xtgmf]k; 6 24/11/2022 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສາວບ້ານໂນນ -k]k; wfh Ia []k';a o1A '1n o ,kf8t4ko]tfa [3]d ໂດຍ: ເກີດຂວັນໃຈ ມາລີຈັນສີ 7kfxu |h kmj v'mj P;]k;7b d7a dcoj ovo * ຜູ້ປະກອບການທຸລະກິດທ່ອງ ທ່ຽວລາວຕັ້ງຂໍ້ສົມມຸດໄວ້ຕາມວິໄສ ທັດເບິ່ງກວ້າງແນມໄກ ແລະ ຄາດ ຫວັງໄວ້ລ່ວງໜ້າແບບຄ້າວໆ ວ່າຖ້າ ເມື່ອໃດ ສປ ຈີນ ເປີດປະເທດພາຍ ໃນປີ 2023 ບໍ່ພຽງແຕ່ຈະເຮັດໃຫ້ ນັກທ່ອງທ່ຽວຊາວຈີນ ຫລັ່ງໄຫລ ເຂົ້າ ສປປ ລາວ ເທົ່ານັ້ນຫາກນັກ ທ່ອງທ່ຽວເຫລົ່ານັ້ນຍັງຈະໃຊ້ເສັ້ນ ທາງລົດໄຟລາວ-ຈີນ ເປັນທາງ ເຊື່ອມຕໍ່ໄປຍັງບັນດາ 10 ປະເທດ ສະມາຊິກອາຊຽນຢ່າງໜ້າແໜ້ນ ຕາມຂໍ້ມູນຈາກສູນອາຊຽນໃຫ້ຮູ້ ວ່າບັນດາແຂວງ, ເຂດແຄວ້ນ ແລະ ຕົວເມືອງຕ່າງໆຂອງ ສປ ຈີນ ທີ່ ຊາຍແດນຕິດຈອດ ຫລື ເຊື່ອມຈອດ ກັບອາຊຽນໂດຍຄາດຄະເນວ່າມີ ປະຊາກອນຫລາຍກວ່າ 300 ລ້ານ ກວ່າຄົນ ເຊິ່ງເມື່ອຈີນເປີດ ປະເທດ ຈະເຮັດໃຫ້ກຸ່ມຄົນເຫລົ່ານັ້ນມີການ ເຄື່ອນໄຫວເດີນທາງອອກໄປທ່ອງ ທ່ຽວ, ໄປຕິດຕໍ່ພົວພັນຄ້າຂາຍ ແລະ ເຮັດທຸລະກິດຫລາຍຂຶ້ນ. ຕາມຂໍ້ມູນສະຖິຕິການທ່ອງ ທ່ຽວຈາກະຊວງຖະແຫລງຂ່າວວັດ ທະນະທໍາ ແລະ ທ່ອງທ່ຽວໄດ້ລາຍ ງານຫວ່າງບໍ່ດົນມານີ້ວ່າ: ຕົວເລກ ຈໍານວນນັກທ່ອງທ່ຽວເດີນທາງລະ ຫວ່າງເດືອນມັງກອນ ແລະ ເດືອນ ກັນຍາເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນນັ້ນ ມີຄົນຕ່າງປະເທດ 644.756 ຄົນ ແລະ ຄົນລາວ 1 ລ້ານກວ່າຄົນ. ສໍາ ລັບຈໍານວນຄົນລາວ ທີ່ເດີນທາງ ໃນທົ່ວປະເທດເພີ່ມຂຶ້ນ 39% ເມື່ອ ທຽບກັບ 9 ເດືອນທໍາອິດຂອງປີ 2021. ລາຍຮັບທີ່ເກັບກໍາໄດ້ຕົວຈິງ ຈາກນັກທ່ອງທ່ຽວພາຍໃນ 117 ລ້ານໂດລາສະຫະລັດ ສ່ວນລາຍ ຮັບເກັບກໍາໄດ້ຈາກຈໍານວນນັກທ່ອງ ທ່ຽວຕ່າງປະເທດ 100 ລ້ານກວ່າ ໂດລາສະຫະລັດ, ໂດຍນັກທ່ອງ ທ່ຽວຈາກອາຊຽນກວມເອົາ 89% ຂອງຈໍານວນທັງໝົດ, ສ່ວນທີ່ ເຫລືອນັ້ນມີນັກທ່ອງທ່ຽວ 9.800 ກວ່າຄົນ ຈາກສະຫະລັດອາເມລິກາ ກວມເອົາ1.52%ແລະຈາກອາຟຣິ ກາ ແລະ ຕາເວັນອອກກາງ, ກວມ ເອົາ0.41%ໃນ3ເດືອນທີ່ຜ່ານມາ. ສປປ ລາວ ກໍເປັນອີກປະເທດ ໜຶ່ງໃນອາຊຽນ ແລະ ໃນໂລກທີ່ມີ ແຫລ່ງທ່ອງທ່ຽວດ້ານທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ວິຖີຊີວິດຂອງຄົນແບບດັ້ງເດີມທີ່ ໜ້າສົນໃຈ ແລະ ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວຕ່າງປະເທດ ຢ່າງກວ້າງຂວາງຈົນເຮັດໃຫ້ ວາ ລະສານສາກົນ ແລະ ສື່ສາກົນ ຂອງປະເທດສະຫະລັດ ລວມທັງ ປະເທດອັງກິດຍົກໃຫ້ ສປປ ລາວ ເປັນຈຸດໝາຍປາຍທາງຍອດນິຍົມ ແລະ ໜ້າຄົ້ນຫາທີ່ຄວນໄປສໍາຜັດ ໃຫ້ໄດ້ໃນປີ 2023. ທ່ານ ຈັນສະໝອນ ທິບພະຈັນ ຮອງຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນາທໍາແລະທ່ອງທ່ຽວ (ຖວທ)ແຂວງຫລວງພະບາງໃຫ້ ສຳພາດຕໍ່ທີມງານບັນທຶກຄວາມ ຮັກແພງຕາມເສັ້ນທາງລົດໄຟ ລາວ- ຈີນ ທີ່ເຄື່ອນໄຫວເຮັດວຽກຢູ່ແຂວງ ຫລວງພະບາງໃນວັນທີ 21 ພະຈິກ 2022 ນີ້ວ່າ: ໃນໄລຍະ10 ເດືອນຕົ້ນປີ2022 ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ຫລວງພະບາງ ຜ່ານເສັ້ນທາງລົດ ໄຟລາວ-ຈີນ ມີທັງໝົດ 335.794 ເທື່ອຄົນກວມເອົາ 85,27%. ນອກ ນັ້ນແມ່ນເດີນທາງຜ່ານສາຍການ ບິນ, ຜ່ານທາງລົດ ແລະ ທາງເຮືອ. ໃນນັ້ນ,ມີນັກທ່ອງທ່ຽວພາຍໃນ 253.000 ກວ່າເທື່ອຄົນ ແລະ ນັກທ່ອງທ່ຽວສາກົນມີ 140.000 ກວ່າເທື່ອຄົນ ໄດ້ສ້າງລາຍຮັບໃຫ້ ແກ່ຂະແໜງການທ່ອງທ່ຽວໄດ້ທັງ ໝົດ 138 ລ້ານກວ່າໂດລາ. ທ່ານຮອງຫົວໜ້າພະແນກຖວທ ແຂວງຫລວງພະບາງຍັງກ່າວວ່າ: ນັບແຕ່ເປີດປະເທດວັນທີ 9 ພຶດ ສະພາ 2022 ເປັນຕົ້ນມາ, ສະພາບ ການພັດທະນາ ແລະ ສົ່ງເສີມການ ທ່ອງທ່ຽວ ໄດ້ຄ່ອຍໆຟື້ນຕົວດີຂຶ້ນ ເປັນກ້າວໆ. ຄືຮູ້ນໍາກັນແຂວງຫລວງ ພະບາງກໍເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໂດຍປັດຈຸບັນ ພວກ ເຮົາມີເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການສັງຄົມແລ້ວ ເກືອບຄົບຮອບ 1 ປີ ເຊິ່ງນັ້ນມັນຍິ່ງ ຈະເອື້ອອໍານວຍຄວາມສະດວກສະ ບາຍ, ປະຢັດເວລາ ແລະ ປະຢັດຄ່າ ໃຊ້ຈ່າຍໃຫ້ຜູ້ເດີນທາງມີທາງເລືອກ ເພີ່ມຂຶ້ນທີ່ໜ້າສົນໃຈ. ພ້ອມນີ້ຍັງມີ ການເປີດສາຍການບິນບໍລິການລະ ຫວ່າງປະເທດ, ພາກພື້ນ ແລະ ສາ ກົນ, ເຊື່ອວ່າອີກປະມານ 2 ເດືອນຕໍ່ ໜ້ານີ້ ຈະມີກິດຈະກໍາສະຫລອງບຸນ ປີໃໝ່ຂອງເຜົ່າກຶມມຸ, ເຜົ່າມົ້ງ ເຊິ່ງ ຄາດວ່າຈະມີນັກທ່ອງທ່ຽວທີ່ເຂົ້າ ມາທ່ຽວຊົມແຂວງຫລວງພະບາງ ເພີ່ມອີກປະມານ 1 ແສນກວ່າ ເທື່ອ ຄົນ ແລະ ຈະສ້າງລາຍຮັບໃຫ້ຂະ ແໜງການທ່ອງທ່ຽວ ໄດ້ຕື່ມອີກ 200 ລ້ານກວ່າໂດລາ. ປັດຈຸບັນ, ແຂວງຫລວງພະບາງ ປະກອບມີແຫລ່ງທ່ອງທ່ຽວທັງໝົດ 228 ແຫ່ງ, ແຫລ່ງທ່ອງທ່ຽວທາງ ດ້ານທໍາມະຊາດ111ແຫ່ງ, ວັດທະ ນະທໍາ 78 ແຫ່ງ, ປະຫັວດສາດ 39 ແຫ່ງ ໄດ້ເປີດບໍລິການແລ້ວ 158 ແຫ່ງ. * ເວລາໃດພັກ-ລັດເຮົາ ກໍມີນະໂຍ ບາຍສົ່ງເສີມຜະລິດຕະພັນລາວ ໃຫ້ນັບ ມື້ຂະຫຍາຍຕົວ ເພື່ອຊຸກຍູ້ເສດຖະກິດ ລາວໃຫ້ເຂັ້ມແຂງ ຊຶ່ງກໍເປັນເງື່ອນໄຂ ໃຫ້ສິນຄ້າລາວຫລາຍປະເພດ, ຫລາຍ ຍີ່ຫໍ້ມີການພັດທະນາຢ່າງຕໍ່ເນືອງ ຈົນມີ ຊື່ສຽງແລະ ສາມາດຄອງໃຈຜູ້ບໍລິໂພກ ຢູ່ພາຍໃນປະເທດ ແລະ ຕ່າງແດນ ທັງ ກໍມີຜະລິດຕະພັນທີ່ໄດ້ຮັບການຢັ້ງ ຢືນຄຸນນະພາບລະດັບໂລກ ນັ້ນກໍຄື ຊາ ຈາກສວນຊາ 36 ທີ່ຜະລິດ ແລະ ຈໍາ ໜ່າຍໂດຍ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ. ໂດຍນັບແຕ່ປີ 2003 ເປັນຕົ້ນມາ ງານວາງສະແດງ ຊາໂລກ ໄດ້ຈັດຂຶ້ນ ທຸກໆປີ ຊຶ່ງເປັນ 1 ໃນ 50 ງານວາງ ສະແດງສາກົນທີ່ຍິ່ງໃຫຍ່ທີ່ສຸດໃນອາ ເມລິກາເໜືອ, ງານແຕ່ລະປີແມ່ນໄດ້ ດຶງດູດຜູ້ເຂົ້າຮ່ວມຈາກຫລາຍເຊື້ອ ຊາດນັບຮ້ອຍລ້ານຄົນ, ນັກຊື້ມືອາຊີບ ຈາກ 50 ກວ່າປະເທດ ແລະ ຮ້ານວາງ ສະແດງຈາກຫລາຍຮ້ອຍແຫ່ງທົ່ວ ໂລກ ຊຶ່ງໃນປັດຈຸບັນເປັນງານວາງສະ ແດງສິນຄ້າອຸດສາຫະກຳສາກົນທີ່ມີ ຫລາຍປະເທດເຂົ້າຮ່ວມ. ເມື່ອເດືອນ ກັນຍາ ປີ 2021, ຄະນະກຳມະການ ຈັດຕັ້ງລາງວັນອຸດສາຫະກຳ ຊາໂລກ ໄດ້ທົບທວນປະຫວັດຂອງບໍລິສັດ, ປະລິມານການຜະລິດ, ຄຸນນະພາບ ຂອງຜະລິດຕະພັນ, ສະພາບແວດລ້ອມ ທ້ອງຖິ່ນທີ່ເປັນເອກະລັກ, ພາຊະນະ ການຫຸ້ມຫໍ່ ແລະ ມາດຕະຖານສາກົນ 2021 ປະເພດຊາແດງ ໃຫ້ແກ່ຊາ ຂອງສວນຊາ 36. ບໍລິສັດ ລາວທີຊິກມາເນີ ການ ຄ້າ ຂາເຂົ້າ-ຂາອອກ ຈຳກັດ ແມ່ນໄດ້ຮວບ ຮວມການອະນຸຮັກ, ເກັບກ່ຽວຜະລິດ ແລະ ຈຳໜ່າຍຊາບູຮານ ໄດ້ຢືນຢັນທີ່ ຈະກະຈາຍຜະລິດຕະພັນ ຊາທຳມະ ຊາດຂອງປະເທດລາວທີ່ປອດສານ ພິດ, ອຸດົມສົມບູນໄປດ້ວຍຄຸນປະໂຫຍດ ໃຫ້ຄົນໃນທ້ອງຖິ່ນ ແລະ ຕ່າງຊາດ ໄດ້ ດື່ມ ໂດຍຮັບປະກັນຄຸນນະພາບຂອງຜະ ລິດຕະພັນ ແມ່ນໄດ້ຜ່ານການກວດກາ ມາດຕະຖານສາກົນຂອງສະຫະພາບ ເອີຣົບ, ໃບຢັ້ງຢືນກະສິກຳອິນຊີ, ໃບ ຢັ້ງຢືນແຫລ່ງກຳເນີດຂອງລາວ ແລະ ອື່ນໆ ໄດ້ເຮັດໃຫ້ຊາບູຮານຂອງສວນ ຊາ 36 ກາຍເປັນຕົວແທນຊາລາວ ໃນ ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 18, ງານວາງສະແດງສິນຄ້າ ນຳ ເຂົ້າສາກົນຈີນ ຄັ້ງທີ 4, ງານວາງ ສະແດງໂລກ ທີ່ເມືອງດູໄບ ສະຫະລັດ ອາຣັບເອເມເຣັດ ແລະ ຍັງເປັນທີ່ຕ້ອງ ການຂອງຄົນຮັກຊາຈາກທົ່ວທຸກມູມ ໂລກ. ພິທີມອບລາງວັນຊະນະເລີດ ຫລຽນຄຳຊາໂລກ ແມ່ນຈັດຂຶ້ນໃນ ນະ ຄອນຫລວງ ນິວຢອກສະຫະລັດອາ ເມລິກາ ໃນຕົ້ນປີ 2022 ຊຶ່ງຊາຂອງ ສວນຊາ 36 ໄດ້ຮັບລາງວັນຊະນະເລີດ ປະເພດຊາແດງ ເພື່ອຢັ້ງຢືນຄຸນນະ ພາບຂອງຊາຈາກສວນຊາ 36 ທ່ານ Robert ປະທານສະມາຄົມຊາໂລກ ໄດ້ກ່າວວ່າ: ຊາຈາກສວນຊາ 36 ເປັນຊາທີ່ມີຄຸນນະພາບດີ, ປອດສານ ພິດ, ມີຂະບວນການຜະລິດທີ່ເອົາໃຈ ໃສ່ເປັນພິເສດ, ມີວັດທະນະທຳ ແລະ ທຳມະຊາດທີ່ເປັນເອກະລັກ. ນີ້ນັບວ່າເປັນອີກໜຶ່ງຜະລິດຕະພັນ ຄຸນນະພາບ ທີ່ມີຕົ້ນກໍາເນີດໃນລາວ ທ່ານທີ່ສົນໃຈກໍສາມາດຫາຊື້ຫາຊີມ ໄດ້ ສໍານັກງານ ບໍລິສັດ ລາວທີຊິກມາ ເນີ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ ຜະລິດ ແລະ ຈໍາໜ່າຍ ຕັ້ງຢູ່ບ້ານໜອງ ໄຮ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ. ອື່ນໆຂອງຫລາຍໆບໍລິສັດທີ່ເຂົ້າຮ່ວມ ແລະ ສຸດທ້າຍຄະນະກຳມະການ ກໍໄດ້ ຕັດສິນມອບລາງວັນຊະນະເລີດໃນປີ
RkJQdWJsaXNoZXIy MTc3MTYxMQ==