xtgmf]k; 6 11/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d vksko9kofj ;owfh Ia [7;k,oy pq ,gruj ,0B o 8k,glA omk']q fw2]k;{9u o ໂດຍ: ມາລີດາ zt]y f8tra odtly de0v'7q o]k; r;,wfh Ia [7;k,oy pq ,9kdla '7q , ໂດຍ: ເກີດຂວັນໃຈ ມາລີຈັນສີ * ບໍລິສັດ ຂ້ອຍຮັກກະສິກໍາແມ່ນ ບໍລິສັດທີ່ ຜະລິດ ແ ລະ ຈໍາໜ່າຍກ່ຽວ ກັບຜະລິດຕະພັນກະສິກໍາ ສະອາດ ເປັນຕົ້ນຝຸ່ນຊີວະພ າບ, ດິນປູກຝັງ, ນ້ຳຈຸລິນຊີສັງເຄາະແສງແ ລະ ອື່ນໆ ອີກ ໂດຍວັດຖ ະດິບທີ່ ນໍາໃຊ້ເຂົ້າໃນ ຂະບວນການຜະລິດ ແ ມ່ນວັ ດຖຸ ດິບ * ຊາວລາວຈໍານວນບໍ່ໜ້ອຍພວມ ຍິ້ມແຈ່ມໃສຕ້ອນຮັບໂອກາດດີໆທີ່ເກີດ ຂຶ້ນແລະພວມເກີດດອກອອກຜົນຕົວຈິງ ດັ່ງຜູ້ນໍາສອງພັກສອງລັດລາວ-ຈີນຮ່ວມ ກັນກ່າວໄວ້ລະຫວ່າງເປີດເສັ້ນທາງ ລົດໄຟລາວ-ຈີນ ໃນລະຫວ່າງປີ 2021 ຜ່ານມາວ່າ “ເສັ້ນທາງລົດໄຟລາວຈີນ ແມ່ນໜຶ່ງໃນໂຄງການພັດທະນາທີ່ ຕິດພັນກັບໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງ ເປັນການລົງທຶນຮ່ວມກັນລະຫວ່າງ ລາວ-ຈີນ ໂດຍຕ່າງຝ່າຍຕ່າງມີຜົນປະ ໂຫຍດຮ່ວມກັນຢ່າງໜັກແໜ້ນ” ປັດຈຸ ບັນການເປີດໃຫ້ບໍລິການເສັ້ນທາງລົດ ໄຟລາວ-ຈີນ ໄດ້ເກືອບ 3 ປີແລ້ວ ອັນ ໄດ້ສະທ້ອນໃຫ້ເຫັນດ້ານບວກທີ່ເປັນ ໝາກຜົນຕົວຈິງຮອບດ້ານຕະຫລອດ ໄລຍະສອງພາກທາງຂອງເສັ້ນທາງ ລົດໄຟລາວ-ຈີນ ມີຄວາມຍາວ 400 ກວ່າກິໂລແມັດຈາກຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາຜ່ານບັນດາ ແຂວງ, ເມືອງ, ບ້ານຕ່າງໆເຖິງໃຈກາງ ນະຄອນຫລວງວຽງຈັນນັ້ນພົບວ່າໂຮງ ແຮມ, ເຮືອນພັກ, ຮ້ານອາຫານ, ໂຮງ ງານອຸດສາຫະກໍາ, ການຜະລິດກະສິ ກໍາ, ບໍລິສັດຂົນສົ່ງສິນຄ້າ, ຮ້ານຄ້າ ຂາຍຍ່ອຍ ແລະ ການສ້າງວຽກເຮັດ ງານທໍາໄດ້ປົ່ງຂຶ້ນ ແລະ ເບັ່ງບານຄືກັບ “ດອກເຫັດ” ອັນສ້າງກາລະໂອກາດ ເງິນຄໍາ, ຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມແລະຊ່ວຍຫລຸດຜ່ອນຄວາມ ທຸກຍາກດີຂຶ້ນຕາມລໍາດັບ. ໜຶ່ງອາທິດຜ່ານມາ ຜູ້ຂຽນມີໂອ ກາດໄດ້ນັ່ງລົດໄຟລາວ-ຈີນ ຈາກນະ ຄອນຫລວງວຽງຈັນ ເຖິງແຂວງອຸດົມ ໄຊໃຊ້ເວລາປະມານ 2 ຊົ່ວໂມງ ເພື່ອ ເຂົ້າຮ່ວມກອງປະຊຸມເວທີສາກົນ ເພື່ອ ໂຄສະນາການທ່ອງທ່ຽວລາວລະຫວ່າງ 27-30ພຶດສະພາ2024ຢູ່ແຂວງອຸດົມ ໄຊ, ຂະນະທີ່ເດີນທາງເຖິງສະຖານີລົດ ໄຟຢູ່ແຂວງອຸດົມໄຊ ກໍໄດ້ເດີນທາງເຂົ້າ ເທສະບານແຂວງ ເຊິ່ງໄດ້ແວ່ປັ້ນເຂົ້າ ທ່ຽງຢູ່ຮ້ານໂຮມຄາເຟເພື່ອຕື່ມພະລັງ ໃຫ້ຄວາມຊຸ່ມຊື່ນ ແລະ ຕື່ນເຕັ້ນກ່ອນ ເຖິງໂຮງແຮມ. “ດ້ວຍຄວາມມັກຮັກການ ດື່ມກາເຟເປັນພິເສດ ຫລັງອາຫານທ່ຽງ ຂ້ອຍໄດ້ສັ່ງກາເຟຄາປູຊິໂນໜຶ່ງຈອກ ມັນເຮັດໃຫ້ຮູ້ສຶກໄດ້ຢ່າງໜ້າມະຫັດສະ ຈັນເຖິງລົດຊາດກາເຟປາກຊ່ອງຕົ້ນ ສະບັບແທ້ໆກັບອາຫານຫວານເປັນ ເອກລັກຂອງແຂວງອຸດົມໄຊ”. ຍ້ອນແນວນັ້ນ ຜູ້ຂຽນຄາໃຈເລີຍຕັດ ສິນໃຈຖາມເຈົ້າຂອງຮ້ານເພີ່ນຊື່: ທ່ານ ນາງ ກິ່ງແກ້ວ ສຸກສົມບູນເວົ້າສູ່ຟັງວ່າ: ກ່ອນໜ້າກໍເຄີຍເຮັດທຸລະກິດຄ້າຂາຍ ຍ່ອຍທົ່ວໄປ ແຕ່ພໍເມື່ອມີເສັ້ນທາງລົດ ໄຟເປີດໃຫ້ບໍລິການໃນທ້າຍປີ 2021 ແລະ ນັກທ່ອງທ່ຽວມາແວະວຽນສອບ ຖາມຮ້ານກາເຟ, ຮ້ານອາຫານເປັນຈໍາ ນວນຫລາຍໃນແຕ່ລະມື້ເພື່ອຮັບປະ ທານກ່ອນການເດີນທາງຕໍ່ໄປຈຸດໝາຍ ອື່ນ ເຊິ່ງຈຸດນີ້ເກີດມີແນວຄິດບວກກັບ ແນວຄິດມັກຮັກການປຸງແຕ່ງອາຫານ. ກ່ອນຈະມາເປີດຮ້ານໂຮມຄາ ເຟຢູ່ ນີ້, ຄວາມຈິງພື້ນຖານຂອງຕົນເອງມີ ຖິ່ນກໍາເນີດຢູ່ນະຄອນຫລວງວຽງຈັນ ເມື່ອສ້າງຄອບຄົວແລ້ວ ຈິ່ງຍົກຍ້າຍມາ ຢູ່ແຂວງອຸດົມໄຊ ແຕ່ບັງເອີນເສັ້ນທາງ ລົດໄຟພວມເປີດໃໝ່ໆ ເຊິ່ງເວລານັ້ນກໍ ບໍ່ເຫັນໃຜເປີດຮ້ານກາເຟແນ່ຈິ່ງຈັບໂອ ກາດນັ້ນທັນທີ, ໄລຍະທໍາອິດກໍບໍ່ມີຄົນ ຫລາຍປານໃດ ແຕ່ຕໍ່ມາຈິ່ງມີຄົນເຂົ້າ ມາໃຊ້ບໍລິການຫລາຍຮ້ອຍຄົນ ຍິ່ງວັນ ເສົາ-ວັນທິດ ຍິ່ງມີນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດບໍ່ຕໍ່າກວ່າ 100-200 ຄົນຂຶ້ນໄປເຂົ້າມາໃຊ້ບໍລິ ການ. ສ່ວນໃຫຍ່ແຂກຄົນເຂົ້າແວະຢ້ຽມ ຮ້ານເຮົານັ້ນແມ່ນຕິດໃຈລົດຊາດກາເຟ ທີ່ເປັນເອກະລັກຂອງລາວແທ້ໆໂດຍ ສັ່ງຊື້ກາເຟເຂດພູໄຟເກົ່າຕົ້ນສະບັບ ຈາກເມືອງປາກຊ່ອງ ເພື່ອມາໃຫ້ບໍລິ ການລູກຄ້າ. ປັດຈຸບັນນີ້ມີສາຂາດຽວ, ໃນອະນາ ຄົດຕໍ່ໜ້າຄິດວ່າຈະຂະຫຍາຍຕື່ມອີກ ໃນແຂວງອຸດົມໄຊ ບ່ອນທີ່ມີທ່າແຮງ ແລະ ຈະໄປເປີດສາຂາດຢູ່ນະຄອນ ຫລວງວຽງຈັນ ແຕ່ຈະບໍ່ໄດ້ໃສ່ຊື່: ໂຮມ ຄາເຟ ຈະປ່ຽນເປັນຊື່ຮ້ານລູມຄາເຟ. ຮ້ານຄາເຟຂອງພວກເຮົາສາຂາ ທໍາອິດ ໃນແຂວງອຸດົມໄຊ ນີ້ຫ່າງຈາກ ສະຖານນີລົດໄຟພຽງ 2ກິໂລແມັດ ເຊິ່ງ ໄດ້ກາຍເປັນສະຖານນັດພົບກັນ ຕັ້ງຢູ່ ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ, ພາຍໃນໂຮມຄາເຟ ແມ່ນມີຫລາກ ຫລາຍປະເພດອາຫານຕາມສັ່ງ ແລະ ຜະລິດຕະພັນສິນຄ້າປະເພດອາຫານ ໃຫ້ລູກຄ້າໄດ້ເລືອກຊື້ ແລະ ເລືອກຊິມ ເຊັ່ນ: ກາເຟລາວ, ເຂົ້າໜົມເຄັກ, ຊາ ແລະ ເຄື່ອງຝາກຂອງຕ້ອນອື່ນໆ. ເຖິງແນວໃດກໍດີ ເມືອງໄຊປະກາດ ວ່າຈະຍົກເອົາວຽກງານພັດທະນາການ ທ່ອງທ່ຽວເຂົ້າເປັນໜຶ່ງໃນບູລິມະສິດ ສໍາຄັນຂອງເມືອງເພື່ອຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທໍາ ແລະ ແກ້ໄຂຄວາມ ທຸກຍາກໃຫ້ສອດຄ່ອງກັບແຜນພັດທະ ນາຍືນຍົງສີຂຽວຂອງພັກ-ລັດຖະບານ ໃນຕໍ່ໜ້າ ຂະນະທີ່ແຕ່ລະປີມີນັກທ່ອງ ທ່ຽວເຂົ້າມາທ່ອງທ່ຽວພາຍໃນ ເມືອງ ໄຊໂດຍສະເລ່ຍປະມານ 41.000 ກວ່າ ຄົນຕໍ່ປີ ສ້າງລາຍຮັບໄດ້ 900.000 ໂດ ລາ ແລະ ຄາດວ່າພາຍຫລັງ ສປປ ລາວ ໄດ້ເປີດໃຫ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ໃນທ້າຍປີ 2021, ບວກກັບ ການເປີດປີທ່ອງທ່ຽວລາວ ແລະ ເປັນ ປະທານອາຊຽນຂອງ ສປປ ລາວ ປີ 2024 ຈະເຮັດໃຫ້ນັກທ່ອງທ່ຽວເຂົ້າ ມາຜ່ານເມືອງໂດຍສະເພາະແຂວງອຸ ດົມໄຊ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ແຂວງອຸດົມໄຊ ລາຍງານວ່າ: ເມືອງ ໄຊ ຂອງພວກເຮົາຈະຖືເອົາວຽກງານ ທ່ອງທ່ຽວບັນຈຸເຂົ້າເປັນບູລິມະສິດ ສໍາ ຄັນບໍ່ໜ້ອຍຂະແໜງການອື່ນໆເພື່ອສືບ ຕໍ່ປັບປຸງ ແລະ ພັດທະນາຂອດການບໍລິ ການ, ແຫລ່ງທ່ອງທ່ຽວໃໝ່ໃຫ້ສາມາດ ຮອງຮັບແລະດຶງດູດເອົານັກທ່ອງທ່ຽວ ພາຍໃນແລະຕ່າງປະເທດເຂົ້າມາເມືອງ ໄຊ ໃຫ້ຫລາຍຂຶ້ນກວ່າເກົ່າ. ດັ່ງທີ່ຮູ້ນໍາກັນ, ພັດທະນາແຫລ່ງ ທ່ອງທຽວ ແລະ ທ່າແຮງບົ່ມຊ້ອນພາຍ ໃນ ເມືອງທີ່ເຊື່ອມໂຍງເຊື່ອມຈອດກັບ ເມືອງ, ແຂວງອື່ນລວມທັງເສັ້ນທາງ ລົດໄຟນັ້ນເຫັນວ່າເມືອງໄຊ ເປັນເມືອງ ທີ່ຕັ້ງຢູ່ໃຈກາງຂອງແຂວງ ເປັນ 4 ແຍກ, ມີສະຖານີລົດໄຟຟ້າ ລາວ-ຈີນ, ເສັ້ນທາງຫລວງແຫ່ງຊາດ 2E, 2W ແລະ ເສັ້ນທາງຫລວງ13Nຜ່ານເທສະ ບານເມືອງ ເຊື່ອມຕໍ່ໄປຫາເມືອງຕ່າງໆ ພາຍໃນແຂວງ, ແຂວງອ້ອມຂ້າງ ແລະ ອອກສູ່ປະເທດ ທີ່ໃກ້ຄຽງເຊັ່ນ: ສປ ຈີນ, ຫວຽດນາມ ແລະ ນາມ ເຊິ່ງໄດ້ ສ້າງກາລະໂອກາດຢ່າງຫລວງຫລາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາ ຄົມ, ການທ່ອງທ່ຽວໄປມາຫາສູ່ກັນ ຢ່າງໜັກແໜ້ນ. ປັດຈຸບັນນີ້ ພາຍໃນເມືອງມີແຫລ່ງ ທ່ອງທ່ຽວທັງເກົ່າ ແລະ ໃຫມ່ລວມທັງ ໝົດ 14 ແຫ່ງ ໃນນັ້ນ ແຫລ່ງທ່ອງທ່ຽວ ທໍາມະຊາດ 7 ແຫ່ງ, ວັດທະນະທໍາ 5 ແຫ່ງ ແລະ ປະຫວັດຊາດ 2 ແຫ່ງ; ສະ ຖານທ່ອງທ່ຽວທີ່ພົ້ນເດັ່ນກວ່າໝູ່ໄດ້ ພັດທະນາ ແລະ ເປີດໃຫ້ບໍລິການແຫລ່ງ ທ່ອງທ່ຽວແລ້ວຄື: ຕາດນໍ້າກັດ, ຖໍ້າ ຈອມອອງ, ວັດພູທາດ ແລະ ອື່ນໆ ດັ່ງ ນັ້ນ ເພື່ອສືບຕໍ່ປະຕິບັດຕາມທິດທາງ ການພັດທະນາຍືນຍົງຂອງພັກ-ລັດຖະ ບານ ແລະ ຍົກລະດັບການດຶງດູດການ ທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວ ປັດຈຸບັນນີ້ພວກເຮົາ ກໍາລັງພັດທະນາແຫລ່ງທ່ອງ ທ່ຽວທໍາ ມະຊາດພູຫຍ້າຄາຢູ່ (ບ້ານຫລັກ 32) ເພື່ອຮອງຮັບເອົານັກທ່ອງທ່ຽວຈາກ ພາຍໃນ ແລະ ຕ່າງປະເທດ ແລະ ຍັງ ໄດ້ເຊັນສັນຍາບັນທຶກຄວາມຊ່ວຍຈໍາ MOU ກັບນັກທຸລະກິດຫລາຍຫົວໜ່ວຍ ເພື່ອເປີດໄຟຂຽວການພັດທະນາແຫລ່ງ ທ່ອງທ່ຽວຕ່າງໆໃຫ້ຫລາຍຂຶ້ນຕື່ມ. ທ່ານວາລີຈືນໍເຢັງຍັງກ່າວວ່າ: ປັດ ຈຸບັນໜໍ່ແໜງການຜະລິດເປັນສິນຄ້າ ພວມຟົດຟື້ນ ໂດຍສະເພາະການປູກໝາກ ໂມ, ການປູກຖົ່ວ, ພືດຜັກ ແລະ ອື່ນໆ ເພື່ອສົ່ງອອກ ສປ ຈີນ ແລະ ສະໜອງໃຫ້ ຕະຫລາດພາຍໃນສະນັ້ນອາຫານກໍເປັນ ສິ່ງສໍາຄັນຫລາຍໃນການປ້ອນໃຫ້ໂຮງ ແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ແຕ່ກໍຕ້ອງເປັນປະເພດອາຫານ ສະອາດປອດສານພິດ ເຊິ່ງເປັນທີ່ນິຍົມ ຂອງນັກທ່ອງທ່ຽວຢາກກິນຢາກສໍາ ຜັດເພື່ອສຸຂະພາບທີ່ດີກວ່າ. ພາຍໃນປະເທດ ທີ່ໄດ້ຮັບການຢັ້ງ ຢືນມາດຕະຖານກະສິກໍາອິນຊີລາວ ຈາກກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງເຮັດໃຫ້ຜະລິດຕະ ພັນ ຈາກບໍລິສັດກະສິກໍາສະອາດ ຮັບຄ ວາມນິ ຍົມຈ າກສັ ງຄົມໂ ດຍ ສະ ເພາະຜູ້ທີ່ມັກເລື່ອງການປູກຝັງ. ທ່ານນາງ ວິໄລພອນສົມສະນິດ ປະ ທານບໍລິສັດຂ້ອຍຮັກກະສິກໍາ ໃຫ້ ສໍາພາດວ່າ: ບໍລິສັດຂ້ອຍຮັກກະສິ ກໍາ ເລີ່ມຜະລິດຝຸ່ນຊີວະພາບມາແຕ່ ທ້າຍປີ 2019 ໂດຍນໍາໃຊ້ວັດຖຸດິບ ຢູ່ພາຍໃນປະເທດ ເຂົ້າໃນຂະບວນ ການຜະລິດ ເປັນຕົ້ນ ມູນສັດ, ຂີ້ ແກບ, ດິນລວມ, ຂີ້ເລື່ອຍ, ຮຳອ່ອນ, ອິນຊີສັງເຄາະແສງ, ກາກນ້ຳຕານ, ນ້ຳສະກັດຊີວະພາບ ມາປະສົມເຂົ້າ ກັນຕາມຫລັກວິຊາການກະສິກໍາສະ ອາດ ໂດຍເນັ້ນເຖິງຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງ ຝຸ່ນດັ່ງກ່າວ, ເໝາະສຳລັບພືດຜັກ, ຕົ້ນໄມ້ໃຫ້ໝາກທຸກຊະນິດ, ໄມ້ປະ ດັບແລະບຳລຸງທາດອາຫານໃຫ້ດິນ ທີ່ເຊື່ອມໂຊມກັບມາອຸດົມສົມບູນ. ນອກຈາກຝຸ່ນຊີວະພາບແລ້ວ, ບໍລິສັດ ຂ້ອຍຮັກກະສິກຳ ຍັງໄດ້ຜະ ລິດດິນປູກຝັງ ເພື່ອກະສິກໍາສະອາດ ເຊິ່ງເປັນດິນປະສົມພ້ອມປູກ ໂດຍ ນຳໃຊ້ວັດຖຸດິບ ຢູ່ພາຍໃນປະເທດ ເປັນຕົ້ນ ດິນດຳແຄມຂອງ, ແກບ ເຜົາ, ຂີ້ແກບ, ຂີ້ເລື່ອຍ ແລະ ຂີ້ງົວ. ນອກນັ້ນ, ຍັງມີ ນ້ຳຈຸລິນຊີສັງເຄາະ ແສງຊ່ວຍໃຫ້ພືດໃຫຍ່ໄວ, ເພີ່ມຜົນ ຜະລິດ, ຫລຸດຜ່ອນກິ່ນເໝັນໃນຄອກ ລັດລ້ຽງ ແລະ ບຳບັດນ້ຳເສຍ ທີ່ສຳ ຄັນເປັນມິດກັບສິ່ງແວດລ້ອມ. ປັດຈຸ ບັນຜະລິດຕະພັນຂອງບໍລິສັດຂ້ອຍ ຮັກກະສິກຳ ມີຕົວແທນຈໍາໜ່າຍ ຕາມຮ້ານຂາຍເບ້ຍໄມ້ ໃນນະຄອນ ຫລວງວຽງຈັນ ຫລາຍກວ່າ 50 ຮ້ານແລະແຜນການໃນຕໍ່ໜ້າຈະຂະ ຫຍາຍສາຂາ ໄປຂາຍຢູ່ຕ່າງແຂວງ ຕື່ມອີກ. ຖ້າທ່ານໃດສົນໃຈສາມາດຕິດ ຕໍ່ໄດ້ທີ່ໝາຍເລກໂທລະສັບ 020 5561 9353 ຫລື ເຂົ້າໄປຕິດຕາມ ໄດ້ຢູ່ເຟສບຸກ ຂ້ອຍຮັກກະສິກຳ.
RkJQdWJsaXNoZXIy MTc3MTYxMQ==