xtgmf]k; 6 06/11/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຮຽບຮຽງໂດຍ: ມາລີດາ -u ;y f{;a fmtotme ໂດຍ: ມາລີດາ gxa ospa '9bj ';j k[5 odt4y oL dq f\kp;j kfh ;p ly ]txtdkoltcf' * ປາຍຝົນຕົ້ນໜາວແລ້ວພວມ ກ້າວເຂົ້າ ເດືອນພະຈິກ ສະພາບ ອາກາດປະເທດເຮົາກໍເລີ່ມໜາວ ແຕ່ບາງເຂດກໍຍັງບໍ່ທັນມີອາກາດ ໜາວເຢັນ ດັ່ ງທີ່ຮູ້ນໍາກັນ ຖ້າມີ ການ ປ່ຽນສະພາບອ າກາດໄ ລຍະໃ ດ ສິ່ງ ທີ່ມັກຈະມາພ້ອມກັບລະດູໜາວນັ້ນ ແມ່ນພະຍາດ, ເຊື້ອໄວຣັສແລະແບັກ ທິເຣຍ ເຊິ່ງມື້ນີ້ ຄໍລໍ າສຶ ກຫາຄ ວາມຮູ້ ຈະພາມາຮູ້ຈັກກັບ 5 ພະຍາດ ທີ່ມັກ ມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາ ໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະ ຍາດຫຍັງແດ່ນັ້ນໄປເບິ່ງນຳກັນ ເລີຍ. 1. ໄຂ້ຫວັດ ເກີດຈາກອາກາດ ທີ່ປ່ຽນແປງຕະຫລອດ ເມື່ອຮ່າງ ກາຍອ່ອນແອ ເຊື້ອໄວຣັສກໍເຂົ້າສູ່ ຮ່າງກາຍໄດ້ງ່າຍ. ອາການໄຂ້ບໍ່ ສູງ,ມີນ້ຳມູກໄຫລ, ຄັດດັງແລະມັກ ຈາມ. ວິທີປິ່ນປົວ: ຖ້າເປັນໄຂ້ຫວັດ ເທດຊາດ. ສິລະປະການສະແດງແມ່ນການ ເຄື່ອນໄຫວ ໂຄສະນາເຜີຍແຜ່ມູນ ເຊື້ອສິລະປະວັດທະນະທໍາ, ຮີດຄອງ ປະເພນີອັນດີງາມຂອງຊາດ, ຂອງ ເຜົ່າ ນໍາເອົາຜະລິດຕະພັນດ້ານສິລະ ປະການສະແດງ, ຜົນງານໃນພາລະ ກິດປົກປັກຮັກສາ ແລະ ພັດທະນາ ປະເທດຊາດອອກສູ່ສັງຄົມ. ໂດຍ ແມ່ນລັດສົ່ງເສີມ ແລະ ພັດທະນາ ວຽກງານສິລະປະການສະແດງ ຂອງລັດ ໃຫ້ມີການຂະຫຍາຍຕົວ, ມີ ຄວາມເຂັ້ມແຂງ ແລະ ມີຄຸນນະພາບ ດ້ວຍການປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ວັດຖຸປະກອນເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝ. ລັດ ຊຸກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນຫລືການຈັດຕັ້ງ ເປັນເຈົ້າ ການ ແລະ ມີສ່ວນຮ່ວມໃນການຟື້ນ ຟູ, ອະນຸລັກ, ພັດທະນາ, ເຜີຍແຜ່, ຊົມໃຊ້ສິລະປະການສະແດງ ທັງຮັບ ເອົາສິລະປະອັນຍອດຍິ່ງຂອງມວນ ມະນຸດ ຢ່າງມີການເລືອກເຟັ້ນ, ເຮັດ ໃຫ້ຜະລິດຕະພັນສິລະປະການສະ ແດງມີຄວາມອຸດົມສົມບູນ ແລະ ຍືນ ຍົງ; ເສີມສ້າງສິລະປະວັດທະນະທໍາ ໃຫ້ມີລັກສະນະຊາດ, ກ້າວຫນ້າ ແລະ ມະຫາຊົນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການທາງ ດ້ານຈິດໃຈຂອງສັງຄົມ. ຊຸກຍູ້, ສົ່ງ ເສີມໃຫ້ບຸກຄົນ, ນິຕິບຸກຄົນຫລືການ ຈັດຕັ້ງ ເສີມຂະຫຍາຍພອນສະຫວັນ ໃນການປະດິດເເຕ່ງ, ສະແດງ ແລະ ສ້າງສັນຜະລິດຕະພັນສິລະປະການ ສະແດງ; ສ້າງ, ບໍາລຸງ ແລະ ຍົກລະ ດັບຄວາມຮູ້, ຄວາມສາມາດທາງ ດ້ານການເມືອງ, ວິຊາສະເພາະ, ວັດ ທະນະທໍາ, ຄຸນສົມບັດ, ສິນທໍາ ແລະ ຈັນຍາບັນ ຂອງຜູ້ເຄື່ອນໄຫວວຽກ ງານສິລະປະການສະແດງ. * ກົດໝາຍວ່າດ້ວຍສິລະປະ ການສະແດງໄດ້ປະກາດໃຊ້ໃນປີ 2017 ຊຶ່ງໃນກົດໝາຍສະບັບນີ້ ກໍາ ນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງ, ການ ເຄື່ອນໄຫວວຽກງານສິລະປະການ ສະແດງ ເພື່ອຮັບປະກັນໃຫ້ວຽກ ງານດັ່ງກ່າວມີຄຸນນະພາບ ແລະ ເຂັ້ມແຂງ ແນໃສ່ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ເຂົ້າໃນການຟື້ນຟູ, ອະນຸລັກ, ພັດທະນາ, ເຜີຍແຜ່, ຊົມໃຊ້ສິລະປະ ວັດທະນະທໍາທີ່ມີລັກສະນະຊາດ, ກ້າວໜ້າ, ມະຫາຊົນ; ສະກັດກັ້ນປາ ກົດການຫຍໍ້ທໍ້ທາງດ້ານສິລະປະ ວັດທະນະທໍາໃນສັງຄົມ, ສາມາດ ເຊື່ອມໂຍງກັບພາກພື້ນແລະສາກົນ, ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ 5 rtpkfmuj ,kda []tf6 |k; .sh .lj .98+ l5 0trk[ ຈາກເຊື້ອໄວຣັສ ຕ້ອງພັກຜ່ອນໃຫ້ ພຽງພໍດື່ມນ້ຳຫລາຍໆ ກິນອາຫານ ໃຫ້ ຄົບ 5 ໝູ່ ກໍສາມາດເຊົາເອງໄດ້ ໂດຍບໍ່ຕ້ອງກິນຢາ. 2. ໄຂ້ຫວັດໃຫຍ່ ເກີດຈາກເຊື້ອໄວຣັສ ອິນຟລູເອັນ ຊາ (influenza virus) ທີ່ມັກພົບ ຫລາຍໃນລະດູໜາວ. ອາການມີໄຂ້ ປານກາງເຖິງໄຂ້ສູງ, ມີອາການ ອ່ອນເພຍ, ປວດຕາມກ້າມຊີ້ນ ຫລາຍ, ເຈັບຫົວ, ໄອແລະມີນ້ຳມູກ. ວິທີປິ່ນປົວຄວນໄປພົບແພດ ເພື່ອ ຮັບການປິ່ນປົວ ທີ່ເໝາະສົມ ຫລື ປ້ອງກັນໂດຍການສັກວັກ ຊີນປ້ອງ ກັນໂຣກ. 3. ປອດບວມ ຫລື ປອດ ອັກເສບ ເກີດຈາກປອດຂອງເຮົາມີ ເຊື້ອໄວຣັດ ຫລື ແບັກທີ່ເຣຍ ເຂົ້າໄປ ຢູ່ຕາມຖົງລົມ ເຮັດໃຫ້ເນື້ອປອດ ບໍລິເວນນັ້ນບໍ່ສາມາດຮັບອົກຊີໄດ້ ຕາມປົກກະຕິ. ອາການແໜ້ນໜ້າ ເອິກຫາຍໃຈບໍ່ອອກ, ໄອ, ມີກະເທີ່, ມີໄຂ້ສູງ ມັກພົບໃນຄົນເຈັບທີ່ເປັນ ໂຣກລະບົບທາງເດີນຫາຍໃຈ ຫລື ຜູ້ ທີ່ມີພູມຄຸ້ມກັນຕ່ຳລົງ. ວິທີປິ່ນປົວ ຄວນໄປພົບແພດ ເພື່ອຮັບຢາປິ່ນປົວ ແລະ ຢາຫລຸດໄຂ້ຕາມຄວາມເໝາະ ສົມຂອງອາການ, ນອກຈາກນີ້ການ ດື່ມນ້ຳຫລາຍໆ ກໍຊ່ວຍຫລຸດຂີ້ກະ ເທີ ໄດ້ເຊັ່ນກັນ. 4. ພະຍາດຖອກ ທ້ອງຈາກໄວຣັດໂຣຕ້າ ເກີດຈາກ ໄວຣັດໂຣຕ້າ(RotaVirus)ທີ່ພົບ ໄດ້ງ່າຍໃນລະດູໜາວ ແລະ ຄົນເຈັບ ສ່ວນໃຫຍ່ຈະເປັນເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ. ວິທີປ້ອງກັນ ໃນປັດ ຈຸບັນ ໄດ້ມີວັກຊີນປ້ອງກັນໄວຣັສນີ້ ແລ້ວ ໂດຍໃຫ້ທາງປາກຂອງເດັກ ນ້ອຍ (ບໍ່ໄດ້ສັກຄືກັບວັກຊີນຊະນິດ ອື່ນໆ) 5. ພະຍາດຫັດ ເກີດຈາກໄວ ຣັດຣູບີໂອຣາ (Rubeola Virus) ມັກພົບໃນເດັກນ້ອຍທີ່ຍັງບໍ່ທັນມີ ພູມຄຸ້ມກັນຫລາຍກວ່າຜູ້ໃຫຍ່ສາ ມາດຕິດຕໍ່ໄດ້ຈາກການໄອ, ຈາມ, ນ້ຳ ລາຍຂອງຜູ້ປ່ວຍ, ມີໄລຍະຟັກຕົວ ປະມານ 10-14 ມື້. ອາການມີໄຂ້, ໄອຫລາຍ, ຕາແດງ, ນ້ຳຕາໄຫລ, ມີຕຸ່ມນ້ອຍໆສີແດງກ່ຳຂຶ້ນຕາມຜິວ ໜັງ ແລະ ມັກຈະຫາຍໄປເອງພາຍ ໃນ 7 ມື້ ບາງຄົນຕ່ອມນ້ຳເຫລືອງ ຫລັງໃບຫູບວມ. ວິທີປິ່ນປົວ ເນື່ອງ ຈາກວ່າ ໂຣກຫັດ ບໍ່ແມ່ນໂຣກຮ້າຍ ແຮງການປິ່ນປົວຈຶ່ງສາມາດປິ່ນ ປົວຕາມອາການຈົນກວ່າຈະເຊົາ, ນອກຈາກນີ້ ຍັງມີວັກຊີນທີ່ສາມາດ ປ້ອງກັນໄດ້ຕັ້ງແຕ່ນ້ອຍ. ພາບປະກອບ * ເລີ່ມປາຍຝົນຕົ້ນຫນາວນັບ ຕັ້ງແຕ່ ເດືອນພະຈິກເປັນຕົ້ນໄປນີ້ ໂດຍລວມແລ້ວ ມີຫລາຍບຸນທີ່ສ່ອງ ແສງໃຫ້ເຫັນເຖິງຮີດສິບສອງຄອງ ສິບສີ່, ຮີດຍີ່ຄອງຈຽງທີ່ປະຊາຊົນ ລາວບັນດາເຜົ່າຍຶດຖືແລະສືບທອດ ມາຈົນຕາບເທົ່າເຖິງທຸກມື້ນີ້. ຖ້າ ເວົ້າເລື່ອງ ເດືອນລາວ ແລ້ວກໍແມ່ນ ເດືອນ 12 ນັ້ນເອງໂດຍໃນເດືອນນີ້ ມີທັງບຸນພະທາດຫລວງວຽງຈັນ ມີທັງບຸນກະຖິນມີທັງບຸນຜ້າປ່າສາ ມັກຄີ ແລະ ຄໍລຳ “ຊີວິດວັດທະນະ ທຳ” ມື້ນີ້ຂໍພາທ່ານໄປຮູ້ຈັກຄວາມ ໝາຍຂອງ ຄຳວ່າ “ກະຖິນ “ ເຊິ່ງ ຄົນເກີດໃໝ່ໃຫຍ່ລຸນທັງຫລາຍຍັງບໍ່ ທັນເຂົ້າໃຈປານໃດເທື່ອ. ບຸນກະຖິນແມ່ນອີກບຸນໜຶ່ງທີ່ ຈັດຂຶ້ນ ເພື່ອເປັນການສົ່ງເສີມພຸດທະ ສາສະໜາ ໂດຍສະເພາະ ເພື່ອໃຫ້ພະ ສົງສາມະເນນໄດ້ມີຜ້າຈີວອນນຸ່ງ ຫົ່ມ ເຊິ່ງບຸນກະຖິນນີ້ເພິ່ນໄດ້ກຳນົດ ເຮັດຕັ້ງແຕ່ມື້ແຮມ 1 ຄ່ຳເດືອນ 12 ລາວກົງກັບເດືອນພະຈິກ ໂດຍມີກຳ ນົດເຖິງ 1 ເດືອນ ແລະ ການເຮັດບຸນ ນີ້ກໍສາມາດເຮັດໄດ້ທັງສ່ວນບຸກຄົນ ແລະ ສ່ວນລວມ. ເມື່ອເຮັດແບບ ສ່ວນລວມເພິ່ນເອີ້ນວ່າ “ມະຫາກະ ຖິນ”, ສ່ວນບຸກຄົນເອີ້ນວ່າ “ຈຸນລະ ກະຖິນ”, ແຕ່ຈະເຮັດແບບສ່ວນບຸກ ຄົນ ຫລື ແບບສ່ວນລວມກໍລ້ວນແຕ່ ແມ່ນບຸນກະຖິນທັງນັ້ນ. ການເຮັດ ບຸນກະຖິນນີ້, ເພິ່ນຈະປັກວັດໄວ້ ເພື່ອ ຈະໄດ້ໄປທອດຕາມນັດໝາຍ. ທັງນີ້ ໃນການທອດກະຖິນນັ້ນຖ້າທອດ ສອງກອງຢູ່ວັດດຽວບໍ່ ໄດ້ເດັດຂາດ ເພາະເປັນການເຮັດຜິດວິໄນສົງ, ແຕ່ຖ້າລວມເຂົ້າກັນເປັນກອງດຽວ ຖືວ່າໄດ້. ເປັນຫຍັງຈຶ່ງເຮັດບຸນກະ ຖິນ?ທັງນີ້, ໃນທຳມະບົດໄດ້ເລົ່າ ເຖິງ ມູນເຫດ ໄວ້ວ່າ: ພະສົງຊາວເມືອງ “ປາວາ” ປະມານ 30 ອົງ ຈະໄປ ເຂົ້າເຝົ້າພະພຸດທະເຈົ້າຢູ່ວັດເສດ ຕະພົນມະຫາວິຫານ, ແຕ່ພໍເຖິງເວ ລາເຂົ້າພັນສາ ຈຶ່ງໄດ້ເຂົ້າຈຳພັນສາ ຢູ່ເມືອງສາເກດ ແລະ ພໍເມື່ອອກພັນ ສາແລ້ວກໍ ຮີບຟ້າວເດີນທາງທັງ ຕາກແດດຕາກຝົນອັນເຮັດໃຫ້ຜ້າຈີ ວອນປຽກຊຸ່ມ ແລະ ເປິະເປື້ອນດ້ວຍ ຕົມ. ພໍເມື່ອຮອດສຳນັກຂອງພະ ສາດສະດາ, ພະພຸດທະອົງຈຶ່ງຊົງອະ ນຸຍາດໃຫ້ຮັບຜ້າກະຖິນລຸນ ຫລັງ 11 ເດືອນ ຄື ແຕ່ເດືອນ 11 ແຮມ 1 ຄ່ຳຈົນເຖິງເດືອນ12ເພັງ(15ຄ່ຳ) ແລະຈາກເຫດທັງຫລາຍທັງປວງນີ້ ຈຶ່ງເກີດ ມີປະເພນີເຮັດບຸນກະຖິນ. ບັດນີ້ມາຮູ້ຈັກພິທີການເຮັດບຸນ ກະຖິນເຊິ່ງການເຮັດບຸນ ນີ້ເຈົ້າພາບ ຫລື ເຈົ້າມູນສັດທາພ້ອມ ດ້ວຍເຖົ້າ ແກ່ອາວຸໂສ ຈະພ້ອມພຽງຮຽງໜ້າ ກັນໄປວັດທີ່ກ່ຽວຂ້ອງເພື່ອແຈ້ງ ຫລື ລາຍງານຈຸດປະສົງວ່າ: ຈະມາ ທອດກະຖິນຢູ່ວັດ. ຈາກນັ້ນ, ພະສົງ ແລະແນວໂຮມບ້ານຈະເອີ້ນລູກບ້ານ ຫລານເມືອງມາປະຊຸມ ເພື່ອແຈ້ງ ໃຫ້ທຸກຄົນຮັບຮູ້ ແລະ ກຽມຕ້ອນຮັບ ທັງກຽມຈັດບຸນ. ຈາກນັ້ນ, ເຈົ້າມູນ ສັດທາຈະຫ້າງຫາຜ້າອົງກະຖິນ ພ້ອມເຄື່ອງກອງບຸນອັນປະກອບມີ ຜ້າໄຕຈີວອນ (ຜ້າຄຸມ, ຜ້າສະບົງ ແລະ ຜ້າສັງຄາ), ສຳລັບ ເຄື່ອງບໍລິ ວານຕ່າງໆກໍປະກອບມີ ເສື່ອ, ສາດ ອາດສະນະ, ບາດ, ມີດພ້າ, ຄັນຮົ່ມ, ເກີບ, ພາເຂົ້າ, ຖ້ວຍ, ບ່ວງ, ຊ້ອມ, ຈອກ, ຕຸກນ້ຳ, ເຂັມ, ດ້າຍຫຍິບຜ້າ, ຕິບເຂົ້່າ, ມຸ້ງ, ໄມ້ຄ້ອນເທົ້າ ແລະ ອື່ນໆ. ເມື່ອຮອດມື້ແລ້ວ, ກໍແຫ່ກະ ຖິນໄປ ໂດຍມີການເສບດົນຕີມະໂຫ ລີແຫ່ແຫນແພນກັ້ງໄປຢ່າງມ່ວນ ຊື່ນ ແລະ ພໍໄປຮອດວັດກ່ຽວ ຂ້ອງ ແລ້ວກໍໄດ້ຮັບການຕ້ອນຮັບຈາກພະ ສົງ ແລະ ຊາວບ້ານໂດຍການເຮັດ ພິທີທາງສາສະໜາເຊັ່ນ: ໄຫວ້ພະ ຮັບສິນຖວາຍກອງກະຖິນ, ຟັງເທດ ແລະ ອື່ນໆ, ສ່ວນຕອນຄ່ຳກໍຄົບງັນ ຕາມປະເພນີ ແລະ ລ້ຽງຮັບຮອງ ແຂກ. ພໍຮອດຕອນເຊົ້າຂອງມື້ຕໍ່ມາ ກໍມີການໃສ່ບາດຖວາຍທານແດ່ພະ ສົງທີ່ຢູ່ວັດ ແລະ ມາຈາກວັດຕ່າງໆ. ທັງນີ້ທັງນັ້ນ, ພະສົງທີ່ໄດ້ຈຳພັນສາ ຄົບ 3 ເດືອນເຕັມ ເພິ່ນຈຶ່ງໄດ້ຮັບອະ ນິສົງ 5 ຢ່າງຈົນໄດ້ຮັບຮອດ ເດືອນ 12 ເພັງ (15 ຄໍ່າ) ແລະ ພະສົງວັດ ໃດທີ່ໄດ້ຮັບຜ້າກະຖິນເພິ່ນກໍໄດ້ຮັບ ອະນິສົງ 5 ຢ່າງເຊັ່ນດຽວກັນ. ສ່ວນ ອະນິສົງນັ້ນ, ໄດ້ຮັບໄປຈົນຮອດ ເດືອນ4ເພັງ(15ຄ່ຳ)ຈຶ່ງໝົດກຳ ນົດ ຊຶ່ງຄຳວ່າ “ອະນິສົງ ກໍແມ່ນ ກະຖິນ” ນັ້ນເອງ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==