5567

xtgmf]k; 3 27/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ໂດຍ: ຄ້ອງໃໝ່ ຮິບໂຮມໂດຍ: ພະກາ g-u f-66 ,6 og-N vva ofu 'k,0v'-q o-A ode,tdvo]k; 4uj 4h ;o c]t g]y dg-yj ' .orklk]k; [a oskw2 [a osk7q o ຄໍາ “ຖີ່” ເປັນຄໍາຄຸນນາມ ຫລື ວິເສດ ໝາຍເຖິງ ບໍ່ຫ່າງ, ແປະ ກັນ, ຕິດກັນ ດັ່ງຄໍາຜະຫຍາວ່າ “ແນວ ນາມເຊື້ອທໍາທານປ້ອງຖີ່ ຄັນໄດ້ ຕອດພີ່ນ້ອງ ບໍ່ທັນໄດ້ສ່ັງໃຜ”. ຄໍາ “ຖ້ວນ” ເປັນຄໍາຄຸນນາມ ໝາຍເຖິງຄົບ, ຈົບກໍານົດ, ພໍ, ເຕັມ ບໍລິບູນ, ຈຸບບໍລິບູນ, ຈຸບກໍານົດ ກໍ່ວ່າ. “ຖ້ວນຖີ່” ເປັນຄຸນນາມ ໝາຍ ເຖິງ ລະອຽດຖີ່ຖ້ວນ, ເອົາໃຈໃສ່ຄັກ ແນ່. ຄໍາ“ລະອຽດ” ເປັນຄໍາຄຸນນາມ ໝາຍເຖິງ ບໍ່ຫຍາບ, ເປັນຝຸ່ນ, ແລບ. ພຶດຕິກໍາຕົວຈິງຂອງການນໍາໃຊ້ ແມ່ນນິຍົມຄໍາ “ຖີ່ຖ້ວນ” ທັງການ ເວົ້າ ແລະ ຂຽນ ເປັນຕົ້ນ ບັນດາເອ ກະສານທາງການ, ທັງມັກພົບເປັນ ວະລີ ເຊັ່ນ ລະອຽດຖີ່ຖ້ວນ, ດັ່ງວ່າ ໃຫ້ພ້ອມກັນປະຕິບັດ ເພື່ອຮັບປະ ກັນຄວາມຖືກຕ້ອງໂປ່ງໃສ, ພາວະ ວິໄສ, ຖີ່ຖ້ວນ...ພ້ອມກັນລົງເລິກ ຢ່າງລະອຽດຖີ່ຖ້ວນ...ອັນໝາຍ ເຖິງຄວາມເອົາໃຈໃສ່ຕໍ່ວຽກງານ ນັ້ນໆຢ່າງຈິງຈັງ, ມີຄວາມຮັບຜິດ ຊອບສູງ, ບໍ່ມະລຸມມະລ້ວຍ... ຄໍາ “ເລິກ” ເປັນຄໍາຄຸນນາມ ໝາຍເຖິງ ຢັ່ງລົງໄປໄດ້ໄກ, ດັ້ນເຂົ້າ ໄປຂ້າງໃນໄດ້ຫລາຍ, ບໍ່ຕື້ນ, ຍາກ ທີ່ຈະເຂົ້າໃຈໄດ້ ດັ່ງໃນນິທານຜາ ແດງ ນາງໄອ່ ມີວ່າ “ຫາກຈັກເຫັນ ເລິກຕື້ນ ສະຫາຍແກ້ວສ່ຽວແພງ”. ຄໍາ“ເລິກເຊິ່ງ”ເປັນຄໍາຄຸນນາມ ໝາຍເຖິງ ເລິກຫລາຍ, ມີຄວາມ ລະອຽດເລິກເຊິ່ງຫລາຍ ຍາກທີ່ຈະ ເຂົ້າໃຈໄດ້. ການເບິ່ງບັນຫາຢ່າງເລິກເຊິ່ງ ກໍ່ໝາຍເຖິງ ລະອຽດລະອໍ ເຫັນໄດ້ ແລະ ແທດເຖິງຄວາມເປັນຈິງ . ດັ່ງນັ້ນ ຈຶ່ງນໍາມາ ເພື່ອສຶກ ສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ. ເຂດໃນເມືອງໃຫຍ່ກໍ່ຍັງເກີດ (ທຸກ ປີ) ເປັນຕົ້ນເສັ້ນທາງວຽງຈັນ 450 ປີ, ໄຟໄໝ້ຫຍ້າແຫ້ງ ນໍາຄູກັ້ນກາງ ແລະ ສອງຟາກທາງ ຫລື ໃກ້ຄຽງ. ບໍ່ເວົ້າບ່ອນໄກໄປກວ່ານັ້ນ ເຊັ່ນ ເຂດ ພູພະນັງ, ພູເຂົາຄວາຍ...ບ່ອນຊຶ່ງ ມີຄວາມຕ້ອງການຈັດການໂດຍ ບໍ່ຖືກກົດໝາຍ ເພື່ອການປູກຝັງ ຫວັງຜົນເປັນສິນຄ້າ, ເມື່ອເວລາ ຈູດແລ້ວກໍ່ເກີດບັນຫາເອົາບໍ່ທັນ ລາມໄປເປັນເວີງກວ້າງ, ຮ້ອນເຖິງ ທຸກຝ່າຍ, ຄວັນປິວກາຍຊາຍແດນ ກະທົບກັນ ທັງຄວັນເພິ່ນຄວັນເຮົາ, ເອົາໄປເອົາມາກາຍເປັນບັນຫາລະ ດັບປະເທດ ຕ້ອງປຶກສາຫາລືແກ້ໄຂ ນໍາກັນ. ບັນຫາໄຟ ຫລື ບັນຫາ ຄົນ ຕ້ອງຂຸດກົ່ນໃຫ້ເຫັນຈຸດ, ເກົາໄປ ເກົາມາຫາກຊິຖືກບ່ອນຄັນ, ບັນຫາ ຂອງມັນກໍ່ແມ່ນຄວາມຕ້ອງການ ຂອງ ຄົນ ໃນການບຸກເບີກຖາກຖາງ ເພາະປີກາຍມານີ້ບາງຜົນຜະລິດ ພືດກະສິກໍາ ມີລາຄາດີ, ກະສິກອນ ອາຊີບ ແລະ ເຄິ່ງອາຊີບ ກໍ່ມຸ່ງຫວັງ ສ້າງເສດຖະກິດບຸກເບີກຊັບຊ່າວ... ແນວຄິດນັ້ນດີ ແຕ່ບາງທີວິທີເຮັດ ອາດຈະບໍ່ສອດຄ່ອງກັບສະພາບຈຸດ ພິເສດເນື້ອທີ່ ກໍ່ຄືທໍາມະຊາດນັ້ນຄື ການຈູດ. ສະພາບຕົວຈິງຖ້າປ່າເລົ່າ ແກ່ ແລະ ຖາກຖາງເນື້ອທີ່ກວ້າງ ຫລາຍເຮັກຕາ ຄິດວ່າຄົງຍາກ ຈະ ສາມາດຖາງແລວປ້ອງກັນໄຟໄດ້ ຢ່າງຮັບປະກັນ. ບັນຫາທີ່ຖືກຕັ້ງ ຂຶ້ນແມ່ນການຖາກຖາງບຸກເບີກປ່າ ເພື່ອປູກເປັນສິນຄ້າແມ່ນມີບໍ່ການ ລ່ວງລໍ້າເຂດປ່າຫວງຫ້າມ, ປ່າ ຍອດນໍ້າ-ປ່າສະຫງວນ, ມີຫລາຍ ຄໍາເຫັນຢາກໃຫ້ມີການກວດກາ ກັນໃຫ້ຄັກຕື່ມ, ແມ່ນຢູ່ວ່າລັດສົ່ງ ເສີມປະຊາຊົນຜະລິດເປັນສິນຄ້າ ໃຫ້ຫລາຍ, ແຕ່ກໍ່ຕ້ອງຢູ່ໃນວົງຂອງ ກົດໝາຍບ້ານເມືອງ, ອັນໝາຍວ່າ ລັດສົ່ງສົ່ງໃຫ້ຜະລິດ ກໍ່ຄືພັດທະ ນາເສດຖະກິດທີ່ຖືກລະບຽບກົດ ໝາຍ, ບໍ່ແມ່ນສວຍໂອກາດຫລື ເຂົ້າ ໃຈຄວາມໝາຍຜິດພ້ຽນໄປ. ຖ້າມີ ການສວຍໂອກາດລ່ວງລໍ້າປ່າຫວງ ຫ້າມ...ແລ້ວຍັງປ່ອຍ ໂຍະຍານໆ ປີໜ້າກໍ່ອາດຈະໂຍະຍານໃຫ້ອີກ ແລ້ວຖ້າກາຍເປັນຊົ່ວຄົນໄປແລ້ວ ຈະເປັນການສ້າງບັນຫາໃຫ້ລັດແກ້ ຍາກ ຄືດັ່ງບົດຮຽນປະເທດເພື່ອນ ບ້ານການລ່ວງລໍ້າຢຶດຄອງປ່າສະ ຫງວນຂອງບຸກຄົນ. ການແກ້ບັນຫາແຕ່ຫົວທີ, ຕັດ ໄຟແຕ່ຕົ້ນລົມ ຈະເປັນການດີ? ມີ ຫລາຍຄໍາຄິດເຫັນຢາກໃຫ້ແກ້ແຕ່ ດຽວນີ້. ບັນຫາໄຟ ຈະກາຍເປັນບັນ ຫາຄົນ, ການແກ້ຄົນມັນບໍ່ງ່າຍ, ແກ້ ຕົ້ນ ຫລື ແກ້ປາຍ (ເຫດ)? ດຽວນີ້ ແກ້ບັນຫາຄວັນ ຕໍ່ໄປພັດອາດຕ້ອງ ໄດ້ແກ້ບັນຫາດິນປ່າສະຫງວນ, ປ່າ ຫວງຫ້າມ...ທີ່ຖືກຄົນຈັບຈອງບໍ່ ຖືກຕ້ອງຕາມກົດໝາຍ. ສ່ວນວ່າໄຟ ໄໝ້ລາມປ່າໃນເຂດເມືອງ, ອັນນີ້ ກໍ່ຍັງແມ່ນພົວພັນກັບຄົນ, ຫລາຍ ຄໍາຄິດເຫັນກໍ່ວ່າ ສໍາຄັນກໍ່ແມ່ນການ ກວດກາ ໃນຍາມແລ້ງ ໂດຍໃຫ້ອໍາ ນາດການປົກຄອງແຕ່ລະບ້ານເປັນ ເຈົ້າການກວດກາລາດຕະເວນ ຫລື ອາໄສປະຊາຊົນເປັນຫູເປັນຕາລາຍ ງານທັນທີເຫັນສະພາບ, ໂດຍສະ ເພາະເຫັນຄົນຕັ້ງໃຈມາຈູດ. ສະ ພາບການພັດທະນາບໍ່ຄືເກົ່າ, ເປັນ ຍຸກແຫ່ງການເຊື່ອມໂຍງ, ຈະເຮັດ ຄືເກົ່າກໍ່ບໍ່ໄດ້ຕ້ອງໄດ້ເງີຍໜ້າເບິ່ງ ບ່ອນອື່ນໆແລະຮັບເອົາສິ່ງຍອດຍິ່ງ ມາໝູນໃຊ້, ສ່ວນອັນຂີ້ຮ້າຍທີ່ປະ ເທດເພິ່ນເຄີຍເປັນກ່ອນເຮົາ ແລະ ເຮົາກໍ່ຮູ້ແລ້ວນັ້ນບໍ່ຄວນໃຫ້ເກີດ ໃນບ້ານເຮົາ. ແມ່ນບໍ່ທ່ານຜູ້ອ່ານ ໃຈກວ້າງໃຈດີທັງຫລາຍ! * ໃນພາສາລາວເຮົາ, ເຖິງວ່າ ໂດຍພື້ນຖານ ເປັນພາສາຄໍາໂດດ ຄໍາປ່ຽວ, ແຕ່ຜ່ານໄລຍະປະຫວັດ ສາດຍາວນານ ກໍ່ໄດ້ມີການພັດທະ ນາຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ຍຸກສະໄໝ, ໃນຄັງສາງວັດຈະນະ ຈຶ່ງປະກອບມີຫລາກຫລາຍ ແລະ ຫລວງຫລາຍ ບັນດາຄໍາສັບທັງພະ ຍາງດຽວ, ສອງພະຍາງ, ສາມພະ ຍາງ ແລະ ບັນດາວະລີ ເຊິ່ງໄດ້ຕອບ ສະໜອງການນໍາໃຊ້ໄດ້ເປັນເປັນ ຢ່າງດີ, ມີທັງການປະສົມຄໍາລາວ ເດີມ, ມີຄໍາມາຈາກພາສາອື່ນ ເປັນ ຕົ້ນ ປາລີ-ສັນສະກິດ, ຂະແມ... ແລະ ອື່ນໆ. ບົດນີ້ ນໍາເອົາຄໍາທີ່ພະ ນັກງານລັດຖະກອນເຮົາໄດ້ອ່ານ, ໄດ້ຟັງ, ເວົ້າ...ເລື້ອຍໆ ມາທົບທວນ ນໍາກັນ. * ນັບແຕ່ທ້າຍເດືອນມີນາມານີ້, ເຫດການໄຟໄໝ້ລາມປ່າ ຈະແມ່ນ ມາຈາກສາເຫດໃດກໍ່ຕາມ ມັນໄດ້ ສົ່ງຜົນກະທົບໂດຍກົງຕໍ່ສະພາບ ແວດລ້ອມທໍາມະຊາດ ທັງອາກາດ ແລະ ຊັບພະສິ່ງ, ຍິ່ງກວ່ານັ້ນແມ່ນ ກະທົບຕໍ່ການຫາຍໃຈຂອງຄົນ, ການເດີນທາງທາງອາກາດ (ເຮືອ ບິນ)...ບັນຫາທີ່ເກີດຂຶ້ນປີນີ້ຖືວ່າ ຮ້າຍແຮງຫລາຍ ບໍ່ວ່າແຕ່ໃນປະ ເທດເຮົາ ຫລື ອ້ອມແອ້ມ, ແຖວປະ ເທດແດນໄກ ກໍ່ໄດ້ເຫັນຂ່າວນໍາກັນ ບັນຫາໄຟໄໝ້ລາມປ່າ, ບັນຫານີ້ມັນ ເກີດຂຶ້ນເອງ ຫລື ມາຈາກ ຄົນ? ວົງສົນທະນາ ສະພາກາເຟ ຫລື ວົງ ແບບໃດ ກໍ່ມັກຈະວ່າມາຈາກການ ກະທໍາຂອງຄົນ, ສ່ວນວ່າໄຟເກີດ ຂຶ້ນເອງກໍ່ອາດຈະມີ ຈາກການສີກັນ ຂອງໄມ້ປ່ອງຕາຍແຫ້ງແລ້ວເກີດ ໄຟ, ແຕ່ກໍ່ໜ້ອຍໜັກໜ້ອຍໜາຈະ ເປັນຄືແນວນັ້ນ (ວ່າຊັ້ນ). ບັນຫາໄຟໄໝ້ລາມປ່າ ບໍ່ມີແຕ່ ເຂດເຮັດການຜະລິດ-ປູກຝັງ... * ວັນທີ 1 ພຶດສະພາແມ່ນວັນກໍາ ມະກອນສາກົນ, ເຊິ່ງໃນປີນີ້ພໍດີ ຄົບ ຮອບ 137 ປີ (1/5/1886-1/5/ 2023) ທົ່ວໂລກໄດ້ມີການຈັດຕັ້ງ ສະເຫລີມສະຫລອງຢ່າງຟົດຟື້ນ ຕາມສະພາບ ແລະ ຈຸດພິເສດຂອງ ແຕ່ລະປະເທດ; ພາຍໃຕ້ຄຳຂວັນ “ສ້າງສະພາບແວດລ້ອມໃນການ ເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະ ພາບ ແມ່ນພື້ນຖານຂອງທຸກຄົນ”. ສະເພາະຢູ່ ສປປ ລາວ ຂອງພວກ ເຮົາກໍ່ໄດ້ມີການຈັດຕັ້ງສະເຫລີມ ສະຫລອງດ້ວຍການຈັດກິດຈະກໍາ ຕ່າງໆຢ່າງເປັນຂະບວນຟົດຟື້ນ, ເຕັມໄປດ້ວຍເນື້ອໃນເລິກເຊິ່ງ, ສະ ທ້ອນໃຫ້ເຫັນມູນເຊື້ອການກໍາເນີດ ຂອງວັນກໍາມະກອນສາກົນ, ມູນເຊື້ອ- ຜົນງານຂອງຊົນຊັ້ນກໍາມະກອນ ລາວໃນແຕ່ລະໄລຍະປະຫວັດສາດ, ກໍ່ຄືຜົນງານຂອງອົງການກໍາມະ ບານລາວຕະຫລອດໄລຍະຜ່ານມາ. ທ່ານ ມາກ ແລະ ອັງແກນ ເຄີຍ ຢັ້ງຢືນວ່າ: “ມີແຕ່ຊົນຊັ້ນກໍາມະ ກອນຊົນຊັ້ນດຽວເທົ່ານັ້ນ ທີ່ມີ ຄວາມສາມາດລົບລ້າງລະບອບທຶນ ນິຍົມເພື່ອສ້າງຕັ້ງລະບອບກອມມູ ນິດ…”. ຕາມຄວາມເຫັນດັ່ງກ່າວ, ພວກເພິ່ນໃຫ້ເຫດຜົນວ່າຊົນຊັ້ນກໍາ ມະກອນເປັນຊົນຊັ້ນທີ່ເດັດດ່ຽວ ກວ່າໝູ່ ແລະ ກ້າວໜ້າກວ່າໝູ່, ເປັນ ກໍາລັງຕົ້ນຕໍຂອງສັງຄົມ, ແຕ່ເຂົາ ເຈົ້າບໍ່ມີກໍາມະສິດຕໍ່ກັບພາຫະນະ ການຜະລິດ; ການອອກແຮງງານ ໃນໂຮງຈັກໂຮງງານທີ່ມີລັກສະນະ ເຮັດວຽກລວມໝູ່ນັ້ນມັນຮຽກຮ້ອງ ໃຫ້ກໍາມະກອນຕ້ອງມີຄວາມສາ ມັກຄີກັນ, ມີສະຕິລະບຽບວິໄນແລະ ສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ; ຍ້ອນແນວນັ້ນເຂົາເຈົ້າຈຶ່ງເປັນຊົນ ຊັ້ນທີ່ມີສະຕິນັບຖືການຈັດຕັ້ງ, ຖືສິດ ຜົນປະໂຫຍດສ່ວນລວມສູງ… ສະເພາະຊົນຊັ້ນກໍາມະກອນ ລາວ ກໍ່ແມ່ນພາກສ່ວນໜຶ່ງຂອງກໍາ ມະກອນໂລກ ເຊິ່ງເກີດໃໝ່ໃຫຍ່ລຸນ, ພາຍຫລັງທີ່ພວກລ່າເມືອງຂຶ້ນແບບ ທາງດ້ານເສດຖະກິດເທົ່ານັ້ນ, ແຕ່ ຍັງໄດ້ທວງເອົາສິດເສລີພາບປະ ຊາທິປະໄຕ, ຄວາມເປັນເອກະລາດ ແຫ່ງຊາດ, ປົດປ່ອຍປະຊາຊົນອອກ ຈາກການກົດຂີ່ຂູດຮີດເພື່ອນໍາເອົາ ຄວາມສົມບູນພູນສຸກມາສູ່ປະຊາ ຊົນ. ໃນໄລຍະແຫ່ງການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ; ຊົນຊັ້ນກໍາມະກອນລາວໄດ້ເສີມຂະ ຫຍາຍມູນເຊື້ອປະຕິ ວັດອັນດີງາມ ຂອງຊາດ. ປັດຈຸບັນຊົນຊັ້ນກໍາມະ ກອນລາວໄດ້ເຕີບໃຫຍ່ຂະຫຍາຍ ຕົວທັງທາງດ້ານປະລິມານ ແລະ ຄຸນນະພາບ, ມີບົດບາດສໍາຄັນປະ ກອບສ່ວນທາງສະຕິປັນຍາ ແລະ ກໍາລັງເຫື່ອແຮງເປັນເຈົ້າການປະ ຕິບັດສໍາເລັດຜົນບັນດາໜ້າທີ່ ແລະ ຄວາມຮັບຜິດຊອບໃນຂົງເຂດເສດ ຖະກິດ-ສັງຄົມເປັນຢ່າງດີ. ຖືໂອກາດອັນສຳຄັນນີ້ ທຸກອົງ ການຈັດຕັ້ງພັກ-ລັດ, ການຈັດຕັ້ງ ກຳມະບານແຕ່ລະຂັ້ນ, ຫົວໜ້າ ໜ່ວຍແຮງງານ ແລະ ສັງຄົມຈົ່ງ ເພີ່ມທະວີຄວາມຮັບຜິດຊອບຂອງ ຕົນຕໍ່ກັບການສຶກສາອົບຮົມ, ຊ່ວຍ ເຫລື​ອກໍ່ສ້າງ ແລະ ພັດທະນາຊົນ ຊັ້ນກຳມະກອນລາວ ໃຫ້ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການໃນການເຊື່ອມໂຍງ ເຂົ້າກັບສາກົນໃນໄລຍະໃໝ່; ຖັນ ແຖວກຳມະກອນ ແລະ ຜູ້ອອກແຮງ ງານລາວຈົ່ງສາມັກຄີປຸ້ມລຸ້ມກັນ ເຂົ້າຢູ່ອ້ອມຂ້າງພັກ-ລັດຖະບານ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງໃຫ້ ກາຍເປັນກຳລັງແຮງງານທີ່ມີລະ ບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີ ເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກຳມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງໃນຂະ ບວນການສ້າງສາພັດທະນາເສດ ຖະກິດ-ສັງຄົມຂອງປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນ ເລື້ອຍໆ. ເກົ່າໄດ້ຢຶດຄອງປະເທດລາວແຕ່ປີ 1893, ພວກເຂົາພາກັນກອບໂກຍ ເອົາຊັບສົມບັດອັນລໍ້າຄ່າຂອງຊາດ ເຮົາ ເພື່ອໄປສ້າງຮັ່ງຄູນມີແກ່ປະ ເທດຂອງພວກເຂົາ, ທັງເກັບເກນ ຊາວໄຮ່ນາໄປເປັນກູລີອອກແຮງ ງານຂຸດຄົ້ນແຮ່ກົ່ວຢູ່ໂພນຕິ້ວ ແລະ ບໍ່ແໜ່ງທີ່ແຂວງຄໍາມ່ວນ. ຈາກນັ້ນ ຈຶ່ງໄດ້ເກີດມີກໍາມະກອນລະດູການ, ແຕ່ດ້ວຍການນໍາໃຊ້ແຮງງານນັບ ມື້ຫລາຍຂຶ້ນ, ກໍາມະກອນລະດູການ ຈຶ່ງໄດ້ກາຍເປັນກໍາມະກອນປະຈໍາ ເພື່ອຮັບໃຊ້ໃຫ້ແກ່ການປົກຄອງ ຂອງພວກລ່າເມືອງຂຶ້ນ, ນັບທັງ ການສ້າງທາງ, ໂຮງເລື່ອຍ, ໂຮງສີ ເຂົ້າແລະອື່ນ, ຈາກນັ້ນກໍາມະກອນ ລາວກໍ່ຄ່ອຍໆມີຈໍານວນເພີ່ມຂຶ້ນ. ໃນໄລຍະນັ້ນ, ຍ້ອນຖືກກົດຂີ່ຂູດຮີດ ແຮງງານຢ່າງໜັກໜ່ວງ ແລະ ຖືກ ທຸບຕີທໍລະມານຈາກພວກນາຍ ທຶນລ່າເມືອງຂຶ້ນ, ກໍາມະກອນລາວ ພ້ອມ ດ້ວຍປະຊາຊົນຊາວຜູ້ອອກ ແຮງງານລາວ ກໍ່ໄດ້ລຸກຮືຂຶ້ນຕໍ່ສູ້ ຢ່າງອົງອາດກ້າຫານ, ໂດຍເລີ່ມ ຈາກການຕໍ່ສູ້ທີ່ມີລັກສະນະເກີດ ຂຶ້ນເອງໄດ້ກາຍເປັນຂະບວນການ ຕໍ່ສູ້ທີ່ມີການຈັດຕັ້ງຕ້ານພວກຈັກ ກະພັດລ່າເມືອງຂຶ້ນແບບເກົ່າໃນໄລ ຍະຕໍ່ໆມາ. ພາຍຫລັງມີພັກປະຊາຊົນປະຕິ ວັດລາວນໍາພາເຮັດການປະຕິວັດ ຊາດເພື່ອກອບກູ້ເອກະລາດ, ຂະ ບວນການຕໍ່ສູ້ຂອງກໍາມະກອນບໍ່ ພຽງ ແຕ່ທວງເອົາສິດຜົນປະໂຫຍດ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==