2038

29/05/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ຄັດຈາກປ້ຶມບັນດາຊົນເຜົ່າໃນ ັ້ຶັົົ່ ສປປ ລາວ gvdt]a d c]t Iu f7v'xtgrou 0v'-q ogzqj kz6h wm fvdw,h xtfy f de]a 'gxa omuj lq o.99kd]6 d7h krkp.o{8j k'xtgmf *ຜະລິດຕະພັນດອກໄມ້ຖືເປັນ ອີກຜະລິດຕະພັນໜຶ່ງທີ່ຜະລິດຈາກ ວັດຖຸດິບ (ດິນຍີ່ປຸ່ນ) ນໍາເຂົ້າຈາກ ປະເທດຍີ່ປຸ່ນ ກຳລັງໄດ້ຮັບຄວາມ ສົນໃຈຈາກສັງຄົມ ກໍຄື ລູກຄ້າທັງ ພາຍໃນ-ຕ່າງປະເທດ, ດ້ວຍສີໄມ້ ລາຍມືຂອງຄົນລາວທີ່ຜະລິດອອກ ມາຢ່າງມີຄວາມປານີດ ແລະ ມີ ຄວາມສວຍສົດງົດງາມເຮັດໃຫ້ຖືກ ຕາຕ້ອງໃຈຂອງຫລາຍຄົນເວລາ ນໍາເອົາຜະລິດຕະພັນດັ່ງກ່າວໄປ ຕົບແຕ່ງປະດັບປະດາເອ້-ຢ້ອງ. ທ່ານ ນາງ ສຸດຖະໜອມ ວິສີ *ຊົນເຜົ່າຜູ້ໄທ ມີຊື່ເອີ້ນ ວ່າ: ຜູ້ໄທ ເຂົາເຈົ້າມັກເອີ້ນຕົນເອງ, ຊົນເຜົ່າ ອື່ນເອີ້ນ ແລະ ຊື່ໃຊ້ທາງລັດຖະການ ກໍແມ່ນ “ຜູ້ໄທ”. ທີ່ມາຈາກຄຳສັບ ທີ່ວ່າ: ໄທ້ , ໄທ ຫລື ໄຕ ຫລື ອີກ ຢ່າງໜຶ່ງມາຈາກຄຳສັບໄທພູ, ໝາຍ ຄວາມວ່າຊົນເຜົ່ານີ້ໄດ້ອົບພະຍົບໄປ ຕາມສາຍພູແລ້ວລົງຕັ້ງບ້ານເຮືອນ ຢູ່ເຂດທົ່ງພຽງ ແລະ ແຄມແມ່ນ້ຳ ຊື່ ໄທພູ ແມ່ນບໍ່ເໝາະສົມກັບສະຖານທີ່ ຢູ່ອາໄສຂອງພວກເຂົາເຈົ້າ ຈຶ່ງ ຫັນມາເອີ້ນຊື່ໃຫ້ຖືກຕ້ອງ ແລະ ເໝາະສົມກັບສະພາບຄວາມເປັນ ນ້ຳເບີ, ນ້ຳຄາມ, ສັກຂາລາຍ; ແມ່ ຍິງນຸ່ງສິ້ນມີຫົວ, ສິ້ນມຸກ, ສິ້ນມັດ ໝີ່, ເສືອດຳມີສັບລາຍ, ຄໍລາຍ, ໃສ່ ກະຕິ່ງເງິນ, ແພກະຊະ, ແພຕາລ່ອງ ຄຽນຫົວ, ຜ້າບ່ຽງ, ບາງຊະນິດໃຊ້ ເວລາເຮັດ 1-2 ປີ, ມີກະຈ້ອນໃສ່ ຫູ, ກ້ອງແຂນ, ເກີບ; ໃນເມື່ອກ່ອນ ໃສ່ເກີບໜັງຄວາຍ, ເກີບສູງເຮັດ ດ້ວຍໄມ້ກະເດົາ, ໄມ້ຕີນເປັດ. ຕາມ ປົກກະຕິແລ້ວອາຫານການກິນ, ດື່ມ ຂອງຊົນເຜົ່າຜູ້ໄທມັກເຜັດ, ພາເຂົ້າ ແຕ່ລະເທື່ອຂາດແຈ່ວບໍ່ໄດ້, ພາເຂົ້າ ຈະບໍ່ໃຫ້ວາງກ້ອງຂື່ເຮືອນ. ຕາມຄວາມເຊື່ອຂອງຊົນເຜົ່າຜູ້ ໄທມີຮີດຄອງປະເພນີຫລວງຫລາຍ ທີ່ອຸດົມສົມບູນ; ໃນນັ້ນ ມີທັງພຸດ ທະສາສະໜາ ແລະ ຜີຄຽງຄູ່ກັນ ໄປຕ່າງແຕ່ພາກປະຕິບັດຕົວຈິງ ຄື: ສາສະໜາພຸດຢູ່ວັດ ແລະ ຜີຢູ່ ເຮືອນ ຊຶ່ງມັນສະແດງອອກຢູ່ແຕ່ລະ ເຮືອນຈະມີຮ້ານບູຊາຜີ, ການເສັ້ນ, ການເຢົາ ແລະ ອື່ນໆ ກໍຍັງເປັນ ສິ່ງຈຳເປັນເປັນການດຳລົງຊີິວິດ ແລະ ການບູຊາ ຫລື ການລ້ຽງຜີ ພໍ່ແມ່, ຜີທີ່ມີອຳນາດປົກປັກຮັກສາ ບ້ານເມືອງໃຫ້ມີຄວາມຢູ່ເຢັນເປັນ ຈິງ ຈຶ່ງກາຍມາເປັນ “ຜູ້ໄທ” ຈົນ ເຖິງປັດຈຸບັດນີ້. ຊົນເຜົ່າຜູ້ໄທ ໃນສະໄໝກ່ອນຈະ ຕັ້ງບ້ານແມ່ນໄດ້ຊອກຫາມື້ສັນວັນ ດີແລ້ວຂຸດຂຸມປັກໄມ້ເອົາເມັດເຂ້ົ້າ ຈຸ້ມຫົວໃສ່ກັນ, ຖ້າເມັດເຂ້ົາສານ ບໍ່ຫັກ, ບໍ່ເປື່ອຍ, ບໍ່ແຍກອອກຈາກ ກັນແມ່ນຕັ້ງບ້ານໄດ້. ລັກສະນະ ເຮືອນຂອງຊົນເຜົ່າຜູ້ໄທ ເປັນເຮືອນ ຮ້ານ 3 ຫລັງຕິດກັນຄື: ເຮືອນ ນອນ, ເຮືອນເຊຍ, ເຮືອນໄຟມີຊານ (ເຮືອນຄົວ), ມີ 9 ເສົາ, ມີ 3 ຫ້ອງ ນອນ, ມີປະຕູເຂົ້າ-ອອກ 2 ປ່ອງ ແລະ ປ່ອງຢ້ຽມ 2 ປ່ອງ, ຫ້ອງ ນອນຈະເປັນຫ້ອງທຳມະດາຂັ້ນ ດ້ວຍຝາ ທາງສົ້ນເບື້ອງໜຶ່ງຈະມີ ຫ້ອງໂຖງ ຊຶ່ງເປັນຫ້ອງມີຮ້ານບູຊາ ທັງເປັນບ່ອນນອນຂອງແຂກ ແລະ ລູກຊາຍ, ຖ້າລະບົບເຮືອນນ້ອຍ ເຕົາໄຟເອົາໄວໃນ, ຄົກຕຳເຂົ້າເພ່ິນ ຈະເຮັດຕ່າງຫາກ. ເຄື່ອງນຸ່ງຫົ່ມ ຂອງຊົນເຜົ່າຜູ້ໄທ ສຳລັບຜູ້ຊາຍນຸ່ງ ໂສ້ງສີດຳໝໍ້ນິນມັດຫົວ, ຜ້າສະໂລ່ງ, ຜ້າຫາງ, ເສື້ອດຳໝໍ້ນິນ ທີ່ຍ້ອມດ້ວຍ ສຸກກໍແມ່ນຫໍບ້ານ (ຜີບ້ານ) ແຕ່ລະ ປີຊາວບ້ານກໍຈະພາກັນຈັດພິທີລ້ຽງ ເປັນປະຈຳ. ຄຽງຄູ່ກັບການເຊື່ອຖືຜີ ຍັງມີພຸດທະສາສະໜາ ຊຶ່ງເປັນສູນ ວັດທະນະທຳ ແລະ ຂະນົບທຳນຽມ ທີ່ດີງາມມາແຕ່ບູຮານນະການຂອງ ຊົນເຜົ່າຜູ້ໄທ ແລະ ລາວ. ສຳລັບ ງານບຸນປະຈຳຂອງຊົນເຜົ່າຜູ້ໄທ ໂດຍທົ່ວໄປແລ້ວແມ່ນອີງຕາມ ປະຕິທິນລາວ ແລະ ໄດ້ຈັດງານ ບຸນຕາມແຕ່ລະເດືອນຄືກັນກັບເຊົາ ເຜົ່າລາວໃນຮອບວຽນປີໜຶ່ງ (12 ເດືອນ). ດ້ານສິລະປະ-ວັນນະຄະດີ ແມ່ນມີຫລາຍຢ່າງເປັນຕົ້ນ ແຄນ, ກອງ, ກະຈັບປີ່, ຊໍ ແລະ ອື່ນໆ, ມີ ຄຳພະຫຍາ, ຄຳສຸພາສິດ, ກອນຂັບ, ກອນລຳ ແລະ ວາດຟ້ອນໄປຕາມ ຈັງຫວະໃນເວລາມີພິທີກຳ, ການ ເຢົາ ແລະ ອື່ນໆ, ມີພາສາປາກເວົ້າ ຄືກັນກັບຊົນເຜົ່າອື່ນໆ ບໍ່ມີຕົວໜັງສື ຂຽນ ແລະ ຈັດເຂົ້າໃນໝວດພາສາ ລາວ-ໄຕ. ສົມບັດ ຜູ້ບໍລິຫານຮ້ານມະນີລາ ໄມ້ປະດິດ, ບ້ານໜອງບຶກ, ເມືອງ ສີໂຄດຕະບອງ, ນະຄອນຫລວງ ວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໂອກາດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ (ໂອດັອບ) ແລະ ສິນຄ້າຄອບຄົວຕົວແບບຄັ້ງທີ XI ປະຈຳປີ 2025 ທີ່ສູນການຄ້າລາວໄອເຕັກນະຄອນຫລວງວຽງຈັນວ່າ: ເພື່ອເປັນການໂຄສະນາສິນຄ້າໃຫ້ ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ ຕົນ ເອງກໍດີໃຈຫລາຍທີ່ໄດ້ມີໂອກາດ ນຳເອົາຜະລິດຕະພັນດັ່ງກ່າວມາ ຮ່ວມວາງສະແດງໃນງານຄັ້ງນີ້ ຊຶ່ງສິນຄ້າທີ່ທາງຮ້ານຜະລິດຈະມີ ປະເພດດອກໄມ້ ແລະ ຕົ້ນໄມ້ປະດິດ ເປັນຕົ້ນແມ່ນດອກໄມ້-ຕົ້ນໄມ້ມຸງຄຸນ ເຊັ່ນ: ດອກຈຳປາ, ດອກຮັກ, ດອກ ດາວເຮືອງ, ດອກບົວ, ຕົ້ນເຂົ້າ (ໃຊ້ເວລາປະມານ 2 ເດືອນ), ຕົ້ນ ກ້ວຍ, ຕົ້ນໝາກຍົມ, ຕົ້ນໝາກມີ້, ຕົ້ນ ໝາກພິລາ, ຕົ້ນໝາກກ້ຽງ, ດອກ ເຫັດ ແລະ ອື່ນໆ. ຈຸດປະສົງຂອງ ການທີ່ຜະລິດຕົ້ນໄມ້ປະດິດອອກ ມານີ້ ກໍເພື່ອສະດວກໃນການນຳໄປ ໃຊ້ປະດັບເອ້ຢ້ອງຢູ່ພາຍໃນເຮືອນ, ສຳນັກງານ, ບໍລິສັດ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ແລະ ສະຖານ ທີ່ອື່ນໆ. ຕົນເອງໄດ້ເລີ່ມຜະລິດ ມາແຕ່ປີ 2010 ເປັນຕົ້ນມາຈຸດ ກຳເນີດຂອງແນວຄວາມຄິດດັ່ງ ກ່າວມາຈາກການໄປເຂົ້າຮ່ວມງານ ໂອດັອບ, ຝຶກອົບຮົມຢູ່ປະເທດໄທ ແລະ ດ້ວຍໃຈມັກ-ຮັກ ຈາກນັ້ນໄດ້ ມາສິດສອນທັງປະດິດ-ຄິດຄົ້ນໄປ ກັບການປະຕິບັດຕົວຈິງ. ທ່ານ ນາງ ສຸດຖະໜອມ ວິສີ ສົມບັດ ກ່າວຕື່ມວ່າ: ການຜະລິດ ດອກໄມ້ປະດິດມັນກໍບໍ່ຕ່າງຈາກ ການຈົກລາຍແບບຂອງການຕໍ່າ ສິ້ນ, ຖ້າເຮົາຮູ້ລາຍໃດໜຶ່ງແລ້ວລາຍ ອື່ນໆກໍຈະຄ້າຍໆກັນ, ເຖິງແນວໃດ ກໍດີການທີ່ໄດ້ນໍາເອົາບົດຮຽນໄປ ເຜີຍແຜ່ຖ່າຍທອດຄວາມຮູ້ໃຫ້ກັບ ປະຊາຊົນ ຈໍານວນ 6 ຄອບຄົວ ຢູ່ ບ້ານໜອງບຶກ, ບ້ານໜອງບົວທອງ ແລະ ບ້ານຕານມີໄຊ ໃນນາມເປັນຜູ້ ຜະລິດແມ່ນມີຄວາມພູມໃຈຫລາຍ ໂດຍຕົນເອງຈະເປັນຜູ້ອອກແບບ ໃຫ້. ນັບແຕ່ເລີ່ມດໍາເນີນວຽກງານ ດັ່ງກ່າວມາຮອດປັດຈຸບັນມີຫລາຍ ກວ່າ 50 ຊະນິດ, ສ່ວນລາຄາຜະ ລິດຕະພັນເລີ່ມຕົ້ນແມ່ນ: ເຂັມຂັດ ເສື້ອ-ປິ່ນປັກຜົມລາຄາ 25.000 ກີບ, ຕົ້ນເຂົ້າລາຄາ 7.000.000 ກວ່າກີບ, ໝາກເບັງປະດັບດ້ວຍຈໍາ ປາ, ດອກດາວເຮືອງ ຂາຍໃນລາຄາ ເລີ່ມຕົ້ນປະມານ 3.000.000 ກີບ ແລະ ອື່ນໆ, ແຕ່ທຽບໃສ່ຜົນຕອບ ຮັບຈາກສັງຄົມ ກໍຄື ຄວາມຕ້ອງ ການຂອງລູກຄ້າແລ້ວເຫັນວ່າຜະ ລິດຕະພັນແມ່ນໄດ້ຂາຍດີ. ຄຽງຄູ່ ກັບການຜະລິດອອກຈໍາໜ່າຍແລ້ວ ຍັງຮັບສິດສອນ ແລະ ຈໍາໜ່າຍ ອຸປະກອນຕື່ມອີກ, ໃນນັ້ນ ແຮງງານ ຜະລິດມີພຽງ 4-5 ຄົນເທົ່ານັ້ນ, ສ່ວນຜະລິດຕະພັນດອກບົວບູຊາ ແມ່ນຂາຍໄດ້ຕະຫລອດເພາະວ່າ ສັງຄົມນິຍົມຊື້ຫລາຍ; ສະເລ່ຍ ແລ້ວເດືອນໜຶ່ງໆ ລາຍຮັບປະມານ 30.000.000 ກີບ. ນອກຈາກ ຜະລິດໃຫ້ລູກຄ້າພາຍໃນແລ້ວຍັງມີ ຍອດສັ່ງຈ່ອງຂອງລູກຄ້າຕ່າງປະ ເທດນຳອີກເປັນຕົ້ນລູກຄ້າຈາກປະ ເທດຍີ່ປຸ່ນ ແລະ ປະເທດຝຣັ່ງ. ໃນແຜນຕໍ່ໜ້າຮ້ານມະນີລາໄມ້ ປະດິດ ຈະຕັ້ງໃຈໃນການຜະລິດ ສິນຄ້າໃຫ້ຫລາກຫລາຍຂຶ້ນຕ່ືມ ເພື່ອ ຕອບສະໜອງຕໍ່ຜູ້ຊົມໃຊ້, ຈະເຮັດ ພາຂັວນ-ໝາກເບັງທີ່ມີຄວາມສູງ, ທ່ານໃດຫາກມີຄວາມສົນໃຈງານ ດອກໄມ້ ແລະ ຕົ້ນໄມ້ງາມໆທີ່ຜະລິດ ຈາກວັດຖຸດິບໄປໄວ້ຕົບແຕ່ງ-ເອ້ ຢ້ອງພາຍໃນເຮືອນ ຫລື ສຳນັກງານ ຫ້ອງການຕ່າງໆກໍສາມາດຫາຊື້ໄດ້ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ1 ຂາຍປະຈໍາໃນທຸກວັນ ຫລື ຈະໂທ ສັ່ງໄດ້ທີ່ເບີໂທ: 020 54632666 ໃນໂມງລັດຖະການ. ໂດຍ: ມາລິດາິ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==