5764

07 xtgmf]k; gsfdko{dkora fmtok 08/12/2023 -k;|5j ,c0;'s];'rt[k' [= ]y 9kdg]n vf-j ;pgs]n vla '7q , lkmk]totl5 dc0;'v5 fq ,w- l5 ,.lj czo'kocsj '-kf grn j vc,j {gfa d 2021-2025 c0;'g-dv' xk4tdt4k ;a ole7a o0v'ra d c]t 0v'-kf g9Q kc0;'9exkla d 8h voIa [-j P;-ko l6 o,= ]tfq d3]d vq 'dkov5 pcoa l3d ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃກ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງເຊກອງ ຈັດປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/2023), ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/194920/1/2024) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13/12/192013/12/2023) ໂດຍມີທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງເຊກອງ, ມີຄະນະປະຈໍາພັກ ແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ອົງການທຽບເທົ່າ, ຄະນະພັກຄະນະບັນຊາສອງກໍາລັງປະກອບ ອາວຸດ ແລະ ອະດີດການນໍາແຂວງ ເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ພະນັກງານບຳນານ, ອະດີດກໍາມະການກົມການເມືອງສູນ ກາງພັກ, ອະດີດຮອງນາຍົກລັດຖະ ມົນຕີ ໄດ້ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໂດຍໄດ້ ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງ ອາດແຫ່ງການຕໍ່ສູ້ຕ້ານການຮຸກ ຮານຂອງສັດຕູ ຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບ ທອດມູນເຊື້ອອັນອົງອາດຂອງບັນ ພະບູລຸດ, ປະຊາຊົນລາວບັນດາ ເຜົ່າພາຍໃຕ້ການນຳພາ ຂອງພັກ ປະຊາຊົນ ປະຕິວັດລາວ ໄດ້ສາມັກ ຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານ ການຮຸກຮານ ແລະ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ ສາມາດປົດ ປ່ອຍປະເທດຊາດ ຢ່າງມີໄຊ, ສະ ຖາປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ວັນທີ 2 ທັນວາ ແມ່ນໝາກ ຜົນລວມຍອດແຫ່ງການຕໍ່ສູ້ອັນຍືດ ເຍື້ອຍາວນານ ແລະ ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນວັນແຫ່ງໄຊຊະນະອັນຍິ່ງ ໃຫຍ່, ແມ່ນວັນທີ່ປະຊາຊົນລາວໄດ້ ມີອິດສະຫລະພາບ ແລະ ໄດ້ເປັນ ເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອ ກະລາດຢ່າງສົມບູນ ແລະ ມີອະທິ ປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນ ສົມກຽດ ແລະ ມີຖານະເທົ່າທຽມ ກັບປະເທດອື່ນໆໃນເວທີປະຊາຄົມ ໂລກ, ແມ່ນວັນແຫ່ງສັນຕິພາບ ແລະ ແມ່ນວັນແຫ່ງການກ້າວສູ່ຍຸກ ສະໄໝໃໝ່ ແຫ່ງການສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ, ວັດທະນະຖາ ວອນ. ຈາກນັ້ນ, ທ່ານຍັງໄດ້ຍົກ ໃຫ້ເຫັນປະຫວັດການກຳເນີດຂອງ ກອງທັບປະຊາຊົນລາວ ໂດຍສະ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຊ່ຽວຊານ ຈາກສູນມໍລະດົກ ໂລກ ອົງການອຸຍແນັສໂກ, ເຊິ່ງນຳ ໂດຍ ທ່ານ ນາງ ນາໂອະ ຮາຢ່າຊິ (Nao Hayashi) ຊ່ຽວຊານສະ ເພາະດ້ານວັດທະນະທຳ ຂົງເຂດ ປະເທດອາຊີ-ປາຊີຟຣິກ ແລະ ປະ ເທດລຸ່ມແມ່ນ້ຳຂອງ, ສູນມໍລະດົກ ໂລກ ອົງການອຸຍແນັສໂກ ໃນວັນ ທີ 5 ທັນວາ 2023 ທີີ່ຫ້ອງວ່າການ ແຂວງຈຳປາສັກ ໃນໂອກາດມາຕິດ ຕາມກວດກາ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ທີ່ແຂວງ ດັ່ງກ່າວ. ທ່ານ ນາງ ນາໂອະ ຮາຢ່າຊິ ໄດ້ກ່າວສະແດງຄວາມຂອບໃຈທີ່ ໃຫ້ການຕ້ອນຮັບ, ພ້ອມທັງໄດ້ຍົກ ໃຫ້ເຫັນເຖິງຄວາມເປັນມາ ແລະ ບົດບາດອັນໂດດເດັ່ນຂອງໂຄງ ການຮ່ວມມືສາກົນ, ການອະນຸລັກ ແຫລ່ງມໍລະດົກໂລກວັດພູຈໍາປາສັກ ຊຶ່ງໄດ້ຖືກຈົດທະບຽນເຂົ້າເປັນ ແຫລ່ງມໍລະດົກໂລກ ຂອງອົງການ ອຸຍແນັສໂກ ໃນປີ 2001 ແລະ ການມາເຄື່ອນໄຫວຄັ້ງນີ້ ຈະໄດ້ຕິດ ຕາມກວດກາ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືສາກົນແລະ ຕິດຕາມສະພາບການອະນຸລັກແຫລ່ງ ມໍລະດົກໂລກ ວັດພູຈໍາປາສັກ ເປັນ ຕົ້ນຢ້ຽມຢາມໂຄງການຮ່ວມມື ລາວ-ອິນເດຍ, ຢ້ຽມຢາມໂຄງການ ຮ່ວມມືລາວ-ສ ເກົາຫລີ ການປະຕິ ສັງຂອນໂຮງນາງສີດາ, ໂຄງການ ຮ່ວມມືລາວ-ຝຣັ່ງ (ໂຄງການຈໍາ ປາ), ພ້ອມທັງລົງຕິດຕາມໂຄງ ການ ການວາງທໍ່ນໍ້າປະປາ ຈາກ ວັດພູເຂົ້າສູ່ຕົວເມືອງຈໍາປາສັກ. ນອກຈາກນີ້, ຍັງຈະໄດ້ລົງຢ້ຽມ ຢາມຫໍພິພິທະພັນວັດພູ, ຢ້ຽມຢາມ ໂຄງການປູກຕົ້ນຈໍາປາ ຕື່ມອີກ. ໂອກາດນີ້, ທ່ານ ວິໄລວົງ ບຸດ ດາຄຳ ກໍໄດ້ສະແດງການຕ້ອນຮັບ ແລະ ເອກະພາບຕໍ່ຄຳເຫັນ ແລະ ແຜນເຄື່ອນໄຫວຂອງ ທ່ານນາງ ນາໂອະ ຮາຢ່າຊິ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມນັ້ນ ກໍຊົມເຊີຍມາ ຍັງກົມມໍລະດົກ, ກະຊວງຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ ແລະ ສູນມໍລະດົກໂລກ ອົງການອຸຍ ແນັສໂກ ທີ່ໄດ້ຍາດແຍ່ງທຶນຮອນ ແລະ ຊ່ວຍຊຸກຍູ້ໃຫ້ການສະໜັບສະ ໜູນ ເຂົ້າໃນການພັດທະນາການ ທ່ອງທ່ຽວໃຫ້ມີຄວາມຍືນຍົງຕາມ ທິດສົ່ງເສີມການທ່ອງທ່ຽວທຳມະ ຊາດ, ວັດທະນະທຳ ແລະ ປະຫວັດ ສາດ ທີ່ສຳຄັນຂອງແຂວງ. ພ້ອມ ທັງສະເໜີ ຕໍ່ສູນມໍລະດົກໂລກ ອົງ ການອຸຍແນັສໂກ ໃນການປົກປັກ ຮັກສາ ແລະ ພັດທະນາ ແຫລ່ງມໍລະ ດົກໂລກວັດພູຈໍາປາສັກ ເຊັ່ນ: ເອກະ ພາບໃນການກຳນົດຂອບເຂດເນື້ອ ທີ່ ປົກປັກຮັກສາ, ພັດທະນາ ແລະ ສ້າງສິ່ງອຳນວຍຄວາມສະດວກ ຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ. ຂ່າວ: ທັດຊະນະ, ພາບ: ພູທິບສະຫວັນ ເພາະສະພາບແວດລ້ອມກ່ອນການ ສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍສຳຄັນ,ຜົນງານ, ໄຊຊະ ນະ ແລະ ການເຕີບໃຫຍ່ຂະຫຍາຍ ຕົວ ຂອງກອງທັບປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປະ ຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຜ່ານເສັ້ນທາງແຫ່ງການສູ້ຮົບ ມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາ ມາດ ແລະ ສະຫລາດສ່ອງໃສ ຂອງ ພັກປະຊາຊົນປະຕິວັດລາວ, ກອງ ທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະ ສັກນາໆປະການ, ເຮັດສຳເລັດພາ ລະກຳປະຫວັດສາດທີ່ພັກ, ລັດແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ແລະ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ. ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນ ເຖິງມູນເຊື້ອປະຕິວັດ, ຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການ ດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນ ໃສແຈ້ງໃຫ້ແກ່ພະນັກງານ, ສະມາ ຊິກພັກ, ນັກຮົບແລະປະຊາຊົນລາວ ບັນດາເຜົ່າ, ພວກເຮົາຈົ່ງຮໍ່າຮຽນ ເອົາແບບແຜນການເຄື່ອນໄຫວນໍາ ພາ ແລະ ການດໍາລົງຊີວິດຂອງເພິ່ນ ໄປປະຕິບັດແລະ ຖືເປັນໄມ້ຫລາວັດ ແທກດ້ານຄຸນສົມບັດ, ທັດສະນະ ທ່າທີຂອງພະນັກງານ ທັງເປັນການ ເພີ່ມພູນຄູນສ້າງມູນເຊື້ອອັນຈົບ ງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງ ຊາດ. ຂ່າວ-ພາບ: ສັນຍາ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຄະນະບໍລິ ຫານງານຊາວໜຸ່ມ ແຂວງຫລວງ ພະບາງ ຈັດພິທີຮັບບໍລິຈາກເລືອດ ແບບສະໝັກໃຈ ເພື່ອຊ່ວຍເຫລືອ ສັງຄົມ ອາທິດຜ່ານມາ ໂດຍການ ເປັນປະທານຂອງ ທ່ານ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານ ຊາວໜຸ່ມ ແຂວງຫລວງພະບາງ, ທ່ານ ບຸນນາກ ເພັດສຸພັນ ຮອງຫົວ ໜ້າອົງການກາແດງແຂວງ ພ້ອມ ດ້ວຍສະມາຊິກຊາວໜຸ່ມຈາກສຳ ນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ. ທ່ານ ໄຊນະຄອນ ສຸດທິດາ ໄດ້ ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ພ້ອມກັນປະກອບສ່ວນ ການບໍລິ ຈາກເລືອດ ເພື່ອຊ່ວຍເຫລືອຄົນ ລິດ ມີແຕ່ການບໍລິຈາກຂອງຄົນໃນ ສັງຄົມເທົ່ານັ້ນ ນອກຈາກເປັນການ ຊ່ວຍເຫລືອສັງຄົມແລ້ວ ຈະເຮັດໃຫ້ ສຸຂະພາບຂອງຜູ້ບໍລິຈາກເລືອດ ມີຄວາມແຂງແຮງຕື່ມອີກ. ການບໍລິຈາກເລືອດຄັ້ງນີ້ ເປັນ ການສ້າງຂະບວນການຕ້ອນຮັບ ວັນຊາດ ຄົບຮອບ 48 ປີ ແລະ ວັນ ສ້າງຕັ້ງກອງເຍົາວະຊົນ ທັນວາ ຄົບຮອບ 68 ປີ ໂດຍມີຜູ້ສະໝັກ ບໍລິ ຈາກເລືອດ ແລະ ໄດ້ຮັບເລືອດ ຈຳ ນວນ 64 ຖົງ, ເລືອດທີ່ໄດ້ຮັບແມ່ນ ຈະນຳໄປໃສ່ໃຫ້ຄົນເຈັບທີ່ຕ້ອງ ການໃສ່ເລືຶອດ ຢູ່ບັນດາໂຮງໝໍພາຍ ໃນແຂວງຫລວງພະບາງ. ເຈັບທີ່ຕ້ອງການເລືອດເຂົ້າໃນການ ປີ່ນປົວສຸຂະພາບ ເຊິ່ງການບໍລິຈາກ ເລືອດ ເປັນການທຳບຸນກຸສົນອັນຍິ່ງ ໃຫຍ່ ເນື່ອງຈາກໄດ້ປະກອບສ່ວນ ຊ່ວຍເຫລືອຄົນເຈັບ ທີ່ຕ້ອງການ ເລືອດເພາະເລືອດບໍ່ມີໂຮງງານຜະ ຂປລ. ພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ສຸມໃສ່ແຜນວຽກ ຂອງວຽກໂພຊະນາການແລະ ການ ລ້ຽງລູກດ້ວຍນົມແມ່ ໃນແຕ່ລະເຂດ ປົກຄຸມ ຂອງສະຖານທີ່ບໍລິການ ຂອງໜ່ວຍງານຄົງທີ່ ແລະ ໜ່ວຍ ເຄື່ອນທີ່, ຖືເອົາວຽກງານປຸກລະ ດົມ, ຂ່າວສານສຸຂະສຶກສາເປັນ ໃຈກາງ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ ເຂົ້າເຖິງການບໍລິການດ້ານໂພຊະ ນາການ ແລະ ການລ້ຽງລູກດ້ວຍ ນົມແມ່. ທ່ານ ດຣ ພຸດແສງ ເທືອມບຸນມີ ຮອງຫົວໜ້າ ພະແນກສາທາລະນະ ສຸກແຂວງອຸດົມໄຊ ໄດ້ລາຍງານ ຕໍ່ສື່ມວນຊົນ ໃນວັນທີ 6 ທັນວາ 2023 ກ່ຽວກັບຄວາມຄືບໜ້າການ ຈັດຕັ້ງປະຕິບັດ 10 ຕົວ ຊີ້ບອກ ຂອງວຽກງານສຸຂະພາບ ແລະ ໂພ ຊະນາການ ຂອງແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ ແຂວງອຸດົມໄຊ ປະຈຳປີ 2023 ໂດຍພະແນກສາ ທາລະນະສຸກແຂວງ ໄດ້ວາງແຜນ ສຸມໃສ່ ແລະ ຊີ້ນຳວຽກງານດັ່ງ ກ່າວ ເພື່ອໃຫ້ບັນລຸຕາມແຜນງານ ແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 ປີ2021-2025; ເລັ່ງໃສ່ ການຈັດຕັ້ງປະຕິບັດ ຍຸດທະສາດ ດ້ານໂພຊະນາການ 7 ກຸ່ມ ກິດຈະ ກຳ, 19 ຕົວຊີ້ບອກ ແລະ 82 ກິດ ຈະກໍາຍ່ອຍ ໃຫ້ບັນລຸຕາມແຜນປະ ຕິບັດງານແຫ່ງຊາດ ດ້ານໂພຊະ ນາການ 2021-2025; ປະສານ ງານຢ່າງກົມກຽວກັບຫລາຍຂະ ແໜງການໃນການຈັດຕັ້ງປະຕິບັດ ບັນດາຕົວຊີ້ບອກທີ່ຕິດພັນຂົງເຂດ ການສຶກສາ, ສາທາລະນະສຸກ ແລະ ກະສິກຳ ເພື່ອບັນລຸຄາດໝາຍຕົວຊີ້ ບອກ ແນໃສ່ຫລຸດຜ່ອນການຂາດ ສານອາຫານກະທັນຫັນຮ້າຍແຮງ ຂອງເດັກນ້ອຍລຸ່ມ5ປີ; ຕິດຕາມຊຸກ ຍູ້ການຈັດຕັ້ງປະຕິບັດກິດຈະກຳ ເຊື່ອມສານ 5 ໜ້າວຽກກວດກ່ອນ ເກີດ, ກວດຫລັງເກີດ, ສັກຢາກັນພະ ຍາດ, ປະເມີນໂພຊະນາການເດັກ ລຸ່ມ 5 ປີ ແລະ ວາງແຜນລູກຫ່າງ. ທ່ານ ດຣ ພຸດແສງ ເທືອມບຸນມີ ຍັງໃຫ້ຮູ້ອີກວ່າ: ອີງຕາມເປົ້າໝາຍ ວາງໄວ້ ແມ່ນສູ້ຊົນເຮັດໃຫ້ເດັກ ນ້ອຍຕ່ຳກ່ວາ 5 ປີ ຂອງເດັກຂາດ ສານອາຫານຫລຸດ ລົງໃຫ້ໄດ້ 15% ຜ່ານການຈັດຕັ້ງປະຕິບັດຕົວຈິງ ປະຕິບັດໄດ້ 13%; ສໍາລັບລວງສູງ ຂອງເດັກຫລຸດ ມາດຕະຖານຕັ້ງ ເປົ້າໄວ້ 18% ແຕ່ການຈັດຕັ້ງ ປະຕິ ບັດໄດ້ 15%. ສ່ວນອັດຕາສ່ວນອັດ ຕາການຕາຍຂອງເດັກ ລຸ່ມ 1 ປີ ໃຫ້ ຕ່ຳກວ່າ 12,7%, ອັດຕາການຕາຍ ຂອງເດັກລຸ່ມ 5 ປີ ໃຫ້ຕ່ຳກວ່າ 13,6% (ແຜນ 15); ອັດຕາການ ຕາຍຂອງແມ່ ໃຫ້ຕ່ຳກວ່າ 23,7%; ອັດຕາເດັກລຸ່ມ 1 ປີ ໄດ້ຮັບການ ສັກຢາກັນ Pantas ໃຫ້ບັນລຸ 87,4% (ແຜນ 95%). ຂ່າວ-ພາບ: ມະໄລລັກ

RkJQdWJsaXNoZXIy MTc3MTYxMQ==