5567

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 27/04/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** xtgmfgxi6 xtgmfgrnj vo,y flkdq o m6 f]k;xt9es;Pfok, Ij ;,'korq [xt v;prvoxu .\j [a ofkxtgmfvk-u xu 2023 *ປະເທດເປຣູ (Peru) ທີ່ມີຊື່ ທາງການຄື: ສາທາລະນະລັດ ເປຣູ (RepublicOf Peru), ມີນະຄອນ ຫລວງຊື່ວ່າ ລີມາ(Lima) ຕັ້ງຢູ່ ທາງຕາເວັນຕົກຂອງທະວີບອາເມ ລິກາໃຕ້, ມີຊາຍແດນທິດເໜືອຕິດ ກັບເອກວາດໍ ແລະ ໂກໂລມບີ, ທິດ ຕາ ເວັນອອກຕິດກັບບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບຊີເລ ແລະ ທິດຕາເວັນຕົກຕິດກັບມະຫາສະ ໝຸດປາຊີຟິກ. ມີເນື້ອທີ່ທັງໝົດ 1.285.000 ກິໂລຕາແມັດ, ກວມ ເອົາປະຊາກອນ 33,72 ລ້ານຄົນ (ໃນປີ 2021), ໃຊ້ພາສາສະເປນ ເປັນພາສາທາງການ; ສະກຸນເງິນ ແມ່ນ ນວຍໂວໂຊລ (nuevosol), ປະຊາຊົນສ່ວນໃຫຍ່ ຖືສາສະໜາ ຄຣິສນິກາຍ ໂຣມັນຄາທໍລິກ ກວມ ເອົາ 81%ແລະ ນິກາຍອື່ນໆ 10%. ສ່ວນວັນຊາດແມ່ນວັນທີ 28 ກໍ ລະກົດ. ເປຣູ ແລະ ສປປ ລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດ ຮ່ວມ ກັນນັບແຕ່ວັນທີ27ເມສາ1989ເປັນ ຕົ້ນມາ ຫລັງຈາກນັ້ນ ສອງປະເທດ ກໍໄດ້ເພີ່ມທະວີຮ່ວມມືກັນໃຫ້ນັບມື້ ຂະຫຍາຍຕົວຢ່າງແໜ້ນແຟ້ນ ແລະ ໂດຍ: ດາວັນ ບໍ່ຢຸດຢັ້ງ. ເປຣູ ມີນະໂຍບາຍເສດຖະກິດ ແບບເສລີນິຍົມ, ເປັນປະເທດທີ່ ອຸດົມສົມບູນ ໄປດ້ວຍຊັບພະຍາກອນ ແຮ່ທາດທີ່ສຳຄັນຫລາຍຊະນິດ ຈຶ່ງກາຍເປັນຜູ້ຜະລິດແຮ່ທາດຂະ ໜາດໃຫຍ່ຂອງໂລກເຊັ່ນ: ກົ່ວ, ທອງ, ສັງກະສີ, ດີບຸກ ແລະ ເງິນ, ນ້ຳມັນ ແລະ ແກັສທຳມະຊາດ. ໂດຍລວມຍອດຜະລິດຕະພັນພາຍ ໃນປະເທດ(GDP) ບັນລຸ 223,2 ຕື້ໂດລາສະຫະລັດ(ໃນປີ 2021), ສະເລ່ຍຕໍ່ຫົວຄົນ 6.621 ກວ່າ ໂດລາສະຫະລັດຕໍ່ປີ; ອັດຕາການ ຈະເລີນເຕີບໂຕທາງເສດຖະກິດ 13,3% ຕໍ່ປີ. ສິນຄ້າທີ່ສົ່ງອອກຕົ້ນ ຕໍແມ່ນທອງແດງ, ຄຳ, ສັງກະສີ, ປິ ໂຕລຽມດິບ ແລະ ຜະລິດຕະພັນປິ ໂຕລຽມ, ກາເຟ. ສ່ວນສິນຄ້າທີ່ນຳ ເຂົ້າ ເຊັ່ນ: ຜະລິດຕະພັນເຄມີ, ຢາງ ພາລາ, ເຄື່ອງຈັກ, ຍານພາຫະ ນະ, ອຸປະກອນຄົມມະນາຄົມ ແລະ ອື່ນໆ. ປະເທດຄູ່ການຄ້າທີ່ສຳຄັນມີ: ຈີນ, ສະວິດ, ການາດາ, ເມັກຊິກ, ເອກວາດໍ, ບຣາຊິນ ແລະ ຍີ່ປຸ່ນ ຕາມລຳດັບ. ນອກນີ້ ຍັງມີສະຖານທີ່ທ່ອງ ທ່ຽວ ທີ່ສວຍງາມ ໂດຍສະເພາະ ເມືອງ ກຸສໂກ(Cusco) ເປັນເມືອງ ທ່ອງທ່ຽວທີ່ມີຊື່ສຽງ ເຊັ່ນ: ມາຊູປິກ ຊູ; ພລາຊ່າເດອາຣມາສ ແຫ່ງກຸສ ໂກ ມີຂະໜາດໃຫຍ່ ກາງເມືອງ ອ້ອມຮອບໄປດ້ວຍສະຖານທີ່ສຳຄັນ ຫລາຍແຫ່ງຄື: ຮ້ານອາຫານ, ຮ້ານ ຄ້າ, ຮ້າຍຂາຍເຄື່ອງປະດັບ, ຕົວ ແທນທຸລະກິດການທ່ອງທ່ຽວ ແລະ ວິຫານກຸສໂກອື່ນໆ ທີ່ເປັນແຫລ່ງດຶງ ດູດນັກທ່ອງທ່ຽວ ທັງພາຍ ໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ຢ່າງຫລວງຫລາຍ. ຂປລ. ສະມາຄົມບັນດາອົງການ ມິດຕະພາບ ນະຄອນຫລວງຮ່າໂນ້ຍ ຮ່ວມກັບ 7 ສະຖານທູດປະກອບມີ: ອິນເດຍ, ບັງກາລາເດດ, ກຳປູເຈຍ, ລາວ, ມຽມມາ, ສີລັງກາ ແລະ ໄທ ຈັດງານພົບປະອວຍພອນປີໃໝ່ ຂອງບາງປະເທດໃນອາຊີ ໃນຕອນ ຄ່ຳວັນທີ 21 ເມສາ 2023 ຜ່ານມາ ທີ່ເຮືອນຮັບແຂກລັດຖະບານ, ນະ ຄອນຫລວງຮ່າໂນ້ຍ, ມີຕາງໜ້າ ສະຖານທູດ 18 ປະເທດ ເຂົ້າຮ່ວມ. ໃນນັ້ນ, ສະຖານທູດລາວ ນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດ ເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ການນຳ ແລະ ພະນັກງານສະຖານ ທູດ ຈຳນວນໜຶ່ງ, ນັກສຶກສາລາວທີ່ ກຳລັງສຶກສາຢູ່ ສສ ຫວຽດນາມ ເຂົ້າຮ່ວມຢ່າງເປັນຂະບວນ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າໃຫ້ບັນດາ ສະຖານທູດທີ່ມີບຸນປະເພນີປະຈຳ ຊາດ (ບຸນປີໃໝ່ລາວ) ຄ້າຍຄືກັນ ຂຶ້ນກ່າວຄຳເຫັນ ໂດຍສະຫາຍໄດ້ ສະແດງຄວາມພູມໃຈທີ່ໄດ້ຮ່ວມ ບຸນປີໃໝ່ປະເພນີຂອງບາງປະເທດ ໃນອາຊີ ທາງສະຫະພັນບັນດາອົງ ການຈັດຕັ້ງມິດຕະພາບນະຄອນ ຫລວງຮ່າໂນ້ຍລິເລີ່ມແລະ ເປັນເຈົ້າ ພາບຮ່ວມໃນການຈັດງານໃນຄັ້ງ ນີ້, ການຈັດບຸນປີໃໝ່ປະເພນີຂອງ ບາງປະເທດອາຊີ ໃນຄັ້ງນີ້ ເປັນ ການສະແດງໃຫ້ເຫັນເຖິງຄວາມ ນັບຖືຮີດຄອງປະເພນີຂອງບາງປະ ເທດທີ່ມີບຸນປີໃໝ່, ທັງເປັນການເປີດ ໂອກາດໃຫ້ມີການແລກປ່ຽນວັດ ທະນະທຳຮ່ວມກັນຂອງບັນດາ ແຂກທີ່ເຂົ້າຮ່ວມງານ ແລະ ສະແດງ ໃຫ້ເຫັນເຖິງຄວາມສາມັກຄີ ແລະ ເສີມສ້າງສາຍພົວພັນຮ່ວມມືກັບ ບັນດາປະເທດທີ່ມີບຸນປີໃໝ່ໃຫ້ນັບ ມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ງານດັ່ງກ່າວ ໄດ້ມີພິທີສົ່ງນໍ້າ ປະທານ ສນຊ... ສະຫລຸບວຽກ.. ຫ້ອງວ່າການສູນກາງພັກ... ເຊັນບົດບັນທຶກ... ລະນະລັດສັງຄົມນິຍົມ ຫວຽດນາມ ຢູ່ທີ່ສຳນັກງານປະທານປະເທດ ສສ ຫວຽດນາມ ໃນໂອກາດເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສສ ຫວຽດນາມ ຢ່າງເປັນທາງ ການລະຫວ່າງວັນທີ 24-28 ເມສາ 2023. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມມືລະ ທັງຜ່ານຂໍ້ຕົກລົງຂອງຫ້ອງວ່າການ ສູນກາງພັກ ວ່າດ້ວຍການເລື່ອນ ຮອງພະແນກ ເປັນຫົວໜ້າພະແນກ ຈຳນວນ 6 ສະຫາຍ,ຍິງ4 ສະຫາຍ, ເລື່ອນວິຊາການເປັນຮອງຫົວໜ້າ ພະແນກ9ສະຫາຍ, ຍິງ 8ສະຫາຍ, ພ້ອມທັງຮັບເອົາພະນັກງານລັດຖະ ກອນທີ່ຍົກຍ້າຍມາຈາກພາກສ່ວນ ອື່ນຈຳນວນ 1 ສະຫາຍ. ໂອກາດນີ້ ສະຫາຍ ຄຳຜາ ພິມ ມະສອນ ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຕ້ອງພ້ອມ ກັນຍົກສູງຄວາມຮັບຜິດຊອບ ແລະ ມີຄວາມເສຍສະລະສູງຕໍ່ໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍໃໝ່, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມ ແນວລາວສ້າງຊາດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອພ້ອມກັນ ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານໃຫ້ອະໄພຍະ ໂທດມີປະສິດທິພາບ, ຮັບປະກັນນະ ໂຍບາຍມະນຸດສະທຳ, ສຶກສາອົບ ຮົມນັກໂທດ ໃຫ້ເຫັນໄດ້ແນວທາງ ນະໂຍບາຍອັນຖືກຕ້ອງເປັນທໍາ ກ່າວວ່າ: ການເຊັນສັນຍາຄັ້ງນີ້, ແມ່ນການຮ່ວມມືການອອກແບບ ສະໝາມກ໊ອບ18ຫລຸມໃນເຂດເສດ ຖະກິດພິເສດບຶງທາດຫລວງ ເພື່ອ ພັດທະນາ ແລະ ດຶງດູດການທ່ອງ ທ່ຽວລວມເຖິງການລົງທຶນເຂົ້າມາ ໃນ ສປປ ລາວ. ເຂດເສດຖະກິດພິ ເສດບຶງທາດຫລວງ ກໍາລັງຈະສ້າງ ສະໜາມກ໊ອບ ທີ່ໄດ້ມາດຕະຖານ ລະດັບໂລກ ທີ່ອອກແບບໂດຍນັກ ອອກແບບລະດັບສາກົນ ເຊິ່ງສະ ໜາມກ໊ອບທີ່ອອກແບບນັ້ນ ຈະເຮັດ ໃຫ້ເຂດເສດຖະກິດພິເສດບຶງທາດ ຫລວງ ເປັນບ່ອນດຶງດູດບັນດາບໍລິ ສັດຕ່າງປະເທດເຂົ້າມາລົງທຶນຢູ່ ໃນປະເທດລາວ ລວມທັງການພັກ ອາໄສ. ສາມາດໃນການປະຕິບັດໜ້າທີ່ວຽກ ງານວິຊາສະເພາະໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງຂຶ້ນໄປເລື້ອຍໆສາ ມາດຕອບສະໜອງໄດ້ກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່, ຄົ້ນຄວ້າ ປະດິດສ້າງ, ກ້າເຮັດ-ກ້າຮັບຜິດ ຊອບຕໍ່ໝາກຜົນຂອງການປະຕິບັດ ວຽກງານ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເພື່ອສ້າງການ ຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງກວ່າເກົ່າໃນວຽກງານ ການເປັນເສນາທິການໃຫ້ແກ່ຫ້ອງ ວ່າການສູນກາງພັກ ໃຫ້ມີປະສິດທິ ພາບ, ປະສິດທິຜົນຍິ່ງໆຂຶ້ນ. *** ຕໍ່ຈາກໜ້າ 1 *** ຫວ່າງສອງພັກ-ສອງລັດກໍຄືສອງ ຊາດ ລາວ-ຫວຽດນາມ ໄລຍະ ຜ່ານມາ ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບທີ່ ຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ທ່ານປະທານປະເທດ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ບົດ ບາດຂອງອົງການແນວໂຮມ ເຊິ່ງ ເປັນພາກສ່ວນທີ່ສຳຄັນໃນລະບົບ ການເມືອງຂອງສອງປະເທດ ແລະ ຈະສະໜັບສະໜູນໃຫ້ສອງອົງການ ແນວໂຮມ ໄດ້ຂະຫຍາຍການພົວພັນ ຮ່ວມມືລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ. ໂອກາດນີ້, ປະທານສູນກາງ ແນວລາວສ້າງຊາດ ໄດ້ລາຍງານ ກ່ຽວກັບແຜນການເຄື່ອນໄຫວຂອງ ຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຢ່າງເປັນທາງການ ລະຫວ່າງວັນທີ 24-28 ເມສາ2023ແລະຜົນຂອງ ການພົບປະສອງຝ່າຍ ລະຫວ່າງຄະ ນະກຳມະການສູນກາງແນວລາວ ສ້າງຊາດ ກັບຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ. ພ້ອມນີ້,ຍັງໄດ້ສະແດງ ຄວາມຂອບໃຈຕໍ່ຄຳເຫັນອັນຈົບ ງາມຂອງສະຫາຍປະທານປະເທດ ຫວໍ ວັນ ເຖືອງ ທີ່ມີເນື້ອໃນຊີ້ນຳສຳ ຄັນຫລາຍປະການຕໍ່ການຮ່ວມມື ຂອງສອງອົງການແນວໂຮມ ແລະ ບັນດາອົງການຄູ່ສັນຍາຮ່ວມມືໃນ ສະເພາະໜ້າ ແລະ ຍາວນານ, ຍິນ ດີຮັບເອົາຄໍາເຫັນຂອງສະຫາຍໄປ ຈັດຕັ້ງປະຕິບັດໃຫ້ເກີດດອກອອກ ຜົນ, ພ້ອມທັງກ່າວອວຍພອນສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ ຈົ່ງໝັ້ນຄົງ ຂະໜົງແກ່ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ຈິດຕະພົງ ໂພທິລັກ *** ຕໍ່ຈາກໜ້າ 1 *** ຂອງລັດ ແຫ່ງ ສປປ ລາວ, ກໍ່ສ້າງ ຕົນເອງໃຫ້ກາຍເປັນພົນລະເມືອງ ດີຂອງຊາດ ສ້າງເງື່ອນໄຂໃຫ້ມີ ການປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ດ້ານອ່ອນ ຂໍ້ຄົງຄ້າງທີ່ຄະນະ ກໍາມະການອະໄພຍະໂທດແຕ່ລະ ຂັ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກອະໄພຍະໂທດໃຫ້ມີຜົນສໍາ ເລັດ, ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການໃຫ້ ອະໄພຍະໂທດ ຊຶ່ງສະແດງອອກ ຄື: ນັກໂທດທີ່ໄດ້ຮັບການໃຫ້ອະໄພ ຍະໂທດຕາມລັດຖະດຳລັດຂອງປະ ທານປະເທດ ປະຈໍາປີ 2022 ມີຈຳ ນວນ 1.881 ຄົນ, ຍິງ 264 ຄົນ, ຕ່າງປະເທດ 23 ຄົນ, ຍິງ 6 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພ ຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ ກັບພະແນກຍຸຕິທຳໃນຂອບເຂດທົ່ວ ປະເທດ ເກັບຄ່າປັບໃໝແລະຄ່າເສຍ ຫາຍທາງແພ່ງທີ່ນັກໂທດຊຳລະໃນ ບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ2022 ມີຄ່າເສຍຫາຍທາງ ແພ່ງ 472 ລ້ານກວ່າກີບ; ເງິນຕາ ຕ່າງປະເທດ 6.000 ບາດ, 2.500 ໂດລາ; ຄ່າປັບໃໝທາງອາຍາ 3,2 ຕື້ກວ່າກີບ. ພ້ອມນີ້, ທ່ານຍັງຍົກໃຫ້ ເຫັນດ້ານອ່ອນຂໍ້ຄົງຄ້າງຈໍານວນ ໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນປີ 2023 ຕື່ມອີກ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນໃຫ້ຄະນະກຳ ມະການອະໄພຍະໂທດແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ ໃຫ້ທັນຕາມກໍານົດ ເວລາ, ເຫັນໄດ້ເຖິງຄວາມສໍາຄັນ ຂອງການປະຕິບັດນະໂຍບາຍອະ ໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈ ໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງ ກົດໝາຍ, ລັດຖະບັນຍັດວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ນິຕິ ກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານ ອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການ ຄົ້ນຄວ້າພິຈາລະນາ ນັກໂທດຜູ້ທີ່ມີ ເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໄສ, ຍຸຕິທໍາ, ຄັດເລືອກເອົານັກ ໂທດຜູ້ທີ່ປະພຶດດີ ແລະ ຮູ້ສຶກກິນ ແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກ ປະທານປະເທດ. ພ້ອມກັນນັ້ນ, ຄະ ນະພັກ, ອໍານາດການປົກຄອງຂັ້ນ ຕ່າງໆ ຕ້ອງເພີ່ມທະວີການນໍາພາ-ຊີ້ ນໍາ ຕໍ່ວຽກງານອະໄພຍະໂທດ,ໃຫ້ ໄດ້ຮັບຜົນສໍາເລັດ ໂດຍຮັບປະກັນ ຄວາມຖືກຕ້ອງ, ຊັດເຈນ ແລະ ທັນ ເວລາ; ຄະນະກຳມະການອະໄພຍະ ໂທດລະດັບຊາດເອົາໃຈໃສ່ລົງຕິດ *** ຕໍ່ຈາກໜ້າ 1 *** ຕາມຊຸກຍູ້, ສະຫລຸບຖອດຖອນບົດ ຮຽນ, ສ່ອງແສງລາຍງານແຕ່ລະໄລ ຍະຢ່າງເປັນປົກກະຕິ ແລະ ແກ້ໄຂກໍ ລະນີທີ່ເກີດຂຶ້ນຢ່າງທັນການ ເພື່ອ ຮັບປະກັນໃຫ້ວຽກງານອະໄພຍະ ໂທດດຳເນີນໄປຢ່າງຖືກຕ້ອງ, ຄົບ ຖ້ວນ, ໂປ່ງໄສ, ຍຸຕິທຳ ແລະ ທັນ ເວລາ ເພື່ອປະກອບສ່ວນຈັດຕັ້ງປະ ຕິບັດນະໂຍບາຍຂອງລັດຖະບານ ໃຫ້ຖືກຕ້ອງ ແລະ ເປັນທຳ. ຂ່າວ: ຈະເລີນສິນ, ພາບ: ອານຸສັກ ພະ, ບາສີສູ່ຂວັນ, ບຸນໂຮລີ ແລະ ມີ ການສະແດງສິລະປະຈາກນະຄອນ ຫລວງຮ່າໂນ້ຍແລະບັນດາສະຖານ ທູດທີ່ເຂົ້າຮ່ວມອີກດ້ວຍ. ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າ ໂນ້ຍ ສສ ຫວຽດນາມ

RkJQdWJsaXNoZXIy MTc3MTYxMQ==