75 o'k,7;k,fu mu j gxa ove,t8t0v'ltskp dy , vy o -5 ' xtmkoxtgmf8ts]vfdko0v' lxx gdq ks]u dkocdh w0[a osk1kgl[8y f16 j c0;'lts;a ootg0f ,u zq oleg]a fs]kpfh ko xtgmf]k; 4 3]d c]t gsfdko 04/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ໃນວັນທີ 15 ເມສາ ຂອງທຸກໆ ປີ, ປະຊາຊົນ ສປປ ເກົາຫລີ ຈະສະ ເຫລີມສະຫລອງວັນແຫ່ງດວງອາ ທິດຢ່າງສະຫງ່າງາມ ເຊິ່ງເປັນວັນ ເກີດຂອງສະຫາຍ ກິມ ອິນ ຊຸງ ຜູ້ ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ. ເນື່ອງໃນໂອກາດວັນເກີດຂອງ ສະຫາຍ ກິມ ອິນ ຊຸງ ຄົບຮອບ 112 ປີ, ພວກຂ້າພະເຈົ້າຈະໄດ້ ທົບທວນຄືນຄຸນງາມຄວາມດີທີ່ອຳ ມະຕະ-ຍິ່ງໃຫ່ຍທີ່ສະຫາຍໄດ້ອຸທິດ ທຸກກໍາລັງແຮງໃນຊີວິດຂອງຕົນ. ສະຫາຍ ກິມ ອິນ ຊຸງ ເກີດເມື່ອ ວັນທີ 15 ເມສາ 1912, ທີ່ບ້ານມັນ ກຽງແດ, ນະຄອນຫລວງພຽງຢາງ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງ ການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະ ເທດຊາດ ແຕ່ອາຍຸຍັງໜຸ່ມນ້ອຍໃນ ໄວ 10 ປາຍປີ. ໃນໄລຍະຂອງການຊອກຫາ ເສັ້ນທາງແຫ່ງການປະຕິວັດເກົາ ຫລີ, ສະຫາຍ ໄດ້ສ້າງແນວຄິດຈຸເຊ ແລະ ໄດ້ນຳພາການຕໍ່ສູ້ປະຕິວັດຕໍ່ ຕ້ານຈັກກະພັດຕ່າງດ້າວເປັນເວລາ ເຖິງສອງທົດສະວັດ ພາຍໃຕ້ຄັນ ທຸງຂອງແນວທາງດັງກ່າວ, ໃນທີ່ ສຸດ ກໍ່ໄດ້ເກີດມີເຫດການປະຫວັດ ສາດແຫ່ງການປົດປ່ອຍປະເທດ ຊາດ ໃນວັນທີ 15 ສິງຫາ ປີ 1945. ພາຍຫລັງກັບຄືນສູ່ບ້ານເກີດ ເມືອງນອນ, ສະຫາຍໄດ້ສ້າງຕັ້ງ ພັກ ແຮງງານເກົາຫລີ ຂຶ້ນໃນທັນທີ ແລະໄດ້ດຳເນີນການປະຕິຮູບປະ ຊາທິປະໄຕ, ລວມທັງການປະຕິຮູບ ທີ່ດິນ, ການຫັນປ່ຽນອຸດສາຫະກຳ ທີ່ສຳຄັນໃຫ້ເປັນຂອງລັດ, ການບັງ ຄັບໃຊ້ກົດໝາຍວ່າດ້ວຍຄວາມສະ ເໝີ ພາບທາງເພດ ແລະ ຍັງໄດ້ກໍ່ຕັ້ງ (ເນື່ອງໃນໂອກາດ ວັນເກີດຂອງ ສະຫາຍ ກິມ ອິນ ຊຸງ ຄົບຮອບ 112 ປີ 15/4/1912- 15/4/2024) ກອງກຳລັງປະກອບອາວຸດປະຈຳ ການ. ໂດຍອີງໃສ່ຜົນສຳເລັດດັ່ງ ກ່າວ,ສະຫາຍໄດ້ສະຖາປະນາສາທາ ລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນວັນທີ 9 ກັນຍາ 1948. ສະຫາຍໄດ້ປົກປ້ອງສິດອຳນາດ ອະທິປະໄຕ ແລະ ກຽດສັກສີຂອງ ສປປ ເກົາຫລີ ໃນສົງຄາມ ເກົາຫລີ ຕ້ານການຮຸກຮານທາງທະຫານ ຂອງຈັກກະພັດຕ່າງດ້າວ ແຕ່ປີ 1950 ຈົນເຖິງປີ 1953. ສະຫາຍ ໄດ້ປະຕິບັດການຟື້ນຟູຫລັງສົງຄາມ ແລະ ການປະຕິວັດສັງຄົມນິຍົມໃຫ້ ໄດ້ຮັບໄຊຊະນະ. ດັ່ງນັ້ນ, ຈຶ່ງເຮັດ ໃຫ້ ສປປ ເກົາຫລີ ກາຍເປັນປະເທດ ສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ, ເອກະລາດເປັນເຈົ້າຕົນເອງ,ເພິ່ງຕົນ ເອງແລະສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. ສະຫາຍ ຖືວ່າ “ປະຊາຊົນແມ່ນ ພະເຈົ້າຂອງຂ້ອຍ”, ເຊິ່ງເປັນຄຳ ຂວັນ ປະຈໍາຊີວິດຂອງຕົນ ແລະ ການເມືອງທີ່ມີຄວາມເຫັນອົດເຫັນ ໃຈຂອງຕົນນັ້ນ ໄດ້ເຮັດໃຫ້ລະບົບ ສັງຄົມນິຍົມທີ່ມີປະຊາຊົນເປັນໃຈ ກາງໄດ້ມີຮາກເລິກຢູ່ໃນ ສປປ ເກົາຫລີ. ສະຫາຍ ໄດ້ໃຫ້ນິຍາມຄວາມ ເປັນເອກະລາດ, ສັນຕິພາບ ແລະ ມິດ ຕະພາບວ່າ ເປັນອຸດົມການພື້ນຖານ ຂອງນະໂຍບາຍການຕ່າງປະເທດ ຂອງ ສປປ ເກົາຫລີ ແລະ ເພີ່ມພູນ ກຽດສັກສີໃນເວທີສາກົນຜ່ານ ການເຄື່ອນໄຫວການຕ່າງປະເທດທີ່ ເຕັມໄປດ້ວຍຄວາມຫ້າວຫັນຂອງ ສະຫາຍ. ສະຫາຍ ໄດ້ດຳລົງຕຳແໜ່ງເປັນ ປະມຸກລັດເປັນເວລາເກືອບເຄິ່ງສັດ ຕະວັດ, ໃນຖານະທີ່ເປັນນັກຮົບເກົ່າ ສະຫາຍ ໄດ້ເປີດຍຸກສະໄໝໃໝ່ ແຫ່ງຄວາມເປັນເອກະລາດ ແລະ ໄດ້ປະກອບສ່ວນເຂົ້າໃນການເພີ່ມ ພູນຄູນສ້າງຂະບວນການບໍ່ຮ່ວມ ກຸ່ມ ແລະ ຂະບວນການສັງຄົມນິຍົມ. ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງ ໃຫ່ຍຂອງປະຊາຊົນ ສປປ ເກົາຫລີ ໄດ້ມີການພົບປະຫລາຍຄັ້ງກັບສະ ຫາຍ ໄກສອນ ພົມວິຫານ, ຜູ້ນຳທີ່ ແສນເຄົາລົບຮັກຂອງປະຊາຊົນ ລາວ ບັນດາເຜົ່າ ແລະ ບັນດາການ ນຳໃນເມື່ອກ່ອນຂອງ ສປປ ລາວ ເຊິ່ງເປັນການປະກອນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ສປປ ເກົາ ຫລີ ແລະ ສປປ ລາວ. ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ນັບມື້ນັບມີຄວາມ ກ້າວໜ້າ ແລະ ໄດ້ຮັບການພັດທະ ນາຢ່າງບໍ່ຢຸດຢັ້ງ ໂດຍບໍ່ມີວັນເສື່ອມ ໂຊມ ເຊິ່ງຜ່ານຜ່າການຜັນແປຢ່າງ ສັບສົນຂອງສະພາບການສາກົນ ບົນ ພື້ນຖານເຈດຈຳນົງຂອງຜູ້ນຳສູງ ສຸດຂອງພັກ, ລັດສອງປະເທດທີ່ຍຶດ ໝັ້ນໃນບັນດາຜົນງານຂອງບັນດາ ການນຳຮຸ່ນກ່ອນທີ່ບັນລຸໄດ້ໃນການ ພັດທະນາການພົວພັນສອງຝ່າຍ. *** ອ່ານຕໍ່ສະບັບໜ້າ *** ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງສະຫວັນນະເຂດ ເຂົ້າຮ່ວມ ເປັນປະທານໃນກອງປະຊຸມສະ ຫລຸບຜົນການຈັດ ຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ແຕ່ປີ 20212023 ແລະ ວາງແຜນການວຽກ ງານຈຸດສຸມປີ 2024-2025 ຂອງ ແຂວງ ໃນວັນທີ 29 ມີນາ 2024 ຜ່ານມາ ເຊິ່ງນັບແຕ່ເລີ່ມຈັດຕັ້ງ ປະຕິບັດວາລະແຫ່ງຊາດ ມາຮອດ ປັດຈຸບັນ, ສາມາດມ້າງຄະດີຢາເສບ ຕິດປະເພດຕ່າງໆໃນທົ່ວແຂວງໄດ້ 1.014 ເລື່ອງ, ກັກຜູ້ຖືກຫາໄດ້ 1.545 ຄົນ, ຢຶດຂອງກາງຢາບ້າ 8 ລ້ານກວ່າເມັດ, ຢາອີ 960 ເມັດ, ຢາເຄ 17 ຄົງ, ຢາໄອ 365 ຖົງ, ເຮໂລອິນ 164 ແທ່ງ(61 ພັນກວ່າ ກິໂລ), ກັນຊາແຫ້ງ 890 ກິໂລ,ໃບ ກະທ້ອມ 46 ກິໂລ, ກາເຟ ປະສົມ ສານເສບຕິດ 2 ພັນກວ່າຊອງ, ຢາ ດີໄອ 929 ກວດ ແລະ ຢາເສບຕິດ ອື່ນໆອີກຫລາຍລາຍການ. ໂອກາດນີ້, ທ່ານ ພັອ ບຸນ ເລີດ ຄະທຸມພອນ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ໄດ້ໃຫ້ຮູ້ ວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະ ຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດແຕ່ລະໄລ ຍະເຫັນວ່າມີຜົນສຳເລັດໃນຫລາຍ ດ້ານ ເປັນຕົ້ນ ຈັດພິທີທຳລາຍຢາ ເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງ ເດັດຂາດແລ້ວ 3 ຄັ້ງ, ມີຢາເສບຕິດ ປະເພດຕ່າງໆ ທີ່ທຳລາຍຄື: ຢາບ້າ 48,80 ກິໂລ, ຢາໄອ 327,20 ກຣາມ, ຢາອີ26,05ກຣາມ, ຢາເຄ ຕາມິນ 472,56 ກຣາມ,ກັນຊາ ແຫ້ງ 461 ກິໂລ; ນັບແຕ່ ປີ 20212023 ໄດ້ຂຶ້ນບັນຊີເປົ້າໝາຍຄ້າ- ຂາຍຢາເສບຕິດ ໄດ້ທັງໝົດ 2.788 ຄົນ. ໃນນັ້ນ, ລາຍໃຫຍ່ 320 ຄົນ, ແກ້ໄຂໄດ້ 224 ຄົນ, ລາຍກາງ 402 ຄົນ, ແກ້ໄຂໄດ້ 321 ຄົນ ແລະ ລາຍຍ່ອຍ 2.066 ຄົນ, ແກ້ໄຂໄດ້ 987 ຄົນ, ຂຶ້ນບັນຊີເປົ້າໝາຍເສບ ທັງໝົດ 17.215 ຄົນ, ສົມທົບກັບ ອຳນາດການປົກຄອງ ບ້ານສຶກສາ ອົບຮົມຢູ່ຂັ້ນຮາກຖານ 15.751 ຄົນ, ແນະນຳຜູ້ປົກຄອງສົ່ງເຂົ້າສູນ ບຳບັດ-ປິ່ນປົວຜູ້ຕິດຢາເສບຕິດ ຈຳນວນ1.052ຄົນ, ໄດ້ກຳນົດພື້ນ ທີ່ຫລໍ່ແຫລມ 303 ຈຸດ, ແກ້ໄຂໄດ້ 93 ຈຸດ ແລະ ສະຖານທີ່ສັບສົນ24 ຈຸດ, ແກ້ໄຂໄດ້ 13 ຈຸດ. ນອກຈາກ ການແກ້ໄຂບັນຫາຢາເສບຕິດ ແລ້ວ, ກໍໄດ້ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ຕ່າງໆໄປພ້ອມໆກັນ ເຊັ່ນ: ລັກຊັບ, ງັດແງະ ແລະບັນຫາ ອາຊະຍາກຳອື່ນໆໄດ້ 834 ລາຍ, ກັກຕົວຜູ້ຖືກຫາ 906 ຄົນເພື່ອນຳ ໄປດຳເນີນຄະດີຕາມລະບຽບກົດ ໝາຍ. ຈາກນັ້ນ, ທ່ານ ພົຈວ ສົມໝາຍ ພົມມະຈັນ ກຳມະການປະຈຳພັກ ແຂວງ, ຫົວໜ້າກອງບັນຊາ ການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ເຈົ້າແຂວງສະຫວັນນະເຂດ ວ່າ ດ້ວຍການແຕ່ງຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນ ແຂວງ 2024-2025 ແລະ ຂໍ້ຕົກລົງວ່າ ດ້ວຍການແບ່ງຄວາມຮັບຜິດຊອບ ຂອງແຕ່ລະພະແນກການທີ່ກ່ຽວ ຂ້ອງ. ພ້ອມນີ້, ທ່ານປະທານກອງ ປະຊຸມຍັງໄດ້ມີຄຳເຫັນເຈາະຈີ້ມຕໍ່ ກັບການຈັດຕັ້ງຜັນຂະຫຍາຍວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດພາຍໃນແຂວງ ສະຫວັນນະເຂດ ແນໃສ່ເພື່ອເຮັດ ໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດ ຕາມແຜນການທີ່ວາງໄວ້. ພາກສ່ວນກ່ຽວຂ້ອງກຳລັງ... ຂປລ. ຈາກກໍລະນີທີ່ສື່ສັງຄົມ ອອນລາຍອອກຂ່າວວ່າ: ມີປາຕາຍ ຈໍານວນຫລາຍຢູ່ເຂດບ້ານກໍຝຸງ ເມືອງກວັນ ແຂວງຫົວພັນ ເຮັດໃຫ້ ສັງຄົມມີຄວາມສົນໃຈຢາກຮູ້ເຖິງ ສາເຫດຂອງປາຕາຍທີ່ເກີດຂຶ້ນ. ຕໍ່ບັນຫາດັ່ງກ່າວ, ທ່ານພອນສິນ ພົມປານດາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຊີ້ ແຈງຜ່ານລາຍການຮອບບ້ານຜ່ານ ເມືອງ ຂອງສະຖານີວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 1 ເມສາ 2024 ນີ້ວ່າ: ຂ່າວດັ່ງກ່າວ ມີມູນຄວາມຈິງແທ້ ເນື່ອງຈາກໃນ ວັນທີ 30 ມີນາຜ່ານມາ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສົ່ງວິຊາ ການທີ່ກ່ຽວຂ້ອງໄປເຄື່ອນໄຫວ ກວດກາຕົວຈິງເຫັນວ່າເຫດການປາ ຕາຍ ແມ່ນເກີດຂຶ້ນແຕ່ວັນທີ 29 ມີ ນາ ຢູ່ສາຍນໍ້າເຢື້ອງ ກວມເອົາ 4 ບ້ານຄື:ບ້ານກໍຝຸງ,ສັນຄູນ,ທ່າຄວາຍ ແລະ ບ້ານບວກ. ແຕ່ປັດຈຸບັນ, ຍັງ ບໍ່ທັນຮູ້ກ່ຽວກັບສາເຫດທີ່ເຮັດໃຫ້ ປາຕາຍເທື່ອ ເນື່ອງຈາກວິຊາການ ທີ່ໄປກວດກາຕົວຈິງບໍ່ທັນມີເຄື່ອງ ມືວັດແທກຄຸນນະພາບຂອງນໍ້າ, ແຕ່ໃນຂອບເຂດທີ່ໃກ້ຄຽງ ແມ່ນເຄີຍ ມີການສໍາຫລວດແຮ່ເຫລັກມາແຕ່ ດົນແລ້ວ ແຕ່ຍັງບໍ່ທັນໄດ້ມີການ ເຄື່ອນໄຫວຂຸດຄົ້ນຫຍັງເທື່ອ. ທ່ານ ພອນສິນ ພົມປານດາ ຍັງ ໃຫ້ຮູ້ຕື່ມວ່າ: ໃນຕອນບ່າຍວັນທີ 1 ເມສານີ້, ທີມງານທີ່ກ່ຽວຂ້ອງຂອງ ແຂວງ ໄດ້ນໍາເອົາເຄື່ອງໄປກວດ ຄຸນນະພາບຂອງນໍ້າ ຄາດວ່າຈະຮູ້ *** ຕໍ່ຈາກໜ້າ 1 *** ຜົນລະອຽດໃນໄວໆນີ້, ປັດຈຸບັນ ຫ້ອງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມເມືອງກວັນ ໄດ້ແຈ້ງໄປຫາປະຊາຊົນໃນຂອບ ເຂດທີ່ມີປາຕາຍຫ້າມເອົາປາ ທີ່ ຕາຍໄປບໍລິໂພກ, ລວມເຖິງຫ້າມນໍາ ໃຊ້ນໍ້າຢູ່ເຂດດັ່ງກ່າວໃນໄລຍະນີ້ ເພື່ອຮັບປະກັນຄວາມປອດໄພຈົນ ກວ່າພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແຂວງ ຈະຮູ້ລະອຽດກ່ຽວກັບສາເຫດຂອງ ປາຕາຍທີ່ເກີດຂຶ້ນຢູ່ 4 ບ້ານຂອງ ເມືອງກວັນ ໃນຄັ້ງນີ້. ສຳເລັດກອງປະຊຸມ... *** ຕໍ່ຈາກໜ້າ 1 *** ຫລັກ ປະກອບມີ: ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດ ຖະກິດ, ການສ້າງອະນາຄົດແບບ ຍືນຍົງ ແລະ ທຸກພາກສ່ວນມີສ່ວນ ຮ່ວມ ແລະ ການຫັນປ່ຽນເພື່ອກ້າວ ໄປສູ່ດີຈິຕອນໃນອະນາຄົດ. ອີງ ໃສ່ແຜນຍຸດທະສາດດັ່ງກ່າວ, ຂະ ແໜງການທະນາຄານໄດ້ສຸມໃສ່ ການແກ້ໄຂຄວາມຫລຸດໂຕນການ ເຂົ້າເຖິງແຫລ່ງທຶນ ແລະ ການເສີມ ສ້າງໃຫ້ເຂົ້າເຖິງການບໍລິການທາງ ການເງິນ ໃນກຸ່ມຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເພີ່ມທະວີຄວາມເຂັ້ມແຂງ ທາງດ້ານການເງິນໃນພາກພື້ນ ແລະ ແຜນວຽກ LCT Framework ໃນກອງປະຊຸມ ACDM. ໃນກອງປະຊຸມ AFCDM ໄດ້ຮັບຊາບຄວາມຄືບໜ້າ ແລະ ແຜນການຈັດຕັ້ງປະຕິບັດຕາມບົດ ລາຍງານຂອງຄະນະກຳມະການ ທັງໝົດ (Working Committees) ເຊິ່ງໄດ້ເນັ້ນໜັກເຖິງຄວາມ ພະຍາຍາມຂອງອາຊຽນ ໃນການ ຊຸກຍູ້ໃຫ້ວຽກງານການເງິນ-ທະ ນາຄານ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງເຂົ້າກັນຫລາຍ ຂຶ້ນໃນທ່າມກາງສະພາບການເໜັງ ຕີງ ແລະ ຄວາມບໍ່ແນ່ນອນຂອງ ການເງິນໃນໂລກ. ພ້ອມກັນນີ້, ບັນດາທ່ານຮອງ ຜູ້ວ່າການ ແລະ ຜູ້ຕາງໜ້າຈາກທະ ນາຄານກາງ 10 ປະເທດອາຊຽນ ໄດ້ເຫັນດີຮ່ວມກັນໃນການຮັບຮອງ ຜົນສຳເລັດບັນດາໜ້າວຽກຕົ້ນຕໍ ຂອງຄະນະກຳມະການເຊື່ອມໂຍງ ການເງິນອາຊຽນ ລວມທັງທິດທາງ ແຜນການໃນຕໍ່ໜ້າ ໂດຍສະເພາະ ແມ່ນວຽກງານການສົ່ງເສີມການ ນຳໃຊ້ສະກຸນເງິນທ້ອງຖິ່ນໃນພາກ ພື້ນ, ການທົບທວນບັນດາໜ້າວຽກ ຕົ້ນຕໍຂອງຄະນະກຳມະການ ເພື່ອ ໃຫ້ສອດຄ່ອງຕາມແຜນປະຊາ ສະມາຄົມເສດຖະກິດອາຊຽນ ປີ 2025 (AECPost 2025). ໃນທ້າຍກອງປະຊຸມ, ທ່ານ ຮອງຜູ້ວ່າການ ທຫລ ໄດ້ສະແດງ ຄວາມຂອບໃຈມາຍັງສະມາຊິກທີ່ ເຂົ້າຮ່ວມກອງປະຊຸມ ໃຫ້ການຮ່ວມ ມື ແລະ ສະໜັບສະໜຸນ ສປປ ລາວ ໃນນາມປະທານອາຊຽນ ປີ 2024 ນີ້ຢ່າງແໜ້ນແຟ້ນ. *** ຕໍ່ຈາກໜ້າ 1 *** ສຊປລ ສຸມໃສ່... ປູກຝັງ ແລະ ລ້ຽງສັດ. ພ້ອມທັງ ໃຫ້ທຶນກູ້ຢືມແບບບໍ່ມີດອກເບ້ຍໃຫ້ ແກ່ຊາວໜຸ່ມບ້ານເພື່ອສ້າງເສດ ຖະກິດຄອບຄົວ, ຊອກຫາຕະຫລາດ ໃຫ້ຊາວໜຸ່ມ ແຂວງຫົວພັນ, ຫລວງ ພະບາງ ແລະ ອຸດົມໄຊ ໃນການ ເກັບຊື້ຜະລິດຕະພັນກະສິກຳ. ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໃຫ້ຮູ້ໃນກອງປະຊຸມສາມັນຄົບ ຄະນະບໍລິຫານງານສູນກາງຊາວ ໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII ໃນວັນທີ 2 ເມສາ 2024 ວ່າ: ສະພາບສັງຄົມໃນປັດຈຸ ບັນ ມີພວກກຸ່ມຄົນບໍ່ດີມາຕົວະຍົວະ ຫລອກລວງ ຜ່ານສື່ສັງຄົມອອນ ລາຍເຮັດໃຫ້ໄວໜຸ່ມຍິງ-ຊາຍພາກັນ ຫລັ່ງໄຫລໄປອອກແຮງງານ, ໄປ ແຕ່ງງານ, ໄປທ່ອງທ່ຽວແລ້ວຖືກ ບັງຄັບຂູດຮີດແຮງງານ, ບັງຄັບໃຫ້ ຂາຍບໍລິການທາງເພດ, ຖືກຈັບຕົວ ຮຽກຄ່າໄຖ່ ແລະ ອື່ນໆ. ຕໍ່ກັບບັນຫາ ດັ່ງກ່າວ ຄະນະຊາວໜຸ່ມແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການສ້າງເງື່ອນໄຂ ແລະ ລົງໂຄສະນາສ້າງຈິດສຳນຶກ ດ້ວຍການນຳເອົາແນວທາງນະໂຍ ບາຍຂອງພັກ-ລັດ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ແລະ ບັນດານິຕິກຳທີ່ພົວພັນເຖິງສິດຜົນ ປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນ ດ້ວຍການສະໜອງຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ, ໃຫ້ຄວາມຮູ້ທົ່ວໄປ ດ້ວຍຫລາຍຮູບແບບ ດ້ວຍການມີ ສ່ວນຮ່ວມແລກປ່ຽນປຶກສາຫາລື, ສໍາມະນາ, ຝຶກອົບຮົມ, ໂຄສະນາ, ຊ່ວຍເຫລືອ ໃນວຽກງານຕ້ານແລະ ສະກັດກັ້ນການຄ້າມະນຸດ,ວຽກງານ ບົດບາດຍິງ-ຊາຍ, ຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກນ້ອຍ, ຜົນຮ້າຍຂອງ ຢາເສບຕິດແລະກິດຈະກໍາອື່ນທີ່ເປັນ ການປົກປ້ອງ ແລະ ສົ່ງເສີມພອນ ສະຫວັນ ຂອງຊາວໜຸ່ມ-ເຍົາວະຊົນ. ນອກນີ້, ຍັງໄດ້ບໍລິການໃຫ້ຄຳ ປຶກສາແກ່ຊາວໜຸ່ມ-ເຍົາວະຊົນແລະ ກຸ່ມຄົນທົ່ວໄປຜ່ານເບີສາຍດ່ວນ 1554 ຂອງ ສຊປລ ແລະ ບໍລິການ ໃຫ້ຄໍາປຶກສາຂັ້ນສູນກາງ ແລະ ຂັ້ນ ແຂວງ ຢູ່ 10 ແຂວງ. ທັງນີ້, ກໍເພື່ອ ປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງຊາວໜຸ່ມ-ເຍົາວະຊົນລາວ. ຂ່າວ: ກິດຕາ, ພາບ: ສັນທະນາ *** ຕໍ່ຈາກໜ້າ 1 *** ສວນພຶກສາ... ກັບຢາພື້ນເມືອງ, ຂີ່ສະລິງ,ຂີ່ລົດນຳ ທ່ຽວ ແລະ ອື່ນໆແລ້ວ, ອັນພົ້ນເດັ່ນ ແມ່ນ ຫ້ອງວາງສະແດງ ບັນດາເຜົ່າ ເຊິ່ງເປັນບ່ອນຮວບຮວມປະຫວັດ ຄວາມເປັນມາຂອງ 50 ຊົນເຜົ່າ ແຫ່ງ ທຳອິດໃນ ສປປ ລາວ. ທ່ານ ພູວົງ ພະມີສິດ ເຈົ້າຂອງ ສວນພຶກສາ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດ ເຂົ້າຮ່ວມກອງປະຊຸມທຸ ລະກິດລາວ ຄັ້ງທີ 15 ຢູ່ນະຄອນ ຫລວງວຽງຈັນ ໃນວັນທີ 2 ເມສາ 2024 ນີ້ວ່າ: ບຸນປີໃໝ່ລາວ 2024 ທີ່ຈະມາເຖິງນີ້, ສວນພຶກສາຈະຈັດ ໃຫ້ມີຫລາກຫລາຍກິດຈະກຳເພື່ອ ກຽມໃຫ້ແກ່ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ ກໍຄື ເຂົ້າມາທ່ຽວຊົມ ສວນພຶກສາ ເຊິ່ງອັນທີ່ພົ້ນເດັ່ນ ແລະ ແປກໃໝ່ ຢູ່ພາຍໃນສວນແມ່ນ ຫ້ອງວາງສະແດງບັນດາເຜົ່າທີ່ຫາ ກໍ່ເປີດໃຫ້ບໍລິການໃນວັນທີ 22 ມີນາ 2024 ຜ່ານມາ ເພື່ອສົ່ງເສີມການ ທ່ອງທ່ຽວພາຍໃນ ແລະ ຕ້ອນຮັບ ປີທ່ອງທ່ຽວລາວໃນປີ 2024 ແລະ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ຮັກສາວັດທະນະທຳຮີດຄອງປະເພ ນີຂອງບັນດາເຜົ່າ, ທັງ ເປັນສະຖານ ທີ່ສຶກສາຮຽນຮູ້ກ່ຽວກັບວັດທະນະ ທໍາບັນດາເຜົ່າ ໃຫ້ແກ່ບັນດາຊາວ ໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກ ສາທັງແຂກພາຍໃນ ແລະ ຕ່າງປະ ເທດ ທີ່ມີຄວາມສົນໃຈກ່ຽວກັບວັດ ທະນະທຳປະເພນີບັນດາເຜົ່າຕ່າງໆ ເຊິ່ງຫ້ອງວາງສະແດງບັນດາເຜົ່າ ດັ່ງກ່າວ, ເປັນບ່ອນຮວບຮວມປະ ຫວັດຄວາມເປັນມາຂອງ 50 ຊົນ ເຜົ່າແຫ່ງທຳອິດໃນລາວໂດຍໄດ້ ສ້າງອາຄານ ແລະ ເຮືອນບັນ ດາ ເຜົ່າ.ໃນນັ້ນ,ປະກອບມີຫ້ອງສາຍຮູບ ເງົາປະຫວັດຄວາມເປັນມາໂດຍຫຍໍ້ ຂອງບັນດາເຜົ່າ, ຫ້ອງວາງສະແດງ ຮູບແຕ້ມ ແລະ ຄວາມເປັນມາຂອງ 50 ຊົນເຜົ່າ, ຫ້ອງວາງສະແດງພິທີ ກຳຕ່າງໆຂອງບັນດາເຜົ່າໃນ 4 ກຸ່ມ ພາສາ, ວາງສະແດງເຄື່ອງນຸ່ງຂອງ ຖືທີ່ເປັນເອກະລັກຂອງ 50 ຊົນເຜົ່າ. ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກ ວ່າ: ສວນພຶກສາ ໄດ້ເປັນສ່ວນໜຶ່ງ ໃນການດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ກໍຄື ນະ ຄອນຫລວງວຽງຈັນ ຫລາຍຂຶ້ນ ເຊິ່ງພວກເຮົາໄດ້ມີການການປັບປຸງ ສະພາບແວດລ້ອມ, ປະດັບປະດາ ແລະ ສ້າງສິ່ງໃໝ່ໆຢູ່ພາຍໃນສວນ ມາໂດຍຕະຫລອດ ໂດຍສະເພາະ ສ້າງຫໍວາງສະແດງ 50 ຊົນເຜົ່າ ອັນໄດ້ກາຍເປັນຈຸດຂາຍເອົາການ ສະແດງວັດທະນະທໍາຊົນເຜົ່າມາ ເປັນຈຸດເດັ່ນ ແລະ ດຶງດູດນັກທ່ອງ ທ່ຽວເຂົ້າມາ ເພາະວັດທະນະທໍາມັນ ເປັນມໍລະດົກທີ່ບໍ່ມີວັນບົກແຫ້ງຖ້າ ເຮົາຫາກນໍາສະເໜີໃຫ້ມີຄວາມໂດດ ເດັ່ນ ແລະ ສາມາດເຂົ້າເຖິງໄດ້ງ່າຍ ກໍຈະເປັນທ່າ ແຮງໜຶ່ງທີ່ດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຂົ້າມາເພີ່ມຂຶ້ນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==