5772

07 xtgmf]k; gsfdko{dkora fmtok 20/12/2023 mu ,[kog8t]k; 16 10 xu lh k'xts;a flkf.og;mu lkdq o g,n v'rP' dP,9a fgmltdko[5 odv'g0Q k.spj ໂດຍ: ສຸພາສະຫວັນ * ນັບເປັນປະຫວັດສາດອັນໃໝ່ ໃຫ້ແກ່ວົງການກິລາລາວເຮົາ, ໂດຍ ສະເພາະວົງການບານເຕະຫລັງຈາກ ທີມບານເຕະ W.I.G NAGA ຮຸ່ນ ອາຍຸບໍ່ເກີນ 10 ປີ ສ້າງຜົນງານໄດ້ ເໜືອຄວາມຄາດໝາຍ ດ້ວຍການເອົາ ຊະນະທີມເຍົາວະຊົນຈາກປະເທດ ອິນໂດເນເຊຍ ໃນນັດຊີງຊະນະເລີດ ດ້ວຍຄະນະແນນ 4-1 ປະຕູ, ເຮັດໃຫ້ ຄວ້າປີ້ເປັນຕົວແທນທີມຈາກທະວີບ ອາຊີໄປຮ່ວມແຂ່ງຂັນບານເຕະລະ ດັບນາໆຊາດຮຸ່ນອາຍຸບໍ່ເກີນ 11 ປີ ທີ່ ປະເທດແອັດສະປາຍ ໃນປີ 2024. ສໍາລັບການແຂ່ງຂັນໃນຮອບຄັດ ເລືອກລາຍການ ຕາຣ ອາຊີ ຄວາລີ ຟາຍ (TAR Asia Qualifiers) ແມ່ນຈັດຂຶ້ນທີ່ນະຄອນຫລວງ ບາງ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ເມືອງພຽງ ແຂວງໄຊ ຍະບູລີ ກຽມຈັດເທສະການບຸນກອງ ເຂົ້າ ໃຫຍ່ປະຈໍາປີ 2024 ໃນລະຫວ່າງ ວັນທີ 6-12 ມັງກອນ 2024 ເຊິ່ງ ລວມມີ 15 ກິດຈະກຳຫລັກ ເພື່ອສືບຕໍ່ ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີ ທີ່ເປັນເອກະລັກວັດທະນະທໍາຂອງ ທ້ອງຖິ່ນທີ່ເຄີຍປະຕິບັດຜ່ານມາ ໃຫ້ມີ ຄວາມຍືນຍົງຄົງຕົວຢູ່ກັບປະຊາຊົນ ບັນດາເຜົ່າ ເວົ້າລວມ ເວົ້າສະເພາະ ກໍຄືເມືອງພຽງແຂວງໄຊຍະບູລີ. ທ່ານນາງ ແສງອາພອນ ແກ້ວບົວ ໂຮມ ຮອງເລຂາພັກເມືອງ ປະທານຄະ ນະກໍາມະການຈັດເທສະການບຸນກອງ ເຂົ້າໃຫຍ່ປະຈໍາປີ 2024 ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນແຂວງໄຊຍະບູລີ ໃນ ວັນທີ 18 ທັນວາ 2023 ທີ່ພະແນກ ຖວທ ແຂວງໄຊຍະບູລີວ່າ: ການຈັດ ເທສະການບຸນກອງເຂົ້າໃຫຍ່ໃນຄັ້ງນີ້ ແມ່ນຈະເລີ່ມແຕ່ວັນທີ 6-12 ມັງກອນ 2024, ແຕ່ໃນວັນທີ 9 ມັງກອນ ຈະ ມີພິທີເປີດງານຢ່າງເປັນທາງການ, ໂດຍຈະມີຂະບວນແຫ່ຂອງມວນຊົນ ຈຳນວນ20ກ້ອນຈຳນວນພົນປະມານ 3.500 ຄົນ, ກ້ອນສະແດງບັນດາເຜົ່າ 2 ກ້ອນ ຈຳນວນພົນ 250 ຄົນ ພ້ອມ ກັນນີ້ຍັງຈະມີຫລາຍກິດຈະກຳ ເພື່ອໃຫ້ ສປປ ລາວ ຖືກຈັດຢູ່ໃນກຸ່ມທີ່ມີທີມ ບານເຕະທີ່ມີຄວາມແຂ່ງແກ່ນສົມຄວນ ເຊັ່ນ: ລາຊະອານາຈັກໄທ ເຈົ້າພາບ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນ ເຊຍ, ສິງກະໂປ ແລະ ໄຕ້ຫວັນ, ໂດຍ ທີມທີ່ຊະນະເລີດໃນການແຂ່ງຂັນລາຍ ການນີ້ ຈະໄດ້ຮັບສິດເປັນຕົວແທນທະ ວີບອາຊີໄປຮ່ວມແຂ່ງຂັນໃນຮອບສຸດ ທ້າຍກັບທີມຈາກທະວີບເອີຣົບທີ່ຈະ ຈັດຂຶ້ນໃນປີ 2024 ຢູ່ປະເທດແອັດ ສະປາຍ, ໂດຍຈະພົບກັບທີມເຍົາວະ ຊົນຈາກບາເຊໂລນາ, ຣີລ ມາດຣິດ ແລະ ທີມຊັ້ນນໍາໃນເອີຣົບ. ຜ່ານການແຂ່ງຂັນໃນຮອບຄັດ ເລືອກປາກົດວ່າທີມ WIG NAGA ຊະນະ 5 ນັດ ແລະ ສະເໝີ 1 ນັດ ແລະ ຜ່ານເຂົ້າຮອບ 32 ທີມ, ຫລັງຈາກ ນັ້ນ ກໍສາມາດເອົາຊະນະລວດຈົນເຂົ້າ ມາເຖິງຮອບຊີງຊະນະເລີດພົບກັບ ທີມປະເທດອິນໂດເນເຊຍ ແລະ ຜົນ ການແຂ່ງຂັນທີມເຍົາວະຊົນ WIG NAGA ກໍສາມາດເອົາຊະນະໄປແບບ ຂາດລອຍດ້ວຍຄະແນນ 4-1 ປະຕູ ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງ ຂັນຮອບສຸດທ້າຍທີ່ປະເທດແອັດສະ ປາຍ ໃນປີ 2024 ໃນຖານະສະໂມ ສອນຕົວແທນ ຈາກອາຊີ. ການແຂ່ງຂັນລາຍການນີ້, ເຖິງ ຈະບໍ່ໄດ້ມີການຖ່າຍທອດໃຫ້ຊົມຜ່ານ ໂທລະທັດ, ແຕ່ໄດ້ມີການຖ່າຍທອດສົດ ການແຂ່ງຂັນຜ່ານລະບົບສື່ອອນລາຍ (FACEBOOK) ໂດຍມີຜູ້ຊົມຈາກ ທົ່ວໂລກເປັນຈໍານວນຫລາຍ, ພ້ອມທັງ ໄດ້ສະແດງຄວາມຄິດເຫັນຊົມເຊີຍ ນັກກິລາທັງສອງຝ່າຍທີ່ແຂ່ງຂັນກັນ ໄດ້ແບບເຕັມທີ່ ແລະ ສ້າງຄວາມປະ ທັບໃຈໃຫ້ກັບກອງເຊຍເປັນທີ່ສຸດ, ໂດຍສະເພາະປະຕູທີ່ທີມເຍົາວະຊົນ ລາວໄດ້ມາທັງ 4 ລູກນັ້ນ ແມ່ນເປັນ ການຍິງໃນໄລຍະໄກທັງໝົດ ແລະ ພາຍຫລັງສຽງໝາກຫວີດກໍາມະການ ດັງຂຶ້ນເພື່ອຈົບການແຂ່ງຂັນ ທັງຜູ້ຝຶກ ສອນ, ນັກກິລາ ແລະ ກອງເຊຍ ທີ່ຢູ່ ອ້ອມຮອບສະໜາມ ກໍໄດ້ແລ່ນເຂົ້າ ໄປສະແດງຄວາມດີໃຈຕໍ່ນັກກິລາ, ທັງ ໂຫ່ຮ້ອງ ແລະ ເຕັ້ນດ້ວຍຄວາມດີໃຈ ຈາກໄຊຊະນະໃນຄັ້ງນີ້ ຊຶ່ງຖືເປັນຜົນ ງານອັນເປັນປະຫວັດສາດໃໝ່ຂອງ ວົງການບານເຕະເຍົາວະຊົນລາວ ທີ່ ຈະກ້າວໄປເປັນນັກກິລາທີ່ດີ ແລະ ເກັ່ງ ເພື່ອຮັບໃຊ້ປະເທດຊາດໃນອະນາຄົດ. ກອກ ລາຊະອານາຈັກໄທ ແຕ່ວັນ 15-17 ທັນວາ 2023, ໂດຍມີທີມ ບານເຕະຈາກທະວີບອາຊີເຂົ້າຮ່ວມ ແຂ່ງຂັນໃນຮອບຄັດເລືອກຫລາຍເຖິງ 56 ທີມ, ໂດຍແບ່ງອອກເປັນ 8 ກຸ່ມ ແລະ ມີກຸ່ມລະ 7 ທີມ. ສໍາລັບທີມ ຈາກ ແມ່ຍິງ ແຂວງຊຽງຂວາງ... ອາດເກີດຈາກເຕັກນິກ... ນົມແມ່ ຫລື ສຸຂະພາບແມ່ ແລະ ເດັກຢູ່ແຂວງຊຽງຂວາງ, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໂດຍ ການສະໜັບສະໜູນຈາກສະຫະ ພາບເອີລົບ(EU) ຜ່ານອົງການ ອຸຍນີເຊບ (UNICEF) ໄດ້ນຳພາ ທີມງານສື່ມວນຊົນຫລາຍພາກສ່ວນ ຈາກສູນກາງລົງເກັບກຳຂໍ້ມູນຢູ່ ແຂວງ ຽງຂວາງ ໃນລະຫວ່າງ ວັນ ທີ 18-21 ທັນວາ 2023. ທ່ານ ນາງ ຄຳສອນ ປອນຄຳດີ ຮອງປະທານສະຫະພັນແມ່ຍິງ ແຂວງຊຽງຂວາງ ໃຫ້ສຳພາດວ່າ: ຜ່ານມາສະຫະພັນແມ່ຍິງໄດ້ເອົາ ໃຈໃສ່ໂຄສະນາເຜີຍແຜ່ວຽກງານ ຮັກສາສຸຂະພາບຂອງແມ່ ແລະ ເດັກ ໂດຍສະເພາະແມ່ນການສົ່ງເສີມ ການລ້ຽງລູກດ້ວຍນົມແມ່ ນັບແຕ່ ມື້ເກີດຈົນເຖິງ 6 ເດືອນ, ພ້ອມການ ຮັກສາສຸຂະພາບແມ່ຍິງຈະເລີນພັນ ເປັນຕົ້ນ ການຖືພາ, ການຝາກທ້ອງ ຢູ່ສຸກສາລາ ຫລື ໂຮງໝໍ, ການສັກ ຢາ, ຢອດຢາໃຫ້ເດັກນ້ອຍ. ສະຫະ ພັນແມ່ຍິງແຂວງ ແມ່ນມີວຽກທັງ ໝົດ 10 ແຜນງານ 51 ໂຄງການ ເຊິ່ງແຜນງານຮັກສາສຸຂະພາບແມ່ ແລະ ເດັກ ແມ່ນຈະເນັ້ນເລື່ອງໂພຊະ ນາການ ແລະ ສຸຂະພາບຂອງແມ່ ຍິງໃນເວລາຖືພາ, ໃນຂະນະທີ່ລົງໄປ ໂຄສະນາເຜີຍແຜ່ແຜນງານ ຫລື ວຽກອື່ນໆ, ສະຫະພັນແມ່ຍິງແຂວງ ທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 15 ທັນວາ 2023 ນີ້ວ່າ: ຕໍ່ ເຫດການທີ່ເກີດຂຶ້ນໜ່ວຍງານທີ່ ກ່ຽວຂ້ອງ ໄດ້ໄປກວດກາແລ້ວເຫັນ ວ່າ: ສິ່ງແວດລ້ອມທໍາມະຊາດທີ່ ຢູ່ໃກ້ຄຽງສວນກ້ວຍຂອງນັກລົງ ທຶນຈີນ ແລະ ຫ້ວຍທໍາມະຊາດ ທີ່ນໍ້າ ໄຫລຜ່ານ ແມ່ນບໍ່ມີຜົນກະທົບ ຫລື ມີສະພາບປາ ແລະ ສັດນໍ້າຕາຍເກີດ ຂຶ້ນ, ທຸກຢ່າງແມ່ນຢູ່ໃນສະພາບປົກ ກະຕິ ແລະ ປະຊາຊົນຍັງໄປຫາຢູ່ຫາ ກິນຕາມປົກກະຕິ, ແຕ່ມີພຽງປາໃນ ໜອງຂອງປະຊາຊົນທີ່ລ້ຽງໄວ້ ໃນ ໜອງຢູ່ຫ່າງກັນປະມານ 400 ແມັດ ເທົ່ານັ້ນທີ່ຕາຍ. ທ່ານ ຮອງເຈົ້າເມືອງ ກ່າວຕື່ມ ວ່າ: ຕໍ່ບັນຫານີ້ພາກສ່ວນກ່ຽວຂ້ອງ ຂອງເມືອງຈະໄດ້ກວດກາຄືນຕື່ມ ວ່າປາໃນໜອງຂອງປະຊາຊົນທີ່ ຕາຍເກີດຫຍັງແທ້, ບາງທີອາດເກີດ ຈາກເຕັກນິກໃນການປ່ອຍປາຂອງ ປະຊາຊົນບໍ່ຖືກຕ້ອງ ຈຶ່ງເຮັດໃຫ້ປາ ຕາຍ; ຕ້ອງໄດ້ສືບຕໍ່ກວດກາ ແລະ ເບິ່ງບັນຫາໃຫ້ຈະແຈ້ງ ແລະ ເຂົ້າໃຈ ນໍາກັນ ເພື່ອໃຫ້ຄວາມຍຸຕິທໍາຕໍ່ທຸກ ຝ່າຍ ໂດຍການເອົາປາທີ່ຕາຍ ແລະ ສະພາບນໍ້າໃນໜອງໄປວິເຄາະວິໄຈ ໃຫ້ລະອຽດ ເພື່ອຊອກຫາຄວາມ ຈິງ, ລວມເຖິງກວດກາເບິ່ງສະພາບ ຕົວຈິງກ່ອນການຂຸດໜອງຂອງ ປະ ຊາຊົນ ແລະ ແຫລ່ງທີ່ມາຂອງປາ ທີ່ປະຊາຊົນເອົາມາປ່ອຍໃນໜອງ ເຊິ່ງພວມຢູ່ໃນຂັ້ນຕອນກວດກາໃຫ້ ລະອຽດ. ຢ່າງໃດກໍຕາມ, ກ່ອນໜ້ານີ້ຄື: ໃນວັນທີ 14 ທັນວາ 2023 ນີ້, ຫ້ອງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ໄດ້ລາຍງານສະພາບການ ກ່ຽວກັບ ປາຕາຍຢູ່ເຂດບ້ານນາຍາງ ເມືອງ ນາຊາຍທອງ ທີ່ໄດ້ເຜີຍແຜ່ຜ່ານສື່ ສັງຄົມອອນລາຍ (ເຟສບຸກ) ໃນ ວັນທີ 9 ທັນວາ 2023 ຜ່ານມາ ແມ່ນບໍ່ມີມູນຄວາມຈິງ. ຂະນະທີ່ ການຈັດຕັ້ງບ້ານນາຍາງ ໄດ້ລາຍ ງານຕໍ່ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງ ແວດລ້ອມ ເມືອງນາຊາຍທອງ ວ່າ: ເບື້ອງຕົ້ນ ທ່ານ ບຸນສະຫວາດ ພັນທະວົງ ໄດ້ມາຊື້ດິນຈັດສັນຢູ່ເຂດຫ້ວຍຊຳ ປາເຕີຍ. ຈາກນັ້ນ, ກໍຕັນຫ້ວຍດັ່ງ ກ່າວ ເພື່ອເຮັດເປັນໜອງປາຂະໜາດ 10x10 ເທົ່າກັບ 100 ຕາແມັດ, ມີ ນໍ້າໄຫລຜ່ານ, ມາຮອດວັນທີ 2-3 ທັນວາ 2023 ເຈົ້າຂອງໜອງປາ ດັ່ງກ່າວ ກໍອ້າງວ່າປາຢູ່ໜອງຂອງ ຜູ້ກ່ຽວຕາຍ ຍ້ອນສານເຄມີໄຫລມາ ຈາກສວນກ້ວຍຈີນ, ແຕ່ວ່າການຈັດ ຕັ້ງບ້ານນາຍາງ ແລະ ບໍລິສັດສວນ ກ້ວຍຈີນ ກໍບໍ່ໄດ້ຮັບຮູ້ນໍາ ເຊິ່ງໄລຍະ ຫາງຈາກໜອງປາຂອງຜູ້ກ່ຽວຫາ ສວນກ້ວຍ ແລະ ເຮືອນພັກ (ແຄ້ມ) *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ກຳມະກອນຈີນປະມານ400ແມັດ, ສາຍຫ້ວຍຊຳປາເຕີຍ ປັດຈຸບັນນໍ້າ ຍັງໄຫລຜ່ານໜອງປາຂອງຜູ້ກ່ຽວ ແລ້ວໄຫລລົງມາໃສ່ໜອງອຸ່ມ ແລະ ໄຫລລົງສູ່ສາຍຫ້ວຍຊົ້ວ(ຝາຍ ນໍ້າລົ້ນຫ້ວຍຊົ້ວ), ຖ້າມີສານເຄມີ ແທ້ນ້ຳໄຫລເຂົ້າສູ່ອ່າງເກັບນໍ້າຫ້ວຍ ຊົ້ວ, ປາຈໍານວນຫລາຍທີ່ອາໄສຢູ່ ເຂດນັ້ນກໍຈະຕາຍໝົດຄືກັນ. ຕາມການພິສູດຫລັກຖານຕົວ ຈິງຂອງຄະນະກຳມະການເມືອງນາ ຊາຍທອງ ເຫັນວ່າການຕາຍຂອງ ປາຢູ່ໜອງຂອງຜູ້ກ່ຽວນັ້ນ ຍ້ອນວ່າ: ຜູ້ກ່ຽວເອົາປາມາປ່ອຍໃໝ່, ປາມີ ການຕື່ນນໍ້າ, ຊັອກນໍ້າ ແລະ ປາບໍ່ ແຂງແຮງ ຈຶ່ງເຮັດໃຫ້ປາຕາຍ ຊຶ່ງ ບໍ່ກ່ຽວກັບ ສານເຄມີຈາກສວນກ້ວຍ ແຕ່ຢ່າງໃດ. ສະນັ້ນ, ຫ້ອງການຊັບ ພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ເມືອງນາຊາຍທອງ ຈຶ່ງ ໄດ້ແຈ້ງມາຍັງທຸກພາກສ່ວນ ແລະ ສັງຄົມ ເພື່ອຮັບຊາບ, ພ້ອມທັງຮຽກ ຮ້ອງມາຍັງສັງຄົມ ຜູ້ບໍລິໂພກຂໍ້ມູນ ຂ່າວສານ ຈົ່ງໃຊ້ວິຈາລະນະຍານ, ມີສະຕິໃນການບໍລິໂພກສື່ ແລະ ຫລີກລ່ຽງການເຜີຍແຜ່ຂໍ້ມູນຂ່າວ ສານທີ່ບໍ່ໄດ້ຮັບການຢັ້ງຢືນຈາກ ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເພື່ອບໍ່ໃຫ້ສັງຄົມເກີດຄວາມ ສັບສົນວຸ້ນວາຍ ແລະ ແຕກຕື່ນ. ກໍໄດ້ມີການປະສານສົມທົບກັບ ຫລາຍພາກສ່ວນ ເຊັ່ນ: ສາທາ, ສຶກ ສາ, ແຮງງານ, ກະ ສິກຳພ້ອມລົງ ບ້ານຕົວຈິງ. ນອກນີ້ ຍັງໄດ້ມີການ ປະສານງານກັບໂຄງການກະສິກຳ ເພື່ອໂພຊະນາການ ໂດຍຈະແມ່ນສະ ຫະພັນແມ່ຍິງເມືອງເປັນຜູ້ຈັດຕັ້ງ ປະຕິບັດໂດຍກົງ. ສຳລັບຜົນສຳເລັດ ຫລື ຕົວຊີ້ ບອກໃນການຈັດຕັ້ງປະຕິບັດໃນໄລ ຍະຜ່ານມາແມ່ນພຶດຕະກຳຂອງປະ ຊາຊົນມີການປ່ຽນແປງເຊັ່ນ: ແມ່ ຍິງຖືພາໄດ້ໄປກວດທ້ອງຢູ່ສຸກສາ ລາ ຫລື ເກີດລູກຢູ່ໂຮງໝໍ, ຜູ້ປົກ ຄອງເດັກໄດ້ໃຫ້ອາຫານລູກ, ພ້ອມ ກັບການປູກ, ການລ້ຽງ ເພື່ອແນໃສ່ ໃຫ້ເດັກນ້ອຍມີອາຫານການກິນ ເຮັດໃຫ້ມີການຈະເລີນເຕີບໂຕຂອງ ເດັກ. ສະຫະພັນແມ່ຍິງໄດ້ພົວພັນ ຮ່ວມມືກັບອົງການຈັດຕັ້ງພາກລັດ ແລະ ເອກະຊົນພາຍໃນແຂວງ ເພື່ອ ສົ່ງເສີມໃຫ້ມີການຈັດກິດຈະກຳ ເພື່ອ ໃຫ້ເດັກໄດ້ກິນອາຫານຄົບໝວດໝູ່, ພ້ອມລົງຕິດຕາມຊຸກຍູ້ໃຫ້ຜູ້ເປັນພໍ່ ແມ່ເອົາໃຈໃສ່ຕໍ່ອາຫານຂອງເດັກ ຕື່ມອີກ. ແນວໃດກໍຕາມວຽກໂພຊະນາ ການແມ່ນເປັນສິ່ງທ້າທາຍເພາະຜູ້ ປົກຄອງສ່ວນຫລາຍ ຈະສຸມໃສ່ການ ຜະລິດສ້າງເສດຖະກິດຄອບຄົວ ເຊິ່ງເດັກຈະໄດ້ກິນອາຫານຕາມລະ ດູການ, ຍາມມີກໍກິນຫລາຍໂພດຍາມ ບໍ່ມີກໍຄືບໍ່ໄດ້ກິນເລີຍ. ໃນຕໍ່ໜ້າໄດ້ມີ ແຜນຈະລົງໂຄສະນາວຽກໂພຊະ ນາການໃຫ້ຫລາຍຕື່ມ ເພື່ອໃຫ້ຜູ້ປົກ ຄອງເຫັນໄດ້ເຖິງຄວາມສຳຄັນຂອງ ໂພຊະນາການເດັກ ແລ້ວແຕ່ງອາ ຫານການກິນໃຫ້ເດັກໄດ້ກິນອາ ຫານຄົບໝວດໝູ່ ເຊິ່ງວຽກນີ້ທຸກ ຄົນຈະຕ້ອງໄດ້ຮ່ວມມືກັນ. ຖ້າເດັກ ຂາດອາຫານ ຫລື ໂພຊະນາການ ກໍ ຈະກະທົບທົ່ວສັງຄົມ ເຊັ່ນ: ເດັກຈະ ມີສຸຂະພາບບໍ່ແຂງແຮງ, ປ່ວຍງ່າຍ ເຊິ່ງຈະກະທົບຕໍ່ຜູ້ປົກຄອງໃນການ ປິ່ນປົວຫລື ເສຍຊັບສິນປິ່ນປົວ, ຜູ້ປົກ ຄອງເສຍເວລາສ້າງເສດຖະກິດ ຄອບຄົວ, ພ້ອມນີ້ການເຕີບໃຫຍ່ຂະ ຫຍາຍຕົວຂອງເດັກ ກໍບໍ່ສົມບູນທັງ ຮ່າງກາຍ ແລະ ມັນສະໝອງ ກໍຄື ດ້ານພັດທະນາການຂອງເດັກ. ສຳລັບວຽກງານບົດບາດຍິງຊາຍ ຢູ່ພາຍໃນແຂວງຊຽງຂວາງ ກໍຍັງບໍ່ແມ່ນ 50% ຕໍ່ 50% ແຕ່ ການມີສ່ວນຮ່ວມຂອງເພດຊາຍ ກໍ ມີຄວາມສຳຄັນເພາະແມ່ຍິງຖືພາ ຕ້ອງໄປໂຮງໝໍ ເພື່ອພົບແພດໝໍ. ດັ່ງ ນັ້ນ, ຜູ້ເປັນຜົວຕ້ອງເຂົ້າໃຈ, ພາໄປ ເພື່ອຮັບຟັງຄຳແນະນຳພ້ອມປະຕິ ບັດຊ່ວຍດູແລ ແລະ ໃຫ້ກຳລັງໃຈ ເມຍ, ທັງຊ່ວຍເຫລືອວຽກງານຢູ່ ເຮືອນ ເພື່ອໃຫ້ແມ່ຍິງຫລຸດຜ່ອນຕໍ່ ການເຮັດວຽກໜັກເກີນໄປທີ່ຈະສົ່ງ ຜົນກະທົບ ຫລື ມີຄວາມສ່ຽງຕໍ່ເດັກ ໃນທ້ອງ ແລະ ເມຍທີ່ກຳລັງຖືພາ. ຂ່າວ-ພາບ: ມະໄລລັກ ບັນດາແຂກມາທ່ອງທ່ຽວໄດ້ຮັບຊົມ ເປັນຕົ້ນແມ່ນ ກອງເຂົ້າໃຫຍ່, ກິດຈະ ກໍາຟາດເຂົ້າພື້ນເມືອງ, ຄົກຕຳເຂົ້າພື້ນ ເມືອງ, ຊົມວິຖີການດຳລົງຊີວິດຂອງ ເຜົ່າຕອງເຫລືອງ, ຊົມກິດຈະກໍາຕະ ຫລາດນັດສິນຄ້າໂອດັອບ, ຕະຫລາດ ນັດເຄື່ອງໃຊ້ສອຍ, ການປະກວດອາ ຫານພື້ນເມືອງ, ກິລາພື້ນເມືອງ ແລະ ກິລາມວນຊົນ. ນອກນີ້, ໃນວັນທີ 10 ຈະມີພິທີສູ່ ຂວັນເຂົ້າ ໂດຍມີພະສົງ19ອົງພ້ອມນີ້, ໃນຕອນຄ່ຳແຕ່ລະຄືນ ມີກິດຈະກຳ ການສະແດງສິລະປະວັນນະຄະດີ ທັງ ໝົດ 8 ຄະນະ ແລະ ຮັບຊົມນັກຮ້ອງ ສຽງດີທັງຄົບງັນມ່ວນຊື່ນຕາມປະເພນີ ແລະ ວັນທີ 12 ມັງກອນ ຈະມີພິທີຕັກ ບາດຖວາຍສັງຄະທານໃຫ້ແກ່ພະສົງ ສໍາມະເນນຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==