5949

07 xtgmf]k; gsfdko{dkora fmtok a 29/08/2024 ພາບ-ຂ່າວ: ວັນນະເດດ ່ າັ ນ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນໃຫ້ຮູ້ວ່າ: ໃນໄລຍະ7ເດືອນ ຜ່ານມາ ຫ້ອງການພາຍໃນ ເມືອງ ທຸລະຄົມ ແຂວງວຽງຈັນ ສາມາດ ເຄື່ອນໄຫວເກັບກໍາຂໍ້ມູນຈົດທະບຽນ ການເກີດໄດ້ 10.963 ຄົນ ແລະ ຈົດທະບຽນການເສຍຊີວິດໄດ້ 358 ຄົນ, ຄິດໄລ່ເປັນເປີເຊັນ ເທົ່າກັບ 70,37%, ຊຶ່ງຕົວເລກແຜນການ ວາງໄວ້ 15.579 ຄົນ. ທ່ານ ປໍຢ່າງ ວື່ຈົ່ງຊື່ ຫົວໜ້າ ຫ້ອງການພາຍໃນ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ເມື່ອບໍ່ດົນມາ ນີ້ວ່າ: ຫລັງຈາກມີແຈ້ງການຂອງ ຫ້ອງການ, ກະຊວງພາຍໃນ ສະບັບ ເລກທີ 234/ຫກ, ລົງວັນທີ 28 ເມສາ 2023 ກ່ຽວກັບການຈັດຕັ້ງ ປະຕິບັດ ໂຄງການເກັບກໍາຂໍ້ມູນ ຈົດທະບຽນການເກີດ ແລະ ການ ເສຍຊີວິດ ຂອງພົນລະເມືອງຢູ່ແຕ່ລະ ບ້ານແບບເຄື່ອນທີ່, ຊຶ່ງໄລຍະຜ່ານ ມາ, ຫ້ອງການພາຍໃນ ເມືອງທຸລະ ຄົມ ໄດ້ຜັນຂະຫຍາຍແຈ້ງການ ສະບັບດັ່ງກ່າວ ມາເປັນຂອງຂັ້ນ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນເດືອນ ສິງຫາ 2024 ຢູ່ເມືອງໂຂງ ແຂວງ ຈຳປາສັກ ໄດ້ມີຄະດີອາຍາເກີດຂຶ້ນ ແລະ ສາມາດມ້າງໄດ້ທັງໝົດ 11 ກໍລະນີໃນນີ້, ລັກຊັບ 07 ກໍລະນີ, ທຳຮ້າຍຮ່າງກາຍ 02 ກໍລະນີ, ການ ຂູ່ຈະຄາດຕາກຳ 01 ກໍລະນີ, ການ ຫາປາໂດຍບໍ່ຖືກຕ້ອງຕາມບຽບ ກົດໝາຍ 01 ກໍລະນີ ລວມມູນຄ່າ ເສຍຫາຍ 35 ລ້ານກວ່າກີບ ພ້ອມ ນີ້, ສາມາດເກັບກູ້ຄືນໄດ້ເປັນລົດຈັກ 01 ຄັນ, ວັດຖຸທີ່ເປັນເຄື່ອງຂອງ ກາງ: ເຄື່ອງຊ໋ອດ 01 ເຄື່ອງ, ເຮືອ ກາບ 01 ລຳ, ຈັກເຮືອ 01 ໜ່ວຍ, ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວໃຫ້ຮູ້ວ່າ:ໃນສົກຮຽນ2023- 2024, ການເຂົ້າຮຽນໃນຊັ້ນການ ສຶກສາກ່ອນໄວຮຽນ ຢູ່ເມືອງປາກ ທາ ແຂວງບໍ່ແກ້ວ ມີທ່າອ່ຽງທີ່ດີ ຂຶ້ນເລັກນ້ອຍເມື່ອທຽບໃສ່ສົກຮຽນ ຜ່ານມາ. ການຂະຫຍາຍຕາໜ່າງ ການສຶກສາກ່ອນໄວຮຽນ ຍັງສືບຕໍ່ ພົບຄວາມຫຍຸ້ງຍາກ ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ຫ່າງໄກສອກ ຫລີກ ເປັນຜົນເຮັດໃຫ້ຈໍານວນຫ້ອງ ຮຽນຫລຸດລົງ ໃນສົກຮຽນ 2023- 2024ຈໍານວນຫ້ອງຮຽນອະນຸບານ ຫລຸດລົງເຖິງ 3 ແຫ່ງ ແລະ ຈໍານວນ ນັກຮຽນໃນຊັ້ນການສຶກສາກ່ອນໄວ ຮຽນ ໄດ້ຫລຸດລົງຈາກ 898 ຄົນ ມາເປັນ 887 ຄົນ; ອັດຕາເຂົ້າຮຽນ ຂອງເດັກອາຍຸ 5 ປີ ຈາກ 93,45% ຫລຸດລົງມາເປັນ 84,10%. ທ່ານ ສົມບຸນ ທະວີສັກ ຮອງ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງປາກທາ ລາຍງານ ໃນກອງປະຊຸມ ຜູ້ບໍລິຫານການສຶກ ສາວິທະຍາສາດແລະກິລາທົ່ວເມືອງ ປະຈຳສົກຮຽນ 2023-2024 ໃນ ວັນທີ 27 ສິງຫາ 2024 ນີ້ວ່າ: ທົ່ວ ເມືອງມີໂຮງຮຽນປະຖົມທັງໝົດ 33 ແຫ່ງ ໃນນີ້, ມີໂຮງຮຽນມູນ 2 ແຫ່ງ ນັກຮຽນ 2.423 ຄົນ ທຽບ ໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນ 58 ຄົນ, ອັດຕາປະລະຊັ້ນປະຖົມຈາກ 7,23% ຫລຸດລົງມາເປັນ 3,4%, ອັດຕາເຂົ້າຮຽນສຸດທິຈາກ99,57% ຫລຸດລົງມາເປັນ 97,51%, ອັດ ຕາເລື່ອນຂັ້ນ-ຈົບຊັ້ນປະຖົມຈາກ 89,45%ເພີ່ມຂຶ້ນມາເປັນ95,20%, ອັດຕາເລື່ອນຊັ້ນ ປ5 ຫາ ມ1 ຈາກ 0,92%ມາເປັນ 0,92% (ຄາດ ໝາຍ 1%). ໂຮງຮຽນມັດທະຍົມ ຕອນຕົ້ນ (ມຕ) ທັງໝົດ 5 ແຫ່ງ ໃນ ນີ້, ນັກຮຽນຊັ້ນ ມຕ ມີ 1.070 ຄົນ ທຽບໃສ່ສົກຮຽນຜ່ານມາ ຫລຸດລົງ pa’lk,kfIv’Ia[oadmjv’mjP;wfh1jk’rP’r= rP' 1 gfn vo g,n v'30' ,u 7tfu vkpkgdu f0B o 11 d= ]tou dkog0Q kIPo.o-A olb dlkdj vow;IPo 16j g,n v'xkdmk ,u mj kvj P'muj fu 0B o g-dv' gvq k.9.lj xa [x5 ' 75 ootrk[dkoIPodkolvo g,n v'm5 ]t7q , 4n le7a odko9q fmt[Podkogdu f c]t glp-u ;y fc[[g7nj vomuj 16j 0A o[h ko ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ເຊກອງ ໄດ້ເອົາໃຈ ໃສ່ຂະຫຍາຍຕາໜ່າງດ້ານການ ສຶກສາ, ປັບປຸງແບບແຜນວິທີເຮັດ ວຽກຜູ້ບໍລິຫານ-ຄະນະພັດທະນາ ການສຶກສາ, ປັບປຸງຄຸນນະພາບ ການຮຽນ-ການສອນ ໃນທຸກຊັ້ນ ຮຽນໃຫ້ສູງຂຶ້ນ ຕິດພັນກັບການ ໂຄສະນາປຸກລະດົມ ປະຊາຊົນ ໃຫ້ ສົ່ງເສີມລູກ-ຫລານຂອງຕົນ ໄດ້ ເຂົ້າຮຽນໃນລະດັບຕ່າງໆ ແລະ ເປີດ ໂອກາດໃຫ້ທົ່ວສັງຄົມມີສ່ວນຮ່ວມ ພັດທະນາການສຶກສາ ໃຫ້ມີການ ຫັນປ່ຽນໃໝ່, ມີຄຸນນະພາບ, ປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ. ທ່ານ ຄໍາໄພ ສິມມາວັດ ຫົວ ໜ້າພະແນກ ສຶກສາທິການ ແລະ ກິລາແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸ ບັນ, ທົ່ວແຂວງມີໂຮງຮຽນລ້ຽງ ເດັກ-ອະນຸບານ ແລະ ສາມັນທັງໝົດ 301 ແຫ່ງ ໃນນີ້, ໂຮງຮຽນລ້ຽງ ເດັກ-ອະນຸບານ 34 ແຫ່ງ (ເອກະ ຊົນ 4 ແຫ່ງ); ໂຮງຮຽນປະຖົມ 219 ແຫ່ງ (ເອກະຊົນ 3 ແຫ່ງ); ໂຮງຮຽນມັດທະຍົມຕອນຕົ້ນ 30 ແຫ່ງ ແລະ ມັດທະຍົມຕອນປາຍ ຂ່າວ: ບ່າວຫາດໄຊ ່ າ່ າ 18 ແຫ່ງ. ໃນສົກຮຽນ (20232024) ສູ້ຊົນເຮັດໃຫ້ອັດຕາການ ເຂົ້າຮຽນຂອງເດັກ 5 ປີ ໃຫ້ໄດ້ 78,5%; ອັດຕາເຂົ້າຮຽນໃໝ່ສຸດທິ (ປ1)ຂອງເດັກ6ປີໃຫ້ໄດ້95,8%; ອັດຕາເຂົ້າຮຽນໃໝ່ລວມ ປ5 ໃຫ້ໄດ້ 98%; ອັດຕາເຂົ້າຮຽນໃໝ່ລວມ ມ4 ໃຫ້ໄດ້ 68,2%. ພ້ອມກັນນີ້, ກໍ ຊຸກຍູ້ປະຊາກອນໜຸ່ມ ແລະ ຜູ້ປະລະ ການຮຽນ ໃຫ້ໄດ້ບໍາລຸງຜ່ານການ ສຶກສານອກໂຮງຮຽນ ແລະ ອົບຮົມ ວິຊາຊີບ ໃຫ້ໄດ້1.472 ຄົນ; ສົ່ງເສີມ ນັກຮຽນທີ່ຮຽນຈົບມັດທະຍົມຕອນ ຕົ້ນ ໄດ້ເຂົ້າຮຽນຕໍ່ສາຍອະຊີວະ ສຶກສາ ແລະ ອົບຮົມວິຊາຊີບໃຫ້ໄດ້ 3%; ຈັດຕັ້ງການຮຽນ-ການສອນ ຊັ້ນມັດທະຍົມຕອນປາຍ ສໍາລັບ ປະຊາຊົນ ໃນກຸ່ມເປົ້າໝາຍໃຫ້ສໍາ ເລັດ; ຊຸກຍູ້ພາກເອກະຊົນ ຂະຫຍາຍ ໂຮງຮຽນເອກະຊົນໃຫ້ຫລາຍຂຶ້ນ ເພື່ອຮອງຮັບເດັກໃນເກນອາຍຸເຂົ້າ ຮຽນ ແລະ ສ້າງເງື່ອນໄຂ ໃຫ້ນັກ ສຶກສາທີ່ຮຽນຈົບວິຊາຊີບສາຍຄູ ມີວຽກເຮັດງານທໍາ ແລະ ປັບປຸງ ລະບົບການບໍລິຫານຄຸ້ມຄອງ ການ ສຶກສາທຸກຂັ້ນ ໃຫ້ໄປລວງດຽວກັນ ແລະ ມີຄຸນນະພາບສູງຂຶ້ນ. ທ່ານ ຄໍາໄພ ສິມມາວັດ ໃຫ້ ຮູ້ຕື່ມວ່າ: ຜົນການຈັດຕັ້ງປະຕິ ບັດ 15 ຄາດໝາຍປະຈໍາສົກຮຽນ (2023-2024) ໃນ 6 ເດືອນຕົ້ນ ປີ 2024 ມີຄາດໝາຍທີ່ບັນລຸຕາມ ແຜນ 9 ຄາດໝາຍ ຄື: ອັດຕາເຂົ້າ ຮຽນຂອງເດັກ 5 ປີ; ອັດຕາເຂົ້າ ຮຽນໃໝ່ສຸດທິ ປ1 ເດັກອາຍຸ 6 ປີ; ອັດຕາການເຂົ້າຮຽນໃໝ່ລວມຮອດ ປ5; ອັດຕາການປະລະການຮຽນ ຂອງນັກຮຽນ ປ1; ອັດຕາຄ້າງຫ້ອງ ມັດທະຍົມຕອນປາຍ; ຄວາມສະເໝີ ພາບຍິງ-ຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໄດ້ບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບ; ສົ່ງເສີມນັກ ຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ ແລະ ອົບຮົມວິຊາຊີບ ແລະ ສົ່ງເສີມ ທຸກເພດ-ທຸກໄວໄດ້ເຂົ້າຫັດກາຍະ ບໍລິຫານ, ອອກກໍາລັງກາຍ ແລະ ຫລິ້ນກິລາກາຍະກໍາ. ສ່ວນຄາດ ໝາຍທີ່ບໍ່ບັນລຸຕາມແຜນ 6 ຄາດ ໝາຍ, ແຕ່ມີທ່າອ່ຽງດີຂຶ້ນ. 30 ຄົນ, ອັດຕາເຂົ້າຮຽນລວມ ຊັ້ນ ມຕ ຈາກ 88,85% ມາເປັນ 59,29% ຫລຸດລົງ 29,57%, ອັດ ຕາປະລະການຮຽນຊັ້ນ ມຕ ຈາກ 28.54% ມາເປັນ 9,90% ຫລຸດ ລົງມາເປັນ 18,64%, ອັດຕາເຂົ້າ ຮຽນລວມໃໝ່ ຂັ້ນ ມ4 ຈາກ 82,29%ມາເປັນ 46,74%. ໂຮງ ຮຽນມັດທະຍົມຕອນປາຍ ທັງໝົດ 2 ແຫ່ງ, ນັກຮຽນມັດທະຍົມຕອນປາຍ ໃນທົ່ວເມືອງມີ 269 ຄົນ ທຽບໃສ່ ສົກຮຽນຜ່ານມາ 343 ຄົນ ຫລຸດລົງ 74 ຄົນ. ອັດຕາເຂົ້າຮຽນລວມ ຈາກ 21,21% ມາເປັນ 11,40% ຫລຸດລົງ 9,81%. ທ່ານ ສົມບຸນ ທະວີສັກ ໃຫ້ຮູ້ ຕື່ມວ່າ: ຫ້ອງການ ສຶກສາທິການ ແລະ ກິລາເມືອງປາກທາ ໄດ້ມີ ຄວາມພະຍາຍາມໃນການປັບປຸງ ວຽກງານບໍລິຫານ-ຄຸ້ມຄອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນ ຂົງເຂດການສຶກສາ ເນື່ອງຈາກຜົນ ສໍາເລັດ ຂອງການຈັດຕັ້ງປະຕິບັດ ບັນດາວຽກຈຸດສຸມຕ່າງໆ ຈຶ່ງເຮັດ ໃຫ້ຂະແໜງການສຶກສາ ແລະ ກິລາ ສາມາດບັນລຸໄດ້ 7 ຄາດໝາຍ ໃນ 15 ຄາດໝາຍ ທີ່ກໍານົດໃນມະ ຕິສະພາປະຊາຊົນແຂວງ ເປັນຕົ້ນ ອັດຕາເຂົ້າຮຽນໃໝ່ສຸດທິ ປ1 ປະຕິບັດໄດ້ 99,05% ໃນສົກຮຽນ 2022-2023 ມາເປັນ 99,60% ໃນສົກ 2023-2024 ທຽບໃສ່ ສົກຮຽນແມ່ນເພີ່ມຂຶ້ນ 0,55%; ທຽບໃສ່ຄາດໝາຍສະພາຮັບຮອງ 99,00% ລື່ນຄາດໝາຍ 0,60%. ອັດຕາເຂົ້າຮຽນໃໝ່ ລວມ ປ5 ບັນລຸ ໄດ້ 100%, (ຄາດໝາຍ 100%) ທຽບໃສ່ສົກຮຽນ 2022-2023 ແມ່ນຄົງທີ່. ສ່ວນ ອັດຕາປະລະການ ຮຽນຂອງນັກຮຽນ ປ1 ປະຕິບັດ ໄດ້ 1,60% ທຽບໃສ່ຄາດໝາຍສະ ພາຮັບຮອງ 3,50% ໄດ້ລື່ນຄາດ ໝາຍ. ອັດຕາການເລື່ອນຂັ້ນ-ຈົບ ຊັ້ນປະຖົມປະຕິບັດບັດ 95,20% ທຽບໃສ່ຄາດໝາຍສະພາຮັບຮອງ 93,50% ລື່ນຄາດໝາຍ, ອັດຕາ ປະລະການຮຽນຂອງນັກຮຽນຊັ້ນ ປະຖົມ ປະຕິບັດໄດ້ 3,40%, (ຄາດ ໝາຍ 3,50%) ລື່ນຄາດໝາຍ, ອັດຕາປະລະຊັ້ນມັດທະຍົມຕອນ ຕົ້ນປະຕິບັດໄດ້ 9,90% ທຽບໃສ່ ຄາດໝາຍທີ່ສະພາຮັບຮອງແມ່ນ 10,50%. ພ້ອມນີ້, ໄດ້ສົ່ງເສີມມວນ ຊົນທຸກເພດ, ທຸກໄວ ເຂົ້າຮ່ວມການ ຫັດກາຍຍະບໍລິຫານ, ການອອກ ກໍາລັງກາຍ ແລະ ການຫລິ້ນກິລາ ເພື່ອສຸຂະພາບ ເຂົ້າຮ່ວມການສ້າງ ຂະບວນການເຄື່ອນໄຫວ ກິດຈະກຳ ການແຂ່ງຂັນກິລາ ປະຕິບັດໄດ້ 35,00% (ຄາດໝາຍ 35,00%) ແລະ ຍັງມີວຽກອື່ນໆອີກຈຳນວນ ໜຶ່ງກໍໄດ້ຮັບຜົນສຳເລັດ. ໜໍ້ໄຟ 01 ໜ່ວຍ, ກະຕ່ອງຕັກປາ 01 ອັນ ແລະ ປາ 03 ກິໂລກຣາມ (ປະເພດປາເກັດ). ທ່ານ ພັຕ ວິລັດ ອິນສຸວັນ ຫົວ ໜ້າພະແນກຫ້ອງການ ກອງບັນ ຊາການ ປກສ ເມືອງໂຂງ ແຂວງ ຈຳປາສັກ ລາຍງານໃນກອງປະຊຸມ ສະຫລຸບວຽກງານປ້ອງກັນຄວາມ ສະຫງົບ ປະຈຳເດືອນ ສິງຫາ ແລະ ວາງທິດທາງແຜນການຕໍ່ໜ້າ ໃນ ວັນທີ 26 ສິງຫາ 2024 ຜ່ານມາ ນີ້ວ່າ: ສຳລັບວຽກງານຕ້ານ ແລະ ສະກັດກັ້ນການຊື້-ຂາຍຢາເສບຕິດ, ຊຶ່ງທາງວິຊາສະເພາະ ປກສ ໄດ້ ສົມທົບກັບ ປກສ ກຸ່ມມ້າງເປົ້າໝາຍ ຄ້າ-ຂາຍຢາເສບຕິດ ໄດ້ທັງໜົດ 05 ກໍລະນີ ມີ 09 ຄົນ ຍິງ 03 ຄົນ ໃນ ນີ້, ຄ້າ-ຂາຍຢາເສບຕິດ (ຢາບ້າ) 01 ກໍລະນີ 01 ຄົນ, ເສບຢາເສບຕິດ (ຢາບ້າ) 02 ກໍລະນີ ມີ 06 ຄົນ ຍິງ 03 ຄົນ, ມີຢາເສບຕິດໄວ້ໃນ ຄອບຄອງ 02 ກໍລະນີ ມີ 02 ຄົນ, ຢຶດຂອງກາງຢາບ້າໄດ້ 569 ເມັດ, ເງິນເກີບ 140.000 ກີບ ແລະ ໂທລະສັບ 06 ເຄື່ອງ. ເມືອງ ພ້ອມທັງໄດ້ເອົາໃຈໃສ່ເປັນ ເສນາທິການ ຈັດຕັ້ງວຽກງານດັ່ງ ກ່າວ ໃຫ້ອົງການປົກຄອງເມືອງ ແລະ ພະແນກພາຍໃນ ແຂວງວຽງ ຈັນ ໂດຍແຕ່ງຕັ້ງຄະນະຫ້ອງການ, ພະນັກງານໜ່ວຍງານກ່ຽວຂ້ອງ ທີ່ໄດ້ຜ່ານການຝຶກອົບຮົມໃນໄລ ຍະຜ່ານມາສ້າງແຜນການລົງເຄື່ອນ ໄຫວປະຕິບັດໂຄງການ, ມີການ ປະສານສົມທົບກັບຄະນະກຸ່ມບ້ານ, ບັນດານາຍບ້ານ ນໍາເອົາແຈ້ງການ ຈັດສົ່ງໃຫ້ທຸກໆບ້ານ ກ່ອນລົງ ເຄື່ອນໄຫວຕົວຈິງ ເພື່ອໃຫ້ອົງການ ປົກຄອງບ້ານ ມີເວລາກະກຽມ ລາຍງານສະໜອງຂໍ້ມູນ ໃນເວລາ ມື້ນັດເຕົ້າໂຮມປະຊາຊົນເຮັດຕົວຈິງ. ທົ່ວເມືອງທຸລະຄົມ ມີ 42 ບ້ານ, 12.011 ຄົວເຮືອນ, 12.774 ຄອບ ຄົວ, ແບ່ງເປັນ 5 ກຸ່ມບ້ານ, ມີ 4 ຊົນ ເຜົ່າ,ມີພົນລະເມືອງທັງໝົດ61.552 ຄົນ ຍິງ 30,951 ຄົນ, ຊົນເຜົ່າລາວ ກວມເອົາ 82,52%, ຊົນເຜົ່າມົ້ງ 17,05%, ຊົນເຜົ່າກຶມມຸ 0,32% ແລະ ຄົນຕ່າງດ້າວ 0,09%, ປະຊາ ຊົນກວມ 93,37% ດໍາລົງຊີວິດຢູ່ ເຂດທົ່ງພຽງ ແລະ 6,63% ດໍາລົງ ຊີວິດຢູ່ເຂດພູພຽງ, ສະເລ່ຍຄວາມ ໜາແໜ້ນຂອງພົນລະເມືອງ 1 ຄົນ ຕໍ່ 1,3 ເຮັກຕາ. ທ່ານ ປໍຢ່າງ ວື່ຈົ່ງຊື່ ກ່າວຕື່ມວ່າ : ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ມີຄວາມຄືບໜ້າດີພໍສົມຄວນ, ແຕ່ກໍຍັງມີບາງບ້ານຍັງມີຄວາມ ຫຍຸ້ງຍາກ ໃນການເຕົ້າໂຮມປະຊາ ຊົນ ໂດຍສະເພາະໄລຍະການປັກ ດໍາເຂົ້ານາປີ ແລະ ປູກພືດລະດູຝົນ. ສໍາລັບແຜນການເຄື່ອນໄຫວ ໃນ 6 ເດືອນ ທ້າຍປີ 2024, ຄະນະ ນໍາຫ້ອງການຈະສືບຕໍ່ຊຸກຍູ້ຕິດຕາມ, ນໍາພາ-ຊີ້ນໍາປະຕິບັດວຽກງານດັ່ງ ກ່າວຢ່າງແຂງແຮງຕື່ມອີກ ເພື່ອ ເຮັດໃຫ້ວຽກງານດໍາເນີນໄປສອດ ຄ່ອງກັບບາດກ້າວ, ຂັ້ນຕອນ, ຖືກ ຕ້ອງຕາມທິດຊີ້ນໍາ ຂອງຄະນະຮັບ ຜິດຊອບໂຄງການ ແລະ ໃຫ້ສໍາເລັດ ຕາມເວລາກໍານົດໄວ້.

RkJQdWJsaXNoZXIy MTc3MTYxMQ==