xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 11/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບສູນພັດທະ ນາອົງການຮ່ວມມືດ້ານການພັດທະ ນາ ແລະ ເສດຖະກິດ (OECD) ແລະ ສະຫະພາບເອີຣົບ ປະຈຳ ສປປ ລາວໄດ້ນໍາສະເໜີບົດລາຍງານການ ທົບທວນຫລາຍມິຕິຂອງ ສປປ ລາວ (Multi-dimensional Country Review (MDCR) of Lao PDR)ກ່ຽວກັບການເງິນ ເພື່ອການ ພັດທະນາແບບຍືນຍົງໃນວັນທີ 6 ມິຖຸນາ 2024 ໂດຍການເປັນປະ ທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໄລຍະຜ່ານມາ, ສູນພັດທະ ນາ OECD ໄດ້ໃຫ້ການຊ່ວຍເຫລືອ ຫລາຍກວ່າ 28 ປະເທດ ເພື່ອສ້າງ MCIR ໃຫ້ເປັນເຄື່ອງມືສະໜັບສະ ໜູນການຈັດຕັ້ງປະຕິບັດແຜນພັດ ທະນາແຫ່ງຊາດ ແລະ ຍຸດທະສາດ ການເງິນຕ່າງໆ. ສຳລັບສປປລາວ, ບົດລາຍງານການທົບທວນຫລາຍ ມິຕິຂອງ ສປປ ລາວ ໄດ້ຊ່ວຍກຳນົດ ບູລິມະສິດ ການເຂົ້າເຖິງການເງິນທີ່ ຍືນຍົງ ແລະ ການເຕີບໂຕສີຂຽວ, ທີ່ມີຄວາມສອດຄ່ອງກັບແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີຄັ້ງທີ IXແລະ ຍຸດທະສາດ ການເງິນ ເພື່ອສະໜັບສະໜູນການ ຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງ ທີ IX. ບົດລາຍງານການທົບທວນ ຫລາຍມິຕິຂອງ ສປປ ລາວ ໄດ້ຮັບ ການສະໜັບສະໜູນຈາກສູນພັດ ທະນາ OECD ແລະ ສະຫະພາບເອີ ຣົບ ເພື່ອປະເມີນສະພາບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ແລະ ໃຫ້ຂໍ້ສະເໜີດ້ານ ນະໂຍບາຍ ເພື່ອແກ້ໄຂຂໍ້ຈໍາກັດດ້ານ ການເງິນ ຮັບປະກັນການສະໜອງ ທຶນແບບຍືນຍົງ ທີ່ຈໍາເປັນສໍາລັບ ການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX(2021-2025)ແລະຍຸດ ທະສາດການເງິນ ເພື່ອສະໜັບສະ ໜູນແຜນການ 5 ປີ ຄັ້ງທີ IX ໂດຍ ລົງເລິກການສ້າງລາຍຮັບງົບປະ ມານແບບຍືນຍົງຄຽງຄູ່ກັບການປັບ ປຸງນະໂຍບາຍດ້ານອາກອນ ແລະ ການຄຸ້ມຄອງ ແລະ ສົ່ງເສີມການລົງ ທຶນ; ການເຕີບໂຕສີຂຽວທີ່ເນັ້ນໃສ່ ການຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ການ ຍົກລະດັບຂີດຄວາມສາມາດດ້ານ ສະຖິຕິສິ່ງແວດລ້ອມ ເພື່ອເຂົ້າເຖິງ ການເງິນສີຂຽວ ແລະ ແຫລ່ງທຶນຮູບ ແບບໃໝ່, ແນໃສ່ຮັບປະກັນການພັດ ທະນາຕາມທິດຄຸນນະພາບ, ມີຈຸດ ສຸມ, ສີຂຽວ ແລະ ຍືນຍົງຄຽງຄູ່ກັບ ການກະກຽມຄວາມພ້ອມໃນການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ, ການບັນ ລຸເປົ້າໝາຍການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບ ຍືນຍົງ. ທ່ານ ນາງ ພອນວັນ ອຸທະວົງ ໄດ້ໃຫ້ຮູ້ວ່າ: ບົດລາຍງານບົດລາຍ ງານການທົບທວນຫລາຍມິຕິຂອງ ສປປ ລາວ ມີຄວາມສໍາຄັນໃນການ ປະກອບສ່ວນຈັດຕັ້ງປະຕິບັດທ້າຍ ສະໄໝ ແຜນການ 5 ປີຄັ້ງທີ IX (2021-2025) ເຊິ່ງຍັງມີສິ່ງທ້າ ທາຍ ແລະ ຂໍ້ຫຍຸ້ງຍາກຫລາຍປະ ການອັນເນື່ອງມາຈາກຜົນກະທົບ ທີ່ສະສົມຈາກການແພ່ລະບາດຂອງ ]kp'kodkomq [m;os]kp,y 8y 0v' lxx ]k; dj P;da [dkog'o grnj vdkora fmtokc[[pn opq ' y g9Q k|h kmu j vk;5 3l76 j Ij ;,c,j oE0v'{l vkg,]y dk mq [m;o7n ozq odkoIj ;,,n w]ptzj ko,k ພະຍາດໂຄວິດ, ວິກິດການທາງດ້ານ ເສດຖະກິດ ແລະ ການເງິນໃນຂອບ ເຂດທົ່ວໂລກ ແລະ ຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດທີ່ ນັບມື້ຮ້າຍແຮງບວກກັບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດການເງິນ ຂອງ ສປປ ລາວ ເຮັດໃຫ້ບາງໜ້າ ວຽກມີຄວາມຄືບໜ້າຊ້າ. ຜົນຂອງການທົບທວນຫລາຍ ມິຕິຄັ້ງນີ້, ໄດ້ຊ່ວຍໃນການຄົ້ນຄວ້າ ແລະກຳນົດຂໍ້ສະເໜີດ້ານນະໂຍບາຍ ຕ່າງໆທີ່ສຳຄັນ ທີ່ສາມາດຈັດຕັ້ງ ປະຕິບັດໄດ້ ເພື່ອເພີ່ມທະວີໂອກາດ ທາງດ້ານການເງິນແລະການລົງທຶນ ແບບຍືນຍົງ ໂດຍສະເພາະໃນຂະ ແໜງກະສິກຳ ແລະ ປ່າໄມ້, ຊັບພະ ຍາກອນທຳມະຊາດ, ພະລັງງານສະ ອາດ ແລະ ການທ່ອງທ່ຽວ; ການ ເພີ່ມປະສິດທິພາບການເກັບລາຍ ຮັບອາກອນ ແລະ ການດຶງດູດການ ລົງທຶນພາກເອກະຊົນທີ່ມີຄຸນນະ ພາບ. ປັດຈຸບັນກະຊວງແຜນການ ແລະ ການລົງທຶນກຳລັງສົມທົບກັບ ທຸກພາກສ່ວນກ່ຽວຂ້ອງກະກຽມ ການສ້າງແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ X ຢ່າງເປັນຂະ ບວນຟົດຟື້ນ ເພື່ອຮັບປະກັນໃຫ້ແຜນ ການ 5 ປີ ຄັ້ງຕໍ່ໄປໄດ້ສືບຕໍ່ແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການ ເງິນຢ່າງມີໝາກຜົນສູງ. ດັ່ງນັ້ນ, ໃນ ໄລຍະທ້າຍສະໄໝຂອງແຜນການ 5 ປີ ຄັ້ງທີ IX ນີ້ ຈະໄດ້ສຸມ ແລະ ເລັ່ງທຸກຄວາມພະຍາຍາມ ເພື່ອ ເຮັດໃຫ້ຄາດໝາຍສູ້ຊົນສາມາດບັນ ລຸໄດ້ ຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນສືບຕໍ່ປະກອບສ່ວນຢ່າງຫ້າວ ຫັນ ແລະ ຕັ້ງໜ້າ ກໍຄື ການຜັນຂະ ຫຍາຍຜົນຂອງການຄົ້ນຄວ້າຄັ້ງນີ້ ເຂົ້າໃນວຽກງານຂອງຕົນຢ່າງມີປະ ສິດທິພາບ ແລະ ປະສິດທິຜົນສູງ. ຂ່າວ: ກິດຕາ, ພາບ: ເກດສະໜາ ຂປລ. ສປປ ລາວ ແລະ ສ ອາເມ ລິກາ ໄດ້ເປັນເຈົ້າພາບຮ່ວມຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບ ການຮ່ວມມືຄູ່ຮ່ວມ ແມ່ນໍ້າ ຂອງ-ສ ອາເມລິກາ (Mekong-U.S Partnership Senior Officials’ Meeting) ໃນວັນທີ 5 ມິຖຸນາ 2024 ຜ່ານມາ, ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະ ທານຮ່ວມລະຫວ່າງທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ແລະ ທ່ານ ນາງ ເມລິສຊາ ບຣາວນ໌(MelissaBrown)ຮອງ ຜູ້ຊ່ວຍລັດຖະມົນຕີກະຊວງການ ຕ່າງປະເທດ ສ ອາເມລິກາ, ຫົວໜ້າ ເຈົ້າໜ້າທີ່ອາວຸໂສຂອງ ສ ອາເມລິ ກາ, ມີບັນດາຫົວໜ້າເຈົ້າໜ້າທີ່ອາ ວຸໂສປະເທດສະມາຊິກແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແນໃສ່ສົ່ງ ເສີມການພົວພັນຮ່ວມມືລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳ ຂອງ ແລະ ສ ອາເມລິກາ ເພື່ອທົບ ທວນຄືນໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ກໍຄືບັນດາແຜນ ງານ-ໂຄງການທີ່ນອນຢູ່ໃນແຜນປະ ຕິບັດງານຂອບການຮ່ວມມືຄູ່ຮ່ວມ ແມ່ນໍ້າຂອງ-ສ ອາເມລິກາ 2024- 2026 ແລະ ປຶກສາຫາລືກ່ຽວກັບ ແຜນການຈັດກອງປະຊຸມລັດຖະ ມົນຕີຕ່າງປະເທດ ແລະ ແຜນການ ຮ່ວມມືໃນຕໍ່ໜ້າ ເພື່ອຊຸກຍູ້ຂອບການ ຮ່ວມມືດັ່ງກ່າວ ໃຫ້ມີຄວາມຄືບໜ້າ. ໂອກາດດຽວກັນ, ໃນວັນທີ 6 ມິຖຸນາ 2024, ສປປ ລາວ ກໍໄດ້ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາ ວຸໂສເພື່ອນແມ່ນໍ້າຂອງ (Friends of Mekong Senior Officials’ Meeting) ພາຍໃຕ້ການເປັນປະ ທານຂອງ ທ່ານນາງ ເມລິ ສຊາ ບຣາວນ໌ ຮອງຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ສ ອາເມ ລິກາ,ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສ ອາເມລິກາ, ໄດ້ຕາງໜ້າຄະນະຜູ້ ແທນຈາກປະເທດສະມາຊິກແມ່ນໍ້າ ຂອງ ແລະ ເພື່ອນແມ່ນໍ້າຂອງເປັນ ຕົ້ນ ທະນາຄານພັດທະນາອາຊີ, ອົດສະຕຣາລີ, ສະຫະພາບເອີຣົບ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ທະ ນາຄານໂລກ ແລະ ຄະນະກຳມະທິ ການແມ່ນໍ້າຂອງສາກົນ ເຂົ້າຮ່ວມ ໃນນາມປະເທດສະມາຊິກ ແລະ ກອງເລຂາອາຊຽນ,ອິນເດຍ,ອັງກິດ ເຂົ້າຮ່ວມໃນນາມສັງເກດການ. ໃນກອງປະຊຸມໄດ້ທົບທວນ ຄືນຜົນຂອງກອງປະຊຸມປຶກສາຫາ ລືທາງດ້ານນະໂຍບາຍຂອບການ ຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມ ລິກາ ໃນເດືອນມີນາ ທີ່ຜ່ານມາໂດຍ ເນັ້ນໃສ່ສົ່ງເສີມການພັດທະນາ ແບບຍືນຍົງຂອງອະນຸພາກພື້ນແມ່ ນ້ຳຂອງ, ການປັບປຸງກົນໄກແລະ ວິ ທີການເຮັດວຽກ ເພື່ອສົ່ງເສີມການ ຮ່ວມມື ແລະ ການປະສານງານລະ ຫວ່າງບັນດາປະເທດສະມາຊິກແມ່ ນ້ຳຂອງ ແລະ ສ ອາເມລິກາ ພາຍ ໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ຂອງແມ່ນ້ຳຂອງ. ຂ່າວ-ພາບ: ກຕທ ສະພາແຫ່ງຊາດສະເໜີ... ທົບທວນຂໍ້ຕົກລົງ... ຂປລ. ໃນວັນທີ7ມິຖຸນາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມໜ່ວຍງານວິຊາການ ຂອງສະພາປະສານງານອາຊຽນ ກ່ຽວກັບການເປັນສະມາຊິກອາ ຊຽນຂອງຕີມໍແລັດສະເຕ (ACCWG on Timor-Leste’s Membership in ASEAN) ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ໂດຍມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ, ຫົວໜ້າເຈົ້າໜ້າທີ່ ອາວຸໂສເສດຖະກິດ ແລະ ຫົວໜ້າ ເຈົ້າໜ້າທີ່ອາວຸໂສວັດທະນະທໍາສັງຄົມ ຂອງອາຊຽນ ແລະ ຕີມໍແລັດ ສະເຕ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອປຶກ ສາ ຫາລື ແລະ ທົບທວນການຈັດຕັ້ງປະ ຕິບັດຂໍ້ຕົກລົງທີ່ຜູ້ນຳອາຊຽນທີ່ໄດ້ ເຫັນດີໃນດ້ານຫລັກການຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ອາຊຽນປະເທດທີ11 ໂດຍສະເພາະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນງານການເຂົ້າເປັນສະມາຊິກ ອາຊຽນສົມບູນຂອງຕີມໍແລັດສະເຕ ທີ່ຖືກຮັບຮອງເອົາໃນກອງປະຊຸມ ເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະ ຊາຊົນລາວ ບັນດາເຜົ່າ ແລະ ພະນັກ ງານ-ລັດຖະກອນ, ພະນັກງານທະ ຫານ-ຕຳຫລວດ. ທ່ານ ສົມມາດ ພົນເສນາ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດ ສະເໜີໃຫ້ລັດຖະບານເລັ່ງ ແກ້ໄຂຫລາຍບັນຫາສຳຄັນ ເພື່ອເຮັດ ໃຫ້ແຜນວຽກຈຸດສຸມ 6 ເດືອນທ້າຍ ປີ 2024 ຂອງລັດຖະບານ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທຳ ໂດຍສະເພາະໃຫ້ເລັ່ງແກ້ໄຂ ບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດສັງຄົມ ກໍຄືບັນຫາໄພເງິນເຟີ້ ແລະ ລາຄາສິນຄ້າ ໂດຍໃຫ້ສືບຕໍ່ຈັດຕັ້ງ ປະຕິບັດບັນດາມາດຕະການໃຫ້ເປັນ ລະບົບຄົບຊຸດ, ເຂັ້ມງວດ, ຕິດພັນ ກັບທຸກຂະແໜງການ ເປັນຕົ້ນ ມາດ ຕະການທາງດ້ານເງິນຕາລວມທັງ ມາດຕະການຕໍ່ອັດຕາແລກປ່ຽນ; ມາດຕະການດ້ານການເງິນ-ງົບ ປະມານ; ມາດຕະການດ້ານການ ຜະລິດ; ມາດຕະການດ້ານການຄ້າ; ມາດຕະການດ້ານຈິດຕະສາດ-ສັງ ຄົມ. ພ້ອມທັງ ໃຫ້ເລັ່ງແກ້ໄຂບັນຫາ ເຄັ່ງຮ້ອນທາງດ້ານວັດທະນາທຳສັງຄົມ ໂດຍສະເພາະເອົາໃຈໃສ່ ສຸດຍອດອາຊຽນຄັ້ງທີ 43 ທີ່ຜ່ານ ມາ ແລະ ການຈັດຕັ້ງປະຕິບັດບັນ ດາກິດຈະກຳຕ່າງໆໃນການສ້າງ ຂີດຄວາມສາມາດໃຫ້ແກ່ຕີມໍແລັດ ສະເຕ ໂດຍການສະໜັບສະໜູນຈາກ ບັນດາປະເທດສະມາຊິກອາຊຽນ ກໍຄື ຄູ່ຮ່ວມມືພາຍນອກ ເພື່ອກະ ກຽມຄວາມພ້ອມໃນການເຂົ້າເປັນ ສະມາຊິກອາຊຽນ. ໃນວັນດຽວກັນ, ທ່ານ ທອງ ຜ່ານ ສະຫວັນເພັດ ໄດ້ສືບຕໍ່ເປັນປະ ທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນບວກສາມ ແລະ ກອງປະ ຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະ ຊຸມສຸດຍອດອາຊີຕາເວັນອອກ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນບວກສາມ(APTSOM) ໄດ້ຮັບຊາບຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນປະຕິບັດ ງານການຮ່ວມມືອາຊຽນບວກ ສາມ (2023-2027) ແລະ ທິດ ທາງການຮ່ວມມືໃນອະນາຄົດ ແລະ ໄດ້ປຶກສາຫາລືທິດທາງແຜນການ ຮ່ວມມືໃນຕໍ່ໜ້າ ກໍຄື ການເສີມສ້າງ ຄວາມເຂັ້ມແຂງຂອງພາກພື້ນໂດຍ ຜ່ານການຮັດແໜ້ນການຮ່ວມມື ຜ່ານກົນໄກອາຊຽນບວກສາມ ເພື່ອຮັບມືກັບສີ່ງທ້າທ້າຍຕ່າງໆ ທີ່່ຈະເກີດຂຶ້ນໃນອະນາຄົດ. ສຳລັບກອງປະຊຸມເຈົ້າໜ້າທີ່ ອາວຸໂສຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS SOM) ໄດ້ທົບທວນຄືນການຈັດຕັ້ງປະຕິ ບັດບັນດາກິດຈະກໍາ ພາຍໃຕ້ຂະ ແໜງການບູລິມະສິດຂອງ ອີເອເອັສ ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດ ແຜນປະຕິບັດງານອີເອເອັສ ສະບັບ ໃໝ່ ສໍາລັບໄລຍະປີ 2024-2028 ໃຫ້ເປັນຮູບປະທໍາ ແລະ ເພີ່ມທະວີ ການຮ່ວມມືກັນຢ່າງໃກ້ຊິດ ແນໃສ່ ສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ ແກ່ການຟື້ນຟູທາງດ້ານເສດຖະກິດ ແລະ ສັງຄົມຢ່າງຮອບດ້ານ ເພື່ອ ກ້າວໄປສູ່ການພັດທະນາເສດຖະ ກິດທີ່ມີການຂະຫຍາຍຕົວ ແລະ ຍືນ ຍົງ.ພ້ອມນີ້,ກອງປະຊຸມຍັງໄດ້ແລກ ປ່ຽນຄວາມຄິດເຫັນກ່ຽວກັບບັນ ຫາພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນ. ນອກຈາກນີ້, ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່າອາວຸ ໂສຂອງ ອີເອເອັສ ຍັງໄດ້ປຶກສາຫາ ລືເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 25 ແລະ ກອງປະ ຊຸມລັດຖະມົນຕີຕ່າງປະເທດຂອງ ກອງປະຊຸມສຸດຍອດອາຊີຕາເວັນ ອອກຄັ້ງທີ14ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ 2024. ພ້ອມທັງ, ກະກຽມ ໃຫ້ແກ່ກອງປະຊຸມສຸດຍອດອາ ຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາເວັນ ອອກຄັ້ງທີ19ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2024 ທີ່ນະຄອນຫລວງວຽງ ຈັນ ສປປ ລາວ. ການປັບປຸງຄຸນນະພາບການສຶກ ສາ, ການສະໜອງຄູສອນ, ການປະ ລະການຮຽນ, ການອຸດໜູນຄູ-ແພດ ອາສາສະໝັກ, ການສ້າງວຽກເຮັດ ງານທຳ, ການສະໜອງແລະຄວາມ ຕ້ອງການແຮງງານໃຫ້ມີຄວາມສົມ ດູນ ແລະ ຕອບສະໜອງຄວາມ ຕ້ອງການຂອງການພັດທະນາ ແລະ ການພັດທະນາຍົກລະດັບສີມືແຮງ ງານ; ຄົ້ນຄວ້າເພີ່ມເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ-ລັດຖະ ກອນ, ທະຫານ-ຕຳຫລວດໃຫ້ສອດ ຄ່ອງກັບສະພາບເງິນເຟີ້ ແລະ ອັດ ຕາແລກປ່ຽນໃນປັດຈຸບັນ; ຄົ້ນຄວ້າ ເພີ່ມຄ່າແຮງງານຂັ້ນຕໍ່າໃຫ້ກໍາມະ ກອນ ແລະ ຜູ້ອອກແຮງງານ, ແກ້ ໄຂບັນຫາຄວາມທຸກຍາກ ແລະ ຄ່າ ຄອງຊີບຂອງປະຊາຊົນ ທີ່ຖີບໂຕຂຶ້ນ ສູງ; ການປັບປຸງກອງທຶນປະກັນສຸ ຂະພາບ ແລະ ການຍົກສູງຄຸນນະ ພາບການບໍລິການຮັກສາສຸຂະພາບ. ພ້ອມນີ້, ໃຫ້ເລັ່ງແກ້ໄຂບັນຫາ ເຄັ່ງຮ້ອນ ທາງດ້ານສິ່ງແວດລ້ອມ ເປັນຕົ້ນ ບັນຫາຜົນກະທົບຈາກການ ຂຸດຄົ້ນແຮ່ທາດ ໃຫ້ມີມາດຕະການ ແກ້ໄຂຢ່າງເຂັ້ມງວດຕໍ່ບັນດາໂຄງ ການທີ່ໄດ້ຮັບການປະເມີນຢູ່ໃນປະ ເພດC+ແລະCໃຫ້ມີການໂຈະ ເພື່ອ ປັບປຸງແກ້ໄຂຕາມຂັ້ນຕອນຂອງ ກົດໝາຍ ແລະ ລະບຽບການທີ່ກຳ ນົດໄວ້ຢ່າງເຂັ້ມງວດ ແລະ ສະເໜີ ໃຫ້ລັດຖະບານພິຈາລະນາຄວບຄຸມ ແລະ ຫລຸດຜ່ອນການສົ່ງອອກວັດ ຖຸດິບບາງລາຍການ ທີ່ຍັງມີຄວາມ ຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ເເລະ ອື່ນໆ ເພື່ອຮັບປະກັນ ການຊົມໃຊ້ພາຍໃນໃຫ້ພຽງພໍ ໂດຍ ສະເພາະ ການຜະລິດຫົວອາຫານ ສັດ. ພ້ອມທັງໃຫ້ເອົາໃຈໃສ່ຈັດຕັ້ງ ປະຕິບັດນະໂຍບາຍ ເພື່ອສ້າງສະ ພາບແວດລ້ອມການລົງທຶນ, ການ ດຳເນີນທຸລະກິດຢ່າງສະດວກ, ວ່ອງ ໄວ, ໂປ່ງໃສ ແລະ ຍຸດຕິທຳ, ສົ່ງ ເສີມການແຂ່ງຂັນ, ການລົງທຶນ FDI ດ້ວຍມາດຕະການບູລິມະສິດ ທີ່ແຂງແຮງ, ສືບຕໍ່ດຶງດູດເອົາການ ລົງທຶນຢ່າງມີຈຸດສຸມ ເພື່ອສ້າງໃຫ້ ເກີດມີຖານການຜະລິດທີ່ໝັ້ນຄົງ, ມີການປຸງແຕ່ງ ໂດຍສະເພາະໂຄງ ການຜະລິດ ເພື່ອສົ່ງອອກໃນຂະ ແໜງການ ທີ່ສປປ ລາວ ມີທ່າແຮງ; ເອົາໃຈໃສ່ຈັດສັນກອງທຶນທາງໃຫ້ ສຳເລັດ ແລະ ສູ້ຊົນບູລະນະສ້ອມ ແປງເສັ້ນທາງທີ່ເປ່ເພ ແລະ ໄດ້ຮັບ ຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ສຳເລັດ ເພື່ອຮັບປະກັນການຄົມ ມະນາຄົມ-ຂົນສົ່ງກັບຄືນສູ່ສະພາບ ປົກກະຕິໂດຍໄວ; ໃຫ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດໃຫ້ແຂງແຮງ ຂຶ້ນກວ່າເກົ່າ, ພ້ອມທັງຄົ້ນຄວ້າປະ ເມີນຄືນບັນດາລາຍການສິນຄ້າທີ່ ສາມາດຜະລິດໄດ້ ເປັນຕົ້ນ ຝຸ່ນ, ອາ ຫານສັດ, ສະບຽງອາຫານທີ່ຮັບ ປະກັນການສະໜອງ ແລະ ຊົມໃຊ້ຢູ່ ພາຍ ໃນໃຫ້ມີຄວາມພຽງພໍພ້ອມທັງ ມີກົນໄກປະສານສົມທົບລະຫວ່າງ ຂະແໜງກະສິກຳແລະປ່າໄມ້ກັບຂະ ແໜງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກຳນົດມາດຕະການ ຈຳກັດ ການນໍາເຂົ້າສິນຄ້າ ໃນລາຍການ ທີ່ສາມາດຜະລິດໄດ້ຢູ່ພາຍໃນທົດ ແທນການນຳເຂົ້າ ເພື່ອສົ່ງເສີມການ ຜະລິດພາຍໃນໃຫ້ຫລາຍຂຶ້ນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==