5510

06/12/2022 xtgmf]k; 3 0j k; c]t gsfdko dv'xt-5 ,ltw\lk,a ogmnj vmu 4 ltrkcsj '-kf -5 fmu IX l5 ,.lj ry 9k]tok[a oskle7a o0v'-kf 5, ao nj v u 5, j ry 9 a o a o 5, ao nj v u j' 5, j ry 9 a o a o j' ໂດຍ: ຢ່າຕົ່ງ ໂດຍ: ມາລີດາ vk-u [glu ,lh k']kpwfh 500 ]h kodu [8+ xu Ij ;,;Pd xd-{xdl * ອາຊີບເສີມ ແມ່ນອາຊີບທີ່ໃຊ້ ເວລາວ່າງຈາກການເຮັດວຽກ ຫລັກ ໂດຍສະເພາະແມ່ນພະນັກ ງານລັດທີ່ຖືເອົາວັນເສົາ-ວັນທິດ ມາເຮັດ ຊຶ່ງແມ່ນອາຊີບເສີມທີ່ພະ ນັກງານຜູ້ນັ້ນມີຄວາມມັກ ຮັກຢາກ ປະກອບເສີມ ເພື່ອນຳເອົາລາຍຮັບ ມາພັດທະນາຄອບຄົວ ໂດຍບໍ່ທີ່ສົ່ງ ຜົນກະທົບຕໍ່ໜ້າທີ່ວຽກງານໃດໆ. ແນວໃດກໍດີ ມື້ຶ້ນີ້ ຄໍລຳພັດທະນາ ອາຊີບ ຂໍພາທ່ານຜູ້ອ່ານໄປຮູ້ຈັກ ຄອບຄົວຂອງ ທ່ານ ດຳລົງສັກ ມົງຄົນຄຳ, ອາຊີບພະນັກງານຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ແກ້ວອຸດົມ ແຂວງວຽງຈັນ ທີ່ຖືເອົາ ເວລາວ່າງ ແລະ ປະສົບການຈາກ ສາຂາອາຊີບທີ່ສັງກັດຢູ່ໃນປັດຈຸບັນ ມາໝູນໃຊ້ເຂົ້າໃນການປູກຝັງລ້ຽງສັດເປັນສິນຄ້າ ຊຶ່ງໃນແຕ່ລະ ປີສາມາດສ້າງລາຍຮັບເຂົ້າຄອບ ຄົວບໍ່ຕ່ຳກວ່າ 500 ລ້ານກີບ. ທ່ານ ດຳລົງສັກ ມົງຄົນຄຳ ກ່າວໄດ້ເລົ່າສູ່ຟັງວ່າ: ປັດຈຸບັນ ຄອບຄົວຕົນຢູ່ບ້ານແກ້ວກູ່ ເມືອງ ແກ້ວອຸດົມ ຊຶ່ງອາຊີບຕົ້ນຕໍແມ່ນ ພະນັກງານລັດຢູ່ຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງ (ຫົວໜ້າ ໜ່ວຍງານລ້ຽງສັດ) ໂດຍເປັນວຽກ ໜຶ່ງທີ່ໄລຍະຜ່ານມາໄດ້ໄປປະຈຳຢູ່ ສູນຮ່ວມມືລະຫວ່າງຕ່າງປະເທດ ຂອງແຂວງວຽງຈັນ ແລະ ກໍໄດ້ ເຮັດວຽກກ່ຽວກັບການລ້ຽງໝູ, ລ້ຽງປາມາໄດ້ 8 ປີ, ຖືວ່າມີຄວາມ ມັກ ຮັກໃນການປູກ-ການລ້ຽງ ຈຶ່ງ ໄດ້ຕັດສິນໃຈພາຄອບຄົວຫັນມາ ລ້ຽງໝູ, ປູກຢາງພາລາ ແລະ ລ້ຽງ ປາ. ການປູກ-ການລ້ຽງດັ່ງກ່າວ ເບື້ອງຕົ້ນກໍມີຄວາມຫຍຸ້ງຍາກແດ່ ໂດຍສະເພາະດ້ານທຶນຮອນມີໜ້ອຍ, ການພັດທະນາຄອບຄົວຕ້ອງອີງ ໃສ່ທຶນຮອນ. ດັ່ງນັ້ນ, ຈຶ່ງຄ່ອຍເຮັດ ມາແຕ່ລະກິດຈະກຳໂດຍໄດ້ສຸມໃສ່ ລ້ຽງປາ, ປູກຢາງພາລາໄປພ້ອມໆ ກັນໃນເບື້ອງຕົ້ນ. ແນວໃດກໍດີຫລັງ ສະສົມທຶນຮອນໄດ້ຈຳນວນໜຶ່ງກໍ ໄດ້ລົງມືກິດຈະກຳລ້ຽງໝູໃນປີ 2020 ຟາມທຳອິດ. ໃນນັ້ນ, ລ້ຽງ ໝູ 650 ໂຕ. ຫລັງຂາຍອອກ ແລະ ມີທຶນແດ່ແລ້ວ, ກໍໄດ້ຂະຫຍາຍ ອອກ ອີກໜຶ່ງຟາມ ມາເປັນ 2 ຟາມ ໃນປັດຈຸບັນ. ການຂະຫຍາຍຟາມ ແມ່ນໄດ້ກູ້ຢືມຈາກທະນາຄານ ຈໍາ ນວນ 400 ລ້ານກີບ ມາສົມທົບທຶນ ຂອງຄອບຄົວ ຊຶ່ງການສ້າງຟາມ ໝູແມ່ນໄດ້ລົງທຶນຫລາຍ ໂດຍຟາມ ໜຶ່ງລົງທຶນເຖິງ 650 ລ້ານກີບ. ທ່ານ ດຳລົງສັກ ເລົ່າຕື່ມວ່າ: ກິດຈະກຳໃຫຍ່ໃນປັດຈຸບັນແມ່ນ ການລ້ຽງໝູ, ລ້ຽງປາແລະຂີດຢາງ ພາລາ. ສຳລັບການລ້ຽງປາແມ່ນຊື້ຶ ແນວພັນມາແຕ່ສູນຜະລິດລູກປາ ມາລ້ຽງ ໂດຍປັດຈຸບັນມີທັງໝົດ 7 ໜອງ, ມີເນື້ອທີ່ປະມານ 2 ເຮັກຕາ. ໃນນັ້ນ, ໄດ້ຊື້ລູກປານ້ອຍມາລ້ຽງ ປະມານ1ໂຕນແລະຄາດວ່າປີທີ່ຈະ ມາເຖິງນີ້, ຈະໄດ້ປະມານ 8 ໂຕນ, ຄິດເປັນເງິນປະມານ 80-90 ລ້ານ ກີບ (ຜ່ານມາສ້າງລາຍຮັບປີ 1 ໄດ້ 70 ລ້ານກີບ). ສ່ວນຢາງພາລາ ພາບປະກອບ *ໃນບັນຍາກາດທີ່ທົ່ວພັກ, ທົ່ວ ລັດແລະປວງຊົນລາວທັງຊາດພວມ ຈັດຕັ້ງສະເຫລີມສະຫລອງວັນ ສະ ຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນ ຄົຍຮອບ 47ປີ, ວັນເກີດຂອງປະທານໄກສອນ ພົມວິ ຫານ 102 ປີ, ຜັນຂະຫຍາຍມະຕິ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ວຽກງານຕົວຈິງ. ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດ IX ໄດ້ ໄຂຂຶ້ນຢ່າງຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 5 ທັນວາ 2022 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ, ທ່ານ ຄໍາພັນ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍການນໍາ ພັກລັດ ແລະ ບັນດາສະມາຊິກສະພາ ແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າ ຮ່ວມຢ່າງພ້ອມພຽງ. ພາຍຫລັງເຄົາລົບທຸງຊາດແລ້ວ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ ໄດ້ກ່າວໄຂ ກອງປະຊຸມຢ່າງເປັນທາງການໂດຍ ຍົກໃຫ້ເຫັນວ່າ: ຕະຫລອດໄລຍະ ການດຳເນີນກອງປະຊຸມເຖິງວັນທີ 30ທັນວາ 2022 ບັນດາສະມາຊິກ ສະພາແຫ່ງຊາດຈະໄດ້ເພີ່ມທະວີປະ ຕິບັດພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາຫລາຍບັນຫາສຳຄັນ ຂອງຊາດ ເປັ້ນຕົ້ນ ການເຄື່ອນໄຫວ ວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການໃນປີ 2023; ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ປະຈໍາປີ 2022 ແລະ ແຜນ ການປະຈໍາປີ 2023; ບົດສະຫລຸບ ຂາດຕົວການການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ 2021; ການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 9 ເດືອນ, ຄາດຄະເນ 3 ເດືອນ ທ້າຍປີ ແລະ ໝົດປີ 2022 ແລະ ທິດທາງ ການສ້າງແຜນງົບ ປະມານແຫ່ງລັດ 2023; ການຈັດ ຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023; ການຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ປະຈໍາປີ 2022 ແລະ ແຜນການປີ 2023; ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດປະ ຈໍາປີ 2022 ແລະ ແຜນການປີ 2023; ການສ້າງວິຊາຊີບ, ການພັດ ທະນາສີມືແຮງງານ ແລະ ວຽກເຮັດ ງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂ ບັນຫາການວ່າງງານ. ກອງປະຊຸມຍັງຈະໄດ້ພິຈາລະ ນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການກວດສອບ ແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານ ປະຈໍາປີ 2022 ແລະ ແຜນ ການເຄື່ອນໄຫວວຽກງານປະຈໍາປີ 2023; ບົດລາຍງານ ຜົນການກວດ ສອບບົດສະຫລຸບຂາດຕົວການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງ ລັດ ປະຈໍາປີ 2021; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານປະ ຈໍາປີ 2022 ແລະ ແຜນການເຄື່ອນ ໄຫວ ປະຈໍາປີ 2023 ຂອງອົງການ ກວດກາແຫ່ງລັດ; ບົດລາຍງານ ຜົນການກວດກາ ຕາມຜົນການກວດ ສອບ ປີ 2020; ບົດລາຍງານການ ຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວ ວຽກງານປະຈໍາປີ2023ຂອງສານ ປະຊາຊົນສູງສຸດ; ບົດລາຍງານ ການຈັດຕັ້ງປະຕິບັດວຽກງານປະ ຈໍາ ປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນ ສູງສຸດ. ພ້ອມນັ້ນ ຍັງຈະໄດ້ພິຈາລະ ນາ, ຮັບຮອງເອົາການສ້າງແລະປັບ ປຸງກົດໝາຍ 12 ສະບັບ ປະກອບມີ ຮ່າງກົດໝາຍສ້າງໃໝ່ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານ ແດນ; ຮ່າງກົດໝາຍວ່າດ້ວຍການ ທາງນໍ້າ ແລະ ຮ່າງກົດໝາຍວ່າ ດ້ວຍພິພິທະພັນ. ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍທະ ນາຍຄວາມ; ກົດໝາຍວ່າດ້ວຍທະ ບຽນສານ; ກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມພະຍາດຕິດຕໍ່;ກົດ ໝາຍວ່າດ້ວຍວິສາຫະກິດ; ກົດ ໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ; ກົດໝາຍວ່າດ້ວຍອົງ ການໄອຍະການທະຫານ; ກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣ ນິກ; ກົດໝາຍວ່າດ້ວຍການກວດ ສອບແຫ່ງລັດ ແລະ ກົດໝາຍວ່າ ດ້ວຍການກວດກາລັດ. ກອງປະຊຸມ ຈະຮັບຟັງບົດລາຍ ງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2023 ຂອງສະ ພາແຫ່ງຊາດ; ຜົນການຕິດຕາມ ກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ຕາມມະຕິສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022; ບົດລາຍງານຂອງຄະນະ ປະຈໍາສະພາແຫ່ງຊາດ ກ່ຽວກັບ ແຜນການສ້າງ ແລະ ປັບປຸງກົດ ໝາຍ ແຕ່ປີ 2023-2025; ລວມ ທັງບົດປະກອບຄໍາເຫັນຄະນະປະ ຈໍາສະພາແຫ່ງຊາດ ຕໍ່ບັນດາບົດ ລາຍງານຂອງລັດຖະບານ, ອົງການ ກວດສອບແຫ່ງລັດ ແລະ ອົງການ ກວດກາແຫ່ງລັດ, ສານປະຊາຊົນ ສູງສຸດ ແລະ ອົງການໄອຍະການ ປະຊົນສູງສຸດ; ບົດປະກອບຄໍາເຫັນ ຂອງສູນກາງແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນຂັ້ນ ສູນກາງຕໍ່ການເຄື່ອນໄຫວວຽກ ງານຂອງສະພາແຫ່ງຊາດ. ຕະຫລອດໄລຍະດຳເນີນກອງ ປະຊຸມຄັ້ງນີ້ ປະຊາຊົນລາວບັນດາ ເຜົ່າສາມາດປະກອບຄຳຄິດຕໍ່ບັນ ຫາສຳຄັນຕ່າງໆໄດ້ ໂດຍຄະນະ ເລຂາທິການສະພາແຫ່ງຊາດໄດ້ຈັດ ຕັ້ງໜ່ວຍງານຮັບຜິດຊອບໂທລະ ສັບສາຍດ່ວນ ເບີ 156 ຊຶ່ງມີຄະນະ ຮັບຜິດຊອບສັງລວມທຸກຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາ ຊົນ ທີ່ຈະສົ່ງໄປຍັງກອງປະຊຸມ. * ວັນສະຖາປະນາ ສປປ ລາວ ຄົບຮອບ47ປີຫາກໍ່ຜ່ານມາ, ບັນຍາ ກາດແຫ່ງການສະເຫລີມສະຫລອງ ຍັງອຸ່ນໆ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນອັນ ເລິກເຊິ່ງ ທັງຢູ່ສູນກາງ ແລະ ທ້ອງ ຖິ່ນ.ຜ່ານບັ້ນນັ້ນເຫັນຕົວຈິງແລະຮັບ ຂໍ້ມູນຂ່າວສານມາຈາກຫລາຍເຂດ ແຂວງ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບໃນໄລຍະ ສ້າງຂະບວນການຕ້ອນຮັບວັນສໍາ ຄັນນີ້ແມ່ນເຮັດໄດ້ດີ, ລວມທັງຂັ້ນ ຮາກຖານບ້ານ ແມ່ນເປັນຂະບວນ ແຂງແຮງ.ນີ້ສົມວ່າວຽກງານປກຊປກສ ເປັນໜ້າທີ່ຂອງທົ່ວປວງຊົນ, ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອ. ວຽກປກຊ-ປກສ ເວົ້າລວມ, ເວົ້າ ສະເພາະການປ້ອງກັນເວນຍາມ ຮັກສາຄວາມສະຫງົບຕາມສໍານັກ ງານ-ອົງການທັງສູນກາງ ແລະ ທ້ອງຖິ່ນ, ທັງຢູ່ຮາກຖານຂັ້ນບ້ານ ຕະຫລອດໄລຍະຜ່ານມາ ແມ່ນໄດ້ ມີຄວາມເອົາໃຈໃສ່ ເພື່ອຮັກວາ ຄວາມສະຫງົບປອດໄພ, ໂດຍສະ ເພາະໃນ ບັ້ນຂະບວນການຕ່າງໆ ແມ່ນທຸກບ່ອນໄດ້ປະຕິບັດຢ່າງຕັ້ງ ໜ້າແທ້, ປະຊາຊົນກໍ່ໄດ້ເຂົ້າຮ່ວມ ຕາມສະພາບ-ເງື່ອນໄຂຂອງແຕ່ ລະຄົນ-ແຕ່ລະຄອບຄົວເຊິ່ງໃນສະ ພາບເງື່ອນໄຂແຕ່ລະໄລຍະກໍ່ແຕກ ຕ່າງກັນໄປ, ແຕ່ອັນສໍາຄັນແມ່ນໄດ້ ພ້ອມກັນເຮັດໜ້າທີ່ປະກອບສ່ວນ ວຽກງານນີ້ ເຮັດໃຫ້ທົ່ວສັງຄົມມີ ຄວາມສະຫງົບປອດໄພໂດຍພື້ນ ຖານ. ໃນໄລຍະຕ້ອນຮັບວັນສໍາຄັນ ຂອງຊາດໃນອາທິດຜ່ານມາ, ພົບ ວ່າຫລາຍອົງການລັດ-ເອກະຊົນ... ໂດຍສະເພາະບ້ານໄດ້ປຸກລະດົມເຂົ້າ ຮ່ວມວຽກງານນີ້ໄດ້ດີເປັນພື້ນຖານ ສໍາຄັນ, ໂທລະໂຄ່ງປະກາດລະດົມ, ແບ່ງຜຽນກັນ ແລະ ຍົກໃຫ້ເຫັນບັນ ດາຫົວເຮືອນ ກໍ່ຄືບັນດາຈຸ-ໜ່ວຍ ປະກອບສ່ວນກໍາລັງຄົນ ແລະ ປັດ ໄຈຊຸກຍູ້ຕ່າງໆ. ຜູ້ອ່ານຫລາຍທ່ານ ຢູ່ນະຄອນຫລວງວຽງຈັນ ໄດ້ມີຄໍາ ເຫັນນໍາຜູ້ຂຽນວ່າ ວຽກງານປ້ອງ ກັນເວນຍາມ ຢູ່ບ້ານຂອງຊຸມເພິ່ນ ແມ່ນໄດ້ເ ຮັດປົກກະຕິຢູ່ແລ້ວ , ເຖິງວ່າບໍ່ມີຂະບວນການສະເພາະກໍ່ ຕາມ, ແຕ່ໃນໄລຍະວັນສໍາຄັນຂອງ ພັກ-ຂອງຊາດ ຫລື ມີເຫດການສໍາ ຄັນ ຈະຮູ້ສຶກເປັນຂະບວນ ຍ້ອນວ່າ ມີການປ່າວປະກາດທາງໂທລະໂຄ່ງ ຫລື ລະດົມກັນຜ່ານຈຸ-ໜ່ວຍ. ເຖິງ ຢ່າງໃດກໍ່ດີ, ການເວັນຍາມດຽວນີ້ ອາດຈະແຕກຕ່າງຈາກໄລຍະຊຸມປີ 80-90, ແຕ່ຢາກວ່າແມ່ນທຸກຄອບ ຄົວຫົວເຮືອນໄດ້ປະກອບສ່ວນບໍ່ ຂາດ ຕາມສະພາບເງື່ອນໄຂຂອງໃຜ ລາວ. ວຽກງານນີ້ເປັນຂອງ ທົ່ວ ປວງຊົນ, ທັງຄວນເຮັດຢ່າງປົກກະຕິ ເພື່ອສ້າງຄວາມສະຫງົບປອດໄພ ທົ່ວສັງຄົມ, ຈະວ່າເປັນໜ້າທີ່ຂອງ ຝ່າຍກໍາລັງຢ່າງດຽວກໍ່ບໍ່ແມ່ນ, ທຸກ ຄົນ, ທຸກຄອບຄົວແມ່ນມີພັນທະໃນ ການປະກອບສ່ວນ. ບັນຫາທີ່ມັກຖືກຕັ້ງ ຂຶ້ນແມ່ນ ການປະກອບສ່ວນມີລັກສະນະ ແປະໆບາງໆຂອງບຸກຄົນ, ນິຕິບຸກ ຄົນ ກໍ່ຄືຫົວໜ່ວຍຄອບຄົວຫົວເຮືອນ ຕໍ່ວຽກງານດັ່ງກ່າວມາເຊິ່ງໃນຕົວ ຈິງ ກໍ່ບໍ່ປາສະຈາກໄດ້ຜູ້ເຮັດໄດ້ດີ ແລະ ຜູ້ບໍ່ເອົາໃຈໃສ່, ແຕ່ໃດມາກໍ່ມີ, ສໍາຄັນວຽກງານນີ້ສໍາເລັດເປັນພື້ນ ຖານໄດ້ແມ່ນຍ້ອນຄົນສ່ວນຫລາຍ ໄດ້ປະກອບສ່ວນຢ່າງແຂງແຮງ. ສະນັ້ນ ຈຶ່ງມີບາງຄໍາເຫັນວ່າ ຜູ້ບໍ່ປະ ກອບສ່ວນເດຈະເຮັດແນວໃດ, ນັ້ນ ກໍ່ແມ່ນສິ່ງທ້າທາຍສໍາລັບຜູ້ເຮັດ ວຽກງານປຸກລະດົມ ເຊິ່ງເຊື່ອແນ່ ວ່າລະດົມກັນຫລາຍຫລົບຫລາຍ ຕ່າວ ໃຫ້ເຂົາເຈົ້າເຫັນຄວາມສໍາຄັນ ແລະ ຂາດບໍ່ໄດ້, ບໍ່ມື້ໃດມື້ໜຶ່ງ ກໍ່ຈະ ໄດ້ຮັບຄວາມຮ່ວມໄມ້ຮ່ວມມື ຫລື ອາດຈະມີວິທີສະເພາະຕາມແຕ່ລະ ບ່ອນ ໃນການລະດົມກໍາລັງແຮງ, ເພາະນີ້ມັນພົວພັນເຖິງແນວຄິດຈິດ ຕະສາດຂອງຄົນ, ມັນກໍ່ໍງ່າຍ, ແຕ່ ກໍ່ບໍ່ຍາກ ຖ້າສາມາດເຂົ້າເຖິງຮາກ ເຫງົ້າໃຈຄົນໄດ້. ສະຫລຸບວ່າວຽກງານ ປກຊປກສ ແມ່ນສໍາຄັນທຸກໆຍາມ, ຄວນ ເຮັດປົກກະຕິທົ່ວສັງຄົມ,ໃຫ້ທຸກຄົນ ເຫັນວ່າແມ່ນພັນທະທີ່ຕ້ອງປະກອບ ສ່ວນ ເພື່ອເຮັດໃຫ້ປະເທດຊາດສັງຄົມມີຄວາມສະຫງົບປອດໄພ. ໄດ້ປູກມາແຕ່ປີ 2010, ມີ 1.000 ຕົ້ນ ແລະ ຂີດມາໄດ້ 3 ປີແລ້ວ. ຂະນະທີ່ປີນີ້ ຄາລາຢາງພາລາແມ່ນ ແພງກວ່າຫລາຍປີຜ່ານມາສະ ເລ່ຍ ການຂີດຢາງຂາຍໄດ້ສ້າງລາຍຮັບ ປະມານ 80 ລ້ານກີບ. ສຳລັບກິດ ຈະກຳລ້ຽງໝູແມ່ນໄດ້ຮ່ວມມີກັບ ບໍລິສັດ ໂດຍເຮົາເປັນຄອກ, ແຮງ ງານໃນການລ້ຽງ ແລະ ບໍລິສັດເປັນ ແນວພັນໝູ, ຫົວອາຫານ, ຕະຫລາດ ຖືວ່າເຮົາບໍ່ໄດ້ຫຍຸ້ງຍາກເລື່ອງ ການຕະຫລາດ. ປັດຈຸບັນຢູ່ໃນ 2 ຟາມແມ່ນມີໝູ 1.300 ໂຕ. ສຳລັບ ການລ້ຽງ ໂດຍສະເພາະນັບແຕ່ມື້ ເອົາໝູເຂົ້າຟາມຈົນຮອດມື້ເອົາໝູ ອອກຂາຍ ໃຊ້ເວລາ 4 ເດືອນເຄິ່ງ, ສະເລ່ຍໂຕໜຶ່ງໄດ້ນ້ຳໜັກກວ່າ 130 ກິໂລ (ຄອກປິດ), ຄອກເປີດໂຕໜຶ່ງ 120 ກິໂລ. ສຳລັບລາຍຮັບຈາກ ລ້ຽງໝູສະເລ່ຍປີໜຶ່ງທັງຄອກປິດ, ຄອກເປີດໄດ້ປະມານ 350 ລ້ານ ກີບ. ຜ່ານການດຳເນີນກິດຈະກຳ ລ້ຽງໝູ, ລ້ຽງປາ ແລະ ຂີດຢາງພາ ລາຂາຍ ໃນປີໜຶ່ງຄອບຄົວມີລາຍ ຮັບບໍ່ຕ່ຳກວ່າ 500 ລ້ານ ຊຶ່ງລາຍ ຮັບດັ່ງກ່າວໄດ້ເຮັດໃຫ້ຊີວິດການ ເປັນຢູ່ຂອງຄອບຄົວມີການພັດທະ ນາ, ສະດວກສະບາຍຂຶ້ນເທື່ອລະ ກ້າວ ຖ້າທຽບໃສ່ໄລຍະພວມລົງມື ຈັດຕັ້ງປະຕິບັດແຕ່ລະກິດຈະກຳ ແລະ ມາຮອດດຽວນີ້ ກໍເປັນໄລຍະ ທີ່ເກັບກູ້ລາຍຮັບເຂົ້າຄອບຄົວ. ໂດຍ: ຄ້ອງໃໝ່ gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K

RkJQdWJsaXNoZXIy MTc3MTYxMQ==