5949

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 29/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 19. ປັບປຸງກົນໄກປະຕິບັດຍຸດທະ ສາດການພັດທະນາເຂດແຄວ້ນຢ່າງ ກົມກຽວໃຫ້ສົມບູນ. ສ້າງແຜນຜັງແບ່ງ ເຂດພັດທະນາເສດຖະກິດ ແລະ ລະບົບ ພື້ນທີ່ດິນແດນແຫ່ງຊາດທີ່ມີທ່າແຮງ ແບບຊ່ວຍຊູຍູ້ໜູນກັນ. ປັບປຸງລະບົບລະ ບຽບການ ແລະ ນະໂຍບາຍທີ່ຊຸກຍູ້ການ ພັດທະນາພາກຕາເວັນຕົກໃຫ້ຈໍ່ຕົວເປັນ ສະພາບໃໝ່ ການຟື້ນຟູຄວາມຈະເລີນ ຮຸ່ງເຮືອງຂອງພາກຕາເວັນອອກສຽງ ເໜືອຢ່າງຮອບດ້ານໄດ້ຮັບຄວາມຄືບ ໜ້າແບບບຸກທະລຸໃໝ່ ພາກກາງພັດທະ ນາເຂັ້ມແຂງໄວຂຶ້ນ ແລະ ພາກຕາເວັນ ອອກເລັ່ງລັດຊຸກຍູ້ການຫັນເປັນທັນ ສະໄໝນັ້ນໃຫ້ຄົບຖ້ວນ. ຊຸກຍູ້ໃຫ້ເຂດ ແຄວ້ນຕ່າງໆ ເຊັ່ນ: ນະຄອນຫລວງປັກ ກິ່ງ-ກຳແພງນະຄອນທຽນສິນ-ແຂວງ ເຮີເປີຍ ເຂດສາມຫລ່ຽມປາກແມ່ນ້ຳຢັງ ຊີກຽງ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງ ກົງ-ມາກາວ ແລະອື່ນໆເສີມຂະຫຍາຍ ບົດບາດເປັນແຫລ່ງກຳເນີດແຮງຂັບ ເຄື່ອນການພັດທະນາທີ່ມີຄຸນນະພາບ ສູງໄດ້ເປັນຢ່າງດີກວ່າເກົ່າ, ປັບປຸງກົນ ໄກພັດທະນາແລວເສດຖະກິດແມ່ນ້ຳ ຢັງຊີກຽງ ອະນຸລັກລະບົບນິເວດ ແລະ ພັດທະນາທີ່ມີຄຸນນະພາບສູງຕາມລ່ອງ ແມ່ນ້ຳເຫລືອງນັ້ນໃຫ້ດີຂຶ້ນ, ຊຸກຍູ້ການ ສ້າງເຂດໃໝ່ຊົງອ່ານຢ່າງມີຄຸນນະພາບ ສູງຕາມມາດຕະຖານສູງ. ຊຸກຍູ້ໃຫ້ການ ສ້າງວົງເສດຖະກິດສອງຕົວເມືອງ ເຊິງຕູ່-ຈຸ່ງກິ່ງລົງສູ່ລວງເລິກຢ່າງໜັກ ແໜ້ນ. ປັບປຸງລະບົບລະບຽບການກ່ຽວ ກັບເຂດບົດບາດຕົ້ນຕໍ, ເພີ່ມທະວີກົນໄກ ຮັບປະກັນການພັດທະນາພື້ນທີ່ດິນແດນ ແຫ່ງຊາດໃຫ້ດີຂຶ້ນ. ປັບປຸງກົນໄກພັດ ທະນາເຂດແຄວ້ນເປັນອັນໜຶ່ງອັນດຽວ ກັນ ໃຫ້ສົມບູນ, ສ້າງກົນໄກໃໝ່ທີ່ພັດທະ ນາແບບຮ່ວມມືກັນຂ້າມເຂດບໍລິຫານ, ລົງເລິກການປະສານສົມທົບດ້ານອຸດ ສາຫະກຳລະຫວ່າງພາກຕາເວັນອອກພາກກາງ-ພາກຕາເວັນຕົກ. ປັບປຸງໂຄງ ປະກອບແລະກົນໄກທີ່ຊຸກຍູ້ການພັດທະ ນາເສດຖະກິດທາງທະເລໃຫ້ສົມບູນ. ປັບປຸງໂຄງປະກອບ ແລະ ກົນໄກ ພັດທະນາຕົວເມືອງກັບຊົນນະບົດແບບ ເຊື່ອມໂຍງເຂົ້າກັນການພັດທະນາແບບ ເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງ ກັບຊົນນະບົດ ເປັນຄວາມຮຽກຮ້ອງອັນ ຈຳເປັນຂອງຄວາມທັນສະໄໝແບບ ຈີນ. ຕ້ອງວາງແຜນການຫັນເປັນອຸດ ສາຫະກຳແບບໃໝ່ ຫັນເປັນຕົວເມືອງ ແບບໃໝ່ ແລະ ພັດທະນາຊົນນະບົດໃຫ້ ຈະເລີນຮຸ່ງເຮືອງຢ່າງຮອບດ້ານນັ້ນ ເປັນເອກະພາບກັນ, ຍົກລະດັບການ ເຊື່ອມໂຍງເຂົ້າກັນດ້ານການວາງແຜນ ການກໍ່ສ້າງ-ການຄຸ້ມຄອງຕົວເມືອງ ແລະ ຊົນນະບົດຢ່າງຮອບດ້ານ, ຊຸກຍູ້ ການແລກປ່ຽນຢ່າງສະເໝີພາບກັນ ແລະ ການເຄື່ອນຍ້າຍໄປມາຂອງປັດໄຈ ລະຫວ່າງຕົວເມືອງກັບຊົນນະບົດ, ຫລຸດ ຜ່ອນຄວາມແຕກໂຕນກັນລະຫວ່າງ ຕົວເມືອງກັບຊົນນະບົດ, ຊຸກຍູ້ຄວາມຈະ ເລີນຮຸ່ງເຮືອງ ແລະ ການພັດທະນາໄປ ພ້ອມກັນຂອງຕົວເມືອງກັບຊົນນະບົດ. 20. ປັບປຸງໂຄງປະກອບ ແລະ ກົນ ໄກທີ່ຊຸກຍູ້ການຫັນເປັນຕົວເມືອງແບບ ໃໝ່ໃຫ້ຄົບຖ້ວນ. ສ້າງກົນໄກການຕອບ ຮັບເປັນຢ່າງດີທີ່ອຸດສາຫະກຳຍົກລະ ດັບສູງຂຶ້ນ ປະຊາກອນເຕົ້າໂຮມກັນ ແລະຕົວເມືອງພັດທະນາຂຶ້ນ. ດຳເນີນລະ ບຽບການທີ່ຜູ້ມີບ່ອນຢູ່ອາໄສຄົງທີ່ລົງ ທະບຽນສຳມະໂນຄົວ ແລະ ສະໜອງ ການບໍລິການສາທາລະນະຂັ້ນພື້ນຖານ, ຊຸກຍູ້ໃຫ້ພົນລະເມືອງທີ່ຍົກຍ້າຍຈາກພາ ກກະສິກຳໂດຍສອດຄ່ອງກັບເງື່ອນໄຂ ນັ້ນ ສາມາດຊົມໃຊ້ສິດທິເທົ່າທຽມກັນ ໃນດ້ານຕ່າງໆ ເຊັ່ນ: ການປະກັນສັງຄົມ ການຮັບປະກັນດ້ານເຮືອນຢູ່ ການສຶກ ສາພາກບັງຄັບຂອງລູກຫລານທີ່ຍົກ ຍ້າຍໄປພ້ອມກັນ ແລະ ອື່ນໆກັບພົນລະ ເມືອງທີ່ມີສຳມະໂນຄົວຢູ່ທ້ອງຖິ່ນດັ່ງ ກ່າວ, ເລັ່ງລັດໃຫ້ພົນລະເມືອງທີ່ຍົກ ຍ້າຍຈາກພາກກະສິກຳຫັນເປັນຊາວ ເມືອງ. ຮັບປະກັນສິດຜົນປະໂຫຍດດ້ານ ທີ່ດິນທີ່ຊອບດ້ວຍກົດໝາຍຂອງຊາວ ກະສິກອນທີ່ຍົກຍ້າຍສຳມະໂນຄົວເຂົ້າ ມາໃນຕົວເມືອງ, ປົກປ້ອງສິດສຳປະ ທານທີ່ດິນສິດນຳໃຊ້ທີ່ດິນປຸກສ້າງໃນ ຊົນນະບົດ ແລະ ສິດແບ່ງປັນຜົນກຳໄລ ລວມໝູ່ຂອງຊາວກະສິກອນທີ່ຍົກຍ້າຍ ສຳມະໂນຄົວເຂົ້າມາໃນຕົວເມືອງນັ້ນ ຕາມກົດໝາຍ, ທົດລອງວິທີການສະ ໝັກໃຈຍ້າຍອອກໂດຍມີຄ່າຊົດເຊີຍ. ຍຶດໝັ້ນການສ້າງຕົວເມືອງຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາ ຊົນ. ປັບປຸງລະບົບແຜນຜັງຕົວເມືອງ ໃຫ້ຄົບຖ້ວນ, ຊີ້ນຳໃຫ້ຕົວເມືອງຂະໜາດ ໃຫຍ່ກາງແລະ ນ້ອຍກໍຄືຕົວເມືອງນ້ອຍ ໃນຊົນນະບົດພັດທະນາໄປຢ່າງມີການ ປະສານສົມທົບກັນ ແລະ ວາງແຜນຜັງ ແບບຮັດກຸມລວມສູນ. ລົງເລິກປະຕິຮູບ ໂຄງປະກອບການສ້າງການເຄື່ອນໄຫວ ແລະ ການຄຸ້ມຄອງຕົວເມືອງ, ເລັ່ງລັດ ຫັນປ່ຽນຮູບການພັດທະນາຕົວເມືອງ. ຊຸກຍູ້ການສ້າງລະບົບໃໝ່ແຫ່ງການ ຄຸ້ມຄອງແບບອັດສະລິຍະ ແລະມີປະສິດ ພາບສູງຂອງຕົວເມືອງໃຫຍ່ພິເສດ ແລະ ມະຫາຕົວເມືອງ, ສ້າງໂຄງປະກອບ ແລະ ກົນໄກພັດທະນາວົງແຫວນຕົວ ເມືອງ ໃຫ້ເປັນຄືເມືອງອັນດຽວກັນ. ລົງ ເລິກການປະຕິຮູບທີ່ມອບສິດຄຸ້ມຄອງ ເສດຖະກິດ-ສັງຄົມທີ່ສອດຄ່ອງກັບຂະ ໜາດຂອງປະຊາກອນ ແລະ ເສດຖະກິດ ຂອງຕາແສງ ຂະໜາດໃຫຍ່ພິເສດ. ສ້າງຮູບການນະໂຍບາຍ ແລະ ລະບຽບ ກົດໝາຍດ້ານການຍົກລະດັບຕົວເມືອງ ແບບຍືນຍົງ, ເພີ່ມທະວີການສ້າງເຄືອ ຂ່າຍທໍ່ສົ່ງໃຕ້ດິນແບບສັງລວມແລະປັບ ປຸງຍົກລະດັບສາຍທໍ່ເກົ່າ, ລົງເລິກການ ເຄື່ອນໄຫວຍົກລະດັບຄວາມທົນທານ ດ້ານຄວາມປອດໄພຂອງຕົວເມືອງ. 21. ບູລະນະ ແລະ ປັບປຸງລະບຽບ ການທຸລະກິດຂັ້ນພື້ນຖານຂອງຊົນນະ ບົດໃຫ້ສົມບູນ. ຊຸກຍູ້ໃຫ້ການສຳປະ ທານທີ່ດິນຮອບທີ 2 ໝົດອາຍຸແລ້ວ ທົດລອງ ແກ່ຍາວເວລາອີກ 30 ປີຢ່າງ ເປັນລະບຽບ, ລົງເລິກປະຕິຮູບການ ແຍກກຳມະສິດ ສິດສຳປະທານ ແລະ ສິດນຳໃຊ້ເນື້ອທີ່ດິນທີ່ຖືກສຳປະທານ, ພັດທະນາທຸລະກິດກະສິກຳໃນຂະໜາດ ທີ່ເໝາະສົມ. ປັບປຸງລະບົບທຸລະກິດດ້ານ ກະສິກຳໃຫ້ສົມບູນ, ປັບປຸງກົນໄກກຳນົດ ລາຄາໂອນສິດນຳໃຊ້ທີ່ດິນທີ່ໄດ້ການ ຮັບສຳປະທານໃຫ້ສົມບູນ, ຊຸກຍູ້ທຸລະ ກິດແບບຮ່ວມມືລະຫວ່າງຊາວກະສິ ກອນ, ຊຸກຍູ້ໃຫ້ນະໂຍບາຍສະໜັບສະ ໜູນຫົວໜ່ວຍທຸລະກິດດ້ານກະສິກຳ ແບບໃໝ່ຕິດພັນກັບການສ້າງເງື່ອນໄຂ ໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ. ປັບປຸງລະບົບບໍລິການທາງສັງຄົມໃຫ້ ແກ່ພາກກະສິກຳທີ່ສະດວກວ່ອງໄວແລະ ມີປະສິດທິພາບສູງນັ້ນໃຫ້ຄົບຖ້ວນ. ພັດ ທະນາເສດຖະກິດລວມໝູ່ແບບໃໝ່ຢູ່ ຊົນນະບົດ, ສ້າງກົນໄກການເຄື່ອນໄຫວ ທີ່ມີສິດຊັບສິນຢ່າງຊັດເຈນ ແລະ ແບ່ງ ປັນຜົນກຳໄລຢ່າງສົມເຫດສົມຜົນ,ມອບ ສິດຜົນປະໂຫຍດດ້ານຊັບສິນທີ່ເຕັມ ສ່ວນກວ່າເກົ່າໃຫ້ກັບຊາວກະສິກອນ. *** ອ່ານຕໍ່ສະບັບໜ້າ *** ຂປລ. ກະຊວງພາຍໃນ ຮ່ວມ ກັບ ມະຫາວິທະຍາໄລຊົນເຜົ່າພາກ ກາງ-ໃຕ້ ແຫ່ງ ສປ ຈີນ ຈັດສຳມະ ນາຍົກລະດັບຄວາມຮູ້ພາຍໃຕ້ຫົວຂໍ້ “ການປົກຄອງທ້ອງຖິ່ນ ແລະ ການ ແບ່ງຂັ້ນຄຸ້ມຄອງ ຂອງອົງການປົກ ຄອງທ້ອງຖິ່ນຂອງ ສປ ຈີນ” ໃນ ວັນທີ 13 ສິງຫາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍມີທ່ານ ນິສິດ ແກ້ວບັນຍາ ຮອງລັດຖະມົນຕີ ກະ ຊວງພາຍໃນ, ທ່ານ ເຜິງ ຊິງຈຸນ ຄະນະບໍດີພາກວິຊາການປົກຄອງ ມະຫາວິທະຍາໄລພາກກາງ-ພາກ ໃຕ້ ສປ ຈີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນິສິດ ແກ້ວບັນຍາ ໄດ້ກ່າວ ວ່າ: ການສຳມະນາຄັ້ງນີ້, ແມ່ນການ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ໃນປີ 2022 ລະຫວ່າງ ສະຖາບັນ ຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ມະຫາວິທະ ຍາໄລຊົນເຜົ່າພາກກາງ-ໃຕ້ ແຫ່ງ ສປ ຈີນ ແນໃສ່ເພີ່ມທະວີການພົວ ພັນຮ່ວມມືກັນດ້ານວິຊາການ, ຊຸກຍູ້ ແລະ ແລກປ່ຽນບົດຮຽນໃນຂົງເຂດ ວຽກງານສ້າງຂີດຄວາມສາມາດ, ການຝຶກອົບຮົມລັດຖະກອນ ແລະ ການຄົ້ນຄວ້າການປົກຄອງ ຫລື ການບໍລິຫານລັດ, ການຄຸ້ມຄອງພະ ນັກງານ-ລັດຖະກອນ ແລະ ວຽກ ງານຊົນເຜົ່າ. ເນື່ອງຈາກວ່າ ສປປ ລາວ ກຳລັງສືບຕໍ່ປະຕິບັດແນວ ທາງປ່ຽນແປງໃໝ່ຕາມແນວທາງ ຂອງພັກ ໂດຍສະເພາະການຈັດຕັ້ງ ປະຕິບັດວຽກງານສາມສ້າງເຂົ້າ ສູ່ລວງເລິກໃນທົ່ວປະເທດ, ສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນຫົວ ໜ້ວຍພັດທະນາ, ການຄົ້ນຄວ້າກະ ກຽມການສ້າງຕັ້ງຕາແສງໄປຄຽງ ຄູ່ກັບການປັບປຸງນິຕິກຳກ່ຽວກັບກົງ ຈັກການຈັດຕັ້ງໃຫ້ກະທັດຮັດສົມ ເຫດສົມຜົນ ເພື່ອແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງແລະຂັ້ນເມືອງ, ຂັ້ນເມືອງ ກັບຕາແສງ ແລະ ຕາແສງກັບຂັ້ນ ບ້ານໃຫ້ຈະແຈ້ງ ໂດຍສະເພາະກົງ ຈັກຂັ້ນທ້ອງຖິ່ນຮາກຖານເພື່ອໃຫ້ ເຄື່ອນໄຫວຢ່າງຄ່ອງຕົວແທດເໝາະ ກັບສະພາບຈຸດພິເສດ ແລະ ເງື່ອນໄຂ ຄວາມເປັນຈິງຂອງປະເທດ, ທັງ ເປັນການຍົກສູງການປະຕິບັດວຽກ ງານຂອງພະນັກງານ-ລັດຖະກອນ ໃນການບໍລິຫານ, ສະໜອງການບໍລິ ການຂອງພາກລັດທັນສະໄໝແກ່ pq d]tfa [7;k,I6h .odkoxq d7v'mh v'4yj o c]tdkoc[j '0A o75h ,7v' 0v' lx 9u o ປະຊາຊົນໃຫ້ມີຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ດີຂຶ້ນເພີ່ມ ທະວີຮັດແໜ້ນຄວາມສາມັກຄີບັນ ດາເຜົ່າ ໃຫ້ແໜ້ນແຟ້ນເພື່ອໄປຕາມ ທິດການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມ ດ້ວຍກົດໝາຍເທື່ອລະກ້າວ. ການສຳມະນາຕຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງກ່ຽວກັບລະບົບການ ປົກຄອງທ້ອງຖິ່ນຂອງ ສປ ຈີນ, ພາ ລະບົດບາດ, ຂອບເຂດສິດ ແລະ ໜ້າ ທີ່, ການແບ່ງຂັ້ນຄຸ້ມຄອງຂອງອົງ ການປົກຄອງທ້ອງຖິ່ນ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ ການສ້າງຕັ້ງຕົວເມືອງ ເທສະບານ, ແຂວງຫູເປີຍ ແລະ ອູຮັນ ຂອງອົງ ການປົກຄອງທ້ອງຖິ່ນ ເຊິ່ງບັນດາ ນັກຄົ້ນຄວ້າ ລາວ-ຈີນ ໄດ້ພ້ອມກັນ ລົງເລິກຄົ້ນຄວ້າ ແລະ ແລກປ່ຽນ ໂດຍສົມທຽບໃຫ້ເຫັນທາງດ້ານ ພຶດຕິກຳຕົວຈິງເປັນສຳຄັນ ເພື່ອເປັນ ບົດຮຽນ ແລະ ບ່ອນອີງໃນການຈັດ ຕັ້ງປະຕິບັດ ລະບົບການປົກຄອງ ທ້ອງຖິ່ນຂອງລາວ ໃຫ້ສາມາດຈັດ ຕັ້ງປະຕິບັດໃຫ້ເກີດຜົນສຳເລັດ. ຂໍ້ມູນ: ໜພ ວຽງຈັນໃໝ່ /b dvq [Iq ,s]a dl6 fdko75h ,7v']a f le]a [z6h [= ]y sko]tfa [dk' -5 fmu II ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບກະຊວງພາຍໃນ ຈັດ ຝຶກອົບຮົມຫລັກສູດ “ການຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບກາງ ຊຸດທີ II” ໃນລະຫວ່າງວັນທີ 19-30 ສິງຫາ 2024 ຢູ່ສະຖາບັນການທະນາຄານ ພາຍໃຕ້ການເປັນປະທານເປີດຝຶກອົບ ຮົມຂອງ ທ່ານ ນາງ ໂພທີຈັນ ທຳມະ ເທວາ ຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ ທຫລ, ມີ ທ່ານ ເພັດສະໝອນ ເພັດພູວົງ ຮອງຫົວໜ້າສະຖາບັນຄົ້ນ ຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມກະຊວງພາຍໃນ, ພ້ອມດ້ວຍ ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຈະດໍາເນີນ ເປັນເວລາ 10 ວັນ ໂດຍຜູ້ເຂົ້າຮ່ວມຈະ ຄົ້ນຄວ້າຮໍ່າຮຽນບັນດາທິດສະດີ ກ່ຽວ xdl g,n v'w-glf4k lb dlkvq [Iq ,w;|5j , muj ,Q ;l5 ,lyj 'gl[8y f ຂປລ. ແຫລ່ງຂ່າວຈາກ ແຂວງອັດ ຕະປື ໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2024 ທີ່ກອງບັນຊາການປ້ອງກັນ ຄວາມສະຫງົບ (ປກສ) ເມືອງໄຊເສດ ຖາ ແຂວງອັດຕະປື ໄດ້ມີການສຶກສາ ອົບຮົມກຸ່ມໄວໜຸ່ມທີ່ມົ້ວສຸມສິ່ງເສບ ຕິດ ໂດຍການເປັນປະທານຂອງທ່ານ ພັນໂທ ບຸນດົ້ງ ພິຈິດ ຮອງກອງບັນຊາ ການ ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເປົ້າໝາຍກຸ່ມມົ້ວ ສຸມສິ່ງເສບຕິດເຂົ້າຮ່ວມ. ທ່ານ ພັນຕີ ທອງພູນ ພຸດທະພັນ ຫົວໜ້າພະແນກຕຳຫລວດ ກອງບັນຊາ ການປ້ອງກັນຄວາມສະຫງົບເມືອງ ໄດ້ ກັບ ການຄຸ້ມຄອງພະນັກງານ-ລັດຖະ ກອນຂອງ ສປປ ລາວ, ການປະເມີນ ຜົນການປະຕິບັດວຽກງານ, ການບໍລິ ຫານລັດໃນລະບົບການເມືອງ, ການ ນໍາພາ-ຄຸ້ມຄອງ, ການບໍລິຫານການ ປ່ຽນແປງເພື່ອຄວາມກ້າວໜ້າ, ການ ຝຶກອົບຮົມແລະພັດທະນາພະນັກງານ, ຈັນຍາບັນພະນັກງານ-ລັດຖະກອນ, ການຮ່າງເອກະສານທາງລັດຖະການ, ການວາງແຜນ ແລະ ການຄຸ້ມຄອງ ໂຄງການທີ່ມີຄວາມຈຳເປັນສໍາລັບຜູ້ ບໍລິຫານ, ພ້ອມທັງຈະມີການແລກປ່ຽນ ບົດຮຽນ ແລະ ພຶດຕິກໍາຕົວຈິງກັບວິ ທະຍາກອນທີ່ມາຈາກບັນດາກະຊວງ ກ່ຽວຂ້ອງ. ຂ່າວ-ພາບ: ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 23 ສິງຫາ 2024 ຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບ ເມືອງໄຊເສດຖາ ໄດ້ຮັບແຫລ່ງ ຂ່າວຈາກພົນລະເມືອງດີວ່າ ມີໄວໜຸ່ມ ຈໍານວນໜຶ່ງມົ້ວສຸມສິ່ງເສບຕິດ. ດັ່ງ ນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ປະສານກັບ ປກສ ກຸ່ມບ້ານໂພໄຊ ແລະ ອົງການຈັດ ຕັ້ງບ້ານຊ້າຍ ພ້ອມກັນລົງກວດກາຕົວ ຈິງຢູ່ທີ່ເຮືອນຂອງນາງ ຈັນສະໄໝ ອາຍຸ58ປີ,ອາຊີບປະຊາຊົນ,ບ້ານຊ້າຍ ເຫັນວ່າມີມູນຄວາມຈິງແທ້ຈິ່ງໄດ້ເຂົ້າ ກັກຕົວກຸ່ມໄວໜຸ່ມ 21 ຄົນ ຍິງ 17 ຄົນ ແລະ ຢຶດຂອງກາງປະກອບ ມີ: ຢາສູບ ໄຟຟ້າ 8 ອັນ, ຄໍລາເຈນ 26 ຊອງ, ນ້ຳ ກະທ່ອມຕົ້ມຈຳນວນ 1 ໝໍ້, ຜ່ານການ ມາສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ເພື່ອບໍ່ໃຫ້ມີການກັບຄືນ ໄປເຮັດໃນສິ່ງທີ່ບໍ່ດີນັ້ນອີກ. ໂອກາດດັ່ງກ່າວ, ທ່ານ ພັນໂທ ບຸນດົ້ງ ພິຈິດ ໄດ້ໂອ້ລົມ ເພື່ອເປັນການ ສຶກສາອົບຮົມ ແລະ ກ່າວເຕືອນ ຕໍ່ກຸ່ມ ເປົ້າໝາຍ ໃຫ້ຮູ້ເຖິງຄວາມຜິດຂອງຕົນ ເອງ ເພື່ອບໍ່ໃຫ້ກະທຳຊ້ຳອີກ ພ້ອມທັງ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ຕ້ອງໄດ້ ເອົາໃຈໃສ່ຕິດຕາມການເຄື່ອນໄຫວ ຂອງລູກຫລານຢ່າງໃກ້ຊິດ, ຮຽກຮ້ອງ ໃຫ້ລູກຫລານຜູ້ທີ່ຍັງໜຸ່ມນ້ອຍ, ທີ່ເປັນ ກໍາລັງແຮງອັນສໍາຄັນຂອງປະເທດ ຊາດ ຈົ່ງຢ່າໄດ້ໄປມົ້ວສຸມກັບສິ່ງເສບ ຕິດອີກ ເພາະວ່າຖ້າຕິດສິ່ງເສບຕິດຂຶ້ນ ມາກໍຈະພາໃຫ້ເສຍເງິນ, ເສຍສຸຂະ ພາບ ແລະ ເສຍອະນາຄົດ. ສືບສວນ-ສອບສວນຢ່າງລະອຽດ, ພາ ວະວິໄສ ແລະ ຖືກຕ້ອງຕາມກົດໝາຍ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ມີ ການຊຸມແຊວດື່ມເບຍ ແລະ ດື່ມນ້ຳກະ ທ່ອມແທ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ ນໍາຕົວກຸ່ມມົ້ວສຸມສິ່ງເສບຕິດດັ່ງກ່າວ

RkJQdWJsaXNoZXIy MTc3MTYxMQ==