5846

xtgmf]k; 6 04/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ໂດຍ: ມະນີລັດ 4Ed5h ' oE.lg1a o8ts]vfxu pa '7vp4h koa dmj v'mj P; dkg2|bj '.oly o7h klqj 'vvdmuj le7a o0v']k; * ແຫລ່ງທ່ອງທ່ຽວ ຫລື ສະ ຖານທີ່ທ່ອງທ່ຽວຖ້ຳກຸ້ງ ຕັ້ງຢູ່ແຄມ ນ້ຳແອດລະຫວ່າງບ້ານນ້ຳຊ່ອງ ແລະ ບ້ານນາພຽງ ຫ່າງຈາກຕົວ ເມືອງແອດປະມານ 8 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງ ຫົວພັນປະມານ60ກິໂລກວ່າແມັດ. ສະຖານທີ່ດັ່ງກ່າວ, ເປັນຈຸດທີ່ນ້ຳ ແອດຕຳໃສ່ຜາຫີນ ອັນໄດ້ສ້າງໃຫ້ ມີວັງນ້ຳໃສເຢັນ, ຖ້ຳນ້ອຍ-ໃຫຍ່ ທີ່ສວຍສົດງົດງາມ ໂດຍສະເພາະ ແມ່ນຖ້ຳກຸ້ງ ເປັນຖ້ຳນ້ຳລອດອອກ ຈາກຜາຫີນປູນ, ຖ້ຳນາງນອນພາຍ ໃນຖ້ຳເປັນຫ້ອງໂຖໃຫຍ່ ແລະ ຖ້ຳ ດອກທອງ ທີ່ເຄີຍເປັນບ່ອນປະດິດ ສະຖາພະພຸດທະຮູບຂອງພຸດທະ ນິກະຊົນຄົນຮຸ່ນກ່ອນ ມີຫາດຊາຍ ແລະ ດອນກາງຍາວຢຽດທີ່ສວຍ ງາມອ້ອມຮອບໄປດ້ວຍທຳມະຊາດ ພູຜາປ່າໄມ້, ໄຮ່ນາຮົ້ວສວນຂອງ * ຜະລິດຕ​ ະພັນ ກາເ​ຟ ຖືວ່​ າເ​ປັນ ສິນຄ້າ​ທີ່​ໄດ້​ຮັບ​ຄວາມນິຍົມທັງ​ ພາຍໃ​ ນ ແ​ ລະ ຕ່າງປະເ​ທດ ເ​ຫັນໄດ້​ ຈາກສະຖິຕິ​ ​ໃນ​ແຕ່ລະ​ປີ​ທີ ສປປ ລາວ ສາມາດສົ່ງ​ອອກ​ກາ​ເຟ​ ໄປ ຕ່າງປະ​ເທດ​ບໍ່​ຕໍ່າກວ່າ 30 ພັນ​ ໂຕນ ສ້າງ​ລາຍ​ໄດ້​ໃຫ້​ໃຫ້​ປະ​ເທດ​ ບໍ່​ຕໍ່າກວ່າ 70 ລ້ານ​ໂດລ​ າ ເວົ້າ​ໄດ້​ ວ່າ​ເປັນ​ອີກໜຶ່ງລາຍ​ຮັບ​ທີ່​ສໍາຄັນຕໍ່​ ເສດຖະກິດຂ​ ອງປ​ ະເ​ທດ ​ໂດຍກ​ ານ​ ປູກ​ກາ​ເຟ ​ແມ່ນ​ນິຍົມປູ​ ກທາງພາກ ໃຕ້​ຂອງລ​ າວ ​ເນື່ອງ​ຈາກ​ວ່າ​ສະພາບ​ ອາ​ກາດ ​ແລະ ດິນ​ທີ່​ອຸດົມສົມ​ບູນ ​ເຊິ່ງເ​ປັນ​ທ່າ​ແຮງ ​ແລະ ​ເງື່ອ​ນ​ໄຂ​ທີ່​ ເຮັດໃ​ ຫ້ປ​ ະຊາຊົນເ​ອົາອາຊີບປູ​ ກກ​ າ​ ເຟຂາຍ​ເປັນ​ສິນຄ້າສາມາ​ດ ສ້າງ​ ລາຍ​ໄດ້ຫ​ ລາຍ​ລ້ານ​ກີບ​ຕໍ່ປີ ​ເໝືອນ ນາງ ​ເພັດ​ສະໝອນ ພວງຈັ​ ນ ​ເຈົ້າ​ ຂອງຜະລິດຕ​ ະພັນກາ​ເຟ ນິຍົມ​ລາວ​. ນາງ ​ເພັດ​ສະໝອນ ພວງ​ຈັນ​ ເຈົ້າ​ຂອງ​ຜະລິດ​ຕະພັນ​ກາ​ເຟນິຍົມ​ ລາວ ເ​ວົ້າສູ່​ ຟັ​ ງໃ​ ນງ​ ານວາງສະແດງ ສິນຄ້າ ​ເຟີ​ນິ​ເຈີ​ວຽງຈັນ ປະ​ຈໍາປີ 2024 ວ່​ າ: ການເ​ຂົ້າຮ່​ ວມງ​ ານໃນ​ ຄັ້ງ​ນີ້ ​ຮູ້ສຶກ​ວ່າ​ບັນຍາກາດ​ການຊື້ ການ​ຂາຍ ບໍ່ຄຶ​ ກຄື້ນປ​ ານ​ໃດ ​ເນື່ອງ​ ຈາກ​ເສດຖະກິດ​ໃນ​ປັດຈຸບັນ ສົ່ງ​ ຜົນ​ຕໍ່ການ​ຊື້​ການ​ຂາຍ​ຢ່າງ​ຫລວງ ຫລາຍ ຖ້າທ​ ຽບໃ​ ສ່ເ​ມື່ອກ່​ ອນ ແ​ ມ່ນ​ ຄຶກຄື້ນກ​ ວ່າ ​ໃນ​ແຕ່ລ​ ະມື້​ ​ລູກ​ຄ້າ​ແ​ ວ່​ ມາ​ຢ້ຽມຢາມ​ຕະຫລອດ ​ແຕ່ມາ​ ຄັ້ງນີ້ ຈະ​ມີ​ລູກຄ້າ​ເກົ່າ​ເທົ່າ​ນັ້ນທີ່​ ແວ່​ວຽນມາຊື້​ ໃ​ ນແ​ ຕ່ລ​ ະມື້​ ສ່ວນລູກ​ ຄ້າ​ໃໝ່ກໍ​ມີ​ແຕ່​ບ່ໍ​ຫລາຍ​ປານ​ໃດ. ສໍາລັບການເ​ຂົ້າຮ່​ ວມງ​ ານຄັ້​ ງນີ້​ ໄ​ ດ້​ ນໍາ​ເອົາ​ສິນຄ້າ ​ປະ​ເພດ​ແຈ່ວ, ນໍ້າ​ ເຜີ້ງ,​ ກາເ​ຟເ​ມັດ, ກາເ​ຟສໍາເ​ລັດຮູບ ປະສົບ​ປະສານ​ກັນ ​ເພາະ​ຖ້າ​ມີແຕ່​ ຢ່າງ​ດຽວ​ຈະ​ບໍ່ໜ້າສົນໃຈ​ທີ່​ສາ ມາດ​ດຶງ​ດູດ​ລູກ​ຄ້າ​ໄດ້. ສໍາລັບອາ ຊີບ​ການ​ປູກ​ກາ​ເຟ​ແມ່ນ​ເຮັດ​ມາ​ແຕ່​ ຍັງນ້​ ອຍ ເ​ຮັດຊ່​ ວຍພໍ່​ ແ​ ມ່​ພໍໃຫຍ່​ຂຶ້ນ​ ມາ​ກໍ່​ໄດ້​ເຮັດ​ເປັນ​ຂອງໂຕ​ເອງ ກັບ​ ຄອບຄົວ ໃນປີ​ 2016 ເ​ລີ່ມ​ ຈໍາໜ່າຍ​ ເປັນ​ຜະລິດ​ຕະພັນ ກາ​ເຟນິຍົມລາວ​​ ເຫັນ​ວ່າ​ມີ​ກະ​ແສ​ຕອບ​ຮັບ​ດີ​ຫລາຍ​ ສະເ​ລ່ຍ 1 ​ເດືອນ ສາ​ມາດ​ຂາຍກາ​ ເຟ​ໄດ້ 1.500 ກິໂ​ ລ ສ້າງລ​ າຍ​ຮັບ​ ໄດ້ຫ​ ລາຍລ້​ ານກີ​ ບຕໍ່​ ເ​ດືອນ ດັ່ງນັ້​ ນ, ກາ​ເຟ ນິຍົມ​ລາວ ຈຶ່ງ​ເປັນ​ທີ່​ຮູ້ຈັກ ພ​ າຍໃ​ ນວົ​ ງກ​ ວ້າງດ້ວຍຄຸ​ ນນ​ ະພາບ​ ​ ແລະ ຄວາມ​ແຊບ​ແບບ​ມີ​ເອກະລັກ​ ສະເ​ພາະ ຈົນລູ​ ກຄ້​ າຕິ​ ດອົ​ ກ, ຕິດໃຈ ຕໍ່ມາ ​ເພື່ອ​ເປີດ​ຕະຫລາດ​ໃຫ້​ກວ້າງ ຂວາງ​ຂຶ້ມຕື່ມ ​ສະພາ​ການ​ຄ້າກໍ​ໄດ້​ ເຂົ້າ​ມາ​ຊ່ວຍ​ເຫລືອ ​ເລື່ອງການ​ ຊອກຫ​ າຕ​ ະຫລາດ ກໍຄື​ ງ​ ານວາງສະ​ ແດງ​ໃນ​ແຕ່​ລະບ່​ ອນ ພ້ອມ​ທັງຊ່​ ວຍ​ ເຫລືອ​ການ​ຂົນ​ສົ່ງ ເພື່ອ​ສົ່ງ​ເສີມ​ ໃຫ້ກາ​ເຟນິຍົມ​ລາວ​ເປັນ​ທີ່​ຮູ້ຈັກ​ ທັງພ​ າຍໃ​ ນ ແ​ ລະ ຕ່າງປະເ​ທດ. ຜະ ລິດ​ຕະພັນ​ໃນ ປັດຈຸບັນ ກໍ​ມີ​ແບບ​ ເມັດ​ແ​ ລະ ແ​ ບບຜົ​ ງສໍ​ າເ​ລັດຮູ​ ບທີ່​ ສາ ມາດກິ​ ນໄ​ ດ້ເ​ລີຍ ໂ​ ດຍກ​ ານກິ​ ນກ​ າເຟ ຖ້າ​ກິນ​ເປັນ​ຢາ​ຕ້ອງ​ກິນ​ແບບ​ສົດໆ ແລ້ວ​ ກິນນໍ້​ າເ​ຜີ້ງ ຈະປົ​ ວລໍ​ າໄ​ ສ້, ປົວ​ ຕັບ​ໄດ້ ນາງ ​ເພັດ​ສະໝອນ ​ເວົ້າ​ຕື່ມ​ ວ່າ: ການປູ​ ກຕົ້​ ນກ​ າເ​ຟ​ຖ້າຢ​ າກໃຫ້ ກາ​ເຟງາມ ຕ້ອງຄູນ​ດິນ​ອ້ອມ​ຕົ້ນ, ບົວລະບັດ,​ ຮັກສາ ບໍ່ໃ​ ຫ້ເ​ກີດ​ຫຍ້າ​ ເພື່ອ​ຫລີກ​ລ້ຽງການ​ຍາດ​ແຍ້ງອາ ຫານ, ສ່ວນກ​ ານໃ​ ຫ້ນໍ້​ າ ​ແມ່ນປີລະ 8 ເ​ທື່ອເ​ທົ່ານັ້​ ນ ເ​ທົ່ານີ້​ ກໍສ​ າມາດເ​ກັບ​ ຜົນ​ຜະລິດ​ໄດ້​ແລ້ວ ​ເຊິ່ງການ​ເກັບ ໝາກກາເ​ຟແ​ ມ່ນປີ​ ລ​ ະເ​ທື່ອເ​ທົ່ານັ້​ ນ. ປະຊາຊົນ ທ້ອງຖິ່ນ. ສິ່ງນີ້ໄດ້ກາຍ ເປັນແຮງຈຸງໃຈໃຫ້ນັກທຸລະກິດ ເຂົ້າມາສຳປະທານພັດທະນາ ໃຫ້ ກາຍເປັນແຫລ່ງທ່ອງທ່ຽວຢູ່ສະ ຖານທີ່ດັ່ງກ່າວ. ທ່ານ ນິຄົມ ຜູ້ອຳນວຍການ ບໍລິສັດທ່ອງທ່ຽວນ້ຳແອດ ກະເລີອໍ ເຜີຍໃຫ້ຮູ້ວ່າ: ຕົນໄດ້ເລີ່ມເຂົ້າມາ ສຳປະທານພັດທະນາແຫລ່ງທ່ອງ ທ່ຽວແກ້ງລິກ, ຖ້ຳກຸ້ງແຕ່ປີ 2019 ເປັນຕົ້ນມາໃນເນື້ອທີ່ 2 ເຮັກຕາ ແລະ ໄດ້ເລີ່ມລົງມືກໍ່ສ້າງພື້ນຖານ ໂຄງລ່າງຈຳນວນໜຶ່ງ ໂດຍສະ ເພາະແມ່ນສ້າງເສັ້ນທາງເຂົ້າແຫລ່ງ ທ່ອງທ່ຽວ, ເສັ້ນທາງຍ່າງລຽບ ແຄມນ້ຳແອດ, ຈຸດຜັກເຊົາ ແລະ ສິ່ງ ອຳນວຍຄວາມສະດວກອືຶ່ນໆ, ແຕ່ ເນື່ອງຈາກມີການແຜ່ລະບາດຂອງ ພະຍາດໂຄວິດ-19ຈຶ່ງເຮັດໃຫ້ການ ພັດທະນາແຫລ່ງທ່ອງທ່ຽວດັ່ງ ກ່າວມີຄວາມຊັກຊ້າ. ແຕ່ເຖິງຢ່າງ ໃດກໍ່ຕາມແຫລ່ງທ່ອງທ່ຽວຖ້ຳກຸ້ງ, ບໍລິສັດທ່ອງທ່ຽວນ້ຳແອດ ກະເລີອໍ ໄດ້ຕັດສິນໃຈສູ້ຊົນພັດທະນາພື້ນ ຖານໂຄງລ່າງທີ່ຈຳເປັນໃຫ້ສຳ ເລັດຕາມເປົ້າໝາຍເປັນຕົ້ນສ້າງ ເດີ່ນຈອດລົດ, ເຮືອນພັກ, ຮ້ານອາ ຫານ, ຂົວອູ່ນໍ້າແອດ ເຂດຖໍ້າກຸ້ງ ແລະ ຕິດຕັ້ງສະລິ້ງ ຢູ່ສອງຝາກ. ສຳລັບກິດຈະກຳການທ່ອງທ່ຽວ ເຂດຖ້ຳກຸ້ງ ມີຍ່າງຊົມປ່າ, ຊົມຖ້ຳ, ຊົມທິວທັດທຳມະຊາດ, ອາບນ້ຳ, ພັກຜ່ອນຕູບແຄມນ້ຳ, ລ່ອງເຮືອກາ ຍັກ ແລະ ຂິີ່ກົງເບັງ. ຄາດວ່າບັນດາ ກິດຈະກຳຕ່າງໆເຫລົ່ານີ້ຈະເປີດບໍລິ ການໃຫ້ນັກທ່ອງທ່ຽວໄດ້ມາທ່ຽວ ຊົມຢ່າງເປັນທາງໃນ2ປີຂ້າງໜ້ານີ້ ເພື່ອເປັນໃບໜ້າໃໝ່ຂອງເມືອງແອດ ກໍ່ຄືແຂວງຫົວພັນ ທັງເປັນການດຶງ ດູດນັກທ່ອງທ່ຽວພາຍໃນແລະຕ່າງ ປະເທດເຂົ້າມາທ່ຽວແຂວງຫົວພັນ ໃຫ້ນັບມື້ຫລາຍເພີ້ມຂຶ້ນ. ສາຍນ້ຳແອດເປັນສາຍນ້ຳໜຶ່ງ ທີ່ໃສເຢັນເກືອບຕະຫລອດປີ, ໄຫລ ຜ່ານຫລາຍບ້ານ, ຫລາຍຮ່ອມພູ, ຮ່ອມຜາ, ເປັນແກ້ງ, ເປັນຕາດ ຫລາຍບ່ອນ ເຊິ່ງໄດ້ກາຍເປັນແຫລ່ງ ທ່ອງທ່ຽວທາງທຳມະຊາດ ທີ່ສວຍ ສົດງົດງາມ. ນ້ຳແອດມີຕົ້ນກຳເນີດ ມາຈາກ ເມືອງຊອນ ເຂດອຸທິຍານ ແຫ່ງຊາດນ້ຳແອດພູເລີຍ ໄຫລຜ່ານ ເຂດບ້ານສົບກ່າຕີນພູຜາຖີ ເມືອງ ຊຳເໜືອ ແລ້ວໄຫລສູ່ນ້ມາທີ່ເມືອງ ແອດ. ແນວໃດກໍ່ດີການທ່ອງທ່ຽວ ທາງທຳມະຊາດ ຈະໄດ້ຮັບຄວາມ ສົນໃຈຈາກນັກທ່ອງທ່ຽວ ກໍ່ຕໍ່ເມື່ອ ທຳມະຊາດຢູ່ແຫ່ງນັ້ນໆໄດ້ຮັບການ ປົກປັກຮັກສາໃຫ້ມີຄວາມອຸດົມສົມ ບູນໄປດ້ວຍປ່າໄມ້, ທໍາມະຊາດ, ສັດ ສາວາສິ່ງຕ່າງໆ. ດັ່ງນັ້ນ, ພວກເຮົາ ຈົ່ງພ້ອມກັນເປັນເຈົ້າການຮ່ວມກັນ ຮັກສາ, ປ້ອງກັນທຳມະຊາດໃຫ້ ຫລາຍຂຶ້ນ. ເຖິງຢ່າງໃດກໍຕາມໜັງ ສືພີມປະເທດລາວ, ໂດຍສະເພາະ ຄໍລຳທ່ອງທ່ຽວເມືອງລາວ ຂໍຝາກ ເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາທ່ອງທ່ຽວສະ ຖານທີ່ດັ່ງກ່າວໃຫ້ເອົາໃຈໃສ່ຮັກສາ ຄວາມສະອາດ ໂດຍບໍ່ຖີ້ມຂີ້ເຫຍື້ອ ຫລື ສິ່ງເສດເຫລືອຊະຊາຍ ຕ້ອງ ຖີ້ມໃສ່ຈຸດທີ່ຈັດສັນໄວ້ ເພື່ອເຮັດໃຫ້ ສະຖານທີ່ດັ່ງກ່າວມີຄວາມສະອາດ ສວຍງາມແລະທັງເປັນການຮັກສາ ສິ່ງແວດລ້ອມໃຫ້ຍືນຍົງຕະຫລອດ ໄປ. ດ້ວຍຄວາມປາດຖະໜາດີຈາກ ຄໍລຳທ່ອງທ່ຽວເມືອງລາວ ກໍຄື ບໍລິ ສັດເບຍລາວ ເບຍຂອງຄົນລາວຄົນ ທີ່ຈິງໃຈ.

RkJQdWJsaXNoZXIy MTc3MTYxMQ==