5567

xtgmf]k; 6 27/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ມາລີດາ 8kfzklh ;, ,q oltg|j muj |h k7Q osk Ih koc-[3vh vkskoc-[ gvq k.97q oIa dl5 0trk[ * ຮ້ານແຊບໂອ້ທີ່ເປັນຮ້ານອາ ຫານເປີດໃໝ່ໃນນະຄອນຫລວງ ວຽງຈັນທີ່ຈຳໜ່າຍອາຫານປະເພດ ຕົ້ມແຊບໆປະເພດຂາໝູແລະກະດູກ ສັນຫລັງໝູທີ່ມີລົດຊາດ​ແຊບ ເພື່ອ ເອົາໃຈຄົນຮັກສຸຂະພາບຄື ການປຸງ​ ແຕ່ງ​ດ້ວຍ​ວັດຖຸ​ດິບທໍາມະ​ຊາດ ທີ່​ ປາສະຈ​ າກແ​ ປ້ງນົ​ ວ ແຕ່ໄດ້ນໍ້າແ​ ກງ​ ທີ່ແຊບນົວ ຍ້ອນຜ່ານຂະບວນການ​ ປຸງ​ແຕ່ງທີ່​ເປັນ​ສູດ​ສະ​ເພາະ​ຂອງ​ ຮ້ານ​ທີ່​ມີ​ເອກະລັກແບບບໍ​່ຄື ​ໃຜເວົ້າ ແ​ ບບນີ້​ ຢ່າຟ້​ າເ​ຊື້ອຈົນກວ່າທ່ານຈ​ ະ​ ໄດ້​ມາ​ພິສູດ​ດ້ວຍ​ໂຕເອງຮັບຮອງ​ ວ່າຈະ​ຕິດ​ໃຈ ​ແລະ ດີ​ຕໍ່ສຸຂະພາບ​ ແນ່ນອນ. ດັ່ງທີ່ທ່ານນາງ ປາດຖະ ໜາ ພົງສະຫວັນ ແລະ ທ່ານນາງ ອຸ່ນ ແມັກກີ້ ໃນນາມຜູ້ບໍລິຫານຮ້ານ ແຊບໂອ້ກ່າວວ່າ: ພວກຂ້າພະເຈົ້າ ມີໂອກາດເດີນທາງໄປທ່ຽວປະເທດ ໄທໃນປີ 2020 ແລະ ເຫັນເຂົາເຈົ້າ ກິນອາຫານປະເພດຕົ້ມແຊບ ເຊິ່ງ ເປັນອາຫານທີ່ພວກຂ້າພະເຈົ້າບໍ່ ເຄີຍຮັບປະທານມາກ່ອນ ເຊິ່ງໃນນັ້ນ ເຫັນວ່າໄດ້ຮັບຄວາມນິຍົມຊົມຊອບ ໃນປະເທດເພື່ອນບ້ານເພາະວ່າມີ ປະຊາຊົນຕໍ່ແຖວຍາວ ເພື່ອລໍຖ້າ ຊື້ເມນູດັ່ງກ່າວໃນແຕ່ລະມື້, ຍ້ອນ ຄວາມຢາກລອງພວກຂ້າພະເຈົ້າ ໄດ້ເຂົ້າໄປຮ່ວມຕໍ່ແຖວ ເພື່ອຮັບປະ ທານ ແລະ ເຫັນວ່າເປັນເມນູທີ່ມີລົດ ຊາດແຊບທີ່ ເປັນເອກະລັກສະເພາະ ຕົວທີ່ບໍ່ຄືໃຜເພາະວ່າປຸງດ້ວຍກະ ດູກສັນຫລັງໝູ, ດັ່ງນັ້ນອີງໃສ່ຄວາມ ປະທັບ ໃຈໃນລົດຊາດດັ່ງກ່າວ ແລະ ຢາກນຳມາເຜີຍແຜ່ໃຫ້ລູກຄ້າໃນ ສັງຄົມລາວເຮົາໄດ້ຮັບປະທານ ຈຶ່ງ ຕັດສິນໃຈເປີດຮ້ານອາຫານແຫ່ງ ນີ້ຂຶ້ນມາໃນວັນທີ 3 ເມສາ 2023 ທີ່ຜ່ານມາ ໂດຍຈະເນັ້ນຈຳໜ່າຍເມ ນູດັ່ງກ່າວຄຽງຄູ່ກັບເມນູອາຫານ ຈານດ່ວນປະເພດຕ່າງໆທີ່ ເປັນ ການປະສົມປະສານລະຫວ່າງອາ ຫານລາວ ແລະ ອາຫານເກົາຫລີ ໂດຍມີການປັບປຸງສູດໃຫ້ແທດ ເໝາະກັບລົດຊາດ ທີ່ຄົນລາວເຮົາ ນິຍົມຮັບປະທານ. ຮ້ານແຊບໂອ້ຈະ ມີຄວາມໂດດເດັ່ນຢູ່ທີ່ການປຸງແຕ່ງ ແຕ່ລະເມນູໂດຍປາສະຈາກແປ້ງ ນົວ ແລະ ຈະປຸງອາຫານດ້ວຍການ ນຳໃຊ້ຄວາມຮ້ອນຈາກເຕົາຖ່ານ, ແຕ່ຂັ້ນຕອນຈະຜ່ານການປຸງດ້ວຍ ຄວາມພິຖີພິຖັນ, ຕົ້ມດ້ວຍໄລຍະເວ ລາທີ່ດົນດ້ວຍໄຟປານກາງ ໂດຍ ຈະເຮັດໃຫ້ຊີ້ນມີຄວາມເປື່ອຍຮັບ ປະທານງ່າຍ ແລະ ໄດ້ລົດຊາດອາ ຫານທີ່ເຂັ້ມຂຸ້ນຈາກທຳມະຊາດ ແທ້ໆ ແລະ ໃນນີ້ລູກຄ້າສາມາດ ເລືອກລະດັບຄວາມເຜັດໄດ້. ໃນນີ້ ເມນູຕົ້ມແຊບຂອງຮ້ານແຊບໂອ້ ແມ່ນຈະມີສອງລາຍການຫລັກຄື: ເມນູຕົ້ມແຊບກະດູກສັນຫລັງໝູ ແລະ ເມນູຕົ້ມແຊບຂາໝູ. ນອກ ຈາກເມນູຕົ້ມແຊບແລ້ວຍັງມີເມນູ ກະເພົາຂາໝູທີ່ບໍ່ມີກະດູກ ໂດຍລູກ ຄ້າຈະສາມາດຮັບປະທານງ່າຍ ໂດຍຈະນຳໃຊ້ວັດຖຸດິບພາຍໃນປະ ເທດເປັນສ່ວນປະກອບຫລັກໃນ ການປຸງອາຫານສຳລັບລູກຄ້າ. ມາເຖິງປັດຈຸບັນແມ່ນມີຖານລູກ ຄ້າທີ່ນັບມື້ນັບເພີ່ມຂຶ້ນ ໂດຍໄດ້ ຮັບຫາງສຽງຕອບຮັບທີ່ດີໃນລົດ ຊາດອາຫານ ແລະ ມີລຸກຄ້າເກົ່າ ກັບມາອຸດໜູນອັນເປັນສິ່ງຢັ້ງຢືນ ຄວາມປະທັບໃຈຂອງລູກຄ້າຕໍ່ກັບ ລົດຊາດອາຫານພາຍໃນຮ້ານແຊບ ໂອ້ໄດ້ເປັນຢ່າງດີ, ອັນເປັນລົດຊາດ ອາຫານທີ່ເໝາະກັບທຸກເພດທຸກໄວ ໃນສັງຄົມ ແລະ ເປັນເມນູອາຫານ ເພື່ອສຸຂະພາບ ໃນນີ້ພວກຂ້າພະເຈົ້າ ໄດ້ນຳໃຊ້ປະສົບການທີ່ເຄີຍເຮັດ ຮ້ານອາຫານມາກ່ອນໜ້ານີ້ຫລາຍ ສິບປີໃນການບໍລິຫານທຸລະກິດ ຮ້ານແຊບໂອ້ໃຫ້ໄດ້ຮັບໝາກຜົນດີ ທີ່ສຸດ ເຊິ່ງຮ້ານແຊບໂອ້ສາມາດ ຮອງຮັບແຂກເຕັມອັດຕາໄດ້ຫລາຍ ກວ່າສາມສິບຄົນ ໂດຍສາມາດ ຈັດງານລ້ຽງງານສັງສັນຂະໜາດ ນ້ອຍ ໄດ້ພາຍໃຕ້ບັນຍາກາດອົບອຸ່ນ ເປັນກັນເອງແບບຄອບຄົວ. ນາງ ປາດຖະໜາເ​ວົ້າຕື່​ ມວ່​ າ:ໃນປັດຈຸບັນ ເຖິງວ່າທຸລະກິດຮ້ານອາຫານຈະ ມີການແຂ່ງຂັນກັນສູງແຕ່ວ່າພວກ ຂ້າພະເຈົ້າໃນນາມເປັນຜູ້ປະກອບ ການລຸ້ນໜຸ່ມຈະເນັ້ນໃສ່ການສ້າງ ຕະຫລາດອອນລາຍໃຫ້ຫລາຍຂຶ້ນ. * ປີນີ້ຖືວ່າເປັນອີກປີໜຶ່ງ ທີ່ປະ ຊາຊົນລາວບັນດາເຜົ່າ ມີຄວາມ ສຸກບໍ່ໜ້ອຍ ເຫັນໄດ້ຈາກສະເຫລີມ ສະຫລອງປີໃໝ່ຢ່າງຄຶກຄື້ນມ່ວນ ຊື່ນເປັນພິເສດ ພາຍຫລັງສິ້ນສຸດ ການແພ່ລະບາດພະຍາດໂຄວິດ- 19 ທີ່ກິນເວລາເກືອບ 3 ປີ. ຈາກ ພາບທີ່ຜູ້ຂຽນໄດ້ເຫັນ ແລະ ໄດ້ໄປ ສໍາຜັດຕົວຈິງນັ້ນເຫັນວ່າຕາມສະ ຖານທີ່ທ່ອງທ່ຽວທໍາມະຊາດ ແລະ ເມືອງມໍລະດົກໂລກຫລວງພະບາງ ໄດ້ຮັບຄວາມນິຍົມອັນດັບຕົ້ນໆ ສໍາ ລັບປາຍທາງຂອງນັກທ່ອງທ່ຽວ ທັງຊາວລາວແລະຕ່າງປະເທດ.ແຕ່ ແນວໃດກໍດີ ແຫລ່ງທ່ອງທ່ຽວໃນ ພາກໃຕ້ຂອງລາວກໍໜ້າສົນໃຈບໍ່ ໜ້ອຍ ແລະ ກໍໄດ້ຮັບຄວາມນິຍົມບໍ່ ໜ້ອຍກວ່າບ່ອນອື່ນໆຕົວຢ່າງນໍ້າ ຕົກຕາດຜາສ້ວມທີ່ມີຕໍານານເລົ່າ ຂານອັນເກົ່າແກ່ ທີ່ເກີດຈາກຜາຫີນ ແລະ ແຫລ່ງນໍ້າທໍາມະຊາດ ກໍ່ໃຫ້ ເກີດຄວາມສົນໃຈຢ່າງກວ້າງຂວາງ ສໍາລັບນັກທ່ອງທ່ຽວ ທີ່ມັກບັນຍາ ກາດສະງຽບສະຫງົບ, ອາບນໍ້າເຢັນ, ນອນແຮມຄືນ ໃຕ້ຕົ້ນໄມ້ໃຫຍ່ໃນ ປ່າດົງຕືບໜ້າ ແລະ ເລາະຊົມບ້ານ ຊົນເຜົ່ານັ້ນເອງ. ນໍ້າຕົກຕາດຜ້າສ້ວມຕັ້ງຢູ່ບ້ານ ໂດນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເຊິ່ງມີໄລຍະທາງ ຫ່າງຈາກຕົວເມືອງຈາກຕົວເມືອງ ປາກເຊໄປທາງທິດເໜືອຕາເວັນ ອອກສຽງເໜືອ 38 ກິໂລແມັດ. ເດີນທາງໄປທາງປາກຊ່ອງ ແລ້ວກໍ ຮອດຫລັກ 21 ໃຫ້ລ້ຽວຊ້າຍໄປ ຕາມເສັ້ນທາງເມືອງບາຈຽງ ໄປ ປະມານ 15 ກິໂລແມັດ. ແລ້ວກໍຈະ ເຫັນປ້າຍໃຫ່ຍຢູ່ທາງເບືອງຊາຍມື ຂຽນວ່ານໍ້າຕົກຕາດຜ້າສ້ວມ ຫລັງ ຈາກນັ້ນກໍໃຫ້ຂີ່ລົດເຂົ້າໄປປະມານ 2 ກິໂລແມັດ ກໍຈະຮອດນໍ້າຕົກຕາດ ຜ້າສ້ວມ ນໍ້າຕົກຕາດຜ້າສ້ວມ ມີ ຄວາມສູງປະມານ 6 ແມັດ ແລະ ມີຄວາມກ້ວາງ 7 ແມັດ. ປະຫວັດ ຄວາມເປັນມານ້ຳຕົກຕາດຜາສ້ວມ ໄດ້ກ່າວໄວ້ວ່າ: ຄູ່ຮັກບ່າວສາວນິ ທານເລື່ອງທ້າວບາຈຽງ ກັບ ນາງ ມະໂລງ ທີ່ມັກຮັກກັນແຕ່ບໍ່ສົມຫວັງ ເຮັດໃຫ້ທ້າວບາຈຽງອົກຮັກສາມ ເສົ້າ ເພິ່ນຈຶ່ງຮຽກເມືອງນີ້ເປັນເມືອງ ບາຈຽງ ແລະ ຄຳວ່າ “ສ້ວມ” ໃນ ພາສາລາວນັ້ນໝາຍເຖິງຫ້ອງນອນ ທີ່ກັ້ນໄວ້ສຳລັບລູກສາວລູກຊາຍ. ດັ່ງນັ້ນຄຳວ່າ ຕາດຜາສ້ວມນີ້ ຈຶ່ງ ມີຄວາມໝາຍວ່ານ້ຳຕົກຕາດຫີນ ຕັ້ງ ທີ່ມີລັກສະນະສູງຄ້າຍຄືຫ້ອງ ຫໍຂອງບ່າວສາວ. ລັກສະນະເດັ່ນ ຂອງນໍ້າຕົກຕາດຜາສ້ວມ ຄືຕາດ ຜາສ້ວມມີຄວາມສວຍສົດງົດງາມ ປ່າໄມ້ທີ່ອຸດົມສົມບູນເຕັມໄປດ້ວຍ ທຳມະຊາດ ແລະ ນ້ຳໃສສະອາດ, ນ້ຳຈະງາມໃນໄລຍະເດືອນຕຸລາ ຫາ ເດືອນເມສາ ຕົວຕາດເປັນຜາ ຫີນລຽນຕັ້ງເປັນລະບຽບມີຄວາມ ສູງປະມານ 5-7 ແມັດ ແລະ ມີກະ ແສນ້ຳທີ່ໄຫລຜ່ານຕາມຜາຫີນດັ່ງ ກ່າວ ເຊິ່ງນ້ຳຕົກທີ່ໄຫລມາຈາກ ຫ້ວຍຈຳປີ ອັນມີຈຸດກຳເນີດຈາກພູ ເທວະດາ ເມືອງປາກຊ່ອງ. ນອກນັ້ນ ຍັງມີໝູ່ບ້ານຊົນເຜົ່າ 8 ຊົນເຜົ່າທີ່ ຮວບຮວມເຂົ້າມາໄວ້ເພື່ອມາວາງ ສະແດງໃຫ້ນັກທ່ອງທ່ຽວຊົມເຊັ່ນ ບາຍເພາະເປັນທາງປູຢາງ ແລະ ລົດທຸກສະນິດສາມາດເຂົ້າເຖິງໄດ້. ເຖິງແນວໃດກໍດີ ຈຸດນໍ້າຕົກຜາສ້ວມ ນັ້ນໄດ້ຮັບການຍົກລະດັບໃຫ້ເປັນ ວັງປາສະຫງວນແລ້ວ ເຊິ່ງມາຮອດ ປັດຈຸບັນນີ້ເຮັດໃຫ້ຈໍານວນປະຊາ ກອນປາເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ກາຍກາຍເປັນຈຸດສົນໃຈອີກ ຢ່າງໜຶ່ງສໍາລັບນັກທ່ອງທ່ຽວ. ເຜົ່າກະລ່ຽງ, ເຜົ່າກະຕ່າງ, ເຜົ່າ ອາລັກ, ເຜົ່າກະຕູ້. ນອກນັ້ນຍັງມີ ເຮືອນເສົາດຽວ ແຕ່ກ່ອນເພິ່ນໄດ້ ກ່າວວ່າເປັນເຮືອນທີ່ສ້າງໄວ້ ເພື່ອ ບ່າວສາວມາລົມກັນແຕ່ການລົມ ກັນໃນທີ່ນີ້ແມ່ນລົມກັນດ້າມຊົ່ວ ໂມງຖ້າມັກຮັກກັນແລ້ວແມ່ນໃຫ້ພໍ່ ແມ່ມາສູ່ຂໍ. ສິ່ງອໍານວຍຄວາມສະດວກ ພາຍໃນບໍລິເວນຕາດຜາສ້ວມຈະມີ ການບໍລິການທີ່ອຳນວຍຄວາມສະ ດວກໃຫ້ແກ່ນັກທ່ອງທ່ຽວ ເຊັ່ນຮ້ານ ອາຫານ, ຮ້ານຂາຍສິ່ງທີ່ລະນຶກ, ຫ້ອງນ້ຳ ແລະ ການໃຫ້ຂໍ້ມູນແຫລ່ງ ທ່ອງທ່ຽວຈາກພະນັກງານນຳ ທ່ຽວປະຈຳທ້ອງຖິ່ນ. ນອກນັ້ນບັງ ມີປ້າຍຫ້າມ ແລະ ປ້າຍບອກທາງ ໃນການຍ່າງໄປສະຖານທີ່ທ່ອງ ທ່ຽວ ນຳອີກການເຂົ້າເຖິງການເຂົ້າ ເຖິງຕາດຜາສ້ວມ ແມ່ນສະດວກສະ

RkJQdWJsaXNoZXIy MTc3MTYxMQ==