5510

g-dv'{fa d]a d Ij ;,da oltcf' ly ]txtc]dxj Po;a fmtotme gsfdko{dkora fmtok xtgmf]k; ( 06/12/2022 [= ]y 7ew- s;o7n o,6 og-N v ;a o-kf7q [Iv[ 47 xu vy ogfp -j ;pd+ lh k'l6 ol5 dlk]koh vp16j [h ko;P'w- ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້, ທີ່ສູນການຄ້າແຂວງເຊກອງ, ພະ ແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ສປປ ລາວ ແລະ ພະແນກວັດທະ ນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງດັກລັກ ສສ ຫວຽດນາມ ຮ່ວມຈັດງານສະແດງສິລະປະ-ວັນ ນະຄະດີ ແລກປ່ຽນວັດທະນະທໍາ ພາຍໃຕ້ຫົວຂໍ້: “ເຊື່ອມໂຍງມິດຕະ ພາບ “ເນື່ອງໃນໂອກາດສະເຫລີມ ສະຫລອງປີສາມັກຄີ ລາວ-ຫວຽດ ນາມ ປີ 2022, ທັງເປັນການ ສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ແລະ ບຸນຊ່ວງເຮືອປະເພນີ ແຂວງເຊ ກອງປະຈໍາປີ 2022 ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກລັດຖະມົນຕີ,ທ່ານເຫລັກ ໄຫລສີວິໄລ ເຈົ້າແຂວເຊກອງ, ພ້ອມ ດ້ວຍການນໍາສອງພະແນກ, ນັກ ສິລະປະຂອງສອງແຂວງຕະຫລອດ ຮອດປະຊາຊົນບັນດາເຜົ່າພາຍໃນ ແ ຂວງເຊກອງ ເຂົ້້າຮ່ວມ. ໃນງານແລກປ່ຽນສິລະປະ-ວັນ ນະຄະດີໃນ ຄັ້ງນີ້, ສອງແຂວງ ໄດ້ນໍາເອົາບົດຟ້ອນ ແລະ ບົດເພງ ລວມທັງໝົດ 28 ລາຍການ ທີ່ສອງ ແສງເຖິງມູນເຊື້ອ, ວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີແບບພິເສດສອງ ຊາດລາວ-ຫວຽດນາມ ມາສະແດງ ໃຫ້ພໍ່ແມ່ປະຊາບັນດາເຜົ່າໄດ້ຮັບຊົມ ຢ່າງຄຶກຄື້ນມ່ວນຊື່ນ, ທັງນີ້ ກໍເພື່ອ ເປັນການເສີມສ້າງສາຍພົວພັນມິດ ຕະພາບໃນລະດັບທ້ອງຖິ່ນຂອງ ສອງປະເທດ ກໍຄືສອງຊາດລາວ- ຫວຽດນາມ ໂດຍສະເພາະແຂວງ ເຊກອງ ແລະ ແຂວງດັກລັກໃນການ ອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງ ຊາດສອງເຜົ່າ, ທັງເປັນການຮັດ ແໜ້ນສາຍພົວມິດຕະພາບລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະ ຫລອດໄປ. ຂ່າວ-ພາບ: ສັນຍາ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້, ແຂວງບໍລິຄຳໄຊໄດ້ຈັດປາຖະກະຖາ ວັນສ້າງຕັ້ງສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວຄົບຮອບ47 ປີ (02 ທັນ ວາ 1975-02 ທັນວາ 2022 ເພື່ອເປັນການທົບທວນຫວນ ຄືນມູນເຊື້ອວັນສໍາຄັນດັ່ງກ່າວໃຫ້ ພະນັກງານຂັ້ນຕ່າງໆໄດ້ຮັບຮູ້ເຂົ້າ ໃຈໂດຍການປາຖະກະຖາຂອງທ່ານ ກອງແກ້ວ ໄຊສົງຄາມ ກໍາມະການ ສູນກາງພັກ, ເລຂາພັກແຂວງ,ເຈົ້າ ແຂວງບໍລິຄຳໄຊ, ມີຄະນະປະຈຳພັກ ແຂວງ, ກຳມະການພັກແຂວງບັນ ດາ ຫົວໜ້າພະແນກ,ຫ້ອງການ,ພະ ນັກງານອາວຸໂສບໍານານ, ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຕະຫລອດຮອດພະນັກງານວິ ຊາການອົງການປົກຄອງແຂວງ ເຂົ້າຮ່ວມຮັບຟັງ. ໃນພິທີ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນ ຂອງວັນຊາດທີ2ທັນວາກ່ອນແລະ ຫລັງສະຖາປະນາປະເທດຊາດ, ຊາດລາວແມ່ນຊາດໜຶ່ງທີມີປະຫວັດ ສາດອັນຍືດເຍື້ອຍາວນານຫລາຍ ພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຮຸກຮານຂອງສັດຕູ ຈາກພາຍນອກ ແລະ ສ້າງສາພັດທະ ນາ, ໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ, ປະຊາຊົນລາວໄດ້ ສາມັກຄີຕໍ່ສູ້ພິລະອາດຫານຕ້ານ ການຮຸກຮານ ແລະ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່, ສາມາດປົດ ປ່ອຍປະເທດຊາດ ຢ່າງມີໄຊ,ການ ສະຖາປະນາ ສປປລາວ ແມ່ນໄຊຊະ ນະອັນສະຫງ່າອົງອາດ ພວກເຮົາ ໄດ້ຂ້າມຜ່ານທຸລະກັນດານລະອິດ ລະອ້ຽວ ເຕັມໄປດ້ວຍຄວາມເສຍສະ ລະ, ຄວາມທຸກຍາກລຳບາກນາໆປະ ການ ເພື່ອຍາດເອົາສັນຕິພາບເອ ກະລາດເອກະພາບແລະອິດສະຫລະ ພາບອັນແທ້ຈິງມາ ສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ໃນຂອບ ເຂດທົ່ວປະເທດ, ສັງລວມແລ້ວແມ່ນ ເຫດການທີ່ມີຄວາມໝາຍທາງປະ ຫວັດສາດແລະເປັນການໄຂສັງກາດ ໃໝ່ ໃນປະຫວັດສາດແຫ່ງການຄົງ ຕົວ ແລະ ຂະຫຍາຍຕົວຂອງປະ ເທດເຮົາ ຊຶ່ງປະຊາຊົນຊາວຜູ້ອອກ ແຮງງານບັນດາເຜົ່າ ໄດ້ກາຍເປັນ ເຈົ້າຂອງປະເທດຊາດ ທີ່ມີເອກະ ລາດອະທິປະໄຕ ແລະ ຜືນແຜ່ນດີ ອັນຄົບຖ້ວນຂອງຕົວເອງ. ການສະຖາປະນາ ສປປ ລາວ ແມ່ນການຢັ້ງຢືນເຖິງການກໍ່ສ້າງ ແລະ ປັບປຸງໂຄງຮ່າງການຈັດຕັ້ງ ອຳນາດລັດ ຂອງ ສປປ ລາວ ນັບ ແຕ່ສູນກາງລົງເຖິງທ້ອງຖິ່ນ ໃຫ້ ກາຍເປັນລະບົບອຳນາດການປົກ ຄອງ ທີ່ເປັນປະຊາທິປະໄຕຢ່າງແທ້ ຈິງ ແລະ ເຂັ້ມແຂງ, ມີກຳລັງພຽງພໍ ເພື່ອຄຸ້ມຄອງລັດ ແລະ ຄຸ້ມຄອງສັງ ຄົມໃນຂອບເຂດທົ່ວປະເທດແລະຍັງ ສ່ອງແສງໃຫ້ເຫັນເຖິງສະພາບ ຄວາມເປັນຈິງ ແລະ ຄວາມຮຽກ ຮ້ອງຕ້ອງການຂອງຍຸກສະໄໝ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນລາວນັບມື້ນັບດີຂຶ້ນ ແລະ ເດີນຕາມອຸດົມການຂອງສັງຄົມນິ ຍົມ ເຊິ່ງທາດແທ້ຂອງສັງນິຄົມແມ່ນ “ເຮັດໃຫ້ປະເທດມັງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມລາວ ເຮົາມີຄວາມສາມັກຄີປອງດອງ, ມີ ປະຊາທິປະໄຕ, ຍຸຕິທຳແລະສີວິໄລ” ທັງນີ້ ກໍເພື່ອເຮັດໃຫ້ທຸກຄົນໄດ້ມີ ຄວາມຮູ້ສຶກເຂົ້າໃຈ ແລະ ມີຄວາມ ເອກອ້າງທະນົງໃຈຕໍ່ມູນເຊື້ອປະ ຫວັດສາດ, ຜົນງາການສ້າງສາພັດ ທະນາປະເທດຊາດ ພາຍໃຕ້ການ ຊີ້ນຳ-ນຳພາຂອງພັກປະຊາຊົນປະ ຕິວັດລາວຕະຫລອດໄລຍະຜ່ານມາ. ຂ່າວ: ວຽງສະຫວັນ ຂປລ. ໃນວັນທີ 30 ພະຈິກ ຜ່ານ ມາ, ໄດ້ມີພິທີວາງສີລາລຶກໂຄງ ການກໍ່ສ້າງສູນສຸກສາລານ້ອຍ ທີ່ບ້ານວຽງໄຊ ເມືອງພູວົງແຂວງ ອັດຕະປື ໂດຍມີ ທ່ານ ເລັດ ໄຊຍະ ພອນ ເຈົ້າແຂວງອັດຕະປື, ທ່ານ ດິນກາ ອາສທານາ ເອກອັກຄະລັດ ຖະທູດອິນເດຍ ປະຈຳ ສປປ ລາວ, ທີຜູ້ຕາງໜ້າຄະນະນຳຈາກແຂວງ ອັດຕະປື ເຂົ້າຮ່ວມ ເຊິ່ງໂຄງການ ດັ່ງກ່າວ ພາຍໃຕ້ຂອບການຮ່ວມມື ເຫັນ ຜົນໄວ (QIP) ແມ່ນໍ້າຂອງແມ່ນໍ້າຄົງຄາ (MGC) ໂດຍໄດ້ຮັບ ເງິນອະນຸມັດຈາກລັດຖະບານອິນ ເດຍ 50.000 ໂດລາສະຫາລັດ. ໃນພິທີ, ທ່ານເອກອັກຄະລັດຖະ ທູດອິນເດຍ ປະຈຳ ສປປ ລາວ ໄດ້ ເນັ້ນເຖິງສູນສາລານ້ອຍ ຈະຊ່ວຍ ໃນການປິ່ນປົວຫລາຍຂະແໜງ ການ ໂດຍສະເພາະປະຊາຊົນບ້ານທີ່ ຢູ່ຫ່າງໄກຫລືອາໄສຢູ່ບ້ານວຽງໄຊ. ສູນສາລາດັ່ງກ່າວ, ຍັງໃຫ້ຄວາມ ສຳຄັນແກ່ແມ່ຍິງຖືພາ ແລະ ຍັງ ມີຫ້ອງປະສູດ ເຊິ່ງຫວັງວ່າການກໍ່ oa ddy ]kc0;'7e,j ;o pkfwfh 3 s]Po7e 9kd-P'0;k'gd, *ວັນທີ 4 ທັນວາ 2022 ທີ່ ແຂວງຊຽງຂວາງ, ທີມນັກກິລາ ແຂວງຄໍາມ່ວນ ໄດ້ເຂົ້າຮ່ວມການ ແຂ່ງຂັນມີ 3 ປະເພດກິລາ ຄື: ເທຄວັນໂດ, ແລ່ນ-ລານ ແລະ ຍິງ ທະນຸ . ສ່ວນກີລາຍິງທະນຸແມ່ນແຂ່ງ ຂັນ ເພື່ອສະສົມຄະແນນນອກຈາກ ນັ້ນຍັງໄດ້ມີການມອບ-ຮັບຫລຽນ ກິລາມວຍປໍ້າໃນງານມະຫະກໍາກິ ລາແຫ່ງຊາດຄັ້ງທີ XI ທີ່ແຂວງ ສ້າງຈະສຳເລັດຕາມຄາດໝາຍທີ່ ວາງໄວ້. ໄລຍະຜ່ານມາ ປະເທດອິນເດຍ ໃຫ້ການຊ່ວຍເຫລືອໂຄງການເຫັນ ຜົນໄວແກ່ ສປປ ລາວ 11 ໂຄງ ການໃນຂົງເຂດການສຶກສາ, ການ ບໍາບັດນໍ້າດື່ມສະອາດ, ກະສິກໍາ ແລະ ອື່ນໆ ໃນເຂດຫ່າງໄກສອກ ຫລີກຢູ່ແຂວງຕ່າງໆຂອງ ສປປ ລາວ. ໃນນີ້, ມີ5ໂຄງການທີ່ສໍາເລັດ ແລະ 6 ໂຄງການຢູ່ໃນການຈັດຕັ້ງ ປະຕິບັດ, ໂຄງການເຫລົ່ານີ້ສ້າງຜົນ ປະໂຫຍດຢ່າງແທ້ຈິງໃຫ້ແກ່ ສປປ ລາວ. ໂອກາດນີ້,ທ່ານເລັດໄຊຍະພອນ ເຈົ້າແຂວງອັດຕະປືໄດ້ສະແດງ ຄວາມຂອບໃຈມາຍັງລັດຖະບານ ອິນເດຍ ທີ່ໃຫ້ທຶນຊ່ວຍເຫລືອລ້າ ໂດຍສະເພາະບັນຫາດ້ານສຸຂະພາບ ແກ່ ສປປ ລາວ ກໍຄື ແຂວງອັດຕະປື ເຊິ່ງເປັນການປະກອບສ່ວນ ໃຫ້ ແກ່ການພັດທະນາເສດຖະກິດສັງ ຄົມຂອງ ສປປ ລາວ. ຊຽງຂວາງ. ໃນນີ້ທີມນັກກິລາແຂວງຄໍາ ມ່ວນພວກເຮົາຍັງໄດ້ຫລຽນຕື່ມອີກ ຈາກ 3 ປະເພດກິລາຄື : ມວຍປໍ້າ 1 ຫລຽນຄໍາ ລຸ້ນນໍ້າໜັກ 69 kg ແລະ 1 ຫລຽນເງິນ ລຸ້ນນໍ້າໜັກ 96 kg, ແລ່ນ-ລານຍາດໄດ້ 1 ຫລຽນຄໍາແຂ່ງຂັນໃນລາຍການ 800m (ຍິງ), 1 ຫລຽນຄໍາ ແຂ່ງ ຂັນ ໃນລາຍການ 200 m (ຍິງ) ແລະ 1 ຫລຽນທອງ ແຂ່ງຂັນ ໃນ ລາຍການ 10.000m (ຍິງ), ເທ ຄວັນໂດນັດສຸດທ້າຍ ໄດ້ຫລຽນ ເງິນ 2 ຫລຽນ ແລະ ຫລຽນ ທອງ 1 ຫລຽນ . ສໍາລາຍການແຂ່ງຂັນໃນວັນທີ 5 ທັນວາ 2022 ແຂວງຄໍາມ່ວນ ຂອງພວກເຮົາຈະໄດ້ລົງສືບຕໍ່ການ ແຂ່ງຂັນໃນ 2 ປະເພດກິລາຄື: ຍິງ ທະນູຈະມີຮອບດວນຄັນໂກງ ແລະ ທົດກໍາລັງ . ສ່ວນກິລາ ແລ່ນ-ລານ ມີການແຂ່ງຂັນໃນການ1.500 m(ຍິງ)ແລະ ເຕັ້ນ3ກ້າວ(ຊາຍ).

RkJQdWJsaXNoZXIy MTc3MTYxMQ==