5880

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 28/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 7totra dIkd4kodv'ra og7,u 15 lts]5 [dkod+lh k' |j ;pra dxvf.l g0A ,c0' |a dc|h o xt9exu 2023 ,6 ooy my ry ']ko lx 9u o rq [xtda [ dq ,8es];fltda fdA o c]t 8h kova d7u wr ຂປລ. ຄະນະພັກຮາກຖານກອງ ພັນເຄມີ15 ຈັດກອງປະຊຸມສະຫລຸບ ຖອດຖອນບົດຮຽນການປັບປຸງກໍ່ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳເຜີຍ ສິມມາໄລ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ ຮາກຖານ, ບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ສະຫວັດ ສິດທິເດດ ເລຂາຄະນະພັກຮາກ ຖານ, ຫົວໜ້າການເມືອງກອງພັນ ເຄມີ 15 ໄດ້ຜ່ານບົດສະຫລຸບຕີ ລາຄາຄຸນນະພາບການກໍ່ສ້າງກົມ ກອງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍໄດ້ ສັງຮວມດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ, ສາເຫດ ແລະ ບາງບົດຮຽນທີ່ ຖອດຖອນໄດ້ເຊິ່ງໄລຍະຜ່ານມາ, ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຈັດ ຕັ້ງຄົ້ນຄວ້າເຊື່ອມຊຶມແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ລະບຽບວິໃນຂອງກອງທັບ, ດຳເນີນຊີວິດການເມືອງຢ່າງກວ້າງ ຂວາງ ແລະ ເລິກເຊິ່ງ; ຈັດປາຖະກະ ຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເພື່ອສ້າງຜົນງານຂ່ຳ ນັບຮັບຕ້ອນວັນສໍາຄັນຕ່າງໆຢ່າງ ເປັນຂະບວນຟົດຟື້ນ; ຄະນະພັກ, ພະນັກງານ-ສະມາຊິກພັກມີຄວາມ ເປັນເອກະພາບສູງຕໍ່ແນວທາງນະ ໂຍບາຍຂອງພັກ, ຢຶດໝັ້ນຕໍ່ອຸດົມ ການຂອງພັກ,ມີຄວາມສາມັກຄີເປັນ ເອກະພາບພາຍໃນແໜ້ນແຟ້ນ, ເຄົາ ລົບ ແລະ ປະຕິບັດລະບຽບກົດໝາຍ, ລະບຽບວິໄນຂອງກອງທັບຢ່າງ ເຂັ້ມງວດ; ແຕ່ລະໜ່ວຍພັກ ໄດ້ຍົກ ສູງສະຕິລະວັງຕົວກົນອຸບາຍທໍາ ລາຍມ້າງເພຂອງສັດຕູ, ນໍາພາຈັດ ຕັ້ງລະບອບ ປະຈຳການຈັດຕັ້ງປ້ອງ ກັນເປົ້າໝາຍສຳຄັນຕ່າງໆມີຄວາມ ສະຫງົບປອດໄພ 100%. ຜ່ານ ການຈັດຕັ້ງປະຕິບັດຂະບວນການ ກໍ່ສ້າງໜ່ວຍພັກ ສາມາດສ້າງໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2023 ທົ່ວກອງ ພັນເຄມີ 15 ມີ 5 ໜ່ວຍພັກ. ໃນນີ້, ມີໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດ ຕໍ່ກັນ 4 ສະໄໝ 4 ໜ່ວຍພັກ ແລະ 3 ສະໄໝຕິດຕໍ່ກັນ 1 ໜ່ວຍພັກ. ໃນພິທີ, ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ, ໜັກ ແໜ້ນໃຫ້ບັນດາໜ່ວຍພັກທີ່ຂຶ້ນຄະ ນະພັກຮາກຖານກັບກອງພັນເຄມີ 15 ແລະ ມອບຫລຽນໄຊພິລະອາດ ຫານຊັ້ນ II ຈໍານວນ 10 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ III ຈໍານວນ 24 ສະຫາຍ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ 9 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 10 ສະຫາຍ ໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ. ຂ່າວ: ຄຳອ້າຍ ທອງວັນ ຂປລ. ມູນນິທິ ພິງລານ ແລະ ມູນນິທິຈີນ ນະຄອນຫລວງວຽງຈັນ ໄດ້ພົບປະແລກປ່ຽນບົດຮຽນກັບ ກົມຕຳຫລວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ໃນວັນທີ 24 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ນາງ ສຸວັນນາ ຮອງ ຫົວໜ້າກົມຮ່ວມມືສາກົນຫລຸດຜ່ອນ ໄພພິບັດແຫ່ງຊາດ ກະຊວງຄຸ້ມຄອງ ເຫດສຸກເສີນ ສປ ຈີນ ແລະ ທ່ານ ພັອ ຈັນຫອມ ແກ້ວສຸລາໄຊ ຮອງຫົວ ໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມດ້ວຍຄະນະ ເຊິ່ງ ສອງຝ່າຍໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານ ໂດຍສະ ເພາະວຽກງານການປ້ອງກັນດ້ານ ອັກຄີໄພໃນຕົວເມືອງ,ໄພພິບັດທາງ ທຳມະຊາດ ແລະ ການຊ່ວຍເຫລືອ ສຸກເສີນ ແລະ ອື່ນໆ. ໂອກາດນີ້, ທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ໄດ້ສະແດງຄວາມຊົມ ເຊີຍມາຍັງມູນນິທິ ພິງລານ ສປ ຈີນ ທີ່ໃຫ້ການສະໜັບສະໜູນຍົກລະດັບ ວຽກງານກູ້ໄພ ແລະ ສະກັດກັ້ນເຫດ ສຸກເສີນໃຫ້ແກ່ໜ່ວຍງານກູ້ໄພພາຍ ໃນນະຄອນຫລວງວຽງຈັນ. ພ້ອມ ນີ້ທ່ານຍັງໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ ເດືອນມັງກອນ ຫາ ເດືອນເມສາ 2024 ທົ່ວປະເທດມີອັກຄີໄພເກີດ ຂຶ້ນທັງໝົດ 96 ຄັ້ງ, ສົ່ງຜົນເສຍເຫຍ ມູນຄ່າ 38 ຕື້ກວ່າກີບ, ຮ້າຍແຮງ ໄປກວ່ານັ້ນ ຍັງມີຜູ້ເສຍຊີວິດ 6 ຄົນ ແລະ ຮັບບາດເຈັບ 2 ຄົນ. ພ້ອມກັນນີ້, ທັງສອງຝ່າຍຍັງມີ ແຜນການທີ່ຈະຮ່ວມມືຍົກລະດັບ ວຽກງານຕ້ານອັກຄີໄພ ແລະ ເຫດ ສຸກເສີນໃຫ້ແກ່ພະນັກງານພາຍໃນ ກົມຕື່ມອີກ ແລະ ຈະຈັດຝຶກອົບຮົມ ໃຫ້ແກ່ໜ່ວຍກູ້ໄພ ພາຍໃນນະຄອນ ຫລວງວຽງຈັນ ກ່ຽວກັບການກູ້ໄພ ແລະ ສະກັດກັ້ນ ໃນກໍລະນີເກີດອຸບັດ ເຫດ ລະຫວ່າງວັນທີ23 ຫາ 25 ພຶດ ສະພາທີ່ນະຄອນຫລວງວຽງຈັນ. ຮອງລັດຖະມົນຕີ ກະຊວງ... ເຮັດວຽກຮ່ວມກັບ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງ ການທີ່ກ່ຽວຂ້ອງຂອງແຂວງຫົວ ພັນ ເພື່ອຮ່ວມກັນປຶກສາຫາລື, ກວດ ກາ ແລະ ເກັບກຳຂໍ້ມູນດ່ານທ້ອງຖິ່ນ ປ່າຮ່າງ ເມືອງສົບເບົາແຂວງຫົວພັນ ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງ ປະຊຸມນາຍົກ-ຮອງນາຍົກລັດຖະ ມົນຕີ ໃນເດືອນມິຖຸນາ 2024 ເພື່ອ ພິຈາລະນາຍົກລະດັບຂຶ້ນເປັນດ່ານ ສາກົນ. ການລົງກວດກາ ແລະ ເກັບກໍາຂໍ້ ມູນຄັ້ງນີ້, ເປັນການປະຕິບັດຕາມກົດ ໝາຍວ່າດ້ວຍຊາຍແດນແຫ່ງຊາດ, ດຳລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ແລະ ແຈ້ງການ ຂອງຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ,ການຍົກລະດັບດ່ານ ທ້ອງຖິ່ນປ່າຮ່າງ ຂຶ້ນເປັນດ່ານສາ ກົນ ຈະເປັນການປະກອບສ່ວນສ້າງ ສາຍພົວພັນມິດຕະພາບທີ່ດີກັບປະ ເທດເພື່ອນບ້ານ, ປະກອບສ່ວນອຳ ນວຍຄວາມສະດວກໃນການບໍລິ ການ, ຊຸກຍູ້ສົ່ງເສີມການແລກປ່ຽນ ສິນຄ້າ,ການລົງທຶນ,ການທ່ອງທ່ຽວ ຢູ່ພາຍໃນແຂວງຫົວພັນ ແລະ ພາກ ເໜືອຂອງ ສປປ ລາວ ໃຫ້ມີການ ຂະຫຍາຍຕົວ. ທັງເປັນການອຳ ນວຍຄວາມສະດວກໃຫ້ແກ່ພົນລະ ເມືອງລາວ, ຫວຽດນາມ ແລະ ພົນລະເມືອງປະເທດທີສາມສາມາດ ເດີນທາງ ເຂົ້າ-ອອກ ຜ່ານດ່ານປ່າ ຮ່າງຢ່າງຖືກຕ້ອງຕາມລະບຽບກົດ ໝາຍຂອງ ສປປ ລາວ ໂດຍສະ ເພາະ ເປັນປະເທດເຊື່ອມໂຍງກັບປະ ເທດລຸ່ມແມ່ນໍ້າຂອງ ແລະ ບັນດາ ປະເທດໃນພາກພື້ນ. ການລົງເຄື່ອນໄຫວເຮັດວຽກ ຄັ້ງນີ້, ນອກຈາກສຳຫລວດກວດກາ ເບິ່ງພື້ນທີ່ຕົວຈິງແລ້ວ, ທ່ານຮອງລັດ ຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຮັບຟັງການລາຍງານຈາກ ເຈົ້າໜ້າທີ່ຂອງແຂວງຫົວພັນພ້ອມ ທັງຮັບຟັງການປະກອບຄວາມຄິດ ເຫັນ ຂອງບັນດາຜູ້ຕາງໜ້າຈາກຂະ ແໜງການກ່ຽວຂ້ອງຂອງສູນກາງ ແລະທ້ອງຖິ່ນ ເຫັນວ່າດ່ານດັ່ງກ່າວ, ຍັງບໍ່ສາມາດປະຕິບັດໄດ້ຄົບຕາມ 15 ເງື່ອນໄຂທີ່ກຳນົດໄວ້ໃນດຳ ລັດວ່າດ້ວຍດ່ານຊາຍແດນ ແລະ ສະ ໜາມບິນສາກົນ ເປັນຕົ້ນ ສະຖານ ທີ່ເຮັດວຽກຂອງເຈົ້າໜ້າທີ່ຍັງບໍ່ ພຽງພໍ, ຫໍພັກພະນັກງານ, ເຄື່ອງມື ອຸປະກອນທີ່ຈຳເປັນ, ສາງເກັບມ້ຽນ ສິນຄ້າ, ນໍ້າປະປາ, ໄຟຟ້າ ແລະ ອື່ນໆ. ສະນັ້ນ, ທ່ານຮອງລັດຖະມົນ ຕີ ຈຶ່ງໄດ້ຊີ້ນຳບັນດາຂະແໜງການ ກ່ຽວຂ້ອງຂອງສູນກາງ ແລະ ທ້ອງ ຖິ່ນ ຈົ່ງຮີບຮ້ອນປະສານສົມທົບ ກັນກໍ່ສ້າງພື້ນຖານໂຄງລ່າງຂອງ ດ່ານ, ການກະກຽມບຸກຄະລາກອນ ຂອງທຸກຂະແໜງການ, ຕອບສະ ໜອງເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆ ໂດຍສະເພາະບາງ ເງື່ອນໄຂທີ່ຈຳເປັນໃນການບໍລິການ ໃຫ້ສາມາດຮອງຮັບໃນເບື້ອງຕົ້ນນີ້ ກ່ອນ. ສ່ວນເງື່ອນໄຂອື່ນໆຈຶ່ງພັດ ທະນາໄປ ແຕ່ລະບາດກ້າວໃຫ້ຄົບ ຕາມເງື່ອນໄຂມາດຕະຖານທີ່ໄດ້ກຳ ນົດໄວ້ໃນດຳລັດ ວ່າດ້ວຍດ່ານຊາຍ ແດນ ແລະ ສະໜາມບິນສາກົນ. ດ່ານທ້ອງຖິ່ນປ່າຮ່າງ ເມືອງ ສົບເບົາແຂວງຫົວພັນເປັນດ່ານຊາຍ ແດນທາງບົກ, ໄດ້ຮັບການສ້າງຕັ້ງ ຂຶ້ນ ໃນວັນທີ 1 ມີນາ 1990, ຕັ້ງ ຢູ່ເຊິ່ງໜ້າກັບດ່ານລ່ອງເຊີບເມືອງ ມົກເຈົ່າ ແຂວງເຊີນລາ ສສ ຫວຽດ ນາມ. ດ່ານທ້ອງຖິ່ນປ່າຮ່າງຕັ້ງຢູ່ ຫ່າງຈາກເທສະບານເມືອງສົບເບົາ ປະມານ 21 ກິໂລແມດ ແລະ ຫ່າງ ຈາກເທສະບານເມືອງຊຳເໜືອ ແຂວງຫົວພັນ ປະມານ 100 ກິໂລ ແມັດ. ຂ່າວ-ພາບ: ກຕທ ສະຫລຸບຖອດຖອນ... 4 ກົມໃຫຍ່, ຫ້ອງວ່າການກະຊວງ ປ້ອງກັນປະເທດ, ອົງການໄອຍະ ການປະຊາຊົນສູງສຸດ ແລະຄະນະ ພັກ-ຄະນະບັນຊາອົງການ, ກົມກອງ ກຳລັງຫລວງ, ກຳລັງທ້ອງຖິ່ນໃນ ທົ່ວກອງທັບ ເຂົ້າຮ່ວມ. ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ສະຫລຸບຖອດຖອນບົດຮຽນວຽກ ງານໄອຍະການທະຫານທົ່ວກອງ ທັບ ໃນຄັ້ງນີ້, ຈະໄດ້ຮັບຟັງການສະ ຫລຸບຕີລາຄາຄືນການຈັດຕັ້ງປະຕິ ບັດວຽກງານໄອຍະການທະຫານ ໃນຊຸມປີຜ່ານມາ ແລະ ທິດທາງແຜນ ການ 5 ປີ ຕໍ່ໜ້າທີ່ອົງການໄອຍະ ການທະຫານ ໄດ້ບຸກບືນຜ່ານຜ່າ ດ້ວຍຄວາມເອົາໃຈໃສ່ສູ້ຊົນສາມາດ ຍາດໄດ້ຜົນງານຫລາຍດ້ານທີ່ສໍາ ຄັນ, ປະກອບສ່ວນເຮັດໃຫ້ອົງການ ຈັດຕັ້ງ, ກົມກອງ, ກຳລັງຫລວງແຕ່ ສູນກາງລົງຮອດທ້ອງຖິ່ນມີຄວາມ *** ຕໍ່ຈາກໜ້າ 1 *** ສະຫງົບໂດຍພື້ນຖານມີຄວາມເປັນ ລະບຽບຮຽບຮ້ອຍ, ຄວາມສັກສິດ ແຫ່ງການຄຸ້ມຄອງ ລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ໄດ້ຮັບການ ຍົກສູງຂຶ້ນບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ກໍຄືການລະເມີດກົດໝາຍ ຂອງນາຍ ແລະ ພົນທະຫານ ໄດ້ຮັບ ການແກ້ໄຂຕາມທິດທາງ ແລະ ມາດ ຕະການຕ່າງໆຢ່າງເປັນເຈົ້າການ, ແຕ່ພວກເຮົາກໍຮັບຮູ້ນໍາກັນວ່າໜ້າ ທີ່ຂອງອົງການໄອຍະການທະຫານ ໃນການຕິດຕາມກວດກາການເຄົາ ລົບ ແລະ ປະຕິບັດກົດໝາຍຂອງອົງ ການຈັດຕັ້ງ,ກົມກອງ,ນາຍແລະພົນ ທະຫານໃນຖັນແຖວກອງທັບບໍ່ທັນ ໄດ້ດີເທົ່າທີຄວນ. ແຕ່ກອງປະຊຸມ ຄັ້ງນີ້, ຈະໄດ້ລົງເລິກຄົ້ນຄວ້າກ່ຽວ ມາດຕະການທີ່ແທດເໝາະຕົວຈິງ ແລະ ໃຫ້ມີປະສິດທິຜົນກວ່າເກົ່າ. ກອງປະຊຸມຈະໄດ້ພ້ອມກັນຄົ້ນ ຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ບັນດາເນື້ອໃນວຽກງານສຳຄັນ ຄື: ບົດສະຫລຸບຕີລາຄາການເຄື່ອນ ໄຫວວຽກງານຮອບດ້ານຊຸມປີຜ່ານ ມາ ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ 5 ປີ ຕໍ່ໜ້າ, ຮັບຟັງ ການປະກອບຄໍາຄິດຄໍາເຫັນຂອງ ບັນດາຜູ້ແທນກອງປະຊຸມ, ຮັບຟັງ ການປະກອບຄໍາເຫັນ ຂອງສະຫາຍ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ແລະ ຈະໄດ້ຮັບກຽດຢ່າງ ສູງຮັບຟັງການໂອ້ລົມຂອງຂັ້ນເທິງ. ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ຍັງໄດ້ຮຽກຮ້ອງ ມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາຄວາມຮູ້-ຄວາມສາ ມາດ ແລະ ບົດຮຽນພຶດຕິກຳຕົວຈິງ, ປະກອບຄໍາຄິດຄໍາເຫັນເຮັດໃຫ້ເນື້ອ ໃນກອງປະຊຸມມີຄວາມເລິກເຊິ່ງ ໄຈ້ແຍກໃຫ້ເຫັນດ້ານດີຜົນງານ, ບົດຮຽນ, ຂອດທີ່ຍັງຄົງຄ້າງ, ສາ ເຫດຕົ້ນຕໍ ແລະ ພຶດຕິກຳ, ວິທີແກ້ ໄຂ ເພື່ອພ້ອມກັນປັບປຸງ ເຮັດໃຫ້ອົງ ການໄອຍະການທະຫານປະຕິບັດ ພາລະບົດບາດຕິດຕາມກວດກາ ການປະຕິບັດກົດໝາຍ ໃນທົ່ວກໍາລັງ ປະກອບອາວຸດປ້ອງກັນຊາດໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ. ຂ່າວ-ພາບ: ສຸກສາຄອນ

RkJQdWJsaXNoZXIy MTc3MTYxMQ==