dko[a o]5 ly fmy fh kol5 0trk[ glA omk'l6j dkora fmtok0v' lxx ]k; xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** 25/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ວັນສັບປະດາໜັງສື... *ປັດຈຸບັນທົ່ວໂລກກໍາລັງຜະເຊີນ ໜ້າກັບຜົນກະທົບພາຍຫລັງການ ລະບາດຂອງພະຍາດໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນ ຟ້າອາກາດ, ສິດທິດ້ານສຸຂະພາບ ຂອງທຸກຄົນ ແລະ ອື່ນໆ. ເຖິງຢ່າງ ໃດກໍ່ຕາມ, ໃນ ສປປ ລາວ, ການ ຮ່ວມມືລະຫວ່າງກະຊວງສາທາລະ ນະສຸກແຫ່ງສປປລາວ, ລັດຖະບານ ລຸກຊໍາບວກ ແລະ ສາມອົງການ ສະຫະປະຊາຊາດເຊັ່ນ: UNICEF, UNFPA, ແລະWHO - ພວມເນັ້ນ ໜັກໃສ່ຍຸດທະສາດການປົກປ້ອງ ສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ການພັດທະນາປະ ເທດຊາດ. ການຮ່ວມມືດັ່ງກ່າວແມ່ນ ແຜນງານຮ່ວມລະຫວ່າງອົງການ ສະຫະປະຊາຊາດ ເຊິ່ງເປັນຍຸດທະ ສາດຮາກຖານຂອງອົງການ ໂດຍ ແມ່ນການລົງທຶນໃສ່ດ້ານສຸຂະພາບ ທີ່ກວມເອົາວຽກງານສຸຂະພາບຈະ ເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ. ເນື້ອໃນຂອງຍຸດທະສາດດັ່ງ ກ່າວມີຫລາຍອົງປະກອບ:ການສ້າງ ຄວາມເຂັ້ມແຂງໃຫ້ການບໍລິການ ສຸຂະພາບຂັ້ນຕົ້ນໂດຍການພັດທະ ນາຂີດຄວາມສາມາດຂອງຜູ້ໃຫ້ບໍ ລິການ; ການສະໜັບສະໜູນດ້ານອຸ ປະກອນ, ຢາ ແລະ ວັກຊິນ; ແລະ ການປັບປຸງລະບົບຂໍ້ມູນໂດຍເນັ້ນໃສ່ ການດູແລເດັກໃນໄລຍະ 1.000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ ແນ່ນອນວ່າພະນັກງານ ສາທາລະ ນະສຸກ ແມ່ນຢູ່ແຖວແນວໜ້າໃນ ຄວາມພະຍາຍາມອັນໃຫຍ່ຫລວງ ນີ້, ເພື່ອສະໜອງການບໍລິການທີ່ ຈຳເປັນຢູ່ໃນເຂດຊົນນະບົດ ແລະ ເຂດທີ່ເຂົ້າເຖິງຍາກ. ດັ່ງນັ້ນ, ການ ເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນວ່າພວກເຂົາສາມາດ ເຂົ້າເຖິງຊັບພະຍາກອນທີ່ຈໍາເປັນ ຕ່າງໆ ບໍ່ແມ່ນພຽງແຕ່ເປັນການລົງ ທຶນໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນ ຖານໂຄງລ່າງດ້ານສາທາລະນະສຸກ ແຫ່ງຊາດ. ແຜນງານຂອງພວກເຮົາ ຍັງສຸມໃສ່ຄວາມສໍາຄັນດ້ານສຸ ຂະພາບຂອງໄວໜຸ່ມເຊັ່ນດຽວກັນ. ໄວໜຸ່ມແມ່ນກຸ່ມປະຊາກອນທີ່ສຳ ຄັນຂອງປະເທດລາວ ແລະ ການ ເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນ ກະທົບໂດຍກົງຕໍ່ອະນາຄົດຂອງປະ ເທດ. ການແກ້ໄຂຄວາມຕ້ອງການ ດ້ານສຸຂະພາບລວມທັງສຸຂະພາບ ຈິດ, ສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນ ແລະ ດ້ານໂພຊະ ນາການຂອງເຂົາເຈົ້າ, ພວກເຮົາສາ ມາດສະໜັບສະໜູນການພັດທະ ນາບຸກຄົນ ແລະ ສ້າງຄວາມຈະເລີນ ຮຸ່ງເຮືອງຂອງ ສປປ ລາວ. ທີ່ສຳ ຄັນທີ່ສຸດ, ແຜນງານດັ່ງກ່າວ ຍັງໄດ້ ເນັ້ນໜັກໃສ່ການເພີ່ມທະວີການຄຸ້ມ ຄອງ ແລະ ການປະສານງານຂອງ ກະຊວງສາທາລະນະສຸກກັບບັນ ດາຄູ່ຮ່ວມງານ ເພື່ອສົມທົບປະສານ ງານກັນຢ່າງແໜ້ນແຟ້ນ. ຂປລ. ໃນໂອກາດສະເຫລີມສະ ຫລອງວັນສັບປະດາໜັງສືໂລກ 23 ເມສາ ຄັ້ງທີ 29 ນີ້, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຂອງຈີນ ໄດ້ຈັດກິດ ຈະກໍາການກຸສົນ ພາຍໃຕ້ຫົວຂໍ້: “ແສງສະຫວ່າງແຫ່ງຄວາມຫວັງ” ຢູ່ປະເທດລາວ, ໂດຍຮ່ວມກັບທີມອາ ສາສະໝັກທ້ອງຖິ່ນ ໃນປະເທດລາວ ແລະ ລັດວິສາຫະກິດໄຟຟ້າລາວ ມອບປຶ້ມ ແລະ ອຸປະກອນແຕ້ມຮູບ ສໍາລັບເດັກນ້ອຍໃຫ້ແກ່ນັກຮຽນຢູ່ ໂຮງຮຽນຜູ້ພິການທາງການໄດ້ຍິນ 2 ແຫ່ງໃນປະເທດລາວ. ນອກນີ້, ຍັງໄດ້ດຳເນີນກິດຈະກໍາຮ່ວມ ເປັນ ຕົ້ນການເປີດຫ້ອງຮຽນສົ່ງເສີມ ການອ່ານ, ຫ້ອງຮຽນແຕ້ມຮູບຕາມ ຮູບ ແລະ ອື່ນໆ. ໜັງສືທີ່ນໍາມາບໍລິຈາກໃນຄັ້ງນີ້, ແມ່ນກວມຢູ່ໃນຂົງເຂດວິທະຍາ ສາດ, ວັນນະຄະດີ, ສິລະປະ ແລະ ອື່ນໆ ເຊິ່ງກິດຈະກໍາຄັ້ງນີ້ແມ່ນນໍາ ໃຊ້ປຶ້ມ ແລະ ອຸປະກອນສິລະປະເປັນ ສື່ກາງ ເພື່ອການຮຽນຮູ້ ແລະ ການ ເຕີບໃຫຍ່ຂອງເດັກນ້ອຍ ແລະ ກະ ຕຸ້ນ ໃຫ້ພວກເຂົາມີຄວາມຮັບຮູ້ກ່ຽວ ກັບໂລກ ແລະ ຂະຫຍາຍມຸມມອງ ໃນການເບິ່ງໂລກພາຍໃຕ້ມະຫາສະ ໝຸດແຫ່ງຄວາມຮູ້ ແລະ ສິລະປະ. ຜູ້ຮັບຜິດຊອບຂອງບໍລິສັດຕາ ຂ່າຍໄຟຟ້າ ພາກໃຕ້ຂອງຈີນ ໄດ້ໃຫ້ ຮູ້ວ່າ: ກິດຈະກຳການກຸສົນດ້ວຍຫົວ ຂໍ້: “ແສງສະຫວ່າງແຫ່ງຄວາມ ຫວັງ” ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ປີ 2023 ເປັນຕົ້ນມາ ໂດຍຈັດຢູ່ໃນ ປະເທດລາວແລ້ວ 5 ຄັ້ງ ແລະ ຈັດ ຢູ່ກໍາປູເຈຍ 1ຄັ້ງ. ໃນນັ້ນ, ໄດ້ມີການ ຮ່ວມມືຢ່າງສະໜິດແໜ້ນກັບສູນ ການສຶກສາ “ມືແຫ່ງຄວາມຫວັງ” ເພື່ອໃຫ້ເດັກນ້ອຍຂອງສູນການສຶກ ສາມີສິດທິເຂົ້າເຖິງຄວາມຮູ້, ກ້າ ສະແດງອອກ ແລະ ຮັບຮູ້ເຖິງຄວາມ ງົດງາມໄດ້ຢ່າງເທົ່າທຽມ. ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຮ່ວມກັບຄູ່ຮ່ວມມືໃນປະເທດລາວ ໄດ້ຄັດເລືອກ ແລະ ບໍລິຈາກໜັງສື ແລະ ອຸປະກອນສິລະປະຢ່າງຫລາກ ຫລາຍທີ່ເໝາະສົມສໍາລັບເດັກນ້ອຍ ທີ່ມີຄວາມບົກພ່ອງທາງການໄດ້ ຍິນ ເຊິ່ງປະກອບມີ: ປື້ມຮູບພາບສໍາ ລັບເດັກສະບັບພາສາລາວ, ອຸປະ ກອນການແຕ້ມຮູບ ແລະ ອື່ນໆ ທີ່ ເນັ້ນໃສ່ຕອບສະໜອງຄວາມຕ້ອງ ການດ້ານການອ່ານ, ການຮຽນຮູ້, ການສ້າງສັນ ແລະ ດ້ານອື່ນໆ. ທ່ານ ໂສພາພອນ ເຮືອງລິດ ອໍານວຍການສູນການສຶກສາມືແຫ່ງ ຄວາມຫວັງ ໄດ້ກ່າວວ່າ: ເດັກນ້ອຍ ທຸກຄົນ, ບໍ່ວ່າຈະມີຄວາມບົກພ່ອງ ທາງການໄດ້ຍິນ ຫລື ບໍ່ ກໍລ້ວນ ແລ້ວແຕ່ມີສິດທີ່ຈະໄດ້ຮັບຄວາມ ເພີດເພີນກັບການອ່ານ, ສໍາພັດໄດ້ ການຫລໍ່ຫລອມດ້ານສິລະປະ. ວຽກ ງານການກຸສົນທັງໝົດພາຍໃຕ້ ຫົວຂໍ້ແສງສະຫວ່າງແຫ່ງຄວາມ ຫວັງຂອງບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຂອງຈີນໄດ້ສ້າງຄວາມເປັນ ໄປໄດ້ຫລາຍຂຶ້ນໃຫ້ກັບເດັກນ້ອຍໃນ ໂຮງຮຽນ ແລະ ຍັງເປັນຂົວທີ່ເຊື່ອມ ຕໍ່ລະຫວ່າງຄວາມຮູ້ ແລະ ສິລະປະ, ເຊິ່ງຊ່ວຍໃຫ້ພວກເຂົາໄດ້ຊຶມຊັບ ພະລັງຄວາມຮູ້ໃນເວລາທີ່ໄດ້ອ່ານ, ມີຄວາມຄິດສ້າງສັນໃນເວລາທີ່ໄດ້ ແຕ້ມຮູບ ແລະ ຊ່ວຍສ້າງຄວາມໝັ້ນ ໃຈໃນຕົນເອງ ເພື່ອປັບຕົວເຂົ້າກັບ ສັງຄົມໄດ້ດີຍິ່ງຂຶ້ນ. ໂດຍຜ່ານການດໍາເນີນກິດຈະກໍາ ການກຸສົນ, ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຂອງຈີນກໍໄດ້ຮັດແໜ້ນການ ພົວພັນຮ່ວມມືກັບຝ່າຍຕ່າງໆຂອງ ລາວຢ່າງເລິກເຊິ່ງ. ໃນຕໍ່ໜ້າ, ບໍລິ ສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈະສືບຕໍ່ດຳເນີນວຽກງານການກຸ ສົນ “ແສງສະຫວ່າງແຫ່ງຄວາມ ຫວັງ” ເພື່ອຮັບໃຊ້ຊີວິດການເປັນຢູ່ ຂອງປະຊາຊົນຢູ່ໃນສັງຄົມລາວ, ຊຸກຍູ້ການພັດທະນາການສຶກສາ, ເປັນກໍາລັງແຮງໜຶ່ງປະກອບສ່ວນ ໃຫ້ແກ່ວຽກງານສະຫວັດດີການ ສັງຄົມ, ຊ່ວຍເຫລືອການພັດທະນາ ແບບປະສົມປະສານ ຂອງເດັກນ້ອຍ ທີ່ມີຄວາມບົກພ່ອງທາງການໄດ້ຍິນ ແລະ ປະກອບສ່ວນສ້າງພື້ນຖານໃໝ່ ໃນການແລກປ່ຽນຂອງສັງຄົມມະ ນຸດລະຫວ່າງ ຈີນ-ລາວ. ໜ່ວຍພັກບໍລິຫານ... ຮັບຮອງແຜນສ້າງ... ດ້ວຍຜົນສຳເລັດອັນຈົບງາມ ໂດຍ ການເປັນປະທານ ຂອງສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານ ງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກ ຖານລາວໂທລະຄົມມະນາຄົມ (ລລທ), ສະຫາຍ ມະໂນທອງ ວົງລໍຄໍາ ຫົວໜ້າຫ້ອງການອົງຄະ ນະພັກ ແລະ ອົງການຈັດຕັ້ງມະຫາ ຊົນກະຊວງເຕັກໂນໂລຊີ ແລະ ການ ສື່ສານ, ມີຄະນະປະຈໍາພັກຮາກ ຖານ ລລທ, ຕາງໜ້າບັນດາໜ່ວຍ ພັກ, ຕາງໜ້າ 3 ອົງການຈັດຕັ້ງມະ ຫາຊົນ, ຕາງໜ້າຫ້ອງການພັກແລະ ສະມາຊິກພັກສົມບູນຂອງໜ່ວຍພັກ ບໍລິຫານ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ນາງ ວິໄລວັນ ຍົດໄຊວິບູນ ເລຂາໜ່ວຍ ພັກບໍລິຫານ ໄດ້ຜ່ານບົດລາຍງານ ການເມືອງສະຫລຸບການເຄື່ອນ ໄຫວວຽກງານຂອງໜ່ວຍພັກບໍ ລິຫານໃນໄລຍະ 5 ປີ (20192023) ແລະ ທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ (20242028) ເຊິ່ງໃນໄລຍະ 5 ປີຜ່ານມາ ໜ່ວຍພັກບໍລິຫານ ໄດ້ຮັບການຊີ້ນໍາ ຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກ ສະຫາຍກໍມີຄວາມສາມັກຄີ ໃຫ້ ຄວາມຮ່ວມມືໃນທຸກດ້ານ. ໃນຂະ ນະທີ່ສະພາບການຂອງໂລກທັງຢູ່ ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍໃນຫລາຍ ດ້ານ ເຊັ່ນ: ການລະບາດຂອງພະ ຍາດໂຄວິດ-19,ບັນຫາການຂັດ ແຍ່ງ ແລະ ຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ເຊິ່ງໄດ້ສົ່ງ ຜົນກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ໂດຍສະ ເພາະແມ່ນໄດ້ສົ່ງຜົນກະທົບ ໂດຍ ກົງຕໍ່ການພັດທະນາວຽກງານການ ດໍາເນີນທຸລະກິດຂອງ ລລທ ກໍຄື ການບໍລິຫານຈັດການວຽກງານ ຂອງພະແນກບໍລິຫານ. ເຖິງແນວ ໃດກໍຕາມ ໂດຍໄດ້ຮັບການນໍາ ພາຊີ້ນໍາ ໂດຍກົງຈາກຄະນະພັກຮາກ ຖານ ລລທ ເຮັດໃຫ້ຄະນະໜ່ວຍພັກ ສະມາຊິກພັກ-ພະນັກງານຂອງ ໜ່ວຍພັກບໍລິຫານ ມີຄວາມສາມັກ ຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານ ຜ່າອຸປະສັກນາໆປະການ, ປະຕິບັດ ໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ ໃນມະຕິກອງ ຄັ້ງທີ V ຂອງຄະ ນະພັກຮາກຖານ ລລທ ໂດຍສະ ເພາະແມ່ນຈັດຕັ້ງປະຕິບັດບັນດາ ຄາດໝາຍທີ່ກໍານົດໄວ້ ໃນມະຕິ ກອງປະຊຸມໃຫ່ຍຄັ້ງທີ III ຂອງຄະ ນະໜ່ວຍພັກບໍລິຫານມີຜົນສໍາເລັດ ເປັນຢ່າງດີ, ເປັນການປະກອບສ່ວນ ຢ່າງໜັກແໜ້ນໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ພ້ອມກັນນີ້, ບັນດາສະມາຊິກພັກ ຂອງໜ່ວຍພັກບໍລິຫານ ໄດ້ພ້ອມກັນ ໃຊ້ສິດປະຊາທິປະໄຕຂອງຕົນປ່ອນ ບັດເລືອກຕັ້ງເອົາຄະນະໜ່ວຍພັກ ບໍລິຫານຊຸດໃໝ່ ແລະ ຜູ້ແທນສົມ ບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມ ໃຫຍ່ ຄະນະພັກຮາກຖານ ລລທ ບົນພື້ນຖານຫລັກການລວມສູນປະ ຊາທິປະໄຕ ທັງຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ກໍານົດໄວ້, ໃນນີ້, ມີຜູ້ລົງຮັບສະໝັກເລືອກຕັ້ງ ຄະນະໜ່ວຍພັກ ບໍລິຫານຊຸດໃໝ່ ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະ ຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີຮັບຮອງເອົາສະ ຫາຍ ນາງ ວິໄລວັນ ຍົດໄຊວິບູນ ເປັນເລຂາໜ່ວຍພັກ ບໍລິຫານ, ສະຫາຍ ວິໄຊ ວິລະວົງ ເປັນຮອງ ເລຂາໜ່ວຍພັກ, ທັງເປັນປະທານ ກວດກາ ແລະ ເລືອກເອົາສະຫາຍ ນາງ ພິດສະໄໝ ແກ້ວມະນີ ເປັນກໍາ ມະການໜ່ວຍພັກ. ໃນຕອນທ້າຍ, ສະຫາຍ ສຸພົນ ຈັນທະວີໄຊ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກບໍ ລິຫານທີ່ຂຶ້ນກັບຄະນະພັກຮາກ ຖານບໍລິສັດ ລາວໂທລະຄົມມະນາ ຄົມຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກບໍ ລິຫານຊຸດໃໝ່ເອົາໃຈໃສ່ໃນການ ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນ ອີງໃນການເຕົ້າໂຮມຄວາມສາມັກ ຄີຂອງອ້າຍເອື້ອຍນ້ອງສະມາຊິກ ພັກ-ພະນັກງານໃນຂົງເຂດຄວາມ ຮັບຜິດຊອບຂອງຕົນ ໃຫ້ມີຜົນສຳ ເລັດໃນແຕ່ລະໄລຍະ, ເອົາໃຈໃສ່ ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນ ໄຫວວຽກງານ ແລະ ໄດ້ເນັ້ນໜັກ ເຖິງ 6 ໜ້າທີ່ຂອງໜ່ວຍພັກ ໂດຍ ສະເພາະແມ່ນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າທີ່ກວມລວມ ແລະ ຢັ້ງ ຢືນ ເຖິງດ້ານດີ, ດ້ານກ້າວໜ້າ ແລະ ດ້ານອ່ອນ ໃນການເຄື່ອນໄຫວນໍາ ພາຂອງໜ່ວຍພັກຕົນ. ຂ່າວ-ພາບ: ລາວໂທລະຄົມ ອະນາໄມໂລກ ເຊິ່ງມີເປົ້າໝາຍສູງ ສຸດ ໃນການສົ່ງເສີມການເຂົ້າເຖິງ ການບໍລິການສຸຂະພາບທີ່ຈຳເປັນ ເປັນຕົ້ນ ການສັກຢາກັນພະຍາດ ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ໂດຍຜ່ານການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ການບໍລິ ການສຸຂະພາບຂັ້ນຕົ້ນ ເພື່ອກ້າວ ໄປສູ່ການປົກຄຸມສຸຂະພາບທົ່ວ ປວງຊົນ. ວິທີການແບບຄອນເນັກມີ ເປົ້າໝາຍໃນການສ້າງຄວາມໄວ້ ເນື້ອເຊື່ອໃຈ ລະຫວ່າງພະນັກງານ ແພດໝໍ ແລະຊຸມຊົນໂດຍຜ່ານການ ປະສານງານຢ່າງໃກ້ຊິດກັບອຳ ນາດການປົກຄອງທ້ອງຖິ່ນ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງ ການປົກຄອງທ້ອງຖິ່ນ, ການວາງ ແຜນ ແລະ ການປະສານງານຮ່ວມ ກັນ, ພ້ອມທັງການເສີມສ້າງ ແລະ ເຊື່ອມສານວິທີການດັ່ງກ່າວ, ໃຫ້ ມີຄວາມຍືນຍົງ ເຊິ່ງແຜນງານດັ່ງ ກ່າວ, ອົງການ USAID ມີເຈດຈຳ ນົງທີ່ຈະໃຫ້ການສະໜັບສະໜູນ ເປັນມູນຄ່າ 10 ລ້ານໂດລາສະຫະ ລັດ ເປັນເວລາ 5 ປີ. ທ່ານ ບຸນແຝງ ພູມມະໄລສິດ ໄດ້ມີຄຳເຫັນວ່າ: ການບໍລິການສຸຂະ ພາບບໍ່ເປັນພຽງແຕ່ການບໍລິການ, ແຕ່ມັນເປັນການໃຫ້ຄໍາໝັ້ນສັນຍາ ອັນໜຶ່ງ ເຊິ່ງເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັກສາໄວ້ຮ່ວມກັນ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ການປົກ ຄອງທ້ອງຖິ່ນ ເປັນດັ່ງການບົວລະ ບັດຮາກໄມ້ ຍິ່ງຮາກໄມ້ໝັ້ນຄົງກິ່ງ ງ່າກໍຍິ່ງແຂງແຮງສະມາຊິກໃນ ບ້ານກໍເຊັ່ນດຽວກັນ, ນັບແຕ່ປະຊາ ຊົນ, ພະນັກງານທ້ອງຖິ່ນ, ຕາງໜ້າ ຈາກອົງການຈັດຕັ້ງສັງຄົມ, ແພດ ໝໍ ແລະ ພະຍາບານ ພ້ອມທັງຜູ້ນຳ ທາງສາສະໜາ ແລະ ຊົນເຜົ່າລ້ວນ ແຕ່ມີສ່ວນຮ່ວມນຳກັນ ໃນການ ສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງ ທັງໝົດ. ເມື່ອເຮົາສົ່ງເສີມໃຫ້ຊຸມຊົນ ແລະ ການປົກຄອງທ້ອງຖິ່ນໃຫ້ເປັນ ເຈົ້າການໃນການຮັກສາສຸຂະພາບ, ເຮົາຈະສາມາດສ້າງຄວາມໄວ້ເນື້ອ ເຊື່ອໃຈ, ສ້າງຄວາມຮັບຜິດຊອບ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ ແລ້ວໃນຊຸມຊົນຢ່າງມີປະສິດທິ ພາບ. ການຊ່ວຍເຫລືອອັນເອື້ອເຟື້ອ ເຜື່ອແຜ່ ຈາກອົງການ USAID ໃນ ຄັ້ງນີ້, ຈະຊ່ວຍໃຫ້ເຮົາສາມາດບັນ ລຸເປົ້າໝາຍດັ່ງກ່າວນັ້ນໄດ້ໂດຍ ການຍົກລະດັບການປົກຄອງ ໃນ ຂັ້ນທ້ອງຖິ່ນ ແລະ ຮັບປະກັນໃຫ້ທຸກ ຄົນມີສຸຂະພາບທີ່ດີ; ການໃຫ້ຄວາມ ສໍາຄັນແກ່ສຸຂະພາບຈະສ້າງຜົນດີ ໃຫ້ກັບທຸກຄົນ ແລະ ພວກເຮົາເອງ ຍາມໃດກໍເອົາໃຈໃສ່ຮ່ວມມືເຊິ່ງກັນ ແລະ ກັນເພື່ອໃຫ້ບັນລຸເປົ້າໝາຍນີ້. ພ້ອມກັນນີ້, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍ ໃນ ກໍໄດ້ກ່າວວ່າ: ວຽກງານການ ບໍລິການສຸຂະພາບ ເປັນສິ່ງຈໍາ ເປັນອັນໜຶ່ງ ໃນການຍົກສູງຊີວິດ ການເປັນຢູ່ ແລະ ຄຸນນະພາບຊີວິດ ຂອງພໍ່ແມ່ປະຊາຊົນ. ພ້ອມທັງສະ ແດງຄວາມດີໃຈ ທີ່ວິທີການຄອນ ເນັກໄດ້ມີສ່ວນຊ່ວຍໃຫ້ເຮົາສາມາດ ບັນລຸເປົ້າໝາຍດັ່ງກ່າວໄດ້ໃນວິທີ ທີ່ບໍ່ຄືໃຜ ແລະ ຍັງໄດ້ຮັບໝາກຜົນທີ່ ພົ້ນເດັ່ນ ອີກດ້ວຍ. ພ້ອມນີ້, ທ່ານຍັງ ໄດ້ສະແດງຄວາມຫວັງວ່າ ຈະໄດ້ ຂະຫຍາຍວິທີການຄອນເນັກອີກ ຕື່ມ, ນອກຈາກຈະໄດ້ຈັດຕັ້ງປະຕິ ບັດວຽກງານເພື່ອຍົກສູງສຸຂະພາບ ແລ້ວ ຍັງໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານການປົກຄອງ ທ້ອງຖິ່ນ ແລະ ຍົກສູງຄຸນນະພາບ ການບໍລິການສຸຂະພາບ, ສົ່ງເສີມໃຫ້ ປະຊາຊົນໄປໃຊ້ບໍລິການຕື່ມອີກ ເຊິ່ງສິ່ງນີ້ຖື ເປັນຈຸດເລີ່ມຕົ້ນຂອງ ການພັດທະນາໃນທ້ອງຖິ່ນ. ທ່ານ ນາງ ມິເຊວ ເອົ້າລໍ ໄດ້ ກ່າວວ່າ: ການສະໜັບສະໜູນຈາກ ອົງການ USAID ຄັ້ງນີ້ ຈະເຮັດໃຫ້ ເຮົາສາມາດຜັນຂະຫຍາຍວິທີການ ຄອນເນັກ ໄປອີກ 5 ແຂວງ ກໍຄື ແຂວງຜົ້ງສາລີ, ອຸດົມໄຊ, ສະຫວັນ ນະເຂດ, ສາລະວັນ ແລະ ເຊກອງ ເພີ່ມເຕີມຈາກປັດຈຸບັນ ທີ່ມີການຈັດ ຕັ້ງປະຕິບັດວິທີການຄອນເນັກ ຢູ່ 259 ບ້ານ ໃນ 10 ແຂວງທົ່ວປະ ເທດ. ການສະໜັບສະໜູນຈາກອົງ ການ USAID ຈະຊ່ວຍໃນການປະ ສານງານ ເພື່ອຮັບປະກັນການໃຫ້ ບໍລິການສຸຂະພາບມີປະສິດທິພາບ ແລະ ປະສິດທິຜົນ ແລະ ເພື່ອເຊື່ອມ ສານການບໍລິການສຸຂະພາບສໍາ ລັບແມ່ ແລະ ເດັກ ເປັນຕົ້ນ ການບໍລິ ການສັກຢາກັນພະຍາດ ແລະ ໂພຊະ ນາການເຂົ້ານຳ, ທັງນີ້ກໍເພື່ອໃຫ້ສາ ມາດບັນລຸເປົ້າໝາຍໃນການຍົກສູງ ຄຸນນະພາບຂອງການບໍລິການສາ ທາລະນະສຸກໃນຂັ້ນແຂວງຈົນເຖິງ ຂັ້ນຊຸມຊົນ, ການສ້າງ ແລະ ນໍາໃຊ້ຄູ່ ມືການປິ່ນປົວຕ່າງໆ ແລະ ການຝຶກ ອົບຮົມໃຫ້ແກ່ພະນັກງານແພດໝໍ ຈາກສະຖານທີ່ບໍລິການສາທາລະ ນະສຸກຫລາຍກວ່າ 200 ແຫ່ງທົ່ວ ປະເທດ. ທ່ານ ທິມໂມຕີ ອາມສະຕຣອງ ໄດ້ມີຄຳເຫັນວ່າ: ອົງການອະນາ ໄມ ໂລກ ໃຫ້ຄຳໝັ້ນສັນຍາວ່າຈະສະ ໜັບສະໜູນ ສປປ ລາວ ໃນຊ່ວຍ ເຫລືອກຸ່ມຄົນທີ່ອາໄສຢູ່ເຂດຫ່າງ ໄກສອກຫລີກ ໃຫ້ສາມາດເຂົ້າເຖິງ ການບໍລິການສຸຂະພາບທີ່ມີຄຸນນະ ພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ອົງການ ການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້ໃຫ້ວຽກງານສາທາລະ ນະສຸກກາຍເປັນວຽກງານບູລິມະ ສິດຂອງທຸກພາກສ່ວນ. ການຮ່ວມມື ຄັ້ງໃໝ່ນີ້, ຈະໄປເສີມໃສ່ການຮ່ວມ ມືອັນແໜ້ນແຟ້ນທີ່ມີຢູ່ແລ້ວ ແລະ ຈະຊ່ວຍຮັບປະກັນໃຫ້ປະຊາຊົນຊົນ ລາວທຸກຄົນສາມາດເຂົ້າເຖິງການ ບໍລິການສາທາລະນະສຸກ ທີ່ມີຄຸນ ນະພາບ ແລະ ຊ່ວຍຮັບປະກັນໃຫ້ ຊຸມຊົນ ທີ່ມີຄວາມທຸກຍາກໄດ້ຮັບ ສິດເທົ່າທຽມກັບທຸກຄົນ ໃນການ ເຂົ້າເຖິງການບໍລິການດັ່ງກ່າວ.
RkJQdWJsaXNoZXIy MTc3MTYxMQ==