ໂຮມສາມັກຄີ ພາຍໃນໝູ່ຄະນະໃຫ້ ມີຄວາມເປັນເອກະພາບສູງ, ເສຍ ສະຫລະເພື່ອຜົນປະໂຫຍດສ່ວນ ລວມໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈ ໃສ່ລົງເລິກ, ໃກ້ສິດຕິດແທດ, ຊຸກຍູ້ ແລະ ຊີ້ນຳບັນດາຫ້ອງການຂົງ ເຂດເສດຖະກິດ ສະຫລຸບສັງລວມ ບັນດາຕົວເລກຄາດໝາຍຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ ເອົາໃຈໃສ່ພະຍາຍາມ ສ້າງເງື່ອນ ໄຂອໍານວຍຄວາມສະດວກ ໃຫ້ນັກ ລົງທຶນທັງພາຍໃນ ແລະ ຕ່າງປະ ເທດມາລົງທຶນຢູ່ເມືອງໃໝ່ໃຫ້ຫລາຍ ຂຶ້ນ ເພື່ອຊ່ວຍພັດທະນາ, ສ້າງວຽກ ເຮັດງານທຳ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນບັນດາເຜົ່າ ໃຫ້ ຫລຸດລົງເທື່ອລະກ້າວ, ຊຸກຍູ້ການ ເກັບກ່ຽວຜົນຜະລິດຂອງປະຊາຊົນ ໃຫ້ທ່ວງທັນກັບເວລາ ພ້ອມທັງສົ່ງ ເສີ່ມປູກພືດລະດູແລ້ງ ເພື່ອສົ່ງອອກ ໃຫ້ຫລາຍຂຶ້ນ, ເອົາໃຈໃສ່ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ກວດ ກາ ແລະ ປັບປຸງຄືນສະພາບການລົງ ທຶນພາຍໃນເມືອງ ໃຫ້ສອດຄ່ອງ ກັບສະພາບຕົວຈິງ, ຮຽກຮ້ອງໃຫ້ ພະແນກການຂົງເຂດເສດຖະກິດ ຂັ້ນແຂວງ ຊຸກຍູ້ບັນດາຂະແໜງ ການກ່ຽວຂ້ອງຂອງເມືອງ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ ຂອງເມືອງ 3 ເດືອນທ້າຍໃຫ້ ສຳເລັດ ແລະ ບັນລຸຕາມຄາດໝາຍ ທີ່ວາງໄວ້. 07 xtgmf]k; gsfdko{dkora fmtok a 06/11/2023 ຂ່າວ-ພາບ: ແສງຄຳ ສາລີວັນ່ າີ ວັນ ຂ່າວ: ວັນນະເດດ ວິໄລຄຸນ່ າັ ນິ ໄຸ ນ ຂ່າວ-ພາບ: ສຸລີຍາ ແສງເດືອນ່ າຸ ລີຍື ອ ຂ່າວ: ວັນນະເດດ ວິໄລຄຸນ່ າັ ນິ ໄຸ ນ ltstra ooa dIq [gdq j k ,v[g7n j v' -j ;pgs]n v7v[7q ;m5 dpkd g,n v'mj kc8' mq f]v'lkpra o ,a o8Q o mu j mq omko8+ rtpkf.[fj k' Iv'g9Q kc0;'zQ 'lk]u -5 dp6h ;Pd ra fmtokglf4tdy f{la '7q , 16j g,n v'.\j ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາ ລີ, ຜູ້ຊີ້ນໍາຂົງເຂດເສດຖະກິດ-ຂັ້ນ ແຂວງ ພ້ອມດ້ວຍບັນດາຫົວໜ້າ ພະແນກການທີ່ກ່ຽວຂ້ອງ ຂົງເຂດ ເສດຖະກິດຂັ້ນແຂວງ ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ແຜນ ພັດທະນາ ເສດຖະກິດ-ສັງຄົມປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງ ດ້ານເສດຖະກິດ-ການເງິນ 20212023 ແລະ ແນະນຳການສ້າງແຜນ ພັດທະນາ 5 ປີ ຄັ້ງທີ IV (20242029) ຂອງເມືອງ ໃນທ້າຍອາທິດ ຜ່ານມາ. ໃນໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່ ໄດ້ລາຍ ງານວ່າ: ໃນໄລຍະ 9 ເດືອນທີ່ຜານ ມາ ລວມຍອດມູນຄ່າຜົນຜະລິດ ປະ ຕິບັດໄດ້ 257,36 ຕື້ກີບ, ບັນລຸ 86,44%ຂອງແຜນການປີ, ສະເລ່ຍ ຕໍ່ຫົວຄົນ 9,14 ລ້ານກີບ/ຄົນ/ປີໃນ ນີ້, ຂະແໜງກະສິກໍາ-ປ່າໄມ້ປະຕິບັດ ໄດ້167,54ຕື້ກີບ, ກວມ65,10%, ບັນລຸ 87,24% ຂອງແຜນການປີ; ຂະແໜງອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 11,71 ຕື້ກີບ, ກວມ 4,55%, ບັນລຸ79,98%ຂອງແຜນ ການປີ; ຂະແໜງບໍລິການ ປະຕິບັດ ໄດ້ 78,11 ຕື້ກີບ, ກວມ 30,35%, ບັນລຸ 85,72% ຂອງແຜນການປີ. ລວມຍອດມູນຄ່າຜົນຜະລິດພາຍໃນ ເມືອງ ຂະຫຍາຍຕົວຢູ່ໃນລະດັບ 6,25% ຫລຸດແຜນການ 3,65%; ໃນນີ້, ກະສິກຳ-ປ່າໄມ້ ຂະຫຍາຍ ຕົວ 8,39%, ອຸດສາຫະກຳ-ຫັດຖະ ກໍາຂະຫຍາຍຕົວ 9,39%, ການບໍລິ ການຂະຫຍາຍຕົວ1,50%. ໃນໄລ ຍະ 9 ເດືອນ ຜ່ານມາສາມາດເກັບ ລາຍຮັບເຂົ້າງົບປະມານ ຕາມທ່າ ແຮງບົມຊ້ອນ ແລະ ຖານລາຍຮັບ ຂອງເມືອງ ໄດ້ 1,22 ຕື້ກີບ ແລະ ສາມາດຈັດຕັ້ງປະຕິບັດດ້ານລາຍ ຈ່າຍໄດ້ທັງໝົດ 1,82 ຕື້ກີບ. ປັດ ຈຸບັນ, ທົ່ວເມືອງໃໝ່ ມີຄອບຄົວພົ້ນ ທຸກ960ຄອບຄົວ, ກວມ15,33%; ຄອບຄົວພັດທະນາ 310 ຄອບຄົວ, ກວມ 4,95%; ບ້ານພົ້ນທຸກ 10 ບ້ານ, ກວມ 12,82%; ບ້ານພັດທະ ນາ ມີພຽງ 2 ບ້ານ, ກວມ 2,56%; ຍັງມີຄອບຄົວທຸກ 5.304 ຄອບຄົວ ກວມ 84,67% ແລະ ບ້ານທຸກ 68 ບ້ານ, ກວມ 87,18% ເຊິ່ງຍັງກວມ ອັດຕາສ່ວນຫລາຍຢູ່, ການສ້າງ ບ້ານໃຫຍ່ເປັນຕົວເມືອງນ້ອຍໃນ ຊົນນະບົດ2ຈຸດສຸມມີ2ບ້ານ(ບ້ານ ສົບຮຸນ ແລະ ບ້ານສະຫລວງ). ໃນໂອກາດນີ້, ທ່ານ ວິສອນ ລາວເມົາ ໄດ້ຮຽກຮ້ອງໃຫ້ຄະນະນຳ ຂອງເມືອງ ເພີ່ມທະວີຄວາມເຕົ້າ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ບັນດາພະ ນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນບ້ານ ເທສະບານ ເມືອງ ພ້ອມດ້ວຍນ້ອງນັກຮຽນ ໄດ້ ສາມັກຄີກັນສ້າງຂະບວນການອອກ ແຮງງານລວມທີ່ອ່າງເກັບນໍ້າຫ້ວຍ ນານ້ອຍ ເມືອງເງິນ ແຂວງໄຊຍະ ບູລີ ເພື່ອຂໍ່ານັບຮັບຕ້ອນວັນປະ ຫວັດສາດສຳຄັນຂອງພັກ ຂອງ ຊາດ ທີ່ຈະໄດ້ໜູນວຽນມາບັນຈົບ ຄົບຮອບອີກວາລະໜຶ່ງ, ທັງເປັນ ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດແຂ່ງຂັນຊ່ວງເຮືອ ປະຈໍາປີ 2023 ໂດຍຕິດພັນກັບ ການສະເຫລີມສະຫລອງ ວັນສ້າງ ຕັ້ງເມືອງເງິນ ຄົບຮອບ 31 ປີ. ການອອກແຮງງານສ້າງຂະ ບວນໃນຄັ້ງນີ້, ແມ່ນໄດ້ພ້ອມກັນຕັດ ຫຍ້າ-ຖ່າງຫຍ້າ, ເກັບຂີ້ເຫຍື້ອຕາມ ຂອບເຂດບໍລິເວນອ່າງເກັບນໍ້າຫ້ວຍ ນານ້ອຍ (ສະຖານທີ່ຊວງເຮືອຂອງ ເມືອງ) ເພື່ອໃຫ້ຂອບເຂດບໍລິເວນ ດັ່ງກ່າວ ມີຄວາມສວຍສົດງົດງາມ ແລະ ສະອາດງາມຕາ, ທັງເປັນການ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ໃຫ້ມີຄວາມກົມກຽວ ກັນ ເພື່ອເປັນກະກຽມຄວາມພ້ອມ ຮອບດ້ານ ໃນການຈັດງານແຂ່ງຂັນ ຊ່ວງເຮືອປະຈໍາປີ 2023 ແລະ ຕິດ ພັນກັບການສະເຫລີມສະຫລອງວັນ ສ້າງຕັ້ງເມືອງເງິນ ເຊິ່ງຈະໄດ້ຈັດ ຂຶ້ນ ໃນວັນທີ 14 ພະຈິກ 2023 ທີ່ ອ່າງເກັບນໍ້າຫ້ວຍນານ້ອຍ ເມືອງ ເງິນ ແຂວງໄຊຍະບູລີ. ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນເມື່ອບໍ່ດົນມາ ນີ້ເກົ່າ ແຂວງບໍ່ແກ້ວ ສົມທົບກັບສະ ຫະພັນນັກຮົບເກົ່າເມືອງປາກທານຳ ໂດຍ ທ່ານ ພັນໂທ ສົມພອນ ຕະລຸມ ພົນ ຮອງປະທານສະຫະພັນນັກຮົບ ເກົ່າແຂວງ, ທ່ານ ທອງຈັນ ອິນທະ ພອນ ຄະນະປະຈຳພັກເມືອງ, ປະ ທານແນວລາວສ້າງຊາດເມືອງ ຜູ້ຊີ້ ນຳອົງການຈັດຕັ້ງມະຫາຊົນ, ພ້ອມ ຄະນະ ນໍາເອົາເຄື່ອງຊ່ວຍເຫລືອ ປະກອບມີ: ສັງກະສີ8ຟຸດ30ແຜ່ນ, ເຫລັກຕະປູ 7 ກິໂລ, ເຫລັກໝວກ 10 ກັບ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງ ໃຊ້ຄົວເຮືອນຈໍານວນໜຶ່ງ ລວມເປັນ ມູນຄ່າ 4 ລ້ານກວ່າກີບ ປະກອບ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ດຣ ພັນທະສິນ ຄັນທະວົງ ວິຊາການ ສະຖາບັນກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ເມືອງໄຊ ທານີ ນະຄອນຫລວງວຽງຈັນ ຮ່ວມ ກັບ ທ່ານ ດຣ ໂຈໂນ ນີວບີ ຫົວໜ້າ ໂຄງການ ຄົ້ນຄວ້າລະບົບການຜະ ລິດ ແລະ ການຕະຫລາດມັນຕົ້ນ ປະເທດອົດສະຕຣາລີ ພ້ອມຄະນະ ໄດ້ເຮັດການທົດລອງສາຍພັນມັນ ຕົ້ນ ທີ່ທົນທານຕໍ່ພະຍາດໃບດ່າງ ຢູ່ສູນກະສິກຳບ້ານກະປຶ ເມືອງທ່າ ແຕງ ແຂວງເຊກອງ ເພື່ອຈະໄດ້ທົດ ລົງໃຫ້ປະຊາຊົນນຳໄປປູກຢູ່ເຂດດິນ ຂອງຕົນ ໂດຍມີ ທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳແລະປ່າໄມ້ ແຂວງເຊກອງ ພ້ອມດ້ວຍອົງຈັດຕັ້ງ ບ້ານອ້ອມຂ້າງເຂົ້າຮ່ວມ. ທ່ານ ດຣ ພັນທະສິນ ຄັນທະ ວົງ ໄດ້ກ່າວວ່າ: ມັນຕົ້ນ ແມ່ນພືດ ໃຫ້ທາດແປ້ງ ໃຊ້ເປັນອາຫານຄົນ, ສັດ ແລະ ໃຊ້ປຸງແຕ່ງສິນຄ້າອຸດສາ ຫະກຳ, ຢູ່ໃນປະເທດເຮົາ ມັນຕົ້ນ ເປັນພືດເສດຖະກິດທີ່ສໍາຄັນ ເຊິ່ງ ຊາວກະສິກອນປູກເປັນສິນຄ້າ ສົ່ງ ຂາຍໃຫ້ໂຮງງານອຸດສາຫະກໍາປຸງ ແຕ່ງພາຍໃນປະເທດ ແລະ ຕ່າງ ປະເທດ. ໃນປີ 2010 ເນື້ອທີ່ປູກມັນ ຕົ້ນໃນທົ່ວປະເທດ ມີ 19.940 ເຮັກ ຕາ,ມາຮອດປີ2017ເພີ່ມຂຶ້ນຫລາຍ ກວ່າ75.000 ເຮັກຕາ. ເຖິງຢ່າງໃດ ກໍ່ຕາມ ຊາວກະສິກອນຍັງຂາດ ຄວາມຮູ້ດ້ານເຕັກນິກການປູກມັນ g,n v'g'y o dP,7;k,rh v,Iv[fh ko 8h voIa [;a oxts;a flkfle7a o0v'ra dF 0v'-kf ຕົ້ນເປັນສິນຄ້າແບບຍືນຍົງ ແລະ ຍັງ ຂາດການຈັດການທີ່ເໝາະສົມ ກັບ ບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົນ. ສະນັ້ນ, ເພື່ອໃຫ້ໄດ້ຮັບຜົນສູງ ສຸດ ແລະ ມີຄວາມຍືນຍົງ ທາງສະ ຖາບັນກະສິກຳປ່າໄມ້ ແລະ ພັດທະ ນາຊົນນະບົດຮ່ວມກັບໂຄງການຄົ້ນ ຄວ້າລະບົບການຜະລິດ ແລະ ການ ຕະຫລາດມັນຕົ້ນ ປະເທດອົດສະ ຕຣາລີ ທົດສອບສາຍພັນມັນຕົ້ນທີ່ ທົນທານຕໍ່ພະຍາດໃບດ່າງ ຢູ່ຫລາຍ ພື້ນທີ່ໃນ ສປປ ລາວ ໂດຍໄດ້ສາທິດ ເຮັດເປັນແບບຢ່າງກ່ຽວກັບການ ເລືອກແນວພັນທີ່ດີ ໃຫ້ຊາວກະສິ ກອນ ເພື່ອໃຫ້ໄດ້ຜົນຜະລິດສູງ ຢູ່ສູນ ກະສິກຳບ້ານກະປຶ ເມືອງທ່າແຕງ ແຂວງເຊກອງ ເຊິ່ງການເຮັດທົດ ລອງຄັ້ງນີ້ໄດ້ແບ່ງເປັນ 2 ກຸ່ມ ແລະ ແຕ່ລະຄົນຈະໄດ້ເລືອກເອົາແນວພັນ ທີ່ຕົນມັກ 3 ແນວພັນໃນ 14 ແນວ ພັນ ທີ່ທາງໂຄງການດັ່ງກ່າວ ໄດ້ ເຮັດທົດສອບສາຍພັນມັນຕົ້ນ ທີ່ ທົນທານຕໍ່ພະຍາດໃບດ່າງ ຢູ່ຫລາຍ ພື້ນທີ່ໃນລາວ ໂດຍໄດ້ຕິດພັນກັບ ການຮຽນຮູ້ ເຕັກນິກການປູກ, ການ ບົວລະບັດຮັກສາ, ສັດຕູພືດມັນຕົ້ນ ແລະ ການເກັບກູ້ມັນຕົ້ນ. ສ່ວນສ້າງເຮືອນໃຫ້ ທ້າວ ຊີດ ສະ ມາຊິກນັກຮົບເກົ່າ ເຊິ່ງເປັນຄົນທຸກ ຍາກປ່ຽວຜ່ອຍ ຢູ່ບ້ານຫ້ວຍພະລາມ ເມືອງປາກທາ ແຂວງບໍ່ແກ້ວ. ໂອກາດດຽວກັນ, ທ່ານ ທອງ ຈັນ ອິນທະພອນ ກໍໄດ້ແນະນຳ ໃຫ້ຜູ້ຊີ້ນຳບ້ານ, ອົງການປົກຄອງ ບ້ານຫ້ວຍພະລາມ ຈົ່ງພ້ອມກັນປຸກ ລະດົມປະຊາຊົນພາຍໃນບ້ານ ມາ ຊ່ວຍຫ້າງຫາກະກຽມປຸກເຮືອນໃຫ້ ຜູ້ກ່ຽວໄດ້ຢູ່ເຮືອນທີ່ໝັ້ນຄົງ ແລະ ຖາວອນ. ພ້ອມກັນນີ້ກໍໄດ້ຮຽກຮ້ອງ ມາຍັງອົງການຈັດຕັ້ງ ພາຍໃນບ້ານ ຊ່ວຍເບິ່ງແຍງຜູ້ກ່ຽວຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==