5772

xtgmf]k; 6 20/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ 0q ;,y f8trk[]k;{wm csj 'mu 5-6 95 fg-nj v,8+ vk-Po muj |h klq o.9 lqj 'mh kpxu gdqj k 7;owxleza f 4 xtgmf.ovk-Po ໂດຍ: ເກີດຂວັນໃຈ ມາລີຈັນສີ * ອີກພຽງໜຶ່ງອາທິດກວ່າໆກໍ ສິ້ນປີ ຫລື ໝົດປີ 2023 ແລ້ວ ເຊິ່ງ ຫລາຍທ່ານພວມກະກຽມໄປສະ ຫລອງປີໃໝ່ສາກົນ 2024 ນັ້ນໄດ້ ພັບເຄື່ອງຂອງໃສ່ຫີບໄວ້ແຕ່ດຽວ ນີ້ແລ້ວ ແລະ ບາງທ່ານອາດຄິດບໍ່ ອອກວ່າຈະໄປທ່ຽວໃສ່ດີໃຫ້ມີ ຄວາມສຸກ, ມີຄວາມປອດໄພ ແລະ ໄດ້ບັນຍາກາດດີໆກັບຄົນຮັກ, ຄອບ ຄົວ, ພໍ່ແມ່ ແລະ ຍາດພີ່ນ້ອງ. ຂະນະ ທີ່ຫລາຍຄົນກໍໄດ້ຈ່ອງປີ້ເຮືອບິນ, ປີ້ລົດໄຟ ແລະ ສິ່ງຈໍາເປັນເພື່ອໜີ ອອກຈາກປະເທດຕົນເອງໃຫ້ຫ່າງ ໄກຄວາມວຸ້ນວາຍ, ຄວາມສັບສົນ * ລາວ-ໄທ ກຽມເປີດນໍາໃຊ້ຂົວມິດ ຕະພາບລາວ-ໄທແຫ່ງທີ 5 ລະຫວ່າງ ແຂວງບໍລິຄໍາໄຊ, ສປປ ລາວ-ຈັງຫວັດ ບຶງການຂອງໄທພາຍໃນປີ 2024 ນີ້ ຂະນະທີ່ສອງປະເທດລາວ-ໄທ ປະກາດ ສືບຕໍ່ພັດທະນາ ແລະ ກໍ່ສ້າງຂົວມິດຕະ ພາບລາວ-ໄທທີ 6 ລະຫວ່າງ ແຂວງ ສາລະວັນຂອງ ສປປ ລາວ-ຈັງຫວັດອຸ ບົນຣາຊະທານີ ເພື່ອຍົກລະດັບເຮັດໃຫ້ ຈາກມົນລະພິດ, ສຽງເນືອງນັນ ແລະ ຄວາມກົດດັນອື່ນໆໃນຫ້ອງ ການເຮັດວຽກຄື: ການສະແຫວງ ຫາການພັກຜ່ອນຢ່ອນອາລົມ ແລະ ການສໍາຜັດສິ່ງປະທັບໃຈໃນປີໃໝ່ ຈະມາເຖິງນີ້ ນອກຈາກນັ້ນກໍຫວັງ ໄວ້ປີ 2024 ຈະມີສິ່ງດີໆເຂົ້າມາ ໃນຊີວິດເຊັ່ນກັນ. ແນວໃດກໍດີ ອີງຕາມຂໍ້ມູນຈາກ ເວບໄຊທະຄານກຸງສີຂອງໄທໄດ້ມີ ການລາຍງານແລະວິເຄາະທ່າອ່ຽງ ການເຄື່ອນຍ້າຍຂອງປະຊາກອນ ອາຊຽນ ໃນໄລຍະປີໃໝ່ນີ້ວ່າ: 10 ປະເທດສະມາຊິກອາຊຽນ ຍັງເປັນ ແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ຫລາຍທີ່ສຸດເພາະມີຄວາມສະຫງົບ ດີ, ຄ່າຄອງຊີບບໍ່ແພງ, ການໄປມາ ຫາສູ່ກັນມີຄວາມສະດວກຫລາຍ, ມີເສັ້ນທາງຫລວງ ແລະ ເສັ້ນທາງ ລົດໄຟເຊື່ອງໂຍງເຂົ້າຫາກັນ, ມີຮີດ ຄອງວັດທະນະທໍາຄ້າຍໆຄືກັນ, ມີ ສະຖານທີ່ທ່ອງທ່ຽວຫລາຍກວ່າ ທະວີອື່ນໆໃນໂລກ. ເວບໄຊທະນາຄານກຸງສີຍັງແນະ ນໍາແຫລ່ງທ່ອງທ່ຽວຍອດນິຍົມ ແລະ ຄວນໄປສໍາຜັດໃນອາຊຽນມີ ດັ່ງນີ້: ມາເລເຊຍ: ມີເກາະລັງກາວີ ເຊິ່ງມີປະຫວັດສາດທີ່ໜ້າຫລົງ ໄຫລເພາະເປັນຫາດຊາຍສີຂາວ ແລະ ນໍ້າທະເລສີສົດໃສດັ່ງມໍລະກົດ, ນອກຈາກນັ້ນກໍມີສະຖານທີ່ທ່ອງ ທ່ຽວເກາະປີນັງທີ່ເປັນບ້ານເຮືອນ ຕົບແຕ່ງຫລາກຫລາຍສີສັນສະ ທ້ອນໃຫ້ເຫັນການຢູ່ຮ່ວມກັນຢ່າງ ສະຫງົບສຸກ, ອຸທະຍານແຫ່ງຊາດ ປີນັງມີພືດພັນ 400 ຊະນິດ ແລະ ມີສູນອະນຸລັກພັນເຕົ່າອີກດ້ວຍ. ຫລາຍຄົນ ໂດຍເມືອງເຟືອງທີ່ມີ ຄວາມສວຍສົດງົດງາມດ້ານທໍາ ມະຊາດ, ປະຫວັດສາດ ແລະ ວິຖີ ຊີວິດຂອງປະຊາຊົນຈົນເຖິງຂັ້ນຂະ ໜານນາມ ວ່າ: ກຸ້ຍຫລິນແຫ່ງ ສປ ຈີນ, ນອກຈາກນັ້ນກໍມີເມືອງມໍລະ ດົກໂລກຫລວງພະບາງ, ຜາສາດ ຫີນ ວັດພູຈໍາປາສັກ, ທົ່ງໄຫຫີນ, ຫລີຜີຄອນພະເພັງ, ຕາດຂະຍຶກ, ຕາດຟານ, ຕາດເຍືອງ ແລະ ອື່ນໆ ລ້ວນແຕ່ສິ່ງທີ່ໜ້າໄປສໍາຜັດໃຫ້ໄດ້. ຫວຽດນາມ: ກໍເປັນອີກປະເທດ ໜຶ່ງທີ່ໄດ້ຮັບອິດທິພົນການປ່ຽນ ແປງຈາກຍຸກອະນານິຄົມສະໄໝ ຝຣັ່ງເຂົ້າມາປົກຄອງທີ່ຖິ້ມຊາກ ເຮືອນຊານບ້ານຊອງ, ອາຄານເກົ່າ ແກ່ໄວ້ຢ່າງຫລວງຫລາຍຈົນກາຍ ເປັນຈຸດດຶງດູດການທ່ອງທ່ຽວ, ນອກຈາກນັ້ນໄວໜຸ່ມຍຸກໃໝ່ຫວຽດ ນາມ ໄດ້ຫລົງໄຫລວັດທະນະທໍາ ການນຸ່ງຖືຈາກ ສ.ເກົາຫລີ ຢ່າງ ກວ້າງຂວາງຈົນຂຶ້ນຊື່ວ່າ: ເກົາຫລີ ໃຕ້ ແຫ່ງອາຊຽນ, ເຖິງແນວໃດກໍ ດີຫວຽດນາມບໍ່ໂດ່ງດັງໃນແຫລ່ງ ທ່ອງທ່ຽວດ້ານປະຫວັດສາດເທົ່າ ນັ້ນຫາກຍັງມີຊື່ສຽງດ້ານແຫລ່ງ ທ່ອງທ່ຽວທໍາມະຊາດ ແລະ ວິຖີຊີ ວິດອີກດ້ວຍເຊັ່ນ: ແຫລ່ງທ່ອງທ່ຽວ ຮ່າລອງເບ, ດານັງເມືອງຊາວປະ ມົງ ແລະ ອື່ນໆ. ປະເທດຟິລິບປິນ: ກໍເປັນໜຶ່ງ ຂອງສະມາຊິກອາຊຽນ ເຊິ່ງມີຫາດ ຊາຍທີ່ສວຍງາມທີ່ສຸດນັ້ນຄືຫາດ ໂບຣາໄກ ເຊິ່ງເປັນຫາດທີ່ມີຊື່ສຽງ ທີ່ສຸດໃນປະເທດນີ້ ແລະ ຕິດອັນດັບ ຕົ້ນຕົ້ນໆຂອງການທ່ອງທ່ຽວ. ສປປລາວ: ເມືອງວັງວຽງ ແລະ ເມືອງເຟືອງ ທີ່ໄດ້ຍິນຄຸ້ນຫູຂອງ ລາວ-ໄທ ກາຍເປັນສູນກາງເຊື່ອມໂຍງ ເຊື່ອມຈອດຂອງອາຊຽນຮອບດ້ານ ໃນອະນາຄົດ ເຊິ່ງແຜນດັ່ງກ່າວນັ້ນໄດ້ ຕິດພັນກັບນະໂຍບາຍ ແລະ ການສົ່ງ ເສີມການພັດທະນາເສດຖະກິດ-ສັງ ຄົມ ຂອງພັກ-ລັດຖະບານ ເພື່ອຍົກລະ ດັບພື້ນຖານໂຄງລ່າງ, ການແກ້ໄຂ ຄວາມທຸກຍາກ, ການຄົມມະນາຄົມຂົນ ສົ່ງ, ການຄ້າ, ການລົງທຶນ ແລະ ການ ໄປມາຫາສູ່ກັນໂດຍບໍ່ມີຂໍ້ຈໍາກັດ. ບັນດາຂົວຂ້າມນໍ້າຂອງ 2 ແຫ່ງນີ້ ຈະເຊື່ອມໂຍງເຊື່ອມຈອດເຂົ້າຫາກັນ ລະຫວ່າງສປປລາວ, ໄທ, ຫວຽດນາມ ແລະ ກໍາປູເຈຍຈາກພາກກາງສູ່ພາກ ໃຕ້ຂອງ ສປປ ລາວຢ່າງໜ້າສົນໃຈ. ທ່ານ ໄລທອງ ພົມມະວົງ ຫົວໜ້າ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດ ຕະພາບ ລາວ-ໄທ ແຫ່ງທີV ໄດ້ໃຫ້ສໍາ ພາດຕໍ່ນັກຂ່າວຈາກສໍານັກຂ່າວສານ ປະເທດລາວ ເມື່ອບໍ່ດົນນີ້ວ່າ: ການປະ ຕິບັດແຜນງານຂອງໂຄງການມາ ຮອດທ້າຍເດືອນພະຈິກ 2023 ສໍາ ລັບໜ້າວຽກໃນສັນຍາທີ 1 ວຽກກໍ່ສ້າງ ຂົວຂ້າມນໍ້າຂອງ ມາຮອດປັດຈຸບັນສໍາ ເລັດ 80% ແລະ ສັນຍາທີ 2 ການກໍ່ ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງ ອາຄານດ່ານກວດຄົນ ເຂົ້າອອກ-ອອກ ເມືອງ ສໍາເລັດ 94%. ສ່ວນບັນດາໜ້າ ວຽກຕ່າງໆ ກໍມີຄວາມຄືບໜ້າຫລາຍ ສົມຄວນ. ຂະນະທີ່ວຽກຊົດເຊີຍທີ່ດິນ ໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງ ດັ່ງກ່າວ ໃນເນື້ອທີ່ 52,4 ເຮັກຕາ ລວມ ມີ: ດິນສວນ, ຕົ້ນໄມ້ ມູນຄ່າທັງໝົດ 5,33 ຕຶ້ກວ່າກີບ ໄດ້ມີການຊົດເຊີຍ ສໍາເລັດ 100% ໂດຍນໍາໃຊ້ທຶນສົມທົບ ພາຍໃນຂອງລັດຖະບານລາວເຂົ້າໃນ ການຊໍາລະ. ທ່ານ ໄລທອງ ພົມມະວົງ ໃຫ້ຮູ້ອີກ ວ່າ: ສໍາລັບແຜນວຽກການກໍ່ສ້າງໃນ ເດືອນທັນວາ 2023 ແມ່ນຈະສຸມໃສ່ ປະຕິບັດເຮັດໃຫ້ແຜນລວມທັງ 2 ສັນ ຍາຄື: ສັນຍາ 1 ຊ່ວງ 2B ຈະປະຕິບັດ ວຽກໃຫ້ໄດ້ 2,70% ແຜນການ ລວມ ທັງໝົດ 76,97%; ສັນຍາ 2 ຊ່ວງ 3 ວາງແຜນການປະຕິບັດວຽກ ໃນເດືອນ ໃຫ້ໄດ້ 4,93%ແຜນການລວມທັງໝົດ 100%, ຄາດວ່າຈະຂົວແຫ່ງດັ່ງກ່າວ ຈະເປີດນໍາໃຊ້ຢ່າງເປັນທາງການໃນ ປີ 2024. ພ້ອມດຽວກັນນີ້, ທ່ານ ທອງດີ ຈັນທະວົງ ເຈົ້າເມືອງນະຄອນເພັງຍັງ ໄດ້ລາຍງານຕໍ່ສື່ມວນຊົນໃຫ້ຊາບວ່າ: ແຜນພັດທະນາ ແລະ ການກໍ່ສ້າງຂົວ ມິດຕະພາບລາວ-ໄທແຫ່ງທີ 6 ທີ່ເຊື່ອມ ຕໍ່ລະຫວ່າງເມືອງລະຄອນເພັງ ແຂວງ ສາລະວັນ ຫາ ເມືອງນາຕານ ແຂວງ ອຸບົນຣາຊະທານີ ຂອງປະເທດໄທ ແມ່ນເປັນເລື່ອງຈິງ ແລະ ໄດ້ມີການສຶກ ສາສໍາຫລວດສໍາເລັດແລ້ວປັດຈຸບັນ ອາດລໍຖ້າເລື່ອງງົບປະມານ ຫລື ທຶນ ເພື່ອນໍາມາຈັດຕັ້ງປະຕິບັດຕົວຈິງ. ດັ່ງທີ່ຮູ້ນໍາກັນ, ເມຶອງລະຄອນເພັງ ເປັນເມືອງໜຶ່ງທີ່ຂຶ້ນກັບແຂວງສາລະ ວັນ ເຊິ່ງມີທ່າແຮງບົ່ມຊ້ອນບໍ່ໜ້ອຍ ໃນການສົ່ງອອກສິນຄ້າລະຫວ່າງ ສປປ ລາວ, ໄທ, ຫວຽດນາມ, ແລະ ຍັງເຊື່ອມຕໍ່ກັບແຂວງສະຫວັນນະເຂດ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຈໍາປາສັກ, ມັນເປັນທາງຜ່ານທີ່ ສາມາດ ເຊື່ອມຕໍ່ໄປຫາບັນດາແຂວງ ອ້ອມຂ້າງ, ອາຊຽນ ລວມທັງສະຖານ ທີ່ ທ່ອງທ່ຽວຫລາຍແຫ່ງບໍ່ວ່າຈະເປັນ ແຫລ່ງທ່ອງທ່ຽວຜາສາດຫີນວັດພູຈໍາ ປາສັກ ມໍລະດົກແຫ່ງທີ 2, ຫລີຜີຄອນ ພະເພັງ, ຕາດຟານ, ຕາດເຍືອງ, ຕາດ ເລາະ-ຕາດຮັງ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==