xtgmf]k; 3 20/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລິດາ sa f4tde9a dlko rk7v[7q ; ,u -u ;y fdkogxa o16j fu 0B o xt-k-q o[h ko.spj ra fmtok l5 ;a ootr6 , l5 ,.lj ra fmtok -u ;y fdkogxa o16j .sh fu 0B o 2/12/1975 - 2/12/2023 ln [8+ I=j kIPogvq kc[[1j k' c]t 75 olq ,[a f ly omext8y ;a f 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023) * ທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ, ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງ ຊາດ ພວມພ້ອມກັນຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ລວງເລິກຂອງ ວຽກງານ ຢ່າງຫ້າວຫັນ ແລະ ມີຜົນ ສຳເລັດໃນຫລາຍດ້ານ; ການຈັດຕັ້ງ ສະເຫລີມສະຫລອງວັນສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ວັນ ເກີດຂອງ ປະທານ ໄກສອນ ພົມວິ ຫານ ຄົບຮອບ 103 (13 ທັນວາ 1920-13 ທັນວາ 2023) ຜູ້ນຳ ທີ່ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ສະຫລາດ ຫລັກແຫລມ, ມີໄຫວພິບອັນແຫລມ ຄົມ, ມີນ້ຳໃຈປະຕິວັດອັນເດັດດ່ຽວ ໜຽວແໜ້ນ; ເພິ່ນໄດ້ກຳເນີດ-ເຕີບ ໃຫຍ່ໃນຄອບຄົວຂ້າລາຊະການ ທ່າມກາງສະພາບທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງຈັກກະ ພັດຕ່າງດ້າວ ແລະ ປະຊາຊົນຕົກ ຢູ່ໃນຄວາມລຳບາກຍາກເຂັນ. ປະ ທານ ໄກສອນ ພົມວິຫານ ໄດ້ມີ ຄວາມຕື່ນຕົວແລະ ເຂົ້າຮ່ວມກັບບັນ ດາເພື່ອນມິດສະຫາຍທີ່ມີນ້ຳໃຈຮັກ ຊາດ ເພື່ອຊອກຫາເສັ້ນທາງກອບ ກູ້ເອົາຄວາມເປັນເອກະລາດແຫ່ງ ຊາດ; ເພິ່ນໄດ້ນຳພາປຸກລະດົມ ເຕົ້າ ໂຮມຄວາມສາມັກຄີປະຊາຊົນທຸກ ຊົນເຜົ່າ, ທຸກຊັ້ນຄົນ ຢ່າງກວ້າງ ຂວາງ ລຸກຂຶ້ນຕໍ່ສູ້ດ້ວຍຫລາຍຮູບ ການ. ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມກັບບັນດານັກປະຕິວັດ ຜູ້ອາວຸໂສຂອງພັກເຮົາ ຈັດຕັ້ງແນວ ລາວອິດສະຫລະຂຶ້ນ ຊຶ່ງເປັນຕົ້ນ ກຳເນີດຂອງແນວຮັກຊາດ ກໍຄື ແນວລາວສ້າງຊາດ ໃນປັດຈຸບັນ; ໄດ້ຮ່ວມກັບໝູ່ຄະນະ ກໍ່ຕັ້ງພັກປະ ຊາຊົນ ປະຕິວັດລາວຂຶ້ນ ແລະ ເປັນ ຜູ້ນຳສູງສຸດຂອງພັກ ໃນເວລາ ຍາວນານເກືອບ 40 ປີ; ຈັດຕັ້ງກໍ່ ສ້າງກຳລັງປະກອບອາວຸດປະຕິວັດ ຄືກອງທັບປະຊາຊົນ ແລະ ກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເປັນກຳລັງຕໍ່ຕ້ານດັບສູນສັດຕູ ຈົນສາມາດຍາດໄດ້ໄຊຊະນະຢ່າງ ສະຫງ່າງາມ, ປະກາດສ້າງຕັ້ງລັດ ສປປ ລາວ ຊຶ່ງແມ່ນລັດທີ່ເປັນຕົວ ແທນອັນແທ້ຈິງແຫ່ງສິດຜົນປະ ໂຫຍດຂອງປະຊາຊົນບັນດາເຜົ່າ. ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກ, ຂອງກຳລັງປະກອບອາວຸດ ແລະ ຂອງການປະຕິວັດລາວ ເວົ້າ ລວມ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດຕະຫລອດຊີວິດຂອງ ເພິ່ນ ໃຫ້ແກ່ພາລະກິດປະຕິວັດຂອງປະ ຊາຊົນລາວ. ແບບຢ່າງ ແລະ ຄຸນ ສົມບັດສິນທຳປະຕິວັດອັນສຸດກົກ ສຸດປາຍຂອງເພິ່ນແມ່ນຈິດໃຈຮັກ ຊາດອັນສູງສົ່ງ ແລະ ການອຸທິດ ຕົນເພື່ອຊາດ, ເພື່ອປະຊາຊົນ ດ້ວຍ ຄວາມສັດຊື່ບໍລິສຸດ. ດ້ວຍຄຸນທາດ ປະຕິວັດຄືດັ່ງກ່າວ ເມື່ອຕົກຢູ່ໃນສະ ພາບການທີ່ມີຄວາມຫຍຸ້ງຍາກສັບ ສົນເທົ່າໃດ ເພິ່ນກໍ່ມີມານະຈິດສູງ ສົ່ງ ແລະ ອຸທິດຕົນດ້ວຍຄວາມອຸ່ນ ອຽນທຸ່ນທ່ຽງ ແລະ ມີຄວາມເຊື່ອ ໝັ້ນຕໍ່ການນຳພາຂອງພັກ; ຍາມໃດ ເພິ່ນກໍ່ຕັດສິນໃຈສູງ ຜ່ານຜ່າອຸປະ ສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນ ແບບຢ່າງໃນການກະທຳຕົວຈິງ. ຄຸນສົມບັດອັນດີເດັ່ນຂອງ ປະ ທານ ໄກສອນ ພົມວິຫານ ແມ່ນ ຄວາມເດັດຂາດ ແລະ ແນວຄິດປະ ຕິວັດສຸດກົກສຸດປາຍ, ມີຫົວຄິດປະ ດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດ ຊອບ ເປັນຕົ້ນແມ່ນໃນການປະຕິບັດ ຍຸດໂທບາຍ ເພື່ອປະຕິບັດຍຸດທະ ສາດຂອງການປະຕິວັດ. ພາຍຫລັງ ປະເທດຊາດໄດ້ຮັບການປົດປ່ອຍ ຢ່າງສົມບູນ, ເພິ່ນກໍບໍ່ໄດ້ລົດລະຕໍ່ ການຈັດຕັ້ງນຳພາ ເພື່ອເຮັດໃຫ້ພາ ລະກິດຂອງການປະຕິວັດໃນໄລຍະ ໃໝ່ ໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ. ດ້ວຍຄຸນທາດຮັກຊາດ, ຄຸນທາດ ນັກປະຕິວັດຜູ້ດີເດັ່ນຄືດັ່ງກ່າວນັ້ນ ໄດ້ກາຍເປັນການປະກອບສ່ວນ ສຳຄັນໃນການຊຸກຍູ້ພາລະກິດ ການຕໍ່ສູ້ໃນເມື່ອກ່ອນ ກໍຄືໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນມີ ຄວາມກ້າວໜ້າຍິ່ງຂຶ້ນ. ພາລະກິດ ອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍເປັນແສງສະ ຫວ່າງແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ ລາວບັນດາເຜົ່າ, ເປັນທວນໄຟທີ່ບໍ່ ມີວັນດັບມອດ ແລະ ຍືນຍົງຢູ່ໃນພາ ລະກິດປະຕິວັດຂອງພວກເຮົາຕະ ຫລອດໄປ. * ການສ້າງເສດຖະກິດກໍມີຮູບແບບ ແຕກຕ່າງກັນ ຂຶ້ນກັບທ່າແຮງ ແລະ ເງື່ອນໄຂ ຂອງແຕ່ລະຄອບຄົວ, ໃນນັ້ນ ຫັດຖະກຳຈັກສານ ເປັນສິນຄ້າເປັນອາ ຊີບໜຶ່ງທີ່ປະຊາຊົນເຮົາເຄີຍມີມູນເຊື້ອ ມາແຕ່ດົນນານ ຊຶ່ງພັກ-ລັດ ໄດ້ມີນະໂຍ ບາຍສົ່ງເສີມໃຫ້ຜະລິດໄດ້ຫລາຍກາຍ ເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ ຄອບຄົວ ແລະ ກໍມີຫລາຍຄອບຄົວປະ ສົບຜົນສຳເລັດ ຄືດັ່ງຄອບຄົວ ຂອງ ທ່ານນາງ ສາ ສຸວັນນະເພົາ ທີ່ຖືເອົາອາ ຊີບຫັດຖະກຳຈັກສານເປັນສິນຄ້າ ຈົນ ເຮັດໃຫ້ຄອບຄົວຮັ່ງມີ ແລະ ກາຍເປັນ ສິນຄ້າໂອດັອບ. ທ່ານ ນາງ ສາ ສຸວັນນະເພົາ ໄດ້ໃຫ້ ສຳພາດຕໍ່ຜູ້ຂຽນວ່າ: ປັດຈຸບັນ ຢູ່ບ້ານ ນ້ຳກ້ຽງ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ. ຊີວິດການເປັນຢູ່ຂອງ ຄອບຄົວໃນເມື່ອກ່ອນ ແມ່ນພົບຄວາມ ຫຍຸ້ງຫລາຍສົມຄວນເນື່ອງຈາກວ່າ ອາໄສແຕ່ເຮັດນາ, ຄ້າຂາຍພຽງເລັກ ໜ້ອຍ ແລະ ຜະລິດເຄື່ອງມືໄວ້ໃຊ້ພາຍ * ບ້ານໃຫຍ່ສຸວັນນະພູມ ຂຶ້ນກັບ ເມືອງປາກລາຍ ແຂວງໄຊຍະບູລີ, ເປັນເຂດຈຸດສຸມພັດທະນາຂອງ ເມືອງ ຊຶ່ງຜ່ານມາພໍ່ແມ່ປະຊາຊົນ ແລະ ອຳນາດການປົກຕອງບ້ານ ໄດ້ສຸມໃສ່ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງບ້ານຢ່າງ ຕັ້ງໜ້າ ແລະ ສາມາດມີຜົນສຳເລັດ ເປັນກ້າວໆ. ດັ່ງທີ່ ທ່ານ ຈັນໜູນ ເກດສີທອງ ນາຍບ້ານດັ່ງກ່າວໃຫ້ຮູ້ວ່າ: ທົ່ວ ບ້ານມີເນື້ອທີ່ທັງໝົດ 3.975 ເຮັກ ຕາ, ໄດ້ຈັດຕັ້ງເປັນ 50 ໜ່ວຍ, ມີ 635 ຄອບຄົວທຽບໃສ່ປີ 2019 ເພີ່ມຂຶ້ນ 7 ຄອບຄົວ, ມີພົນລະເມືອງ ທັງໝົດ 3,313 ຄົນ, ຍິງ 1,635 ຄົນ ປະກອບມີ 5 ເຜົ່າ, ໂດຍສືບຕໍ່ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງບ້ານວາງ ອອກອົງການປົກຄອງບ້ານໄດ້ຊີ້ ນຳ-ນຳພາພໍ່ແມ່ປະຊາຊົນສ້າງ ລາຍຮັບໃຫ້ຫລາຍຂຶ້ນໂດຍການ ປຸກລະດົມປະຊາຊົນປູກຝັງ, ລ້ຽງ ສັດ ແລະ ດຳເນີນທຸລະກິດເພື່ອພັດ ທະນາຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການພັດທະນາໃຫ້ດີຂຶ້ນ ທົ່ວບ້ານສາມາດສ້າງລາຍຮັບ ໄດ້ ທັງໝົດ 98,7 ຕື້ກີບ, ສະເລ່ຍໃສ່ ຫົວຄົນໜຶ່ງໄດ້ 29,8 ລ້ານກີບຕໍ່ຄົນ ຕໍ່ປີ, ທຽບໃສ່ຄາດໝາຍກອງປະ ຊຸມບ້ານຄັ້ງຜ່ານມາເພີມຂື້້ນ 11,6 ລ້ານກີບເທົ່າກັບ 39,15% ຄື: ຮັບ ຈາກກະສິກຳ 70,8 ຕື້ກີບ, ຮັບຈາກ ອຸດສາຫະກຳ-ຫັດຖະກໍາ124ລ້ານ ກີບ, ຮັບຈາກຄ້າຂາຍ-ບໍລິການ ອື່ນໆ18,9ຕື້ກີບແລະຮັບຈາກເງິນ ເດືອນ 8,8 ຕື້ກີບ. ພ້ອມນີ້ ໃນໄລຍະ 5 ປີຕໍ່ໜ້າ ບ້ານຈະສືບຕໍ່ຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ບ້ານວາງອອກເພື່ອພັດທະນາຊີ ວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການພັດທະນາໃຫ້ດີຂຶ້ນ, ສູ້ຊົນ ສ້າງລາຍຮັບທັງໝົດໃຫ້ໄດ້ 114,3 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 34,4 ລ້ານກີບຄື: ຮັບຈາກກະສິ ກຳໃຫ້ໄດ້81,4 ຕື້ກີບ, ຮັບຈາກຄ້າ ຂາຍ- ບໍລິການ ແລະ ອື່ນໆໃຫ້ໄດ້ 32,7 ຕື້ກີບ, ຮັບຈາກອຸດສາຫະກຳ 149 ລ້ານກີບ. ເຕັກ ແລະ ສົ່ງອອກຕ່າງປະເທດເຊັ່ນ: ອາເມລິກາ, ໄທ ແລະ ປະເທດອື່ນໆອີກ. ເມື່ອຫັກຕົ້ນທຶນ ແລະ ຄ່າແຮງງານ ອອກປີໜຶ່ງມີກຳໄລ 50 ກວ່າລ້ານກີບ. ຜ່ານການສູ້ຊົນສ້າງເສດຖະກິດ ຂອງຄອບຄົວ ທ່ານ ນາງ ສາ ສຸວັນນະ ເພົາ ມາຮອດປັດຈຸບັນຊີວິດການເປັນຢູ່ ຂອງຄອບຄົວ ໄດ້ຮັບການພັດທະນາດີ ຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວມີຄວາມສາ ມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈ ດຽວ ພ້ອມກັນເຮັດພ້ອມກັນສ້າງ ຈຶ່ງ ໄດ້ຮັບຜົນສຳເລັດຄືດັ່ງກ່າວ; ປັດຈຸບັນ ມີເຮືອນຢູ່ຖາວອນ, ລົດໃຫຍ່ຂີ່, ລົດຈັກ ແລະ ມີເງິນເກັບແຮໄວ້, ມີທຶນການສຶກ ສາໃຫ້ລູກ ແລະ ເປັນຄອບຄົວຫລຸດ ພົ້ນອອກຈາກຄວາມທຸກຍາກໄດ້ຢ່າງ ສົມບູນ. ທ່ານ ນາງ ສາ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການສູ້ຊົນຂະຫຍາຍຜະລິດ ຕະພັນ ແລະ ສ້າງລາຍຮັບໃຫ້ສູງຂຶ້ນ ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ ຜະລິດຫັດຖະກຳຈັກສານເພີ່ມຂຶ້ນ, ໃຫ້ ມີຫລາຍສີສັນ ເພື່ອໃຫ້ທັນຍຸກ ທັນສະ ໄໝ ແລະ ຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງລູກຄ້າ ໃຫ້ ຫລາຍຂຶ້ນກວ່າເກົ່າ. ໃນຄອບຄົວ ເຊັ່ນ: ສານຕິບເຂົ້າ, ຫວດ ແລະ ອື່ນໆ ຊຶ່ງເຮັດໃຫ້ຄອບຄົວ ຕ້ອງ ໄດ້ອົດອອມ, ປະຢັດຊື້, ປະຢັດຈ່າຍ, ຄອບຄົວບໍ່ມີການພັດທະນາເທົ່າທີ່ຄວນ ຈຶ່ງໄດ້ປຶກສາຫາລືກັບຄອບຄົວຕ້ອງ ຜະລິດເປັນສິນຄ້າ ດ້ວຍພູມປັນຍາ ຂອງຕົນເອງ ແລະ ໄດ້ຕົກລົງກັນ, ສານ ຕິບເຂົ້າ, ຫວດ, ກະເປົາ ແລະ ອື່ນໆຂາຍ ຊຶ່ງເປັນການສືບທອດມາແຕ່ປູ່, ຍ່າ ຕາ ຍາຍ ແຕ່ບູຮານ ນະການ ຊຶ່ງເຫັນການ ຕອບຮັບຈາກ ລູກຄ້າ ແລະ ເລີ່ມຜະລິດ ຫລາຍຜະລິດຕະພັນຂຶ້ນເລື້ອຍໆ ເພື່ອ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງລູກຄ້າຫລາຍຂຶ້ນຈົນມີ ການສັ່ງສານພິເສດ, ຜະລິດໃຫ້ລູກຄ້າ ບໍ່ທັນ ແລະ ໄດ້ໃຫ້ປະຊາຊົນພາຍໃນ ບ້ານຜູ້ທີ່ມີຄວາມຊຳນານໃນການຈັກ ສານໃຫ້ຜະລິດມາຂາຍໃຫ້, ຕິບເຂົ້າ ລາຄາເລີ່ມຕົ້ນ 20 ພັນກີບ ຫາ 5 ແສນ ກີບ,ກະເປົາສານ35ພັນກີບຫາ1ລ້ານ ກວ່າກີບ ແລະ ອື່ນໆ ຊຶ່ງການຈຳໜ່າຍ ຂາຍທົ່ວນະຄອນຫລວງ, ງານວາງ ຂາຍສິນຄ້າໂອດັອບຢູ່ສູນການຄ້າໄອ
RkJQdWJsaXNoZXIy MTc3MTYxMQ==