xtgmf]k; 3 28/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ໂດຍ: ຢ່າຕົງ xt-k-q o[h kookc-' 9t,u vk-u [\A o7q ' s]a 'wfh Ia [co;ra o,vo lv9 .orkdxt8y [a f gIa fcmh m5 drkdlj ;o 9bj 'gxa o\kdzq o 0= h ]y g]uj , |bj 'c]; |bj 'glA omk' oezq oxt3spfl6 'l5 f.sh cdj lxx ]k; * ນັບວ່າເປັນອີກໜຶ່ງຄວາມພາກ ພູມໃຈສຳລັບປະຊາຊົນບ້ານນາ ແຊງ ເມືອງເຟືອງ ແຂວງວຽງຈັນ ທີ່ຈະມີອາຊີບໝັ້ນຄົງ ແລະ ມີລາຍ ຮັບເຂົ້າຄອບຄົວໃນອະນາຄົດ ພາຍ ຫລັງພາກສ່ວນກ່ຽວຂ້ອງໄດ້ຈັດ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງ ພົວພັນຫລາຍຂະແໜງການທັງ ພາກສ່ວນຂົງເຂດເສດຖະກິດ ແລະ ວັດທະນະທໍາ-ສັງຄົມລ້ວນແຕ່ມີພັນ ທະໜ້າທີ່ຄວາມຮັບຜິດຊອບ ທີ່ຕ້ອງ ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ ນໍາ ສອຈ ຕາມທີ່ຕັ້ງພາລະບົດບາດ ຂອງຕົນເອງຢ່າງເປັນເຈົ້າການ. ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍທິດຊີ້ນໍາ ສອຈ, ບົດນີ້ ຂໍຍົກ ເອົາບາງເນື້ອໃນ ທີ່ຕິດພັນທັງພາກ ສ່ວນກ່ຽວຂ້ອງສະເພາະແລະຫລາຍ ພາກສ່ວນ ກໍ່ຄືທົ່ວສັງຄົມຕ້ອງປະ ກອບສ່ວນແທ້ ເພາະການແກ້ໄຂບັນ ຫາພວກເຮົາກໍ່ໄດ້ເຮັດມາດົນ ຍ້ອນ ເຫັນຈຸດຈໍາກັດທີ່ຕ້ອງສຸມໃສ່ແກ້ ນັ້ນຄື:“ຄຸ້ມຄອງແລະສ້າງເງື່ອນໄຂ ໃຫ້ແກ່ການຫລຸດຜ່ອນຕົ້ນທຶນ, ຍົກ ສູງສະມັດຕະພາບການຜະລິດ ແລະ ສິນຄ້າ ໃຫ້ໄດ້ມາດຕະຖານ; ສ້າງ ຍີ່ຫໍ້ສິນຄ້າໃຫ້ຫລາກຫລາຍໂດຍ ເສີມຂະຫຍາຍທ່າແຮງຂອງຊາດ, ຂອງທ້ອງຖິ່ນ; ໂຄສະນາ, ສ້າງຄ່າ ນິຍົມ, ຊຸກຍູ້ ສົ່ງເສີມການຊົມໃຊ້ສິນ ຄ້າພາຍໃນໃຫ້ແຂງແຮງ”. ວຽກງານຄຸ້ມຄອງລາຄາສິນ ຄ້າ ກໍ່ຄືການສ້າງເງື່ອນໄຂໃຫ້ແກ່ ການຫລຸດຜ່ອນຕົ້ນທຶນການຜະ ລິດ-ຍົກສູງສະມັດຕະພາບການຜະ ລິດ ແລະ ສິນຄ້າ ໃນໄລຍະຜ່ານມາ ແມ່ນໄດ້ຮັບການເອົາໃຈໃສ່ຢ່າງຈິງ ຈັງ ແລະ ມີຜົນສໍາເລັດເປັນພື້ນຖານ ໃຫ້ແກ່ການຂັບເຄື່ອນວຽກງານຊຸກ ຍູ້ສົ່ງເສີມການຜະລິດສິນຄ້າຢູ່ພາຍ ໃນປະເທດ ດີພໍສົມຄວນ. ແຕ່ເຖິງ ຢ່າງໃດກໍ່ດີ ເມື່ອສົມທຽບກັບຄວາມ ຮຽກຮ້ອງຕ້ອງການ ເພື່ອກ້າວສູ່ ຄວາມຍືນຍົງແລ້ວ ພວກເຮົາກໍ່ຍັງ ມີຫລາຍອັນທີ່ຕ້ອງສືບຕໍ່ປະຕິບັດ ຢ່າງເຕັມທີ່ຕື່ມ. ກ່ຽວກັບນະໂນບາຍ ສົ່ງເສີມ ເພື່ອປົກປ້ອງຜູ້ຜະລິດ ແລະ ປະກອບການພາຍໃນປະເທດແມ່ນ ມີຈະແຈ້ງມາແລ້ວ, ສະນັ້ນ ຈໍາເປັນ ຄວນກວດກາຄືນ ໃນພຶດຕິກໍາຕົວ ຈິງວຽກງານຕ່າງໆທີ່ຕິດພັນ ແລະ ສະພາບບໍລິໂພກຂອງສັງຄົມວ່າມັນ ຄາບ່ອນໃດແທ້ ຫລື ທຸກອັນກໍ່ໄດ້ປະ ຕິບັດ, ໄດ້ຮັບຄວາມຮ່ວມມືດີແທ້ ຫລື ໃນລະດັບ “ພໍໄດ້” ເທົ່ານັ້ນ? ຫລືຄືໆແຕ່ຫົວທີບາດແລ້ວກໍ່ຄ່ອຍໆ ຈາງຄ່ອຍຫ່າງໄປ...ຄວນຊອກໃຫ້ ເຫັນແທ້ ຈຶ່ງຈະເກົາຖືກບ່ອນຄັນ. ການເສີມຂະຫຍາຍນໍ້າໃຈຮັກຊາດ ເພິ່ງພໍໃຈໃນກໍາລັງຂອງຕົນເອງ ແມ່ນຈຸດໜຶ່ງທີ່ທຸກຄົນອາດຈະກວດ ຄືນ, ກ່າວຄື ເຮັດຢູ່, ຮັກຢູ່ ແຕ່ບໍ່ຖ້າບໍ່ ທັນເລິກເຊິ່ງ ແບບປະສາຊາວບ້ານ ວ່າ ມັນບໍ່ທັນເຂົ້າກະດູກດໍາ, ກໍ່ຈະ ເກີດສະພາບເຮັດບໍ່ສຸດຂຸດບໍ່ເຖິງ (ເປົ້າໝາຍທີ່ແທ້ຈິງ). ມື້ນີ້ຄຽດຢູ່ ແລະ ຄຽດແທ້ຄຽດວ່າໃຫ້ເຂົາທີ່ ເວົ້າໃສ່ເຮົາ (ຄືດັ່ງຫລາຍກໍລະນີທີ່ ຄົນຊາດອື່ນເວົ້າສຽດສີ ໃສ່ຮ້າຍ ປ້າຍສີເຮົາ), ຄຽດບໍ່ພໍເທົ່າໃດ ເມື່ອ ເຂົາເວົ້າດີນໍາ ກໍ່ກັບເປັນຄືເກົ່າ, ໃຊ້ ຂອງເຂົາຄືເກົ່າ... ການຄຸ້ມຄອງສິນຄ້າ, ການສ້າງ ເງື່ອນໄຂຫລຸດຜ່ອນຕົ້ນທຶນ...ບໍ່ ໝາຍວ່າແມ່ນໜ້າວຽກຝ່າຍດຽວ ຂອງຂະແໜງການລັດກ່ຽວຂ້ອງ, ມັນພົວພັນທຸກພາກສ່ວນ ລວມທັງ ທົ່ວສັງຄົມ. ພວກເຮົາຕ້ອງຊ່ວຍກັນ ສ້າງສະພາບແວດລ້ອມທີ່ເອື້ອອໍາ ນວຍໃຫ້ແກ່ການຄຸ້ມຄອງ, ການ ຫລຸດຕົ້ນທຶນ ແຕ່ກົກ, ປະກອບສ່ວນ ຊົມໃຊ້ໃຫ້ທົ່ວເຖິງ, ສ້າງເປັນຄວາມ ຊິນເຄີຍການອຸປະໂພກ-ບໍລິໂພກສິ່ງ ຂອງທີ່ຜະລິດພາຍໃນ ແລະ ໃຫ້ມີ ຄວາມຍືນຍົງແທ້ໆ ຈຶ່ງຈະຮັບປະກັນ ຄວາມເປັນເອກະລາດ ແລະ ເປັນ ເຈົ້າຕົນເອງດ້ານເສດຖະກິດໄດ້. ເບິ່ງຫລາຍປະເທດທີ່ເສດຖະກິດ ເຂັ້ມແຂງ ລ້ວນແຕ່ອາໄສກໍາລັງ ພາຍໃນເປັນສໍາຄັນ. ສິນຄ້າຜະລິດ ໃໝ່ ຜະລິດທໍາອິດ ບາງທີກໍ່ບໍ່ເຮັດ ຖືກໃຈຄົນໄດ້ໝົດ, ແຕ່ຖ້າເຮົາຄິດ ເຫັນບັນຫາພາຍພາກໜ້າ ທີ່ຕ້ອງມີ ຈຸດເລີ່ມຈາກຕໍ່າໄປຫາສູງ ກໍ່ຈະເຂົ້າ ໃຈ ແລະ ປະກອບສ່ວນສ້າງກໍາລັງ ແຮງພາຍໃນ ຢ່າງບໍ່ລັງເລ. ເຮັດແທ້ ເອົາໃຈໃສ່ແທ້ທຸກພາກສ່ວນທຸກ ຄົນບໍ່ມີຫຍັງບໍ່ສໍາເລັດຜົນ. * ສະພາບຫຍຸ້ງຍາກຊົ່ວຄາວ ດ້ານເສດຖະກິດ ມັນກໍ່ມີເປັນໄລຍະ, ຕ່າງແຕ່ວ່າບາງໄລຍະເບົາ-ໜັກອີງ ໃສ່ສະພາບເງື່ອນໄຂຕົວຈິງຂອງ ການພັດທະນາ. ຢ່າງໃດກໍ່ດີ ພາຍ ຫລັງການລະບາດຂອງພະຍາດໂຄ ວິດ-19 ມານີ້, ສະພາບລວມຂອງ ໂລກມີລັກສະນະໜັກໜ້າ, ອັນເປັນ ຜົນມາຈາກຄວາມຂັດແຍ້ງ ຕໍ່ສູ້ກັນ ຢູ່ບັນດາປະເທດທີ່ມີບົດບາດຕໍ່ເສດ ຖະກິດໂລກ. ສໍາລັບປະເທດທີ່ບໍ່ທັນ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາຄືພວກເຮົາ, ຜົນສະ ທ້ອນຈາກພາຍນອກຖືວ່າໜັກໜ່ວງ ປີມໍ່ໆມາຮອດດຽວນີ້. ເຖິງຢ່າງໃດ ພັກ-ລັດບໍ່ໄດ້ນິ່ງນອນໃຈ,ໄດ້ສຸມໃສ່ ແກ້ໄຂຢ່າງເອົາການເອົາງານແຕ່ ຫົວທີ ນັບແຕ່ໄລຍະປະເຊີນໜ້າໂຄ ວິດ-19ພວກເຮົາກໍ່ໄດ້ປຸກລະດົມກັນ ນັບແຕ່ນັ້ນມາ ໃຫ້ຫັນການດໍາລົງຊີ ວິດແບບໃໝ່ໃນເງື່ອນໄຂຂອງພວກ ເຮົາ, ປຸກລະດົມຫັນຈາກແນວຄິດ ບໍລິໂພກໃຫ້ມີການຜະລິດທີ່ຫລາກ ຫລາຍ...ສ້າງຄວາມເຂັ້ມແຂງພາຍ ໃນ, ຫລຸດຜ່ອນການເພິ່ງພາອາໄສ ນໍາເຂົ້າ ສໍາລັບສິນຄ້າທີ່ພວກເຮົາມີ, ສາມາດຜະລິດເອງ ແລະ ຊ່ວຍກັນ ຊົມໃຊ້ໃຫ້ຫລາຍ ບັນດາຜະລິດຕະພັນ ພາຍໃນ. ທິດຊີ້ນໍາກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງແມ່ນຖືກຕ້ອງທີ່ສຸດແລ້ວເພາະ ສະນັ້ນໃນພາກປະຕິບັດຈະຕ້ອງເຮັດ ແທ້ໝົດທຸກພາກສ່ວນ ຈຶ່ງຈະເປັນ ໝາກເປັນຜົນຕາມຈຸດປະສົງ ແລະ ລະດັບຄາດໝາຍໄດ້. ກ່ຽວກັບແນວຄິດຊີ້ນໍາສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ພາຍຫລັງມີມະຕິຂອງສູນກສງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024, ລັດຖະບານ ກໍ່ ໄດ້ຜັນຂະຫຍາຍມາເປັນມະຕິດັ່ງ ກ່າວ ມາເປັນມະຕິເລກທີ 05/ລບ, ລົງວັນທີ 21/5/2024 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດມະຕິວ່າດ້ວຍ ເພື່ອປະຕິບັດກິດຈະກຳປູກມອນ ລ້ຽງມ້ອນໃນຕໍ່ໜ້າໃຫ້ເກີດດອກ ອອກຜົນແລະ ກາຍເປັນສິນຄ້າຢ່າງ ເປັນຮູບປະທຳ. ແນວພັນມອນທີ່ມອບຄັ້ງນີ້ໂດຍ ກກະຊວງກະສິກຳ ແລະ ປ່າໄມ້, ສະ ຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດຮ່ວມກັບບໍລິສັດ ແສງຮົມໂພ ໂຮນດິ້ງ ນໍາເຂົ້າ- ສົ່ງ ອອກ ພາຍໃຕ້ໂຄງການ (ເສັ້ນທາງ ສາຍໄໝເພື່ອຫລຸດຜ່ອນຄວາມທຸກ ຍາກ) ໂດຍການເປັນປະທານຮ່ວມ ຂອງທ່ານນາງ ຈັນຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ພົງສິດ ວົງຂຸນສີ ຮອງຫົວໜ້າ ຫ້ອງການກະສິກຳແລະປ່າໄມ້,ທ່ານ ນາງ ຂວັນລືດີ ບຸກາກ ປະທານບໍລິ ສັດ ແສງຮົມໂພໂຮນດິ້ງ ນໍາເຂົ້າສົ່ງອອກ ພ້ອມດ້ວຍປະຊາຊົນກຸ່ມ ການຜະລິດພາຍໃນບ້ານເຂົ້າຮ່ວມ. ພິທີມອບ-ຮັບແນວພັນມອນ ພາຍ ໃຕ້ໂຄງການເສັ້ນທາງສາຍໄໝເພື່ອ ຫລຸດຜ່ອນຄວາມທຸກຍາກຈຳນວນ 150.000 ທ່ອນພັນເມື່ອມໍ່ໆນີ້ທີ່ ບ້ານດັ່ງກ່າວ. ການມອບ-ຮັບແນວພັນມອນ ຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມ ການຜະລິດຂອງປະຊາຊົນບ້ານ ນາ ແຊງໃຫ້ມີລາຍຮັບຢ່າງໝັ້ນຄົງ ໃຫ້ແກ່ຄອບຄົວຂອງເຂົາເຈົ້າທັງ ເປັນການປະກອບສ່ວນເຂົ້າໃນການ ແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດ ລົງເປັນກ້າວໆຕາມແນວທາງນະ ໂຍບາຍຂອງພັກວາງອອກ. ແນວ ໃດກໍດີຫລັງໄດ້ຮັບແນວພັນມອນ ດັ່ງກ່າວແລ້ວຈະໄດ້ຈັດຕັ້ງເປັນກຸ່ມ * ສປປ ລາວ ແລະ ສປ ຈີນ ເປັນ ສອງປະເທດທີ່ມີສາຍພູ ແລະ ສາຍນໍ້າ ຕິດຈອດກັນ, ມິດຕະພາບ ແລະ ການ ຮ່ວມມື ລາວ-ຈີນ ໄດ້ສືບທອດກັນມາ ແຕ່ບູຮານນະການ. ພາຍຫລັງທີ່ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການ ທູດນໍາກັນໃນປີ 1961 ເປັນຕົ້ນມາ, ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຈີນ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງເປັນກ້າວໆມາ. ປັດຈຸບັນ, ສາຍ ພົວພັນມິດຕະພາບອັນເປັນມູນ ເຊື້ອແລະການຮ່ວມມືຍຸດທະສາດຮອບ ດ້ານ ລາວ-ຈີນ ຕາມທິດ 4 ດີ, ການ ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ ເນື່ອງຂຶ້ນເລື້ອຍໆ, ສອງຝ່າຍມີການ ແລກປ່ຽນຢ້ຽມຢາມຂອງຜູ້ນຳຂັ້ນສູງ ແລະ ຂັ້ນຕ່າງໆ ຢ່າງເປັນປົກກະຕິ. ບັນ ດາຂໍ້ຕົກລົງຂອງການນໍາຂັ້ນສູງ ລາວ- ຈີນ, ຈີນ-ລາວ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນຮູບປະທຳ. ການຮ່ວມມື ລາວ-ຈີນ, ຈີນ-ລາວ ໃນຂົງເຂດການ ຄ້າ-ການລົງທຶນ, ການສຶກສາ, ສາທາ ລະນະສຸກ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ ນັບ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນໄດ້ ຮັບການສົ່ງເສີມ ແລະ ຈັດຕັ້ງປະຕິບັດ ຢ່າງມີຜົນສຳເລັດ. ສປປ ລາວ ໄດ້ໃຫ້ການສະໜັບສະ ໜູນບັນດາຂໍ້ລິເລີ່ມຕ່າງໆທີ່ ສປ ຈີນ ຢ່າງສະເໜີຕົ້ນສະເໝີປາຍ ໂດຍສະ ເພາະແມ່ນຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງ ເສັ້ນທາງ” (BRI) ຊຶ່ງຂໍ້ລິເລີ່ມນີ້ ໄດ້ ປະກອບສ່ວນອັນສໍາຄັນ ແລະ ໃຫຍ່ ຫລວງເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບ ຍືນຍົງ, ຄວາມສີວິໄລແລະຄວາມກ້າວ ໜ້າຂອງມວນມະນຸດໃນທົ່ວໂລກ. ໄດ້ ປະກອບສ່ວນສໍາຄັນໃນການສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳແລະການຫລຸດ ຜ່ອນຄວາມທຸກຍາກ ຢູ່ບັນດາປະເທດ ທີ່ເຂົ້າຮ່ວມໃນບັນດາໂຄງການທີ່ຢູ່ “ ” ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ. ສໍາລັບ ສປປ ລາວ ໂຄງການທາງລົດໄຟ ລາວ- ຈີນ ແມ່ນໂຄງການຍຸດທະສາດ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ໄດ້ກາຍເປັນສັນຍະລັກ ແລະ ເປັນ ແບບຢ່າງອັນດີ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກ ປະເທດບໍ່ມີຊາຍແດນຕິດຈອດກັບທະ ເລ, ເປັນປະເທດເຊື່ອມໂຍງເຊື່ອມຈອດ ພາກພື້ນ, ສ້າງສະພາບແວດລ້ອມອັນ ດີໃຫ້ແກ່ການຄ້າ, ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານ ການນໍາໃຊ້ລົດໄຟ ລາວ-ຈີນ ແລະ ປະ ກອບສ່ວນໃນການສ້າງວຽກເຮັດງານ ທໍາໃຫ້ແກ່ປະຊາຊົນລາວ. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ສ້າງ ເງື່ອນໄຂທີ່ອຳນວຍທີ່ສຸດໃຫ້ ສປປ ລາວສາມາດຄ້າຂາຍກັບ ສປຈີນໂດຍ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ຊ່ວຍ ໃຫ້ ສປປ ລາວ ສາມາດເຊື່ອມຕໍ່ກັບ ພາກພື້ນກໍຄືຂອງໂລກ ໂດຍຜ່ານເສັ້ນ ທາງລົດໄຟ ຈີນ-ໄທ, ເສັ້ນທາງລົດໄຟ ອາຊີ, ຊ່ວຍຍົກສູງລະດັບຊີວິດການ ເປັນຢູ່ຂອງປະຊາຊົນ, ມີຕະຫລາດ ການຄ້າທີ່ໃຫຍ່ກວ່າເກົ່າ, ຊ່ວຍສົ່ງເສີມ ດ້ານການຄ້າເສດ, ຖະກິດ ລະຫວ່າງ ສປປລາວກັບບັນດາປະເທດອ້ອມຂ້າງ ແລະ ປະເທດທີ່ ລຽບຕາມ “ໜຶ່ງ ແລວ ໜຶ່ງເສັ້ນທາງ”, ເຮັດໃຫ້ເສດຖະກິດ ພາກພື້ນພັດທະນາຢ່າງວ່ອງໄວ. ໂດຍ ລວມໂຄງການລົດໄຟ ລາວ-ຈີນ ໄດ້ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງປະເທດລາວ, ເຮັດໃຫ້ ປະຊາຊົນລາວໄດ້ຮັບຜົນປະໂຫຍດ, ວິສາຫະກິດ ແລະ ຜູ້ລົງທຶນກໍ່ສ້າງກໍ່ມີ ລາຍຮັບ. ນອກນັ້ນ, ບັນດາປະເທດ ອ້ອມຂ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກໍ່ໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ. ພາຍຫລັງມີການເປີດນໍາໃຊ້ເສັ້ນທາງ ລົດໄຟລາວ-ຈີນ ຢ່າງເປັນທາງການ ເມື່ອວັນທີ3ທັນວາ2021, ລົດໄຟລາວຈີນ ໄດ້ພິກສະຖານະພາບໃຫ້ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິ ດກັບທະເລ ກາຍເປັນການເຊື່ອມໂຍງ ແລະ ເຊື່ອມຈອດ (Lank Lockto Lank Link) ດ້ວຍການເຊື່ອມໂຍງ ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ” ຂອງ ສປ ຈີນ, ເສັ້ນທາງລົດໄຟ ລາວຈີນ ໄດ້ກາຍເປັນໂຄງການທຳອິດແຫ່ງ ສັນຍະລັກ ທີ່ເຊື່ອມຍຸດທະສາດຂອງ ສອງປະເທດ ລາວ-ຈີນ ດ້ວຍຜົນສຳ ເລັດແລະກາຍເປັນໂຄງການແບບຢ່າງ ທີ່ດີທີ່ສຸດຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ” ຊຶ່ງສະແດງອອກໃນດ້ານ ການບໍລິການທ່ອງທ່ຽວມີຈຳນວນ ເພີ່ມຂຶ້ນ, ອີງຕາມການລາຍງານຂອງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວ ຕ່າງປະເທດ 1,1 ລ້ານຄົນເຂົ້າມາທ່ອງ ທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2023. ນອກ ນັ້ນໂຄງການລົດໄຟ ລາວ-ຈີນ ໄດ້ກາຍ ເປັນສູນກາງການຂົນສົ່ງຂອງພາກພື້ນ ຊ່ວຍຫລຸດຄ່າໃຊ້ຈ່າຍໃນການຂົນສົ່ງ ຜູ້ໂດຍສານແລະ ສິນຄ້າໄປສູ່ຕະຫລາດ ສາກົນເຮັດໃຫ້ທຸລະກິດລາວ ໄດ້ເຂົ້າ ເຖິງຕະຫລາດຈີນ. ໂຄງການຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ”ຂອງສປຈີນແລະໂຄງການ ລົດໄຟ ລາວ-ຈີນ ໄດ້ຈະປະກອບສຳ ຄັນເຮັດໃຫ້ປະເທດລາວ ສາມາດລຶບ ລ້າງຄວາມທຸກຍາກໄດ້ຕາມແຜນການ ທີ່ລັດຖະບານລາວໄດ້ກຳນົດໄວ້ຢ່າງ ແນ່ນອນ. ໂຄງການລົດໄຟ ລາວ-ຈີນ ບໍ່ສະເພາະແຕ່ເປັນຜົນດີໃຫ້ແກ່ສອງ ປະເທດລາວ ແລະ ຈີນເທົ່ານັ້ນ, ຫາກ ຍັງມີຜົນດີໃຫ້ແກ່ບັນດາປະເທດອາ ຊຽນ ແລະ ພາກພື້ນຕື່ມອີກໃນການ ຮ່ວມມືກັນພັດທະນາ, ທັງຈະສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ ແລະ ປະຊາຊົນທີ່ຢູ່ລຽບຕາມທາງລົດ ໄຟ ລາວ-ຈີນ ຕື່ມອີກ. -q ,g-u p glA omk']q fw2]k;{9u o ໂດຍ: ພິດສະໄໝ ສຸວັນນະລາດ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==