5510

gIn vo7q ; c]t gfjuj ody ]kcsj '.\j 0v'3I'IPo8h kxy ' g,n v',k]y 3x -6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko 06/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ *** *** ຕໍ່ຈາກສະບັບກ່ອນ *** *** ອ່ານຕໍ່ສະບັບໜ້າ *** ຫົກ: ພັດທະນາປະຊາທິປະໄຕປະ ຊາຊົນ ໃນທົ່ວຂັ້ນຕອນຮັບປະກັນສິດ ເປັນເຈົ້າປະເທດຊາດ ຂອງປະຊາຊົນ ປະເທດພວກເຮົາແມ່ນປະເທດສັງຄົມ ນິຍົມຜະເດັດການປະຊາທິປະໄຕປະ ຊາຊົນ ທີ່ນຳພາໂດຍຊົນຊັ້ນກຳມະກອນ ແລະຖືພັນທະພາບຂອງຊົນຊັ້ນກຳມະ ກອນ-ກະສິກອນເປັນພື້ນຖານ, ສິດອຳ ນາດທຸກຢ່າງຂອງປະເທດແມ່ນເປັນ ຂອງປະຊາຊົນ. ປະຊາທິປະໄຕປະຊາຊົນ ເປັນຊີວິດຂອງສັງຄົມນິຍົມ ແລະ ເປັນ ເນື້ອໃນທີ່ຕ້ອງມີຢູ່ໃນການສ້າງສາ ປະ ເທດສັງຄົມນິຍົມທັນສະໄໝຢ່າງຮອບ ດ້ານ. ປະຊາທິປະໄຕ ປະຊາຊົນໃນທົ່ວ ຂັ້ນຕອນແມ່ນລັກສະນະທາດແທ້ຂອງ ການເມືອງປະຊາທິປະໄຕສັງຄົມນິຍົມ, ແມ່ນປະຊາທິປະໄຕທີ່ກວ້າງຂວາງທີ່ ສຸດ, ແທ້ຈິງທີ່ສຸດ ແລະ ມີປະສິດທິຜົນ ທີ່ສຸດ. ພວກເຮົາຕ້ອງຍຶດໝັ້ນເດີນຕາມ ເສັ້ນທາງພັດທະນາການເມືອງສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນ ຢ່າງ ເດັດດ່ຽວໜຽວແໜ້ນ, ຍຶດໝັ້ນໃນຄວາມ ເປັນເອກະພາບກັນແບບກາຍອິນຊີລະ ຫວ່າງການນຳພາຂອງພັກ, ປະຊາຊົນ ເປັນເຈົ້າຂອງປະເທດຊາດ ແລະ ການ ປົກຄອງປະເທດຕາມກົດໝາຍ, ຍຶດໝັ້ນ ຖານະຂອງປະຊາຊົນທີ່ເປັນຫລັກແຫລ່ງ, ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງມາດ ປາຖະໜາຂອງປະຊາຊົນ, ຮັບປະກັ ນສິດທິຜົນປະໂຫຍດຂອງປະຊາຊົນ ແລະ ກະຕຸ້ນພະລັງຊີວິດດ້ານການປະດິດ ສ້າງຂອງປະຊາຊົນຢ່າງເຕັມທີ່. ພວກເຮົາຕ້ອງປັບປຸງລະບົບລະ ບອບກ່ຽວກັບປະຊາຊົນເປັນເຈົ້າຂອງ ປະເທດຊາດໃຫ້ສົມບູນຂຶ້ນ, ເປີດກວ້າງ ການມີສ່ວນຮ່ວມໃນດ້ານການເມືອງ ຢ່າງເປັນລະບຽບຂອງປະຊາຊົນ, ຮັບ ປະກັນໃຫ້ປະຊາຊົນດຳເນີນການເລືອກ ຕັ້ງ, ເປິກສາຫາລື, ທຳການຕັດສິນ, ຄຸ້ມ ຄອງບໍລິຫານ ແລະ ຕິດຕາມກວດກາ ຢ່າງມີປະຊາທິປະໄຕ ຕາມກົດໝາຍ, ເສີມຂະຫຍາຍຄວາມຫ້າວຫັນ, ຄວາມ ເປັນເຈົ້າການ ແລະ ຫົວຄິດປະດິດສ້າງ ຂອງປະຊາຊົນ, ປັບປຸງ ແລະ ພັດທະນາ ສະພາບການເມືອງທີ່ມີຊີວິດຊີວາ, ສະ ຫງົບໝັ້ນຄົງ ແລະ ມີຄວາມສາມັກຄີ. (ໜຶ່ງ) ເພີ່ມທະວີການຮັບປະກັນ ດ້ານລະບອບໃນການໃຫ້ປະຊາຊົນເປັນ ເຈົ້າຂອງປະເທດຊາດ. ພວກເຮົາຕ້ອງ ຍຶດໝັ້ນ ແລະ ປັບປຸງລະບອບການ ເມືອງຮາກຖານ, ລະບອບການເມືອງ ພື້ນຖານ ແລະ ລະບອບການເມືອງທີ່ສຳ ຄັນຂອງປະເທດພວກເຮົາໃຫ້ສົມບູນ, ເປີດກວ້າງຊ່ອງທາງປະຊາທິປະໄຕ, ຂະຫຍາຍຮູບແບບປະຊາທິປະໄຕໃຫ້ ມີຄວາມຫລາກຫລາຍ, ຮັບປະກັນໃຫ້ ປະຊາຊົນ ໄດ້ເຂົ້າຮ່ວມການບໍລິຫານ ວຽກງານຂອງປະເທດ, ຄຸ້ມຄອງວຽກ ງານເສດຖະກິດວັດທະນະທຳ ແລະຄຸ້ມ ຄອງວຽກງານສັງຄົມຕາມກົດໝາຍ ດ້ວຍຫລາຍຊ່ອງທາງ ແລະ ຫລາຍຮູບ ແບບ. ສະໜັບສະໜູນ ແລະ ຮັບປະກັນ ໃຫ້ປະຊາຊົນນຳໃຊ້ສິດອຳນາດຂອງ ຊາດ ໂດຍຜ່ານສະພາປະຊາຊົນ, ຮັບປະ ກັນໃຫ້ສະພາປະຊາຊົນທຸກຂັ້ນ ຕ້ອງກຳ ເນີດຈາກການເລືອກຕັ້ງຢ່າງມີປະຊາທິ ປະໄຕ, ຮັບຜິດຊອບຕໍ່ປະຊາຊົນແລະຮັບ ການຕິດຕາມ ກວດກາຈາກປະຊາຊົນ. ຕ້ອງສະໜັບສະໜູນ ແລະ ຮັບປະກັນໃຫ້ ສະພາປະຊາຊົນ ແລະ ຄະນະປະຈຳສະ ພາປະຊາຊົນທຸກຂັ້ນນຳໃຊ້ສິດນິຕິບັນ ລັດຖະບານ... *** ຕໍ່ຈາກໜ້າ 1*** ຍັດ, ສິດຕິດຕາມກວດກາ, ສິດຕັດສິນ, ສິດແຕ່ງຕັ້ງ-ປົດຕຳແໜ່ງຕາມກົດ ໝາຍ, ບູລະນະລະບຽບການຕິດຕາມ ກວດກາຂອງສະພາປະຊາຊົນທຸກຂັ້ນ ທີ່ມີຕໍ່ອົງການບໍລິຫານ, ອົງການກວດ ກາ, ອົງການພິພາກສາ ແລະ ອົງການ ໄອຍະການໃຫ້ສົມບູນຂຶ້ນ, ປົກປັກຮັກ ສາຄວາມເປັນເອກະພາບ, ກຽດສັກສີ ແລະ ຄວາມສັກສິດຂອງການປົກຄອງ ປະເທດຕາມກົດໝາຍ. ຕ້ອງເພີ່ມທະວີ ການສ້າງສາຄວາມສາມາດໃນການປະ ຕິບັດງານຂອງຜູ້ແທນປະຊາຊົນ, ຮັດ ແໜ້ນການພົວພັນລະຫວ່າງຜູ້ແທນປະ ຊາຊົນກັບປະຊາຊົນ. ຕ້ອງປັບປຸງບູລະ ນະກົນໄກວຽກງານເກັບກຳຄຳເຫັນຂອງ ປະຊາຊົນ ແລະເຕົ້າໂຮມສະຕິປັນຍາ ຂອງ ປະຊາຊົນ, ສ້າງຈຸດພົວພັນກ່ຽວກັບນິຕິບັນ ຍັດຢູ່ຂັ້ນຮາກຖານໃຫ້ດີ. ຕ້ອງລົງເລິກ ການປະຕິຮູບ ແລະ ສ້າງສາອົງການຈັດ ຕັ້ງມະຫາຊົນ ເຊັ່ນ: ກຳມະບານ, ຄະນະ ຊາວໜຸ່ມກອມມູນິດ, ສະຫະພັນແມ່ຍິງ ແລະອື່ນໆ, ເສີມຂະຫຍາຍບົດບາດທີ່ເປັນ ຂົວຕໍ່ຂອງອົງການເຫຼົ່ານີ້ຢ່າງມີປະສິດທິ ຜົນ. ພວກເຮົາຕ້ອງຍຶດໝັ້ນເດີນຕາມເສັ້ນ ທາງພັດທະນາສິດທິມະນຸດຂອງຈີນ, ຕັ້ງ ໜ້າເຂົ້າຮ່ວມການຄຸ້ມຄອງບໍລິຫານສິດທິ ມະນຸດໃນທົ່ວໂລກ, ຊຸກຍູ້ໃຫ້ພາລະກິດສິດ ທິມະນຸດພັດທະນາຢ່າງຮອບດ້ານ. ການສ້າງສະໜາມກິລາບານບ້ວງ ແລະ ສະໜາມແລ່ນລານ ພ້ອມດ້ວຍ ການປະກອບ ອຸປະກອນກິລາ ເປັນການ ແກ້ໄຂບັນຫາການຂາດສະໜາມກິລາທີ່ ມາດຕະຖານ ແລະ ສ້າງສະພາບແວດ ລ້ອມການຮຽນການສອນທີ່ປອດໄພ ແລະ ສະດວກສະບາຍໃຫ້ກັບຄູອາຈານ ແລະ ນັກຮຽນ ເຊິ່ງມີບົດບາດສຳຄັນໃນ ການສົ່ງເສີມການພັດທະນາການສຶກ ສາຊົນນະບົດ. ທ່ານໄຕສີ ຈາວ (Daisy Zhao) ຮອງປະທານ ສະໂມສອນບານບ້ວງຈີນ (NBAChina) ໄດ້ແຈ້ງຕໍ່ແຂກທີ່ເຂົ້າ ຮ່ວມງານວ່າ: ມື້ນີ້ພວກເຮົາໄດ້ກັບມາ ໂຮງຮຽນຕ້າຜິງອີກເທື່ອໜຶ່ງ ໃນຖານະ ທີ່ເປັນຜູ້ສະໜັບສະໜຸນໂຄງການ ເພື່ອ ມາເບິ່ງຜົນສຳເລັດຂອງການກໍ່ສ້າງ ແລະ ການເປີດນຳໃຊ້ສະໜາມບານບ້ວງ ແລະ ສະໜາມແລ່ນລານ. ພວກເຮົາຂໍ ສະແດງຄວາມຂອບໃຈຢ່າງຈິງໃຈມາ ຍັງສະມາຄົມການທູດປະຊາຊົນຈີນ, ອຳນາດການປົກຄອງກິ່ງ ແຂວງ ເຫວິນ ຊານ, ຄະນະກຳມະການພັກເມືອງມາ ລິໂປ ແລະ ຜູ້ທີ່ມີສ່ວນຮ່ວມໃນການ ສ້າງຕັ້ງໂຄງການ ເພື່ອໃຫ້ຊາວໜຸ່ມ ໄດ້ຫລິ້ນກິລາ, ສ້າງຮ່າງກາຍໃຫ້ແຂງ ແຮງ,ພັດທະນາບຸກຄະລິກກະພາບແລະ ສົ່ງເສີມການພັດທະນາບານບ້ວງຂອງ ໂຮງຮຽນ. ໃນ 30 ກວ່າປີຜ່ານມາ ກະຊວງ ການຕ່າງປະເທດຈີນໄດ້ມີບົດບາດສຳ ຄັນໃນການຫລຸດຜ່ອນຄວາມທຸກຍາກ ໂດຍໄດ້ປຸກລະດົມທຸກພາກສ່ວນທົ່ວ ສັງຄົມລະດົມທຶນຮອນປະມານ 236 ລ້ານຢວນຜ່ານຮູບແບບຕ່າງໆ, ຈັດຕັ້ງ ປະຕິບັດໂຄງການຊ່ວຍເຫລືອຈາກ ຕ່າງປະເທດຈຳນວນ 727 ໂຄງການ, ໃນນັ້ນລວມທັງການຊ່ວຍເຫລືອດ້ານ ອາຫານ ແລະ ເຄື່ອງນຸ່ງ, ການສຶກສາ, ການແພດ, ການຝຶກອົບຮົມ, ແລະ ການຊ່ວຍເຫລືອທາງດ້ານອຸດສາຫະ ກຳອັນເປັນການຊ່ວຍປັບປຸງສະພາບ ການດຳລົງຊີວິດ, ການສຶກສາ, ແລະ ສະພາບເງື່ອນໄຂດ້ານການແພດ ແລະ ສາທາລະນະສຸກຂອງປະຊາຊົນຜູ້ດ້ອຍ ໂອກາດສ້າງຄວາມເຂັ້ມແຂງໃຫ້ແກ່ ພື້ນຖານທາງດ້ານອຸສາຫະກຳກະສິກຳ, ການສຶກສາ ແລະ ການບໍລິການດ້ານ ສາທາລະນະສຸກຂອງທ້ອງຖິ່ນຢ່າງຕໍ່ ເນື່ອງເສີມຂະຫຍາຍຢ່າງຮອບດ້ານຜົນ ສຳເລັດຂອງການຫລຸດຜ່ອນຄວາມທຸກ ຍາກກໍຄືການພັດທະນາຊົນນະບົດ. ຍ້ອນການຊ່ວຍເຫລືອຢ່າງຈິງຈັງ ຈາກທົ່ວສັງຄົມ ທີ່ມີກະຊວງການຕ່າງ ປະເທດຈີນເປັນຜູ້ນຳໜ້າພາທາງ, ເມືອງມາລິໂປສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກຕາມຄາດໝາຍ ໃນປີ 2019. ເມືອງມາລິໂປ ພ້ອມ ກັບນະຄອນຄຸນໝິງ ແລະ ທົ່ວປະເທດ ຈີນ ສາມາດຍາດໄດ້ຜົນສຳເລັດໃນ ການສ້າງສັງຄົມອີ່ມໜຳສຳລານລະດັບ ກາງໃນທຸກດ້ານແລະ ໄດ້ຮ່ວມກັນຂຽນ ປະຫວັດສາດໜ້າໃໝ່ຂອງການພັດທະ ນາຊົນນະບົດ. ໂດຍ: ແສງທອງ ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູ ນິດຈີນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ດຳເນີນການ ຢ້ຽມຢາມທາງ ລັດຖະກິດ ສາທາລະ ນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ໃນໄລຍະການຢ້ຽມຢາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບ ສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ ຄະນະກຳມະການສູນກາງ ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ ແລະສະຫາຍຫລີເຄີ້ສຽງນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ສະຫາຍຫລີ້ຈ້ານຊູປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ສະຫາຍ ຫວ່າງ ຢາງ ປະທານສະພາ ທີ່ປຶກສາການເມືອງທົ່ວປະເທດຈີນ ໂດຍສອງຝ່າຍ ໄດ້ແຈ້ງສະພາບການ ພາຍໃນພັກ ແລະ ປະເທດ ຕົນໃຫ້ກັນ ຊາບ, ລົງເລິກປຶກສາຫາລືກ່ຽວກັບ ການເສີມ ຂະຫຍາຍສາຍພົວພັນລະ ຫວ່າງສອງພັກ, ສອງລັດ ລາວ-ຈີນ ແລະ ແລກປ່ຽນຄວາມຄິດເຫັນກ່ຽວ ກັບບັນຫາພາກພື້ນ ແລະ ສາກົນ ທີ່ມີ ຄວາມສົນໃຈ ເຊິ່ງສອງຝ່າຍໄດ້ບັນລຸ ຄວາມເຫັນເປັນເອກະພາບນຳກັນຢ່າງ ກວ້າງຂວາງ ພາຍໃຕ້ບັນຍາການອັນ ສະໜິດສະໜົມ, ໄມຕີຈິດມິດຕະພາບ ແລະ ຈິງອົກຈິງໃຈເຊິ່ງກັນ ແລະ ກັນ. ໃນໂອກາດນີ້, ສອງຝ່າຍ ເຫັນເປັນ ເອກະພາບນຳກັນວ່ານັບຕັ້ງແຕ່ສອງ ຝ່າຍໄດ້ລົງນາມ “ແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ- ຈີນ ລະຫວ່າງ ພັກປະຊາຊົນປະຕິວັດ ລາວແລະພັກກອມມູນິດຈີນ”ໃນເດືອນ ເມສາ 2019 ເປັນຕົ້ນມາ, ສອງຝ່າຍ ໄດ້ຮ່ວມແຮງຮ່ວມໃຈກັນ, ຈັບມືຄຽງ ບ່າຄຽງໄຫລ່ກັນ, ພ້ອມກັນໄຂສັງກາດ ໃໝ່ແຫ່ງການພົວພັນສອງພັກ, ສອງ ລັດ ໂດຍສະເພາະແມ່ນ ຖືເອົາເສັ້ນທາງ ລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງ ຄວາມຜາສຸກ, ພັດທະນາແລະ ເສັ້ນທາງ ມິດຕະພາບ ຂອງປະຊາຊົນສອງຊາດ ລາວ-ຈີນ; ການຊຸກຍູ້ໃຫ້ການສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ ປະກົດຜົນ ເປັນຈິງ ບໍ່ພຽງແຕ່ນຳເອົາຄວາມຈະ ເລີນສີວິໄລ ມາສູ່ສອງປະເທດ ແລະ ປະ ຊາຊົນສອງຊາດ, ຍັງໄດ້ເປັນແຮງຂັບ ເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ສັນຕິພາບ ທີ່ໝັ້ນທ່ຽງ ແລະ ການພັດທະນາທີ່ ຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ສາກົນ. ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ເປັນການຢັ້ງຢືນທາງພຶດ ຕິກຳວ່າ, ມວນມະນຸດມີຊາຕາກຳຮ່ວມ ກັນ, ທຸກປະເທດ ມີຜົນປະໂຫຍດເຊື່ອມ ຕໍ່ເຂົ້າກັນ, ການສ້າງປະຊາຄົມຮ່ວມ ຊາຕາກຳຂອງມວນມະນຸດ ແມ່ນອະ ນາຄົດຂອງປະຊາຊົນທຸກ ປະເທດໃນ ໂລກ. ສອງຝ່າຍເຊື່ອໝັ້ນວ່າຂໍແຕ່ປະ ຊາຊົນທຸກປະ ເທດພະຍາຍາມຮ່ວມກັນ, ຢຶດໝັ້ນຫລັກການເຈລະຈາປຶກສາຫາລື ກັນ,ຮ່ວມກັນສ້າງແລະຮ່ວມກັນຊົມໃຊ້, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ແລກປ່ຽນໄປມາຫາສູ່ກັນ ແລະ ພັດທະນາສີຂຽວ-ກາກບອນຕ່ຳ ຈະສາມາດສ້າງອະນາຄົດທີ່ສວຍງາມ ກວ່າເກົ່າ ໃຫ້ແກ່ສັງຄົມມະນຸດໄດ້ ຢ່າງແນ່ນອນ. ຝ່າຍລາວ ເຫັນວ່າຂໍ້ລິເລີ່ມ ວ່າ ດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ການເຊີດຊູຄຸນຄ່າຮ່ວມກັນຂອງມວນ ມະນຸດແຫ່ງສັນຕິພາບ,ການພັດທະນາ, ຄວາມຍຸຕິທຳ, ຄວາມທ່ຽງທຳ ແລະ ປະຊາທິປະໄຕ ໄດ້ສອດຄ່ອງກັບທ່າ ອ່ຽງຂອງປະຫວັດສາດ ແລະ ສະພາບ ການລວມຂອງຍຸກສະໄໝ, ສອດຄ່ອງ ກັບຜົນປະໂຫຍດພື້ນຖານຂອງປະຊາ ຊົນບັນດາປະເທດໃນໂລກ, ເປັນເງື່ອນ ໄຂອັນດີໃຫ່ແກ່ການເສີມຂະຫຍາຍ ແລະ ລົງເລິກການສ້າງປະຊາຄົມຮ່ວມ ຊະຕາກຳຂອງມວນມະນຸດ, ເປັນເງື່ອນ ໄຂອັນດີໃຫ້ແກ່ການຮັບມື ກັບສິ່ງທ້າ ທາຍທີ່ທົ່ວໂລກພວມຜະເຊີນໜ້າຢູ່ ແລະ ໄດ້ຮັບການຍອມຮັບ ແລະ ສະໜັບສະ ໜູນຈາກນາໆປະເທດໃນວົງຄະນະ ຍາດສາກົນ. ຝ່າຍລາວ ເຫັນດີເຫັນພ້ອມ ແລະ ຍິນດີຈະປະກອບສ່ວນ ໃນການ ຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມດັ່ງກ່າວ. ສອງຝ່າຍ ໄດ້ເນັ້ນໜັກວ່າ: ຈະສືບຕໍ່ ອີງຕາມທິດນໍາ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມ ມືຮອບດ້ານ” ແລະ ບົນຈິດໃຈ “ບ້ານ ໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະ ຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ເພື່ອສືບ ຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອ ໃຈກັນທາງດ້ານການເມືອງ, ຮ່ວມມືກັນ ແບບຕ່າງຝ່າຍຕ່າງມີຜົນປະໂຫຍດທາງ ດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອກັນທາງດ້ານຄວາມ ສະຫງົບປອດໄພ, ຮັບຮູ້ເຂົ້າໃຈ ແລະ ໃກ້ຊິດເຊື່ອມໂຍງກັນທາງດ້ານວັດທະ ນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມ ກັນແກ້ໄຂບັນຫາທາງດ້ານລະບົບນິ ເວດ; ຈັບມືກັນກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນ ນະພາບສູງ ແລະ ລະດັບສູງ ເພື່ອເປັນ ຕົວແບບ ແລະ ການປະກອບສ່ວນຢ່າງ ຕັ້ງໜ້າ ໃນການສ້າງປະຊາ ຄົມຮ່ວມຊາ ຕາກຳຂອງມວນມະນຸດ. ພ້ອມນີ້, ສອງຝ່າຍໄດ້ຕົກລົງເປັນເອ ກະພາບກັນວ່າ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໄດ້ ລົງນາມຮ່ວມກັນ ໃນປີ 2019 ໄດ້ມີ ປະສິດທິຜົນຍິ່ງຂຶ້ນ ແລະ ການກະກຽມ ລົງນາມແຜນແມ່ບົດສະບັບໃໝ່; ສອງ ຝ່າຍ ຈະເອົາໃຈໃສ່ລົງເລິກເສີມຂະ ຫຍາຍການຮ່ວມມື ໃນຂົງເຂດ ດັ່ງນີ້ : (1) ຮັກສາມູນເຊື້ອການປະສານ ສົມທົບຢ່າງສະນິດແໜ້ນ ລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດ ໂດຍສືບຕໍ່ຮູບແບບການແລກປ່ຽນຢ້ຽມ ຢາມ, ລົມໂທລະສັບ-ພົບປະທາງໄກ, ແລກປ່ຽນສານ-ໂທລະເລກ, ພົບປະກັນ ໃນເວທີຫລາຍຝ່າຍແລະຮູບແບບອື່ນໆ, ເພີ່ມທະວີການໄປມາຫາສູ່ ລະຫວ່າງ ການນຳຂັ້ນສູງ ຂອງສອງພັກ, ສອງ ລັດ ໂດຍສະເພາະແມ່ນການພົບປະປຶກ ສາຫາລື ລະຫວ່າງ ການນຳສູງສຸດ ຂອງສອງພັກ, ສອງລັດ ເພື່ອແລກ ປ່ຽນຄຳຄິດເຫັນຢ່າງເລິກເຊິ່ງຕໍ່ກັບ ບັນຫາສຳຄັນ ຂອງການພົວພັນ ລາວ- ຈີນແລະສະພາບການພົ້ນເດັ່ນຂອງພາກ ພື້ນ ແລະ ສາກົນ, ເພີ່ມທະວີການປຶກສາ ຫາລືທາງດ້ານຍຸດທະສາດນຳກັນ, ເສີມຂະຫຍາຍຄວາມໄວ້ເນື້ອ ເຊື່ອໃຈ ທາງດ້ານການ ເມືອງ ໃຫ້ເລິກເຊິ່ງແໜ້ນ ແຟ້ນ ແລະ ກຳນົດທິດທາງໃນຕໍ່ໜ້າ ຂອງການພົວພັນ ລາວ-ຈີນ. (2) ລົງເລິກການພົວພັນຮ່ວມມື ລະຫວ່າງ ສອງພັກ ໂດຍສືບຕໍ່ຈັດຕັ້ງ ຜັນຂະຫຍາຍ “ແຜນການຮ່ວມມືລະ ຫວ່າງພັກປະຊາຊົນປະຕິວັດລາວແລະ ພັກກອມມູນິດຈີນ ໄລຍະປີ 20212025” ແລະ “ແຜນການບໍາລຸງກໍ່ສ້າງ ພະນັກງານ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ ໄລຍະປີ 2021-2025” ໃຫ້ມີປະສິດ ທິຜົນ; ຈັດຕັ້ງປະຕິບັດກອງປະຊຸມສຳ ມະນາທິດສະດີສອງພັກ ໃຫ້ມີປະສິດທິ ຜົນ, ເພີ່ມທະວີການພົວພັນຮ່ວມມື ບັນ ດາອົງການພັກ ຂອງຄູ່ຮ່ວມຂະແໜງ ການອ້ອມຂ້າງສູນກາງພັກ ແລະ ທ້ອງ ຖິ່ນຂອງສອງປະເທດ ໂດຍສະເພາະ ແມ່ນບັນດາແຂວງ (ເຂດ) ທີ່ມີຊາຍ ແດນຕິດຈອດກັນ. (3) ເພີ່ມທະວີການພົວພັນຮ່ວມມື ແລກປ່ຽນ ໃນຂົງເຂດການຕິດຕາມ ກວດກາລະບຽບວິໄນ ໂດຍສືບຕໍ່ການ ກໍ່ສ້າງຄວາມປອດໃສ ໃນໄລຍະການ ດຳເນີນກິດຈະການຂອງເສັ້ນທາງລົດ ໄຟລາວ-ຈີນ, ລົງເລິກການຮ່ວມມືດ້ານ ກົດໝາຍ ໃນການຕ້ານການສໍ້ລາດບັງ ຫລວງ, ການນໍາຫາຜູ້ກະທຳຜິດທີ່ຫລົບ ໜີ ແລະ ການນໍາຄືນຄວາມເສຍຫາຍ; ເພີ່ມທະວີການປຶກສາຫາລື, ປະສານ ສົມທົບໃນຂອບ “ສົນທິສັນ ຍາວ່າດ້ວຍ ການຕ້ານການສໍ້ລາດບັງຫລວງຂອງ ສະຫະປະຊາຊາດ”, ຂອບ ຈີນ-ອາ ຊຽນ ແລະ ຂອບຫລາຍຝ່າຍອື່ນໆ. (4) ລົງເລິກການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວ ປະເທດ ຈີນ ແລະ ລະຫວ່າງ ສູນກາງແນວລາວ ສ້າງຊາດ ແລະ ສະພາທີ່ປຶກສາການ ເມືອງທົ່ວປະເທດຈີນ. (5) ສືບຕໍ່ຈັດຕັ້ງປະຕິບັດສັນຍາ ກ່ຽວກັບ ການເພີ່ມທະວີການຮ່ວມມື ພາຍໃຕ້ສະພາບການໃໝ່ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ- ຈີນ, ປຶກສາຫາລື ແລະ ປະສານສົມທົບ ກັນໃນທຸກລະດັບ ຢ່າງໃກ້ຊິດ, ເພິ່ມທະ ວີການປະສານສົມທົບໃນຂົງເຂດການ ຮ່ວມມືສອງຝ່າຍ ເພື່ອປົກປ້ອງສິດຜົນ ປະໂຫຍດຮ່ວມກັນ. (6) ເພິ່ມທະວີການຮ່ວມມືທາງ ດ້ານປ້ອງກັນຊາດ-ຄວາມໝັ້ນຄົງ. ຮັກ ສາການໄປມາຫາສູ່ ລະຫວ່າງ ການ ນຳຂັ້ນສູງ ແລະ ຂັ້ນ-ຊັ້ນຕ່າງໆຂອງ ສອງກອງທັບ; ສືບຕໍ່ກິດຈະກໍາແລກ ປ່ຽນມິດຕະພາບຂອງກອງກໍາລັງປ້ອງ ກັນຊາຍແດນ; ຕັ້ງໜ້າເສີມຂະຫຍາຍ ການຮ່ວມມືທາງດ້ານການເມືອງ, ການຮ່ວມສະແດງ-ຮ່ວມຊ້ອມຮົບ, ດ້ານການແພດ-ເສນາຮັກ, ການຝຶກອົບ ຮົມບຸກຄະລາກອນແລະ ອື່ນໆ; ປະສານ ສົມທົບຢ່າງໃກ້ຊິດ ໃນວຽກງານຄວາມ ໝັ້ນຄົງຫລາຍຝ່າຍ; ພ້ອມກັນປົກປັກ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ. (7) ລົງເລິກການຮ່ວມມືໃນຂົງ ເຂດວຽກງານປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນ ລະຫວ່າງ ອົງ ການບັງຄັບໃຊ້ກົດໝາຍຂອງສອງ ຝ່າຍ; ຊຸກຍູ້ການກໍ່ສ້າງສູນຮ່ວມມືວຽກ ງານສັນຕິບານ ລາວ-ຈີນ, ເພີ່ມທະວີ ການຮ່ວມມືໃນການຕ້ານກໍ່ການຮ້າຍ, ຕ້ານ “ການຫັນປ່ຽນໂດຍສັນຕິ”, ຕ້ານ “ການປະຕິວັດສີ”, ການປາບປາມ ຢາເສບຕິດ, ການປາບປາມອາຊະຍາ ກຳທາງໂທລະຄົມ, ການພະນັນຂ້າມ ຊາດ, ການຄ້າມະນຸດ, ການຍົກຍ້າຍ ຖິ່ນຖານ, ການເຂົ້າ-ອອກເມືອງບໍ່ຖືກ ຕ້ອງ ແລະ ອື່ນໆ; ພ້ອມກັນປົກປ້ອງບັນ ດາໂຄງການທີ່ປິ່ນອ້ອມ ເສັ້ນທາງລົດ ໄຟລາວ-ຈີນ ແລະ ການຮັກສາຄວາມ ປອດໄພ ໃຫ້ແກ່ບັນດານັກທຸລະກິດຜູ້ປະກອບການ. (8) ເພີ່ມທະວີການຮ່ວມມື ແລະ ຄຸ້ມຄອງເສັ້ນຊາຍແດນທາງບົກລະ ຫວ່າງ ສອງປະເທດ. ສືບຕໍ່ປຶກສາຫາລື ແລະ ປະສານສົບທົບຢ່າງໃກ້ຊິດ ໂດຍ ຜ່ານກົນໄກຂອງຄະນະກຳມະການ ຊາຍແດນຮ່ວມ ລາວ-ຈີນ ແລະ ກົນໄກ ອື່ນໆ; ຮັບປະກັບໃຫ້ຊາຍແດນມີຄວາມ ໝັ້ນຄົງ-ສະຫງົບ, ມີຄວາມປອດໄພກົມ ກຽວ; ເຮັດໃຫ້ຊາຍແດນ ລາວ-ຈີນ ເປັນ ຕົວແບບຂອງຊາຍແດນ ທີ່ມີສັນຕິພາບ ຖາວອນ, ມິດຕະພາບທຸກຮຸ່ນຄົນ ແລະ ພ້ອມກັນພັດທະນາຈະເລີນຮຸ່ງເຮືອງ. (9) ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນ ດາເນື້ອໃນຈິດໃຈ ທີ່ການນຳສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະ ພາບນຳກັນ, ຝ່າຍຈີນ ຈະສະໜັບສະໜູນຝ່າຍລາວ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຍົກລະດັບຊີ ວິດການເປັນ ຢູ່ຂອງປະຊາຊົນລາວ, ຊຸກຍູ້ຂໍ້ລິເລີ່ມວ່າ ດ້ວຍ ການພັດທະນາທົ່ວໂລກ ໃຫ້ມີຜົນ ສຳເລັດຢ່າງຕັ້ງໜ້າ ຢູ່ລາວ ກ່ອນໝູ່. (10) ຊຸກຍູ້ຢ່າງເປັນລະບົບໃນ ການເຊື່ອມໂຍງຍຸດທະສາດ “ການຫັນ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວ ເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ; ຊຸກຍູ້ໃຫ້ການ ຈັດຕັ້ງປະຕິບັດເນື້ອໃນຂອງແຜນແມ່ ບົດ ກ່ຽວກັບການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງທັງສອງປະເທດ ໃຫ້ມີຜົນສຳເລັດ. (11) ສືບຕໍ່ຊຸກຍູ້ການກໍ່ສ້າງແລວ ທາງເສດຖະກິດ ລາວ-ຈີນ, ຊຸກຍູ້ແນວ ຄວາມຄິດກ່ຽວກັບການພັດທະນາ ເຊື່ອມໂຍງລາວ-ຈີນ-ໄທ, ດຳເນີນການ ບຳລຸງຮັກສາ ການດຳເນີນກິດຈະການ ທາງລົດໄຟ ລາວ-ຈີນ ໃຫ້ດີ, ສ້າງແລວ ເສດຖະກິດລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ທີ່ມີມາດຕະຖານສູງ, ມີ ການພັດທະນາທີ່ຍືນຍົງ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດຕົວຈິງ; ນຳໃຊ້ປະ ສິດທິພາບລວມ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິຜົນຕົວຈິງກວ່າ ເກົ່າ, ຊຸກຍູ້ເສັ້ນທາງ ລະຫວ່າງ ລາວຈີນ ແລະ ໂຄງການກໍ່ສ້າງໂຄງລ່າງພື້ນ ຖານອື່ນໆ ໃຫ້ມີຄວາມຄືບ ໜ້າຢ່າງຕັ້ງ ໜ້າ ເພື່ອຍົກລະດັບການເຊື່ອງໂຍງ ເຊື່ອມຈອດ ຂອງແລວທາງເສດຖະກິດ ດັ່ງກ່າວ. (12) ຍົກສູງພາລະບົດບາດຂອງ ຄະນະກຳມະການຮ່ວມມືເສດຖະກິດ, ການຄ້າແລະ ເຕັກນິກລາວ-ຈີນ,ກົນໄກ ການຮ່ວມມືດ້ານການສ້າງຂີດຄວາມ ສາມາດໃນການຜະລິດ ແລະ ການລົງ ທຶນ ແລະ ກົນໄກອື່ນໆ ຢ່າງເຕັມສ່ວນ, ເພີ່ມທະວີການປຶກສາຫາລືທາງດ້ານນະ ໂຍບາຍແລະແລກປ່ຽນບົດຮຽນນຳກັນ ເພື່ອກຳນົດແຜນໂຄງການຮ່ວມມືສອງ ຝ່າຍ ແລະ ຊຸກຍູ້ໃຫ້ການພົວພັນ ເສດຖະ ກິດ-ການຄ້າ ລາວ-ຈີນ ໃຫ້ເຂັ້ມແຂງ ແລະ ມີການພັດ ທະນາທີ່ຍືນຍົງ. (13) ເສີມຂະຫຍາຍບົດບາດຂອງ ກົນໄກຮ່ວມມືການຄ້າອີເລັກໂຕຣນິກ ລາວ-ຈີນ, ດຳເນີນການປຶກສາ ຫາລື ທາງດ້ານນະໂຍບາຍ, ຊຸກຍູ້ການຮ່ວມມື ດ້ານການສ້າງຂີດຄວາມສາມາດ, ການ ຍົກລະດັບຂະແຫນງການຂົນສົ່ງສິນ ຄ້າ, ການຊຳລະແບບເຄື່ອນທີ່ ແລະ ອື່ນໆ; ຊຸກຍູ້ການຈຳໜ່າຍສິນຄ້າເອກະ ລັກ ແລະ ສິນຄ້າທີ່ມີຄຸນນະພາບຂອງ ລາວ ຢູ່ຈີນໃຫ້ຫລາຍຂຶ້ນ ໂດຍຜ່ານ ການຄ້າເອເລັກໂຕຣນິກ. (14) ສະໜັບສະໜູນບັນດາວິສາ ຫະກິດ-ຜູ້ປະກອບການປະຕິບັດຕາມ ລະບຽບການດ້ານການຄ້າ ເພື່ອຊຸກຍູ້ບັນ ດາໂຄງການສາຍສົ່ງໄຟຟ້າ ແລະ ຕາ ຂ່າຍໄຟຟ້າ ລາວ-ຈີນ, ຊົມເຊີຍຕໍ່ຄວາມ ພະຍາຍາມຂອງບັນດາບໍລິສັດ ແລະ ອົງ ການທີ່ກ່ຽວຂ້ອງ ໃນການກໍ່ຕັ້ງບໍລິສັດ ຮ່ວມທຶນກໍ່ສ້າງສາຍສົ່ງໄຟຟ້າລາວ (EDL-T), ຍິນດີທີ່ຈະຊຸກຍູ້ບໍລິສັດດັ່ງ ກ່າວໃຫ້ສາມາດດໍາເນີນກິດຈະການ ຕົວຈິງໂດຍໄວ. (15) ເພີ່ມທະວີການຮ່ວມມືທາງ ດ້ານຊັບພະຍາກອນນໍ້າ ໃຫ້ແໜ້ນແຟ້ນ ກວ່າເກົ່າ; ເພີ່ມທະວີການປົກ ປັກຮັກສາ ແລະ ນຳໃຊ້ຊັບພະຍາກອນນ້ຳ ໃນຂອບ ກົນໄກການຮ່ວມມື ແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ພ້ອມກັນຍົກລະດັບການ ປະຢັດ ແລະ ການນຳໃຊ້ຊັບພະຍາກອນ ນ້ຳຢ່າງປອດໄພ. (16) ເພີ່ມທະວີການຮ່ວມມືວຽກ ງານພາສີ ແລະ ກວດກາ-ກັກກັນພະ ຍາດ; ຊຸກຍູ້ການເຈລະຈາດ້ານສຸຂະ ອານາໄມພືດແລະສັດ(SPS)ເພື່ອເປີດ ຕະຫລາດ, ຂະຫຍາຍການສົ່ງອອກສິນ ຄ້າກະສິກຳທີ່ມີຄຸນນະພາບຂອງລາວ, ຊຸກຍູ້ການພັດທະນາການອຳນວຍ ຄວາມສະດວກແລະປອດໄພຂອງການ ຄ້າສອງຝ່າຍ. (17) ນຳໃຊ້ກົນໄກການຮ່ວມມື ດ້ານກະສິກຳ ລາວ-ຈີນ ໃຫ້ມີປະສິດທິ ພາບ, ລົງເລິກການຮ່ວມມືເສດຖະກິດ ແລະການລົງທຶນດ້ານກະສິກຳ, ເພີ່ມທະ ວີການຮ່ວມມືກໍ່ສ້າງຂີດຄວາມສາມາດ ແລະ ແລກປ່ຽນດ້ານເຕັກນິກຂອງອຸດ ສາຫະກຳປຸງແຕ່ງ, ການປູກເຂົ້າ, ໝາກ ໄມ້ເຂດຮ້ອນ, ພືດຜັກ, ເຕັກນິກການ ລ້ຽງສັດ, ການຄວບຄຸມແລະສະກັດກັ້ນ ພະຍາດລະບາດຂອງສັດ, ການຄ້າເອ ເລັກໂຕຣນິກຂອງຊົນນະບົດ ແລະ ອື່ນໆ ເພື່ອຊຸກຍູ້ການຫັນເປັນທັນສະໄໝຂອງ ຂະແໜງການກະສິກຳ ແລະ ຊົນນະບົດ. *** ອ່ານຕໍ່ໜ້າ 6 ***

RkJQdWJsaXNoZXIy MTc3MTYxMQ==