5510

06/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ລັດຖະມົນຕີ... ຖະແຫລງການຮ່ວມ... ຖົດຖອຍລົງ. ສຳລັບການຂະຫຍາຍຕົວ ດ້ານເສດຖະກິດ ສປປ ລາວ (ມີທັງໝົດ 29 ຕົວຊີ້ບອກ, ຄາດວ່າຈະສາມາດບັນ ລຸໄດ້ຕາມແຜນ 22 ຕົວຊີ້ບອກ. ໃນໄລຍະ 9 ເດືອນ GDP ບັນລຸໄດ້ 4,2% ແລະ ໝົດປີຄາດວ່າຈະສາມາດ ບັນລຸໄດ້ 4,4% (ແຜນການ 4,5%). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 2,9%ກວມ 17,5%ຂອງ GDP, ອຸດ ສາຫະກຳ ຂະຫຍາຍຕົວ 4,4% ກວມ 34,1% ຂອງ GDP, ການບໍລິການ ຂະຫຍາຍຕົວ 4,9% ກວມ 37,1% ຂອງ GDP ແລະ ພາສີອາກອນຂະ ຫຍາຍຕົວ 4,2% ກວມ 11,3% ຂອງ GDP. ສ່ວນ GDP ຕໍ່ຫົວຄົນ ບັນລຸໄດ້ 1.841 ໂດລາສະຫະລັດ (ແຜນການ: 2.503 ໂດລາສະຫະລັດ), GNI ຕໍ່ຫົວ ຄົນ ບັນລຸໄດ້ 1.729 ໂດລາສະຫະລັດ (ແຜນການ: 2.358 ໂດລາ). ສຳລັບ ຂະແໜງການທີ່ປະກອບສ່ວນສຳຄັນຕໍ່ ການຂະຫຍາຍຕົວຂອງ GDP ແມ່ນ ການຜະລິດກະສິກໍາ, ການກໍ່ສ້າງ ແລະ ການບໍລິການຂາຍຍົກ-ຂາຍຍ່ອຍ, ການ ບໍລິການທີ່ຕິດພັນກັບການທ່ອງທ່ຽວ ແລະ ການຂົນສົ່ງ. ອັນພົ້ນເດັ່ນນັບແຕ່ ເປີດປະເທດແຕ່ຕົ້ນເດືອນພຶດສະພາ ເປັນຕົ້ນມາ ໄດ້ມີນັກທ່ອງທ່ຽວຕ່າງປະ ເທດ ເຂົ້າມາທ່ອງທ່ຽວເພີ່ມຂຶ້ນຢູ່ໃນລະ ດັບ644.756ຄົນເຊິ່ງເຮັດໃຫ້ຂະແໜງ ການນີ້ຂະຫຍາຍຕົວດີຂຶ້ນ (7-8%). ການຄຸ້ມຄອງເສດຖະກິດມະຫາ ພາກ : ດ້ານງົບປະມານ ມີ 6 ຕົວຊີ້ບອກ ແລະຄາດວ່າຈະສາມາດບັນລຸໄດ້4ຕົວ ຊີ້ບອກ: ສິ່ງທີ່ພົ້ນເດັ່ນແມ່ນພາກສ່ວນ ຕ່າງໆ ໄດ້ມີຄວາມພະຍາຍາມປະຕິບັດ ຄຳສັ່ງ ເລກທີ 18/ນຍ ຢ່າງຕັ້ງໜ້າ ເຊິ່ງ ໃນໄລຍະ9 ເດືອນສາມາດເກັບລາຍຮັບ ງົບປະມານໄດ້ 24.240 ຕື້ກີບເທົ່າກັບ 76,72% ຂອງແຜນການ, ທຽບໃສ່ປີ ຜ່ານມາ ເພີ່ມຂຶ້ນ 49,45%. ສຳລັບຕົວ ເລກໄລຍະ 11 ເດືອນ ລາຍຮັບປະຕິບັດ ໄດ້ 28.455 ຕື້ກີບເທົ່າກັບ 90,06% ຂອງແຜນການ; ໃນນີ້ລາຍຮັບພາຍໃນ ປະຕິບັດໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການ, ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 29% ຫລື ເປັນເງິນ ເທົ່າກັບ 5.980 ຕື້ກີບ ແລະ ຄາດວ່າ ໝົດປີຈະປະຕິບັດໄດ້ 32.447 ຕື້ກີບ ເທົ່າກັບ 102,7% ຂອງແຜນການ. ສ່ວນດ້ານລາຍ ຈ່າຍງົບປະມານ ໄລຍະ 9 ເດືອນ ປະຕິບັດໄດ້ 20.773 ຕື້ກີບ, ເທົ່າກັບ 59,88%ຂອງແຜນການ, ສໍາ ລັບຕົວເລກ ໄລຍະ 11 ເດືອນ ປະຕິບັດ ໄດ້ 25.694 ຕື້ກີບ ເທົ່າກັບ 72,56% ຂອງແຜນການ ແລະ ຄາດວ່າໝົດປີ ຈະບໍ່ໃຫ້ເກີນ 34.553 ຕື້ກີບ ເທົ່າກັບ 99,60% ຂອງແຜນການ. ການຂາດ ດຸນງົບປະມານໝົດປີ ຄາດວ່າຈະຢູ່ໃນ ລະດັບ 2.106 ຕື້ກີບ ຫລື ເທົ່າກັບ 0,99% ຂອງ GDP ຕໍ່າກວ່າລະດັບ ທີ່ສະພາແຫ່ງຊາດກຳນົດໄວ້. ທ່ານ ຄຳເຈນ ວົງໂພສີ ໃຫ້ຮູ້ຕື່ມວ່າ: ດຸນການຊຳລະຕ່າງປະເທດ (ມີທັງໝົດ 2 ຕົວຊີ້ບອກ ແລະ ຄາດວ່າຈະສາມາດ *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** ບັນລຸໄດ້ ຕາມແຜນທັງ 2 ຕົວຊີ້ບອກ): ໃນໄລຍະ 9 ເດືອນ ດຸນການຄ້າຕ່າງ ປະເທດສືບຕໍ່ເກີນດຸນ ປະມານ 911 ລ້ານໂດລາສະຫະລັດແລະຄາດວ່າໝົດ ປີ ຈະເກີນດຸນ ປະມານ 1.199 ລ້ານ ໂດລາ, ແຕ່ການນຳເຂົ້າເງິນຕາ ທີ່ຜ່ານ ລະບົບທະນາຄານແມ່ນຍັງບໍ່ສູງ (ປະມານ33%ຂອງມູນຄ່າສົ່ງອອກ). ສຳລັບກະແສນຳເຂົ້າທຶນຈາກການ ລົງທຶນຂອງຕ່າງປະເທດ ຜ່ານລະບົບ ທະນາຄານໃນໄລຍະ 9 ເດືອນ ມີມູນ ຄ່າພຽງ 2.599,32 ຕື້ກີບ ເທົ່າກັບ 167,69 ລ້ານໂດລາສະຫະລັດ ແລະ ສ່ວນໜຶ່ງ ແມ່ນທຶນໃນຮູບແບບວັດຖຸ. ພ້ອມກັນນັ້ນ, ຖານະເງິນຕາຕ່າງປະ ເທດຂອງລະບົບທະນາຄານ ຍັງບໍ່ທັນ ເຂັ້ມແຂງ ເຖິງວ່າລະດັບຄັງສຳຮອງ ເງິນຕາຕ່າງປະເທດ ກຸ້ມການນຳເຂົ້າບໍ່ ຫລຸດ 3 ເດືອນ. ສຳລັບການລົງທຶນທົ່ວສັງຄົມ (ມີ ທັງໝົດ 5 ຕົວຊີ້ບອກ ແລະ ຄາດວ່າຈະ ສາມາດບັນລຸໄດ້ຕາມແຜນມີ 4 ຕົວຊີ້ ບອກ): ເຖິງຈະມີຄວາມຫຍຸ້ງຍາກດ້ານ ຕ່າງໆ, ແຕ່ການລົງທຶນທົ່ວສັງຄົມກໍຍັງ ມີຄວາມຟົດຟື້ນດີ ສາມາດປະຕິບັດໄດ້ 46.893,35 ຕື້ກີບ ເທົ່າກັບ 106,7% ຂອງແຜນການ (43.950 ຕື້ກີບ), ໃນນີ້: ການລົງທຶນຈາກງົບປະມານລັດ ໄດ້ອະນຸມັດກວດຜ່ານເບີກຈ່າຍ ຈາກ ຂະແໜງແຜນການ ຈຳນວນ 3.515 ຕື້ ກີບ ເທົ່າກັບ89%ຂອງແຜນການແລະ ເບີກຈ່າຍຕົວຈິງຜ່ານກະຊວງການເງິນ ຈຳນວນ 2.085 ຕື້ກີບ ເທົ່າກັບ 53% ຂອງແຜນການ (ແຜນການ: 3.950 ຕື້ກີບ), ການຊ່ວຍເຫລືອທາງການເພື່ອ ການພັດທະນາ ປະຕິບັດໄດ້ 6.255,96 ຕື້ກີບ ເທົ່າກັບ 92,7% ຂອງແຜນການ (ແຜນການ: 6.750 ຕື້ກີບ) ແລະ ການລົງທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ 37.122,39 ຕື້ກີບ ເທົ່າກັບ 126,2% ຂອງແຜນການ (ໄດ້ມີທຶນນຳເຂົ້າຕົວຈິງທັງໝົດ 29.420 ຕື້ກີບ). ທ່ານລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ໃຫ້ຮູ້ຕື່ມວ່າ: ດ້ານເງິນຕາ ມີ 7 ຕົວຊີ້ບອກ, ຄາດວ່າ ຈະສາມາດບັນລຸແຜນພຽງ 4 ຕົວຊີ້ ບອກ; ວຽກງານການສຶກສາ ແລະ ກິລາ (ມີທັງໝົດ 15 ຕົວຊີ້ບອກ): ມີ 7 ຕົວຊີ້ບອກທີ່ສາມາດບັນລຸໄດ້ຕາມແຜນ ແລະ ມີ 8 ຕົວຊີ້ບອກມີຄວາມສ່ຽງທີ່ຈະ ບໍ່ບັນລຸໄດ້, ໃນນີ້ສິ່ງທີ່ໜ້າເປັນຫ່ວງ ແມ່ນການປະລະການຮຽນໃນຊັ້ນປະ ຖົມ, ມັດທະຍົມຕົ້ນ ແລະ ປາຍ, ອັດຕາ ການເລື່ອນຊັ້ນໃນແຕ່ລະດັບເຫັນວ່າ ຫລຸດລົງ, ໂຮງຮຽນອາຊີວະສຶກສາ ແລະ ໂຮງຮຽນຢູ່ເຂດຊົນນະບົດບາງ ບ່ອນຂາດຄູສອນ. ສຳລັບວຽກງານສາທາລະນະສຸກ ມີທັງໝົດ 11 ຕົວຊີ້ບອກ: ມີ 7 ຕົວຊີ້ ບອກຄາດວ່າຈະບັນລຸຕາມແຜນ, ອັນ ພົ້ນເດັ່ນແມ່ນ ການສັກວັກຊີນປ້ອງກັນ ພະຍາດໂຄວິດ-19. ເຖິງຢ່າງໃດກໍຕາມ ມີ 04 ຕົວຊີ້ບອກແມ່ນມີຄວາມທ້າທາຍ ທີ່ຈະບໍ່ບັນລຸຕາມແຜນ ເປັນຕົ້ນແມ່ນ: ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າ ໜັກຕໍ່າກວ່າມາດຕະຖານ, ອັດຕາສ່ວນ ເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າ ກວ່າມາດຕະຖານ, ອັດຕາການເກີດ ລູກມີແພດຊ່ວຍ, ການເຂົ້າເຖິງການບໍລິ ການດ້ານສາທາລະນະສຸກ, ການສັກຢາ ແລະ ສຸຂະນາໄມ ໂດຍສະເພາະຢູ່ໃນ ເຂດພູດອຍ ແລະ ຫ່າງໄກສອກຫລີກ ຍັງມີອັດຕາສ່ວນຕ່ຳ ແລະ ອື່ນໆ. ສ່ວນ ວຽກງານຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ມີ 12 ຕົວຊີ້ ບອກ): ມີ 9 ຕົວຊີ້ບອກຄາດວ່າຈະສາ ມາດບັນລຸໄດ້ຕາມແຜນ ແລະ ມີ 3 ຕົວ ຊີ້ບອກ ຄາດວ່າຈະບໍ່ສາມາດບັນລຸໄດ້ ຕາມແຜນ, ສາເຫດແມ່ນຍ້ອນການຕອບ ສະໜອງ ທາງດ້ານທຶນຮອນບໍ່ໄດ້ຕາມ ຄວາມຕ້ອງການ ແລະ ທ່ວງທັນກັບເວ ລາ, ທັງໄດ້ຮັບຜົນກະທົບຈາກການ ລະ ບາດຂອງພະຍາດໂຄວິດ-19; ວຽກ ງານແຮງງານ ແລະ ສະຫວັດດີການ ສັງຄົມ (ມີ 9 ຕົວຊີ້ບອກ): 7 ຕົວຊີ້ ບອກຄາດວ່າສາມາດບັນລຸໄດ້ຕາມ ແຜນການ ແລະ 2 ຕົວຊີ້ບອກຄາດວ່າ ຈະບໍ່ສາມາດບັນລຸໄດ້ຕາມແຜນການ; ເປົ້າໝາຍຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ (ມີ 8 ຕົວຊີ້ບອກ) 6 ຕົວຊີ້ບອກຄາດ ວ່າຈະສາມາດບັນລຸໄດ້ຕາມແຜນ ແລະ 2 ຕົວຊີ້ບອກຄາດວ່າຈະບໍ່ສາມາດ ບັນລຸແຜນ. ເປົ້າໝາຍປົກປັກຮັກສາ ສິ່ງແວດລ້ອມໃຫ້ມີຄວາມສົມດູນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດ ມີທັງໝົດ 8 ຕົວຊີ້ບອກ, ໃນນີ້ 6 ຕົວຊີ້ ບອກສາມາດບັນລຸຕາມແຜນກຳນົດໄວ້ ແລະ 2 ຕົວຊີ້ບອກ ຍັງພົບຄວາມຫຍຸ້ງ ຍາກ ຄາດວ່າຈະບໍ່ສາມາດບັນລຸໄດ້ ຕາມແຜນ. ຂ່າວ: ມະນີທອນ (18) ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຊົນນະບົດ; ແລກປ່ຽນບົດຮຽນພາຍໃຕ້ຂອບ ອາຊຽນ-ຈີນ ແລະ ອາຊຽນ+3; ຊຸກຍູ້ຢ່າງຕັ້ງໜ້າໃນການດໍາເນີນ ໂຄງການຮ່ວມມືຫລຸດຜ່ອນຄວາມ ທຸກຍາກຂອງອາຊີຕາເວັນອອກໄລ ຍະ 2, ສະໜັບສະໜູນການກໍ່ສ້າງບຸກ ຄະລາກອນ ໃນຂົງເຂດການຫລຸດ ຜ່ອນຄວາມທຸກຍາກຂອງລາວ. (19) ເພີ່ມທະວີການຮ່ວມມື ໃນຂອບທະນາຄານເພື່ອການລົງ ທຶນ ແລະ ພື້ນຖານໂຄງລ່າງອາຊີ (AIIB), ຊຸກຍູ້ໃຫ້ທະນາຄານດັ່ງ ກ່າວມີການກໍ່ສ້າງ ແລະດຳເນີນກິດ ຈະການຢ່າງໝັ້ນທ່ຽງເພື່ອສະໜອງ ທຶນຮອນໃນການກໍ່ສ້າງພື້ນຖານ ໂຄງລ່າງທີ່ມີຄຸນນະພາບສູງ,ຕົ້ນ ທຶນຕ່ຳ ແລະ ຍືນຍົງໃຫ້ແກ່ບັນດາ ປະເທດກຳລັງພັດທະນາ. (20) ຈັດຕັ້ງປະຕິບັດແຜນປະ ຕິບັດງານການຮ່ວມມືດ້ານວັດທະ ນະທຳ ແລະ ທ່ອງທ່ຽວ ລາວ- ຈີນ ໃຫ້ມີປະສິດທິຜົນ, ຊຸກຍູ້ການໄປມາ ສູ່ຂອງບຸກຄະລະກອນໃນຂົງເຂດ ວັດທະນະທຳ ແລະ ທ່ອງທ່ຽວທຸກ ຂັ້ນຢ່າງມີແບບແຜນ, ກະຕຸ້ນໃຫ້ຂະ ແໜງການທ່ອງທ່ຽວໄດ້ຮັບການ ຟື້ນຟູ ແລະ ມີການພັດທະນາຢ່າງ ແຂງແຮງ, ຮ່ວມກັນຈັດຕັ້ງການຝຶກ ອົບຮົມບຸກຄະລາກອນ, ນຳໃຊ້ບົດ ບາດໃນການເປັນປ່ອງປະຕູ, ເປັນ ເວທີປະສານງານ ແລະ ຂົວຕໍ່ຂອງ ສູນວັດທະນະທຳ ລາວ-ຈີນ ໃຫ້ມີ ປະສິດທິຜົນເພື່ອຊຸກຍູ້ມິດຕະພາບ ແລະ ຄວາມເຂົ້າອົກ ເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຈີນ. (21)ດຳເນີນການຮ່ວມມືແລກ ປ່ຽນຂໍ້ມູນຂ່າວສານ ຂອງຂະແໜງ ສາທາລະນະສຸກ ແລະ ສຸຂະອະນາ ໄມ, ເພີ່ມທະວີການຮ່ວມມືໃນການ ປ້ອງກັນ ແລະ ສະກັດກັ້ນພະຍາດລະ ດູຮ້ອນ ໃນອະນຸພາກພື້ນແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ. (22) ລົງເລິກການພົວພັນຮ່ວມ ມືໃນຂົງເຂດການຂ່າວ, ສິ່ງພິມ, ໂທ ລະພາບ, ຮູບເງົາ ແລະ ອື່ນໆຂອງ ສອງຝ່າຍ, ຊຸກຍູ້ຂົນຂວາຍ ໃຫ້ສື່ ມວນຊົນຂອງສອງຝ່າຍເພີ່ມທະວີ ການແລກປ່ຽນໃນດ້ານການແລກ ປ່ຽນຂ່າວ, ຮ່ວມກັນສຳພາດ, ຮ່ວມ ກັນຖ່າຍທຳ, ການແລກປ່ຽນ ແລະ ຝຶກອົບຮົມບຸກຄະລາກອນ ແລະ ດ້ານອື່ນໆ; ຊຸກຍູ້ການຮ່ວມມືທີ່ມີປະ ສິດທິຜົນ ຂອງຂະແໜງການຈັດພິມ ແລະຮູບເງົາຂອງທັງສອງຝ່າຍເພື່ອ ສ້າງບັນຍາການດ້ານຫາງສຽງ ສັງ ຄົມທີ່ດີໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນສອງຝ່າຍ. (23) ເສີມຂະຫຍາຍການ ພົວພັນ ແລະ ຮ່ວມມືໃນຂົງເຂດການ ສຶກສາຂັ້ນສູງ, ອາຊີວະສຶກສາ, ການສຶກສາດີຈິຕອນ ແລະ ອື່ນໆ, ຝ່າຍຈີນຈະສືບຕໍ່ສະໜອງທຶນການ ສຶກສາ ໃຫ້ແກ່ນັກສຶກສາດີເດັ່ນ ຂອງລາວ ໄປສຶກສາຢູ່ ສປ ຈີນ, ຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງ ການຂອງ “ວິໄສທັດ ແລະ ແຜນປະ ຕິບັດງານວ່າດ້ວຍການຮ່ວມມືດ້ານ ການສຶກສາ ອາຊຽນ-ຈີນ (2022- 2030)” ທີ່ຖືກຮັບຮອງເອົາໃນ ກອງປະຊຸມໂຕະມົນລັດຖະມົນຕີສຶກ ສາທິການ ອາຊຽນ-ຈີນ ຄັ້ງທີ 3 ໃຫ້ມີປະສິດທິຜົນ. (24) ສືບຕໍ່ເພີ່ມທະວີການຮ່ວມ ມືໃນຂົງເຂດວຽກງານຊາວໜຸ່ມ, ຈັດຕັ້ງປະຕິບັດໂຄງການມິດຕະ ພາບ ຊາວໜຸ່ມຕາມເສັ້ນທາງລົດໄຟ ລາວ-ຈີນ ແລະ ພ້ອມກັນກໍ່ສ້າງ ຜູ້ ສືບທອດມິດຕະພາບ ລາວ-ຈີນ. (25) ສະໜັບສະໜູນ ແລະ ຊຸກຍູ້ ອົງການຈັດຕັ້ງມະຫາຊົນຂອງ ສອງຝ່າຍດຳເນີນການພົວພັນ ແລະ ຮ່ວມມືທີ່ເປັນຮູບປະທຳນຳກັນ; ຊຸກ ຍູ້ການສ້າງເມືອງແຮກສ່ຽວລະ ຫວ່າງ ສອງປະເທດ ໃຫ້ຫລາຍຂຶ້ນ ກວ່າເກົ່າ, ຊຸກຍູເພີ່ມທະວີໃຫ້ປະຊາ ຊົນສອງຊາດຮັກແພງກັນ, ຮ່ວມໃຈ ກັນ ເພື່ອເສີມສ້າງພຶ້ນຖານຄວາມ ເຂົ້າອົກເຂົ້າໃຈກັນຂອງປະຊາຊົນ ແລະ ສັງຄົມຂອງສອງປະເທດໃຫ້ ນັບມື້ນັບເລິກເຊິ່ງຂຶ້ນເລື້ອຍໆ. (26) ຮ່ວມກັນຮັກສາ ແລະ ຄຸ້ມ ຄອງສຸສານສະຖານຂອງວິລະຊົນ ຈີນ ຢູ່ລາວ ເພື່ອລະລຶກເຖິງຜູ້ທີ່ເສຍ ສະລະ ແລະ ສືບທອດນ້ຳໃຈແຫ່ງ ມິດຕະພາບ. (27) ເສີມຂະຫຍາຍການຮ່ວມ ມືໃນຂົງເຂດສິ່ງແວດລ້ອມ ແລະ ລະບົບນິເວດ, ເພີ່ມທະວີການແລກ ປ່ຽນກ່ຽວກັບມາດຕະຖານດ້ານກົດ ໝາຍ ແລະ ການຮັກສາລະບົບນິ ເວດ; ສືບຕໍ່ການປຶກສາຫາລືທາງ ດ້ານນະໂຍບາຍ, ການກໍ່ສ້າງຂີດ ຄວາມສາມາດ ແລະ ຮ່ວມມືດ້ານ ເຕັກນິກ ໃນຂອບຫລາຍຝ່າຍ ເຊັ່ນ: ອາຊຽນ-ຈີນ; ອາຊຽນ-ຈີນ, ຍີ່ປຸ່ນ, ສເກົາຫລີ;ການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ແລະ ການຮ່ວມມື ພັດທະນາສີຂຽວຂອງສາກົນໃນ ຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຂອບການຮ່ວມມືດ້ານເຕັກນິກ ແລະ ອື່ນໆ. ສະໜັບສະໜູນການກໍ່ໍສ້າງ ເຂດສາທິດກາກບອນຕ່ຳຂອງການ ຮ່ວມມືໃຕ້-ໃຕ້ ວ່າດ້ວຍການຮັບມື ກັບການປ່ຽນແປງ ຂອງສະພາບດິນ ຟ້າອາກາດລະຫວ່າງລາວແລະຈີນ ໂດຍຊຸກຍູ້ເປົ້າໝາຍການກໍ່ສ້າງໃຫ້ ເຂດສາທິດດັ່ງກ່າວ ມີກາກບອນຕ່ຳ ແລະ ສີຂຽວ ຫລາຍຂຶ້ນກວ່າເກົ່າ ເພື່ອໃຫ້ກາຍເປັນຕົວແບບທີ່ນຳໜ້າ ຂອງການຮັບມືກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ຊຸກຍູ້ການພັດທະນາສີຂຽວ. ຝ່າຍຈີນຢ້ຳຄືນການສະໜັບສະ ໜູນສິດຜົນປະໂຫຍດ ໃນການປົກ ປ້ອງອຳນາດອະທິປະໄຕ ແລະ ການ ພັດທະນາທີ່ໝັ້ນທ່ຽງຂອງຝ່າຍ ລາວ. ຝ່າຍລາວ ຢ້ຳຄືນການຢຶດໝັ້ນ ໃນຫລັກການຈີນດຽວ, ຄັດຄ້ານ ການກະທຳທີ່ເປັນການທຳລາຍອຳ ນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຈີນ, ຄັດຄ້ານທຸກ ການກະທຳທີ່ເປັນການ “ຕັດແຍກ ໄຕ້ຫວັນຈາກຈີນ”, ຄັດຄ້ານທຸກຂໍ້ ອ້າງຂອງອິດທິກຳລັງພາຍນອກ ທີ່ຫວັງແຊກແຊງກິດຈະການພາຍ ໃນຂອງຈີນ, ສະໜັບສະໜູນຝ່າຍຈີນ ໃນການປົກປ້ອງຜົນປະໂຫຍດທີ່ ເປັນໃຈກາງ ແລະ ທຸກຄວາມພະຍາ ຍາມ ໃນການບັນລຸການທ້ອນໂຮມ ປະເທດຈີນ. ສອງຝ່າຍ ໄດ້ເນັ້ນໜັກ ວ່າ, ຕ້ອງຢຶດໝັ້ນໃນລັດທິຫລາຍ ຝ່າຍຢ່າງແທ້ຈິງ, ຊຸກຍູ້ການຫັນເປັນ ປະຊາທິປະໄຕໃນການພົວພັນສາ ກົນ, ຊຸກຍູ້ການປົກຄອງໂລກໃຫ້ພັດ ທະນາໄປຕາມທິດທີ່ທ່ຽງທຳ ແລະ ສົມເຫດສົມຜົນຍິ່ງຂຶ້ນ. ສອງຝ່າຍ ເຫັນດີຢຶດໝັ້ນປົກປ້ອງຫລັກການ ພື້ນຖານຂອງການພົວພັນສາກົນ, ປົກປ້ອງຄວາມຖືກຕ້ອງທ່ຽງທຳ ສາກົນ, ຄັດຄ້ານລັດທິແຜ່ອຳນາດ ແລະ ອຳນາດບາດໃຫຍ່ທາງການ ເມືອງໃນທຸກຮູບແບບ,ຄັດຄ້ານການ ເຮັດສົງຄາມເຢັນຄັ້ງໃໝ່, ຄັດຄ້ານ ການແຊກແຊງກິດຈະການພາຍ ໃນຂອງປະເທດອື່ນ, ຄັດຄ້ານການ ປະຕິບັດສອງມາດຕະຖານ, ຄັດ ຄ້ານການສ້າງຄ້າຍທີ່ແນໃສ່ປະເທດ ໃດໜຶ່ງ ແລະ ການສ້າງກຸ່ມກ້ອນທີ່ມີ ລັກສະນະຈຳແນກ. ພ້ອມທັງຕີລາ ຄາສູງຕໍ່ຜົນສຳເລັດອັນອຸດົມສົມບູນ ຂອງການຮ່ວມມືກັນປະກອບສ່ວນ ໃນພາລະກິດພາກພື້ນ ແລະ ສາກົນ ຂອງສອງປະເທດ, ເຫັນດີເສີມຂະ ຫຍາຍມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີໄວ້ເນື້ອເຊື່ອໃຈກັນ ຂອງບັນດາປະເທດລຸ່ມແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງໃຫ້ເລິກເຊິ່ງ ກວ່າເກົ່າ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງບັນດາປະເທດ ລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ເສີມຂະຫຍາຍສາຍພົວພັນຍຸດທະ ສາດຮອບດ້ານ ອາຊຽນ-ຈີນ ໃຫ້ ເລິກເຊິ່ງຕື່ມອີກກ້າວໜຶ່ງ, ຈັບມືກັນ ກໍ່ສ້າງສະພາບແວດລ້ອມແຫ່ງ ສັນ ຕິພາບ, ສະຫງົບປອດໄພ, ຈະເລີນ ສີວິໄລ, ສວຍສົດງົດງາມ ແລະ ມີ ໄມຕີຈິດມິດຕະພາບ; ເນັ້ນໜັກການ ພັດທະນາຮ່ວມກັນ, ຂະຫຍາຍການ ຮ່ວມມືທີ່ເປັນຮູບປະທຳ, ກໍ່ສ້າງຄູ່ ຮ່ວມຊາຕາກຳ ອາຊຽນ-ຈີນ ທີ່ສະ ໜິດແໜ້ນກວ່າເກົ່າ ເພື່ອປະກອບ ສ່ວນອັນໃຫຍ່ຫລວງກວ່າເກົ່າເຂົ້າ ໃນພາລະກິດສັນຕິພາບທີ່ໝັ້ນທ່ຽງ ແລະ ການພັດທະນາທີ່ຈະເລີນຮຸ່ງ ເຮືອງ ຂອງພາກພື້ນ ແລະ ຂອງໂລກ ແລະເຫັນເປັນເອກະພາບນຳກັນວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດອາຊຽນ ແລະ ຈີນ, ສະພາບການໃນທະເລຈີນໃຕ້ ໂດຍລວມໄດ້ມີສະຖຽນລະພາບ. “ຖະແຫລງການ ວ່າດ້ວຍການປະ ພຶດ ໃນທະເລຈີນໄຕ້” ທີ່ໄດ້ລົງນາມ ນຳກັນ ເປັນເວລາ 20 ປີ ທີ່ໄດ້ມີບົດ ບາດເປັນຂໍກະແຈໃນການປົກປົກ ຮັກສາສັນຕິພາບ ແລະ ການພັດທະ ນາຢູ່ທະເລຈີນໃຕ້; ຮຽກຮ້ອງໃຫ້ ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ປະ ຕິບັດຕາມຖະແຫລງການດັ່ງກ່າວ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ລົງເລິກການຮ່ວມມືທາງທະເລ ຢ່າງເປັນຮູບປະທຳ, ເລັ່ງລັດຊຸກຍູ້ ການບັນລຸ “ກົດແຫ່ງການປະພຶດ ໃນທະເລຈີນໃຕ້”ບົ້ນພື້ນຖານຄວາມ ເປັນເອກະພາບໂດຍຜ່ານການປຶກ ສາຫາລື ເພື່ອເຮັດໃຫ້ທະເລຈີນໃຕ້ ກາຍເປັນທະເລ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການພັດທະນາ. ໃນໄລຍະການຢ້ຽມຢາມ,ສອງ ຝ່າຍ ໄດ້ຮ່ວມກັນລົງນາມໃນສັນ ຍາຮ່ວມມືລະຫວ່າງຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວແລະຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືລະຫວ່າງສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສູນກາງຊາວໜຸ່ມ ກອມມູນິດຈີນ, ບົດບັນທຶກຄວາມເຂົ້າໃຈການຮ່ວມ ມືພັດທະນາ ເຂດລຽບຕາມເສັ້ນທາງ ລົດໄຟ ລາວ-ຈີນ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືດ້ານ ການສຶກສາ (ສົກປີ 20222024), ໜັງສືມອບ-ຮັບໂຄງການ ກໍ່ສ້າງພື້ນຖານໂຄງລ່າງຫລຸດຜ່ອນ ຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 1, ໜັງສືມອບ-ຮັບໂຄງການ ຊ່ວຍເຫລືອອຸປະກອນປ້ອງກັນພະ ຍາດໂຄວິດ-19 ໃນເຂດຊາຍແດນ ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງໜ່ວຍງານ ຮ່ວມມືດ້ານການລົງທຶນ ແລະ ເສດ ຖະກິດລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ສປ ຈີນ, ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານລະບົບການ ຄ້າເອເລັກໂຕຣນິກ ລະຫວ່າງ ກະ ຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງການຄ້າ ສປ ຈີນ, ອະນຸສັນຍາກ່ຽວກັບຂໍ້ກໍາ ນົດເງື່ອນໄຂສຸຂະນາໄມພືດສໍາລັບ ການສົ່ງອອກໃບຢາສູບລາວ ໄປ ສປ ຈີນ, ອະນຸສັນຍາວ່າດ້ວຍການ ສົ່ງອອກງົວ ຈາກ ສປປ ລາວ ໄປ ຍັງ ສປ ຈີນ ຄືນໃໝ່, ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການສົ່ງເສີມ ຮ່ວມມືພັດທະນາ ແລະ ຜັນຂະ ຫຍາຍຂໍ້ລິເລີ່ມການພັດທະນາທົ່ວ ໂລກ, ສານແລກປ່ຽນສຶກສາຄວາມ ເປັນໄປໄດ້ໂຄງການສາທິດຮ່ວມ ມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໄລຍະ 2, ສານແລກປ່ຽນສຶກສາ ຄວາມເປັນໄປໄດ້ໂຄງການຊ່ວຍ ເຫລືອດ້ານເຕັກນິກໂຄງການຫໍປະ ຊຸມແຫ່ງຊາດ ໄລຍະ 4, ສານແລກ ປ່ຽນໂຄງການກໍ່ສ້າງຫ້ອງທົດລອງ DNA, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານສື່ມວນ ຊົນ, ບົດບັນທຶກການສົ່ງເສີມການ ຮ່ວມມືດ້ານການເງິນ ແລະ ຕິດຕາມ ຄຸ້ມຄອງຮອບດ້ານ, ສັນຍາມອບສິດ ລະຫວ່າງທະນາຄານປະຊາຊົນຈີນ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າ (ICBC) ໃນການມອບ ສິດໃຫ້ແກ່ ICBC ສາຂານະຄອນ ຫລວງວຽງຈັນ ເປັນທະນາຄານຕົວ ແທນຊໍາລະສະສາງເງິນຢວນຢູ່ ສປປ ລາວ, ແຜນການຮ່ວມມືແລກ ປ່ຽນບົດຮຽນລະຫວ່າງ ຄະນະພົວ ພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພັກກອມມູນິດ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ໄລຍະປີ 2023-2025, ບົດບັນທຶກຄວາມເຂົ້າໃຈການຮ່ວມ ມືໄມຕີຈິດມິດຕະພາບ ລະຫວ່າງ ສະພາປະຊາຊົນ 4 ແຂວງຄື: ແຂວງ ຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງພະບາງ ແລະ ສະພາຜູ້ແທນປະຊາຊົນແຂວງ ຢຸນ ນານ ສປ ຈີນ, ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍສົ່ງເສີມການຮ່ວມມື ແລກປ່ຽນພາກເອກະສານຊົນພົນ ລະເຮືອນ ລະຫວ່າງກອງທຶນພັດ ທະນາສັນຕິພາບ ແຫ່ງຊາດຈີນກັບ ຄະນະກຳມາທິການສັນຕິພາບ ແລະ ສາມັກຄີຂອງລາວ, ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ, ສັນຍາຮ່ວມມືໂຄງການ ແລກປ່ຽນພະລັງງານໄຟຟ້າໃນ ລະດັບແຮງດັນ 500 Kv, ສັນຍາ ມອບໂອນສິດນໍາໃຊ້ຊັບສິນຂອງ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ, ສັນຍາຈ່າຍຄ່າຜ່ານສາຍສົ່ງຂອງ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ. ສອງຝ່າຍສະແດງຄວາມເພິ່ງພໍໃຈ ຕໍ່ຜົນສຳເລັດຂອງການຢ້ຽມຢາມ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ເຫັນເປັນເອກະພາບນຳ ກັນວ່າ ການຢ້ຽມຢາມຄັ້ງນີ້ມີຄວາມ ໝາຍຄວາມສຳຄັນຍິ່ງຕໍ່ການຊຸກ ຍູ້ເສີມຂະຫຍາຍສາຍພົວພັນຄູ່ຮ່ວມ ມືຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ແລະ ການລົງເລິກສ້າງ ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ.

RkJQdWJsaXNoZXIy MTc3MTYxMQ==