lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/04/2024 xtgmf]k; ກະຊວງ ປກສ ປະກາດ... ໂຮມຊຸມນຸມສະຫລອງ... ຫົວໜ້າຫ້ອງວ່າການ... ຮອງນາຍົກລັດຖະມົນຕີ... ກະຊວງການເງິນ... ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດພິທີໂຮມຊຸມນຸມ ສະ ເຫລີມສະຫລອງວັນສ້າງ ຕັ້ງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃນວັນທີ 3 ເມສາ 2024 ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ມີບັນດາການນໍາແລະພະນັກ ງານຫລັກແຫລ່ງນາຍຕໍາຫລວດ, ພ້ອມດ້ວຍອະດີດພະນັກງານອາວຸ ໂສບໍານານ ທົ່ວກໍາລັງປ້ອງກັນ ຄວາມສະຫງົບ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນໂອກາດ ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ກ່າວ ປາໄສ ຕໍ່ພິທີໂຮມຊຸມນຸມ ໂດຍທ່ານໄດ້ຍົກ ໃຫ້ເຫັນເຖິງການກໍາເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງ ກັນຄວາມສະຫງົບຕະຫລອດໄລ ຍະ 63 ປີ; ການກໍາເນີດຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ລາວມີຄວາມໝາຍສໍາຄັນທາງດ້ານ ການເມືອງອັນໃຫຍ່ຫລວງ ໃນປະ ຫວັດສາດຂອງຊາດລາວ, ນັບແຕ່ ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມ ສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງ ດີຕະຫລອດມາ; ທັງເຄື່ອນໄຫວ ປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງ ກຳລັງ, ເພີ່ມພູນຜະລິດຜົນຫາລ້ຽງ ກຸ້ມຕົນເອງດ້ວຍການສ້າງພະລາທິ ການກັບທີ່, ທັງຂົນຂວາຍ, ກໍ່ສ້າງ ຮາກຖານເຊິ່ງໄດ້ຮັບຄວາມຮັກ ແພງ, ອູ້ມຊູຊ່ວຍເຫລືອຈາກປະຊາ ຊົນຕະຫລອດມາ. ເຖິງວ່າໃນເບື້ອງ ຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການ ປະກອບອາວຸດ, ພາຫະນະຫລ້າສະ ໄໝ, ລະດັບເຕັກນິກວິທະຍາສາດ ບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງ ຕ້ອງການຂອງປະເທດຊາດ, ກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍ ນ້ຳໃຈຮັກຊາດ, ຮັກຄວາມເປັນເອ ກະລາດ ແລະ ຜືນແຜ່ນດິນອັນອຸດົມ ຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍ ຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງ ທັບປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດພາຍ ນອກ ແລະ ລູກແຫລ່ງຕີນມືຂາຍ ຊາດ. ຕະຫລອດໄລຍະທາງອ ັນລະ ອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ ສຸດນັ້ນ ແຕ່ກໍປ່ຽມລົ້ນໄປດ້ວຍຜົນ ງານແລະໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ກໍາລັງ ປກສ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວໃນການປະຕິ ບັດໜ້າທີ່ການເມືອງ, ທັງປະສານສູ້ ຮົບຢ່າງພິລະອາດຫານ, ອອກແຮງ ປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວ ເປັນລໍາດັບມາ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮຽກຮ້ອງມາຍັງພະ ນັກງານ-ນັກຮົບທົ່ວກຳລັງປ້ອງ ກັນຄວາມສະຫງົບສືບຕໍ່ເຊື່ອມຊຶມ ກຳແໜ້ນ ແລະ ຈັດຕັ້ງແນວທາງ ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ປະຕິບັດມະຕິວ່າ ດ້ວຍ ການເພີ່ມທະວີວຽກງານປ້ອງກັນ ຄວາມສະຫງົບໃນສະພາບການ ໃໝ່; ຄຳສັ່ງວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາ ສັ່ງວ່າດ້ວຍການສະກັດກັ້ນແລະ ແກ້ ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທັງ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ແລະ ບັນດານິຕິກຳ ອື່ນໆ ທີ່ກ່ຽວຂ້ອງໃຫ້ເປັນແຜນຍຸດ ທະສາດ, ເປັນແຜນງານ ແລະ ໂຄງ ການທີ່ນອນໃນຄວາມຮັບຜິດຊອບ ໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມ ກັບການຍູ້ແຮງເຮັດໃຫ້ບັນຫາດັ່ງ ກ່າວກາຍເປັນພັນທະຂອງທົ່ວສັງ ຄົມ ແນໃສ່ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ, ປົກປັກ ຮັກສາຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ປອດໄພ ຂອງສັງຄົມໃຫ້ມີຄວາມໜັກແໜ້ນ. ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານໃນກໍາລັງປ້ອງ ກັນຄວາມສະຫງົບໃຫ້ເຂັ້ມແຂງທຸກ ດ້ານ; ເຊີດຊູບົດບາດການນຳພາ ໂດຍກົງ, ເດັດຂາດ ແລະ ຮອບດ້ານ ຂອງພັກ ຕໍ່ທຸກຂົງເຂດວຽກງານ ປ້ອງກັນຄວາມສະຫງົບ; ເພີ່ມທະວີ ການປັບປຸງ, ກໍ່ສ້າງກຳລັງປ້ອງ ກັນຄວາມສະຫງົບໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນກ້າວສູ່ຄວາມທັນ ສະໄໝ, ຕິດພັນກັບການກໍ່ສ້າງກຳ ລັງໃຫ້ມີຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະ, ວິຊາການ ຕ່າງໆໃຫ້ຮັບປະກັນທາງດ້ານຈໍາ ນວນ ແລະ ຄຸນນະພາບ; ເປັນກຳລັງ ທີ່ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການ ສັງຄົມນິຍົມ. ເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກ, ຄະນະບັນຊາຕໍ່ກັບ ວຽກງານປ້ອງກັນ ພັກ, ປ້ອງກັນພະ ນັກງານ, ວຽກງານຕິດຕາມກວດ ກາ ແລະ ແກ້ໄຂຜົນຂອງການກວດ ກາໃຫ້ເດັດຂາດ, ເຂັ້ມງວດ; ເປັນ ເຈົ້າການສະກັດກັ້ນ ແລະ ຕ້ານປະ ກົດການຫຍໍ້ທໍ້ພາຍໃນກໍາລັງໂດຍ ສະເພາະການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍທັງສຸມໃສ່ ຕ້ານປະກົດການຫັນປ່ຽນດ້ວຍຕົນ ເອງ ແລະ ເສື່ອມຄຸນປ່ຽນທາດເອງ ຢ່າງແຂງແຮງ; ຕັ້ງໜ້າແກ້ໄຂປະ ກົດການຫຍໍ້ທໍ້, ຈຳກັດ ແລະ ສະກັດ ກັ້ນໜໍ່ແໜງທີ່ຈະກະທົບຕໍ່ຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພຂອງສັງຄົມ ກໍຄື ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ຕິດພັນ ກັບການສືບຕໍ່ຫັນກຳລັງລົງກໍ່ສ້າງ ຮາກຖານການເມືອງຢ່າງແຂງແຮງ ຕາມທິດ 3 ສ້າງ ເພື່ອເຮັດໃຫ້ວຽກ ງານປ້ອງກັນຄວາມສະຫງົບກາຍ ເປັນສະຕິ ແລະ ຄວາມຮັບຜິດຊອບ ຮ່ວມກັນຂອງທົ່ວສັງຄົມດ້ວຍ ຄວາມຕັ້ງໜ້າ; ເພີ່ມທະວີການ ສະ ກັດກັ້ນ ແລະ ຕ້ານອາຊະຍາກຳທາງ ຄອມພິວເຕີ, ການສວຍໃຊ້ສື່ສັງຄົມ ອອນລາຍກໍ່ຄວາມບໍ່ສະຫງົບໃນ ສັງຄົມ ໂດຍສົມທົບແໜ້ນກັບຂະ ແໜງການກ່ຽວຂ້ອງ, ຕິດພັນກັບ ການຕອບໂຕ້ຂໍ້ມູນ ຫລື ຂ່າວບໍ່ມີ ຄວາມຈິງ, ການໂຄສະນາໃສ່ຮ້າຍ ປ້າຍສີຕ່າງໆໃຫ້ແຫລມຄົມແລະທັນ ການ; ຕັ້ງໜ້າຜັນຂະຫຍາຍຍຸດທະ ສາດ ແລະ ແຜນງານດ້ານພະລາ ທິການຮັບໃຊ້ວຽກງານປ້ອງກັນ ຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບ ປຸງ, ຍົກສູງຄຸນນະພາບວຽກງານ ພະລາທິການຮອບດ້ານຕາມທິດເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ; ສຸມ ໃສ່ສ້າງ, ປັບປຸງກົນໄກ, ລະບຽບ ການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວ ວຽກງານພະລາທິການຂອງກົມ ກອງໃຫ້ມີປະສິດທິຜົນ; ຜັນຂະ ຫຍາຍແນວທາງການ ຕ່າງປະເທດ ຂອງພັກ, ປະຕິບັດນະໂຍບາຍເຊື່ອມ ໂຍງພາກພື້ນ ແລະ ສາກົນໃຫ້ມີປະ ສິດທິຜົນ ໂດຍສຸມໃສ່ການພົວພັນ ຮ່ວມມືກັບກຳລັງປ້ອງກັນຄວາມ ສະຫງົບປະເທດເພື່ອນມິດຍຸດທະ ສາດ, ອົງການຕຳຫລວດອາຊຽນ ແລະ ອົງການຕຳຫລວດສາກົນຢ່າງ ມີການເລືອກເຟັ້ນ; ສົມທົບແໜ້ນລະ ຫວ່າງການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງກັບການ ຍາດແຍ່ງເອົາກຳລັງແຮງ, ກາລະ ໂອກາດທີ່ອໍານວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມ ກຽດເຂົ້າໃນພາລະກິດປົກປັກຮັກສາ ຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ລາວໃຫ້ສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ. ຂ່າວ: ລັດດາວັນ, ພາບ: ອ່າຍຄຳ ກອນ 2024 ເປັນຕົ້ນມາ ໂດຍຄິດ ໄລ່ເຂົ້າໃນຕາຕະລາງເບີກຈ່າຍເງິນ ເດືອນງວດ2ປີ2024, ສຳລັບງວດ 3 ເປັນຕົ້ນໄປໃຫ້ສືບຕໍ່ຄິດໄລ່ເງິນ ອຸດໜູນຄ່າຄອງຊີບເຂົ້າໃນຕາຕະ ລາງເບີກຈ່າຍເງິນເດືອນ ແລະ ເງິນ ນະໂຍບາຍຕ່າງໆ ໃຫ້ເປັນປົກກະຕິ. ສຳລັບການປະຕິບັດເງິນອຸດໜູນ ຄ່າຄອງຊີບ ຂອງ 5 ເປົ້າໝາຍ (ພະ ນັກງານຮັບອຸດໜູນໄລຍະຍາວ ໃນ ລະບົບປະກັນສັງຄົມ ທີ່ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງ) ໃຫ້ສືບຕໍ່ປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີເລກທີ 1236/ຫສນຍ, ລົງວັນທີ 6 ກໍລະ ກົດ 2023. ສ່ວນການເບີກຈ່າຍເງິນ ເດືອນເດືອນເມສາ 2024 ໃຫ້ຮີບ ຮ້ອນປະກອບເອກະສານສະເໜີ ເຖິງຂະແໜງການເງິນ(ງົບປະມານ ແລະ ຄັງເງິນແຫ່ງຊາດ) ຊ້າສຸດບໍ່ ໃຫ້ກາຍວັນທີ 9 ເມສາ 2024 ແລະ ເບີກຈ່າຍໃຫ້ສຳເລັດກ່ອນວັນທີ 12 ເມສາ 2024. ການປະຕິບັດນະໂຍບາຍຕໍ່ຄູອາ ສາສະໝັກ, ພະນັກງານບຳນານ ແລະ ທະຫານຊາຍແດນ ສອນຊ່ວຍ ໃນໂຮງຮຽນພາກລັດທີ່ຂາດຄູສອນ ສຳລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃຫ້ປະຕິບັດ ຕາມຂໍ້ຕົກລົງຂອງກະຊວງການ ເງິນເລກທີ 1007/ກງ, ລົງວັນທີ 22 ມີນາ 2024. ສຳລັບແຫລ່ງທຶນ ໃນການເບີກຈ່າຍໃຫ້ 6 ແຂວງຄື: ແຂວງຜົ້ງສາລີ, ຫົວພັນ, ບໍລິຄຳໄຊ, ເຊກອງ, ຈຳປາສັກ ແລະ ແຂວງໄຊ ສົມບູນ ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບພາກ ສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຕາມ ການຕົກລົງກັນຜ່ານມາ; ມອບໃຫ້ ບັນດາກະຊວງ-ອົງການ, ນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ຮີບຮ້ອນຈັດຕັ້ງປະຕິບັດແຈ້ງການ ສະບັບນີ້ຢ່າງເຂັ້ມງວດ ແລະ ທັນ ເວລາ, ພາຍຫລັງການຈັດຕັ້ງປະຕິ ບັດຫາກພົບຂໍ້ຫຍຸ້ງຍາກ ໃຫ້ລາຍ ງານຄືນ ກະຊວງການເງິນ ແລະ ກະຊວງພາຍໃນ ເພື່ອຊາບ ແລະ ຄົ້ນ ຄ້ວາຕາມພາລະບົດບາດ. ຫະລັດ ອາເມລິກາ ຄົນໃໝ່ ປະຈໍາ ສປປ ລາວ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ແຮັດເຕີ ວາເຣຍວາອາ ທີ່ໄດ້ຖືກແຕ່ງຕັ້ງໃຫ້ ມາດຳລົງຕຳແໜ່ງເປັນ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ອາເມລິກາ ປະຈຳ ສປປ ລາວ, ທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ ທີ່ອຸດົມສົມບູນຂອງທ່ານເອກອັກ ຄະລັດຖະທູດ ຈະເປັນຂົວຕໍ່ເຮັດໃຫ້ ສາຍພົວພັນ ແລະ ການຮ່ວມລະ ຫວ່າງ ສປປ ລາວ ແລະ ສ ອາເມຣິ ກາ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ພັດທະນາຍິ່ງໆຂຶ້ນໃນອະນາຄົດ. ພ້ອມກັນນີ້, ທ່ານຮອງນາຍົກລັດ ຖະມົນຕີ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການສະໜັບສະໜູນ ຂອງ ສ ອາ ເມລິກາ ໃຫ້ແກ່ສປປລາວ ໃນໄລຍະ ຜ່ານມາ, ໃນຂົງເຂດບຸລິມະສິດທີ່ມີ ເປົ້າໝາຍໃຫ້ການສະໜັບສະໜູນ ແລະຮ່ວມມືກັບສປປລາວ ເພື່ອເຮັດ ໃຫ້ ສປປ ລາວ ສາມາດຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ໃນປີ 2026 ທີ່ຈະ ມາເຖິງນີ້. ພ້ອມກັນນີ້, ສອງຝ່າຍໄດ້ຕີລາ ຄາຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໂດຍສະເພາະນັບ ຕັ້ງແຕ່ສອງປະເທດ ໄດ້ຍົກລະດັບ ການພົວພັນສອງຝ່າຍເປັນ “ຄູ່ຮ່ວມ ມືແບບກວມລວມ” ໃນປີ 2016 ໄດ້ກາຍເປັນພື້ນຖານສໍາຄັນໃຫ້ແກ່ ການເສີມຂະຫຍາຍການພົວພັນ ຮ່ວມມືຂອງສອງປະເທດໃຫ້ມີປະ ສິດທິຜົນ ແລະ ກວ້າງຂວາງຍິ່ງໆ ຂຶ້ນ ເປັນຕົ້ນ ໃນຂົງເຂດວຽກງານ ດ້ານມະນຸດສະທຳ ຄື: ການຊອກຫາ ສິ່ງເສດເຫລືອຂອງທະຫານອາເມ ລິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ ສປປ ລາວ (MIA) ແລະ ວຽກງານການເກັບກູ້ ແລະ ທໍາລາຍ ລະເບີດທີ່ບໍ່ທັນແຕກໃນປາງສົງ ຄາມຢູ່ ສປປ ລາວ (UXO), ລວມ ເຖິງຂົງເຂດສາທາລະນະສຸກ, ວຽກ ງານປາບປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ, ການຄ້າ-ການ ລົງທຶນ, ການສຶກສາ ແລະ ຂອບ ການຮ່ວມມືທີ່ສໍາຄັນອື່ນໆ. ພ້ອມນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວ ກັບການຈັດກິດຈະກຳຮ່ວມກັນເພື່ອ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ໃນປີ 2025 ແລະ ການຄົບ ຮອບ 10 ປີ ແຫ່ງການເປັນຄູ່ຮ່ວມ ມືແບບກວມລວມ ໃນປີ 2026. ໃນໂອກາດດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ກໍໄດ້ແຈ້ງໃຫ້ ຊາບກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປັດຈຸບັນ ແລະ ການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມ ການເຊື່ອມຕໍ່ພາກພື້ນ ແລະ ສ້າງ ຄວາມເຂັ້ມແຂງແກ່ອາຊຽນ, ບົນ ພື້ນຖານບູລິມະສິດຂອງ ສປປ ລາວ ໄດ້ກໍານົດໄວ້. ທ່ານນາງແຮັດເຕີວາເຣຍວາອາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຕ້ອນ ຮັບອັນອົບອຸ່ນໃນຄັ້ງນີ້ແລະ ສະແດງ ຄວາມປິຕິຍິນດີທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຢືນຢັນຈະສຸມທຸກ ກຳລັງແຮງຂອງຕົນປະກອບສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມການພົວ ພັນຮ່ວມມື ລະຫວ່າງ ສ ອາເມຣິກາ ແລະ ສປປ ລາວ ໃຫ້ຫລາຍຂຶ້ນໃນ ຕໍ່ໜ້າທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະຈະສະໜັບ ສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົມຜົນສໍາເລັດຕາມລະດັບ ຄາດໝາຍ. ຂ່າວ-ພາບ: ກຕທ ມີຮອງລັດຖະມົນ, ຄະນະກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນ ຊາກົມກອງອ້ອມຂ້າງ ແລະ ນາຍ ຕໍາຫລວດຜູ້ທີ່ໄດ້ຮັບການເລື່ອນ ຊັ້ນເຂົ້າຮ່ວມ. ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານຄະ ນະຈັດຕັ້ງສູນກາງພັກໄດ້ຜ່ານລັດ ຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການ ເລື່ອນຊັ້ນນາຍຕຳຫລວດຊັ້ນພົນ ຈັດຕະວາ ຂຶ້ນຊັ້ນພົນຕີ 3 ສະຫາຍ; ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດ ຕະວາ ມີ 10 ສະຫາຍ ແລະ ເລື່ອນ ຊັ້ນ ພັນໂທ ຂຶ້ນຊັ້ນ ພັນເອກ ຈຳ ນວນ 49 ສະຫາຍ, ຍິງ 4 ສະຫາຍ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ບັນດານາຍຕຳ ຫລວດທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງມີຄຳເຫັນໂອ້ລົມວ່າ: ການ ເລື່ອນຊັ້ນຄັ້ງນີ້, ແມ່ນສະແດງເຖິງ ຜົນງານ, ຄວາມເຕີບໃຫຍ່ຂະຫຍາຍ ຕົວທາງດ້ານການນຳພາ-ບັນຊາ ວຽກງານ, ຄວາມຮັບຜິດຊອບ, ຄວາມຮູ້ຄວາມສາມາດ, ຄວາມ ເຂັ້ມແຂງທີ່ບັນດາສະຫາຍ ສາມາດ ສ້າງໄດ້ຕະຫລອດໄລຍະຜ່ານມາ ເຊິ່ງໃນຕໍ່ໜ້າ, ບັນດາສະຫາຍຈົ່ງ ເພີ່ມຄວາມເປັນແບບຢ່າງໃນທຸກ ດ້ານ, ສືບຕໍ່ນຳພາກຳລັງປ້ອງກັນ ຄວາມສະຫງົບໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງຍິ່ງຂຶ້ນ ໃຫ້ສົມຄູ່ກັບ ຊັ້ນ, ຕຳແໜ່ງທີ່ສູງເດັ່ນຂຶ້ນ. ຂ່າວ-ພາບ: ສິລິພອນ ຂອງຄະນະບໍລິຫານງານສູນກາງ ຊາວໜຸ່ມ ຕ້ອງຕິດແໜ້ນກັບຮາກ ຖານແທ້ ໂດຍເລີ່ມຈາກການຕິດ ຕາມ, ເລືອກເຟັ້ນກໍ່ສ້າງສະມາຊິກ ຊາວໜຸ່ມຜູ້ທີ່ໜັກແໜ້ນ, ດີເດັ່ນ, ຈູບຈ້າວຫ້າວຫັນ, ມີຜົນສໍາເລັດ ເພື່ອສະເໜີຢັ້ງຢືນຂະຫຍາຍເຂົ້າໃນ ການຈັດຕັ້ງພັກ ແລະ ປັບປຸງແບບ ແຜນວິທີເຮັດວຽກຂອງຄະນະບໍລິ ຫານງານຊາວໜຸ່ມແຕ່ລະຂັ້ນໃນສະ ພາບປັດຈຸບັນ ທີ່ພວມຜະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ແລະ ອື່ນໆ. ພ້ອມນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເນັ້ນໃຫ້ຄະນະຊາວໜຸ່ມ ແຕ່ລະຂັ້ນເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງໃຫ້ໄປຕາມທິດກະທັດ ຮັດ, ສົມເຫດສົມຜົນ, ສອດຄ່ອງຕາມ ພາລະບົດບາດຂອງຕົນ, ສັບຊ້ອນ ຕຳແໜ່ງງານໃຫ້ເໝາະສົມກັບ ຄວາມຮູ້ຄວາມສາມາດ ແລະ ວິຊາ ສະເພາະຂອງແຕ່ລະສະຫາຍ, ສ້າງ ກົນໄກການນຳພາ, ແບບແຜນວິທີ ການເຮັດວຽກ ແລະ ການເຄື່ອນ ໄຫວຢ່າງມີຈຸມສຸມ ແລະ ມີເປົ້າໝາຍ ທີ່ລະອຽດຊັດເຈນ ສາມາດຕີ ລາຄາ ສະຫລຸບລາຍງານໄດ້, ພ້ອມທັງໃຫ້ ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກ ງານຊາວໜຸ່ມ, ຖືເອົາບັນຫານີ້ເປັນ ຂອດຕັດສິນຜົນໄດ້ຜົນເສຍ ຫລື ສ້າງຄວາມເຂັ້ມແຂງ ຂອງຜູ້ທີ່ເຮັດ ວຽກຊາວໜຸ່ມ-ເຍົາວະຊົນ ໃນສະ ພາບການໃໝ່. ສະນັ້ນ, ພະນັກງານ ຕ້ອງໄດ້ຮັບການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ສູງຂຶ້ນກ່ວາເກົ່າ, ຊອກໄດ້ຜູ້ທີ່ ຫ້າວຫັນ, ເດັ່ນແທ້, ມີຄວາມຈົງຮັກ ພັກດີ ໄປຕາມອຸດົມການຂອງພັກ ເພື່ອຮັບປະກັນກໍ່ສ້າງໃຫ້ເປັນພະ ນັກງານສືບທອດປ່ຽນແທນ ທີ່ມີຄຸນ ນະພາບ ແລະ ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ຊີ້ນໍາຊຸກຍູ້ການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຊາວໜຸ່ມໃຫ້ຕໍ່ເນື່ອງໂດຍສະ ເພາະແມ່ນດ້ານເນື້ອໃນຕ້ອງເລິກ ເຊິ່ງແທດຕົວຈິງ ແລະ ບຸກທະລຸ ເພື່ອ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນຖັນ ແຖວຊາວໜຸ່ມ; ເອົາໃຈໃສ່ເລືອກ ເຟັ້ນບຸກຄະລາກອນ ທີ່ຈະປະກອບ ເຂົ້າໃນຄະນະບໍລິຫານງານຊາວ ໜຸ່ມແຕ່ລະຂັ້ນຕ້ອງຮັບປະກັນມາດ ຖານ-ເງື່ອນໄຂທີ່ໄດ້ກຳນົດໄວ້, ມີ ຄຸນທາດການເມືອງ, ມີຄຸນສົມບັດ ສິນທຳປະຕິວັດຖືກຕ້ອງ, ກຽມ ເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃນຕໍ່ໜ້າ ແລະ ໃຫ້ສືບຕໍ່ຄົ້ນຄວ້າ ກະກຽມເງື່ອນໄຂຕ່າງໆລວມທັງ ບຸກຄະລາກອນ ທີ່ຈະປະກອບເຂົ້າ ໃນຄະນະບໍລິຫານງານສະຫະພັນ ຊາວໜຸ່ມລາວ ເພື່ອເປີດກອງປະ ຊຸມໃຫຍ່ປະກາດການສ້າງຕັ້ງສະຫະ ພັນຊາວໜຸ່ມ ໂດຍໄວຕາມມະຕິຕົກ ລົງຂອງຄະນະເລຂາທິການສູນ ກາງພັກ ວ່າດ້ວຍການອະນຸມັດໃຫ້ ສ້າງຕັ້ງສະຫະພັນຊາວໜຸ່ມລາວ; ສືບຕໍ່ເປັນເຈົ້າການໃນການຈັດຕັ້ງ ຜັນຂະຫຍາຍ 2 ວາລະແຫ່ງຊາດ ຢ່າງແຂງແຮງ, ເປັນຮູບປະທໍາຕົວ ຈິງ ໃນຖັນແຖວຊາວໜຸ່ມ-ໄວໜຸ່ມ ໂດຍຖືເອົາຂະບວນການ 4 ບຸກ ຍູ້ ແຮງການປະຕິບັດ 2 ວາລະແຫ່ງ ຊາດ ເຮັດໃຫ້ກາຍເປັນການກະທໍາ, ກາຍເປັນຂະບວນການອັນກວ້າງ ຂວາງແລະ ເລິກເຊິ່ງຂອງຊາວໜຸ່ມເຍົາວະຊົນຢ່າງແທ້ຈິງ, ຊາວໜຸ່ມ ຕ້ອງຕື່ນຕົວເປັນເຈົ້າການຈັດຕັ້ງ ປະຕິບັດມາດຕະການແກ້ໄຂ ຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ແລະ ການສະກັດກັ້ນ ແລະ ແກ້ ໄຂບັນຫາຢາເສບຕິດ. ພ້ອມນີ້, ການ ຈັດຕັ້ງຊາວໜຸ່ມແຕ່ລະຂັ້ນຕ້ອງຫັນ ເປັນແຜນການ, ໂຄງການ ແລະ ກິດຈະກຳອັນລະອຽດຕິດພັນກັບ ການຈັດຕັ້ງປະຕິບັດຕົວຈິງສາມາດ ສະຫລຸບຕີລາຄາແຕ່ລະໄລຍະເຫັນ ຜົນໄດ້ຢ່າງຊັດເຈນ ໂດຍໃຫ້ຖືເອົາ ຄໍາຂວັນປຸກລະດົມທີ່ວ່າ “ບ່ອນໃດ ຍາກຊາວໜຸ່ມບຸກບ່ອນໃດທຸກຊາວ ໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”. ພ້ອມທັງໃຫ້ ສ້າງການຫັນປ່ຽນໃໝ່, ຍົກລະດັບ ຄຸນນະພາບການສ້າງຂະບວນການ ຂອງ ຊາວໜຸ່ມລາວ ໂດຍການເພີ່ມ ທະວີປຸກລະດົມນໍ້າໃຈອາສາສະ ມັກຂອງກຳລັງຊາວໜຸ່ມໃນທຸກສາ ຂາອາຊີບ ໂດຍສະເພາະຜູ້ເປັນຄູ ສອນ, ເປັນແພດ-ໝໍ ໃນຂອບເຂດ ທົ່ວປະເທດໃຫ້ມີນໍ້າໃຈເສຍສະລະ ສູງກວ່າເກົ່າ, ກຽມພ້ອມຕະລຸມບອນ ໃນເວລາທີ່ປະເທດຊາດຮຽກຮ້ອງ ຕ້ອງການ ໃຫ້ສົມກັບເປັນກຳລັງປະ ຈັນບານ ເປັນແຂນຂວາທີ່ໄວ້ເນື້ອ ເຊື່ອໃຈຂອງພັກ; ສືບຕໍ່ປຸກລະດົມ ກໍາລັງແຮງຂອງຊາວໜຸ່ມລາວບັນ ດາເຜົ່າ ເຂົ້າສູ່ຂະບວນການພັດທະ ນາເສດຖະກິດ-ສັງຄົມ ຂອງຊາດ, ເສີມຂະຫຍາຍມູນເຊື້ອປະຈັນບານ ຂອງຊາວໜຸ່ມແຫ່ງຍຸກສະໄໝຊ່ວຍ ເຫລືອສັງຄົມ; ໃຫ້ສືບຕໍ່ຊຸກຍູ້, ສົ່ງ ເສີມສະມາຄົມນັກທຸລະກິດໜຸ່ມແຫ່ງ ຊາດ, ຄະນະທີ່ປຶກສາດ້ານເສດຖະ ກິດຂອງຄະນະເລຂາທິການສູນ ກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ຂຶ້ນກັບຊາວໜຸ່ມໃນການສົ່ງເສີມ ການຜະລິດພາຍໃນ ເພື່ອຮັບໃຊ້ແລະ ສົ່ງອອກຕ່າງປະເທດ ໃຫ້ຫລາຍຂຶ້ນ ກາຍເປັນກຳລັງແຮງສັງລວມໃຫ້ ແກ່ພັກ, ລັດ ກໍຄື ຊາວໜຸ່ມ-ເຍົາວະ ຊົນລາວ ແລະ ຕັ້ງໜ້າຮັກສາ-ເສີມ ຂະຫຍາຍມູນເຊື້ອ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ຊາດ, ຂອງເຜົ່າ ແລະ ຕ້ານຄ່ານິຍົມ ທີ່ຂັດຕໍ່ກົດໝາຍ ແລະ ລະບຽບການ ຂອງລັດ. ພ້ອມກັນນີ້, ຄະນະຊາວໜຸ່ມແຕ່ ລະຂັ້ນຕ້ອງສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ ແລະ ເລິກເຊິ່ງ ໃນວຽກ ງານໂຄສະນາສຶກສາອົບຮົມຊາວ ໜຸ່ມໃຫ້ແທດເໝາະກັບສະພາບການ ໃນໄລຍະໃໝ່, ການສຶກສາອົບຮົມ ຕ້ອງຕິດພັນກັບຂະບວນການຕົວ ຈິງໃຫ້ຫລາຍຂຶ້ນ, ມີເນື້ອໃນສອດ ຄ່ອງກັບຈິດຕະສາດຂອງຊາວໜຸ່ມເຍົາວະຊົນ ແລະ ຕ້ອງເຮັດຫລາກ ຫລາຍຮູບແບບ ເພື່ອດຶງດູດຄວາມ ສົນໃຈຂອງຊາວໜຸ່ມ ດ້ວຍການນຳ ໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າ ຊ່ວຍ ແລະ ນໍາໃຊ້ທ່າແຮງພື້ນຖານ ໂຄງລ່າງວັງເຍົາວະຊົນ ແລະ ຫໍມູນ ເຊື້ອຊາວໜຸ່ມທີ່ມີຢູ່ແລ້ວ ສົມທົບ ກັບສູນກິດຈະກຳຄົບວົງຈອນ ຂອງ ຊາວໜຸ່ມ ທີ່ບ້ານດົງໝາກຄາຍ ໃຫ້ ເກີດປະໂຫຍດສູງສຸດ ເພື່ອສ້າງກິດ ຈະກໍານຳເອົາຜົນປະໂຫຍດແລະ ການພັດທະນາຕົວຈິງມາສູ່ຊາວ ໜຸ່ມ-ເຍົາວະຊົນລາວ. ຂ່າວ: ກິດຕາ, ພາບ: ສັນທະນາ
RkJQdWJsaXNoZXIy MTc3MTYxMQ==