pa’lk,kfIv’Ia[oadmjv’mjP;wfh1jk’rP’r= 07 xtgmf]k; gsfdko{dkora fmtok a 10/04/2024 ຂ່າວ: ເພັດສາຄອນ ສິມມະວົງ່ັິົ g,n v'xkdmk 9a fgmltdko[5 ork0;a o.spj 8y fra oda [dkogxu fxu mj v'mj P;]k; lk,gfn vo8Q oxu 2024 ,u oa dmj v'mj P; zj kofj kolkdq olk,s]j P,7e 80 ra od;j k7q o gxu f-5 fIPomy fltfu dkog,n v'0A odk' .sh rtoa d'kos]a dcs]j ' c0;'s];'rt[k' gxu f.sh [= ]y dko xEoE,a og-N vw2 ;y rk;tfu ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີເປີດບໍລິ ການປໍ້ານໍ້າມັນເຊື້ອໄຟ ວິພາວະດີ ຈັດຂຶ້ນໃນວັນທີ 06 ເມສາ 2024 ໂດຍການເຂົ້າຮ່ວມ ຂອງທ່ານ ກອງ ແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳ ໄຊ, ທ່ານຈັນທະກິ່ງອິນທະວົງຮອງ ຜູ້ອຳນວຍການ ລັດວິສາຫະກິດນໍ້າ ມັນເຊື້ອໄຟລາວ ພ້ອມດ້ວຍການນຳ ຂັ້ນແຂວງ ແລະ ຜູ້ປະກອບການ ທຸລະກິດເຂົ້າຮ່ວມ. ທ່ານ ນາງ ພັດສອນ ໄຊຍະ ວົງສາ ເຈົ້າຂອງທຸລະກິດປໍ້ານໍ້າມັນ ເຊື້ອໄຟ ວິພາວະດີ ໃຫ້ຮູ້ວ່າ: ປໍ້ານໍ້າ ມັນເຊື້ອໄຟ ວິພາວະດີ ມີສະຖານທີ່ ຕັ້ງຢູ່ບ້ານໂພນໄຊ ໃຈກາງເທສະ ບານເມືອງປາກຊັນ, ແຂວງບໍລິ ຄຳໄຊ ຕິດກັບເສັ້ນທາງເລກ 13 ໃຕ້, ເຊິ່ງເລີ່ມກໍ່ສ້າງມາແຕ່ຕົ້ນປີ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງ ກອນ-ເດືອນມີນາ 2024 ນີ້, ມີນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດໄດ້ເຂົ້າ-ອອກເມືອງຜ່ານ ດ່ານສາກົນສາມຫລ່ຽມຄຳ ເຂດ ເສດຖະກິດພິເສດສາມຫລ່ຽມຄຳມີ ຈໍານວນ83.549ຄົນ, ຍິງ37.568 ຄົນ, ເດັກນ້ອຍ 1.883 ຄົນ, ລວມ ມີ 95 ສັນຊາດ. ທ່ານ ພັນໂທບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫລ່ຽມຄຳ ເມືອງຕົ້ນ ແຂວງບໍ່ແກ້ວ ໃຫ້ຮູ້ເມື່ອ ບໍ່ດົນມານີ້ວ່າ: ຖ້າທຽບໃສ່ໄລຍະ ດຽວກັນຂອງ ປີ 2023 ແມ່ນມີນັກ ທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ສາເຫດທີ່ພາໃຫ້ມີນັກທ່ອງທ່ຽວ ເພີ່ມຂຶ້ນ ເນື່ອງຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ເປີດປີທ່ອງທ່ຽວລາວ 2024 ຢ່າງ ເປັນທາງການ ຈຶ່ງສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ອງທ່ຽວ ສປປ ລາວ ຈຳນວນຫລາຍຂຶ້ນ ໂດຍສະເພາະ ແມ່ນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈມາ ທ່ຽວຊົມເບິ່ງການພັດທະນາ ບັນດາ ພື້ນຖານໂຄງລ່າງ ແລະ ສະຖານທີ່ ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນ ເຂດເສດຖະກິດພິເສດສາມຫລ່ຽມ ຄຳ ນັບມື້ຫລາຍຂຶ້ນ. ຂປລ. ແຫລ່ງຂ່າວຈາກ ແຂວງ ບໍແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ ຈັດເທສະການບຸນພາຂວັນໃຫຍ່ ຄັ້ງ ທີ I ຕິດພັນກັບການເປີດປີທ່ອງທ່ຽວ ລາວ 2024 ເພື່ອເປັນການອະນຸລັກ ຮັກສາວັດທະນະທໍາ, ຮີດຄອງປະເພ ນີອັນດີງາມຂອງບັນດາເຜົ່າ ທັງເປັນ ການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍການເປັນປະທານ ຂອງທ່ານ ສຸໄລດວງຜາຄຳເຈົ້າເມືອງປາກທາ, ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ພ້ອມດ້ວຍ ການນຳຂອງແຂວງ, ເມືອງໃກ້ຄຽງ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມ. ທ່ານ ນາງ ຈັນສຸກ ວັນນະວົງ ຮອງເຈົ້າເມືອງປາກທາ ປະທານ ຄະນະຮັບຜິດຊອບຈັດງານ ໄດ້ລາຍ ງານວ່າ: ພາຂວັນແມ່ນອົງປະກອບ 2023 ມາຮອດປັດຈຸບັນແມ່ນສຳ ເລັດ 100%, ໂດຍການເຊົ່າສຳ ປະທານທີ່ດິນຂອງລັດ ອາຍຸສັນຍາ 25 ປີເລີ່ມແຕ່ເດືອນພຶດສະພາ 2022 ຕາມບົດບັນທຶກສັນຍາ. ຈຸດ ປະສົງກໍເພື່ອຕອບສະໜອງນໍ້າມັນ ເຊື້ອໄຟໃຫ້ລູກຄ້າລາຍໃຫຍ່ ເປັນ ຕົ້ນແມ່ນຜູ້ປະກອບການທຸລະກິດ ແລະ ລູກຄ້າລາຍຍ່ອຍບໍລິການຊົມ ໃຊ້ໂດຍກົງ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ, ຍູ້ແຮງແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງກໍ ຄືຂອງແຂວງ ໂດຍການຊໍາລະອາ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ໂຮງຮຽນການເມືອງ-ການ ປົກຄອງ ແຂວງຫລວງພະບາງ ເປີດ ຊຸດການຮຽນ-ການສອນທິດສະດີ ການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I I I ໃຫ້ພະນັກງານຫລັກ ແຫລ່ງອ້ອມຂ້າງແຂວງໂດຍມີຄະ ນະໂຮງຮຽນການເມືອງ-ການປົກ ຄອງແຂວງ ພ້ອມດ້ວຍແຂກຮັບເຊີນ ຈາກຂະແໜງການອ້ອມຂ້າງແຂວງ ແລະ ນັກສຶກສາທັງໝົດ 59 ຄົນ, ຍິງ 5 ຄົນ ເຂົ້າຮ່ວມ. ທ່ານ ພູທອນ ຫລວງວິໄລ ຫົວ ໜ້າໂຮງຮຽນການເມືອງ-ການປົກ ຄອງ ແຂວງຫລວງພະບາງ ກ່າວ ວ່າ: ການເປີດຊຸດການຮຽນ-ການ ສອນ ຄັ້ງນີ້ ເປັນການບຳລຸງທິດສະ ດີການເມືອງ ໃຫ້ພະນັກງານນຳພາ- ຄຸ້ມຄອງ, ນາຍທະຫານ, ນາຍຕຳ ຫລວດ ທີ່ພວມດຳລົງຕຳແໜ່ງປະ ເພດ 4 ປະເພດ 5 ແລະ ບັນດາອົງ ການຈັດຕັ້ງຂອງພັກ-ລັດ, ອົງການ ຈັດຕັ້ງມະຫາຊົນ, ບັນດາກົມກອງ ແຕ່ສູນກາງຮອດທ້ອງຖິ່ນ ຕ້ອງໄດ້ ຮັບການບໍາລຸງທິດສະດີການເມືອງ ພ້ອມທັງເປັນການຍົກລະດັບຄວາມ ຮູ້, ຄວາມສາມາດທາງດ້ານທິດສະ ດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ ເຮັດໃຫ້ພະນັກງານມີແນວຄິດຫລັກ ໝັ້ນຊົນຊັ້ນກຳມະກອນ, ເຊື່ອໝັ້ນ ຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ ອຸດົມການ ພາລະກິດປ່ຽນແປງໃໝ່ ຢ່າງມີຫລັກການຂອງພັກ, ສ້າງພະ ນັກງານນຳພາ-ຄຸ້ມຄອງ ຢູ່ພະແນກ ການ ແລະ ທ້ອງຖິ່ນ ໃຫ້ມີຄຸນທາດ ການເມືອງຢ່າງໜັກແໜ້ນ, ຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອນຳໃຊ້ຄວາມຮູ້ດັ່ງກ່າວ ເຂົ້າ ໃນວຽກງານທີ່ຕົນຮັບຜິດຊອບໃຫ້ ມີປະສິດທິພາບສູງຂຶ້ນ. ການຮຽນ-ການສອນ ທິດສະດີ ການເມືອງ ຄັ້ງນີ້, ເປັນຫລັກສູດ ທີ່ໄດ້ດຳເນີນການເປີດສອນໃນປີ 2023 ໂດຍໃຊ້ເວລາຮຽນທັງໝົດ 6 ຫລັກຂອງພິທີບາສີສູ່ຂວັນ ແມ່ນຮີດ ຄອງປະເພນີຂອງຊາວລາວເຄີຍ ມີມູນເຊື້ອທີ່ປະຕິບັດກັນມາແຕ່ດັ້ງ ເດີມ ໂດຍປະຕິບັດຕາມຮີດ12, ຄອງ 14, ປະເພນີ 15 ແລະ ຮີດຍີ່ຄອງ ຈຽງ ເວົ້າລວມ, ເວົ້າສະເພາະ ແມ່ນ ການນັບຖືຜູ້ອາວຸໂສ, ຜູ້ເຖົ້າ, ຜູ້ແກ່, ເຈົ້າຂຸນມຸນນາຍ, ນັກປາດອາຈານ ເຊິ່ງປະຊາຊົນລາວຊາວພຸດ ທີ່ເຄີຍ ປະຕິບັດສືບທອດຕໍ່ກັນມາ ສຳລັບ ການຈັດງານຄັ້ງນີ້ ໄດ້ມີຫລາຍກິດ ຈະກຳເປັນ ຕົ້ນແມ່ນ ກ້ອນກຳລັງ ກອງດູລິຍາ ຂອງນ້ອງນ້ອຍເຍົາວະ ຊົນ,ກ້ອນກຳລັງຂອງຕາງໜ້າ5 ເຜົ່າ ພາຍໃນເມືອງຄື: ເຜົ່າລາວລຸ່ມ, ເຜົ່າ ກືມມຸ, ເຜົ່າມົ້ງ, ເຜົ່າລື້ ແລະ ເຜົ່າອີວ ມຽນ, ກ້ອນກຳລັງພະນັກງານ-ລັດ ຖະກອນ, ກ້ອນກໍາລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ພ້ອມນີ້, ຍັງມີການແຂ່ງຂັນນັກຮ້ອງສຽງດີ, ກອນລາຍໄດ້ ເຂົ້າງົບປະມານຂອງ ລັດ. ຢູ່ພາຍໃນປໍ້ານໍ້າມັນເຊື້ອໄຟ ວິພາວະດີ ຍັງມີສິ່ງເອື້ອອຳນວຍ ຄວາມສະດວກຫລາຍດ້ານ ໂດຍສະ ເພາະມີສະຖານທີ່ຈອດລົດກວ້າງ ຂວາງ, ຫ້ອງນໍ້າສະອາດ, ມີຮ້ານ ອາຫານ, ຮ້ານກາເຟ ແລະ ຮ້ານ ສະດວກຊື້ ໄວ້ບໍລິການລູກຄ້າ ໂດຍ ເປີດບໍລິການຕະຫລອດ24ຊົ່ວໂມງ, ນອກຈາກນີ້, ໃນໄລຍະຕົ້ນການເປີດ ໃຫ້ບໍລິການລູກຄ້າທາງປໍ້າ ໄດ້ມີ ຂອງແຈກແຖມ ເປັນຕົ້ນນໍ້າດື່ມ ແລະ ເສື້ອຈຳນວນໜຶ່ງ ເພື່ອເປັນການຄືນ ກຳໄລໃຫ້ລູກຄ້າຕື່ມອີກ. ໂອກາດນີ້, ທ່ານ ກອງແກ້ວ ໄຊ ສົງຄາມ ໄດ້ສະແດງຄວາມຍ້ອງ ຊົມເຊີຍ ຕໍ່ຜູ້ປະກອບການທຸລະກິດ ທີ່ ໄດ້ຕັດສິນໃຈສູງຕໍ່ການລົງທຶນສ້າງ ປໍ້ານໍ້າມັນແຫ່ງນີ້ ແລະ ກໍ່ສ້າງສິ່ງ ເອື້ອອຳນວຍຄວາມສະດວກຫລາຍ ດ້ານ ພ້ອມສະເໜີໃຫ້ຜູ້ປະກອບການ ທຸລະກິດ ຈົ່ງໄດ້ຖືເອົາການບໍລິການ ທີ່ດີເປັນຫລັກຕໍ່ກັບລູກຄ້າ ແລະ ພັດ ທະນາເພີ່ມຕື່ມສິ່ງອຳນວຍຄວາມ ສະດວກທີ່ຍັງບໍ່ທັນມີຕື່ມອີກ. ການສະແດງສິລະປະ-ວັນນະຄະ ດີບັນດາເຜົ່າ, ການວາງສະແດງສິນ ຄ້າທີ່ເປັນເອກະລັກຂອງ 5 ເຜົ່າ, ການປະກວດອາຫານພື້ນບ້ານ, ງານຕະຫລາດນັດຈໍາໜ່າຍສິນຄ້າ ແລະ ອື່ນໆ ເພື່ອສ້າງຄວາມເບີກ ບານມ່ວນຊື່ນ ໃຫ້ຜູ້ທີ່ມາທ່ຽວຊົມ. ສຳລັບປະຕິທິນການຈັດບຸນປະ ເພນີ ໃນປີທ່ອງທ່ຽວລາວ 2024 ທີ່ເມືອງປາກທາ ແຂວງບໍ່ແກ້ວ ໄດ້ ກຳນົດເອົາແຕ່ລະກິດຈະກຳດັ່ງນີ້: ເດືອນມັງກອນ ແມ່ນບຸນເກຣີ ຂອງ ພີ່ນ້ອງເຜົ່າກຶມມຸ, ເດືອນກຸມພາ ບຸນ ມະຫາຊາດ ຂອງພີ່ນ້ອງເຜົ່າລາວ ແລະ ຊົນເຜົ່າລື້, ເດືອນເມສາ ແມ່ນ ບຸນປີໃໝ່ລາວ ຂອງພີ່ນ້ອງເຜົ່າລາວ ແລະ ຊົນເຜົ່າລື້, ເດືອນກັນຍາ ບຸນ ຊ່ວງເຮືອ ຂອງບ້ານໃຫຍ່ປາກທາ ແລະ ເດືອນຕຸລາ ແມ່ນບຸນຊ່ວງເຮືອ ອອກພັນສາ ຂອງພີ່ນ້ອງເຜົ່າລາວ ແລະ ຊົນເຜົ່າລື້ຢູ່ບ້ານຫາດສະ, ບ້ານ ຫາດດອນແກ້ວ, ບ້ານຫາດສາກ, ບ້ານກ້ອນຕື່ນ, ບ້ານແກ້ງພາກ, ບ້ານ ຫ້ວຍສະງຶກ ໂດຍການໝູນວຽນພັດ ປ່ຽນກັນເປັນເຈົ້າພາບໃນແຕ່ລະປີ. ໂອກາດນີ້, ທ່ານສຸໄລ ດວງຜາຄຳ ໄດ້ກ່າວວ່າ: ການຈັດບຸນພາຂວັນ ໃຫຍ່ ຄັ້ງທີ I ຕິດພັນກັບການເປີດປີ ທ່ອງທ່ຽວ 2024 ຢູ່ເມືອງປາກທາ ໄດ້ມີຫລາຍກິດຈະກຳ ທີ່ສ່ອງແສງ ເຖິງວິຖີຊີວິດຂອງປະຊາຊົນບັນດາ ເຜົ່າ, ການອະນຸລັກຮັກສາຮີດຄອງ ປະເພນີ ຂະນົບທໍານຽມ, ການນຸ່ງຖື ແຕ່ງກາຍ ທີ່ເປັນເອກະລັກຂອງ ບັນດາເຜົ່າ ທັງເປັນການອານຸລັກ ແລະ ສົ່ງເສີມ ວັດທະນະທຳຮີດຄອງ ປະເພນີອັນດີງາມຂອງຊາດຂອງ ເຜົ່າ ທີ່ສ່ອງແສງເຖິງມູນເຊື້ອຄວາມ ດຸໝັ່ນຂະຫຍັນພຽນ ໃນການອອກ ແຮງງານ, ຄວາມອຸດົມຮັ່ງມີ ແລະ ສວຍງາມຂອງບ້ານເກີດເມືອງນອນ. ນອກນັ້ນ, ຍັງມີສະຸານທີ່ທ່ອງທ່ຽວ ຕ່າງໆ ຢູ່ພາຍໃນເມືອງ ເປັນຕົ້ນບັນ ດາຖ້ຳ ແລະ ຈຸດຊົມທິວທັດຫລາຍໆ ແຫ່ງທີ່ມີຄວາມສວຍງາມສ່ອງແສງ ເຖິງຄວາມອຸດົມສົມບູນທີ່ມີສະເໜ່ ຂອງປະຊາຊົນບັນດາເຜົ່າເມືອງ ປາກທາ. ເດືອນ ຫລື 145 ວັນ, ເຊິ່ງປະກອບ ມີ 14 ວິຊາ ຫລື 6 ກຸ່ມວິຊາຄື: ກຸ່ມ ວິຊາປັດຊະຍາມາກ-ເລນິນ ແລະ ວັດທະນະທຳ: ປະກອບມີ 2 ວິຊາ 6ໜ່ວຍກິດ; ເສດຖະສາດການເມືອງ ມາກ-ເລນິນ ແລະ ຄຸ້ມຄອງເສດຖະ ກິດມີ 2 ວິຊາ ລວມທັງໝົດມີ16 ບົດ, ມີ 8 ໜ່ວຍກິດ; ລັດທິສັງຄົມ ນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບມີ 5 ວິຊາ ລວມມີ 24 ບົດ ແລະ 9 ໜ່ວຍກິດ; ແນວຄິດ ໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະ ທໍາ)ມີ1ວິຊາ ລວມມີ8ບົດແລະ ມີ 4,5 ໜ່ວຍກິດ; ພື້ນຖານການຄຸ້ມ ຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານມີ 3 ວິ ຊາ, ລວມມີ 10 ບົດ, ມີ 6 ໜ່ວຍກິດ ແລະ ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກປະກອບມີ 2 ວິຊາ, ມີ 14 ບົດ ແລະ ມີ 6 ໜ່ວຍກິດ.
RkJQdWJsaXNoZXIy MTc3MTYxMQ==