5561

07 xtgmf]k; gsfdko{dkora fmtok 24/11/2022 9 gfn vo 9u fu ru g,n v']t,ko [a o]5 770 8N d;j kdu [ oa dlb dlk xt]y opk3m lt4k[a odkog,n v'{ dkoxq d7v'csj '-kf c]dxj Po[q fIPo16j 9exkla d -P'0;k' 7v'va ofa [ 1 dy ]k]vpoE -P'0;k'gd, ຂປລ. ຕາມການລາຍງານຂອງ ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າ ເມືອງລະມາມ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນ 9 ເດືອນຜ່ານມາ ເສດຖະກິດ ເມືອງ ລະມາມ ຂະຫຍາຍຕົວເພີ່ມຂຶ້ນ ໃນລະ ດັບ 4,3% ລວມຍອດຜະລິດຕະພັນ ພາຍໃນຫລືGDPປະຕິບັດໄດ້774,38 ຕື້ກີບ, ໃນນັ້ນຂະແໜງກະສິກໍາປ່າໄມ້ ເພີ່ມຂຶ້ນ5,2%ກວມເອົາ54,08% ຂະ ແໜງອຸດສາຫະກໍາ ເພີ່ມຂຶ້ນ 2,3% ກວມເອົາ 5,73% ແລະ ຂະແໜງ ບໍລິການເພີ່ມຂຶ້ນ 3,4% ກວມເອົາ 40,19%; ເກັບລາຍຮັບເຂົ້າງົບ ປະ ມານ ໄດ້ 15,7 ຕື້ກີບ ທຽບໃສ່ແຜນ ປະຕິບັດໄດ້ 47% ແລະ ລາຍ ຈ່າຍປະ ຕິບັດໄດ້ 15,16 ຕື້ກີບ ທຽບໃສ່ແຜນ ປະຕິບັດໄດ້ 45%. ສໍາລັບ ວຽກງານກ່ໍສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕິດພັນກັບ ວຽກງານ 3 ສ້າງ ທຸກຂະແໜງການ ພາຍໃນເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິ ບັດຢ່າງຈິງຈັງແລະຕໍ່ເນື່ອງໂດຍຖື ເອົາການພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ເປັນ ຕົວເມືອງນ້ອຍຢູ່ຊົນນະບົດ ຕິດພັນກັບ ການຈັດສັນທີ່ຢູ່ຖາວອນ ແລະ ອາຊີບ ຄົງທີ່, ປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດ ສາຫະກໍາປຸງແຕ່ງ ແລະ ການບໍລິການ ກັບທີ່ ເພື່ອເປັນການສ້າງລາຍຮັບທີ່ ໝັ້ນຄົງຖາວອນໃຫ້ປະຊາຊົນ,ປັດຈຸບັນ ທົ່ວເມືອງມີຄອບຄົວພົ້ນທຸກ 4.291 ຂປລ. ແຫລ່ງຂ່າວຈາກ ແຂວງຈໍາ ປາສັກ ໃຫ້ຮູ້ວ່າ: ຄະນະນັກສຶກສາລະ ບົບປະລິນຍາໂທ ຮຸ່ນທີ XVII, ສາຂາ ກໍ່ສ້າງພັກ ແລະ ສາຂາການປົກຄອງ ຂອງສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ໂດຍມີ ທ່ານ ແສງ ຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ ສ້າງພັກ ແລະ ປະຫວັດສາດພັກ ເປັນ ຫົວໜ້າຄະນະ ມາທັດສະນະສຶກສາ ແລກປ່ຽນບົດຮຽນ ກັບ ແຂວງຈຳປາ ສັກ ໃນວັນທີ 21 ພະຈິກ 2022 ໂດຍ ໄດ້ຮັບການຕ້ອນຮັບຈາກ ທ່ານ ທຳມະວົງ ສຸລິຍະວົງ ຮອງຫົວໜ້າ ຫ້ອງວ່າການແຂວງ ພ້ອມດ້ວຍພະ ແນກການກ່ຽວຂ້ອງເຂົ້າຮ່ວມ. ການພົບປະແລກປ່ຽນບົດຮຽນນີ້, ພະແນກການກ່ຽວຂ້ອງຂອງແຂວງ ຈຳປາສັກ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ການສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ ເປັນຕົ້ນ ດ້ານການກໍ່ສ້າງພັກ-ພະ ນັກງານ, ດ້ານການປົກຄອງແລະດ້ານ ການເງິນ; ລາຍງານວຽກງານການ ຊຸກຍູ້ເສດຖະກິດແຫ່ງຊາດ ທີ່ເປັນທ່າ ແຮງດ້ານຕ່າງໆ ທີ່ມີຢູ່ພາຍໃນຂອງ ທ້ອງຖິ່ນຂອງຕົນ ໂດຍມີຍຸດທະສາດ ແລະ ມີແຜນການກໍານົດ; ການຄຸ້ມ ຄອງ, ຂຸດຄົ້ນ ແລະ ນຳໃຊ້ແຫລ່ງຊັບ ພະຍາກອນທຳມະຊາດ, ຊັບສິນຂອງ ລັດ; ການຄຸ້ມຄອງວັດທະນະທຳ-ສັງ ຄົມແລະການພັດທະນາຊັບພະຍາກອນ ມະນຸດ, ທັງນີ້ ກໍເພື່ອເປັນຂໍ້ມູນໃນການ ສົມທຽບ, ເພື່ອສຶກສາ, ຄົ້ນຄວ້າ, ຖອດ ຖອນບົດຮຽນ ແລະ ເກັບກໍາຂໍ້ມູນປະ ກອບເຂົ້າໃນການກະກຽມການຂຽນ ບົດວິທະຍານິພົນປະລິນຍາໂທ ຮຸ່ນທີ XVII, ສາຂາວິຊາກໍ່ສ້າງພັກ ແລະ ສາຂາການປົກຄອງ ສົກປີ 20212022 ເພື່ອເຮັດໃຫ້ທິດສະດີ ທີ່ໄດ້ ຮຽນມາຕິດພັນກັບພຶດຕິກຳຕົວຈິງ ກ່ຽວກັບການນຳພາຂອງພັກ ແລະ ການ ຄຸ້ມຄອງການບໍລິຫານລັດ ໂດຍ ສະເພາະແມ່ນອົງຄະນະພັກແຂວງ, ອົງຄະນະພັກເມືອງ ແລະ ຄະນະພັກ ຮາກຖານ ໃນຂະບວນການຕໍ່ສູ້ປົດ ປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂ່າວ-ພາບ: ພູທິບສະຫວັນ ຂປລ. ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI, ທີ່ແຂວງຊຽງຊວາງເປັນເຈົ້າພາບ, ເປັນກິລາປະເພດທຳອິດ ທີ່ໄດ້ຈັດການ ແຂ່ງຂັນ ກ່ອນກິລາປະເພດອື່ນໆ ຂອງ ງານກິລາ ຢູ່ສະໜາມກິລາລອຍນໍ້າ ຫລັກ 16ນະຄອນຫລວງວຽງຈັນໄດ້ສໍາເລັດ ການແຂ່ງຂັນ ເປັນທີ່ຮຽບຮ້ອຍແລ້ວ, ພາຍຫລັງ ໄດ້ເລີ່ມການແຂ່ງຂັນມາ ແຕ່ວັນທີ 19 ພະຈິກ ແລະ ປີດສາກລົງ ໃນວັນທີ22 ພະຈິກ 2022 ຜ່ານມານີ້. ຜ່ານການແຂ່ງຂັນ ແຂວງຊຽງ ຂວາງ (ເຈົ້າພາບ) ຄອງອັນດັບທີ 1, ໄດ້ 8 ຫລຽນຄໍາ, 1 ຫລຽນເງິນ ແລະ 6 ຫລຽນທອງ, ລວມທັງໝົດ 15 ຫລຽນ, ອັນດັບທີ 2 ແຂວງຈໍາປາ ສັກ ໄດ້ 6 ຫລຽນຄຳ, 8 ຫລຽນເງິນ, 7 ຫລຽນທອງ, ອັນດັບທີ 3 ແຂວງ ສະຫວັນນະເຂດ ໄດ້ 5 ຫລຽນຄໍາ, 6 ຫລຽນເງິນ, 6 ຫລຽນທອງ, ອັນ ດັບທີ 4 ນະຄອນຫລວງວຽງຈັນ ໄດ້ 4 ຫລຽນຄໍາ, 8 ຫລຽນເງິນ, 6 ຫລຽນທອງ ແລະ ອັນດັບທີ 5 ແຂວງ ຫລວງພະບາງ ໄດ້ 4 ຫລຽນຄໍາ, 3 ຫລຽນເງິນ ແລະ 3 ຫລຽນທອງ. ການແຂ່ງຂັນກິລາລອຍນໍ້າ ໃນຄັ້ງ ນີ້, ມີ 5 ພາກສ່ວນເຂົ້າຮ່ວມ ຄື: ແຂວງ ຊຽງຂວາງ, ຫລວງພະບາງ, ນະຄອນ ຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ມີນັກກິລາເຂົ້າ ຮ່ວມທັງໝົດ 37 ຄົນ, ຍິງ 12 ຄົນ, ຊິງ ຊະນະເລີດທັງໝົດ 27 ຫລຽນຄໍາ, ໃນນັ້ນ, ປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍການ. ສຳລັບ ປະເພດການແຂ່ງຂັນປະ ກອບມີ: ລອຍທຳມະດາ 800 ແມັດ ຊາຍ, ລອຍທຳມະດາ 400 ແມັດຍິງ, ລອຍແມງກະເບື້ອ 100 ແມັດ ຍິງຊາຍ, ລອຍກົບ 200 ແມັດ ຍິງ-ຊາຍ, ລອຍທຳມະດາ 400 ແມັດຊາຍ, ລອຍ ຫງາຍ 200 ແມັດ ຍິງ-ຊາຍ, ລອຍ ດ່ຽວປະສົມ 4x50 ແມັດ ຍິງ-ຊາຍ, ລອຍແມງກະເບື້ອ 50 ແມັດ ຍິງ-ຊາຍ, ລອຍທຳມະດາ 200 ແມັດ ຍິງ-ຊາຍ, ລອຍຫງາຍ 50 ແມັດ ຍິງ-ຊາຍ, ລອຍກົບ 100 ແມັດ ຍິງ-ຊາຍ, ລອຍ ທຳມະດາ 100 ແມັດ ຍິງ-ຊາຍ, ລອຍ ຫງາຍ 100 ແມັດຊາຍ, ລອຍກົບ 50 ແມັດ ຍິງ-ຊາຍ, ລອຍທຳມະດາ 50 ແມັດ ຍິງ-ຊາຍ ແລະ ລອຍທີມທຳ ມະ ດາປະສົມ 4x100 ແມັດ ຍິງ-ຊາຍ. ສ່ວນການມອບ-ຮັບຫລຽນລາງວັນ ແມ່ນຈະໄປມອບຢູ່ແຂວງຊຽງຂວາງ ໃນມື້ປິດການແຂ່ງຂັນ ໃນວັນທີ 22 ທັນ ວາ 2022. ຂ່າວ: ທະນູທອງ ຂປລ. ແຫລ່ງຂ່າວຈາກ ແຂວງເຊ ກອງ ໃຫ້ຮູ້ວ່າ: ເມືອງທ່າແຕງ ຫາລື ວາງແຜນ ແລະ ຊອກຫາທິດທາງແກ້ ໄຂກ່ຽວກັບການສ້າງບ້ານສາທາລະ ນະສຸກແບບຢ່າງ ແລະ ຊຸມຊົນເປັນເຈົ້າ ການດ້ານສຸຂະອະນາໄມ ເນື່ອງຈາກ ວ່າການນໍາໃຊ້ວິດຖ່າຍ ຂອງປະຊາ ຊົນ ຈຳນວນ 47 ບ້ານ 6,000 ກວ່າ ຫລັງຄາເຮືອນ ໃນທົ່ວເມືອງມີທ່າ ອ່ຽງຫລຸດລົງຈາກ 100% ຍັງ ເຫລືອ 83%. ດັ່ງນັ້ນ, ເພື່ຶອເຮັດໃຫ້ການນໍາໃຊ້ ວິດຖ່າຍ ຂອງປະຊາຊົນມີຄວາມຍືນ ຍົງຈິ່ງມີຄວາມຈໍາເປັນສືບຕໍ່ວາງແຜນ ຈັດຕັ້ງປະຕິບັດກິດຈະກໍາດ້ານສຸຂະ ອະນາໄມ ໃຫ້ສໍາເລັດຕາມເປົ້າໝາຍທີ່ ວາງໄວ້ ຊຶ່ງກອງປະຊຸມຄັ້ງນີ້, ໄດ້ປຶກ ສາຫາລື ແລະ ປະກອບຄຳຄິດຄຳເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອຊອກ ຫາທິດທາງແກ້ໄຂໃນຕໍ່ໜ້າ. g,n v'mj kc8' ;k'czolh k'[h kolkmk]totl5 d c]t -5 ,-q ogxa og9Q kdko fh kol5 0tvtokw, g,n v'ly ' g-a o[q f[a omb d7;k,g0Q k.9 37'dkoIj ;,,n l;olkmy fdtly de ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ພິທີເຊັນບົດບັນ ທຶກຄວາມເຂົ້າໃຈ ໂຄງການຮ່ວມມື ສວນສາທິດກະສິກຳ ບ້ານເສືອແດງ ກຸ່ມບ້ານຕາປ້າວດອນປອຍ ລະຫວ່າງ ພະແນກກຳສິກຳ ແລະ ປ່າໄມ້ແຂວງ ກັບ ບໍລິສັດ ອໍາມະຕະຊິຕີ້ລາວ ຈຳກັດ ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການຮ່ວມ ລົງນາມຂອງການນຳຂອງພະແນກ ການກ່ຽວຂ້ອງ ແລະ ບໍລິສັດ ອໍາມະຕະ ຊິຕີ້ລາວ ຈຳກັດ. ໂອກາດນີ້, ທ່ານ ອູແກ້ວ ສີຈະເລີນ ຮອງອຳນວຍການອໍາມະຕະ ຊິຕີ້ ລາວ ຈຳກັດ ໄດ້ລາຍງານຫຍໍ້ ກ່ຽວກັບເປົ້າ ໝາຍ ແລະ ຈຸດປະສົງຂອງໂຄງການ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ການຮ່ວມມືກັນ ໃນໂຄງການສວນສາ ທິດກະສິກຳ ເພື່ອທົດລອງການປູກພືດ ສະນິດຕ່າງໆທີ່ນຳເຂົ້າແນວພັນຈາກ ຕ່າງປະເທດ ທີ່ມີຄວາມສະອາດປອດ ໄພ ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປັນ ການປູກພືດທີ່ມີລາຄາສູງ ມີຕະຫລາດ ຮອງຮັບທັງພາຍໃນ ແລະ ຕ່າງປະ ເທດ, ທັງເປັນການຖ່າຍທອດເຕັກນິກ, ຄວາມຮູ້ທາງດ້ານກະສິກຳໃຫ້ແກ່ກະສິ ກອນ ແລະ ນັກລົງທຶນທີ່ສົນໃຈໃນການ ລົງທຶນທາງດ້ານກະສິກຳ ຕາມແນວ ທາງການພັດທະນາແບບຍືນຍົງ ແລະ ເປັນມິດຕໍ່່ສິ່ງແວດລ້ອມ. ໃນພິທີ, ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການ ລົງທຶນແຂວງ ໄດ້ຮຽກຮ້ອງໃຫ້ທຸກ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ປະ ຕິບັດໂຄງການດັ່ງກ່າວ ໃຫ້ປາກົດຜົນ ເປັນຈິງ ເພື່ອຕອບສະໜອງທາງດ້ານ ສະບຽງອາຫານໃຫ້ພຽງພໍ, ສົ່ງອອກ ພາຍໃນ ແລະ ຕ່າງປະເທດ, ທັງເປັນ ການສ້າງວິຊາຊີບ, ສ້າງວຽກເຮັດງານ ທຳໃຫ້ແກ່ປະຊາຊົນ ແລະ ຊາວກະສິ ກອນ ເພື່ອສ້າງລາຍຮັບເຂົ້າໃນຄອບ ຄົວເຮັດໃຫ້ຫລຸດພົ້ນອອກຈາກຄວາມ ທຸກຍາກ ເທື່ອລະກ້າວ. ຄອບຄົວ ກວມ 52,53% ແລະ ຄອບ ຄົວພັດທະນາ 2.897 ຄອບຄົວ ກວມ 35,43% ແລະ ມີບ້ານພົ້ນທຸກ 11 ບ້ານ ກວມ 26% ຂອງບ້ານທັງໝົດ. ທ່ານ ວົງເດືອນ ຈັນທະບຸດຊຽງ ຍັງໃຫ້ຮູ້ອີກວ່າ: ເຖິງວ່າເສດຖະກິດ ຂອງເມືອງລະມາມ ຈະມີການຂະ ຫຍາຍຕົວເພີ່ມຂຶ້ນກໍຕາມ, ແຕ່ເມືອງຍັງ ມີສິ່ງທ້າທາຍຈໍານວນໜຶ່ງ ທີ່ເປັນອຸປະ ສັກຕໍ່ການພັດທະນາ ເປັນຕົ້ນ ຂາດພະ ນັກງານທີ່ມີຄວາມຮູ້ຄວາມສາມາດ ໃນຂະແໜງການຕ່າງໆ, ການນໍາໃຊ້ ຊັບພະຍາກອນທໍາມະຊາດ ຕິດພັນກັບ ການທໍາມາຫາກິນ ແລະ ການດໍາລົງ ຊີວິດຂອງປະຊາຊົນ ຍັງບໍ່ຮັບປະກັນ ຄວາມຍືນຍົງ, ການປຸກລະດົມຂົນ ຂວາຍການລົງທຶນຈາກນັກທຸລະກິດ ພາກເອກະຊົນພາຍໃນ ແລະ ຕ່າງປະ ເທດຍັງບໍ່ທັນກວ້າງຂວາງລວມເຖິງ ໄພຂົ່ມຂູ່ທາງທຳມະຊາດ. ແຕ່ແນວໃດ ກໍຕາມຄະນະພັກ, ຄະນະນໍາຂອງເມືອງ ຕ້ອງສືບຕໍ່ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາ ເຜົ່າພັດທະນາເມືອງລະມາມ ດ້ວຍຈິດ ໃຈບຸກທະລຸໂດຍໃນ 3 ເດືອນທ້າຍປີ 2022 ນີ້ຮັບປະກັນໃຫ້ເມືອງລະມາມ ສືບຕໍ່ມີສະຖຽນລະພາບທາງດ້ານການ ເມືອງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ປະຊາຊົນມີຄວາມສາມັກຄີປອງ ດອງ, ເສດຖະກິດ-ສັງຄົມນັບມື້ຂະ ຫຍາຍຕົວເພີ່ມຂຶ້ນ ໂດຍລວມຍອດ ຜະລິດຕະພັນພາຍໃນ ສະເລ່ຍໃສ່ຫົວ ຄົນໃຫ້ບັນລຸປະມານ17ລ້ານກີບ ຕໍ່ຄົນ ຕໍ່ປີ; ພັດທະນາພື້ນຖານໂຄງລ່າງ, ຫັນ ພະນັກງານລົງກໍສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດຮອບດ້ານ, ດຶງດູດການລົງທຶນຈາກພາກສ່ວນ ຕ່າງໆໃນສັງຄົມໃຫ້ນຫລາຍຂຶ້ນ ແລະ ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຕາມທ່າແຮງບົ່ມຊ້ອນ, ຄວາມສາມາດ ຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອການບໍ ລິໂພກພາຍໃນແລະຂາຍເປັນສິນຄ້າ ສົ່ງອອກ. ທ່ານ ແສງສຸບັນ ໄຊສະຫວັນ ຮອງເຈົ້າເມືອງທ່າແຕງ ໄດ້ມີຄໍາເຫັນ ວ່າ: ຄະນະກຳມະການຂັ້ນແຂວງເມືອງ ຕ້ອງເອົາໃຈໃສ່ລົງຊຸກຍູ້ ຈັດຕັ້ງ ປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດ ຕາມລະດັບຄາດໝາຍໂດຍເຮັດໜ້າ ທີ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ຄະນະພັກ, ອຳນາດການປົກ ຄອງບ້ານຕະຫລອດຮອດປະຊາຊົນ ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ລັດຢ່າງໜັກແໜ້ນເຂັ້ມແຂງ ເພື່ອເຮັດໃຫ້ປະຊາຊົນໄດ້ຫັນມານໍາ ໃຊ້ວິດຖ່າຍເປັນປົກກະຕິ. ຂ່າວ-ພາບ: ເຈີນ ແດນວົງວິຈິດ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==