gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 03/05/2023 xtgmf]k; 4 3]d c]t gsfdko ຂປລ. ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະ ທູດແຫ່ງ ສ ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດສຳມະນາພາຍໃຕ້ຫົວ ຂໍ້: “ຍຸດທະສາດອິນໂດປາຊີຟິກ ຂອງສເກົາຫລີແລະຂໍ້ລິເລີ່ມຄວາມ ສາມັກຄີ ລະຫວ່າງ ສ ເກົາຫລີ- ອາຊຽນ” ໃນວັນທີ 28 ເມສາ 2023 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຮ່ວມຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະ ຖາບັນການຕ່າງປະເທດແລະທ່ານ Jung Yung Soo ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫລີ ປະຈຳ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍ ໃນກະຊວງການຕ່າງປະເທດ, ບັນ ດາກະຊວງຂະແໜງການອ້ອມຂ້າງ ສູນກາງ, ຄູ-ອາຈານ ແລະ ນັກສຶກ ສາຈາກຄະນະນິຕິສາດ ແລະ ລັດຖະ ສາດ, ມະຫາວິທະຍາໄລແຫ່ງຊາດ ລວມທັງພະນັກງານສະຖານທູດ ສ ເກົາຫລີ ປະຈຳ ສປປ ລາວ ເຂົ້າ ຮ່ວມ. ເພື່ອຮັບຟັງແລະມີຄວາມເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບນະໂຍ ບາຍການຕ່າງປະເທດຂອງ ສ ເກົາ ຫລີ ໃນການສົ່ງເສີມການຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ. ພ້ອມກັນນັ້ນ, ກໍຍັງ ໄດ້ຮັບຟັງຍຸດທະສາດອິນໂດປາຊີ ຟິກ ຂອງ ສ ເກົາຫລີ ແລະ ຂໍ້ລິເລີ່ມ ຄວາມສາມັກຄີ ລະຫວ່າງ ສ ເກົາ ຫລີ ແລະ ອາຊຽນ. ໃນພິທີ, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະ ເທດ, ປະທານຮ່ວມກອງປະຊຸມໄດ້ ເນັ້ນໃຫ້ເຫັນເຖິງການພົວພັນຮ່ວມ ມືທີ່ດີ ແລະ ການສະໜັບສະໜູນເຊິ່ງ ກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃນພາກພື້ນ ແລະ ສາກົນ ຕະຫລອດໄລຍະຜ່ານມາ ເພື່ອສົ່ງເສີມຄວາມເຂົ້າໃຈຢ່າງ ເລິກເຊິ່ງກ່ຽວກັບນະໂຍບາຍການ ຕ່າງປະເທດຂອງສເກົາຫລີ,ກຳໄດ້ ຍຸດທະສາດ ແລະ ແຜນບຸລິມະສິດ ໃນການຮ່ວມມື ລະຫວ່າງ ສ ເກົາ ຫລີ ກັບບັນດາປະເທດອາຊຽນໂດຍ ສະເພາະກັບ ສປປ ລາວ, ລວມທັງ ຍຸດທະສາດອິນໂດ-ປາຊີຟິກຂອງ ສ ເກົາຫລີ ແລະ ຂໍ້ລິເລີ່ມການຮັດ ແໜ້ນຄວາມເປັນໜຶ່ງດຽວລະ ຫວ່າງ ສ ເກົາຫລີ-ອາຊຽນ ທີ່ຜູ້ນໍາ ສ ເກົາຫລີ ປະກາດໃນກອງປະຊຸມ ສຸດຍອດອາຊຽນ-ສ ເກົາຫລີ ຄັ້ງ ຜ່ານມາທີ່ພະນົມເປັນ, ກຳປູເຈຍ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການນໍາສະເໜີບົດໂດຍນັກວິ ທະຍາກອນ ຈາກຝ່າຍ ສ ເກົາຫລີ ໂດຍສະເພາະທ່ານ Lee Hyuk, ຜູ້ຕາງໜ້າພິເສດ ຂອງລັດຖະມົນຕີ ການຕ່າງປະເທດ ສ ເກົາຫລີ ກໍຄື ທ່ານ ນາງ Chung Kyung Hwa, ຫົວໜ້າພະແນກອາຊີຕາເວັນອອກ ສຽງໃຕ້ຂອງສຳນັກງານອາຊຽນ, ]k;{9u o Ij ;,,n lh k's]a dl6 f76 rklk9u o lqj 'glu ,dkoxtfy flnj dkoIPo{dkolvo 9kd;a fltf5 muj skwfh .omh v'4yj o le,tokp5 fmtlkfvy o3fxk-u 2y d 0v' l gdq ks]u c]t 0= ]y g]uj ,7;k,lk,a d7u ]ts;j k' l gdq ks]u {vk-Po ຂປລ. ມະຫາວິທະຍາໄລແຫ່ງ ຊາດລາວ(ມຊ) ຮ່ວມກັບສູນຮ່ວມ ມືພາສາຕ່າງປະເທດ ກະຊວງສຶກ ສາທິການແຫ່ງ ສປ ຈີນ ແລະ ມະ ຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເຊັນສັນຍາຮ່ວມສ້າງຫລັກສູດ ຄູພາສາຈີນລະບົບ 2+2 (ຮຽນຢູ່ ລາວ 2 ປີ ແລະ ຮຽນຢູ່ຈີນ 2 ປີ) ໃນວັນທີ 26 ເມສາ 2023 ໂດຍ ການຮ່ວມລົງນາມ ລະຫວ່າງທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ມາຈ້ຽນເຟີ່ຍ ອຳນວຍ ການໃຫຍ່ ສູນຮ່ວມມືແລກປ່ຽນ ພາສາຈີນ-ພາສາຕ່າງປະເທດ ແລະ ທ່ານ ເຊ້ຍຊ້າງກົວ ອະທິການບໍດີມະ ຫາວິທະຍາຊົນເຜົ່າກວງຊີ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກ ຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ພຸດ ສິມມາ ລາວົງ ໄດ້ສະແດງຄວາມຂອບໃຈຕໍ່ ສູນແລກປ່ຽນຮ່ວມມື, ມະຫາວິທະ ຍາໄລຊົນເຜົ່າກວາງຊີ ແລະ ສຶກສາ ແຂວງກວາງຊີ ທີ່ໃຫ້ການຊ່ວຍ ເຫລືອ, ສະໜັບສະໜູນ ສປປ ລາວ ໃນຂະແໜງສຶກສາຕະຫລອດມາ, ການເຊັນສັນຍາໃນຄັ້ງນີ້ ເປັນການ ປູພື້ນຖານໃຫ້ແກ່ການສຶກສາດ້ານ ພາສາຈີນ, ສ້າງຄວາມເຂັ້ມແຂງ ດ້ານບຸກຄະລາກອນພາສາຈີນ ເຊິ່ງ ຈະເປັນສິ່ງໜຶ່ງທີ່ສາມາດຮັບປະ ກັນຄຸນນະພາບການຮຽນ-ການ xk4tdt4k;a olh k'8A ' -xx ]k; 7q [Iv[ 68 xu ຂປລ. ສູນກາງຊາວໜຸ່ມ ປະ ຊາຊົນ ປະຕິວັດລາວ(ສຊປປລ) ຈັດປາຖະກະຖາມູນເຊື້ອວັນສ້າງ ຕັ້ງຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ (ຄຊປປລ) ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023) ໂດຍການປາຖະກະຖາ ຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປປລ, ມີບັນດາສະມາຊິກຊາວໜຸ່ມເຂົ້າ ຮ່ວມ. ທັງນີ້, ກໍເພື່ອເຮັດໃຫ້ສະມາ ຊິກຊາວໜຸມ, ເຊື່ອມຊຶມຮັບຮູ້ເຂົ້າ ໃຈກ່ຽວກັບວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງ ຄຊປປລ ຕະຫລອດໄລຍະ 60 ກວ່າ ປີຜ່ານມາ ແລະ ເຫັນໄດ້ການປະ ກອບສ່ວນຂອງ ຄຊປປລ ໃນການ ຕໍ່ສູ້ຢ່າງພິລະອາດຫານຕ້ານພວກ ຮຸກຮານຕ່າງຊາດ ເພື່ອຍາດເອົາ ເອກະລາດແຫ່ງຊາດມາໃຫ້ແກ່ປະ ຊາຊົນເຮົາ. ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຕະຫລອດ ໄລຍະຫລາຍຮ້ອຍປີແຫ່ງການເຕົ້າ ໂຮມ, ການປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດນັ້ນ,ຊາວ ໜຸ່ມຈໍານວນບໍ່ໜ້ອຍໄດ້ເສຍສະລະ ຊີວິດ ແລະ ເລືອດເນືື້ອ ເພື່ອປົກປັກ ຮັກສາເອກະລາດ ແລະ ຜືນແຜ່ນ ດິນອັນແສນຮັກຂອງຕົນໄວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ ເກີດມີບັນດາບັນພະບູລຸດທີ່ມີຊື່ ສຽງ ເຊັ່ນ: ຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊຍະເສດ ຖາທິລາດ, ເຈົ້າອະນຸວົງ, ປະທານ ໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ພັກປະຊາຊົນ ປະຕິວັດລາວ ໄດ້ຂະ ໜານນາມໃຫ້ຊາວໜຸ່ມວ່າ: ຊາວ ໜຸ່ມ ເປັນແຂນຂວາຂອງພັກ, ເປັນ ກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດມູນເຊືື້ອ ແລະ ວິລະ ກໍາປະຫວັດສາດທີ່ຈົງຮັກພັກດີຕໍໍ່ ພັກ ເຊິ່ງທັງໝົດນັ້ນ ແມ່ນມູນເຊືື້ອ ອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການຂອງປະເທດຊາດ ໃນການເຮັດສໍາເລັດພາລະກໍາປະ ຫວັດສາດຂອງຕົນ ຄື: ປົດປ່ອຍປະ ເທດຊາດ ແລະ ເສີມຂະຫຍາຍບົດ ບາດ ປະຈັນບານເຂົ້າໃນສອງໜ້າທີ່ ຍຸດທະສາດປົກປັກຮັກສາແລະສ້າງ ສາພັດທະນາປະເທດຊາດ ຕາມທິດ ຍືນຍົງສູ່ຈຸດໝາຍສັງຄົມນິຍົມ. ພາຍຫລັງພັກໄດ້ດໍາເນີນກອງ ປະຊຸມໃຫຍ່ຄັ້ງທີ I ໄດ້ກໍານົດເອົາ ວັນທີ 22 ມີນາ 1955 ເປັນມືື້ສ້າງ ຕັ້ງພັກ ແລະ ຍ້ອນເຫັນໄດ້ບົດບາດ ຄວາມສໍາຄັນຂອງຊາວໜຸ່ມພັກ ຈຶ່ງ ໄດ້ກໍານົດເອົາວັນສ້າງຕັ້ງຄະນະ ຊາວ ໜຸ່ມ ຂຶ້ນໃນວັນທີ 14 ເມສາ 1955. ມູນເຊືື້ອຂອງຄຊປປລແມ່ນ ເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ຊຶ່ງຍາມໃດກໍ ຕິດພັນກັບມູນເຊືື້ອຂອງຊາດ, ຂອງ ພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງ ຖິ່ນເພາະວ່າທຸກຍຸກທຸກສະໄໝຊາວ ໜຸ່ມລາວແມ່ນມີບົດບາດຕັດສິນ ແລະ ເປັນກໍາລັງແຮງອັນໃຫຍ່ ຫລວງໃຫ້ແກ່ທຸກຍຸກທຸກສະໄໝ. ພາບ: ອ່າຍຄຳ ສອນພາສາຈີນ ແກ່ນັກສຶກສາລາວ ໃຫ້ມີຄຸນນະພາບສູງຂຶ້ນ. ໃນໂອກາດດຽວກັນ, ທ່ານ ມາຈ້ຽນເຟີ່ຍ ກໍໄດ້ສະແດງຄວາມ ຊົມເຊີຍຝ່າຍລາວ ທີ່ໄດ້ເອົາໃຈໃສ່ ສະໜັບສະໜູນ ເຮັດໃຫ້ຫລັກສູດຄູ ພາສາຈີນ ແລະ ຫລັກສູດພາສາຈີນ ໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງເປັນການສ້າງສາຍພົວພັນ ການທູດມິດຕະພາບຂອງຄົນຮຸ່ນ ຕໍ່ໆໄປຕື່ມອີກ. ສູນແລກປ່ຽນຮ່ວມ ມືພາສາຈີນ-ພາສາຕ່າງປະເທດ ແມ່ນສະຖາບັນໜຶ່ງໃນການສະ ໜອງການຮຽນພາສາຈີນໃຫ້ແກ່ ປະຊາຄົມໂລກ, ເພື່ອເຂົ້າໃຈພາສາ ຈີນພວກເຮົາພະຍາຍາມຍົກລະດັບ ການໃຫ້ບໍລິການທີ່ດີ, ພະຍາຍາມ ໃຫ້ການຮ່ວມມືໃຫ້ແກ່ຕ່າງປະເທດ ໃນການພັດທະນາການສຶກສາພາ ສາຈີນ. ໃນອະນາຄົດພວກເຮົາຈະ ຮ່ວມກັບສຶກສາແຂວງກວາງຊີແລະ ມະຫາວິທະຍາໄລຊົນເຜົ່າ ກວາງຊີ ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອ ການພັດທະນາການສຶກສາພາສາ ຈີນ ຢູ່ ສປປ ລາວ ເພື່ອສ້າງຜົນງານ ປະກອບສ່ວນເສີມສ້າງສາຍສໍາພັນ ມິດຕະພາບ ລະຫວ່າງສອງຊາດ ລາວ-ຈີນ ໃຫ້ດີຂຶ້ນໄປເລື້ອຍໆ. h ກະຊວງການຕ່າງປະເທດ ສ ເກົາ ຫລີ ເຊິ່ງໄດ້ຜັດປ່ຽນກັນນໍາສະເໜີ ບົດຕາມແຕ່ລະວາລະຄື: ວາລະທີ 1: ຍຸດທະສາດອິນໂດປາຊີຟິກ ຂອງ ສ ເກົາຫລີ (Korea’s IndoPacificStrategy)ແລະ ວາລະທີ 2: ຂໍ້ລິເລີ່ມຄວາມສາມັກຄີລະຫວ່າງ ສ ເກົາຫລີ-ອາຊຽນ (KoreaASEAN Solidarity Initiative). ຫລັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍ ໄດ້ມີການຕັ້ງຄໍາຖາມເພື່ອແລກປ່ຽນ ທັດສະນະ ແລະ ຄໍາຄິດຄໍາເຫັນທີ່ຕິດ ພັນກັບຫົວຂໍ້ດັ່ງກ່າວ. ໃນຕອນທ້າຍຂອງພິທີ, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນ ການຕ່າງປະເທດ, ຜູ້ນຳພາກອງ ປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາວິທະຍາກອນ ແລະ ຜູ້ເຂົ້າ ຮ່ວມທີ່ໄດ້ພ້ອມກັນແລກປ່ຽນທັດ ສະນະ, ປຶກສາຫາລືຮ່ວມກັນໂດຍ ສະເພາະຂໍ້ລິເລີ່ມໃໝ່ ແລະ ຍຸດທະ ສາດ ຂອງ ສ ເກົາຫລີ ຕໍ່ກັບພາກພື້ນ ແລະສາກົນກໍຄືບັນຫາທີ່ຕິດພັນກັບ ການສົ່ງເສີມຮັດແໜ້ນການພົວພັນ ຮ່ວມມືສອງຝ່າຍ ລາວ-ສ ເກົາຫລີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ຂປລ. ການປະດິດສື່ການຮຽນການສອນ ຈາກຊັບພະຍາກອນທີ່ ຫາໄດ້ຈາກທ້ອງຖິ່ນ ເປັນຫົວຂໍ້ຂອງ ຕອນໃໝ່ຂອງສາລະຄະດີຄູຕົວແບບ ທີ່ໄດ້ອອກອາກາດທາງຊ່ອງໂທລະ ພາບສຶກສາ, ວິທະຍຸສຶກສາ ແລະ ຜ່ານທາງຊ່ອງທາງຢູທູບ, ສະລະ ຄະດີດັ່ງກ່າວ ໄດ້ບອກເລົ່າເລື່ອງທີ່ ເປັນແຮງບັນດານໃຈຂອງຄູສອນ ຄົນໜຶ່ງໃນໂຮງຮຽນຂອງລັດແຫ່ງ ໜຶ່ງ ເຊິ່ງເປັນຜູ້ທີ່ດີເດັ່ນໃນການສ້າງ ສື່ການຮຽນ-ການສອນ ໂດຍນຳໃຊ້ ສິ່ງຂອງທີ່ບໍ່ໄດ້ຊື້ ຫລື ສິ່ງຂອງທີ່ສາ ມາດນຳກັບມາໃຊ້ຄືນໃໝ່ໄດ້. ຄູ ວາດສະໜາ ແສງສຸລີສຸກ ເປັນ ຄູສອນຫ້ອງ ປ1 ໃນໝູ່ບ້ານທີ່ຢູ່ ເຂດຫ່າງໄກໃນເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ຄັດ ເລືອກເປັນຄູຕົວແບບ ເພື່ອບອກ ເລົ່າປະສົບການທີ່ໜ້າປະທັບໃຈ ຂອງລາວ ທີ່ໄດ້ນຳໃຊ້ຄວາມຄິດ ສ້າງສັນທີ່ໂດດເດັ່ນໃນການຊ່ວຍ ນັກຮຽນໄດ້ຮຽນຮູ້ແລະມີສ່ວນຮ່ວມ ໃນການປະຕິບັດການຮຽນການ ສອນດ້ວຍການປະຕິບັດກິດຈະກຳ ຕົວຈິງ ໂດຍນຳໃຊ້ວັດສະດຸທີ່ຫາ ໄດ້ໃນທ້ອງຖິ່ນ. ນັບແຕ່ປີ2019 ເປັນຕົ້ນມາ, ກະ ຊວງສຶກສາທິການ ແລະ ກິລາ ໂດຍ ການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ ໄດ້ມີການພັດທະ ນາແລະປະກາດນຳໃຊ້ຫລັກສູດຂັ້ນ ປະຖົມສະບັບປັບປຸງໃໝ່ຂອງແຕ່ ລະຂັ້ນຮຽນໃນແຕ່ລະປີໂດຍຖືເອົາ ນັກຮຽນເປັນໃຈກາງ. ປັດຈຸບັນ,ນັກ ຮຽນໄດ້ມີການຮຽນຮູ້ໂດຍຜ່ານກິດ ຈະກຳ,ຈາກປະສົບການຕົວຈິງ,ລົງ ມືປະຕິບັດດ້ວຍຕົນເອງແລະມີສ່ວນ ຮ່ວມໃນການນຳໃຊ້ສື່ການຮຽນ- ການສອນ ແລະ ໄດ້ນຳໃຊ້ຄວາມຮູ້ ຂອງພວກເຂົາ ເຊິ່ງສາລະຄະດີຄູ ຕົວແບບມີຈຸດປະສົງ ເພື່ອສື່ສານ ຜ່ານການສຳພາດບຸກຄົນທີ່ດີເດັ່ນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃນປະຕິບັດ ຕາມແບບວິທີທີ່ດີທີ່ສຸດໃນການ ສອນດ້ວຍຫລັກສູດສະບັບປັບປຸງ ໃໝ່ ແລະ ເພື່ອແບ່ງປັນແນວຄວາມ ຄິດທັນສະໄໝທີ່ນຳສະເໜີການ ສອນ ແລະ ສິ່ງທ້າຍທາຍໃນການ ສອນ. ຄູວາດສະໜາ ໄດ້ກ່າວວ່າ: ຂ້າ ພະເຈົ້າມັກຫລັກສູດໃໝ່ຫລາຍ ແລະ ນັກຮຽນກໍມີຄວາມມ່ວນກວ່າເກົ່າ ແລະ ມີແຮງຈູງໃຈຫລາຍຂຶ້ນ. ຫ້ອງ ຮຽນຂອງຂ້າພະເຈົ້າໄດ້ມີຫລາກ ຫລາຍກິດຈະກຳ ໂດຍໄດ້ສ້າງສື່ ການຮຽນ-ການສອນຫລາຍໆຢ່າງ ເພື່ອໃຫ້ນັກ ຮຽນໄດ້ນຳໃຊ້ໃນຫ້ອງ ຮຽນ ແລະ ເຫັນໄດ້ວ່າ ມັນຊ່ວຍໃຫ້ ນັກຮຽນສາມາດຈື່ຈຳບົດຮຽນໄດ້ ດີກວ່າເກົ່າ ເມື່ອພວກເຂົາປະຕິບັດ ກິດ ຈະກຳ ແລະ ນຳໃຊ້ສື່ເຫລົ່ານັ້ນ ເຂົ້າຊ່ວຍການຮຽນ ເປັນຕົ້ນ ໄດ້ປະ ດິດສື່ການສອນ ຈາກໃບພ້າວມາ ສານ ເປັນໝາກບານ, ການສ້າງນໍ້າ ສີຈາກດອກໄມ້ ແລະ ຮາກໄມ້ ເພື່ອ ໃຊ້ໃນວີຊາແຕ້ມຮູບ. ນອກຈາກນີ້, ໄດ້ນໍາໃຊ້ໄມ້ໄຜ່ມາເຫລົາເປັນໄມ້ ດິ້ວ ຫລື ນໍາໃຊ້ ແກ່ນໝາກຂາມເພື່ອ ເອົາມາຊ່ວຍນັບເລກ. ສຳລັບການ ເລົ່າເລື່ອງ, ນັກຮຽນກໍໄດ້ຊ່ວຍໃນ ການກະກຽມອຸປະກອນ ເຊັ່ນວ່າ: ການແຕ້ມຮູບ ແລະ ລະບາຍສີບັດ ຮູບພາບ. ຄູ ວາດສະໜາ ໄດ້ກ່າວຕື່ມວ່າ: ເມື່ອເຮົານຳໃຊ້ວັດສະດຸທີ່ຫາໄດ້ ຈາກຊຸມຊົນ, ນັກຮຽນຈະສາມາດ ເຊື່ອມໂຍງເຂົ້າໄປຫາບົດຮຽນ ແລະ ພວກເຂົາຈະເຂົ້າໃຈຫລາຍຂຶ້ນ ແລະ ຫວັງວ່າສິ່ງປະດິດຕ່າງໆເຫລົ່ານີ້ ຈະສາມາດແບ່ງເປັນຄວາມຄິດ ສ້າງສັນ ແລະ ແຮງບັນດານໃຈ ໃຫ້ ແກ່ຄູທ່ານອື່ນໆ. ເລື່ອງລາວຂອງຄູວາດສະໜາ ແມ່ນສາມາດຮັບຊົມໄດ້ຜ່ານທາງ ຊ່ອງຢູທູບວິດີໂອ ສໍາລັບການພັດ ທະນາຄູ Teacher Develop- ment Videos ແລະ ທາງໂທລະ ພາບສຶກສາທາງດາວທຽມລາວ ແຊັດ (Lao Sat) ຊ່ອງ 8. ທ່ານ ສາມາເບິ່ງວິດີໂອໄດ້ທີ່ນີ້: h t t ps : / /www. you t ube . c om / wa t c h ? v =MgAG iHNxEOA&t=10s.
RkJQdWJsaXNoZXIy MTc3MTYxMQ==