lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/12/2023 xtgmf]k; ໄລຍະກາງສະໄໝ... ກະຊວງປ້ອງກັນປະເທດ... ຂຸນກອງແລງ... ອົງການກວດກາລັດ... ວຽກງານສື່ສານກອງທັບ... ປະທານປະເທດ.... *ໃນວັນທີ 19/12/203 ທີ່ສຳນັກຂ່າວສານປະເທດ, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຕ້ອນຮັບທ່ານ ເດຊາ ນົນ ບູຣະນະປີນ ຮັກສາການຫົວໜ້າພະແນກການຕະຫລາດ ບໍລິສັດ ລາວໂທລະຄົມມະນາຄົມ ມາຫາຊົນ ແລະ ຕາງໜ້າຈາກບໍລິສັດ ເອັດຊີຈີ (SCG) ເຂົ້າອວຍພອນໃນໂອກາດສົ່ງທ້າຍປີເກົ່າ ປີ 2023 ຕ້ອນຮັບປີໃໝ່ສາກົນ ປີ 2024. ໃນໂອກາດດຽວກັນ, ທ່ານຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ປະເທດລາວ ໄດ້ສະແດງຄວາມຂອບໃຈມາຍັງສອງບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນ ຂປລ ຂອງພວກເຮົາຕະຫລອດມາ. ຂປລ. ແຫລ່ງທ່ອງທ່ຽວແບບ ອະນຸລັກທຳມະຊາດ ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນແຂວງ ຄໍາມ່ວນ ກຽມຈະເປີດໃຫ້ບໍລິການ ກ່ອນປີໃໝ່ລາວກໍຄືປີທ່ອງທ່ຽວ ລາວ 2024 ໂດຍຈະຕ້ອນຮັບນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ເຂົ້າມາທັງແບບເປັນກຣຸບ ທົວ ແລະ ນັກທ່ອງທ່ຽວທົ່ວໄປເຊິ່ງ ຈະມີການບໍລິການນັກທ່ອງທ່ຽວ ທີ່ມາພັກພາອາໄສ, ສຳຜັດກັບທຳ ມະຊາດທີ່ມີຄວາມສົດຊື່ນ ແລະ ຄວາມສວຍງາມຂອງພູຫີນປູນລວມ ມີຫລາຍກວ່າ 30 ກິດຈະກຳທີ່ຕິດ ພັນກັບການທ່ອງທ່ຽວ ແບບອະນຸ ລັກປົກປັກຮັກສາທຳມະຊາດໂດຍ ປະຊາຊົນມີສ່ວນຮ່ວມ ແລະ ປະຊາ ຊົນຈະເປັນຜູ້ໃຫ້ບໍລິການ. ນອກນີ້ຍັງ ຈະໄດ້ຊຸກຍູ້ແລະສົ່ງເສີມໃຫ້ພໍ່ແມ່ປະ ຊາຊົນມີການຮ່ວມມື ເພື່ອຮັບປະກັນ ດ້ານການຜະລິດສະບຽງອາຫານ ພືດ, ຜັກ, ຊີ້ນ,ປາ ແລະຜະລິດຕະພັນ ຕ່າງໆເພື່ອສະໜອງໃຫ້ແກ່ໂຄງການ ແລະ ຮ່ວມກັນພັດທະນາສິນຄ້າ ເພື່ອ ຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ. ທ່ານ ພັນທະຈິດ ອິນທິລາດ ປະ ທານບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດກ່ຽວ ກັບຄວາມເປັນມາ ແລະ ຄວາມຄືບ ໜ້າຂອງໂຄງການເມື່ອບໍ່ດົນມານີ້ ວ່າ: ຍ້ອນຄວາມມັກຮັກໃນທຳມະ ຊາດ, ມັກການທ່ອງທ່ຽວແບບຜະ ຈົນໄພ ແລະ ຍ້ອນເຫັນໄດ້ທ່າແຮງ ຂອງແຂວງຄຳມ່ວນ ກໍຄືເມືອງຫີນ ບູນໂດຍສະເພາະແມ່ນຂຸນກອງແລງ ທີ່ມີຊື່ສຽງໂດ່ງດັງມາໄດ້ຫລາຍ ສິບປີ ແຕ່ຍັງບໍ່ໄດ້ຮັບການພັດທະນາ ທາງບໍລິສັດ ຈຶ່ງໄດ້ປຶກສາຫາລືກັບ ການນຳຂອງແຂວງ, ເມືອງ ແລະ ໄດ້ຂໍອະນຸຍາດສຶກສາໃນການສຳ ຫລວດຄວາມເປັນໄປໄດ້ ເພື່ອພັດທະ ນາ ພ້ອມທັງສຶກສາທາງດ້ານຜົນກະ ທົບຕໍ່ສິ່ງແວດລ້ອມ ໃນປີ 2018 ໂດຍໃຊ້ເວລາສຶກສາສຳຫລວດ ເກືອບ1ປີແລະ ໄດ້ຮັບການອະນຸມັດ ເຊັນສັນຍາສຳປະທານໃນປີ 2019. ຈາກນັ້ນ ໄດ້ເລີ່ມລົງມືບຸກເບີກ, ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ: ການກໍ່ສ້າງຕາຝັ່ງເຈື່ອນ, ປູກປ່າ ຄືນໃໝ່, ດັດປັບທັດສະນິຍະພາບ, ສ້າງສິ່ງອຳນວຍຄວາມສະດວກ, ທີ່ພັກພາອາໄສ ເຊິ່ງໃຊ້ເວລາພັດທະ ນາມາໄດ້ປີກວ່າໆ ກໍປະສົບບັນຫາ ການແພ່ລະບາດຂອງພະຍາດໂຄ ວິດ-19 ບໍ່ສາມາດດຳເນີນ ຕໍ່ໄປໄດ້. ຫລັງຈາກຜ່ານວິກິດການດັ່ງ ກ່າວ, ໄດ້ກັບເຂົ້າມາພັດທະນາໂຄງ ການຕໍ່ ແລະ ໄດ້ປັບປຸງກິດຈະການ ຕ່າງໆໃຫ້ສົມບູນບໍ່ວ່າຈະເປັນກິດຈະ ກຳທີ່ຕິດພັນກັບທຳມະຊາດ ແລະ ແບບຜະຈົນໄພ ເປັນຕົ້ນ: ສູນບໍລິການ ນັກທ່ອງທ່ຽວ, ບ່ອນຈອດລົດ, ຣີ ສອດ (ເຮືອນແຄັບຊູນແບບທັນສະ ໄໝ, ເຮືອນໄມ້ໄຜ່, ເຮືອນຊົງລາວ), ສວນອາຫານ, ຮ້ານຂາຍເຄື່ອງຂອງ ທີ່ລະນຶກ, ຖະໜົນຄົນຍ່າງ, ເຮືອນ ພັກຕາກອາກາດ, ສູນຮັກສາສຸຂະ ພາບ, ສວນນໍ້າ, ຈຸດຊົມວິວ, ພາຍ ເຮືອກາຍັກ, ຂີ່ລົດ ATV, ຊິບລາຍ, ປີນຜາ ແລະ ອື່ນໆ. ທ່ານ ພັນທະຈິດ ອິທິລາດ ກ່າວ ຕື່ມວ່າ: ໃນເຂດໂຄງການແຫລ່ງ ທ່ອງທ່ຽວ ຂຸນກອງແລງ ລວມມີທີ່ ພັກ ທັງແບບທັນສະໄໝ ແລະ ແບບ ເຮືອນຊົງລາວ ຈຳນວນ 100 ກວ່າ ຫ້ອງ ເຊິ່ງສາມາດຮອງຮັບນັກທ່ອງ ທ່ຽວທີ່ເຂົ້າມາພັກຄ້າງຄືນໄດ້ປະ ມານ 200 ກວ່າຄົນຕໍ່ຄືນ. ນອກນີ້ ຍັງມີກິດຈະກຳທີ່ຫລາກຫລາຍ, ມີ ສະຖານທີ່ກວ້າງຂວາງສາມາດ ຮັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ຊົມໄດ້ບໍ່ຕໍ່າກວ່າ 1.000 ຄົນຕໍ່ວັນ. ຄຽງຄູ່ກັບການຕ້ອນຮັບແຂກທີ່ເຂົ້າ ມາທ່ຽວຊົມແລ້ວ ທາງໂຄງການ ຍັງມີຄວາມຕ້ອງການພະນັກງານ ທີ່ຈະເຂົ້າມາເຮັດວຽກບໍລິການປະ ມານ100-200ຄົນໂດຍຈະເນັ້ນໃຫ້ ລູກຫລານພໍ່ແມ່ປະຊາຊົນ ໃນເຂດ ໃກ້ຄຽງໄດ້ເຂົ້າມາປະກອບສ່ວນ ເພື່ອສ້າງວຽກເຮັດງານທຳ, ມີລາຍ ຮັບທີ່ໝັ້ນຄົງ ໂດຍທາງໂຄງການຈະ ມີການຝຶກອົບຮົມໃນດ້ານການບໍລິ ການຕ່າງໆ ເພື່ອສ້າງຄວາມສາມາດ ແລະ ຮ່ວມກັນເປັນເຈົ້າພາບທີ່ດີ ໃນ ການຕ້ອນຮັບນັກທ່ອງທ່ຽວ. ໃນໂອກາດນີ້ ທ່ານປະທານບໍ ລິສັດ ອິນທຣາ ໂຄໂປເຣຊັ່ນ ຍັງໄດ້ ສະເໜີຕໍ່ການຈັດຕັ້ງຂັ້ນເທິງຊ່ວຍ ຄົ້ນຄວ້າ ກ່ຽວກັບບັນຫານິຕິກຳ ແລະ ການອະນຸຍາດນໍາໃຊ້ທີ່ດິນໃນ ເຂດສຳປະທານ ທີ່ຍັງເປັນບັນຫາຢູ່ ໃນປັດຈຸບັນ ເພື່ອຮັບປະກັນເຮັດໃຫ້ ແຫລ່ງທອງທ່ຽວຂຸນກອງແລງໄດ້ມີ ເງື່ອນໄຂເປີດໃຫ້ບໍລິການແກ່ນັກ ທ່ອງທ່ຽວ ທັນຕາມກຳນົດເວລາ ແລະ ຕາມເປົ້າໝາຍ ທີ່ແຂວງໄດ້ກຳ ນົດໃຫ້ເປັນແຫລ່ງທ່ອງທ່ຽວເປີດ ໃໝ່ ເພື່ອຮອງຮັບໃຫ້ແກ່ການເປີດ ປີທ່ອງ ທ່ຽວລາວ ປີ 2024. ພ້ອມນີ້ ກໍຂໍເຊີນຊວນບັນດາ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ພາຍຫລັງທີ່ໄດ້ເປີດໃຫ້ບໍລິການ ແລ້ວ ໃຫ້ເຂົ້າມາທ່ຽວຊົມສຳຜັດກັບ ຄວາມສວຍງາມຂອງທຳມະຊາດ ແລະ ຮັບຮູ້ເຖິງການພັດທະນາ, ການ ໃຫ້ບໍລິການໂດຍປະຊາຊົນມີສ່ວນ ຮ່ວມ ທີ່ເປັນການລົງທຶນຂອງເອກະ ຊົນພາຍໃນ 100% ເຊິ່ງທາງໂຄງ ການກໍຈະພະຍາຍາມເຮັດ ໃຫ້ດີທີ່ສຸດ ບໍ່ວ່າຈະເປັນດ້ານການກະກຽມສະ ຖານທີ່ທ່ອງທ່ຽວ, ສິ່ງອຳນວຍ ຄວາມສະດວກລວມເຖິງຂອດການ ບໍລິການດ້ານຕ່າງໆ. ຂ່າວ-ພາບ: ກອງຄຳ ທິພາບການຄຸ້ມຄອງລາຍຮັບ-ລາຍ ຈ່າຍງົບປະມານ ແນໃສ່ຮັບປະກັນ ສະຖຽນລະພາບຂອງງົບປະມານ ແຫ່ງລັດ ດ້ວຍການສ້າງ ແລະ ປັບ ປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃນຂົງເຂດລາຍຮັບ-ລາຍຈ່າຍງົບ ປະມານແຫ່ງລັດ. ສຳເລັດ 6 ວຽກ ຈຸດສຸມເປັນສ່ວນໃຫຍ່ຫັນກົນໄກ ການຄຸ້ມຄອງງົບປະມານແຫ່ງລັດ ເປັນທັນສະໄໝ ແລະ ກ້າວໄປສູ່ລະ ບົບດີຈິຕອນ ຄື: ການພັດທະນາ, ປັບ ປຸງລະບົບຄຸ້ມຄອງລາຍຈ່າຍ, ລະ ບົບຄຸ້ມຄອງໜີ້ສິນ ແລະ ວິໄຈການ ເງິນ; ປັບປຸງ ແລະ ຜັນຂະຫຍາຍລະ ບົບຄຸ້ມຄອງຂໍ້ມູນຂ່າວສານລາຍ ຮັບ; ຍົກລະດັບການເຊື່ອມຕໍ່ຂໍ້ມູນ ຂ່າວສານ; ພັດທະນາລະບົບວິເຄາະ- ວິໄຈຂໍ້ມູນ ແລະ ກວດສອບ; ປັບປຸງ ແລະ ຜັນຂະຫຍາຍລະບົບບໍລິຫານ ຫ້ອງການ ແລະ ເຜີຍແຜ່ຂໍ້ມູນ ແລະ ຍົກລະດັບລະບົບພື້ນຖານໂຄງລ່າງ ເຄືອຂ່າຍ ແລະ ຄວາມປອດໄພຂໍ້ມູນ ຂະແໜງການເງິນພາກລັດ. ພ້ອມ ກັນນັ້ນ, ສຳເລັດການປະເມີນ ແລະ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການບັນຊີ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຜ່ານມາ. ອັນພົ້ນເດັ່ນ ໃນປີ 2021 ປະ ຕິບັດລາຍຮັບໄດ້ເກີນແຜນ 4,62% ເປັນເງິນ 1.276 ຕື້ກີບ, ຫລຸດຜ່ອນ ລາຍຈ່າຍໄດ້ 2.076 ຕື້ກີບ ແລະ ການຂາດດຸນຫລຸດລົງຈາກ2,17% ມາເປັນ 1,84% ຂອງ GDP; ປີ 2022 ເກີນແຜນ 3% ເປັນເງິນ 947 ຕື້ກີບ ລາຍຈ່າຍສາມາດຫລຸດ ຜ່ອນໄດ້ 3.131 ຕື້ກີບ ແລະ ການ ຂາດດຸນຫລຸດລົງ ຈາກ 1,80%ມາ ເປັນເກີນດຸນ 0,12% ຂອງ GDP; ຄາດວ່າປີ 2023 ຈະສາມາດປະຕິ ບັດລາຍຮັບໄດ້ລື່ນແຜນເປັນປີທີ 3. ຂ່າວ: ກິດຕາ ກອງທັບກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ ດົນນີ້ວ່າ: ການເປີດຫໍພິພິທະພັນປະ ຫວັດສາດກອງທັບປະຊາຊົນລາວ ພາຍຫລັງປັບປຸງສຳເລັດ ເພື່ອໃຫ້ ມວນຊົນໄດ້ເຂົ້າຊົມໃນຄັ້ງນີ້ ກໍເປັນ ກິດຈະກຳໜຶ່ງທີ່ປິ່ນອ້ອມ ເພື່ອເປັນ ການສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 75 ປີ (20 ມັງກອນ 2024) ທີ່ຈະມາເຖິງ. ພ້ອມນີ້, ຍັງ ມີຂະບວນການອື່ນໆ ເຊັ່ນ: ການ ແຂ່ງຂັນກິລາ, ແຂ່ງຂັນນັກຮ້ອງ ສຽງດີ, ການອອກແຮງງານລວມ ແລະ ປາຖະກະຖາເລົ່າມູນເຊື້ອຂອງ ກອງທັບປະຊາຊົນລາວ. ສຳລັບ ຫໍພິພິຕະພັນປະຫວັດສາດກອງທັບ ມີບົດບາດສຳຄັນຫລາຍທີ່ສຸດ ໃນ ການວາງສະແດງບັນດາປະຫວັດ ການເຄື່ອນໄຫວ ຕໍ່ສູ່ຍືດເຍື້ອຍາວ ນານລະອິດລະອ້ຽວຂອງກອງທັບ ກໍຄື ປະຊາຊົນລາວບັນດາເຜົ່າໃນໄລ ຍະການຕໍ່ສູ່ຕ້ານຈັກກະພັດຜູ້ຮຸກ ຮານທັງແບບເກົ່າ ແລະ ແບບໃໝ່ ເຊິ່ງກອງທັບປະຊາຊົນລາວ ໄດ້ກຳ ເນີດເກີດຂຶ້ນ ໂດຍປະຊາຊົນເພື່ອປະ ຊາຊົນ ແລະ ຕໍ່ສູ້ເພື່ອເອກະລາດ, ສິດເສລີພາບ ແລະ ນຳເອົາເອກະ ລາດມາສູ່ປະຊາຊົນລາວ. ສະນັ້ນ, ຜົນງານທັງໝົດເຫລົ່ານີ້, ຈະຖືກນຳ ມາວາງສະແດງຢູ່ ຫໍພິພິຕະພັນປະ ຫວັດສາດກອງທັບແຫ່ງນີ້. ຖ້າຫາກ ທ່ານໃດທີ່ມາທ່ຽວຊົມ ຈະໄດ້ຮຽນ ຮູ້ຄວາມເປັນຈິງຂອງປະຫວັດສາດ ລາວ ໂດຍສະເພາະ ແມ່ນທັກສະ ການຕໍ່ສູ້ຂອງກຳລັງປະກອບອາວຸດ ຂອງກອງທັບປະຊາຊົນລາວ. ທ່ານ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ກ່າວອີກວ່າ: ຂ້າພະ ເຈົ້າເປັນໜຶ່ງໃນບັນດາສະມາຊິກຫລື ເປັນທະຫານຮັບໃຊ້ຢູ່ກອງທັບປະ ຊາຊົນລາວ ໃນປັດຈຸບັນນີ້ ສຸດທີ່ມີ ຄວາມເອກອ້າງທະນົງໃຈ ແລະ ພູມ ໃຈເປັນຢ່າງຍິ່ງຕໍ່ໜ້າທີ່ທີ່ຕົນເອງໄດ້ ຮັບມອບໝາຍຈາກພັກ-ລັດ ແລະ ປະຊາຊົນລາວ. ພາບ: ເກດສະໜາ ການກວດສອບໃນປີຜ່ານມາ, ຜ່ານ ການຕິດຕາມການແກ້ໄຂຜົນການ ກວດສອບຕາມຄໍາສັ່ງ 3 ເປົ້າໝາຍ ມີມູນຄ່າທີ່ຕ້ອງໄດ້ເກັບກູ້ເງິນຄືນ 1.059,82 ລ້ານກີບ, ແລະ 2,88 ລ້ານບາດ; ຕິດຕາມການແກ້ໄຂຜົນ ການກວດກາ ໂຄງການລົງທຶນຂອງ ລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາຈໍານວນ 67 ໂຄງ ການ, ຫລຸດລົງ 2 ໂຄງການ(ແຜນປີ 69 ໂຄງການ). ໃນນັ້ນ, ໂຄງການ 10ຕື້ກີບຂຶ້ນໄປມີ43ໂຄງການແລະ ໂຄງການນອກແຜນ 1 ໂຄງການ ມູນຄ່າ 29,53 ຕື້ກີບ, ໂຄງການ 10 ຕື້ລົງມາມີ 23 ໂຄງການ. ຕາມ ຜົນການກວດສອບທີ່ສະພາແຫ່ງ ຊາດຕົກລົງ ມີ 5 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງ ທຶນຂອງລັດ 1 ໂຄງການ ມູນຄ່າ 60,54ຕື້ກີບ. ສ່ວນການສະເໜີຂອງ ສະພາປະຊາຊົນແຂວງມີ 5 ໂຄງ ການ ເພີ່ມຂຶ້ນ 4 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງ ທຶນຂອງລັດ 4 ໂຄງການ ມູນຄ່າ 2,32 ຕື້ກີບ. ທ່ານ ດວງຕາ ມໍລະຄາສຸກ ຍັງ ໃຫ້ຮູ້ອີກວ່າ: ໃນປີຜ່ານມາອົງການ ກວດກາລັດ ແຂວງບໍລິຄໍາໄຊ ເລັ່ງ ເອົາໃຈໃສ່ຫລາຍໜ້າວຽກສໍາຄັນ ເປັນຕົ້ນ ບັນດາໜີ້ຕ້ອງຮັບຈາກ ສ່ວຍສາອາກອນ 6,92 ຕື້ກີບ, ໃນ ປີ 2023 ສາມາດຈັດເກັບໜີ້ທີ່ຕິດ ພັນກັບງົບປະມານໄດ້ 1 ບໍລິສັດ ຈໍາ ນວນ 15,39 ລ້ານກີບ, ຍັງຄ້າງ 6,90 ຕື້ກີບ; ໜີ້ຕ້ອງຮັບຈາກຊັບສິນ ຂອງ ລັດ 621,32 ລ້ານກີບ ແລະ 145.855 ກວ່າໂດລາສະຫະລັດສາ ມາດຈັດເກັບໄດ້ 279,98 ລ້ານກີບ ແລະ 37.134 ກວ່າໂດລາສະຫະ ລັດ; ໜີ້ຕ້ອງຮັບຈາກເງິນຄຸ້ມຄອງ ໂຄງການລົງທຶນຂອງລັດ 79 ໂຄງ ການ ມູນຄ່າ 32,47 ຕື້ກີບ, ພະ ແນກໂຍທາທິການ ແລະ ຂົນສົ່ງຈໍາ ນວນທີ່ຍັງຄ້າງ 75 ໂຄງການມູນຄ່າ ການກໍ່ສ້າງຕາມສັນຍາ 4.714,16 ຕື້ກີບ, ມູນຄ່າເງິນຄຸ້ມຄອງໂຄງ ການຕາມສັນຍາ 41,23 ຕື້ກີບ, ໃນ ປີ 2023 ໄດ້ຮັບເງິນຄຸ້ມຄອງໂຄງ ການຈໍານວນ 7 ໂຄງການມູນຄ່າ 45 ລ້ານກີບ. ສໍາລັບພະແນກພະລັງງານ ແລະ ບໍ່ແຮ່ມີໜີ້ຕ້ອງຮັບຈາກເງິນຄຸ້ມຄອງ ຕາມສັນຍາ 1 ໂຄງການ ຈໍານວນ 276,26 ລ້ານກີບ, ການເລັ່ງທວງ ລາຍຈ່າຍລ່ວງໜ້າໃນລະບົບຄັງເງິນ ປະຈໍາແຂວງຈໍານວນ 8.42 ຕື້ກີບ, ການສະຫລຸບລາຍຮັບ-ລາຍຈ່າຍ ເງິນຕິດຕາມການພັດທະນາໂຄງ ການພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການຈັດຕັ້ງປະຕະບັດ ລາຍຈ່າຍງົບປະມານແຫ່ງລັດ,ການ ຄຸ້ມຄອງການລົງທຶນດ້ານບໍ່ແຮ່, ການວາງເງິນຄໍ້າປະກັນ ແລະ ການ ດັດແກ້ມູນຄ່າໂຄງການກໍ່ສ້າງຈໍາ ນວນ 129,67 ຕື້ກີບ ແລະ ອື່ນໆ. ຂ່າວ-ພາບ:ຂັນໄຊ ພ້ອມນີ້, ຄະນະພັກ-ຄະນະບັນຊາ ສູນສື່ສານກອງທັບຮັບໃຊ້ການນໍາ ແລະ ພາກລັດບໍລິຫານ ຍັງໄດ້ເອົາໃຈໃສ່ ລົງເຄື່ອນໄຫວເຮັດວຽກງານຢ່າງຮອບ ດ້ານນໍາກອງພັນນ້ອຍ, ກອງຮ້ອຍເພື່ອ ເກັບກຳເອົາບັນຫາຕ່າງໆ ເພື່ອມາປັບ ປຸງແກ້ໄຂໃຫ້ທັນກັບສະພາບການ, ຈັດ ຕັ້ງລະບົບປະຈຳການຢູ່ກອງພັນໃຫຍ່ ປະຈຳການບັນຊາ, ປະຈຳການມໍນິເຕີ, ປະຈຳການລົດບໍລິຫານ, ມີປະຈຳການ ກອງພັນ, ກອງຮ້ອຍ, ໝວດແຕ່ລະຈຸດ ມີ 2 ສະຫາຍ ເຮັດໜ້າທີ່ປະຈໍາການຢູ່ ບັນດາຈຸດໃຫ້ບໍລິການຮັບປະກັນທາງ ດ້ານລະບົບສື່ສານໃຫ້ດໍາເນີນການຕະ ຫລອດ 24 ຊົ່ວໂມງ, ປະຈໍາການແຕ່ ລະພາກສ່ວນແມ່ນໄດ້ສະ ຫລຸບສະພາບ ແລະ ປະຕິບັດການສ່ອງແສງລາຍງານ ໃຫ້ຂັ້ນເທິງຢ່າງເປັນປົກກະຕິໃນແຕ່ລະ ວັນ; ຈັດຕັ້ງກໍາລັງພ້ອມພາຫະນະລົດ ອາວຸດກະສຸນ, ອຸປະກອນເຕັກນິກແລະ ເຄື່ອງມືຮັບໃຊ້ຢູ່ບັນດາຈຸດທີ່ມີຄວາມ ສ່ຽງຕ່າງໆຈໍານວນ 34 ຈຸດ ໃນຂອບ ເຂດທົ່ວປະເທດ ເພື່ອຮັບປະກັນວຽກ ງານ ກຽມພ້ອມສູ້ຮົບ ແລະ ສ້ອມແປງ ແກ້ໄຂສາຍໄຍແກ້ວຂາດ, ຕິດຕາມການ ຂະຫຍາຍທາງ, ການສ້ອມແປງທາງ, ການຂະຫຍາຍທໍ່ນໍ້າປະປາ, ການຂະ ຫຍາຍລະບົບໄຟຟ້າ ແລະ ອື່ນໆ ໂດຍ ໄດ້ມອບໝາຍຈັດແບ່ງຄວາມຮັບຜິດ ຊອບໃຫ້ແຕ່ລະພາກສ່ວນຕາມພາລະ ບົດບາດໃຫ້ຖືກຕ້ອງສອດຄ່ອງ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງ ຕົນຢ່າງຫ້າວຫັນ. ໂອກາດນີ້, ສະຫາຍພັນໂທອານົງສີ ແກ້ວຄໍາພັນ ຕາງໜ້າຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບທົ່ວສູນສື່ ສານກອງທັບຮັບໃຊ້ການນຳ ແລະພາກ ລັດບໍລິຫານ ໄດ້ອວຍພອນໄຊອັນປະ ເສີດມາຍັງບັນດາການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີ ສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນ ໜ້າທີ່ອັນສູງສົ່ງຂອງທ່ານ, ອວຍພອນ ມາຍັງຖັນແຖວພະນັກງານນັກຮົບທົ່ວ ກອງທັບປະຊາຊົນລາວ ຈົ່ງມີຄວາມຜາ ສຸກ, ມີສຸຂະພາບເຂັ້ມແຂງສືບຕໍ່ປະຕິ ບັດໜ້າທີ່ການເມືອງຂອງຕົນດ້ວຍຜົນ ສໍາເລັດອັນຈົບງາມ. ຂໍ້ມູນ: ໜັງສືພິມປະຊາຊົນ ໃຫ້ມີຫລາຍບົດຮຽນທັງບົດຮຽນທີ່ ໄດ້ຮັບໄຊຊະນະ ແລະທັງປະລາໄຊໃນ ການຄຸ້ມຄອງການເງິນ-ວິໄນ ການ ເງິນ, ສຸມໃສ່ສືບຕໍ່ປັບປຸງກົນໄກການ ຫັນເປັນທັນສະໄໝ ແລະ ການບັງຄັບ ໃຊ້ກົດໝາຍ ເພື່ອການສະກັດກັ້ນການ ຮົ່ວໄຫລຂອງງົບປະມານ, ເພີ່ມລາຍ ຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕ ຂອງເສດຖະກິດ, ຄຸ້ມຄອງ ແລະ ປະຕິ ບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດ ທິຜົນສູງ ແລະ ປະຢັດມັດທະຍັດ,ໃຫ້ ມີສ່ວນເຫລືອແຮໄວ້ຊຳລະໜີ້ສິນຕາມ ຍຸດທະສາດ ແລະ ແຜນໄລຍະກາງ ທີ່ກຳນົດໄວ້ ກໍຄື ການສ້າງຄັງສະສົມ ແຫ່ງລັດໃຫ້ຫລາຍຂຶ້ນເລື້ອຍໆ; ສືບ ຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະ ໂຍບາຍແລະມາດຕະການໃນການຄຸ້ມ ຄອງເສດຖະກິດມະຫາພາກດ້ານ ການເງິນ, ເງິນຕາເພື່ອສ້າງຄວາມໝັ້ນ ທ່ຽງ, ຮັບປະກັນສະຖຽນລະພາບໃຫ້ ເສດຖະກິດແຫ່ງຊາດ ສິ່ງສຳຄັນໃນ ສະເພາະໜ້າແກ້ໄຂອັດຕາເງິນເຟີ້, ເຮັດໃຫ້ອັດຕາແລກປ່ຽນເງິນກີບທຽບ ໃສ່ສະກຸນເງິນຫລັກຫລຸດລົງ ຫລື ເຮັດໃຫ້ເງິນກີບແຂງຄ່າຂຶ້ນ; ເອົາໃຈ ໃສ່ສ້າງກົນໄກໃນການຄຸ້ມຄອງເງິນ ຕາຕ່າງປະເທດ ເພື່ອເພີ່ມຄັງສຳຮອງ ເງິນຕາຕ່າງປະເທດ,ຄຽງຄູ່ກັນນັ້ນ ຕ້ອງສ້າງຖານການຜະລິດໃໝ່, ຂະ ຫຍາຍການຜະລິດ ເພື່ອທົດແທນ ການນໍາເຂົ້າ ແລະ ເພີ່ມການສົ່ງອອກ ໃຫ້ຫລາຍຂຶ້ນ, ສ້າງກົນໄກ ແລະ ຮູບ ແບບສົ່ງເສີມການເຂົ້າເຖິງແຫລ່ງທຶນ ໃຫ້ແກ່ບັນດາວິສາຫະກິດຂະໜາດ ນ້ອຍ ແລະ ຂະໜາດກາງ (SME) ໃຫ້ຫລາຍຂຶ້ນ ທັງນຳໃຊ້ເຄື່ອງມືທີ່ ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມ ຄອງການດໍາເນີນງານ ເພື່ອຫລຸດຕົ້ນ ທຶນແລະ ສ້າງຄວາມສະດວກໃຫ້ວິສາ ຫະກິດ ແລະ ຜູ້ປະກອບການສາມາດ ເຂົ້າເຖິງແຫລ່ງທຶນ ແລະ ຂໍ້ມູນໄດ້ໄວ ຂຶ້ນກວ່າເກົ່າ, ຕ້ອງຮັກສາສະຖຽນ ລະພາບດ້ານການເງິນ; ຕ້ອງສົມທົບ ພາກສ່ວນກ່ຽວຂ້ອງສືບຕໍ່ສ້າງຄວາມ ໝັ້ນທ່ຽງທາງດ້ານເສດຖະກິດ-ການ ເງິນໃຫ້ໄດ້ໂດຍໄວ ດ້ວຍການປັບປຸງ ນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການລົງທຶນ,ການເກັບລາຍ ຮັບງົບປະມານ, ສະພາບຄ່ອງເງິນ ຕາຕ່າງປະເທດ, ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນ ແລະ ຜູ້ປະກອບການ, ສ້າງ ຄວາມສະດວກໃຫ້ແກ່ຜູ້ປະກອບ ການສາມາດຂະຫຍາຍທຸລະກິດ, ປະຕິບັດພັນທະໃຫ້ລັດຢ່າງຄົບຖ້ວນ ຕາມກົດໝາຍ; ຮັກສາສະຖຽນລະ ພາບການບໍລິຫານໜີ້ສິນສາທາລະນະ ດ້ວຍຫລາຍມາດຕະການ ລວມທັງ ການປັບໂຄງສ້າງໜີ້ສິນສາທາລະ ນະຄືນໃໝ່, ສ້າງເປັນແຜນລະອຽດ ຮັບປະກັນໃຫ້ມີແຫລ່ງ ແລະ ມີລາຍ ຮັບ ເພື່ອຮອງຮັບໃນການຊຳລະໜີ້ສິນ ຕາມແຕ່ລະຂໍ້ຜູກພັນສັນຍາ, ຈຳກັດ ການເພີ່ມຂຶ້ນຂອງໜີ້ສິນໃນໄລຍະ ກາງ; ສືບຕໍ່ປະເມີນຄວາມສຽງ, ການ ເຈລະຈາເລື່ອນ ຫລື ກູ້ຢືມມາບໍລິຫານ ໜີ້ຢ່າງເໝາະສົມ, ບັນຫາສໍາຄັນແມ່ນ ຕ້ອງສືບຕໍ່ເລັ່ງລັດການປະຕິຮູບບັນ ດາລັດວິສາຫະກິດໃຫ້ໄວ ເພື່ອສາມາດ ກຸ້ມທີ່ກູ້ຢືມຕໍ່ຈາກລັດຖະບານຕົນ ເອງ ແລະ ປະຕິບັດການຊຳລະຄືນຕົ້ນ ທຶນ-ດອກເບັ້ຍໃຫ້ຄົບຖ້ວນ ແລະ ທັນ ເວລາ ເພື່ອແບ່ງເບົາພັນທະຂອງລັດ ຖະບານຕໍ່ໜີ້ຕ່າງປະເທດທີ່ມີຄວາມ ໜັກໜ່ວງ ໃຫ້ຜ່ອນຄາຍລົງ; ພ້ອມທັງ ເອົາໃຈ ໃສ່ລະດົມແຫລ່ງທຶນຜ່ານໂຄງ ການຂະໜາດໃຫຍ່ທີ່ມີເງື່ອນໄຂ ເພື່ອ ຮັບປະກັນໃຫ້ມີແຫລ່ງທຶນພຽງພໍໃນ ການຊຳລະໜີ້ສິນ, ເດັດຂາດບໍ່ໃຫ້ປະ ເທດຕົກຢູ່ໃນສະພາບທີ່ບໍ່ສາມາດຊຳ ລະໜີ້ສິນໄດ້, ຖືເປັນຄາດໝາຍສູງສຸດ. ສືບຕໍ່ສຸມໃສ່ການພັດທະນາ , ຍົກລະດັບລະບົບຄຸ້ມຄອງງົບປະມານ ແຫ່ງລັດກ້າວເປັນດີຈິຕອນເທື່ອລະ ກ້າວ ເປັນຕົ້ນ ລະບົບຄຸ້ມຄອງລາຍ ຮັບ-ລາຍຈ່າຍ, ລະບົບຊຳລະສະສາງ ໃຫ້ລວມສູນ, ລະບົບພື້ນຖານໂຄງ ລ່າງເຄືອຂ່າຍ, ຖານຂໍ້ມູນ, ເຊື່ອມຕໍ່ ແລກປ່ຽນ, ວິເຄາະ-ວິໄຈຂໍ້ມູນກັບຂະ ແໜງການກ່ຽວຂ້ອງປັບປຸງກົນໄກ, ຂັ້ນຕອນການເຮັດວຽກ ແລະ ນໍາໃຊ້ ເຄື່ອງມືທີ່ທັນສະໄໝ ເຊິ່ງການຫັນ ເປັນທັນສະໄໝ, ການນຳໃຊ້ດີຈິ ຕອນເຂົ້າໃນການຄຸ້ມຄອງງົບປະ ມານ-ເງິນຕາ ແມ່ນຄວາມຈຳເປັນ ພາວະວິໄສ ເຊິ່ງເປັນໄປຕາມທ່າອ່ຽງ ຂອງຍຸກສະໄໝ ແນໃສ່ແກ້ໄຂບັນ ຫາ, ສ້າງຄວາມໂປ່ງໄສ, ມີວິໄນ, ເກັບໃຫ້ໝົດ-ເກັບໃຫ້ຄົບຖ້ວນ-ເກັບ ໃຫ້ເຂົ້າລະບົບ(ງົບປະມານ) ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ ເຂັ້ມງວດ ແລະ ຮັດກຸມ; ມອບໃຫ້ລັດ ຖະບານ, ບັນດາກະຊວງ, ອົງການ ປົກຄອງ-ທ້ອງຖິ່ນທຸກຂັ້ນຕ້ອງພ້ອມ ກັນຍົກສູງຄວາມຮັບຜິດຊອບການ ເມືອງ, ມີຄວາມເປັນເອກະພາບ ແລະ ຕັດສິນໃຈສູງສຸມໃສ່ຂຸດຄົ້ນທຸກທ່າ ແຮງບົ່ມຊ້ອນ ພາຍໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ, ຂະ ຫຍາຍຖານເກັບລາຍຮັບໃຫ້ນັບມື້ນັບ ຫລາຍຂຶ້ນ, ຂຸດຄົ້ນແຫລ່ງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດ ທິຜົນ; ສືບຕໍ່ແບ່ງຄວາມຮັບຜິດຊອບ, ແບ່ງສິດ, ແບ່ງຂັ້ນຄຸ້ມຄອງຕາມທິດ ສາມສ້າງ ຂອງຂະແໜງການເງິນລະ ຫວ່າງ ກະຊວງ ແລະ ທ້ອງຖິ່ນ ໃຫ້ມີ ຄວາມເປັນເອກະພາບແລະ ຈັດຕັ້ງປະ ຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ດ້ວຍຄວາມເປັນເຈົ້າການສູງ,ໃຫ້ສະ ຫລຸບຖອດຖອນບົດຮຽນ ໃນການເຮັດ ທົດລອງການກຸ້ມຕົນເອງດ້ານງົບປະ ມານ-ການເງິນ ຂອງບັນດາທ້ອງຖິ່ນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ສືບຕໍ່ ຕໍ່ຍອດຂຶ້ນ, ຕິດພັນກັບການສະ ຫລຸບບົດຮຽນການທົດລອງຫັນຫົວ ໜ່ວຍວິຊາການ ທີ່ມີລາຍຮັບໄປສູ່ ການກຸ້ມຕົນເອງດ້ານງົບປະມານການເງິນກໍຄືການຫັນເປັນພະລາກອນ ເພື່ອຂະຫຍາຍການຈັດ ຕັ້ງປະຕິບັດ ໃຫ້ກວ້າງອອກຢ່າງແຂງ ແຮງ ແລະ ເຂົ້າສູ່ລວງເລິກຕື່ມ ແລະ ເດັດຂາດ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນ ຂະແໜງການເງິນຢ່າງຈິງຈັງ ໃຫ້ມີ ມາດຕະການເຂັ້ມງວດຕື່ມ. ຂ່າວ: ກິດຕາ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==