5610

xtgmf]k; 3 03/05/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ຈອນນີ້ ຂັນທະວີວົງ ໂດຍ: ເຂົ້າຈານນໍ້າ vq 'dkocI''kolkdq o c,j o8q ;c[[xq dxh v' ly fzq oxt3spf -k;z6h vvdcI''komqj ;3]d v5 fq ,w- lqj 'glu ,zt]y fdtly delqj 'vvd cdh w07;k,m5 dpkd * ໃນສັດຕະວັດທີ XVIII ຢູ່ປະ ເທດອັງກິດ ໄດ້ມີອົງການຈັດຕັ້ງ ກໍາມະບານເກີດຂຶ້ນກ່ອນໝູ່ ແລະ ເກີດມີ ການຮັບຮູ້ຢ່າງກວ້າງຂວາງ ໃນຍຸກປະຕິວັດອຸດສາຫະກໍາ. ສັງ ຄົມອຸດສາຫະກໍາໄດ້ຂະຫຍາຍຕົວ ຢ່າງໄວວາ ຊຶ່ງສ້າງຄວາມສົນ ໃຈໃຫ້ແກ່ກໍາມະກອນຢ່າງຫລວງ ຫລາຍລວມທັງກໍາມະກອນເພດ ຍິງ, ເດັກນ້ອຍ ແລະ ຊາວຕ່າງດ້າວ ທີ່ດໍາລົງຊິວິດຢູ່ພາຍໃນປະເທດ ເຂົ້າສູ່ກໍາລັງແຮງງານໃຫ້ຫລາຍ ຂຶ້ນ. ໃນເວລານັ້ນ,ການລວມຕົວກັນ ແລະ ການຕໍ່ລອງລວມໝູ່ ໄດ້ຖືກ ກ່າວຫາເປັນການລະເມີດກົດໝາຍ ໃນໄລຍະກາງສັດຕະວັດທີ XIV ແລະ ໃນເວລານັ້ນກົດລະບຽບສໍາ ລັບຜູ້ອອກແຮງງານໄດ້ຖືກກໍານົດ ອອກເປັນກົດໝາຍຢູ່ປະເທດອັງ ກິດ. ຕົກມາຮອດຊຸມປີ 1799, ປະ ມວນກົດໝາຍໄດ້ຖືກຮັບຮອງໃນ ປະເທດອັງກິດເຊິ່ງໄດ້ລະບຸໄວ້ວ່າ ຫ້າມມີອົງການຈັດຕັ້ງກໍາມະບານ ແລະ ຂະບວນການຕໍ່ລອງລວມໝູ່ ຂອງກໍາມະກອນ. ຍ້ອນມີຄວາມກົດ ດັນ ຫລື ການປາບປາມຈາກ ຝ່າຍ ລັດດັ່ງກ່າວ, ກໍາມະບານຍິ່ງເກີດມີ ຢ່າງແຜ່ ຫລາຍ ແລະ ຂະຫຍາຍຕົວ ມີຢ່າງແຜ່ຫລາຍຢູ່ໃນຕົວເມືອງ ຕ່າງໆເຊັ່ນ: ນະຄອນຫລວງລອນ * ເຖິງວ່າ ແຂວງອຸດົມໄຊເປັນ ແຂວງທີ່ມີທົ່ງພຽງໜ້ອຍ ແລະ ເປັນ ພູດອຍກວມເອົາເນື້ອທີ່ປະມານ 85%, ແຕ່ການນຳແຂວງ ໄດ້ເອົາ ໃຈໃສ່ສົ່ງເສີມປະຊາຊົນທຳການ ຜະລິດ, ການປູກ-ການລ້ຽງເປັນ ສິນຄ້າສົ່ງອອກຕາມລະດູການ. ພົ້ນ ເດ່ັນແມ່ນພືດຕະກຸນຖົ່ວ, ໝາກໂມ, ມັນຕົ້ນ ສົ່ງອອກໄປຫວຽດນາມ, ຈີນ. ຂະນະທີ່ການສົ່ງເສີມການ ລ້ຽງສັດແບບເປັນຟາມກໍມີການ ຂະຫຍາຍຕົວ ເຊິ່ງສາມາດ ຕອບ ສະໜອງແກ່ການບໍລິໂພກ ພາຍໃນ ແຂວງໂດຍພື້ນຖານ ແລະ ສົ່ງອອກ ແຂວງອ້ອມຂ້າງຈຳນວນໜຶ່ງ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໃຫ້ສຳ ພາດຕໍ່ທິມງານນັກຂ່າວໜັງສືພິມ ປະເທດລາວມໍ່ໆນີ້ວ່າ: ແຂວງຕົນ ເປັນ ແຂວງພູດອຍ ແລະ ເປັນພູສູງ ກວມເອົາສ່ວນຫລາຍ, ແຕ່ເຖິງ ຢ່າງໃດກໍຕາມການນຳແຂວງກໍໄດ້ ເອົາໃຈໃສ່ສົ່ງເສີມປະຊາຊົນບັນ ດາເຜົ່າຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ, ວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມ ທຸກຍາກຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ. ສຳລັບ ການສົ່ງເສີມຜະລິດ ໂດຍອີງໃສ່ 4 ແຜນງານຂະແໜງກະສິກຳ ແລະ ປ່າໄມ້. ໃນນັ້ນ, ແຜນງານຜະລິດ ສະບຽງອາຫານ ກໍໄດ້ເອົາໃຈໃສ່ ສົ່ງເສີມປະຊາຊົນບັນດາເຜົ່າຜະ ລິດສະບຽງອາຫານ ເພື່ອທົດແທນ ການນຳເຂົ້າ ແລະ ກໍມີສ່ວນໜຶຶ່ງສາ ມາດກາຍເປັນສິນຄ້າສົ່ງອອກໄປ ຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ສິນ ຄ້າຈຳນວນໜຶ່ງກໍໄດ້ສົ່ງໄປປະເທດ ໄທ. ຂະນະທີ່ການຜະລິດເປັນສິນ ຄ້າ ກໍໄດ້ສຸມໃສ່ສົ່ງເສີມຢ່າງຕັ້ງໜ້າ ໂດຍສະເພາະແມ່ນສຸມໃສ່ຜະລິດ ລະດູແລ້ງແລະກະສິກຳທີ່ຕະຫລາດ ຕ່າງປະເທດມີຄວາມຕ້ອງການຢ່າງ ກວ້າງຂວາງເປັນຕົ້ນແມ່ນໝາກຖົ່ວ (ພືດຕະກຸນຖົ່ວ),ໝາກໂມ,ມັນຕົ້ນ. ສ່ວນການລ້ຽງສັດ ກໍໄດ້ເອົາໃຈໃສ່ ສົ່ງເສີມການລ້ຽງງົວ, ໝູ, ໄກ່-ເປັດ ເປັນຟາມ ເຊິ່ງກໍມີທ່າອ່ຽງຂະຫຍາຍ ຕົວ ແລະ ການລ້ຽງດັ່ງກ່າວ ແມ່ນ ສາມາດກຸ້ມບໍລິໂພກພາຍໃນແຂວງ ໂດຍພື້ນຖານແລະ ມີຈຳນວນໜຶ່ງ ໄດ້ສົ່ງອອກໄປຊ່ວຍບັນດາແຂວງ ອ້ອມຂ້າງເປັນຕົ້ນແມ່ນແຂວງຜົ້ງ ສາລີ ແລະ ແຂວງຫລວງນ້ຳທາ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຍັງ ກ່າວຕື່ມວ່າ: ແຂວງອຸດົມໄຊມີທ່າ ແຮງຫລາຍດ້ານຕໍ່ການພັດທະນາ ຊີວິດການເປັນຢູ່ກໍຄືແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ໂດຍສະ ເພາະແມ່ນທີ່ຕັ້ງຂອງແຂວງທີ່ຢູ່ຈຸດ ໃຈກາງຂອງພາກເໜືອ, ມີເສັ້ນ ທາງຄົມມະນາຄົມຂົນສົ່ງຜ່ານສະ ດວກສະບາຍ ແລະ ເຖິງວ່າແຂວງ ມີເນື້ອທີ່ພູດອຍ ກວມ 85%, ແຕ່ກໍ ສາມາດຜະລິດການປູກ-ການລ້ຽງ ໄດ້, ເປັນແຂວງທີ່ມີດິນດຳນ້ຳຊຸ່ມ ເໝາະແກ່ການຜະລິດປູກຝັງ-ລ້ຽງ ສັດເປັນສິນຄ້າ. ດ້ວຍການເອົາໃຈ ໃສ່ນຳພາ-ຊີ້ນຳ ມາຮອດປັດຈຸບັນ ວຽກງານການລ້ຽງກໍໄດ້ຮັບການ ປັບປຸງຈາກການລ້ຽງແບບທຳມະ ຊາດກ້າວໄປສູ່ການລ້ຽງແບບ ເປັນ ຟາມເທື່ອລະກ້າວ ແລະ ມາຮອດປັດ ຈຸບັນທົ່ວແຂວງມີງົວ ຫລາຍກວ່າ 61 ພັນໂຕ, ຄວາຍກວ່າ 19 ພັນໂຕ, ແບ້ກວ່າ 43 ພັນໂຕ, ໝູກວ່າ 84 ພັນໂຕ ແລະ ໄກ່-ເປັດ ຫລາຍແສນ ໂຕ. ການສົ່ງເສີມດັ່ງກ່າວເຮັດໃຫ້ ຊີວິດການເປັນຢູ່ຂອງຊາວແຂວງ ອຸດົມໄຊ ໄດ້ຮັບການປັບປຸງດີຂຶ້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂ ຫລຸດໜ້ອຍຖອຍລົງເປັນກ້າວໆ. ດອນ ແລະ ເມືອງອື່ນໆ. ມາຮອດວັນທີ 11 ເມສາ 1919 ອົງການແຮງງານສາກົນ (International Labour Organizat ion) ໄດ້ຖືກສ້າງຕັ້ງ ຂຶ້ນ, ໃນນັ້ນ, ໄດ້ກໍານົດຢູ່ໃນພາກ ສ່ວນໜຶ່ງຂອງສົນທິສັນຍາ ແວກ ຊາຍພາຍຫລັງສົງຄາມ ໂລກຄັ້ງ ທີ I ສິ້ນສຸດລົງ, ໄດ້ສະທ້ອນເຖິງ ຄວາມເຊື່ອໝັ້ນຂອງຊາວໂລກ ແລະ ສັນຕິພາບທີ່ໝັ້ນຄົງຍາວນານຖ້າ ຫາກມີຄວາມຍຸຕິທໍາໃນສັງຄົມທີ່ ເທົ່າທຽມກັນ. ມາຮອດ ເດືອນມັງ ກອນ ຫາ ເດືອນເມສາ ປີ 1919 ອົງ ການແຮງງານສາກົນ ໄດ້ຮ່າງທໍາ ມະນູນຂຶ້ນ ໂດຍຄະນະກໍາມາທິການ ແຮງງານ ແຕ່ງຕັ້ງໂດຍກອງປະຊຸມ ສັນຕິພາບໂລກ ຄັ້ງທໍາອິດ ຢູ່ນະ ຄອນຫລວງ ປາຣີ ແລະ ຕໍ່ມາຢູ່ ເມືອງແວກຊາຍ ໂດຍການເປັນປະ ທານຂອງທ່ານ ຊາມູນ ກອມເປ (Samuel Gompers), ປະທານ ສະຫະພັນແຮງງານ ອາເມຣິກາ (American Federation of Labour =AFL) ເຊິ່ງປະກອບ ດ້ວຍຕົວແທນຈາກຫລາຍປະເທດ ເຊັ່ນ: ແບນຊິນ, ກູບາ, ເຊັກໂກສະ ໂລວາກີ, ຝຣັ່ງ, ອິຕາລີ, ຍີ່ປຸ່ນ, ໂປໂລຍ, ຣາຊາອະນາຈັກອັງກິດ ແລະ ປະເທດ ສະຫະລັດອາເມຣິກາ. ກອງປະຊຸມດັ່ງກ່າວໄດ້ຕົກລົງກັນ ໃຫ້ມີລະບົບສາມຝ່າຍ ທີ່ປະກອບ ດ້ວຍຕົວແທນຈາກຝ່າຍ ລັດຖະ ບານ, ຈາກຝ່າຍຜູ້ໃຊ້ແຮງງານ ແລະ ຈາກຝ່າຍຜູ້ອອກແຮງງານມາ ເປັນຄະນະບໍລິຫານງານຂອງອົງ ການແຮງງານສາກົນນັບຕັ້ງແຕ່ ນັ້ນເປັນຕົ້ນມາ ເພື່ອສ້າງໃຫ້ອົງ ການແຮງງານສາກົນມີຄວາມໝັ້ນ ຄົງ, ມີສິດທິມະນຸດ, ມີຄວາມສະເໝີ ພາບທາງດ້ານ ການເມືອງ ແລະ ເສດຖະກິດ, ມີຄວາມເພິ່ງພໍໃຈຕໍ່ ຄວາມຍຸຕິທໍາໃນສັງຄົມ, ການຮັກ ສາສັນຕິພາບທີ່ໝັ້ນຄົງ ແລະ ຕ້ານ ແນວຄິດເອົາລັດ-ເອົາປຽບກໍາມະ ກອນໃນຍຸກອຸດສາຫະກໍາແບບ ເກົ່າ. ໄດ້ມີການສົ່ງເສີມໃຫ້ມີຄວາມ ເຂົ້າໃຈຕໍ່ການຮ່ວມມືທາງດ້ານເສດ ຖະກິດ ຂອງໂລກທີ່ຈະຕ້ອງອາໃສ ເຊິ່ງກັນ ແລະ ກັນ ເພື່ອໃຫ້ມີເງື່ອນ ໄຂໃນການອອກແຮງງານຄ້າຍຄື ກັນໃນທຸກປະເທດ. ກອງປະຊຸມອົງການແຮງງານ ສາກົນຄັ້ງທໍາອິດ ໄດ້ຈັດຂຶ້ນທີ່ ນະ ຄອນຫລວງວໍຊິງຕັນ ໃນເດືອນ ຕຸລາ ປີ 1919 ໃນເວລານັ້ນ, ໄດ້ຮັບ ຮອງເອົາ 6 ສົນທິສັນຍາແຮງງານ ສາກົນ ເຊິ່ງປະກອບມີ ຊົ່ວໂມງເຮັດ ວຽກໃນຂະແໜງອຸດສາຫະກໍາ, ການຫວ່າງງານ, ການປົກປ້ອງ ແຮງງານຍິງທີ່ຖືພາ-ເກີດລູກ, ວຽກ ກາງຄືນສໍາລັບແຮງງານເພດຍິງ, ອາຍຸຕໍ່າສຸດໃນການອອກແຮງງານ ແລະ ການເຮັດວຽກກາງຄືນສໍາ ລັບໄວໜຸ່ມ. ມາຮອດ ປີ 1920 ໄດ້ ຮັບຮອງເອົາ 16 ສົນທິສັນຍາແຮງ ງານສາກົນແລະ18ຂໍ້ແນະນໍາພາຍ ໃນສອງປີເທົ່ານັ້ນ; ແຕ່ຄວາມຕັ້ງໃຈ ນີ້ພັດຖືກຫລຸດໜ້ອຍຖອຍລົງເພາະ ວ່າລັດຖະບານບາງປະເທດຄິດວ່າ ມີສົນທິສັນຍາຫລາຍໂພດ, ຈະໄດ້ ນໍາໃຊ້ງົບປະມານຫລາຍ ແລະ ຈະ ໄດ້ເຮັດບົດລາຍງານຫລາຍເກີນໄປ ຈິ່ງເປັນສາເຫດເຮັດໃຫ້ບາງປະ ເທດບໍ່ທັນ ໄດ້ໃຫ້ສັດຕະຍາບັນຮັບ ຮອງເອົາບັນດາສົນທິສັນຍາດັ່ງ ກ່າວໄດ້ໝົດເທື່ອ.ໃນປີ 1926 ຄະ ນະກໍາມະການຜູ້ຊຽວຊານດ້ານ ມາດຕະຖານແຮງງານສາກົນຖືກ ສ້າງຕັ້ງຂຶ້ນຢ່າງເປັນລະບົບ, ເພື່ອ ຕິດຕາມ, ກວດກາການຈັດຕັ້ງປະ ຕິບັດມາດຕະຖານແຮງງານສາກົນ ຄະນະກໍາມະການດັ່ງກ່າວຍັງສຶບຕໍ່ ມີຢູ່ຈົນ ມາເຖິງປັດຈຸບັນນີ້. ມາຮອດ ວັນທີ 3 ຕຸລາ ປີ 1945 ໄດ້ສ້າງ ຕັ້ງສະຫະພັນກໍາມະບານໂລກຂຶ້ນ (World FederationOf Trade Unions = WFTU) ທີ່ ນະຄອນ ຫລວງປາຣີ, ປະເທດຝັ່ຣງ, ຈຸດປະ ສົງຂອງການສ້າງຕັ້ງກໍາມະບານ ໂລກ ຂຶ້ນແມ່ນ ເພື່ອສົ່ງເສີມ, ປົກ ປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທໍາຂອງກໍາມະກອນ ແລະ ຜູ້ ອອກແຮງງານໃນທົ່ວໂລກ; ໃນ ກອງປະຊຸມໃຫ່ຍຄັ້ງທີ I ຂອງກໍາມະ ບານໂລກໄດ້ກໍານົດເອົາຄໍາຂັວນ ທີ່ວ່າ: “ເພື່ອຊົນຊັ້ນກໍາມະກອນ- ເອກະພາບ- ປະຊາທິປະໄຕ-ທັນສະ ໄໝ-ເອກະລາດ-ນໍ້າໃຈສາກົນ ”. *** ອ່ານຕໍ່ສະບັບໜ້າ ***

RkJQdWJsaXNoZXIy MTc3MTYxMQ==