ (E-VISA) ແມ່ນ ຈະໄດ້ຮັບວີຊາເຂົ້າ ສປປລາວແບບ ຄັ້ງດຽວ (Single Visa). ນອກ ຈາກນີ້, ກຸ່ມນັກທ່ອງທ່ຽວສັນຊາດ ໄທທີ່ນໍາໃຊ້ປຶ້ມຜ່ານແດນ(Border Pass) ແລະ ໃບຜ່ານແດນຊົ່ວຄາວ (Temporary Border pass) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການ ບໍລິການ ຂອງບໍລ ິສັດນໍາທ່ຽວ ທີ່ຢູ່ ສປປລາວແມ່ນໄດ້ເພີ່ມໄລຍະເວລາ ພັກເຊົາ ຢູ່ ສປປ ລາວ ຈາກ 03 ວັນ ເປັນ10ວັນແລະສາມາດເດີນທາງ ໄປຕໍ່ໄດ້ອີກ 3 ແຂວງຕິດຈອດກັນ. ຕາມສະຖິຕິໃນ 4 ເດືອນຕົ້ນປີ ນີ້, ລາວໄດ້ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 35% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີກາຍ. ນັກ ທ່ອງທ່ຽວຈີນມີຈຳນວນຢ່າງໜ້ອຍ 351.000 ຄົນ, ເຮັດໃຫ້ຈີນເປັນ ແຫລ່ງນັກທ່ອງທ່ຽວຕ່າງປະເທດ ໃຫຍ່ອັນດັບ 3 ຂອງລາວຮອງຈາກ ໄທ ແລະ ຫວຽດນາມ ຕາມລໍາດັບ. ຈຳນວນນັກທ່ອງທ່ຽວຈາກທຸກ ປະເທດອາຊຽນ ເພີ່ມຂຶ້ນເປັນ 862.000ກວ່າຄົນ, ເພີ່ມຂຶ້ນ18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ແຕ່ເຖິງແນວໃດກໍດີ ສປປ ລາວ ໄດ້ຕັ້ງເປົ້າຫມາຍໄວ້ວ່າພາຍ ປີ 2024 ຈະສູ້ຊົນດຶງດູດນັກທ່ອງ ທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານ ກວ່າຄົນ, ສ້າງລາຍຮັບໃຫ້ໄດ້ຢ່າງ ໜ້ອຍ 300-400 ລ້ານໂດລາ. * ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຫັດຖະກໍາຕໍ່າແຜ່ນ ຂອງເອື້ອຍນ້ອງ ພຽງແຕ່ຕ້ອງຮູ້ຈັກພັດທະນາ ແລະ ສ້າງຜະລິດຕະພັນໃໝ່ໆອອກມາ ໃຫ້ຜູ້ຊົມໃຊ້ໄດ້ເລືອກຢ່າງຫລາກ ຫລາຍ ເຊັ່ນ: ສິ້ນ, ແພເສື້ອ, ຜ້າພັນ ຄໍ, ກະເປົາພາຍ ແລະ ອື່ນໆໂດຍໃຊ້ ລວດລາຍແຜ່ນແພລາວໃນການຕົບ ແຕ່ງຕາມຄວາມຕ້ອງການຂອງ ສັງຄົມໃນປັດຈຸບັນ. ທ່ານນາງ ສົມເພັດ ໂຄດສີເມືອງ ຍັງໃຫ້ຮູ້ຕື່ມວ່າ: ຕະຫລອດຫລາຍ ສິບປີທີ່ໄດ້ກິ້ງເກືອກລີເລືອກັບຫັດ ຖະກຳຕໍ່ແຜ່ນ ຕົນເອງໄດ້ສຸມໃສ່ພັດ ທະນາທັງຄຸນນະພາບແລະຮູບແບບ ຂອງຜະລິດຕະພັນ ຢູ່ຕະຫລອດ ເພື່ອໃຫ້ເຂົ້າກັບຍຸກສະໃໝ ຈຶ່ງເຮັດ ໃຫ້ຫັດຖະກໍາຕໍ່າແຜນ ຄໍາແສນ ຈາກ ບ້ານໂພນໝີ ເມືອງວຽງຄຳ ແຂວງວຽງຈັນ ຄອງໃຈລູກຄ້າມາ ຍາວນານ ເຊິ່ງຈຸດນີ້ກໍໄດ້ປະກອບ ສ່ວນ ສ້າງວຽກເຮັດງານທໍາໃຫ້ ເອື້ອຍນ້ອງແມ່ຍິງ ໃນຫລາຍບ້ານ ຂອງແຂວງວຽງຈັນ ມີອາຊີບເສີມ ເພີ່ມລາຍຮັບເຂົ້າຄອບຄົວ ບໍ່ຕໍ່າ ກວ່າ 3-4 ລ້ານກີບຕໍ່ເດືອນ. ດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວ ລາວ 2024. ແມ່ຍິງລາວ ແມ່ນໄດ້ຮັບຄວາມນິ ຍົມສູງ ດ້ວຍສິລະປະລວດລາຍ, ຄວາມປານີດໃນການຖັກທໍເຮັດໃຫ້ ມີຄຸນຄ່າສົມລາຄາ ເໝືອນດັ່ງຫັດ ຖະກຳຕໍ່ແຜນຄຳແສນ ທີ່ສາມາດ ຄອງໃຈຜູ້ຊົມໃຊ້ຫລືລູກຄ້າໄດ້ຢ່າງ ຍາວນານ ຍ້ອນມີເອກະລັກທີ່ດຶງ ດູດ, ມີລວດລາຍສວຍງາມ, ມີຄຸນ ນະພາບສົມລາຄາ ແລະ ສາມາດ ພັດທະນາຜະລິດຕະພັນໃຫ້ມີຫລາກ ຫລາຍຮູບແບບ ເພື່ອເປັນທາງເລືອກ ໃຫ້ລູກຄ້າ. ດັ່ງທີ່ທ່ານນາງ ສົມເພັດ ໂຄດ ສີເມືອງ ຜູ້ສືບທອດຫັດຖະກຳຕໍ່າ ແຜນຄຳແສນໃຫ້ຮູ້ວ່າ: ການເຮັດ ອາຊີບນີ້ ແມ່ນເລີ່ມມາແຕ່ຍັງນ້ອຍ ເນື່ອງຈາກວ່າ ຜູ້ເປັນແມ່ບໍ່ໄດ້ຮຽນ ໜັງສືຈຶ່ງຍຶດອາຊີບຕໍ່າຫູກຂາຍເພື່ອ ລ້ຽງຄອບຄົວ ເຮັດມາໄດ້ຫລາຍປີ ຈຶ່ງເຮັດໃຫ້ຄົນຮູ້ຈັກຫລາຍຂຶ້ນຊຶ່ງ ໃນເບື້ອງຕົ້ນຍັງບໍ່ໄດ້ເປັນທຸລະກິດ ໃຫຍ່ ມີແຕ່ເຮັດຂາຍເລັກນ້ອຍ ເທົ່າ ນັ້ນ. ຈົນຕົກມາໄລຍະປີ 2004 ຂ້າ ພະເຈົ້າຜູ້ເປັນລູກເຫັນໄດ້ທ່າແຮງ ດ້ານນີ້ຈຶ່ງມີແນວຄິດຢາກພັດທະນາ, ຢາກສົ່ງເສີມເອື້ອຍນ້ອງແມ່ຍິງຜະ ລິດຫັດຖະກໍາຕໍ່າຫູກ ເປັນສິນຄ້າ ຈຶ່ງໄດ້ສຶກສາການວິເຄາະການຕະ ຫລາດ ແລະ ເບິ່ງຄວາມເປັນໄປໄດ້ ໃນອາຊີບນີ້ ແລະ ເຫັນວ່າ: ຫັດຖະ ກຳຕໍ່າແຜນຂອງລາວຍັງມີທ່າແຮງ ສາມາດພັດທະນາໄດ້ຢ່າງບໍ່ຢຸດຢັ້ງ
RkJQdWJsaXNoZXIy MTc3MTYxMQ==