lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/05/2023 xtgmf]k; ທະນາຄານຮ່ວມ... ສານສະແດງ... ໂຮງງານຜະລິດນ້ຳດື່ມ... ເຊັນສັນຍາການຈັດຊື້... ສ້າງປຶ້ມຄູ່ມື... ແລກປ່ຽນບົດຮຽນ... ປີ 2022... ກົມສ່ວຍສາອາກອນ... ຂປລ. ຈາກຜົນການສຳຫລວດ ກຳລັງແຮງງານລາວໃນປີ 2022 ດ້ານພົນລະເມືອງລາວທັງໝົດມີປະ ມານ 7,4 ລ້ານກວ່າຄົນ. ໃນນັ້ນມີ ອາຍຸໃນເກນອອກແຮງງານ 5,3 ລ້ານຄົນ (ອາຍຸ 15 ປີຂຶ້ນໄປ), ເປັນ ກຳລັງແຮງງານ 2,7 ລ້ານຄົນ, ມີ ວຽກເຮັດ 2,4 ລ້ານຄົນ (35% ມີເງິນເດືອນ ແລະ ເປັນນາຍຈ້າງ 65% ເຮັດວຽກອິດສະລະ, ເຮັດ ວຽກ ໃຫ້ຄອບຄົວບໍ່ມີຄ່າແຮງ ງານ), ວ່າງງານ 2,4% ເທົ່າກັບ 61 ພັນກວ່າຄົນ. ທ່ານພົງໄຊສັກອິນຖາລາດຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ ດົນນີ້ວ່າ: ກຳລັງແຮງງານລາວ ດ້ານຄຸນນະພາບ ຖ້າເບິ່ງດ້ານການ ສຶກສາ, ບໍ່ມີການສຶກສາ 12%, ບໍ່ ຈົບປະຖົມ, ຕ່ຳກວ່າປະຖົມ31,5%, ຈົບປະຖົມ 18% ແລະ ຈົບມັດທະ ຍົມປາຍ 7,5%, ວິຊາສະເພາະຊັ້ນ ຕົນ 1%, ຊັ້ນກາງ 3%, ສູງ 5,9% ແລະ ມະຫາວິທະຍາໄລ 6,9% ຍັງ ບໍ່ມີການສຳຫລວດປະສິດທິພາບ ຂອງແຮງງານລາວ ຢ່າງເປັນທາງ ການ ແຕ່ມີບາງຂະແໜງເສດຖະ ກິດໄດ້ມີການສົມທຽບໃນລະດັບ ພາກພື້ນອາຊຽນເຫັນວ່າແຮງງານ ລາວມີຕ່ຳກວ່າຫລາຍປະເທດໃນ ອາຊຽນ ແລະ ໃນຂະນະດຽວກັນ ແຮງງານລາວມີຄຸນນະພາບສູງໃນ ຂະແໜງການບໍລິການການເງິນ, ການທະນາຄານ, ໂທລະຄົມມະນາ ຄົມ ສັງເກດເຫັນວ່າມີສັດສ່ວນການ ນຳໃຊ້ແຮງງານຕ່າງປະເທດບໍ່ສູງ ເຖິງຈະເປັນຂະແໜງການທີ່ຈຳ ເປັນຕ້ອງໃຊ້ສີມືຂ້ອນຂ້າງສູງກໍ ຕາມ ຊຶ່ງຫົວໜ່ວຍແຮງງານທີ່ມີ ຄວາມໝັ້ນຄົງສູງກວ່າ, ມີການຈ່າຍ ຄ່າແຮງງານທີ່ສູງກວ່າ, ມີສະຫວັດ ດີການແຮງງານທີ່ດີ ຈະບໍ່ມີບັນຫາ ໃນການຂາດແຄນແຮງງານທີ່ມີ ສີມື. ທ່ານ ພົງໄຊສັກ ອິນຖາລາດ ກ່າວເນັ້ນໃຫ້ຮູ້ອີກວ່າ: ສຳລັບແຜນ ການໃນຕໍ່ໜ້າກະຊວງ ຮສສ ຈະສືບ ຕໍ່ຈັດຕັ້ງປະຕິບັດແນວທາງຂອງ ພັກ, ແຜນ 8 ຂອງລັດຖະບານ ແລະ ແຜນ 4 ຂອງກະຊວງ, ສ້າງນິຕິກຳ ໂດຍສະເພາະກົດໝາຍວ່າດ້ວຍ ການພັດທະນາສີມືແຮງງານ ເພື່ອ ເປັນບ່ອນອີງໃຫ້ແກ່ການມີສ່ວນ ຮ່ວມຂອງຫລາຍພາກສ່ວນໃນ ການສ້າງກຳລັງແຮງງານລາວໃຫ້ ມີຄຸນນະພາບ ລວມທັງຜູ້ໃຊ້ແຮງ ງານແລະ ຜູ້ອອກແຮງງານ, ປັບປຸງ ເງື່ອນໄຂ ແລະ ສ້າງສະພາບແວດ ລ້ອມທີ່ດີຂຶ້ນໃນບາງຫົວໜ່ວຍແຮງ ງານ, ໂຄງການລົງທຶນຕ່າງໆເພື່ອ ຮັບປະກັນຜົນປະໂຫຍດດ້ານຄ່າ ແຮງງານແລະສະຫວັດດີການແຮງ ງານໃຫ້ຜູ້ອອກແຮງງານ ເພື່ອສ້າງ ແຮງຈູງໃຈໃຫ້ກຳລັງແຮງງານ ຮຽນສາຍວິຊາຊີບ ແລະ ພັດທະນາ ຕົນເອງໃຫ້ຫລາຍຂຶ້ນ ລວມງທັງ ການຍົກສູງຜະລິດຕະພາບຂອງ ແຮງງານໃຫ້ສູງຂຶ້ນ, ເກັບກຳ ຄວາມຕ້ອງການໃນການຢາກຝຶກ ສີມືແຮງງານ ເພື່ອປະກອບອາຊີບ ອິດສະລະ ຕາມໂຄງການເງິນກູ້ ຈາກທະນາຄານໂລກ 20232026, ຂົນຂວາຍແຫລ່ງທຶນຈາກ ພາກທຸລະກິດ, ຈາກຕ່າງປະເທດ ເພື່ອລົງທຶນສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບດ້ານວິຊາການໃນ ການພັດທະນາ ຫລື ສ້າງກຳລັງ ແຮງງານລາວໃຫ້ມີຄຸນນະພາບ. ກະຊວງ ຮສສ ຍາມໃດກໍມີ ຄວາມເປັນຫ່ວງ ເປັນໄຍຕໍ່ກຳລັງ ແຮງງານໃຫ້ໄດ້ຮັບການປົກປ້ອງ ຄຸ້ມຄອງສິດຜົນປະໂຫຍດຢ່າງຊອບ ທຳຈາກຜູ້ໃຊ້ແຮງງານ ໂດຍໄດ້ກຳ ນົດນິຕິກຳປັບປຸງນິຕິກຳໃຫ້ສອດ ຄ່ອງກັບສະພາບເງື່ອນໄຂຕົວຈິງ ໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ຊາວ ຜູ້ອອກແຮງງານ ໄດ້ຮັບການປົກ ປ້ອງສິດຜົນປະໂຫຍດຢ່າງຊອບທຳ ຖຶກຕ້ອງສອດຄ່ອງຕາມລະບຽບ ກົດໝາຍ. ເພື່ອປະກອບສ່ວນສຳຄັນ ເຂົ້າໃນການພັດທະນາສ້າງສາເສດ ຖະກິດ-ສັງຄົມ ຂອງຂອງຊາດ. ຂ່າວ: ພູວັນ ຂອງກົມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ບົນຈິດ ໃຈມີຂະບວນການແຂ່ງຂັນຢ່າງ ຟົດຟື້ນແຂງແຮງ ແນໃສ່ເຮັດໃຫ້ ທິດທາງແຜນການຂອງກົມສ່ວຍ ສາອາກອນປາກົດຜົນເປັນຈິງ, ເພື່ອເປັນການສົ່ງເສີມ, ຊຸກຍູ້ວຽກ ດີ-ຄົນເດັ່ນ ໂດຍຜ່ານຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ ທີ່ມີການຈັດ ຕັ້ງ, ມີເນື້ອໃນ ແລະ ຄາດໝາຍສູ້ຊົນ ຈະແຈ້ງ ເພື່ອເສີມຂະຫຍາຍສະຕິ ປັນຍາ, ຫົວຄິດປະດິດສ້າງຂອງພະ ນັກງານປະກອບສ່ວນເຂົ້າໃນວຽກ ງານສ່ວຍສາອາກອນ ໄດ້ຮັບການ ພັດທະນາດີຂຶ້ນ, ທັງເປັນການຍ້ອງ ຍໍສັນລະເສີນຄຸນງາມຄວາມດີ ຂອງບຸກຄົນ ແລະ ການຈັດຕັ້ງປະ ກອບສ່ວນໃນວຽກງານສ່ວຍສາ ອາກອນ ຜູ້ທີ່ມີຜົນງານດີ ເດັ່ນແທ້ໆ, ຜູ້ທີ່ເຮັດແທ້ທໍາຈິງ, ຫລີກລ່ຽງການ ຍ້ອງຍໍສັນລະເສີນແບບສະເລ່ຍ ເຮັດແບບຟ້າວຟັງບໍ່ຊັດເຈນ, ແຕ່ລະ ພະແນກ ຕ້ອງກຳໄດ້ສະພາບພະນັກ ງານ ແລະ ສາມາດຕີລາຄາປະເມີນ ບຸກຄົນ ໃຫ້ເຫັນຜົນງານຊັດເຈນ ແລະ ເປັນຮູບປະທຳ. ສໍາລັບ ເນື້ອໃນຂໍ້ແຂ່ງຂັນຂອງ ກົມສ່ວຍສາອາກອນ ປະກອບມີ: ນຳພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານມີຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ມີວິໄນ, ຈັນຍາບັນ, ຮັບປະ ກັນໃນການຄຸ້ມຄອງເກັບລາຍຮັບ ໃຫ້ມີທ່າອ່ຽງເພີ່ມຂຶ້ນ, ສູ້ຊົນສ້າງ ແລະປັບປຸງກົດໝາຍ, ນິຕິກໍາໃຕ້ກົດ ໝາຍ, ກົນໄກຕ່າງໆຕໍ່ຜູ້ເສຍອາ ກອນ, ຫັນການຄຸ້ມຄອງອາກອນໄປ ສູ່ລະບົບທັນສະໄໝ, ປັບປຸງກົນ ໄກການຄຸ້ມຄອງຜູ້ເສຍອາກອນ ໄປ ຕາມແຜນປະຕິຮູບຂະແໜງສ່ວຍ ສາອາກອນ ແລະ ແຜນຍຸທະສາດ ການເງິນ ປີ 2021-2025, ສືບຕໍ່ ພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ; ປັບປຸງການບໍລິການຜູ້ ເສຍອາກອນໃຫ້ມີຄວາມສະດວກ, ເພີ່ມທະວີ ປັບປຸງວຽກງານຝຶກອົບ ຮົມຂອງຂະແໜງສ່ວຍສາອາກອນ ໃຫ້ມີຄວາມເຂັ້ມແຂງ. ໂອກາດດຽວກັນ, ທ່ານ ບຸນປະ ເສີດ ສີກຸນລະບຸດ ກໍໄດ້ມອບໃບ ຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະ ກອນ ທີ່ມີຜົນງານໃນການປະຕິບັດ ວຽກງານ ປະຈຳປີ 2021, ປະເພດ 1 ມີຈຳນວນ 24 ຄົນ, ຍິງ 10 ຄົນ, ປະເພດ 2 ມີ 44 ຄົນ, ຍິງ 21 ຄົນ ແລະ ປະເພດ 3 ມີ 15 ຄົນ, ຍິງ 2 ຄົນ. ຂໍ້ມູນ-ພາບ: ປະຊາຊົນ ແລະ ການຮ່ວມມືເພື່ອການພັດທະ ນາແບບຍືນຍົງ ຢູ່ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາ ເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນການ ນຳພາປະເທດຊາດຂອງ ສົມເດັດ ພະຣາຊາ ສູ່ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນ ໂຮນລັງ ຈົ່ງມີແຕ່ ຄວາມ ສົມບູນພູນສຸກ. ວັນທີ 2-6 ພຶດສະພາ 2023 ຕາມ ການຕົກລົງຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໂດຍ ການເປັນປະທານຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ, ມີຄະນະຮັບຜິດຊອບສ້າງປຶ້ມ ຄູ່ມືດັ່ງກ່າວ ທີ່ມາຈາກອົງການໄອ ຍະການປະຊາຊົນສູງສຸດ, ສານປະ ຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະ ຊວງການຕ່າງປະເທດ, ສູນກາງ ສະຫະພັນແມ່ຍິງລາວ ແລະ ຜູ້ໃຫ້ ທຶນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນວ່າການ ຄ້າມະນຸດເປັນອາຊະຍາກໍາທີ່ມີ ຄວາມອັນຕະລາຍຮ້າຍແຮງ ແລະ ມີຜົນກະທົບໂດຍກົງຕໍ່ກຽດສັກສີ ແລະ ສິດທິພື້ນຖານຂອງພົນລະ ເມືອງຊຶ່ງໄດ້ເກີດຂຶ້ນຢ່າງແຜ່ຫລາຍ ໃນບັນດາປະເທດໃນໂລກ ຊຶ່ງພັກ ແລະ ລັດເຮົາຍາມໃດ ກໍໃຫ້ຄວາມ ເອົາໃຈໃສ່ແລະແມ່ນພາລະບົດບາດ ໜຶ່ງຂອງອົງການໄອຍະການປະ ຊາຊົນ ໃນຖານະເປັນອົງການປົກ ປ້ອງກົດໝາຍ, ເປັນອົງການຕິດ ຕາມກວດກາການເຄົາລົບ ແລະປະ ຕິບັດກົດດໝາຍ ແລະ ສັ່ງຟ້ອງຜູ້ ຖືກຫາຂຶ້ນສານ, ຮັບປະກັນໃຫ້ການ ດຳເນີນຄະດີອາຍາ ຊຶ່ງໃນນີ້ລວມ ທັງຄະດີການຄ້າມະນຸດໄດ້ດຳເນີນ ຢ່າງຮອບດ້ານຄົບຖ້ວນ, ພາວະວິ ໄສ,ຖືກຕ້ອງ, ເປັນທຳ, ນຳເອົາຜູ້ກະ ທຳຜິດມາລົງໂທດຕາມກົດໝາຍ, ບໍ່ໃຫ້ຜູ້ບໍລິສຸດ ຕ້ອງຖືກລົງໂທດ, ບໍ່ໃຫ້ພໍ່ແມ່ປະຊາຊົນ ຕົກເປັນເຫຍື່ອ ຂອງການຄ້າມະນຸດ, ປະເທດຊາດ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍແລະວັດທະ ນາຖາວອນ. ຍ້ອນແນວນັ້ນຄວາມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການດຳເນີນຄະດີຄ້າມະ ນຸດ ຂອງອົງການປົກປ້ອງກົດໝາຍ ກໍຄືຂອງພະນັກງານໄອຍະການປະ ຊາຊົນ ຈຶ່ງເປັນບັນຫາທີ່ມີຄວາມ ສຳຄັນເປັນຢ່າງຍິ່ງແລະຕ້ອງມີທິດ ສະດີກົດໝາຍ ທີ່ໄດ້ຮັບການຄົ້ນ ຄວ້າຢ່າງລະອຽດຈະແຈ້ງ ເພື່ອ ເປັນພື້ນຖານໃຫ້ແກ່ພຶດຕິກຳໃນ ການດຳເນີນຄະດີອາຍາ. ບົນພື້ນຖານນັ້ນ ຄະນະຄົ້ນຄວ້າ ອົງການໄອຍະການປະຊາຊົນສູງ ສຸດ, ສານປະຊາຊົນສູງສຸດ, ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ, ກະຊວງການຕ່າງປະເທດ, ສູນ ກາງສະຫະພັນແມ່ຍິງລາວຈຶ່ງພ້ອມ ກັນຄົ້ນຄວ້າຂຽນປື້ມຄູ່ມືວ່າດ້ວຍ ການສໍາພາດ ແລະ ການເອົາຄໍາໃຫ້ ການ ຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ ເປັນຕົ້ນ ຜູ້ຖືກເຄາະຮ້າຍ, ພິຍານ ແລະ ຜູ້ມີຄວາມສ່ຽງຂອງພະນັກ ງານໄອຍະການປະຊາຊົນ ໂດຍມີ 6 ບົດ ກ່ຽວກັບຄວາມຮູ້ພື້ນຖານ, ທັກສະໃນການສໍາພາດ ແລະ ການ ເອົາຄໍາໃຫ້ການ, ການກະກຽມ, ການສຳພາດ, ການປະເມີນຜົນ ການສຳພາດ ແລະ ການເອົາຄຳ ໃຫ້ການ, ການນຳໃຊ້ຜົນຂອງການ ສໍາພາດແລະຄໍາໃຫ້ການ ເປັນຫລັກ ຖານ ແລະ ພ້ອມດ້ວຍແບບຟອມຈຳ ນວນໜຶ່ງ ເພື່ອເປັນພື້ນຖານໃຫ້ພະ ນັກງານໄອຍະການປະຊາຊົນໄດ້ ນຳໃຊ້ເຂົ້າໃນການສຳພາດ ແລະ ການເອົາຄຳໃຫ້ການຜູ້ເຂົ້າຮ່ວມໃນ ຄະດີຄ້າມະນຸດ, ຄົ້ນຄວ້າ, ສັ່ງຟ້ອງ ແລະ ຖະແຫລງຄະດີຄ້າມະນຸດຕໍ່ ສານ ເພື່ອພິຈາລະນາຕັດສີນຕາມ ກົດໝາຍ, ຮັບປະກັນໃຫ້ການດຳ ເນີນຄະດີຮອບດ້ານ ແລະ ຄົບຖ້ວນ ພາວະວິໄສ ຖືກຕ້ອງ ແລະ ຍຸຕິທຳ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍຢ່າງ ບໍ່ຢຸດຢັ້ງ. ຂ່າວ: ວົງເດືອນ ສຸພັນທອງ ກວມ 70%. ໂຮງງານຂອງພວກ ເຮົາໄດ້ສ້າງສິ່ງແວດລ້ອມທີ່ດີ, ການບໍລິຫານແຮງງານແບບຄອບ ຄົວ ໃຫ້ຄວາມສຳຄັນຕໍ່ກຳມະກອນ ຜູ້ອອກແຮງງານ ໂດຍໃຫ້ໂອກາດ ໃນການຝຶກອົບຮົມຍົກລະດັບພັດ ທະນາສິມືແຮງງານ ໃຫ້ມີຄວາມສຳ ນານໃນແຕ່ລະໜ້າວຽກ, ຊຸກຍູ້ ສົ່ງເສີມບຸກຄົນທີ່ມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນໃນພັດທະນາຕົນ ເອງ ດ້ວຍການເລື່ອນຂັ້ນ ແລະ ແບ່ງວຽກຕາມຄວາມສາມາດ. ໃນໂຮງງານ, ນອກຈາກ ໄດ້ປະ ຕິບັດນະໂຍບາຍຕາມພາກລັດວາງ ອອກແລ້ວ ໂຮງງານຂອງພວກເຮົາ ຍັງມີນະໂຍບາຍ, ກົດລະບຽບໃນ ການສ້າງເງື່ອນໄຂທີ່ເໝາະສົມໃຫ້ ແກ່ຜູ້ອອກແຮງງານ, ສ້າງແຮງຈູງ ໃຈ, ສ້າງສິ່ງແວດລ້ອມທີ່ດີ, ຊຸກຍູ້ ຜູ້ອອກແຮງງານມີຄວາມຫ້າວຫັນ, ຊື່ສັດສຸດຈະລິດ ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່. ເນື່ອງໃນໂອກາດວັນທີ 1 ພຶດ ສະພາ ກໍຄື ວັນກຳມະກອນສາກົນ ຄົບຮອບ 137 ປີ ເຊິ່ງເປັນວັນທີ່ມີ ຄວາມໝາຍຕໍ່ຜູ້ອອກແຮງງານ, ທ່ານ ເກຍ ອູ໊ສິດທິເດດ ໄດ້ສະແດງ ຄວາມຂອບໃຈ ແລະ ສົ່ງຄຳອວຍ ພອນມາຍັງການນຳພັກ-ລັດ ກໍຄື ອົງການຈັດຕັ້ງຈົ່ງມີສຸຂະພາບແຂງ ແຮງ, ຂອບໃຈຕໍ່ສັງຄົມທີ່ເລືອກໃຊ້ ຜະລິດຕະພັນນ້ຳດື່ມໂລມາຄຳແລະ ຂອບໃຈຜູ້ໃຊ້ແຮງງານທົ່ວປະເທດ ກໍຄື ອ້າຍນ້ອງກຳມະກອນ ໄດ້ໃຫ້ ການສະໜັບສະໜູນ ຈົ່ງມີສຸຂະພາບ ສົມບູນຢູ່ດີກິນດີ. ຂ່າວ-ພາບ: ເກດສະໜາ ກັນສ້າງຂຶ້ນດ້ວຍຄວາມເປັນເອກະ ພາບກັນຊື້-ຂາຍນໍ້າມັນເຊື້ອໄຟ ຮ່ວມກັນ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການຈັດຊື້, ຈັດ ຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2023 ໃຫ້ສໍາເລັດຕາມແຜນການ ທີ່ວາງໄວ້. ໂອກາດນີ້,ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ຫົວໜ້າ ຄະນະຊີ້ນໍາລວມວຽກງານຈັດຊື້, ຈັດຈ້າງຂອງກົມໃຫຍ່ພະລາທິການ ໄດ້ເນັ້ນໃຫ້ທັງສອງຝ່າຍທີ່ເຊັນສັນ ຍາຮ່ວມກັນໃນຄັ້ງນີ້, ຈົ່ງເອົາໃຈໃສ່ ເປັນເຈົ້າການຍົກສູງຄວາມຮັບຜິດ ຊອບຂອງຕົນເອງ ເຂົ້າໃນໜ້າທີ່ ວຽກງານວິຊາສະເພາະນໍ້າມັນເຊື້ອ ໄຟຂອງກອງທັບ ກໍຄື ຂອດການຈັດ ຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນ ເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະ ພັກ-ຄະນະບັນຊາທຸກຂັ້ນ ຫລື ວິຊາ ການຜູ້ຮັບຜິດຊອບວຽກງານນໍ້າ ມັນເຊື້ອໄຟຕ້ອງໄດ້ເອົາໃຈໃສ່ຕິດ ຕາມ, ກວດກາຢ່າງເຂັ້ມງວດໂດຍ ສະເພາະການຮັບ ແລະ ເບີກຈ່າຍນໍ້າ ມັນຕ້ອງໄດ້ມີການປະສານສົບກັບ ຂັ້ນເທິງ ເພື່ອສະຫລຸບບັນຊີລາຍ ງານຢ່າງເປັນປົກກະຕິ, ເປັນເຈົ້າ ການຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຕົວຈິງຂອງກົມກອງ, ປະ ສານສົມທົບກັນແໜ້ນກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະ ຕິບັດຕາມລະບຽບກົດໝາຍ, ຕາມ ສັນຍາທີ່ລະບຸໄວ້ແຕ່ລະມາດຕາ ຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນ ເວລາ ເຮັດໃຫ້ງົບປະມານຈັດຊື້ນໍ້າ ມັນເຊື້ອໄຟກອງທັບປະຈໍາປີ 2023 ໃນຄັ້ງນີ້, ໃຫ້ຄົບຖ້ວນດ້ານຈໍານວນ, ມີຄຸນນະພາບຕາມມາດຖານຂອງ ສປປ ລາວ. ຂ່າວ: ສຸກສະຫວັດ ຂໍ້ມູນ: ຄໍາປະສົງ ລາດຊະວົງ. 2022” ໃນວັນທີ 27ເມສາ 2023 ຜ່ານມາໂດຍມີທ່ານ ສົມຊາຍ ຍົດສະຫວັນ ຮອງຜູ້ອໍານວຍການ ໃຫຍ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມຊາຍ ຍົດສະຫວັນ ໄດ້ ກ່າວວ່າ: ໃນໄລຍະຜ່ານມາທະນາ ຄານຮ່ວມທຸລະກິດ ລາວ-ຫວຽດ ໄດ້ສຸມໃສ່ພັດທະນາຫລາຍຜະລິດ ຕະພັນບໍລິການ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າທີ່ນັບ ມື້ສູງຂຶ້ນ ເຊັ່ນ: ເງິນຝາກປະຈຳ ຈ່າຍດອກເບ້ຍເປັນງວດ, ເງິນຝາກ ປະຈຳຈ່າຍດອກເບ້ຍລ່ວງໜ້າ, ເງິນຝາກສະສົມເພື່ອອະນາຄົດລູກ ຫລານ, ເງິນຝາກສະສົມເພື່ອບຳ ນານ, ເງິນຝາກຊີງລາງວັນ ກໍຄື ເງິນຝາກລຸ້ນຊັບຮັບໂຊກ. ນອກ ຈາກນັ້ນ, LaoVietBank ຍັງໄດ້ ຮັບການຮ່ວມມື ຈາກບັນດາຄູ່ຮ່ວມ ທຸລະກິດ ແລະ ລູກຄ້າ ເປັນຢ່າງດີ ຕະຫລອດມາ ເຊິ່ງກໍເປັນອີກໜຶ່ງ ທ່າແຮງທີ່ສໍາຄັນໃຫ້ແກ່ Lao VietBank ໃນການສືບຕໍ່ພັດທະ ນາຢ່າງບໍ່ຢຸດຢັ້ງ. ປີນີ້ກໍເຊັ່ນດຽວກັນ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາ ກັດ ໄດ້ຈັດຕັ້ງຜັນຂະຫຍາຍຜະລິດ ຕະພັນເງິນຝາກລາຍການຝາກປຸບ ລຸ້ນປັບຮັບ TOYOTA REVO 2022 ເພື່ອເປັນການສະເຫລີມ ສະຫລອງວັນສ້າງຕັ້ງທະນາຄານ ຮ່ວມທຸລະກິດລາວ-ຫວຽດຄົບຮອບ 23 ປີ ແລະ ທັງເປັນການສົມມະນາ ບຸນຄຸນລູກຄ້າ ເຊິ່ງໄດ້ສ້າງໂອກາດ ໃຫ້ແກ່ລູກຄ້າເງິນຝາກຂອງທະ ນາຄານ ລາວ-ຫວຽດ ມີໂອກາດ ຖືກລາງວັນຕ່າງໆ ເປັນຕົ້ນລົດ ໃຫຍ່,ລົດຈັກ, ໂທລະສັບໄອໂຟນ14 pro ແລະ ລາງວັນອື່ນໆອີກຫລາຍ ຢ່າງ, ທີ່ສາມາດດຶງດູດພໍ່ແມ່, ປະ ຊາຊົນ, ພໍ່, ຄ້າຊາວຂາຍເຂົ້າຮ່ວມ ຝາກເງິນໃນລາຍການດັ່ງກ່າວ ຢ່າງຫລວງຫລາຍ ເຮັດໃຫ້ຜະລິດ ຕະພັນນີ້ ກາຍເປັນຜະລິດຕະພັນ ກໍຄືພໍ່ແມ່ປະຊາຊົນ. ລາຍການຝາກເງິນປຸບລຸ້ນປັບ ຮັບ TOYOTA REVO 2022 ໄດ້ເລີ່ມມາແຕ່ວັນທີ 22 ມິຖຸນາ 2022 ຈົນເຖິງວັນທີ 31 ມີນາ 2023, ສາມາດລະດົມທຶນຈາກ ລາຍການນີ້ ໄດ້ຫລາຍກວ່າ 1 ພັນ ຕື້ກີບ, ຕົວເລກຊີງລາງວັນຈໍາໜ່າຍ ອອກໄປເກືອບ 6 ໝື່ນຕົວເລກ, ຈໍາ ນວນລູກຄ້າຮ່ວມທັງໝົດລາຍກວ່າ 2.500 ຄົນ. ສໍາລັບ ຈັບສະຫລາກລາງວັນ ໃນຄັ້ງນີ້, ໄດ້ແບ່ງອອກເປັນ 5 ລາງວັນຄື: ລາງວັນທີ 1 ລົດ TOYOTA REVO ຜູ້ໂຊກດີໄດ້ ແກ່ໝາຍເລກ LVB45346; ລາງ ວັນທີ2 ເປັນລົດຈັກເວັບ100sມີ2 ລາງວັນ ຜູ້ໂຊກດີໄດ້ແກ່ໝາຍເລກ LVB53599 ແລະ LVB 23146; ລາງວັນທີ 3 ໂທລະສັບໄອໂຟນ 14 proຈໍານວນ3ລາງວັນໄດ້ແກ່ໝາຍ ເລກ LVB27899, LVB08308, LVB02446; ລາງວັນທີ 4 ຈັກ ຊັກຜ້າ ຈໍານວນ 5 ລາງວັນ ໄດ້ ແກ່ໝາຍເລກ LVB31466, LVB47165, LVB18408, LVB28286, LVB35132 ແລະ ລາງວັນທີ 5 ລົດຖີບ ໄຟຟ້າ ມີ 10 ລາງວັນໄດ້ແກ່ໝາຍ ເລກ LVB55284, LVB26743, LVB19300, LVB33209, LVB04603, LVB45968, LVB32504, LVB35967, LVB07191, LVB25088. ສ່ວນພິທີມອບ-ຮັບລາງວັນ ໃຫ້ ແກ່ລູກຄ່າທີ່ໂຊກດີ ແມ່ນຈະຈັດຂຶ້ນ ໃນໂອກາດຕໍ່ໄປ. ເຂົ້າຮ່ວມ. ກອງປະຊຸມ ໄດ້ຮ່ວມກັນແລກ ປ່ຽນບົດຮຽນຄໍາຄິດຄໍາເຫັນ, ຂໍ້ ມູນຂ່າວສານ, ປະສົບການ ແລະ ເປັນເວທີສົນທະນາບັນຫາກ່ຽວກັບ ສິ່ງທ້າທ້າຍ ໃນການຈັດຕັ້ງປະຕິບັດ ມາດຖານສາກົນດ້ານການລາຍ ງານການເງິນ ປີ 2023 ຂອງບັນ ດາວິສາຫະກິດທີ່ຮັບໃຊ້ຜົນປະ ໂຫຍດສາທາລະນະໃນອາຊຽນ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ IFRS ສໍາລັບວິສາຫະກິດຂະໜາດ ນ້ອຍແລະຂະໜາດກາງຫລືSMEs ໃນອາຊຽນ. ພ້ອມກັນນີ້,ໄດ້ຍົກ ບາງບັນຫາມານໍາສະເໜີກ່ຽວພັນ ກັບພາກສ່ວນຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດມາດຕະຖານການລາຍ ງານການເງິນຫລ້າສຸດຂອງບັນດາ ປະເທດລຸ່ມແມ່ນໍ້າຂອງ ເປັນຕົ້ນ ກ່ຽວກັບການປະເມີນໃນການຂ້າມ ຜ່ານສູ່ການຈັດຕັ້ງປະຕິບັດ IFRS ຢູ່ສປປ ລາວ ກໍຄື ບົດຮຽນຂອງ ພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ສະແດງຄວາມ ຊົມເຊີຍຕໍ່ຄວາມພະຍາຍາມຂອງ ການພັດທະນາວິຊາຊີບບັນຊີໃນອາ ຊຽນ ໃຫ້ມີຄຸນນະພາບທີ່ສູງຂຶ້ນ, ຖືເປັນການສະໜັບສະໜູນການພັດ ທະນາເສດຖະກິດ-ສັງຄົມອາຊຽນ. ປັດຈຸບັນ ສປປ ລາວ ມີສາຫະກິດ ທີ່ຮັບໃຊ້ຜົນປະໂຫຍດສາທາລະນະ ທັງໝົດ 77 ຫົວໜ່ວຍ. ໃນນັ້ນ, ປະ ກອບດ້ວຍບັນດາທະນາຄານທຸລະ ກິດ 44 ຫົວໜ່ວຍ, ບໍລິສັດທີ່ຈົດທະ ບຽນໃນຕະຫລາດຫລັກຊັບ 11 ຫົວ ໜ່ວຍ ແລະ ບໍລິສັດປະກັນໄພ 23 ຫົວໜ່ວຍ ແລະ ກອງປະຊຸມຄັ້ງນີ້ ຫວັງວ່າສະມາຊິກສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບລາວ ເປັນເຈົ້າການແລກປ່ຽນປະສົບ ການແລະ ບົດຮຽນຕົວຈິງ ເພື່ອເປັນ ທິດທາງໃນການຈັດຕັ້ງປະຕິບັດ ມາດຖານສາກົນດ້ານການລາຍ ງານການເງິນ ໃຫ້ມີປະສິດທິຜົນ ສູງສຸດ. ຂ່າວ-ພາບ: ກະຊວງການເງິນ
RkJQdWJsaXNoZXIy MTc3MTYxMQ==