xtgmf]k; 6 10/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ -u ;y f{;a fmtotme ໂດຍ: ໄໝຄຳ ຍ້ອມສິນ lts]v'xu .\j ]k; .sh ,u [a opkdkf ma 'Ia dlkIu f7v'xtgrou oa dmj v'mj P;g]uj ,9v'sh v'ra d 1j k'|kc|h o16j s];'rt[k' * ເທສະການບຸນປີໃໝ່ລາວ ເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງ ຊາວລາວ ທີ່ໄດ້ສືບທອດປະຕິບັດ ມາແຕ່ບູຮານນະການ ເປັນຕົ້ນແມ່ນ ການຫົດສົງພະພຸດທະຮູບ ແລະ ພະສົງ; ຜູ້ເປັນພໍ່ແມ່, ເຖົ້າແກ່ອາວຸ ໂສ ເພື່ອຂໍພອນ, ການບາສີສູ່ຂັວນ, ຕົບພະທາດຊາຍ, ພິທີຕັກບາດ ແລະ ອື່ນໆ. ໄດ້ກາຍເປັນສິ່ງໂດດເດັ່ນ ໃນບຸນປີໃໝ່ລາວ ຢ່າງເບີກບານ ມ່ວນຊື່ນ ແລະ ເປັນທີ່ຈັບອົກຈັບໃຈ ຂອງຜູ້ມາທ່ຽວຊົມ. ການຈັດກິດຈະກຳຕ່າງໆໃນມື້ ບຸນປີໃໝ່ລາວ ຢູ່ແຕ່ລະທ້ອງຖິ່ນ ອາດຈະແຕກຕ່າງກັນໄປຕາມເງື່ອນ ໄຂແຕ່ແນວໃດກໍຕາມ ກໍຍັງຄົງຮັກ ສາຮີດຄອງປະເພນີທີ່ເຄີຍສືບທອດ ຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນ ເມືອງເອກຂອງລາວ ໄດ້ກໍານົດພິທີ ທາງສາສະໜາ ໃນໄລຍະບຸນປີໃໝ່ ລາວ ແຕ່ວັນທີ 13-16 ເມສາ 2024 ລວມ 4 ວັນ ກໍານົດຈຸດສູນ ລວມກິດຈະກໍາທາງດ້ານສາສະໜາ ມີຄື: ມື້ທີ 1 ວັນທີ 13 ເມສາ 2024 ເປັນມື້ສັງຂານລ່ວງ ມີກິດຈະກໍາ ທາງສາສະໜາ ເຂດຄຸ້ມເມືອງເກົ່າ (ເສັ້ນທາງເສດຖາທິລາດ/ເສັ້ນ ທາງວັດທະນະທໍາ) ຮ່ວມພິທີຫົດ ສົງພະພຸດທະຮູບພະເຈົ້າໃຫຍ່ອົງ ຕື້ ຢູ່ວັດອົງຕື້ ແລະ ຫົດສົງພະພຸດ ທະຮູບ ຢູ່ວັດອິນແປງ; ເວລາ 9:00 ໂມງ, ຕອນບ່າຍເວລາ13: 00ໂມງ ພິທີແຫ່ພະພຸດທະຮູບມິ່ງເມືອງ ເລີ່ມ ຈາກວັດອິນແປງ-ຫໍພະແກ້ວ-ວັດ ອິນແປງ. ເຂດວັດສີເມືອງ ຫໍຫລັກ ເມືອງ ຕອນເຊົ້າ ເວລາ 8:00 ໂມງ ພິທີປ່ຽນຜ້າສີຫລັກເມືອງ ແລະ ຫົດສົງຫລັກເມືອງບາສີສູ່ຂວັນ ຢູ່ວັດສີເມືອງ ແລະ ຫົດສົງຫໍຫລັກ ເມືອງ. ເຂດມໍລະດົກພະທາດຫລວງ ພິທີຫົດສົງພະພຸດທະຮູບອົງຄໍາ ຫົດສົງພະທາດຫລວງວຽງຈັນ ແລະ ພະເຈົ້າໄຊເສດຖາທິລາດ ໃນ ເວລາ 15:00-17:00 ໂມງ. ສ່ວນ ມື້ທີ 2-3 ກົງກັບວັນທີ 14-15 ເມສາ 2024 ເປັນວັນເນົາ ມີພິທີ ທາງສາສະໜາ ຮ່ວມພິທີຕັກບາດ ຕາມເສັ້ນທາງເສດຖາທິລາດ ທຸກໆ ເຊົ້າ ເວລາ 7:00 ໂມງ ແລະ ພິທີ ຫົດສົງພະພຸດທະຮູບ ຕາມວັດວາ ອາຣາມຕ່າງໆ (ເວລາ 8:0018:00 ໂມງ). ມື້ທີ 4 ວັນທີ 16 ເມສາ 2024 ເປັນມື້ສັງຂານ ຂຶ້ນ ປີໃໝ່ລາວ ພ.ສ 2567 ມີພິທີ ຕັກບາດຢູ່ເສັ້ນທາງເສດຖາທິລາດ ແລະ ຕາມວັດວາອາຣາມ ເວລາ 7:00 ໂມງ ແລະ ພິທີຕົບພະທາດ ຊາຍ ເວລາ 14:00-18:00 ໂມງ ຢູ່ຕາມວັດວາອາຮາມ. ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍມວນຊົນ ຊາວນະຄອນຫລວງວຽງຈັນ ກໍຄື ຊາວລາວທົ່ວປະເທດ ຕ້ອງພ້ອມ ກັນເອົາໃຈໃສ່ປະຕິບັດຕາມຮີດ ຄອງປະເພນີອັນດີງາມຂອງຊາດ, ປະຕິບັດຕາມກົດລະບຽບຈະລາ ຈອນພິເສດແມ່ນເອົາໃຈໃສ່ປະຕິບັດ ຕາມຄຳສັ່ງແນະນຳສະເພາະແມ່ນ 7 ຂໍ້ຫ້າມ ຢ່າງເຄັ່ງຂັດ ແລະ ເຂັ້ມ ງວດ. ຂໍເຊີນບັນດາທ່ານຊາວພຸດ ທະສາສະນີກະຊົນ ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຊາວນະ ຄອນຫລວງວຽງຈັນ ທຸກຊັ້ນຄົນ ເຂົ້າຮ່ວມພິທີທາງສາສະໜາແຕ່ ລະຈຸດ ທີ່ຄະນະຮັບຜິດຊອບໄດ້ກະ ກຽມ ເພື່ອເປັນສີລິມຸງຄຸນໃນງານສະ ຫລອງບຸນປີໃໝ່ລາວ ພສ 2567. ກັນມາແຕ່ບູຮານນະການໃຫ້ມີ ຄວາມມ່ວນຊື່ນ ທັງຮັກສາສາໄດ້ ຄວາມສະຫງົບ ແລະ ຮີດຄອງປະເພ ນີອັນດີງາມຂອງຊາດ. ສະເພາະ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ * ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເລີ່ມຈອງເຮືອນພັກ, ໂຮງແຮມຢ່າງໜາແໜ້ນແລ້ວເພື່ອ ມາສະຫລອງບຸນປີໃໝ່ລາວ ໂດຍ ສ່ວນໃຫຍ່ແມ່ນັກທ່ອງທ່ຽວຈາກ ໄທ, ຈີນ, ອາເມລິກາ, ເອີຣົບ, ເກົາ ຫລີ ແລະ ຊາດອື່ນໆ ແລະ ຄາດວ່າ ໃນໄລຍະບຸນປີໃໝ່ລາວນີ້ຈະມີນັກ ທ່ອງທ່ຽວເຂົ້າມາຫລິ້ນເມືອງມໍລະ ດົກໂລກບໍ່ຕໍ່າກວ່າ 4 ແສນຄົນ. ພະແນກຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ ລາຍງານຫວ່າງບໍ່ດົນມານີ້ວ່າ: ອໍາ ນາດການປົກຄອງຂອງຕົນໄດ້ກະ ກຽມຄວາມພ້ອມຮອບດ້ານແລ້ວ ໂດຍສະເພາະໂຮງແຮມ, ເຮືອນພັກ, ຮ້ານອາຫານ, ບ່ອນຫົດສົ່ງ, ເສັ້ນ ທາງຍ່າງ, ທິດທາງບ່ອນແຫ່ນາງ ສັງຂານ, ສະຖານທີ່ບັນເທີງ ແລະ ອື່ນໆ, ຄາດວ່າໄລຍະບຸນປີໃໝ່ນີ້ຈະ ມີນັກທ່ອງທ່ຽວເຂົ້າມາຫລິ້ນພາຍ ໃນແຂວງບໍ່ຕໍ່າກວ່າ 4 ແສນຄົນ ເນື່ອງຈາກມີການລາຍງານຕົວເລກ ນັກທ່ອງທ່ຽວເຂົ້າຈັບຈອງຫ້ອງ ພັກເຫັນວ່າເລີ່ມໜາແໜ້ນຂຶ້ນນັບມື້ ແລະ ນັກທ່ອງທ່ຽວສ່ວນໃຫຍ່ແມ່ນ ຊາວໄທ, ຈີນ, ເອຣົບເດີນທາງຜ່ານ ເສັ້ນທາງລົດໄຟ ແລະ ເຮືອບິນ. ແນວໃດກໍດີ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ແຈ້ງວ່າ ເພື່ອ ອຳນວຍຄວາມສະດວກໃຫ້ແກ່ຜູ້ ໂດຍສານ ແລະ ນັກທ່ອງທ່ຽວໃນ ການເດີນທາງຊ່ວງເທສະການປີ ໃຫມ່ລາວທີ່ຈະມາເຖິງ. ດັ່ງນັ້ນ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຈິ່ງໄດ້ເປີດຂາຍປີ້ລົດໄຟລ່ວງໜ້າ ເຖິງ 7 ມື້ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນີ້, ໃນ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງ ຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນ ທີ 12-19 ເມສາ 2024 ສໍາລັບ ຖ້ຽວ C92/1 ແລະ C84/3 ໄປກັບ ນະຄອນຫລວງວຽງຈັນຫລວງພະບາງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການ ເດີນ ທາງຂອງຜູ້ໂດຍສານຈຳນວນ ຫລວງຫລາຍ ໃນການເດີນທາງ ລະຫວ່າງສອງສະຖານີນີ້. ພ້ອມ ດຽວກັນນັ້ນ, ບໍລິສັດທາງລົດໄຟ ລາວ-ຈີນໄດ້ປັບຕາຕະລາງເດີນລົດ ບາງສະຖານີ ເພື່ອອຳນວຍຄວາມ ສະດວກໃນການເດີນທາງຂອງຜູ້ ໂດຍສານຫລາຍຂຶ້ນ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==